ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 1328/ອຄ.ທຄວ
ນະຄອນຫລວງວຽງຈັນ,ວັນທີ 13 ກໍລະກົດ 2015

ແຈ້ງການ

ເຖິງ -   ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ
      -   ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທດສະບານ
      -  ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ

ເລື່ອງ:  ບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປັບປຸງ/ຄໍ 02-2015)

  • ອີງໃສ່ມາດຕາ 13 ຂອງຂໍ້ຕົກລົງ, ເລກທີ 1005/ອຄ.ຄພນ,ລົງວັນທີ 22 ພຶດສະພາ 2015, ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ;
  • ອີງຕາມຂໍ້ 1 ( ດ້ານເນື້ອໃນເອກະສານ)ຕາມໜັງສືແຈ້ງການຂອງກົມການຄ້າພາຍໃນ, ສະບັບເລກທີ 0515/ຄພນ.ຄຕສ, ລົງວັນທີ 17 ມິຖຸນາ 2015;
  • ອີງຕາມໜັງສືສະເໜີ ຂອງຫ້ອງວ່າການທະນາຄານແຫ່ງ ສປປ ລາວ, ສະບັບເລກທີ 685/ຫກ, ລົງວັນທີ 16/10/2013 ກ່ຽວກັບການເພີ່ມທຸລະກິດໂຮງຊວດຈຳ ເຂົ້າໃນບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ.

ເພື່ອຮັກສາ ບາງປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ສຳລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດສ້າງວຽກງານທຳ ສ້າງລາຍໄດ້ໃຫ້ມີຄວາມໝັນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ (ບົນພື້ນຖານ ການຄົ້ນຄ້ວາ ສະເໜີຂອງບັນດາຂະແໜງການທີ່ກ່ຽວຂ້ອງ), ແຈ້ງກ່ຽວກັບການປັບປຸງ ບາງລາຍການປະເພດທຸກິດ ໃນ (ບັນຊີ ຄໍ 01-2013) ມາເປັນ (ບັນຊີ ຄໍ 2-2015) ມາຍັງພາກສ່ວນທີ່ກ່ຽວຂ້ອງ ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

1.   ປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ ແມ່ນປະເພດທຸລະກິດ ທີ່ເປັນມູນເຊື່ອອັນຍາວນານຂອງປະຊາຊົນບັນດາເຜົ່າ, ປະເພດທຸລກິດທີ່ບໍ່ຈຳເປັນຕ້ອງໃຊ້ຄວາມຮູ້ສູງ ຫລື ທຶນຮອນຫຼາຍໃນການປະກອບທຸລະກິດ ຫລື ທຸລະກິດບາງປະການ ທີ່ລັດປະສົງຢາກສະຫງວນໄວ້ສຳລັບພົນລະເມືອງລາວ ເພື່ອຮັກສາໄວ້ ຊຶ່ງທຸລະກິດທີ່ມີຄວາມສຳຄັນຈຳເປັນ ຫລື ທຸລະກິດທີ່ເປັນເອກະລັກຂອງຊາດ ໃຫ້ຢູ່ຄູ່ຄົນລາວ ສ້າງວຽກເຮັດງານທຳ ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພົນລະເມືອງລາວ ໝາຍເຖິງບຸກຄົນ ຕາມທີ່ໄດ້ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສັນຊາດ;

2.  ບັນຊີປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ (ສະບັບປັບປຸງ /ຄໍ 02-2015(ຄັດຕິດມາພ້ອມນີ້);

3.  ການອະນຸຍາດ ຫລື ຂຶ້ນທະບຽນວິສາຫະກິດ ໃຫ້ບຸກຄົນ ຫລື ນິຕິບຸກຄົນທີ່ບໍ່ຖືກຕ້ອງ ຕາມແຈ້ງການ ສະບັບນີ້ ລ້ວນແຕ່ເປັນໂມຄະ. ຜູ່ລະເມີດ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ;

4.  ພາກສ່ວນ ຫລື ຂະແໜງການກ່ຽວຂ້ອງ ຕ້ອງມີນິຕິກຳ ດັດສົມລະອຽດ ຈະແຈ້ງ ຕໍ່ທຸກລາຍການປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ ເພື່ອຄວາມສະດວກໃນການຈັດຕັ້ງປະຕິບັດ;

5.  ໃນໄລຍະຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຫາກພາກສ່ວນ ຫລື ຂະແໜງການໃດ ເຫັນວ່າມີອັນຍັງບໍ່ທັນສອດຄ່ອງ ຢາກເພີ່ມເຂົ້າ ຫລື ຕັດອອກຈາກບັນຊີດັ່ງກ່າວ ໃຫ້ແຈ້ງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປັບປຸງ ປະກາດໃຊ້ເພີ່ມເຕີມຕໍ່ໄປ;

6.  ແຈ້ງການສະບັບນີ້, ປ່ຽນແທນແຈ້ງການ, ສະບັບເລກທີ 1590/ອຄ.ທຄວ, ລົງວັນທີ 26 ສິງຫາ 2013 ກ່ຽວກັບບັນຊີປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ


ບັນຊີ ຄໍ 02-2015

ບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປັບປຸງ)

ຂະແໜງການ

ເລກລະຫັດ

ISIC

ປະເພດທຸລະກິດ

ພາກສ່ວນ
ຮັບຜິດຊອບ

 
 

ກະສິກຳ, ປ່າໄມ້ ແລະ ການປະມົງ

 

 

0230

ການເກັບເຄື່ອງປ່າຂອງດົງ ຫຼື ພືດຜົນຈາກປ່າໄມ້ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ)

ກຊ ກກປ, ກຊ ຊສ ແລະ ກຊ ສທ

 

ອຸດສາຫະກຳປຸງແຕ່ງ

 

 

1312

ການຕ່ຳແຜ່ນແພ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະການຕ່ຳຫູກລວມທັງການອອກແບບ, ການເກັບ, ການຈົກລວດລາຍ ແລະ ການມັດໜີ່ແບບພື້ນເມືອງລາວ)

ກຊ ອຄ

 

 

1321

ການຖັກ ແລະ ແສ່ວຜ້າແພ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະການຖັກແສ່ວຜ້າໄໝລາວທີ່ມີລວດລາວສິນລະປະບູຮານຂອງ ຊົນເຜົ່າຕ່າງໆທີ່ເປັນເອກະລັກ)

ກຊ ອຄ
ແລະ ກຊ ຖວທ

 

 

1629

ການຜະລິດ ຜະລິດຕະພັນອື່ນຈາກໄມ້, ການຜະລິດເຄື່ອງໃຊ້ຈາກຫວາຍ, ເຟືອງ ແລະ ວັດຖຸຈັກສານ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະໂຮງງານປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ແລະ ການເຮັດທຸລະກິດສະເພາະກ່ຽວກັບການແກະສະຫຼັກໄມ້ ແລະ ການຈັກສານອື່ນໆ ທີ່ມີລວດລາຍສິນລະປະ ບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)

ກຊ ອຄ ແລະ
ກຊ ຖວທ

 

 

1812

ການເຄື່ອນໄຫວບໍລິການກ່ຽວກັບການພິມ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະ ວຽກງານພາບພິມ)

ກຊ ຖວທ

 

 

2393

ການຜະລິດຕະພັນເຄື່ອງປັ້ນດິນເຜົາ ແລະ ຖ້ວຍຊາມທີ່ເປັນກະເບື້ອງອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນເຮັດທຸລະກິດສະເພາະກ່ຽວກັບ ການຜະລິດເຄື່ອງປັ້ນດິນເຜົາແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍ ສິນລະປະບູຮານ ຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)

ກຊ ຖວທ
ແລະ ກຊ ອຄ

 

 

3211

ການຜະລິດເຄື່ອງເອ້ປະດັບ ແລະ ຊິ້ນສ່ວນປະກອບເຄື່ອງເອ້ປະດັບ (ສຳລັບ ISIC ນີ້ແມ່ນສະຫງວນເຮັດທຸລະກິດສະເພາະກ່ຽວກັບ ການຜະລິດເຄື່ອງປັ້ນດິນເຜົາແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍ ສິນລະປະບູຮານ ຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)

ກຊ ຖວທ
ແລະ ກຊ ອຄ

 

 

3212

ການຜະລິດເຄື່ອງເອ້ທຽມ ແລະ ສິ້ນສ່ວນປະກອບ (ສຳລັບ ISIC ນີ້ແມ່ນສະຫງວນເຮັດທຸລະກິດສະເພາະ ກ່ຽວກັບການຜະລິດແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍ ສິນລະປະບູຮານ ຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)

ກຊ ຖວທ
ແລະ ກຊ ອຄ

 

ການສະໜອງໄຟຟ້າ, ອາຍແກັສ, ອາຍຮ້ອນ ແລະ ອາກາດປັບແຕ່ງ

 

 

3510

ການຜະລິດ, ຖ່າຍກຳລັງ ແລະ ແຈກຈ່າຍກະແສໄຟຟ້າ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະ ການດຳເນີນທຸລະກິດໂຄງການໄຟຟ້ານ້ຳຕົກ ໃນ ສປປ ລາວ ທີ່ມີກຳລັງຕິດຕັ້ງ 15 ເມກາວັດ ລົງມາໃນຮູບບໍ່ມີການສຳປະທານໂຄງການ)

ກຊ ພບ

 

ການກໍ່ສ້າງ

 

 

4321

ການຕິດຕັ້ງໄຟຟ້າ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະ ການບໍລິການຕິດຕັ້ງລະບົບໄຟຟ້າພາຍໃນອາຄານ)

ກຊ ພບ

 

 

4322

ການຕິດຕັ້ງທໍ່ສົ່ງນ້ຳ, ຕິດຕັ້ງເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະ ກ່ຽວກັບການວາງທໍ່ນ້ຳປະປາໃນຕົວເມືອງ, ການຕິດຕັ້ງລະບົບນ້ຳປະປາ ແລະ ຕິດຕັ້ງລະບົບປັບອາກາດໃນອາຄານ).

ກຊ ຍທຂ

 

ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ

 

 

4690

ການຄ້າຂາຍຍົກທີ່ບໍ່ເປັນອັນສະເພາະ (ໝາຍເຖິງທຸລະກິດການຄ້າຂາຍຍົກ ທີ່ໃຊ້ທຶນຈົດທະບຽນຕ່ຳກວ່າ 4 ຕື້ກີບລົງມາ)

ກຊ ອຄ

 

 

4719

ຂາຍຍ່ອຍອື່ນໆຕາມຮ້ານຄ້າທົ່ວໄປ (ໝາຍເຖິງທຸລະກິດການຄ້າຂາຍຍ່ອຍທີ່ໃຊ້ທຶນຈົດທະບຽນຕ່ຳກວ່າ 4 ຕື້ກີບລົງມາ)

ກຊ ອຄ

 

ການຂົນສົ່ງ ແລະ ສາງສິນຄ້າ

 

 

4921

ຂົນສົ່ງໂດຍສານທາງບົກພາຍໃນຕົວເມືອງ ຫຼື ແຖບຊານເມືອງ

ກຊ ຍທຂ

 

 

4922

ການຂົນສົ່ງໂດຍສານທາງບົກອື່ນໆ (ຍົກເວັ້ນທຸລະກິດການບໍລິການລົດແອທັກຊີມິເຕີ)

ກຊ ຍທຂ

 

 

5221

ການເຄື່ອນໄຫວບໍລິການປະຈຳວັນໃຫ້ການຂົນສົ່ງທາງບົກ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະກິດຈະການກ່ຽວກັບສະຖານີລົດຂົນສົ່ງໂດຍສານ)

ກຊ ຍທຂ

 

ການເຄື່ອນໄຫວ ດ້ານທີ່ພັກເຊົາ ແລະ ບໍລິການອາຫານ

 

 

5510

ການເຄື່ອນໄຫວໃຫ້ທີ່ພັກເຊົາໄລຍະສັ້ນ ((ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດເຮືອນພັກ, ຣີສອດ, ໂຮງແຮມ ລະດັບສາມດາວລົງມາ)

ກຊ ຖວທ

 

ດ້ານຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ

 

 

5813

ການພິມ ຂ່າວສານໜັງສືພິມ, ບົດຄວາມ ແລະ ວາລະສານ

ກຊ ຖວທ

 

 

5819

ການເຄື່ອນໄຫວດ້ານການພິມອື່ນໆ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດການສ້າງຕັ້ງສຳນັກພິມຕ່າງໆ)

ກຊ ຖວທ

 

 

5920

ການເຄື່ອນໄຫວຈັດພິມບົດເພັງ ແລະ ບັນທຶກສຽງ

ກຊ ຖວທ

 

 

6010

ການອອກອາກາດທາງວິທະຍຸ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດ ການສ້າງຕັ້ງສະຖານີວິທະຍຸຢູ່ຊຸມຊົນ)

ກຊ ຖວທ

 

 

6021

ການອອກອາກາດທາງໂທລະພາບ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດການສ້າງຕັ້ງສະຖານີໂທລະພາບຢູ່ຊຸມຊົນ)

ກຊ ຖວທ

 

ການເຄື່ອນໄຫວດ້ານການເງິນ ແລະ ກາປະກັນໄພ

 

 

6430

ຄັງເງິນ, ກອງທຶນ ແລະ ກົງຈັກການເງິນອື່ນໆ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະສ້າງຕັ້ງຄັງເງິນ, ການສ້າງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ, ສ້າງຕັ້ງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ)

ທຫລ

 

 

6492

ການໃຫ້ສິນເຊື່ອກູ້ຢືມອື່ນໆ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດໂຮງຊວດຈຳ)

ທຫລ

 

ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ

 

 

7110

ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ແລະ ວິສາວະກຳ ແລະ ການໃຫ້ຄຳປຶກສາດ້ານເຕັກນິກທີ່ກ່ຽວຂ້ອງ (ສຳລັບ ISIC ນີ້ແມ່ນ ສະຫງວນການເຮັດທຸລະກິດສະເພາະ ກ່ຽວກັບກິດຈະການ ໃຫ້ຄຳປຶກສາດ້ານການສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຕິດຕັ້ງດ້ານສະຖາປັດຕະຍະກຳ, ວິສາວະກຳລາວ ທີ່ຕິດພັນທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ແລະ ການອອກແບບ, ກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍຟໄຟ້າແຮງດັນກາງ ແຕ່ 22kv-35kv ແລະ 0.4kv)

ກຊ ຖວທ
ແລະ ກຊ ພບ

 

 

7490

ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ ອື່ນໆ ທີ່ບໍ່ທັນຈັດເຂົ້າບ່ອນໃດ (ສຳລັບ ISIC ນີ້ແມ່ນ ສະຫງວນເຮັດທຸລະກິດສະເພາະ ກ່ຽວກັບກິດຈະການແປພາສາລາວ)

ກຊ ຖວທ

 

ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງ ບໍລິຫານ

 

 

7810

ການເຄື່ອນໄຫວຂອງອົງການຈັດຫາງານ (ທຸລະກິດບໍລິການຈັດຫາງານ)

ກຊ ຮສສ

 

 

7920

ການເຄື່ອນໄຫວບໍລິການຕ້ອນຮັບອື່ນໆ (ສຳລັບ ISIC ນີ້ແມ່ນ ສະຫງວນທ່ອງທ່ຽວພື້ນທີ່ສະເພາະໃດໜຶ່ງ)

ກຊ ຖວທ

 

 

8121

ອະນາໄມຮັກສາຄວາມສະອາດຕຶກອາຄານທົ່ວໄປ

ກຊ ຍທຂ

 

ການສຶກສາ

 

 

8522

ການສຶກສາດ້ານເຕັກນິກ ແລະ ວິຊາຊີບ (ທຸລະກິດສູນພັດທະນາສີມືແຮງງານ, ຍົກເວັ້ນໂຮງຮຽນເຕັກນິກ-ວິຊາຊີບ), ວິທະຍາໄລເຕັກນິກເພາະເປັນການສົ່ງເສີມຕາມຮູບການສຶກສາແຫ່ງຊາດ ໄລຍະ 2 ແຕ່ 2011-2015)

ກຊ ຮສສ

 

 

8549

ການສຶກສາດ້ານອື່ນໆທີ່ບໍ່ທັນຈັດເຂົ້າບ່ອນໃດ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະທຸລະກິດສອນພາສາລາວໃຫ້ຄົນຕ່າງປະເທດ)

ກຊ ສສກ

 

ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ

 

 

8690

ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດອື່ນໆ (ສຳລັບ ISIC ນີ້ແມ່ນ ສະຫງວນສະເພາະຫ້ອງກວດພະຍາດເອກະຊົນແຕ່ລະປະເພດ, ແຕ່ລະລັກສະນະ ແລະ ແຕ່ລະຂັ້ນໃນຂອບເຂດທົ່ວປະເທດ)

ກຊ ສທ

 

ການເຄື່ອນໄຫວບໍລິການອື່ນໆ

 

 

9523

ທຸລະກິດສ້ອມແປງເກີບ ແລະ ເຄື່ອງໜັງ

ກຊ ຖວທ

 

 

9601

ບໍລິການຊັກປຽກ, ຊັກແຫ້ງປະເພດແຜ່ນແພ ແລະ ຜະລິດຕະພັນຂົນສັດ

ກຊ ຖວທ

 

 

9602

ບໍລິການຕັດຜົມ ແລະ ເສີມສວຍ (ທີ່ບໍ່ແມ່ນສັນຍະກຳ)

ກຊ ຖວທ

 

 

9603

ບໍລິການຈັດງານປົງສົບ ແລະ ກິດຈະການທີ່ກ່ຽວພັນ

ກຊ ຖວທ

 

 

9609

ວຽກປະດັບປະດາສະຖານທີ່ຕ່າງໆ (ສຳລັບ ISIC ນີ້ແມ່ນ ສະຫງວນການເຮັດທຸລະກິດສະເພາະກ່ຽວກັບ ກິດຈະການ ທີ່ຕິດພັນກັບວຽກງານປະດັບປະດາສະຖານທີ່ ແລະ ກິດຈະການກ່ຽວກັບການຕິດຕັ້ງລະບົບໄຟ, ແສງ, ສີ ແລະ ສຽງ)

ກຊ ຍທຂ ແລະ
ກຊ ຖວທ

 

ໝາຍເຫດ:

1.  ບັນຊີ ຄໍ 02 – 2015 (ສະບັບປັບປຸງ) ປ່ຽນແທນ ແລະ ລົບລ້າງ ບັນຊີ ຄໍ 01 – 2013;

2.  ປະເພດທຸລະກິດໃນບັນຊີ ຄໍ 02 – 2015 ລວມທັງໝົດ 37 ກິດຈະການ ຊຶ່ງໄດ້ຄົ້ນຄ້ວາ ແລະ ລວມລວມມາຈາກ ຄຳສະເໜີຂອງ ບັນດາກະຊວງ ທີ່ກ່ຽວຂ້ອງ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Reserved Business Category List for Lao People, No. 1328/DERM, dated 13 July 2015 PDF
2 ແຈ້ງການ ກ່ຽວກັບ ບັນຊີປະເພດທຸລະກິດສະຫງວນໄວ້ ສຳລັບພົນລະເມືອງລາວ, ເລກທີ 1328/ອຄ. ທຄວ, ລົງວັນທີ 13 ກໍລະກົດ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.