ກອງປະຊຸມຄະນະບໍລິຫານງານ ສຄອ ຊຸດທີ VI ຄັ້ງທີ Vໄດ້ລາຍງານສະພາບການເຄື່ອນໄຫວຂອງ ສຄອ ໃນໄລຍະຜ່ານມາເຊິ່ງມີທັງຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ຈາກສະພາບປະຕິບັດຕົວຈິງ ສຄອ ຕ້ອງເບິ່ງຄືນນິຕິກໍາທີ່ຍັງບໍ່ທັນສອດຄ່ອງໃນການຈັດຕັ້ງປະຕິບັດຂອງ ສຄອ ໂດຍສະເພາະນິຕິກຳ 316/ນຍ ລົງວັນທີ 20 ພະຈິກ 2009 ວ່າດ້ວຍການເຄື່ອນໄຫວຂອງ ສຄອ ແລະ ນິຕິກຳ 115/ນຍ ລົງວັນທີ 29 ເມສາ 2009 ວ່າດ້ວຍສະມາຄົມທຸລະກິດເປັນຫຼັກໂດຍໃຫ້ໄຈ້ແຍກຄວາມລະອຽດໃນການແບ່ງງານຄວາມຮັບຜິດຊອບ ເພື່ອສະເໜີ ໃຫ້ມີການປັບປຸງ. ເບິ່ງຄືນໂຄງຮ່າງຂອງ ສຄອ ແຕ່ຂັ້ນສູນກາງລົງຫາແຂວງ ວ່າສາມາດປະຕິບັດໜ້າທີ່ຂອງຕົນໃນການຄຸ້ມຄອງ ແລະ ເຕົ້າໂຮມເອົາ ຜູ້ດຳເນີນທຸລະກິດເຂົ້າເປັນສະມາຊິກໄດ້ດີແລ້ວຫຼື ບໍ່ ແລະ ແກ້ໄຂຂໍ້ຄົງຄ້າງ, ພ້ອມທັງຊອກຫາແຫຼ່ງທຶນເພື່ອມາຮັບໃຊ້ໃນວຽກງານບໍລິຫານ ໂດຍທີ່ບໍ່ໃຫ້ກະທົບຕໍ່ພາກທຸລະກິດ. ນອກຈາກນີ້, ກໍໃຫ້ເບິ່ງຄືນຜົນການຈັດຕັ້ງກອງປະຊຸມທຸລະກິດລາວຄັ້ງທີ 9 ຜ່ານມາວ່າສາມາດແກ້ໄຂບັນຫາໃດໄດ້ແດ່ ແລະ ບັນຫາໃດແກ້ບໍ່ຕົກ ທີ່ໄດ້ສະເໜີໃນກອງປະຊຸມຜ່ານມາ ເພື່ອລາຍງານ ຕໍ່ກອງປະຊຸມທຸລະກິດລາວຄັ້ງທີ 10 ທີ່ຈະຈັດຂຶ້ນທ້າຍປີນີ້.

ສ່ວນເບື້ອງກະຊວງ ອຄ ກໍ່ຈະເນັ້ນໃສ່ແຜນ 8 ຂອງກະຊວງ ອຄ ເພື່ອພັດທະນາພາກທຸລະກິດໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ຫຼຸດຜ່ອນຂອດຂັ້ນຕ່າງໆລົງໃຫ້ກະທັດຮັດ.

ແຫຼ່ງທີ່ມາ: ໜັງສືພິມເສດຖະກິດການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.