ເພື່ອຫຼຸດຜ່ອນຄວາມຊໍ້າຊ້ອນ ໃນການກວດກາເອກະສານປະກອບ ສໍາລັບການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບທີ່ຊື້ຢູ່ງານວາງສະແດງສິນຄ້າ ​ແລະ ​ແນໃສ່ອຳນວຍຄວາມສະດວກ ແກ່ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ. ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງຕ່າງໆ ທີ່ຈັດຂຶ້ນ ຢູ່ ສປປ ລາວ ໂດຍໄດ້ຮັບອະນຸຍາດຈັດງານວາງສະແດງ ຖືກຕ້ອງຕາມລະບຽບກົດໝາຍ ​ແມ່ນ​ຈະ​ໄດ້ປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນ ຕາມ ຄຳ​ແນະນຳ​ຂອງ​ລັດຖະມົນ​ຕີວ່າການ​ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ ເລກທີ 1027/ອຄ.ກຂອ, ລົງວັນທີ 25 ພຶດສະພາ 2015 .

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.