ສະຖານທູດ ແຫ່ງ ສ. ອາກຊັງ​ຕິນ ໄດ້ແຈ້ງໃຫ້ຊາບວ່າ ຈະນຳໃຊ້ ສະ​ແຕມຮັບປະກັນ​ໃນການຢັ້ງຢືນສຸຂະອະນາໄມສິນຄ້າປະເພດສັດເພື່ອສົ່ງອອກ​ແບບ​ໃໝ່ຈາກ ສ. ອາກຊັງ​ຕິນ. ອົງການການບໍລິການແຫ່ງຊາດ ສຳລັບສຸຂະພາບ ແລະ ຄຸນນະພາບ ອາຫານກະສິກຳ ຂອງປະເທດອາກຊັງຕິນ (SENASA) ​ເຊິ່ງສະແຕມດັ່ງກ່າວ ຈະໄດ້ນໍາໃຊ້ ​ເລີ່ມຈາກໝາຍເລກ 180002.

​ສະ​ແຕມມີ​ຂະໜາດ 2x2.5 ຊັງ​ຕີ​ແມັດ, ​ເປັນ​ກາສາ​ມມິ​ຕິ ມີ​ໂລ​ໂກ້​ຂຽນວ່າ “SENASA”  ຢູ່​ທາງໜ້າ ​ແລະ ທາງຫຼັງ ​ເປັນ​ມຸມ​ສະຫຼຽງ ​ເຊິ່ງຈະ​ປາກົດ​ຢ່າງໜ້ອຍສາມ​ສີ​ເມື່ອ​ອຽງສະ​ແຕມດັ່ງ​ກ່າວ. ​ສະ​ແຕມ​ແຕ່​ລະ​ດວງ​ຈະ​ມີ​ຕົວ​ເລກ​ເພື່ອ​ການກວດ​ສອບ ​ແລະ ມີ​ຄໍາ​ວ່າ “REPUBLICA ARGENTINA” ຢູ່​ນຳ. ສະ​ແຕ​ມນີ້ ຕິດ​ແໜ້ນດ້ວຍ ກາວຕິດ​ຖາວອນ HKB ​ໂດຍ​ການ​ນຳ​ໃຊ້ ລະບົບ​ການ​ຕອກສະ​ແຕມ (ການປ້ອງ​ກັນ​ການ​​ປອມ​ແປງ).

ນອກຈາກ​ນີ້ ​​ໃນຕົວຢ່າງສະ​ແຕມ​ໃນ​ເອກະສານຕິດ​ຄັດ ຢູ່​ເບື້ອງຂວາ, ​ເລກທີ. 159001 ສະ​ແດງ​ໃຫ້​ເຫັນ​ຮູບ​ຮ່າງ​ສະ​ແຕມປະຈຸ​ບັນ​ເຊິ່ງຖືກ​ປ່ຽນ​ແທນ​ດ້ວຍສະ​ແຕມ​ເລກທີ 180000. ສ່ວນ​ສະ​ແຕມ​ຢູ່​ເບື້ອງຂວາ​ເລກທີ 180001 ​ສະ​ແດງ​ໃຫ້​ເຫັນ​​ເຖິງ​ສະ​ແຕມຮູບ​ແບບ​ໃໝ່​ເຊິ່ງຈະ​​ມີ​ຜົນ​ບັງຄັບ​ໃຊ້ນັບ​ແຕ່​ເລກທີ 180001.

 

ກົດທີ່ນີ້ ເພື່ອເບິ່ງໜັງສືແຈ້ງເປັນທາງການ ຂອງ ສະຖານທູດ ແຫ່ງ ສ. ອາກຊັງ​ຕິນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.