ສາທາລະນະ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 2031 /ອຄ.ທຄວ
ນະຄອນຫຼວງວຽງຈັນ, ວັນທີ 21 ຕຸລາ 2013

ແຈ້ງການ

ເຖິງ:   -   ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ
           -    ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທດສະບານ
           -   ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ

ເລື່ອງ:   ການເພີ່ມທຸລະກິດ ໂຮງຊວດຈຳ ເຂົ້າໃນບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ

ອີງຕາມໜັງສືສະເໜີຂອງຫ້ອງການທະນາຄານແຫ່ງ ສປປ ລາວ ສະບັບເລກທີ 685/ຫກ, ລົງວັນທີ 16/10/2013, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນກ່ຽວຂ້ອງຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

  • ທຸລະກິດໂຮງຊວດຈຳ ( ເລກ ISIC 6492) ໄດ້ເພີ່ມເຂົ້າໃນບັນຊີປະເພດທຸລະກິດ ສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປົບປຸງ ) ບັນຊີ ຄໍ 01-2013 ຕາມແຈ້ງການ ສະບັບເລກທີ 1590/ອຄ.ທຄວ, ລົງວັນທີ 26 ສິງຫາ 2013.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Inclusion of a Pawnshop Business into the List of Businesses for Lao Nationals, No. 2031/DERM, dated 21 October 2013 PDF
2 ແຈ້ງການ ກ່ຽວກັບ ການເພີ່ມທຸລະກິດ ໂຮງຊວດຈຳ ເຂົ້າໃນບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ, ເລກທີ 2031/ອຄ.ຫຄວ, ລົງວັນທີ 21 ຕຸລາ 2013. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.