ເພື່ອເປັນການຜັນຂະຫຍາຍ ມາດຕາ 33 ການແຈ້ງເງິນສົດ, ວັດຖຸມີຄ່າ ຫຼືເຄື່ອງມືທາງດ້ານການເງິນ ແລະ ມາດຕາ 34 ການກວດກາຂອງເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຂອງກົດໝາຍວ່າດ້ວຍການຕ້ານການສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ມີຄວາມຊັດເຈນ, ຄຕຟງ ອອກ ຄໍາແນະນໍາ ວ່າດ້ວຍ ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ໃນເວລາເຂົ້າ-ອອກ ສປປ ລາວ ສະບັບເລກທີ 06/ຄຕຟງ, ລົງວັນທີ 19 ພຶດສະພາ 2015, ໂດຍໄດ້ກໍານົດໃຫ້ຜູ້ໂດຍສານ ທີ່ເຂົ້າ-ອອກ ສປປ ລາວ ທີ່ນໍາເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ສປປ ລາວ ທີ່ມີມຸນຄ່າທຽບເທົ່າ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ຂຶ້ນໄປ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຕາມແບບພິມຂອງກົມພາສີ, ກະຊວງການເງິນ ວາງອອກ.

# ຫົວຂໍ້ ດາວໂຫຼດ
1 NCC issues Instruction on the Declaration of Cash, Precious metals and Bearer Negotiable Instruments While Entering/Exiting the Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.