ພາກທີ I
ຫຼັກການທົ່ວໄປ

ມາດຕາ 1 ຈຸດປະສົງ

ມາດຕາ 2 ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ ນະໂຍບາຍຂອງລັດຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ

ມາດຕາ 4 ຫຼັກການພື້ນຖານກ່ຽວກັບການດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ     

ມາດຕາ 5  ຂອບເຂດການນໍາໃຊ້

 ພາກທີ II ຮູບການ, ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ໝວດທີ 1
ຮູບການທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ 

ມາດຕາ 6 ຮູບການທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ

ມາດຕາ 7 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການທົ່ວໄປ     

ມາດຕາ 8 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການຕາມສັນຍາ

ມາດຕາ 9 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການເປັນຕົວແທນຈຳໜ່າຍ (Agent)

ມາດຕາ 10 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການການຄ້າຂາຍຕໍ່ (Resell)

ມາດຕາ 11 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການໄດ້ຮັບສິດທິນຳໃຊ້ (Franchise)

ໝວດທີ 2
ການສ້າງຕັ້ງ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 12 ການສ້າງຕັ້ງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 13 ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສຳລັບຜູ່ລົງທຶນຕ່າງປະເທດ\

ມາດຕາ 14 ບ່ອນຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດມາດຕາ 15 ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ໝວດທີ 3
ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 16 ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂອງວິສາຫະກິດນຳເຂົ້າສິນຄ້າ

ມາດຕາ 17 ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂອງໂຮງງານ          

ມາດຕາ 18 ຂອບເຂດຈຳນວນແຮງງານຕ່າງປະເທດ

ມາດຕາ 19 ການໃຫ້ບໍລິການຈຳໜ່າຍສິນຄ້າ

ມາດຕາ 20 ສະຖານທີ່ຕັ້ງ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

 ພາກທີ III
ຂໍ້ຫ້າມ

ມາດຕາ 21 ຂໍ້ຫ້າມສຳລັບອົງການຄຸ້ມຄອງທີ່ກ່ຽວຂ້ອງ

ມາດຕາ 22 ຂໍ້ຫ້າມສຳລັບຜູ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

       

ມາດຕາ 23 ຂໍ້ຫ້າມສຳລັບບຸກຄົນ ແລະ ການຈັດຕັ້ງອື່ນ

ພາກທີ IV
ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 24 ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 25 ສິດ ແລະໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນສູນກາງ ມາດຕາ 26 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຂັ້ນແຂວງ

ມາດຕາ 27 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນເມືອງ

ພາກທີ V
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 28 ນະໂຍບາຍຕໍ່ຜູ່ມີຜົນງານ

ມາດຕາ 29 ມາດຕະການຕໍ່ຜູ່ລະເມີດ

ພາກທີ VI
ບົດບັນຍັດສຸດທ້າຍ

ມາດຕາ 30 ການຈັດຕັ້ງປະຕິບັດ

 ມາດຕາ 31 ຜົນສັກສິດ

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳແລະການຄ້າ     ເລກທີ 1005/ອຄ.ຄພນ
ນະຄອນຫຼວງວຽງຈັນ, ວັນທີ 22/05/2015

ຂໍ້ຕົກລົງ
ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

-       ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013;
-       ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.
-       ອີງຕາມດຳລັດວ່າດ້ວຍທຸລະກິດຈຳໜ່າຍສິນຄ້າ, ເລກທີ  206/ນຍ, ລົງວັນທີ  10 ຕຸລາ 2001 ;

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ :

ພາກທີ I
ຫຼັກການທົ່ວໄປ

ມາດຕາ 1 ຈຸດປະສົງ

            ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການເຄື່ອນໄຫວດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ເພື່ອຄຸ້ມຄອງການສ້າງຕັ້ງ ແລະ ການເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໂດຍມີການຄຸ້ມຄອງຢ່າງລວມສູນ ແລະ ຈັດສັນຢ່າງເປັນລະບົບ ແນໃສ່ ສ້າງຄວາມສະດວກ ແລະ ປົກປ້ອງຜູ່ຊົມໃຊ້, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງຊາດ.

ມາດຕາ 2 ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ການຄ້າຂາຍຍົກໝາຍເຖິງ ການຈຳໜ່າຍສິນຄ້າແບບຂາຍຍົກໃຫ້ບຸກຄົນ ຫລື ນິຕິບຸກຄົນ ເພື່ອເອົາໄປຜະລິດຕໍ່, ຂາຍຍົກຕໍ່ ແລະ ຂາຍຍ່ອຍ.

ການຄ້າຂາຍຍ່ອຍໝາຍເຖິງ ການຈຳໜ່າຍສິນຄ້າແບບຂາຍຍ່ອຍ ໃຫ້ບຸກຄົນ ຫລື ຄົວເຮືອນ ເພື່ອຊົມໃຊ້ ແລະ ບໍລິໂພກ.

ມາດຕາ 3 ນະໂຍບາຍຂອງລັດຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ

      ລັດຊຸກຍູ້, ສົ່ງເສີມ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ພາຍໃນ ດຳເນີນທຸລະກິດຂາຍຍົກ ແລະ ຂາຍຍ່ອຍດ້ວຍການວາງລະບຽບການ, ມາດຕະການ, ການສະໜອງຂໍ້ມູນຂ່າວສານ, ການບໍລິການ ແລະ ຄວາມສະດວກອື່ນໆ.

      ບຸກຄົນ ແລະ ນິຕິບຸກຄົນ ຕ່າງປະເທດ ສາມາດດຳເນີນທຸລະກິດ ການຄ້າຂາຍຍົກ ແລະ ຂາຍຍ່ອຍໄດ້ ແຕ່ຕ້ອງປະຕິບັດຕາມເງື່ອນໄຂ ທີ່ກຳນົດໃນຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.

ມາດຕາ 4 ຫຼັກການພື້ນຖານກ່ຽວກັບການດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

          ການເຄື່ອນໄຫວທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ ຕ້ອງປະຕິບັດຕາມຫຼັກການພື້ນຖານຕົ້ນຕໍດັ່ງນີ້:

1.      ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ, ຜູ່ດຳເນີນທຸລະກິດ ແລະ ຜູ່ຊົມໃຊ້;
2.      ມີຄວາມໂປ່ງໃສໃນການດຳເນີນທຸລະກິດ ແລະ ຮັບປະກັນການແຂ່ງຂັນທີ່ເປັນທຳ;
3.      ສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

ມາດຕາ 5  ຂອບເຂດການນໍາໃຊ້

          ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຂາຍຍົກ ແລະ ຂາຍຍ່ອຍຢູ່ ສປປ ລາວ.

ພາກທີ II
ຮູບການ, ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ໝວດທີ 1
ຮູບການທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 6 ຮູບການທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ

        ຮູບການທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ປະກອບດ້ວຍ :

1.  ຮູບການທົ່ວໄປ;
2.  ຮູບການຕາມສັນຍາ;
3.  ຮູບການຕົວແທນຈຳໜ່າຍ (Agent) ;
4.  ຮູບການການຄ້າຂາຍຕໍ່ (Resell).
5.  ຮູບການໄດ້ຮັບສິດທິນຳໃຊ້ (Franchise).

ມາດຕາ 7 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການທົ່ວໄປ

        ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການທົ່ວໄປ ແມ່ນທຸລະກິດການຂາຍຜະລິດຕະພັນສິນຄ້າທີ່ຕົນຜະລິດໄດ້ ຫລື ສິນຄ້າຂອງຜູ່ອື່ນ ໂດຍບໍ່ມີສັນຍາຜູກພັນ, ບໍ່ໄດ້ເປັນຕົວແທນ ຫລື ໄດ້ຮັບສິດທິນຳໃຊ້.

        ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍທົ່ວໄປ ຕ້ອງຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດ ໝາຍວ່າດ້ວຍວິສາຫະກິດ ເວັ້ນເສັຍແຕ່ບາງປະເພດທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ທີ່ລະບຽບກົດໝາຍກຳນົດເປັນຢ່າງອື່ນ.

ມາດຕາ 8 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການຕາມສັນຍາ

        ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການຕາມສັນຍາ ແມ່ນທຸລະກິດຂາຍຍົກ ແລະ ຂາຍຍ່ອຍສິນຄ້າຕາມເງື່ອນໄຂທີ່ໄດ້ຕົກລົງກັນເປັນລາຍລັກອັກສອນ ແລະ ໄດ້ລະບຸໄວ້ໃນສັນຍາ ຊື້ - ຂາຍ ຢ່າງຈະແຈ້ງ ເປັນຕົ້ນ : ຈຳນວນ, ມາດຕະຖານ, ຊະນິດ, ຍີ່ຫໍ້, ລາຄາ, ຮູບການຊໍາລະເງິນ ແລະ ອື່ື່ນໆ.

ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການຕາມສັນຍາ ຕ້ອງຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໜາຍວ່າດ້ວຍວິສາຫະກິດ ເວັ້ນເສຍແຕ່ໄດ້ມີທະບຽນວິສາຫະກິດດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍໃດໜຶ່ງແລ້ວ.

ມາດຕາ 9 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການເປັນຕົວແທນຈຳໜ່າຍ (Agent)

ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການເປັນຕົວແທນຈຳໜ່າຍ ແມ່ນທຸລະກິດຊື້-ຂາຍສິນຄ້າຊຶ່ບຸກຄົນ ຫລື ນິຕິບຸກຄົນ ທີ່ເປັນຕົວແທນຈຳໜ່າຍນັ້ນ ດຳເນີນທຸລະກິດໃນນາມຂອງຕົນແຕ່ເຮັດເພື່ອຜົນປະໂຫຍດຂອງຜູ່ອື່ນ ບົນພື້ນຖານສັນຍາມອບໝາຍໂດຍໄດ້ຮັບຄ່າບຳເນັດ (Commission) ແລະ ຄ່າອື່ນໆ ເປັນການຕອບແທນ.

ການດຳເນີນທຸລະກິດເປັນຕົວແທນຈຳໜ່າຍຕ້ອງຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໜາຍວ່າດ້ວຍວິສາຫະກິດ ເວັ້ນເສຍແຕ່ໄດ້ມີທະບຽນວິສາຫະກິດດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍໃດໜຶ່ງແລ້ວ.

ມາດຕາ 10 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການການຄ້າຂາຍຕໍ່ (Resell)

                 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການການຄ້າຂາຍຕໍ່ ແມ່ນທຸລະກິດຈຳໜ່າຍສິນຄ້າຫວັງຜົນກຳໄລຈາກຜິດດ່ຽງລາຄາຊື້ ແລະ ລາຄາຂາຍສິນຄ້າ ໂດຍຜູ່ດຳເນີນທຸລະກິດການຄ້າຂາຍຕໍ່ນັ້ນ ເຮັດສັນຍາຊື້ແບບຂາດຕົວນຳເຈົ້າຂອງຍີ່ຫໍ້ສິນຄ້າເພື່ອຂາຍຕໍ່ພາຍໃຕ້ຊັບສິນ, ທຶນຮອນ ແລະ ຮັບຜິດຊອບຕໍ່ຜົນກຳໄລ ຫລື ຂາດທຶນດ້ວຍຕົນເອງ ໂດຍຄູ່ສັນຍາບໍ່ມີພັນທະຜູກພັນຕໍ່ກັນ ເວັ້ນເສຍແຕ່ສັນຍາບົ່ງໄວ້ເປັນຢ່າງອື່ນ.

                     ສັນຍາຊື້-ຂາຍສິນຄ້າລະຫວ່າງເຈົ້າຂອງຍີ່ຫໍ້ສິນຄ້າ ແລະ ຜູ່ຂາຍຕໍ່ ຕ້ອງເຮັດເປັນລາຍລັກອັກສອນສອດຄ່ອງກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແຫ່ງ ສປປ ລາວ.

  ການດຳເນີນທຸລະກິດການຄ້າຂາຍຕໍ່ ຕ້ອງຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ ເວັ້ນເສຍແຕ່ໄດ້ມີທະບຽນວິສາຫະກິດການດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍ ໃດໜຶ່ງແລ້ວ.

ມາດຕາ 11 ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຮູບການໄດ້ຮັບສິດທິນຳໃຊ້ (Franchise)

ທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຮູບການໄດ້ຮັບສິດທິນໍາໃຊ້ ແມ່ນການມອບສິດທິນຳໃຊ້ກ່ຽວກັບເຄື່ອງ ໝາຍການຄ້າຂອງສິນຄ້າ ລວມທັງວິທີການໃນການຈັດການຕະຫຼາດຈາກຜູ່ເປັນເຈົ້າຂອງສິດທິ (Franchiser) ໃຫ້ບຸກຄົນຫລື ນິຕິບຸກຄົນ ທີ່ໄດ້ຮັບມອບໝາຍ (Franchisee) ເພື່ອຈຳໜ່າຍ ແລະ ໃຫ້ການບໍລິການໃນນາມຄືກັບເຈົ້າຂອງສິດທິນັ້ນໆ.

ເຈົ້າຂອງສິດທິ (Franchiser) ຈະໄດ້ຮັບຄ່ານຳໃຊ້ສິດທິດັ່ງກ່າວຈາກຜູ້ທີ່ໄດ້ຮັບມອບໝາຍ (Franchisee) ເປັນການຕອບແທນ. ຄ່ານຳໃຊ້ສິດທິ ແມ່ນຂຶ້ນກັບການຕົກລົງກັນລະຫວ່າງເຈົ້າຂອງສິດທິ ແລະ ຜູ່ໄດ້ຮັບມອບໝາຍ.

 ການດຳເນີນທຸລະກິດຮູບການໄດ້ຮັບສິດທິນໍາໃຊ້ ຕ້ອງຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໝາຍວິສາຫະກິດ ເວັ້ນເສຍແຕ່ໄດ້ມີທະບຽນວິສາຫະກິດດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍ ໃດໜຶ່ງແລ້ວ.

ໝວດທີ 2
ການສ້າງຕັ້ງ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 12 ການສ້າງຕັ້ງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

  ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີສິດສ້າງຕັ້ງວິສາຫະກິດ ແລະ ເຂົ້າຮ່ວມດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ໂດຍສອດຄ່ອງກັບ ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຂໍ້ຕົກລົງສະບັບນີ້.

ມາດຕາ 13 ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສຳລັບຜູ່ລົງທຶນຕ່າງປະເທດ

      ຜູ່ລົງທຶນຕ່າງປະເທດ (ບຸກຄົນ ຫລື ນິຕິບຸກຄົນ) ສາມາດສ້າງຕັ້ງ ແລະ ດໍາເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ຢູ່ ສປປ ລາວ ໄດ້ຕາມເງື່ອນໄຂດັ່ງນີ້:

1.    ສ້າງຕັ້ງ ແລະ ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຕາມເງື່ອນໄຂທີ່ບົ່ງໄວ້ໃນຂໍ້ຕົກລົງວ່າດ້ວຍສູນການຄ້າ ແລະ ຮ້ານສັບພະສິນຄ້າ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ວາງອອກ;
2.    ມີສະຖານທີ່ດຳເນີນທຸລະກິດ ທີ່ຕັ້ງຢູ່ສູນການຄ້າ ຫຼື ຮ້ານຊັບພະສິນຄ້າ ຫຼື ສະຖານທີ່ ທີ່ລັດອະນຸມັດໃຫ້ສະເພາະຕາມແຕ່ລະກໍລະນີ.
3.    ຕ້ອງມີທຶນຈົດທະບຽນ ແຕ່ 4 ຕື້ກີບຂື້ນໄປ;
4.    ທຶນຈົດທະບຽນ ແຕ່ 80 ຕື້ກີບຂຶ້ນໄປ ສາມາດຖືຮຸ້ນໄດ້ 100%;
5.    ທຶນຈົດທະບຽນ ຕໍ່າກວ່າ 80 ຕື້ກີບ ແຕ່ບໍ່ຫຼຸດ 4 ຕື້ກີບ  ຕ້ອງຮຸ້ນສ່ວນກັບ ຜູ່ລົງທຶນພາຍໃນ ຕາມເງື່ອນໄຂດັ່ງນີ້:

-    ທຶນຈົດທະບຽນ ຕໍ່າກວ່າ 80 ຕື້ກີບ ແຕ່ບໍ່ຫຼຸດ 40 ຕື້ກີບ ສາມດຖືຮຸ້ນໄດ້ສູງສຸດ ບໍ່ເກີນ 50%;|
-    ທຶນຈົດທະບຽນ ຕໍ່າກວ່າ 40 ຕື້ກີບ ແຕ່ບໍ່ຫຼຸດ 20 ຕື້ກີບ  ສາມດຖືຮຸ້ນໄດ້ສູງສຸດ ບໍ່ເກີນ 40%;
-    ທຶນຈົດທະບຽນ ຕໍ່າກວ່າ 20 ຕື້ກີບ ແຕ່ບໍ່ຫຼຸດ 4 ຕື້ກີບ ສາມດຖືຮຸ້ນໄດ້ສູງສຸດ ບໍ່ເກີນ 30%.    

ມາດຕາ 14 ບ່ອນຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

      ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຕ້ອງຍື່ນຕໍ່:

1.    ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສຳລັບ ວິສາຫະກິດທີ່ມີຜູ່ລົງທຶນຕ່າງປະເທດຮ່ວມທຶນ ໃນທຶນຈົດທະບຽນແຕ່ 40 ຕື້ກີບ ຂຶ້ນໄປ;
2.    ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ:

-          ວິສາຫະກິດທີ່ມີຜູ່ລົງທຶນຕ່າງປະເທດຮ່ວມທຶນ ໃນທຶນຈົດທະບຽນຕໍ່າກວ່າ 40 ຕື້ກີບ;
-          ວິສາຫະກິດທີ່ຜູ່ລົງທຶນເປັນພົນລະເມືອງລາວ ຮ້ອຍເປີເຊັນ (100%).

            ກະຊວງອຸດສາຫະກຳ ແລະ ການຄ້າ ຈະມອບໝາຍສິດໃນການ ພິຈາລະນາຂຶ້ນທະບຽນວິສາຫະກິເພີ່ມເຕີມ ຕາມເງື່ອນໄຂຄວາມພ້ອມຂອງພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ແລະ ເມືອງໃນແຕ່ລະໄລຍະ.

           ການແບ່ງຄວາມຮັບຜິດຊອບ ໃນການບໍລິການຂຶ້ນທະບຽນວິສາຫະກິດ ໃນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ລະຫວ່າງພະແນກ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແມ່ນໃຫ້ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ ເປັນຜູ່ຕົກລົງຕາມເງື່ອນໄຂຄວາມເປັນຈິງຂອງແຕ່ລະບ່ອນ.

ມາດຕາ 15 ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

          ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດເພື່ອດຳເນີນການຄ້າຂາຍຍົກ ແລະ ຂາຍຍ່ອຍຕ້ອງ :

-          ປະຕິບັດຕາມຂັ້ນຕອນການສ້າງ, ຮູບການ ຫລື ຮູບແບບວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍວິສາຫະກິດ ;
-          ປະຕິບັດຕາມລະບຽບການກ່ຽວກັບແບບຟອມ, ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ສຳລັບແຕ່ລະຮູບແບບ ຫລື ຮູບການວິສາຫະກິດ ;
-          ປະກອບເອກະສານທີ່ຈຳເປັນ ຕາມເງື່ອນໄຂຂອງແຕ່ລະຮູບການທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ເຊັ່ນ : ໃບອະນຸຍາດນຳໃຊ້ສິດທິ, ສັນຍາຕົວແທນຈໍາໜ່າຍ ເປັນຕົ້ນ.

ໝວດທີ 3
ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 16 ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂອງວິສາຫະກິດນຳເຂົ້າສິນຄ້າ

                    ວິສາຫະກິດນຳເຂົ້າສິນຄ້າ ສາມາດດຳເນີນທຸລະກິດທັງຂາຍຍົກ ແລະ ຂາຍຍ່ອຍ ໃນສິນຄ້າທີ່ຕົນເອງນຳເຂົ້າມາ. ການອະນຸມັດໃຫ້ຂຶ້ນທະບຽນວິສາຫະກິດ ເພື່ອເຮັດທຸລະກິດນຳເຂົ້າສິນຄ້າ ກໍ່ແມ່ນການອະນຸຍາດໃຫ້ຂຶ້ນທະບຽນວິສາຫະກິດ ເພື່ອເຮັດທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ເວັ້ນເສຍແຕ່ການນຳເຂົ້າອຸປະກອນວັດຖຸດິບ, ພາຫະນະການຜະລິດ ເພື່ອສະໜອງໃຫ້ໂຮງງານ, ໂຄງການຕ່າງໆ.

                    ວິສາຫະກິດນຳເຂົ້າສິນຄ້າ ທີ່ຄົນລາວເປັນຜູ້ລົງທຶນຮ້ອຍເປີເຊັນ (100%) ສາມາດຈຳໜ່າຍຂາຍຍົກ ແລະ ຂາຍຍ່ອຍຜະລິດຕະພັນສິນຄ້ານຳເຂົ້າຂອງຕົນ ຕາມທີ່ບົ່ງໄວ້ໃນໃບທະບຽນວິສາຫະກິດ ໂດຍບໍ່ຈຳເປັນຕ້ອງຂຶ້ນທະບຽນວິສາຫະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍອີກ.

      ທຸກຫົວໜ່ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ຕ້ອງມີບັນຊີຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຖ້າຫົວໜ່ວຍທຸລະກິດດຽວຫາກດຳເນີນທັງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ຕ້ອງຖືສອງບັນຊີຄື : ບັນຊີການຄ້າຂາຍຍົກ ແລະ ບັນຊີການຄ້າຂາຍຍ່ອຍ ໂດຍແຍກເປັນສອງບັນຊີຢ່າງລະອຽດຈະແຈ້ງ.

      ທຸລະກິດການຄ້າຂາຍຍົກ ຈະນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ກໍ່ຕໍ່ເມື່ອໄດ້ຂຶ້ນທະບຽນວິສາຫະກິດ ກ່ຽວກັບການນຳເຂົ້າສິນຄ້າດັ່ງກ່າວເທົ່ານັ້ນ.

      ສຳລັບທຸລະກິດການຄ້າຂາຍຍ່ອຍ ບໍ່ສາມາດນຳເຂົ້າສິນຄ້າຈາກຕ່າງປະເທດດ້ວຍຕົນເອງໄດ້.

ມາດຕາ 17 ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂອງໂຮງງານ

            ໂຮງງານທີ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ສາມາດຈຳໜ່າຍຜະລິດຕະພັນຂອງຕົນ ໂດຍບໍ່ຈຳເປັນຕ້ອງຂຶ້ນທະບຽນວິສາຫະກິດຂາຍຍົກ ແລະ ຂາຍຍ່ອຍ.

            ນອກຈາກຜະລິດຕະພັນ ທີ່ໂຮງງານຜະລິດໄດ້ ຫ້າມບໍ່ໃຫ້ຂາຍຜະລິດຕະພັນອື່ນປົນ. ໃນກໍລະນີລະເມີດ ແມ່ນເປັນການຈຳໜ່າຍສິນຄ້ານອກລະບົບ.

ມາດຕາ 18 ຂອບເຂດຈຳນວນແຮງງານຕ່າງປະເທດ

            ຈຳນວນແຮງງານຕ່າງປະເທດທີ່ປະກອບໃນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຕ້ອງປະຕິບັດຢ່າງເຂັ້ມງວດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍແຮງງານ ແລະ ພັນທະໃນສົນທິສັນຍາສາກົນດ້ານການຄ້າທີ່ ສປປ ລາວ ຮັບຮອງ ຫລື ເປັນພາຄີ.

            ພະນັກງານຕ່າງໆໃນຮ້ານ ຫລື ສະຖານທີ່ຈຳໜ່າຍ ລວມທັງຜູ່ຈຳໜ່າຍຂາຍຍົກ ແລະ ຂາຍຍ່ອຍ ຕ້ອງແມ່ນພົນລະເມືອງລາວ ເວັ້ນເສຍແຕ່ບາງກໍລະນີທີ່ກົດໝາຍ ແລະ ລະບຽບການ ກຳນົດເປັນຢ່າງອື່ນ.

ມາດຕາ 19 ການໃຫ້ບໍລິການຈຳໜ່າຍສິນຄ້າ

ການໃຫ້ບໍລິການຈຳໜ່າຍສິນຄ້າຂອງຫົວໜ່ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ຕ້ອງປະຕິ ບັດໃຫ້ຖືກຕ້ອງຕາມວິທີການ ແລະ ຮູບການທີ່ລະບຽບກົດໝາຍໄດ້ກຳນົດໄວ້ ໃນນີ້ອາດຈະດຳເນີນການໂດຍຜ່ານວິທີການ ແລະຮູບການຕົ້ນຕໍດັ່ງນີ້ :

1.  ຮ້ານຄ້າ ຫລື ສະຖານທີ່ສະເພາະຂອງຕົນ ຫລື ເຊົ່າເພື່ອຈຳໜ່າຍສິນຄ້າແບບຖາວອນ ;
2.  ຮ້ານຄ້າ ຫລື ສະຖານທີ່ຈຳໜ່າຍແບບຊົ່ວຄາວ ເຊັ່ນ: ຕະຫຼາດນັດ, ງານຕ່າງໆ;
3.  ການຈຳໜ່າຍສິນຄ້າແບບເຄື່ອນທີ່ ເຊັ່ນ: ນຳໃຊ້ຍານພະຫະນະ;
4.  ຮ້ານຄ້າ ຫລື ສະຖານທີ່ຈຳໜ່າຍສິນຄ້າແບບຖາວອນ ຢູ່ຕະຫຼາດ, ສູນການຄ້າ ແລະ ຮ້ານສັບພະສິນຄ້າ.

ມາດຕາ 20 ສະຖານທີ່ຕັ້ງ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

             ສະຖານທີ່ຕັ້ງການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ຕ້ອງຕັ້ງຕາມການກຳນົດໄວ້ໃນແຜນຂອງຜັງເມືອງ ແລະ ເທດສະບານ ທີ່ເໝາະສົມ ແລະ ອຳນວຍຄວາມສະດວກໃຫ້ລູກຄ້າ ມີສະຖານທີ່ຄ່ຽນຖ່າຍສິນຄ້າ, ມີບ່ອນຈອດລົດ ແລະ ຮັບປະກັນຄວາມປອດໄພ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

  ພາກທີ III
ຂໍ້ຫ້າມ

ມາດຕາ 21 ຂໍ້ຫ້າມສຳລັບອົງການຄຸ້ມຄອງທີ່ກ່ຽວຂ້ອງ

ໃນການປະຕິບັດໜ້າທີ່ຫ້າມອົງການຄຸ້ມຄອງທີ່ກ່ຽວຂ້ອງມີພຶດຕິກຳດັ່ງນີ້:

1.     ສວຍໃຊ້ອຳນາດ, ຕຳແໜ່ງ, ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ ;
2.     ສວຍໃຊ້ອຳນາດ ທີ່ເປັນການບັງຄັບ ແລະ ນາບຂູ່ ເຊັ່ນ : ໃຊ້ຄວາມຮຸນແຮງ, ໃຊ້ການກະທຳ ແລະ ວາຈາທີ່ຫຍາບ ຊ້າ;
3.     ປະລະໜ້າທີ່, ຂາດຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ;
4.     ປິດບັງ, ປົກປ້ອງ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທຳຄວາມຜິດ;
5.     ເປີດເຜີຍຄວາມລັບທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງ;
6.     ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 22 ຂໍ້ຫ້າມສຳລັບຜູ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

        ຫ້າມຜູ່ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍມີພຶດຕິກຳດັ່ງນີ້:

1.     ກະທຳການໃດໆໂດຍເຈດຕະນາ ຊຶ່ງເຮັດໃຫ້ລາຄາຕ່ຳ ຫລື ສູງເກີນຄວາມເປັນຈິງ ຫລື ເຮັດໃຫ້ເກີດຄວາມປັ່ນປ່ວນໃນສັງຄົມ;
2.     ກັກຕຸນສິນຄ້າທີ່ນອນໃນລາຍການຄວບຄຸມລາຄາ;
3.     ເກັບມ້ຽນສິນຄ້າໄວ້ໃນຄັງແຮສຳຮອງອື່ນນອກຈາກຄັງແຮສຳຮອງທີ່ໄດ້ລາຍງານຕໍ່ອົງການຄຸ້ມຄອງລາຄາ;
4.     ນຳເອົາສິນຄ້າທີ່ຢູ່ໃນລາຍການຄວບຄຸມລາຄາ ທີ່ມີໄວ້ນັ້ນ ອອກຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາ;
5.     ຢຸດ, ປະຕິເສດ ຫລື ແກ່ຍາວເວລາການຈຳໜ່າຍ ຫລື ບໍລິການ ໂດຍບໍ່ມີເຫດຜົນ;
6.     ເອົາໃບທະບຽນວິສາຫະກິດໃຫ້ບຸກຄົນອື່ນນຳໃຊ້;
7.     ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 23 ຂໍ້ຫ້າມສຳລັບບຸກຄົນ ແລະ ການຈັດຕັ້ງອື່ນ

        ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນມີພຶດຕິກຳດັ່ງນີ້:

1.     ສ້າງອຸປະສັກກີດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງໃນການປະຕິບັດວຽກງານຄຸ້ມຄອງການຄ້າຂາຍຍົກ ແລະ ຂາຍຍ່ອຍ ;
2.     ໃຫ້ການຊ່ວຍເຫຼືອ, ປົກປ້ອງຜູ່ກະທຳຜິດກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ຂໍ້ຕົກລົງສະບັບນີ້;
3.     ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນເພື່ອສິດຜົນປະໂຫຍດຂອງຕົນ;
4.     ພຶດຕິກຳອື່ນທີ່ລະເມີດກົດໝາຍ ແລະ ລະບຽບການ.

ພາກທີ IV
ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ມາດຕາ 24 ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ.

ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍແຕ່ສູນກາງ ລົງຮອດທ້ອງຖິ່ນປະກອບມີ 3 ຂັ້ນຄື:

- ຂັ້ນສູນກາງ ແມ່ນ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍແມ່ນກົມການຄ້າພາຍໃນເປັນຜູ່ຄຸ້ມຄອງ.
- ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ.
- ຂັ້ນເມືອງ ແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ.

ມາດຕາ 25 ສິດ ແລະໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນສູນກາງ

        ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນສູນກາງມີສິດ ແລະໜ້າທີ່ດັ່ງນີ້:

1.    ຄົ້ນຄວ້ານະໂຍບາຍ, ນິຕິກຳ ແລະ ມາດຕະການໃນການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ;
2.    ວິເຄາະ, ວິໄຈກ່ຽວກັບການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍລວມທັງສະເໜີໂຄງການ, ແຜນງານ ແລະມາດຕະການເພື່ອຄຸ້ມຄອງ;
3.    ກຳນົດລະບຽບການ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດການຄຸ້ມຄອງ;
4.    ເຜີຍແຜ່, ແນະນຳການຈັດຕັ້ງປະຕິບັດວຽກງານທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເປັນໃຈກາງໃນການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ;
5.    ຮັບພິຈາລະນາ ແກ້ໄຂຄຳສະເໜີຂອງຜູ່ທີ່ໄດ້ຮັບຄວາມເດືອດຮ້ອນ ຫລື ຄວາມເສຍຫາຍ ເນື່ອງຈາກການກະທຳອັນມີຜົນກະທົບຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ;
6.    ຕິດຕາມ, ກວດກາ, ສະຫຼຸບ, ລາຍງານ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດ ການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຕໍ່ຂັ້ນເທິງ;
7.     ອອກແຈ້ງການ, ລະບຽບການ, ຂໍ້ຕົກລົງ ແລະ ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ;
8.    ເຜີຍແຜ່, ແນະນຳ ຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ;
9.    ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 26 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຂັ້ນແຂວງ

ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນແຂວງ ມີສິດ ແລະ ໜ້າທີ່ດັ່ງນີ້:

1.    ຄົ້ນຄວ້າ, ວິເຄາະ ແລະ ວິໄຈກ່ຽວກັບການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍລວມທັງສະເໜີໂຄງການ, ແຜນງານ ແລະ ມາດຕະການເພື່ອຄຸ້ມຄອງ;
2.    ຊີ້ນຳ, ນຳພາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ປະສານສົມທົບກັບພະແນກການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ;
3.    ຈັດຕັ້ງປະຕິບັດຄຸ້ມຄອງການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຕາມຂໍ້ຕົກລົງສະບັບນີ້  ແລະລະບຽບການອື່ນທີ່ກ່ຽວຂ້ອງ;
4.    ເຜີຍແຜ່, ແນະນຳ ຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ;
5.    ອອກແຈ້ງການ, ລະບຽບການ, ຂໍ້ຕົກລົງ ແລະ ອື່ນໆຕາມການມອບໝາຍຂອງກະຊວງອຸດສາຫະກໍາ ແລະ ການຄ້າ;
6.    ຕິດຕາມພຶດຕິກຳຂອງຜູ່ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ;
7.    ຮັບພິຈາລະນາ ແກ້ໄຂຄຳສະເໜີຂອງຜູ່ທີ່ໄດ້ຮັບຄວາມເດືອດຮ້ອນ ຫລື ຄວາມເສຍຫາຍ ເນື່ອງຈາກການກະທຳອັນມີຜົນກະທົບຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
8.    ສະຫຼຸບ, ລາຍງານ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ), ຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງ;
9.    ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 27 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນເມືອງ

ອົງການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຂັ້ນເມືອງ ມີສິດ ແລະໜ້າທີ່ດັ່ງນີ້:

1.    ເຜີຍແຜ່, ແນະນຳຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ;
2.    ຈັດຕັ້ງປະຕິບັດການຄຸ້ມຄອງທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຕາມຂໍ້ຕົກລົງສະບັບນີ້  ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
3.    ຕິດຕາມພຶດຕິກຳຂອງຜູ່ດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ;
4.    ຮັບພິຈາລະນາ ແກ້ໄຂຄຳສະເໜີຂອງຜູ່ທີ່ໄດ້ຮັບຄວາມເດືອດຮ້ອນ ຫລື ຄວາມເສຍຫາຍ ເນື່ອງຈາກການກະທຳອັນມີຜົນກະທົບຕໍ່ການດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ;
5.    ອອກແຈ້ງການ, ລະບຽບການ, ຂໍ້ຕົກລົງ ແລະ ອື່ນໆຕາມການມອບໝາຍຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ;
6.    ສະຫຼຸບ, ລາຍງານ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດ ຕໍ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ອົງການປົກຄອງເມືອງ;
7.    ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ພາກທີ V
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 28 ນະໂຍບາຍຕໍ່ຜູ່ມີຜົນງານ

ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ, ຊົມເຊີຍ ຫຼື ໄດ້ຮັບນະໂຍບາຍຕາມຄວາມເໝາະສົມ.

ມາດຕາ 29 ມາດຕະການຕໍ່ຜູ່ລະເມີດ

ບຸກຄົນຫຼື ການຈັດຕັ້ງທີ່ໄດ້ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາຕາມແຕ່ກໍລະນີເບົາ ຫຼື ໜັກ.

ພາກທີ VI
ບົດບັນຍັດສຸດທ້າຍ

ມາດຕາ 30 ການຈັດຕັ້ງປະຕິບັດ

ມອບໃຫ້ກົມການຄ້າພາຍໃນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

      ວິສາຫະກິດຂອງຜູ່ລົງທຶນຕ່າງປະເທດທີ່ລົງທຶນຮ້ອຍເປີເຊັນ (100 %) ຫລື ລົງທຶນຮ່ວມກັບຜູ່ລົງທຶນຂອງລາວທີ່ໄດ້ຂຶ້ນທະບຽນວິສາຫະກິດດຳເນີນທຸລະກິດການຄ້າຂາຍຍົກ ຫຼື ຂາຍຍ່ອຍ ກ່ອນຂໍ້ຕົກລົງສະບັບນີ້ ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນເອງໄດ້ ແຕ່ຕ້ອງໄດ້ປັບປຸງວິສາຫະກິດຂອງຕົນ ໃຫ້ສອດຄ່ອງກັບຂໍ້ຕົກລົງສະບັບນີ້ພາຍໃນກຳນົດຄື:

-          04 ປີ ສໍາລັບທຶນຈົດທະບຽນ ແຕ່ 80 ຕື້ ກີບ ຂຶ້ນໄປ;
-          03 ປີ ສໍາລັບທຶນຈົດທະບຽນ ຕໍ່າກວ່າ 80 ຕື້ ກີບ ແຕ່ ບໍ່ຫລຸດ 40 ຕື້ ກີບ;
-          02 ປີ ສໍາລັບທຶນຈົດທະບຽນ ຕໍ່າກວ່າ 40 ຕື້ ກີບ ແຕ່ບໍ່ຫລຸດ 20 ຕື້ ກີບ;
-          01 ປີ ສໍາລັບ ທຶນຈົດທະບຽນ ຕໍ່າກວ່າ 20 ຕື້ ກີບ ແຕ່ບໍ່ຫລຸດ 04 ຕື້ ກີບ.

      ຖ້າກາຍກຳນົດເວລາດັ່ງກ່າວແມ່ນຈະໄດ້ປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 31 ຜົນສັກສິດ

    ຂໍ້ຕົກລົງສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ຫຼັງຈາກ 15 ວັນນັບແຕ່ວັນພິມລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ ;

 ຂໍ້ຕົກລົງສະບັບນີ້ປ່ຽນແທນຂໍ້ຕົກລົງວ່າດ້ວຍ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ສະບັບເລກທີ 0977/ອຄ.ຄພນ, ລົງວັນທີ 18 ພຶດສະພາ 2012.

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະການຄ້າ
(ເຊັນ ແລະ ປະທັບຕາ)
ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on Wholesale and Retail Business,No. 1005/MoIc.DTD, dated 22/05/2015 PDF
2 ຂໍ້ຕົກລົງ ວ່າດ້ວຍທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ເລກທີ 1005/ອຄ.ຄພນ, ລົງວັນທີ 22/05/2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.