ໃນການພົບປະຄັ້ງນີ້ ທັງສອງຝ່າຍ ໄດ້ລາຍງານໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ພ້ອມທັງໄດ້ຊົມເຊີຍ ແລະ ຕີລາຄາສູງຂອງການພົວພັນລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນນັບມື້ໄດ້ຮັບການຂະຫຍາຍຕົວຕໍ່ເນື່ອງເປັນຕົ້ນແມ່ນພາກເໜືອຂອງລາວ ແລະ ແຂວງຢູນນານ. ຜ່ານມາເຫັນໄດ້ໃນມູນຄ່າການຄ້າ ລາວ-ຈີນ ໄດ້ມີຈັງຫວະການຂະຫຍາຍຕົວເພີ່ມຂື້ນ ແລະ ຕໍ່ເນື່ອງ.

ໃນປີ 2014 ມູນຄ່າການຄ້າລາວ-ຈີນບັນລຸໄດ້ປະມານ 3,61 ຕື້ໂດລາສະຫະລັດ ເພີ່ມຂື້ນ 31,87%  ເມື່ອທຽບໃສ່ປີ 2013; ໃນນັ້ນລາວ ສົ່ງອອກສິນຄ້າໄປຈີນເພີ່ມຂື້ນ 73,56% ແລະ ນຳເຂົ້າ 1,84 ຕື້ໂດຣາ ສະຫະລັດ ເພີ່ມຂື້ນ 7,13% ເມື່ອທຽບໃສ່ປີ 2013.

ການສົ່ງອອກສິນຄ້າ ລາວ ໄປສູ່ ສປ ຈີນ ເປັນອັນດັບທີ 1 ເຊິ່ງກວມເອົາ 46,1% ຂອງສິນຄ້າທັງໝົດທີ່ ສປປ ລາວສົ່ງອອກຕ່າງປະເທດ, ພ້ອມກັນນັ້ນ ຝ່າຍລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ກັບ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫຼືອໃນການເຂົ້າຮ່ວມງານວາງສະແດງສິນຄ້າຂອງລາວ ແລະ ການຊ່ວຍເຫຼືອຝຶກອົບຮົມດ້ານວິຊາການຕ່າງໆ, ນອກນັ້ນ ທັງສອງຝ່າຍກໍ່ໄດ້ແລກປ່ຽນຄຳເຫັນກັນຢ່າງກວ້າງຂວາງ ແລະ ປຶກສາຫາລືຕໍ່ກັບບັນຫາທີ່ກ່ຽວຂ້ອງກັບການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຈີນໃນຕໍ່ໜ້າ.

ແຫຼ່ງທີ່​ມາ: ໜັງສື​ພິມ​ເສດຖະກິດ​ການ​ຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.