ທ່ານ ວຽງສະຫວັນ ສີ​ພັນ​ດອນ, ຫົວໜ້າກົມ​ຂົນ​ສົ່ງ ກ່າວ​ໃນ​ກອງ​ປະຊຸມ​ເຜີຍ​ແຜ່​ການ​ສຶກສາກ່ຽວກັບ​ການ​ຂົນສົ່ງ ​ແລະ ​ໂລ​ຈິສຕິກ ທີ່​ມີ​ຜົນ​ກະທົບຈາກ​ການ​ເຂົ້າ​ເອອີ​ຊີ​ຂອງ ສປປ ລາວ ວ່າ: ກ່ອນໜ້ານີ້ ອົງການ​ໄຈ​ກາ ​ໄດ້​ສຶກສາ ​ແລະ ສ້າງ​ແຜນ​ແມ່​ບົດ​ລະບົບ​ໂລ​ຈິ​ສຕິກ​ຂອງ​ລາວ ​ເຫັນ​ວ່າຈາກ​ການ​ເຊື່ອມ​ໂຍງ​ພາກພື້ນຈະ​ມີ​ບໍລິ​ມາດ​ການ​ຂົນ​ສົ່ງ​ເພີ່​ມຂື້ນຢ່າງຫຼວງຫຼາຍ, ມີ​ທັງ​ສິນຄ້າ​ນຳ​ເຂົ້າ-ສົ່ງ​ອອກ ​ແລະ ສິນຄ້າ​ຜ່ານ​ແດນ ​ເຊິ່ງຈະ​​ເປັນໂອກາດດີ​ໃຫ້​ແກ່​ຜູ້​ປະກອບ​ການ​ດ້ານ​ການ​ຂົນ​ສົ່ງ ​ແລະ ​ໂລ​ຈິສຕິກ​ຂອງ​ພວກ​ເຮົາ. ການ​ທີ່​ຈະ​ສ້າງ​ໃຫ້ ສປປ ລາວ ກາຍ​ເປັນ​ປະ​ເທດ​ບໍ​ລິ​ການ​ທາງ​ຜ່ານ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ນັ້ນ, ພາກສ່ວນ​ທຸລະ​ກິດ​ກໍ່ຕ້ອງ​ມີຄວາ​ມ​ເຂັ້ມ​ແຂງ​ເພື່ອ​ແຂ່ງຂັນ ​ແລະ ຍາດ​ເອົາ​ຜົນ​ປະ​ໂຫຍ​ດຈາກ​ການ​ເຄື່ອນ​ຍ້າຍ​ສິນຄ້າ, ການ​ບໍລິການ​, ການ​ລົງທຶນ, ການ​ເງິນ ​ແລະ ​ແຮງ​ງານ​ແບບ​ເສລີ​ຈາກ​ການ​ທີ່​ເຂົ້າຮ່ວມຕະຫຼາດ ​ແລະ ຖານ​ຜະລິດ​ດຽວກັນ.

ທ່ານ ​ຮັດມຸດ ຢັນ​ນຸສ ຫົວໜ້າ​ໂຄງການ​​ແຜນການ​ເຊື່ອມ​ໂຍງ​ເສດຖະກິດ​ອາຊຽນຂອງ ສປປ ລາວ ​ເພື່ອ​ພັດທະນາ​ທຸລະ​ກິດ ​ແລະ ການ​ຄ້າ ກ່າວ​ວ່າ​: ການ​ຂົນ​ສົ່ງ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ການ​​ເຂົ້າ​ເອອີ​ຊີຂອງ​ລາວ, ​ແຕ່​ລະບົບ​ການ​ຂົນ​ສົ່ງ ​ແລະ ​ໂລ​ຈິ​ສຕິກ ຂອງລາວ ຍັງ​ບໍ່ມີ​ຄວາມ​ເຂັ້ມ​ແຂງ​ພໍ​ໃນ​ການ​ຮອງ​ຮັບ​ລົດ​ບັນທຸກ​ສິນຄ້າ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ເຂົ້າມາລາ​ວ​ແລ້ວ​ໄປ​ປະ​ເທດ​ທີ່​ສາມ ​ເປັນຕົ້ນ​ແມ່ນ​ບັນດາ​ເສັ້ນທາງ​ສາຍຫຼັກທີ່​ເຊື່ອມຈອດກັບປະ​ເທດ​ເພື່ອນບ້ານ.

ດ້ານ ທ່ານ ພໍລ ​​ແອັ້ບທ໋ອບ ທີ່​ປຶກສາ​ດ້ານ​ການ​ຂົນ​ສົ່ງ​ໃນ​ພາກພື້ນ​ແມ່ນ້ຳຂອງ​ໄດ້​ສະຫຼຸບ​ໂດຍ​ຫຍໍ້​ຜົນ​ຂອງ​ການ​ສຶກສາກ່ຽວກັບ​ການ​ຂົນ​ສົ່ງ ​ແລະ ​ໂລ​ຈິສຕິກ ທີ່​ມີ​ຜົນ​ກະທົບ​ຈາກ​ການ​ເຂົ້າ​ເອອີ​ຊີ​ຂອງ ສປປ ລາວ ວ່າ​: ການ​ຂົນ​ສົ່ງ​ສິນຄ້າ​ພາຍ​ໃນ​ປະ​ເທດ​ແມ່ນ​ມີຫຼາຍ, ​ແຕ່​ບໍລິສັດ​ຂົນ​ສົ່ງ​ສິນຄ້າ​ຜ່າ​ນ​ແດນ​ສ່ວນຫຼາຍຍັງ​ເປັນ​ຂອງ​ຕ່າງປະ​ເທດ​ທີ່​ມາ​ລົງທຶນ ຫຼື ​ເປີດ​ສາຂາ​ບໍລິການ​ຂົນ​ສົ່ງຈຳພວກ​ແຮ່​ທາດ, ສິນຄ້າ​ສຳ​ເລັດ​ຮູບ, ​ໄມ້ ​ແລະ ອື່ນໆ.​ ສິ່ງ​ດັ່ງກ່າ​ວບໍ່​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ລັດຖະບານ​ພໍ​ເທົ່າ​ໃດ ຊ້ຳບໍ່ໜຳຜູ້​ປະກອບ​ການ​ລາວ​ຍັງ​ເສຍ​ໂອກາດ​ໃນ​ການ​ສົ່ງ​ສິນຄ້າ​ຜ່ານ​ແດນ​ລະຫວ່າງ​ປະ​ເທດ​ອີກ​ດ້ວຍ.

ສະນັ້ນ, ຜົນ​ຂອງ​ການ​ສຶກສາຄົ້ນຄວ້າ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ບໍລິສັດ​ຂົນ​ສົ່ງ​ທີ່​ມີ​ຢູ່​ໃນ​ລາວ​ຍັງ​ຂາດ​ແຄນບຸກຄະລາ​ກອນ​ທີ່​ເປັນ​ມື​ອາຊີບ​ເປັນຕົ້ນ​ແມ່ນ: ຊ່າງ​ສ້ອມ​ແປງ, ນັກ​ຂັບຂີ່, ການ​ບໍລິການ ​ແລະ ອື່ນໆ. ຖ້າ​ທຽບ​ໃສ່​ກຸ່ມ​ການຂົນ​ສົ່ງ​ໃນ​ປະ​ເທດ​ອາຊຽນຖື​ວ່າ​ຢູ່​ໃນ​ເກນ​ທີ່​ຕໍ່າ. ສະນັ້ນ, ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍດທີ່​ໄດ້​ຈາກ​ການ​ເຂົ້າ​ເອອີ​ຊີ ​ເຊີ່ງຕ້ອງ​ມີ​ການ​ຝຶກ​ອົບຮົມ​ໃຫ້​ພະນັກງານ​ເຫຼົ່ານັ້ນ ລວມທັງ​ບໍ​ລິ​ສັດ​ຂົນ​ສົ່ງ​ໃຫ້​ສາມາດ​ຂົນ​ສົ່ງ​ສິນຄ້າ​ໄປ​ຕ່າງປະ​ເທດ​ໄດ້ ​ເປັນຕົ້ນ​ແມ່ນ: ​ໄທ, ສສ ຫວຽດນາມ, ສປ ຈີນ ຫຼື ປະ​ເທດ​ອື່ນໆ, ​ແຕ່​ຫາກ​ບໍລິສັດ​ຈ້າ​ງພະນັກງານ​ຂອງ​ຕ່າງປະ​ເທດ​ກໍ່ຈະ​ເສຍ​ຄ່າ​ແຮງ​ງານ​ສູງ​​ເຖິງ 3 ​ເທົ່າ ຂອງ​ບຸກຄະລາ​ກອນ​ທີ່​ເປັນ​ຄົນ​ລາວ ຫຼື ຖ້າ​ຫາກ​ເຮັດ ​ແນ​ວນີ້ກໍ່ຈະ​ເຮັດ​ໃຫ້​ພາກ​ການ​ຂົນ​ສົ່ງ​ຂອງ​ຄົນ​ລາວ​ເປັນ​ລັກສະນະ​ທີ່​ບໍ່ຍືນ​ຍົງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ທ່ານຫົວໜ້າກົມກ່າວຕື່ມ​ອີກວ່າ ເພື່ອຮັບມືກັບບັນຫາດັ່ງກ່າວ, ກົມຂົນສົ່ງໄດ້ປັບປຸງ ແລະ ອອກກົດໝາຍຫຼາຍສະບັບເພື່ອໃຫ້ສອດຄ່ອງກັບກອບອາຊຽນ ເປັນຕົ້ນແມ່ນ: ສຳເລັດອອກກົດໝາຍຂົນສົ່ງທາງບົກ ແລະ ກົດໝາຍຈະລາຈອນທາງບົກ. ໄລຍະຜ່ານມາໄດ້ຖອດຖອນບົດຮຽນຫຼາຍສົມຄວນ, ແຕ່ຍັງແບກຫາບງົບປະມານຈຳນວນມະຫາສານເພື່ອບູລະນະບັນດາໂຄງລ່າງຄົມມະນາຄົມ-ຂົນສົ່ງ ເຊີ່ງຖ້າທຽບໃສ່ກັບຜົນປະໂຫຍດທີ່ໄດ້ຮັບແມ່ນບໍ່ກຸ້ມຄ່າ.

ແຫຼ່ງທີ່ມາ: ໜັງສືພິມເສດຖະກິດການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.