ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ 1.) ຮັບຮອງເອົາບາງມາດຕະການໃນການຈັດຕັ້ງປະຕິບັດ ຕໍ່ກັບສັນຍາ ວ່າດ້ວຍ ການອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນຂອບອົງການການຄ້າໂລກ (WTO Trade Facilitation Agreement) ຢ່າງເປັນທາງການ. 2.) ຮັບຟັງສະຫຼຸບລາຍງານຜົນສຳເລັດ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດແຜນຍຸດທະສາດຂອງບັນດາສະມາຊິກກອງເລຂາ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ ການ​ຄ້າ ໃນ​ໄລຍະສົກປີ 2013-2014 ຫາປະຈຸບັນ. 3.) ປຶກສາຫາລື ກ່ຽວກັບ ປະເດັນ ແລະ ບັນຫາຕ່າງໆທີ່ຕິດພັນກັບວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ.

ໃນກອງປະຊຸມຄັ້ງນີ້ ໄດ້ມີການນໍາສະເໜີທາງດ້ານເນື້ອໃນທີ່ສຳຄັນເຊັ່ນ: ແຜນຍຸດທະສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ຂອງ ສປປ ລາວ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດມາ​ຕັ້ງ​ແຕ່​ປີ 2011 ພາຍ​ໃຕ້​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການ​ຄ້າ ​ໃນ​ໄລຍະ​ປີ 2011-2015 ເຊິ່ງເປັນບາດ ກ້າວອັນສໍາຄັນໃນການ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ຄ້າ​ຕ່າງປະ​ເທດ ​ແລະ ພາສີ ມີ​ຄວາມ​ກະທັດ​ຮັດ, ​ໂປ່ງໃສ, ສະດວກ​ວ່ອງ​ໄວ ​ແລະ ກົມກຽວ​ກັນ, ​ແນ​ໃສ່ຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ດ້າ​ນການ​ຄ້າ, ປະກອບສ່ວນແກ່ການເພີ່ມຄວາມ​ສາມາດ​ແຂ່ງຂັນ​ທາງ​ດ້ານ​ການ​ຄ້າ​ຂອງ​ພາກ​ທຸລະ​ກິດລາວ ​ໃນ​ຕະຫຼາດ​ຕ່າງປະ​ເທດ, ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດໃຫ້​ໄດ້​ຫຼາຍ​ຂຶ້ນ ​ແລະ ສາມາດ​ຄຸ້ມ​ຄອງ​ຂັ້ນ​ຕອນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ໄດ້​ຢ່າງ​ມີ​ປະສິດທິພາບ.

ຜົນການປະເມີນຄວາມຄືບໜ້າ ສະແດງໃຫ້ເຫັນວ່າ: ກຂອຄ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ​ກັບ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ສາມາດ​ຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ອຳນວຍຄວາມ​ສະດວກທາງ​ດ້ານ​ການ​ຄ້າ ​ໄດ້​ປະມານ 93% ​ໃນ​ໄລຍະ​ປີ 2011-2015. ຜົນ​ຂອງ​ການ​ປະເມີນ ​ແມ່ນ​ອີງ​ຕາມ 06 ຍຸດ​ທະ​ສາດ​ຍ່ອຍ ​ເຊິ່ງປະກອບ​ດ້ວຍ 28 ກິດຈະກຳ; ​ໃນ​ນັ້ນ, ມີ​ 26 ກິດຈະກໍາທີ່​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ. ຍຸດ​ທະ​ສາດ​ທີ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕາມ​ແຜນ ປະກອບດ້ວຍ 04 ຍຸດ​ທະ​ສາດ ຄື: (1) ຍຸດ​ທະ​ສາດ​ທີ 1 ກ່ຽວ​ກັບ ການຍົກ​ສູງ​ວຽກ​ງານ​ການອຳນວຍ​ຄວາມ​ສະດວກທາງ​ດ້ານ​ການ​ຄ້າ ​ໃນ​ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ; (2) ຍຸດ​ທະ​ສາດທີ 2 ກ່ຽວ​ກັບ ການ​ເຮັດ​ໃຫ້​ຂັ້ນ​ຕອນດ້ານ​ການ​ຄ້າ ​ແລະ ພາສີ ມີ​ຄວາມ​ກະທັດຮັດ, ​ໂປ່​ງ​ໃສ, ສະດວກ​ວ່ອງ​ໄວ ​ແລະ ກົມກຽວ​ກັນ; (3) ຍຸ​ດທະ​ສາດ​ທີ 4 ກ່ຽວ​ກັບ ການປັບປຸງ ແລະ ສ້າງຂີດຄວາມສາມາດຂອງພາກທຸລະກິດ ໃຫ້ສາມາດດຳເນີນການຄ້າໄດ້ຢ່າງມີປະສິດທິຜົນ ໂດຍສອດຄ່ອງກັບລະບຽບຫຼັກການ; ​ແລະ (4) ຍຸ​ດທະ​ສາດ​ທີ 6 ກ່ຽວ​ກັບ​ ການສ້າງຕັ້ງ ກຂອຄ. ຍຸດ​ທະ​ສາດ​ທີ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ພຽງ​ບາງ​ສ່ວນ ປະກອບດ້ວຍ 02 ຍຸດ​ທະ​ສາດ ຄື: (1) ຍຸດ​ທະ​ສາດ​ທີ 3 ກ່ຽວ​ກັບ ການຈັດ​ຕັ້ງ​ປະຕິບັດ​ບັນດາ​ພັນທະ​ໃນ​ຂອບ​ສອງ​ຝ່າຍ, ອະນຸ​ພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ; ​ແລະ (2) ຍຸດ​ທະສາດທີ 5 ກ່ຽວກັບ ການສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ເພື່ອເຮັດໃຫ້ຂັ້ນຕອນການຄ້າ ແລະ ພາສີ ມີຄວາມຄ່ອງຕົວ.

ຜົນສຳ​ເລັດ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການ​ຄ້າ ​ປະກອບສ່ວນ​ແກ່ ການ​ພັດທະນາ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ 04 ດ້ານ ຄື: (1) ການປະຕິຮູບທາງດ້ານລະບຽບການ ເຊິ່ງສະແດງອອກໃນການສ້າງ ແລະ ປັບປຸງນິຕິກຳ ຈຳນວນ 35 ສະບັບ ແລະ ການສະຫຼຸບ​ຜົນ​ການ​ປະ​ເມີນ​ຄວາມ​ຕ້ອງການ ​ແລະ ບູລິ​ມະ​ສິດ​ຂອງ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າຂອງ ສປປ ລາວ;  (2) ການປັບປຸງ​ໂຄງ​ລ່າງ​ພື້ນຖານ​ໃນການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ເຊິ່ງສະແດງອອກໃນການພັດທະນາສູນຂໍ້ມູນຂ່າວ ສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ມີຄວາມຫຼາກຫຼາຍທາງດ້ານເນື້ອໃນ ແລະ ການຕິດຕັ້ງລະບົບອາຊິກຸດາໃນທຸກດ່ານສາກົນ; (3) ການ​ພັດທະນາ​ບຸກຄະລາ​ກອນ ເຊິ່ງສະແດງອອກໃນການຈັດຝຶກອົບຮົມແກ່ພະນັກງານ​ໃນ​ພາກລັດ ​ແລະ ພາກ​ທຸລະ​ກິດ ທາງດ້ານວິທີການນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ, ການເພີ່ມຂີດຄວາມສາມາດທາງ​ດ້ານ​ທັກ​ສະການ​ເປັນ​ຄູ​ຝຶກ ​ແລະ ທັກ​ສະ​ດ້ານ​ການ​ເປັນ​ນັກ​ວິທະຍາກອນ ​ໃນ​ການ​ນຳ​ສະ​ເໜີ​ບົດ, ການ​ເພີ່ມ​ຂີດ​ຄວາມ​ສາມາດ ​ໃນ​ການ​ປະ​ເມີນ​ຜົນ​ກະທົບ​ຂອງມາດ​ຕະການ​ທີ່​ບໍ່​ແມ່ນ​ພາສີ, ​ແລະ ການ​ນຳ​ໃຊ້​ລະບົບ​ແຈ້ງ​ພາສີ​ແບບ​ອີ​ເລັກ​​ໂທຣນິກ; ແລະ (4) ການແກ້ໄຂບັນຫາຂອງພາກທຸລະກິດ.

ໝາກຜົນ​ຂອງການພັດທະນາວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ປະກອບສ່ວນແກ່ການປັບປຸງບັນດາ​ລະບຽບການ​ດຳ​ເນີນ​ທຸລະ​ກິດທີ່​ເອື້ອ​ອໍາ​ນວຍ​ແກ່​ການ​ຂະຫຍາຍຕົວ​ຂອງ​ພາກ​ທຸລະ​ກິດ. ອີງ​ຕາມດັດ​ສະ​ນີ​ຄວາມ​ງ່າຍດາຍ​ໃນ​ກາ​ນດຳ​ເນີນ​ທຸລະ​ກິດຂອງ​ທະນາຄານ​ໂລກ, ສປປ ລາວ ​ໄດ້​ຖືກ​ຈັດ​ຢູ່ລຳດັບ​ທີ 148 ​ໃນ​ປີ 2015 ຈາກ ລໍາດັບ​ທີ 155 ໃນ 189 ປະ​ເທດ ​ໃນ​ປີ 2013. ໝາຍ​ຄວາມ​ວ່າ: ສະ​ຖານະ​ພາບ​ຂອງ ສປປ ລາວ ກ່ຽວ​ກັບ ​ການ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ດຳ​ເນີນ​ທຸລະ​ກິດ ໄດ້​ຮັບ​ການ​ປັບປຸງ 7 ລໍາດັບ ​ໃນ​ໄລຍະ​ປີ 2013-2015. ນອກ​ນັ້ນ, ຕົ້ນ​ທຶນ​ການ​ສົ່ງ​ອອກຕໍ່ຕູ້ຂົນສົ່ງ ​ໄດ້​ຫຼຸດ​ລົງ​ປະມານ 9% ​ເຊິ່ງ​ໄດ້​ຫຼຸດ​ລົງຈາກ US$2.140 ໃນ​ປີ 2013 ມາ​ເປັນ US$1.950 ໃນ​ປີ 2015, ​ໃນ​ຂະນະ​ທີ່ ຕົ້ນ​ທຶນ​ການນຳ​​ເຂົ້າຕໍ່ຕູ້ຂົນສົ່ງ ​ໄດ້​ຫຼຸດ​ລົງ​ປະມານ 10% ​ເຊິ່ງ​ໄດ້​ຫຼຸດ​ລົງຈາກ US$2.125 ມາ​ເປັນ US$1.910 ໃນໄລຍະ​ເວລາດຽວກັນ.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.