ຈຸດປະສົງຂອງກອງປະຊຸມ​ໃນ​ຄັ້ງນີ້ ແມ່ນເພື່ອກວດຄືນບັນດາມາດຕະການທີ່ທາງສູນກາງໄດ້ປະກອບຄຳເຫັນໃນກອງປະຊຸມ ໃນ​ເດືອນ​ຕຸລາ ປີ 2013 ຢູ່ທີ່ນະຄອນຫຼວງວຽງຈັນ ກ່ຽວກັບ​ສັນຍາ​ວ່າ​ດ້ວຍ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ເຊິ່ງຜົນ​ທີ່ໄດ້​ຮັບ​ໃນ​ຄັ້ງນັ້ນ​ໄດ້ ​ແບ່ງ​ອອກ​ເປັນ 3 ປະ​ເພດ ຄື: ປະ​ເພດ ກ: ມາດຕາ​ທີ່​ຈັດຕັ້ງປະຕິບັດ​ໄດ້​ເຕັມ​ສ່ວນ ມີ 21 ມາດຕາ​; ​ປະ​ເພດ ຂ: ມາດຕາ​ທີ່​ສາມາດ​ຈັດຕັ້ງປະຕິບັດ​ປະມານ 70% ​ເຊິ່ງຕ້ອງການ​ເວລາ​ເພິ່ມຕຶ່ມ​ໃນ​ການຈັດຕັ້ງປະຕິບັດມີ 10 ມາດຕາ; ​ແລະ ປະ​ເພດ ຄ: ມາດຕາ​ທີ່​ຍັງ​ຕ້ອງການ​ເວລາ ​ ​ແລະ ຄວາມ​ຊ່ວຍ​ເຫຼືອ ມີ 11 ມາດ​ຕາ. ສະນັ້ນ, ກອງ​ປະຊຸມ​ທົບ​ທວນຄືນ​ຄັ້ງ​ນີ້ ຈະເປັນການຮັບປະກັນວ່າຜົນໄດ້ຮັບຈາກການປະເມີນດັ່ງກ່າວແມ່ນເປັນຂໍ້ມູນທີ່ຖືກຕ້ອງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງຢູ່ຂັ້ນແຂວງ, ທັງນີ້ ກໍ່ເພື່ອ ຮັບປະກັນຜົນປະໂຫຍດ ຂອງ ສປປ ລາວ ເອງ ໃນການຍາດຊິງອົາຄວາມຕ້ອງການ ແລະ ບຸລິມະສິດ ໃນການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ.

ກອງປະຊຸມດັ່ງກ່າວ ໄດ້ເປັນເວທີສົນທະນາອັນສໍາຄັນໃນການແລກປ່ຽນຄໍາຄິດເຫັນ ກ່ຽວກັບວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ເພື່ອຮັບປະກັນຄວາມສອດຄ່ອງກັນ ລະຫວ່າງ ສູນກາງກັບທ້ອງຖິ່ນ. ບັນດາ​ແຂກຜູ້ເຂົ້າຮ່ວມໄດ້ໃຫ້ຄໍາເຫັນວ່າ ກອງປະຊຸມຄັ້ງນີ້ ເປັນເຄື່ອງມືອັນສຳຄັນໃນການເຜີຍແຜ່ ບັນດານະໂຍບາຍ ແລະ ຜົນການຈັດຕັ້ງປະຕິບັດກ່ຽວກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ເປັນຢ່າງດີ ​ແລະ ຄວາມຮູ້ທີ່ໄດ້ຮັບຈາກກອງປະຊຸມຄັ້ງນີ້ ສາມາດນໍາໃຊ້ໄດ້ໂດຍກົງກັບວຽກງານຂອງຂະ​ແໜງການ​ທີ່​ກ່ຽວຂ້ອງ ຊຶ່ງສະ​ແດງ​ອອກ​ໃນ​ການ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ຕັ້ງໜ້າຂອງ​ບັນດາ​ຜູ້​ເຂົ້າຮ່ວມ​ທີ່​ມີ​ຄວາມ​ຮູ້ ​ແລະ ​ເຂົ້າ​ໃຈ​ທາງ​ດ້ານ​ນະ​ໂຍບາຍ​ທີ່​ຕິດ​ພັນ​ກັບ​ວຽກງານ​ອຳນວຍ​ຄວາມ​ສະດວກການ​ຄ້າ ​ເປັນ​ຢ່າງ​ດີ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.