ກອງ​ເລຂາ​ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ[1]

                         ກົມ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ
                       ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ

ບົດຄັດ​ຫຍໍ້​

       ການຈັດ​ຕັ້ງ​ປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າຂອງ ອົງການການຄ້າໂລກ (WTO) ​ເປັນ​ຍຸດ​ທະ​ສາດ​ອັນ​ດີ​ໃນ​ການຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ດ້ານ​ການ​ຄ້າໃຫ້ແກ່ປະ​ເທດ​ສະມາຊິກ. ​ແຕ່​ວ່າຄວາມ​ອາດ​ສາມ​າດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສັນຍາຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ມີ​ຄວາມ​ແຕກ​ຕ່າງ​ກັນ ຕາມ​ລະດັບ​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ. ຈຸດປະສົງຂອງບົດ​ລາຍ​ງານ​ສະບັບ​ນີ້ ແມ່ນເພື່ອ: (1) ສະຫຼຸບ​ຜົນ​ການ​ປະ​ເມີນ​ຄວາມ​ຕ້ອງການ ​ແລະ ບູລິ​ມະ​ສິດ​ຂອງ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າຂອງ ສປປ ລາວ ຢູ່​ຂັ້ນ​ສູນ​ກາງ ​ແລະ ຂັ້ນ​ທ້ອງ​ຖິ່ນ; (2) ວິ ເຄາະຄວາມພ້ອມ ​ແລະ ຂໍ້ຄົງຄ້າງ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາມາດຕາ ຂອງສັນຍາອໍານວຍຄວາມສະດວກທາງດ້ານການຄ້າ ​ໂດຍ​ອີງ​ໃສ່ 03 ຕົວ​ຊີ້​ວັດ ຄື​: ​(1) ນິຕິ​ກຳຂອງຂະ​ແໜງ​ການ​ຮັບຜິດຊອບ, (2) ​ໂຄງ​ລ່າງ​ພື້ນຖານ, ​ແລະ (3) ບຸກຄະລາ​ກອນ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ.

       ຜົນ​ການ​ປະ​ເມີນ​ຊີ້​ໃຫ້​ເຫັນ​ວ່າ: ໝວດ A ຂອງ​ສັນຍາ ປະກອບ​ດ້ວຍ 13 ມາດ​ຕະການ; ໝວດ B ຂອງ​ສັນຍາ ປະກອບ​ດ້ວຍ 7 ມາດ​ຕະການ; ໝວດ C ຂອງ​ສັນຍາ ປະກອບ​ດ້ວຍ 16 ມາດ​ຕະການ. ນອກ​ນັ້ນ, ຜົນ​ການ​ວິ​ເຄາະ ສະ​ແດງ​ໃຫ້​ເຫັນ ຕົວ​ກຳນົດ​ຄວາມ​ອາດ​ສາມາດ​ຂອງ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດໝວດ A ​ເຊິ່ງປະກອບ​ດ້ວຍ 03 ຕົວຊີ້ວັດຄື: (1) ນິຕິ​ກຳທີ່​ເປັນ​ພື້ນ​ຖານ​ແກ່​ການຈັດ​ຕັ້ງ​ປະຕິບັດ​ສັນຍາ ປະກອບດ້ວຍ ກົດໝາຍ​ 03 ສະບັບ ຄື: ກົດໝາຍ ວ່າດ້ວຍພາສີ, ກົດໝາຍ ວ່າດ້ວຍອາຫານ, ​ແລະ ກົດໝາຍ ວ່າດ້ວຍ ການປ້ອງກັນພືດ; (2) ​ໂຄງ​ລ່າງ​ພື້ນຖານໃນ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ ປະກອບດ້ວຍ ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າຂອງ ສປປ ລາວ ​ແລະ ລະບົບ​ອາ​ຊິ​ກຸ​ດາ; (3) ບຸກຄະລາ​ກອນ​​​ໃນ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ ປະກອບດ້ວຍ ສະມາຊິກກອງ​​ເລຂາ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ (ກຂອຄ). ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ອາດ​ສາມາດຂອງ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ ແມ່ນຍັງຕໍ່າ​​ກວ່າ​ບັນດາ​ປະ​ເທດທາງ​ຜ່ານ (​ໄທ ​ແລະ ຫວຽດນາມ) ​ແລະ ປະ​ເທດ​ດ້ອຍ​ພັດທະນາ ​ເປັນ​ຕົ້ນ​ແມ່ນການນຳໃຊ້ລະບົບ​ອີ​ເລັກ​​ໂທຣນິກ ​ແລະ ບຸກຄະລາກອນທີ່ມີຄວາມຮູ້ໃນລະດັບສູງ​ໃນ​ການ​ບໍລິຫານ​ຄວາມ​ສ່ຽງ.

ສຳລັບໄລຍະ​ເວລາ​ໃນ​ການກະກຽມ​ຈັດ​ຕັ້ງ​ປະຕິບັດສັນຍາ, ສປປ ລາວ ອາດ​ພິຈາລະນາ 03 ທາງ​ເລືອກ ສຳລັບ ​ການ​ແຈ້ງ ໝວດ A ​ແລະ ​ໃຫ້​ສັດຕະຍາບັນສັນຍາ ຄື: (1) ​ເດືອນ​ກັນຍາ ​ປີ 2015, (2) ​ເດືອນ​ຕຸລາ ​ປີ 2015, ​ແລະ (3) ​ທ້າຍ​ປີ 2016. ​ຜົນ​ການ​ວິ​ເຄາະ​ຄວາມ​ພ້ອມ​ຂອງ ສປປ ລາວ ຊີ້​ໃຫ້​ເຫັນ​ວ່າ: (1) ສປປ ລາວ ມີ​ຄວາມ​ພ້ອມ​ທີ່​ຈະ​​ແຈ້ງ   ໝວດ A ​​ໃນເດືອນ​ກັນຍາ ​ປີ 2015 ​ແລະ ​ໃຫ້​ສັດຕະຍາບັນສັນຍາ ​ໃນ​ທ້າຍ​ປີ 2015; (2) ສປປ ລາວ ມີ​ຄວາມ​ພ້ອມ​ທີ່​ຈະ​​ແຈ້ງ ໝວດ A ​​ໃນເດືອນຕຸລາ ​ປີ 2015 ​ແລະ ​ໃຫ້​ສັດຕະຍາບັນສັນຍາ ​ໃນ​ທ້າຍ​ປີ 2015; ຫຼື (3) ສປປ ລາວ ຄວນ​​ແຈ້ງ​ໝວດ A ​ໃນ​ທ້າຍ​ປີ 2015 ​ແລະ ​ໃຫ້​ສັດຕະຍາບັນສັນຍາ ໃນ​ທ້າຍ​ປີ 2016 ​ເພື່ອ​ສັງ​ເກດ​ຄວາມ​ຄືບ​ໜ້າການ​ໃຫ້​ສັດຕະຍາບັນຂອງ​ບັນດາ​ປ​ະ​ເທດ​ດ້ອຍ​ພັດທະນາ​ອື່ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ແຕກ​ຕ່າງ​ຂອງ​ໄລຍະ​ເວລາ ​1 ປີ ສໍາລັບການ​ໃຫ້​ສັດຕະຍາບັນ​ ​ໃນທ້າຍ​ປີ 2015 ​ແລະ ​ ​​ໃນທ້າຍ​ປີ 2016 ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ການ​ປັບປຸງ​ຄວາມ​ອາ​ດສາມາດ​ຂອງ ສປປ ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສັນຍາ ຍ້ອນ​ວ່າ ບັນດາ​ຕົວ​ກຳນົດ​ຄວາມ​ພ້ອມ​​ໃນ​ການຈັດ​ຕັ້ງ​ປະຕິບັດສັນຍາ​ ​ເຊັ່ນ: ນິຕິ​ກຳ, ​ໂຄງ​ລ່າງພື້ນຖານ​ ​ແລະ ບຸກຄະລາ​ກອນ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ ຫຼື ປ່ຽນ​ແປງ​ໜ້ອຍ ໃນ​ຊ່ວງ​ເວລາ​ດັ່ງກ່າວ.


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.