ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ      ເລກທີ 0754/ກປຝ
ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2015

ແຈ້ງການ

ຮຽນ:   ຫົວຫນ້າຂະແຫນງປູກຝັງ ແຂວງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ

ເລື່ອງ:   ການວິໄຈຄວາມສ່ຽງສັດຕູພຶດ ສຳລັບ ພືດ ແລະ ຜະລິດຕະພັນພືດ ກ່ອນການນຳເຂົ້າໄປຍັງ ສສ ຫວຽດນາມ.

  • ອີງຕາມ ກົດຫມາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09/12/2008.
  • ອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10/05/2007 ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້
  • ອີງໃສ່ຄຳສັ່ງລັດຖະມົນຕີກ່ຽວກັບການເພື່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ກວດກາສຸຂານາໄມພືດທີ່ຈະສົ່ງອອກໃຫ້ສອດຄ່ອງກັບລະບຽບການດ້ານສຸຂານາໄມພືດຂອງປະເທດປາຍທາງສະບັບເລກທີ 2136/ກປ, ລົງວັນທີ 26 ຕູລາ 2011
  • ແຈ້ງການເລກທີ 30/2014/ TT-BNNPTNT, ລົງວັນທີ 05/09/2014, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ.

ກົມປຸຸກຝັງ ຂໍຖຶເປັນກຽດແຈ້ງມາຍັງ ຂະແຫນງປູກຝັງ ແຂວງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທົ່ວປະເທດ ຊາບວ່າ ໃນປັດຈຸບັນການຄ້າພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ກັບ ສສ ຫວຽດນາມ ໄດ້ ຫັນ ໄປສູ່ ຕາມຫັລກການຂອງອົງການ ການຄ້າໂລກ ໂດຍສະເພາະແມ່ນການນຳໃຊ້ມາດຕະການສຸຂານາໄມພືດໃນການຄຸ້ມຄອງສິນຄ້າກະສິກຳລະຫວ່າງປະເທດ ເປັນຕົ້ນແມ່ນການວິໄຈຄວາມສ່ຽງສັດຕູພືດ ກ່ອນການອອກອະນູຍາດໃຫ້ນຳເຂົ້າພືດ ແລະ ຜະລິດຕະພັນພືດ ໄປຍັງ ສສ ຫວຽດນາມ. ສະນັ້ນ, ຈື່ງຮຽກຮ້ອງໃຫ້ບັນດາປະເທດ ສົ່ງອອກ ບົນພຶ້ນຖານປະຕິບັດຕາມແຈ້ງການເລກທີ 30/2014/TT-BNNPTNT ຊື່ງຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 31/07/2015 ເປັນຕົ້ນໄປ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ ການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ໄປຍັງ ສສ ຫວຽດນາມໃຫ້ມິີຄວາມສອດຄ່ອງ ຕາມ ສັນຍາ ແລະ ສົນທິສັັນຍາ່ສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດຂອງ ສສ ຫວຽດນາມ.

ຫົວຫນ້າກົມປູກຝັງ ອອກແຈ້ງການ:

1.   ປະເພດພືດ ແລະ ຜະລິດຕະພັນພືດ ທີ່ຕ້ອງຜ່ານກະວິໄຈຄວາມສ່ຽງສັດຕູພຶດກ່ອນຈຶ່ງອະນຸຍາດໃຫ້ນຳເຂົ້າ ສສ ຫວຽດນາມ ປະກອບມີ ດັ່ງລຸ່ມນີ້:

  • ຕົ້ນພືດ ແລະ ສິ້ນສ່ວນຕ່າງໆ ຂອງພືດ ທີ່ຍັງມີຊິວິດ ລວກທັງເມັດພັນ ແລະ ເຊຶ້ອພັນ, ຫມາກໄມ້ສົດ, ຮາກພືດຫຍ້ ແລະ ເມັດຫຍ້າ
  • ແມງໄມ້ ແລະ ເຊື້ອຈຸລິນຊີ ທີ່ເປັນປະໂຫຍດ ສຳລັບ ນຳໃຊ້ວຽກງານປ້ອງກັນພືດ
  • ພືດ ແລະ ວັດຖຸຄວບຄຸມທາງດ້ານກັກກັນພືດອື່ນໆ ທີ່ມີຄວາມສ່ຽງສູງສາມານຳພາສັດຕູພືດຄວບຄຸມ ຂອງຫວຽດນາມ ຊຶືງຖືກປະກາດຕາມແຈ້ງການຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມໃນແຕ່ລະໄລຍະ;

ຫມາຍເຫດ: ພືດທີ່ໄດ້ຮັບການຍົກເວັ້ນໃນການວິໄຈຄວາມສ່ຽງສັດຕູພືດປະກອບມີ: ເມັດພັນເຂົ້າ, ເມັດພັນຜັກກາດ, ເມັດພັນສາລີ, ເມັດພັນຜັກສະຫລັດ, ແນວພັນພືດທີ່ນຳໃຊ້ໃນການຄົ້ນຄ້ວາທົດລອງ, ແມງໄມ້, ເຊື້ອຈຸລິນຊິ ແລະ ສິ່ງທີ່ມີຊີວິດຕ່າງໆ ນຳໃຊ້ໃນວຽກງານປ້ອງກັນພືດ ຊຶ່ງໄດ້ຮັບການອະນຸຍາດສະເພາະຈາກກົມປ້ອງກັນພືດ, ສສ ຫວຽດນາມ.

2.   ຂະແຫນງປູກຝັງ ແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ຕ້ອງຮີບຮ້ອນແຈ້ງໃຫ້ຜູ້ສົ່ງອອກ ແລະ ພາກສ່ວນທີ່ ກ່່ຽວຂ້ອງຊາບຢ່າງທົ່ວເຖິງ ເພື່ອສັງລວມບັນຊີລາຍຊື່ ຜູ້ທີ່ມີຈຸດປະສົງສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປຍັງ ສສ ຫວຽດນາມ ເປັນຕົ້ນແມ່ນ ເຂົ້າສານ, ເຂົ້າເປືອກ, ສາລີ, ມັນຕົ້ນແຫ້ງ, ຖົ່ວດິນ, ຂີງ, ຜະລິດຕະພັນໄມ້, ຫມາກກ້ວຍ, ກາເຟ, ຢາງພາລາ ແລະ ພືດອື່ນໆໃຫ້ຮີບຮ້ອນນຳສົ່ງຂໍ້ມູນການສົ່ງອອກທັງຫມົດດັ່ງກ່າວໃຫ້ກົມປູກຝັງຕາມຮ່າງເອກະສານຊ້ອນທ້າຍ 1 ກ່ອນວັນທີ 30 ພຶດສະພາ 2015.

3.   ຜູ້ສົ່ງອອກພືດ ທີ່ນອນຢູ່ໃນບັນຊີ ຕາມຂໍ້ທີ 2 ຂອງແຈ້ງການສະບັບນີ້ ຕ້ອງຮີບຮ້ອນສົມທົບກັບຜູ້ຜະລິດຂອງຕົນ ແລະ ບັນດາຫົວຫນ່ວຍທຸລະກິດ ທີ່ຕິດພັນກັບຕ້ອງໂສ້ການຜະລິດ ເປັນຕົ້ນແມ່ນ ຜູ້ເກັບຊື້, ໂຮງງານປຸງແຕ່ງ ແລະ ຫຸ່ມຫໍ່ ເພື່ອສະຫນອງຂໍ້ມູນກ່ຽວກັບມາດຕະການຈັດການຄວາມສ່ຽງສັດຕູພືດສົ່ງອອກໂດຍຜ່ານຂະແຫນງປູກຝັງແຂວງນຳສົ່ງໃຫ້ກົມປູກຝັງ ຕາມແບບຮ່າງເອກະສານຊ້ອນທ້າຍ 3 ກ່ອນວັນທີ 30 ຕູລາ 2015 ແລະ ໃຫ້ຄວາມຮ່ວມມືອຳນວບຄວາມສະດວກໃຫ້ແກ່ ວິຊາການ ຂອງກົມປູກຝັງ ລົງກວດກາສະພາບການຜະລິດ ແລະ ການຈັດການສັດຕູພືດຕົວຈິງຢູ່ສະຖານທີ່ການຜະລິດ ຕາມຂໍ້ມູນທີ່ນຳສົ່ງໃຫ້ນັ້ນ.

4.   ບໍລິສັດ ຫລື ນິຕິບຸກຄົນໃດທີ່ບໍ່ມີລາຍຊື່ໃນບັນຊີ ຕາມຂໍ້ທີ 2 ຂອງແຈ້ງການສະບັບນີ້ຕ້ອງຂຽນໃບສະເຫນີຜ່ານຂະແຫນງປູກຝັງ ແຂວງ ເຖິງກົມປູກຝັງ ພ້ອມທັງຄັດຕິດ ບັດລາຍງານມາດຕະການຄວບຄຸມ ແລະ ກຳຈັດສັດຕູພືດ ທີ່ກຳລັງປະຕິບັດຢູ່ຕົວຈິງຕາມແບບຮ່າງເອກະສານຊັບຊ້ອນ ທ້າຍ 2 ແລະ 3 . ສ່ວນຄ່າໃຊ້ຈ່າຍຂອງເຈົ້າຫນ້າທີ່ໃນການລົງກວດກາ ແລະ ວິໄຈຄວາມສ່ຽງສັດຕູພືດ ສຳລັບການສົ່ງອອກ ແມ່ນເປັນພາລະຂອງຜູ້ປະກອບການຕາມລະບຽບການ.

5.   ໃນກໍລະນີພາກສ່ວນໃດຕ້ອງການຂໍ້ມູນເພີ່ມເຕີມ ໃຫ້ຕິດຕໍ່ພົວພັນຫາກົມປູກຝັງໃນໂມງລັດຖະການ ໂທລະສັບ ແລະ ແຟັກ +856-21-452649 ຫລື ອີເມລ [email protected]

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ຫົວຫນ້າກົມປູກຝັງ

(ເຊັນ ແລະ ປະທັບຕາ)
ດຣ ມົນທາທິບ ຈັນເພັງໄຊ

ບ່ອນນຳສົ່ງ

  • ພະແນກກະສິກຳ-ປ່າໄມ້ແຂວງ, ນະຄອນຫລວງ   01 ສະບັບ (ເພື່ອຊຸກຍູ້ແລະຕິດຕາມ)
  • ເກັບມ້ຽນ           01 ສະບັບ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ແຂວງ ................................
ພະແນກກະສິກຳ ແລະ ປ່າໄມ້
ຂະແໜງປູກຝັງ

ຕາຕະລາງສັງລວມ ບໍລິສັດ/ຜູ້ສະເໜີ ຂໍເປີດຕະຫຼາດສົ່ງອອກ ໄປຍັງ ປະເທດ.............. ຂອງແຂວງ..................

ລ/ດ

ຊື່ບໍລິສັດ

ທີ່ຢູ່ ບໍລິສັດ

(ບ້ານ, ເມືອງ, ແຂວງ, ເບີໂທ/ແຟັກ)

ຊື່ພືດແລະ ສ່ວນຂອງພືດທີ່ຈະສົ່ງອອກ

ຈຳນວນ ຫຼື ນ້ຳໜັກລວມ

ທີ່ຢູ່ ແຫ່ງທີ່ມາຂອງພືດ (ເມືອງ,ແຂວງ)

ໂຮງອົບ/ໂຮງງານປຸງແຕ່ງ/ໂຮງງານບັນຈຸຫຸ້ມຫໍ່

ດ່ານສົ່ງອອກ(ລາວ)

ດ່ານນຳເຂົ້າ(ຫວຽດນາມ)

ໄລຍະເວລາສົ່ງອອກເລີ່ມ(ເດືອນ)ເຖິງ(ເດືອນ)

ມີບົດລາຍງານ ຈັດການຄວາມສ່ຽງ

ມີ

ບໍ່ມີ

ມີ

ບໍ່ມີ

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ໜາຍເຫດ: ໃຫ້ນຳໃຊ້ແບບຮ່າງນີ້ພິມຂໍ້ມູນໃສ່ເຈ້ຍໃໜ່ໃຫ້ຈະແຈ້ງ           ຊື່ ແລະ ລາຍເຊັນ ຜູ້ສັງລວມ ...............

ຫົວໜ້າຂະແໜງປູກຝັງ ແຂວງ ...............                                                 ເບີໂທ .....................

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຊື່ບໍລີສັດ/ອົງການ ........................                                                             ເລກທີ ...................

ທີ່ຢູ່: ບ້ານເລກທີ ...........ໜ່ວຍ ............. ຖະໜົນ ...............                        ລົງວັນທີ .................

ບ້ານ ................ ເມືອງ ................ ແຂວງ ..................

ເບີໂທລະສັບ/ແຟັກ: .......................... ມືຖື: .......................

ຮຽນ:ທ່ານຫົວໜ້າກົມປູກຝັງ
         ໂດຍຜ່ານຂະແໜງປູກຝັງແຂວງ .............................

ເລື່ອງ: ຂໍສະເໜີເປີດຕະຫຼາດສົ່ງອອກພືດຄວບຄຸມຈາກ ສປປ ລາວ ໄປຍັງ ປະເທດ .................................

  • ອີງຕາມກົດໜາຍວ່າດ້ວຍການປ້ອງກັນພືດ, ເລກທີ 06/ສພຊ, ລົງວັນທີ 09/12/2008.
  • ອີງຕາມລຳລັດ ແນະນຳປະຕິບັດ ກົດໝາຍວ່າດ້ວຍການປ້ອງກັນພຶດ ເລກທີ 229/ລບ, ລົງວັນທີ 31/05/2012.
  • ອີງຕາມແຈ້ງການ ຂອງ ກົມປຸກຝັງ ເລກທີ....................ລົງວັນທີ...........................

ຂ້າພະເຈົ້າຊື່ ........................................... ຂໍສະເໜີສົ່ງອອກພືດຕາມລາຍລະອຽດລຸ່ມນີ້:

1. *ຊື່ພືດພາສາລາວ .......................................... *ຊື່ພືດ ພາສາອັງກິດ .............................................

2. ຊື່ວິທະຍາສາດ .........................................*ສ່ວນຂອງພືດທີ່ຈະສົ່ງອອກ: ......................................

3. ການບັນຈຸຫຸ້ມຫໍ່ ຈຳນວນ ........................ ນ້ຳໜັກລວມ .......................... ລາຍການຫຸ້ມຫໍ່ ...............

4. *ຈຳນວນ/ນ້ຳໜັກ ທີ່ຄາດຄະເນ ສົ່ງອອກ ລວມ/ປີ ........................................................................

5. ຈຸດປະສົງໃນການນຳໃຊ້ຢູ່ປາຍທາງ:  ¨  ຈຳໜ່າຍ   ¨   ປຸງແຕ່ງ    ¨    ບໍລິໂພກ ອື່ນໆ .....................

6. *ທີ່ຢູ່ແຫ່ງທີ່ມາຂອງພືດ (ສ່ວນປູກ) ຢູ່ ສປປ ລາວ

ລ/ດ

ບ້ານ

ເມືອງ

ແຂວງ

ເນື້ອທີ່ປູກ

 

 

 

 

 

 

 

 

 

 

 

 

 

 

 

7. *ທີ່ຢູ່ ໂຮງອົບ/ໂຮງງານປຸງແຕ່ງ/ໂຮງງານບັນຈຸຫຸ້ມຫໍ່/ສາງເກັບມ້ຽນ ຢູ່ ສປປ ລາວ

ລ/ດ

ບ້ານ

ເມືອງ

ແຂວງ

ປະເພດກິດຈະການໂຮງງານ

 

 

 

 

 

 

 

 

 

 

**ອົບແຫ້ງ/ປຸງແຕ່ງ/ຮົມຢາມ/ບັນຈຸຫຸ້ມຫໍ່/ສາງເກັບມ້ຽມ/ອື່ນໆ ໃຫ້ຂຽນຕື່ມຖ້າມີ ........

8. *ດ່ານ ສົ່ງອອກ (ລາວ): .................... ດ່ານນຳເຂົ້າ (ຫວຽດນາມ) ...........ປະເທດສົ່ງຜ່ານ(ຖ້າມີ) ...........

9. ວິທິການຂົນສົ່ງ:  ¨   ລົດ   ¨   ເຮືອບິນ  ¨  ໄປສະນີ    ອື່ນໆ ...........................................

10. *ຊື່ ແລະ ທີ່ຢູ່ ຜູ້ນຳເຂົ້າ/ເຈົ້າຂອງສິນຄ້າ (ຫວຽດນາມ) ............................................

11. ທີ່ຢູ່ຈຸດນຳໃຊ້ປາຍທາງ (ຫວຽດນາມ) ຖ້າມີ: ບ້ານ ............... ເມືອງ .................. ແຂວງ .............ເບິໂທຕິດຕໍ່ ....................... ແຟັກ ....................... ອິເມລ ......................

12. *ໄລຍະເວລາຂອງການສົ່ງອອກພຶດ ແຕ່ເດືອນ ...................... ເຖີງເດືອນ.........................

ຂ້າພະເຈົ້າຂໍຢັ້ງຢືນ ວ່າຂໍ້ມູນທີ່ປະກອບມານີ້ ຖຶກຕ້ອງຕາມຄວາມເປັນຈິງ.

ກວດກາ ແລະ ຢັ້ງຢືນໂດຍ                                                                         ຊື່ ແລະ ລາຍເຊັນ ຜູ້ສະເໜີ

ຫົວໜ້າຂະແໜງປຸກຝັງແຂວງ ..................                                                        (ກາຈ້ຳບໍລິສັດ)

ໝາຍເຫດ: ໃຫ້ນຳໃຊ້ແບບຮ່າງນີ້ພີມຂໍ້ມູນໃສ່ເຈ້ຍໃໝ່ໃຫ້ຈະແຈ້ງ

*ຂໍ້ມູນທີ່ຈຳເປັນຕ້ອງສະໜອງໃຫ້

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ບົດລາຍງານຂະບວນການຜະລິດ ແລະ ການຈັດການຄວາມສ່ຽງສັດຕູພືດສຳລັບການສົ່ງອອກພືດ

1. ຂໍ້ມູນທົ່ວໄປຂອງຜູ້ສະເໜີ            ຊື່ບໍລິສັດ/ອົງການ .................. ຊື່ເຈົ້າຂອງ/ຜູ້ຕາງໜ້າບໍລິສັດ ................. ທີ່ຕັ້ງບໍລິສັດຖະໜົນ .......... ເຮືອນເລກທີ ..... ໜ່ວຍ ....... ບ້ານ ........... ເມືອງ ................. ແຂວງ .............. ເບີໂທ(ຫ້ອງການ) ........... ມືຖື......... ເບີແຟັກ ............... ອີເມລ ...............

2. ຂໍ້ມູນກ່ຽວກັບ ການພືດ ແລະ ການປູກ

2.1 ຊື່ ວິທະຍາສາດ ......................... ຊື່ທົ່ວໄປ(ທ້ອງຖີ່ນ)ພາສາລາວ .............. ຊື່ທົ່ວໄປພາສາອັງກິດ ............

2.2 ຊື່ແນວພັນທີ່ນຳໃຊ້ ແລະ ລັກສະນະຄວາມຕ້ານທານ

2.3 ຊະນິດພືດອື່ນໆ ທີ່ປູກຮ່ວມກັນ ຫຼື ຢູ່ສວນຕິດກັນ

2.4 ວັນທີ ປູກ ................ ວັນທີເກັບກ່ຽວ .................... (ໃນກໍລະນີ ພືດປູກຄັ້ງດຽວຕໍ່ປີ)

2.5 ຮອບວຽນການຜະລິດ/ຈຳນວນໃນການປູກ/ປີ ..................... ຄັ້ງ ຫຼື ຊຸດ (ໃນກໍລະນີ ພືດປູກຫຼາຍຄັ້ງຕໍ່ປີ)

2.6 ສວນປູກໄດ້ຮັບການຢັ້ງຢືນມາດຕະຖານ(ຖ້າມີ)  ¨ GAP ຫຼື ມາດຕະຖານອື່ນໆໃຫ້ຂຽນແຈ້ງ ................

3. ຂໍ້ມູນການປະຕິບັດຫຼັງການເກັບກ່ຽວ

ຂໍ້ມູນມາດຕະຖານ ຂອງຜົນຜະລິດ (ຖ້າມີ) ເຊັ່ນ ຂະໜາດ, ສີ, ການສຸກແກ່, ສິ່ງເຈືອປົນ ແລະ ປະລິມານທາດເບຶ່ອຕຳ່ສຸດ ແລະ ອື່ນໆ......

-  ອະທິບາຍຂັ້ນຕອນປະຕິບັດເບື້ອງຕົ້ນ (ຖ້າມີ) ເຊັ່ນ ການອະນາໄມ ແລະ ຄັດແຍກຜົນຜະລິດທີ່ບໍ່ໄດ້ມາດຕະຖານ, ການລ້າງ ແລະ ການປະຕິບັດອື່ນໆ ...........................

-  ອະທິບາຍ ຂັ້ນຕອນການປັບປຸງແຕ່ງຂັ້ນຕົ້ນ (ຖ້າມີ) ເຊັ່ນ ການສີ, ເປົ່າຄັດແຍກສີ່ງເຈືອປົນ, ການແກະເປືອກ, ການຊອຍ,ການບົດ, ການອົບ ຫຼື ຕາກແຫ້ງ ...................... (ໃຫ້ຄັດຕິດ ແຜນວາດວົງຈອນຂັ້ນຕອນການຈັດການຫຼັງການເກັບກ່ຽວ)

-  ການປ້ອງກັນສິນຄ້າຕິດແປດສັດຕູພືດໃນລະຫ່ວາງການປຸງແຕ່ງ ແລະ ກ່ອນການສົ່ງອອກ(ການແຊ່ນ້ຳຢາ, ການຮົມຢາ, ການຄັດແຍກພືດ, ມາດຕະການປ້ອງການຄວາມຖືກຕ້ອງ ແລະ ຄົບຖ້ວນຂອງສີນຄ້າ ແລະ ອື່ນໆ.) ................................

-  ວິທີການຫຸ້ມຫໍ່ ແລະ ຂົນສົ່ງ (ໃຫ້ອະທີບາຍ) ....................................

-  ການບັນທຶກ ແລະ ໃຫ້ເລກລະຫັດແຫຼ່ງທີ່ມາ ຂອງຜະລີດຕະພັນພືດ (ຖ້າມີ) ............................

-  ໂຮງການບັນຈຸຫຸ້ມຫໍ່ ຫຼື ປຸງແຕ່ງໄດ້ຮັບການຢັ້ງຢືນມາດຕະຖານ (ຖ້າມີ): ¨GMP ຫຼື ມາດຕະຖານອື່ນໆໃຫ້ຂຽນແຈ້ງ.....

4. ຂໍ້ມູນຂອງແຕ່ລະຫັດສັດຕູ້ພືດ ທີ່ເກີດຂື້ນໃນຂະບວນການຜະລິດ ແຕ່ປູກ ຈົນເກັບຮັກສາກ່ອນສົ່ງອອກ

ລ/ດ

ຊືື່ວິທະຍາສາດ/ຊື່ສາມັນ

ປະເພດສັດຕູພືດ*

ສ່ວນຂອງພືດທີ່ຖືກທຳລາຍ

ໄລຍະການຈະເລີນຂອງພືດທີ່ຖືກທຳລາຍ (ຕົ້ນອ່ອນ, ຂະຫຍາຍຕົວ, ໃຫ້ຜະລິດ, ຫຼັງເກັບກ່ຽວ)

ວີທີການກວດກາຕິດຕາມສະພາບສັດຕູພືດ

ມາດຕະການປ້ອງກັນ ແລະ ກຳຈັດສັດຕູພືດ

1

 

 

 

 

 

 

...

 

 

 

 

 

 

*ແມງໄມ້, ເຊື້ອຣາ, ແບກທີເຣຍ, ຂີ້ກະເດືອນຝອຍ, ຫຍ້າ ແລະ ສັດຮາວີອື່ນໆ

5. ປະຫັວດການສົ່ງອອກພືດຊະນິດດຽວກັນ ໄປປະເທດອື່ນໆ

ລ/ດ

ຊື່ປະເທດນຳເຂົ້າ

ປີສົ່ງອອກ

ປະລີມານພືດທີ່ສົ່ງອອກ

ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພຶດ

 

 

 

 

 

6. ເອກະສານຄັດຕິດ:

   -  ສັນຍາ ຊື້ຂາຍ ກັບຄູ່ການຄ້າປະເທດນຳເຂົ້າ ຫຼື ບົດບັນທືກການຮ່ວມມື ລະຫ່ວາງອົງການ (ຖ້າມີ)

   -  ຂໍ້ມູນລັກສະນະພັນ ຫຼື ໃບທະບຽນແນວພັນ, ປະຕິທິນການປູກ ສຳລັບແຕ່ລະຊຸດ

   -  ແຜນວາດເລກລະຫັດສວນປູກ(ຖ້າມີຫຼາຍແຫຼ່ງທີ່ມາ) ແລະ ແຜນວາດທີ່ຕັ້ງຂອງແຕ່ລະສວນປູກ

   -  ໃບຢັ້ງຢືນມາດຕະຖານ ການຜະລິດ ເຊັ່ນ GAP, GMP, ISO ແລະ ອື່ນໆ (ຖ້າມີ)

   -  ໃບດຳເນີນທຸລະກິດກະສີກຳ ແລະ ປ່າໄມ້ (ຖ້າມີ)

   -  ໃບທະບຽນເຕັກນິກການດຳເນີນທຸລະກິດສຸຂານາໄມພືດ (ການຮົມຢາ) (ຖ້າມີ)

ກວດກາ ແລະ ຢັ້ງຢືນໂດຍ                                                 ຊື່່ ແລະ ລາຍເຊັນ ຜູ້ສະເໜີ

ຫົວໜ້າຂະແໜງປູກຝັງ ແຂວງ .....................                      (ກາຈ້ຳບໍລິສັດ/ອົງການ)

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການວິໄຈຄວາມສ່ຽງສັດຕຸພືດ ສຳລັບພືດ ແລະ ຜະລິດຕະພັນພືດ ກ່ອນການນຳເຂົ້າໄປຍັງ ສສ ຫວຽດນາມ, ເລກທີ 0754/ກປຝ, ລົງວັນທີ 30 ເມສາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.