ການຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ເຜີຍແຜ່ລະບຽບການດ້ານການຄ້າໃຫ້ກວ້າງຂວາງ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ຊຶ່ງແມ່ນປັດໃຈອັນສຳຄັນຂອງການສ້າງຄວາມໂປ່ງໃສ ໃນການດຳເນີນທຸລະກິດການຄ້າ ຢູ່ ສປປ ລາວ. ສິ່ງສຳຄັນແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ສາມາດເຂົ້າເຖິງຂໍ້ມູນຂ່າວ ສານດ້ານນິຕິກຳ ແລະ ລະບຽບການດ້ານການຄ້າ ຢ່າງສະດວກ ແລະ ງ່າຍດາຍ.

ທີ່ກອງປະຊຸມ ນອກຈາກການຮັບຟັງການບັນຍາຍແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ມີການເຮັດບົດຝຶກຫັດການນໍາໃຊ້ເວັບໄຊ້, ມີການແລກປ່ຽນຄຳຄິດຄຳເຫັນກັບ ນັກວິທະຍາກອນຢ່າງກົງໄປກົງມາ ເຊີ່ງເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ໄດ້ນໍາໃຊ້ເວທີນີ້ເປັນເວທີຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງຟົດຟື້ນ.

ພາຍຫຼັງສູນຂໍ້ມູນຂ່າວສານທາງດ້ານການຄ້າ ໄດ້ເປີດໂຕນຳໃຊ້ຢ່າງເປັນທາງການ ໃນທ້າຍເດືອນມິຖຸນາ 2012, ກໍ່ໄດ້ຈັດຝຶກອົບຮົມໃນລັກສະນະນີ້ມາແລ້ວ 6 ຄັ້ງ ໃຫ້ແກ່ທັງພາກລັດ ແລະ ທຸລະກິດ ຢູ່ທັງໃນນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ. ເປົ້າໝາຍຫຼັກຂອງການຝຶກອົບຮົມແມ່ນສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ວິທີການນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ບັນດານັກສໍາມະນາກອນ ເພື່ອໃຫ້ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງ ໃນການຄຸ້ມຄອງບໍລິຫານວຽກງານ ທີ່ຕິດພັນກັບວຽກງານນຳເຂົ້າ-ສົ່ງອອກ ແລະ ການດຳເນີນທຸລະກິດ ຢ່າງມີປະສິດທິຜົນ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າເປັນບາດກ້າວທຳອິດ ຂອງ ສປປ ລາວ ໃນການພັດທະນາລະບົບການອອກອະນຸຍາດແບບເອເລັກໂຕນິກ ຫຼື ເອີ້ນວ່າການບໍລິການອອກອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າ ໂດຍຜ່ານລະບົບປະຕູດຽວແຫ່ງຊາດ ຂອງ ສປປ ລາວ ໃນຕໍ່ໜ້າ, ທັງເປັນສິ່ງອໍານວຍຄວາມສະດວກໃນການສື່ສານແບບອອນລາຍ. ພ້ອມນັ້ນ, ຍັງເປັນບາດກ້າວອັນສຳຄັນ ໃນການຈັດຕັ້ງປະຕິບັດພັນທະຂອງສົນທິສັນຍາ ໃນຂອບພາກພື້ນ ແລະ ສາກົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.