ໃນ​ທີ່​ປະຊຸມ, ທ່ານ ອາເຊເວໂດ, ຫົວໜ້າອົງ​ການ​ກາ​ນຄ້າ​ໂລກ, ​ແລະ ທ່ານ ນາງ​ ເຂັມມະນີ, ​ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຍົກ​ສູງ​ຄວາມ​ສໍາ​ຄັນ​ຂອງ​ ສອຄ​ ​​ໃນ​ການຫຼຸດຕົ້ນທຶນ​ທາງ​ດ້ານ​ການ​ຄ້າ. ສ​ປປ ລາວ ​ເປັນ​ປະ​ເທດ​ທີ່ດ້ອຍ​ພັດທະນາ​ປະ​ເທດ​ທີ 2 ທີ່​ໄດ້​ໃຫ້​ສັດຕະຍາບັນຮັບຮອງ​ເອົາ​ສັນຍາ​ດັ່ງກ່າວ ຊຶ່ງ​ເປັນ​​ເຄື່ອງໝາຍຜົນ​ສໍາ​ເລັດ​ອັນສໍາຄັນ​ ​ທີ່ໄດ້​ສ້າງ​ສະຖານ​ະ​ໃຫ້​​​ແກ່ປະ​ເທດດ້ອຍ​ພັດທະນາ​ທີ່ບໍ່ມີ​ທາງ​ອອກ​ສູ່​ທະ​ເລ.

ດັ່ງ​ທີ່​ໄດ້​ລະບຸ​ໄວ້​ໃນ​ກອງ​ປະຊຸມ​ລັດຖະມົນຕີຂອງ​ອົງການ​ການ​ຄ້າ​ໂລກ​ທີ່ບາ​ລີ 2013, ສອຄ ​ໄດ້ລະບຸບັນດາ​ລະບຽບການ​ເພື່ອ​ອໍານວຍ​ຄວາມ​ສະດວກການ​ເຄື່ອນ​ຍ້າຍ, ການ​ປ່ອຍ​ ​ແລະ ການ​ແຈ້ງສິນຄ້າ ລວມທັງ ສິນຄ້າ​ຜ່ານ​ແດນ ​ແລະ ຍັງ​ໄດ້​ກໍານົດ​ມາດ​ຕະການ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິພາບ​ລະຫວ່າງ​ເຈົ້າໜ້າທີ່​ພາສີ ​ແລະ  ພາກສ່ວນ​ເຈົ້າໜ້າທີ່ ທີ່​ກ່ຽວຂ້ອງທີ່​ຕິດ​ພັນ​ກັບວຽກງານ​ການ​ອໍ​ານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ.​ ພ້ອມ​ນີ້ ສອຄ ກໍ​ຍັງ​ປະກອບ​ມີ​ລະບຽບການ​​ໃນການ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກນິກ ​ແລະ ການ​ສ້າງຄວາມ​ອາດ​ສາມາດ​ໃນ​ຂົງ​ເຂດ​ດັ່ງກ່າວ.

ສອຄ ຈະ​ມີ​ຜົນ​ບັງຄັບ​ໃຊ້​ກໍ່ຕໍ່ເມື່ອ​ສອງ​ສ່ວນ​ສາມ​ຂອງ​ສະມາ​ຊິກ​ອົງການ​ການ​ຄ້າ​ໂລກ ​​ຮັບຮອງ​ເອົາ​ສັນຍາ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ. ນອກຈາກ ສປປປ ລາວ​ ແລ້ວ, ກໍ​ມີ​ປະ​ເທດ​ອື່ນ​ທີ່​ໄດ້​ຮັບຮອງ​​ສົນທິສັນຍາ​ດັ່ງກ່າວ​ເຊັ່ນ: Hong Kong China, Singapore, the United States, Mauritius, Malaysia, Japan, Australia, Botswana, Trinidad and Tobago, the Republic of Korea, Nicaragua, Niger, Belize, Switzerland, Chinese Taipei, China, and Liechtenstein.

ສອຄ ​ໄດ້​ສ້າງ​ພື້ນຖານ​ໃໝ່​ໃຫ້​ແກ່​ປະ​ເທດ​ກໍາລັງ​ພັດທະນາ ​ແລະ ປະ​ເທດດ້ອຍພັດທະນາ ​​ເຊິ່ງຈະ​ເຮັດ​ໃຫ້​ປະ​ເທດ​​ເຫຼົ່ານັ້ນ​​​ໄດ້​ຮັບຜົນ​ປະ​ໂຫຍ​ດຈາກ​ການຈັດຕັ້ງປະຕິບັດສັນຍາ​ດັ່ງ​ກ່າວ. ນີ້​ເປັນຄັ້ງທໍາ​ອິດ​ໃນ​ປະຫວັດສາດທີ່ສໍາຄັນຂອງ​ອົງການ​ການ​ຄ້າ​ໂລກ ໃນ​ການ​ການຈັດຕັ້ງປະຕິບັດ​ສັນ​ຍາ​​ທີ່ໄດ້​ມີ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ຄວາມອາດ​ສາມາດ​ຂອງ​ປະ​ເທດ ​ເນື່ອງ​ຈາກ​ວ່າສັນຍາ​ດັ່ງກ່າວ​ໄດ້ກໍານົດ​ເຖິງ​ຄວາມ​ຊ່ວ​ຍ​ເຫຼືອ ​ແລະ ການ​ສະໜັບສະໜຸນ​ທາງ​ດ້ານ​ຄວາມ​ອາດ​ສາມາດ ​ທີ່​ຈະ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ນັ້ນປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ອໍານວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ.

ການ​ອໍານ​ວຍຄວາມ​ສະດວກ​ໃຫ້​ແກ່ສັນຍາອໍານວຍຄວາມສະດວກທາງດ້ານການຄ້າ ກໍ​ຍັງ​ໄດ້​ຮ້ອງ​ຂໍ​​ໃຫ້ສະມາຊິກ​ປະ​ເທດ​ກໍາລັງ​ພັດທະນາ ​ແລະ ປະ​ເທດດ້ອຍພັດທະ​ນາຮັບປະກັນ​ວ່າ​ພວກ​ເຂົາ​​ໄດ້ຮັບ​ຄວາມຊ່ວຍ​ເຫຼືອທີ່​ຈໍາ​ເປັນ ​ເພື່ອ​ເປັນ​ການ​ຮັບ​ຜົນ​ປະ​ໂຫຍ​ດສູງສຸດຈາກ ສອຄ ​ແລະ ຊ່ວຍ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເຕັມ​ສ່ວນ​ຈາກ​ການຈັດຕັ້ງປະຕິບັດ​ສັນຍາ​ໃໝ່ຈາກ​ບັນດາ​ສະມາຊິກ​ທັງໝົດ.

ສປປ ລາວ ​ໄດ້​ຍຶ່ນສານ​ແຈ້ງປະ​ເພດ“ Category A” ​ເຖິງອົງການ​ການ​ຄ້າ​ໂລກ ​ໃນ​ວັນ​ທີ 15 ກັນຍາ 2015 ​ເຊິ່ງ​ໄດ້​​ແຈ້ງ​ບັນດາ​ມາດ​ຕະການ​ໃນ ສອຄ ທີ່ ສປປ ລາວ ສາມາດ​ຈັດຕັ້ງປະຕິບັ​ດ​ໄດ້​ທັນທີ​ເມື່ອ​​ສັນຍາມີຜົນບັງຄັບໃຊ້. ການ​ແຈ້ງ “ Category A” ຂອງ ສປປ ລາວ ​ແລະ ປະ​ເທດສະມາຊິກ​ອົງການ​ການ​ຄ້າ​ໂລກ​ອື່ນໆ ​​ນີ້ ແມ່ນ​ສາມາດ​ເບິ່ງ​ໄດ້​ທີ່ www.wto.org/tradefacilitation.

​ແຫຼ່ງທີ່​ມາ: ອົງການ​ການ​ຄ້າ​ໂລກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.