ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນ​ເພື່ອກວດຄືນຜົນການປະເມີນບັນດາມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ຂອງບັນດາຂະແໜງການກ່ຽວຂ້ອງຢູ່ຂັ້ນສູນກາງ ໃນປີ 2013 ​ເພື່ອໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບກັບບັນດາແຂວງຜູ້ຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ ກ່ອນທີ່ຈະມີການສະຫຼຸບຜົນສຸດທ້າຍ ຢູ່ນະຄອນຫຼວງວຽງຈັນ ແລະ ສະເໜີຕໍ່ລັດຖະບານ ເພື່ອຮັບຮອງເອົາຢ່າງເປັນທາງການ. ​ກອງ​ປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງຂອງການປະເມີນຄວາມຕ້ອງການ ແລະ ບູລິມະສິດ ກ່ຽວກັບ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ຢູ່ຂັ້ນທ້ອງຖິ່ນ ເຊິ່ງໄດ້ສືບຕໍ່​ມາຈາກກອງປະຊຸມສຳລັບຂະແໜງການກ່ຽວຂ້ອງຈາກບັນດາແຂວງທາງພາກ​ກາງ​ ​ແລະ ພາກ​ໃຕ້ ​ທີ່​ໄດ້​ຈັດ​ຢູ່​ແຂວງ​ສະ​ຫວັນນະ​ເຂດ​ໃນ​ວັນ​ທີ 27-29 ​ເມສາ 2015.

ຜົນ​ຂອງ​ກ​ອງປະຊຸມ ໄດ້ຊີ້ໃຫ້​ເຫັນ​ຄວາມສຳຄັນຂອງກົນໄກການປະສານງານ ແລະ ຄວາມຮັບຮູ້ຂອງພະນັກງານປະຈຳດ່ານ ເພື່ອຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ມີປະສິດທິຜົນ. ປັດຈຸບັນ, ການ​ປະສານ​ງານ​ລະຫວ່າງບັນດາຂະແໜງການກ່ຽວຂ້ອງປະຈຳຢູ່ດ່ານສາກົນຍັງບໍ່​ເປັນ​ລະບົບ​ທີ່​ຈະ​ແຈ້ງ; ​​ແລະ ພະນັກງານສ່ວນ​ໃຫຍ່​ແມ່ນ ຍັງຂາດຄວາມຮູ້ກ່ຽວກັບວຽກງານ​ອຳນວຍ​ຄວາມ​ສະດວກທາງດ້ານການຄ້າ ເປັນຕົ້ນແມ່ນ ລະບົບການບໍລິຫານຄວາມສ່ຽງ ແລະ ລະບົບການແຈ້ງເອກະສານນຳເຂົ້າ-ສົ່ງອອກທາງອີເລັກໂທຣນິກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.