ບົດຄັດຫຍໍ້

       ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ຂອງ ສປປ ລາວ ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດມາ​ຕັ້ງ​ແຕ່​ປີ 2011 ພາຍ​ໃຕ້​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການ​ຄ້າ ​ໃນ​ໄລຍະ​ປີ 2011-2015 ເຊິ່ງເປັນບາດ ກ້າວອັນສຳຄັນໃນການ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ຄ້າ​ຕ່າງປະ​ເທດ ​ແລະ ພາສີ ມີ​ຄວາມ​ກະທັດ​ຮັດ, ​ໂປ່ງໃສ, ສະດວກ​ວ່ອງ​ໄວ ​ແລະ ກົມກຽວ​ກັນ, ​ແນ​ໃສ່ຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ດ້າ​ນການ​ຄ້າ, ປະກອບສ່ວນແກ່ການເພີ່ມຄວາມ​ສາມາດ​ແຂ່ງຂັນ​ທາງ​ດ້ານ​ການ​ຄ້າ​ຂອງ​ພາກ​ທຸລະ​ກິດລາວ ​ໃນ​ຕະຫຼາດ​ຕ່າງປະ​ເທດ, ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດໃຫ້​ໄດ້​ຫຼາຍ​ຂຶ້ນ ​ແລະ ສາມາດ​ຄຸ້ມ​ຄອງ​ຂັ້ນ​ຕອນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ໄດ້​ຢ່າງ​ມີ​ປະສິດທິພາບ. ຈຸດປະສົງ​ຂອງ​ບົດ​ລາຍ​ງານ​ສະ​ບັບນີ້ ​ແມ່ນ​ເພື່ອສະ​ຫຼຸບ​ຜົນ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ໄລ ຍະ​ເວລາ 02 ປີ ​ແຕ່​ເດືອນ​ຕຸລາ 2013 ຫາ ​ເດືອນ​ກໍລະກົດ 2015. ບົດ​ສະຫຼຸບ​ດັ່ງກ່າວ ຈະ​ເປັນ​ຂໍ້​ມູນ​ພື້ນຖານ​ແກ່ການ​ຕິດຕາມ​ກວດ​ກາ ​ແລະ ປະ​ເມີນຄວາມ​ຄືບ​ໜ້າ​ຂອງ​ການອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ໃນ​ແຕ່ລະ​ຂະ​ແໜງ​ການ, ​ແນ​ໃສ່ສ້າງ​ຄວາມ​ກົມ​ກຽວ​ແກ່​ການ​ສ້າງ​ແຜນ​ງານ, ປະກອບສ່ວນ​ແກ່​ການ​ຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພາກ​ທຸລະ​ກິດ​ໃຫ້​ນັບ​ມື້​ນັບ​ສູງ​ຂຶ້ນ.

       ການ​ປະ​ເມີນ​ຄວາມ​ຄືບ​ໜ້າ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ແມ່ນ​ອີງ​ໃສ່ການ​ປຽບທຽບ ລະຫວ່າງ ​ຜົນ​ການຈັດ​ຕັ້ງ​ປະຕິບັດກິດຈະ​ກໍາຕົວ​ຈິງ ​​ແລະ ບັນດາ​ກິດຈະກຳ ຂອງ 06 ຍຸດ​ທະ​ສາດອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ທີ່​ລະບຸ​ໄວ້​ໃນ​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການ​ຄ້າ ຂອງ ສປປ ລາວ ​ໃນ​ໄລຍະ​ປີ 2011-2015. ຜົນ​ກະທົບ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ດັ່ງ ກ່າວ ສາມາດ​ວັດ​ແທກ​ໄດ້​ຈາກ ຕົວ​ຊີ້​ວັດ​ຄວາມ​ງ່າຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ດ້ານ​ການ​ຄ້າ ທີ່​ຮວບ​ຮວມ​ໂດຍ​ທະນາຄາ​ນ​ໂລກ.

       ຜົນການປະເມີນຄວາມຄືບໜ້າ ສະແດງໃຫ້ເຫັນວ່າ: ກຂອຄ ​ແລະ ຂະ​ແໜງ​ການ​ກ່ຽວຂ້ອງ​ກັບ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ສາມາດ​ຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ອຳນວຍຄວາມ​ສະດວກທາງ​ດ້ານ​ການ​ຄ້າ ​ໄດ້​ປະມານ 93% ​ໃນ​ໄລຍະ​ປີ 2011-2015. ຜົນ​ຂອງ​ການ​ປະເມີນ ​ແມ່ນ​ອີງ​ຕາມ 06 ຍຸດ​ທະ​ສາດ​ຍ່ອຍ ​ເຊິ່ງປະກອບ​ດ້ວຍ 28 ກິດຈະກຳ; ​ໃນ​ນັ້ນ, ມີ​ 26 ກິດຈະກໍາທີ່​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ. ຍຸດ​ທະ​ສາດ​ທີ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຕາມ​ແຜນ ປະກອບດ້ວຍ 04 ຍຸດ​ທະ​ສາດ ຄື: (1) ຍຸດ​ທະ​ສາດ​ທີ 1 ກ່ຽວ​ກັບ ການຍົກ​ສູງ​ວຽກ​ງານ​ການອຳນວຍ​ຄວາມ​ສະດວກທາງ​ດ້ານ​ການ​ຄ້າ ​ໃນ​ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ; (2) ຍຸດ​ທະ​ສາດທີ 2 ກ່ຽວ​ກັບ ການ​ເຮັດ​ໃຫ້​ຂັ້ນ​ຕອນດ້ານ​ການ​ຄ້າ ​ແລະ ພາສີ ມີ​ຄວາມ​ກະທັດຮັດ, ​ໂປ່​ງ​ໃສ, ສະດວກ​ວ່ອງ​ໄວ ​ແລະ ກົມກຽວ​ກັນ; (3) ຍຸ​ດທະ​ສາດ​ທີ 4 ກ່ຽວ​ກັບ ການປັບປຸງ ແລະ ສ້າງຂີດຄວາມສາມາດຂອງພາກທຸລະກິດ ໃຫ້ສາມາດດຳເນີນການຄ້າໄດ້ຢ່າງມີປະສິດທິຜົນ ໂດຍສອດຄ່ອງກັບລະບຽບຫຼັກການ; ​ແລະ (4) ຍຸ​ດທະ​ສາດ​ທີ 6 ກ່ຽວ​ກັບ​ ການສ້າງຕັ້ງ ກຂອຄ. ຍຸດ​ທະ​ສາດ​ທີ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ພຽງ​ບາງ​ສ່ວນ ປະກອບດ້ວຍ 02 ຍຸດ​ທະ​ສາດ ຄື: (1) ຍຸດ​ທະ​ສາດ​ທີ 3 ກ່ຽວ​ກັບ ການຈັດ​ຕັ້ງ​ປະຕິບັດ​ບັນດາ​ພັນທະ​ໃນ​ຂອບ​ສອງ​ຝ່າຍ, ອະນຸ​ພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ; ​ແລະ (2) ຍຸດ​ທະສາດທີ 5 ກ່ຽວກັບ ການສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ເພື່ອເຮັດໃຫ້ຂັ້ນຕອນການຄ້າ ແລະ ພາສີ ມີຄວາມຄ່ອງຕົວ.

       ຜົນສຳ​ເລັດ​ ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານການ​ຄ້າ ​ປະກອບ ສ່ວນ​ແກ່ ການ​ພັດທະນາ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ 04 ດ້ານ ຄື: (1) ການປະຕິຮູບທາງດ້ານລະບຽບການ ເຊິ່ງສະແດງອອກໃນການສ້າງ ແລະ ປັບປຸງນິຕິກຳ ຈຳນວນ 35 ສະບັບ ແລະ ການສະຫຼຸບ​ຜົນ​ການ​ປະ​ເມີນ​ຄວາມ​ຕ້ອງການ ​ແລະ ບູລິ​ມະ​ສິດ​ຂອງ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າຂອງ ສປປ ລາວ;  (2) ການປັບປຸງ​ໂຄງ​ລ່າງ​ພື້ນຖານ​ໃນການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ເຊິ່ງສະແດງອອກໃນການພັດທະ ນາສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ມີຄວາມຫຼາກຫຼາຍທາງດ້ານເນື້ອໃນ ແລະ ການຕິດຕັ້ງລະບົບອາຊິກຸດາໃນທຸກດ່ານສາກົນ; (3) ການ​ພັດທະນາ​ບຸກຄະລາ​ກອນ ເຊິ່ງສະແດງອອກໃນການຈັດຝຶກອົບຮົມແກ່ພະນັກງານ​ໃນ​ພາກລັດ ​ແລະ ພາກ​ທຸລະ​ກິດ ທາງດ້ານວິທີການນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ, ການເພີ່ມຂີດຄວາມສາມາດທາງ​ດ້ານ​ທັກ​ສະການ​ເປັນ​ຄູ​ຝຶກ ​ແລະ ທັກ​ສະ​ດ້ານ​ການ​ເປັນ​ນັກ​ວິທະຍາ ກອນ ​ໃນ​ການ​ນຳ​ສະ​ເໜີ​ບົດ, ການ​ເພີ່ມ​ຂີດ​ຄວາມ​ສາມາດ ​ໃນ​ການ​ປະ​ເມີນ​ຜົນ​ກະທົບ​ຂອງມາດ​ຕະການ​ທີ່​ບໍ່​ແມ່ນ​ພາສີ, ​ແລະ ການ​ນຳ​ໃຊ້​ລະບົບ​ແຈ້ງ​ພາສີ​ແບບ​ອີ​ເລັກ​​ໂທຣນິກ; ແລະ (4) ການແກ້ໄຂບັນຫາຂອງພາກທຸລະກິດ ເຊິ່ງສະແດງອອກໃນການຕິດຕາມ ​ແລະ ​ແກ້​ໄຂ​ບັນຫາການ​ສຳ​ປະທານບໍລິການປະກອບເອກະສານການສົ່ງອອກສິນຄ້າ​ກະສິກໍາ ຢູ່ ​ແຂວງ​ອຸດົມ​ໄຊ, ການ​ຜ່ານ​ແດນ​ຂອງ​ສິນຄ້າ​ກະສິກຳ ປະ​ເພດ​ໝາກກ້ວຍ ຈາກ ສປປ ລາວ ​ໄປ ສປ ຈີນ ​ໂດຍ​ຜ່ານ​ແດນ​ຫວຽດນາມ, ​ແລະ ການ​ຂໍອະນຸຍາດ​ນໍາ​ເຂົ້າ​ຢາ, ອາຫານ ​ແລະ ສານ​ເສບ​ຕິດ.

       ໝາກຜົນ​ຂອງການພັດທະນາວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ປະກອບສ່ວນແກ່ການປັບປຸງບັນດາ​ລະບຽບການ​ດຳ​ເນີນ​ທຸລະ​ກິດທີ່​ເອື້ອ​ອໍາ​ນວຍ​ແກ່​ການ​ຂະຫຍາຍຕົວ​ຂອງ​ພາກ​ທຸລະ​ກິດ. ອີງ​ຕາມດັດ​ສະ​ນີ​ຄວາມ​ງ່າຍດາຍ​ໃນ​ກາ​ນດຳ​ເນີນ​ທຸລະ​ກິດຂອງ​ທະນາຄານ​ໂລກ, ສປປ ລາວ ​ໄດ້​ຖືກ​ຈັດ​ຢູ່ລຳດັບ​ທີ 148 ​ໃນ​ປີ 2015 ຈາກ ລໍາດັບ​ທີ 155 ໃນ 189 ປະ​ເທດ ​ໃນ​ປີ 2013. ໝາຍ​ຄວາມ​ວ່າ: ສະ​ຖານະ​ພາບ​ຂອງ ສປປ ລາວ ກ່ຽວ​ກັບ ​ການ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ດຳ​ເນີນ​ທຸລະ​ກິດ ໄດ້​ຮັບ​ການ​ປັບປຸງ 7 ລໍາດັບ ​ໃນ​ໄລຍະ​ປີ 2013-2015. ນອກ​ນັ້ນ, ຕົ້ນ​ທຶນ​ການ​ສົ່ງ​ອອກຕໍ່ຕູ້ຂົນສົ່ງ ​ໄດ້​ຫຼຸດ​ລົງ​ປະມານ 9% ​ເຊິ່ງ​ໄດ້​ຫຼຸດ​ລົງຈາກ US$2.140 ໃນ​ປີ 2013 ມາ​ເປັນ US$1.950 ໃນ​ປີ 2015, ​ໃນ​ຂະນະ​ທີ່ ຕົ້ນ​ທຶນ​ການນຳ​​ເຂົ້າຕໍ່ຕູ້ຂົນສົ່ງ ​ໄດ້​ຫຼຸດ​ລົງ​ປະມານ 10% ​ເຊິ່ງ​ໄດ້​ຫຼຸດ​ລົງຈາກ US$2.125 ມາ​ເປັນ US$1.910 ໃນໄລຍະ​ເວລາດຽວກັນ.  

ດາວໂຫຼດ: ບົດລາຍງານຄວາມຄືບໜ້າ: ການຈັດຕັ້ງປະຕິບັດແຜນຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ (ຕຸລາ 2013 ຫາ ກໍລະກົດ 2015)

ເອກະສານຊ້ອນທ້າຍ:

ດາວໂຫຼດ: ເອກະສານ​ຊ້ອນ​ທ້າຍ 1: ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ ສົກປີ 2011-2015
ດາວໂຫຼດ: ເອກະສານ​ຊ້ອນ​ທ້າຍ 2: ບັນດາ​ນິຕິ​ກໍາ ​ແລະ ​ເອກະສາ​ນກ່ຽວຂ້ອງ ທີ່​ກໍາ​ລັງ​ໄດ້​ຮັບ​ການ​ປັບປຸງ ຕຸລາ 2013 ຫາ ກໍລະກົດ 2015
ດາວໂຫຼດ: ເອກະສານຊ້ອນທ້າຍ 3: ການແກ້ໄຂບັນຫາຂອງພາກທຸລະກິດ

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.