ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ໂຄງການໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບການຕິດຕັ້ງລະບົບແຈ້ງພາສີອັດຕະໂນມັດ ຢູ່ 12 ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ. ທ່ານ ບຸນປະເສີດ ສີກຸນລະບຸດ, ຄະນະພັກຮາກຖານກົມພາສີ, ຮອງຫົວໜ້າກົມພາສີ ທັງເປັນຫົວໜ້າທີມງານ CRMT, ໄດ້ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ (CTFP) ໄລຍະຜ່ານມາ, ການພັດທະນາລະບົບ ແລະ ແຜນການຈັດຕັ້ງປະຕິບັດໃນສົກປີ 2014-2015 ແລະ ສະພາບລວມ ການຈັດຕັ້ງປະຕິບັດໂຄງການໄລຍະ 2; ຊຶ່ງເລີ່ມແຕ່ວັນທີ 11 ກໍລະກົດ 2013 ຫາ ວັນທີ 31 ຕຸລາ 2017 ແລະ ໄດ້ມີການເຄື່ອນໄຫວດໍາເນີນງານໄປຕາມແຜນການທີ່ວາງໄວ້ ສໍາເລັດໄປຫລາຍບາດກ້າວ, ເປັນຕົ້ນສາມາດຕິດຕັ້ງ ແລະ ໄດ້ນໍາໃຊ້ບະບົບແຈ້ງພາສີ ແບບເອເລັກໂຕຼນິກ ( ລະບົບອາຊີກູດາ ) ຢູ່ດ່ານພາສີສາກົນຈໍານວນ 12 ດ່ານ ສໍາເລັດໃນຂອບເຂດທົ່ວປະເທດ, ໄດ້ມີການພັດທະນາໂມດູນຕ່າງໆ ເຊັ່ນ: ການບໍລິຫານຄວາມສ່ຽງ, ການກຳນົດມູນຄ່າແຈ້ງ ຊຶ່ງເປັນວຽກງານທີ່ສຳຄັນທີ່ສຸດ ລວມທັງການຈັດລະຫັດສິນຄ້າ. ມາຮອດປະຈຸບັນມີ 23 ດ່ານພາສີຊາຍແດນ ທີ່ນໍາໃຊ້ລະບົບແຈ້ງພາສີດັ່ງກ່າວ, ສາມາດຕອບສະໜອງໄດ້ຕາມເປົ້າໝາຍຫລັກ ທີ່ໂຄງການວາງໄວ້ ນັ້ນຄື: ເພີ່ມທະວີການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ດ້ວຍການປັບປຸງປະສິດທິພາບ, ປະສິດທິຜົນຂອງວຽກງານພາສີ ເພື່ອຫລຸດຜ່ອນຂັ້ນຕອນການແຈ້ງພາສີ ໃຫ້ກະທັດຮັດງ່າຍດາຍ, ​ຕັດຮອນຂັ້ນຕອນທີ່ຊໍ້າຊ້ອນບໍ່ຈຳເປັນ, ຫລຸດຜ່ອນຕົ້ນທຶນ,​ ເວລາໃນການນຳເຂົ້າ-ສົ່ງອອກ ສິນຄ້າເຄື່ອງຂອງຜ່ານດ່ານ ທັງຍັງເປັນການເພີ່ມທະວີຄວາມໂປ່ງໃສ ແລະ ຍົກສູງຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ພາສີໃຫ້ສູງຂຶ້ນ.

ແຕ່ຄຽງຄູ່ກັນນີ້, ບັນດານິຕິກຳທີ່ຕິດພັນກັບວຽກງານວິຊາສະເພາະ ແມ່ນໄດ້ມີການປັບປຸງ ແລະ ໄດ້ຈັດຕັ້ງປະຕິບັດເປັນຮູບປະທຳ ເພື່ອແນໃສ່ຮັບປະກັນໄດ້ປະສິດທິຜົນ ຂອງວຽກງານໃນຂະແໜງພາສີ ໃຫ້ມີການພັດທະນາກ້າວສູ່ທັນສະ     ໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສຳລັບແຜນການພັດທະນາໂຄງການໃນຕໍ່ໜ້າ, ກົມພາສີ ກະຊວງການເງິນແຫ່ງ ສປປ ລາວ ແມ່ນມີຄວາມຕັ້ງໃຈສູງໃນການຈັດຕັ້ງປະຕິບັດໂຄງການ ໃຫ້ປະສົບຜົນສຳເລັດ ຕາມວັດຖຸປະສົງ ແລະ ເປົ້ົ້າໝາຍທີ່ໄດ້ກຳນົດໄວ້ ໂດຍຈະຕ້ອງໄດ້ມີຈຸດສຸມ ດັ່ງນີ້: ປັບປຸງບັນດານິຕິກຳຕ່າງໆໃຫ້ສຳເລັດ ເປັນຕົ້ນ ປັບປຸງບົດແນະນຳ ກ່ຽວກັບລະບຽບການຄຸ້ມຄອງຜູ້ບໍລິການແຈ້ງພາສີ, ລະບຽບການຄຸ້ມຄອງເງິນຄ່າບໍລິການແຈ້ງພາສີ, ຮ່າງບົດແນະນຳການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍພາສີ,​ ປັບປຸງບົດແນະນໍາຂັ້ນຕອນການແຈ້ງພາສີແບບເອເລັກໂຕຼນິກ; ຜັນຂະຫຍາຍລະບົບ ສະມາກແທັດ ( Smart Tax ) ເພື່ອຫລຸດຜ່ອນຂັ້ນຕອນການສໍາລະເງິນ; ປັບປຸງລະບົບບໍລິຫານຄວາມສ່ຽງ ເພື່ອຫລຸດຜ່ອນການກວດກາສິນຄ້າຕົວຈິງ; ສ້າງເງື່ອນໄຂໃຫ້ສາມາດແຈ້ງຜ່ານລະບົບ ອິນເຕີເນັດ; ເລີ່ມພັດທະນາໂຄງການ ເອອີໂອ (AEO) ຫລື ໂຄງການປະຕິບັດຕາມລະບຽບການ ( Compliance Program ) ເພື່ອຈັດລະດັບຄວາມສ່ຽງຂອງບັນດາບໍລິສັດ; ເຊື່ອມຕໍ່ກັບລະບົບ National Single Window, ລະບົບອາກອນ ( Tax )​ ເພື່ອການກະກຽມຄວາມພ້ອມເຂົ້າຮ່ວມປະຊາຄົມເສດຖະກິິດອາຊຽນ (AEC ) ໃນທ້າຍປີ 2015; ສຳເລັດການກໍ່ສ້າງອາຄານ, ສະຖານທີ່ ສຳລັບຝຶກອົບຮົມ ຂອງລັດຖະກອນພາສີ; ຈັດຝຶກອົບຮົມໃຫ້ລັດຖະກອນພາສີໃໝ່ ແລະ ຝຶກອົບຮົມ ບັນດາລະບຽບນິຕິກໍາຂອງຂະແໜງພາສີ ໃຫ້ແກ່ລັດຖະກອນພາສີ ໃນນີ້ລວມທັງຜູ້ປະກອບການ ໃນຂອບເຂດທົ່ວປະເທດ; ສືບຕໍ່ດຳເນີການສຳຫລວດເວລາກວດປ່ອຍສິນຄ້າ ຄັ້ງທີ 3 ສົກປີ 2015 ແລະ ຄັ້ງທີ 4 ສົກປີ 2017 ຊຶ່ງເປັນຕົວຊີ້ວັດ ສະແດງໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດໂຄງການ (CTFP);

ເຖີງຢ່າງໃດກໍ່ຕາມ ຄຽງຄູ່ກັບບັນດາຜົນສຳເລັດ ແລະ ຜົນງານດັ່ງກ່າວນັ້ນ ກໍ່ຍັງມີຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ຊຶ່ງໃນທີ່ປະຊຸມກໍ່ໄດ້ມີການປະກອບຄຳຄິດ-ຄຳເຫັນ, ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຫລາຍບັນຫາ ເຊັ່ນ: ຂໍ້ມູນສະຖິຕິທາງດ້ານການຄ້າ; ການໂຄສະນາເຜີຍແຜ່ບັນດາ ລະບຽບການ, ຂໍ້ກຳນົດ ແລະ ກົດໝາຍຕ່າງໆ; ການເພີ່ມຂີດຄວາມສາມາດໃຫ້ບັນດາຜູ້ປະກອບການ ໃນນີ້ລວມທັງເຈົ້າໜ້າທີ່ພາສີ ທີ່ປະຕິບັດວຽກງານຕົວຈິງ; ການສ້າງບັນດານິຕິກຳຕ່າງໆ; ບັນດາໂຄງປະກອບການຈັດຕັ້ງຂອງດ່ານ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຕ້ອງມີການກໍານົດເປັນມາດຕະຖານຄັກແນ່. ຄຳເຫັນດັ່ງກ່າວ ຈະເປັນພື້ນຖານໃນການແກ້ໄຂ, ປັບປຸງໃຫ້ແທດເໜາະກັບສະພາບຕົວຈິງ ໃນຕໍ່ໜ້າ ກໍ່ຄືໄລຍະທີ 2 ຂອງໂຄງການ.

ແຫຼ່ງທີ່​ມາ: ກົມພາສີ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.