ຂໍ້ຕົກລົງ ວ່າດ້ວຍ ການເຄື່ອນຍ້າຍສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ,  ເລກທີ 1238/ອຄ.ກຂອ ໄດ້ກຳນົດລາຍລະອຽດກ່ຽວກັບເງື່ອນໄຂຂອງການເຄື່ອນຍ້າຍສິນຄ້າຜ່ານແດນ, ຜູ້ດໍາເນີນການເຄື່ອນຍ້າຍສິນຄ້າ, ການປະກອບເອກະສານ ແລະ ຂັ້ນຕອນຂອງການຍື່ນຄຳຮ້ອງ ແລະ ພິຈາລະນາເອກະສານຂອງເຈົ້າໜ້າທີ່ອອກອະນຸຍາດ. ໂດຍໄດ້ກຳນົດໃຫ້ມີເອກະສານເພື່ອຂໍອະນຸຍາດປະກອບຄື:

1.     ໃບຄຳ​ຮ້ອງຂໍອະນຸຍາດ​​ເຄື່ອນ​ຍ້າຍສິນຄ້າຄຸ້ມ​ຄອງຜ່ານແດນ;
2.    ສັນຍາຊື້-ຂາຍສິນຄ້າ ລະຫວ່າງ​ ຜູ່ຂາຍສິນຄ້າຢູ່ປະເທດຕົ້ນທາງ ແລະ ຜູ່​ຊື້ສິນຄ້າຢູ່ປະເທດປາຍທາງ;
3.    ໃບທະບຽນວິສາຫະກິດ ຂອງຜູ່ດຳເນີນການເຄື່ອນ​ຍ້າຍສິນຄ້າຄຸ້ມ​ຄອງຜ່ານແດນ;
4.    ໃບຢັ້ງຢືນການມອບພັນທະອາກອນປະຈຳປີ ຫຼື ​ເອກະສານ​ອື່ນ​ທີ່ຢັ້ງຢືນ​ການ​ມອບ​ພັນທະ​ອາກອນປະຈຳ​ປີ;
5.    ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (ເຊັນໂດຍຜູ່ຂາຍ);
6.    ໃບມອບສິດຈາກເຈົ້າຂອງສິນຄ້າໃຫ້ຜູ່ປະກອບການຂົນສົ່ງສິນຄ້າຄຸ້ມ​ຄອງຜ່ານແດນ;
7.    ສັນຍາ ກ່ຽວກັບການຄໍ້າປະກັນການຂົນສົ່ງສິນຄ້າຜ່ານແດນສາກົນ ກັບ ກົມພາສີ, ກະຊວງ​ການ​ເງິນ.

ນອກຈາກນີ້, ພາຍໃນຂໍ້ຕົກລົງກໍໄດ້ກຳນົດລະອຽດວັນເວລາໃນການພິຈາລະນາຄໍາຮ້ອງ ແລະ ອາຍຸການນໍາໃຊ້ຂອງໃບອະນຸຍາດເຄື່ອນຍ້າຍສິນຄ້າຜ່ານແດນໂດຍໄດ້ກຳນົດໃຫ້ 6 ເດືອນ ແລະ ສາມາດຕໍ່ໄດ້ອີກ 3 ເດືອນ ກ່ອນໃບອະນຸຍາດໝົດອາຍຸ, ເຊິ່ງລວມທັງໝົດບໍ່ໃຫ້ເກີນ 9 ເດືອນ.

ຂໍ້ຕົກລົງສະບັບດັ່ງກ່າວນີ້ ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ 15 ວັນ ແຕ່ວັນທີ 2 ກໍລະກົດ 2015, ແລະ ຈະມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດ 2015 ເປັນຕົ້ນໄປ.

# ຫົວຂໍ້ ດາວໂຫຼດ
1 MoIC issued Decision on Transit of Controlled Goods through Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.