ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 1812/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 04 ກັນຍາ 2015

ຄຳສັ່ງແນະນຳ

ເຖິງ:    ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ.

ເລື່ອງ:   ການຜັນຂະຫຍາຍແຈ້ງການຂອງຫ້ອງວ່າການລັດຖະບານເລກທີ 790/ຫລບ.ກລຂ, ລົງວັນທີ 21 ພຶດສະພາ 2015 ແລະ ເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015.

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 522/ນຍ, ລົງວັນທີ 21 ທັນວາ 2011.
  • ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 790/ຫລບ.ກລຂ, ລົງວັນທີ 21 ພຶດສະພາ2015.
  • ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015.

ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍເນື້ອໃນແຈ້ງການຂອງຫ້ອງວ່າການລັດຖະບານເລກທີ 790/ຫລບ.ກລຂ, ລົງວັນທີ 21 ພຶດສະພາ 2015 ແລະ ເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015 ໃຫ້ມີຜົນສັກສິດ ແລະ ປະກົດຜົນເປັນຈິງ

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງແນະນຳ ດັ່ງນີ້:

1.        ບໍ່ອະນຸຍາດໃຫ້ສົ່ງອອກໄມ້ທ່ອນ, ໄມ້ຕີຕັບ ແລະ ໄມ້ເລື່ອຍແປຮູບ ທຸກປະເພດອອກໄປຕ່າງປະເທດຢ່າງ ເດັດຂາດ, ໃຫ້ປຸງແຕ່ງສຳເລັດຮູບແລ້ວຈຶ່ງສົ່ງອອກ.

2.       ໄມ້ທີ່ຂຸດຄົ້ນອອກຈາກໂຄງການຕ່າງໆ ເປັນຕົ້ນແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໂຄງການກໍ່ສ້າງ ເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການຂຸດຄົ້ນອອກຈາກແລວທາງ, ແລວສາຍໄຟຟ້າ ແລະ ໂຄງການພັດທະນາຕ່າງໆ ແມ່ນໃຫ້ປະມູນຂາຍແບບເປີດກວ້າງໃຫ້ແກ່ບັນດາໂຮງງານປຸງແຕ່ງພາຍໃນ ເພື່ອປຸງແຕ່ງພາຍໃນ ຫຼື ປຸງແຕ່ງເປັນສຳເລັດຮູບສົ່ງອອກຕ່າງປະເທດ.

3.       ສຳລັບໄມ້ປູກແມ່ນສົ່ງເສີມໃຫ້ມີການປຸງແຕ່ງຢູ່ພາຍໃນ, ຖ້າບໍ່ສາມາດປຸງແຕ່ງໄດ້ແມ່ນອະນຸຍາດໃຫ້ສົ່ງ ອອກເປັນທ່ອນ ບົນພື້ນຖານການຢັ້ງຢືນຄວາມຖືກຕ້ອງຂອງແຫຼ່ງທີ່ມາ ແລະ ເອກະສານຈາກຂະແໜງການ ທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ໃນແຈ້ງການວ່າດ້ວຍຂັ້ນຕອນການອອກອະນຸຍາດນຳເຂົ້າ ແລະ ສົ່ງອອກ ໄມ້ປູກ ສະບັບເລກທີ 1791/ອຄ.ກຂອ, ລົງວັນທີ 15 ກັນຍາ 2011, ແຈ້ງການເພີ້ມເຕີມ ສະບັບເລກທີ 1135/ຫອຄ.ກຂອ, ລົງວັນທີ 06 ພຶດສະພາ 2014 ແລະ ລະບຽບກົດໝາຍອື່ນໆ.

4.       ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ສົມທົບກັບຂະແໜງການກ່ຽວຂ້ອງ ສືບຕໍ່ປັບປຸງ ແລະ ດັດສົມໂຮງງານ ໂດຍ ລົງກວດກາ, ປະເມີນຄືນບັນດາໂຮງງານປຸງແຕ່ງໄມ້ທຸກປະເພດ ຢູ່ພາຍໃຕ້ຂົງເຂດຄວາມຮັບຜິດຊອບຂອງຕົນ ໂດຍເນັ້ນໃສ່ຄຸນນະພາບ, ມາດຕະຖານຂອງການຜະລິດ, ການປະຕິບັດຕໍ່ລະບຽບກົດໝາຍທີ່ວາງອອກ ໂດຍຈັດປະເພດດີ, ກາງ ແລະ ອ່ອນ. ຖ້າຫາກຫົວໜ່ວຍທຸລະກິດໃດ ປະຕິບັດໄດ້ຕາມເງື່ອນໄຂ, ມາດຕະຖານໂຮງງານ ແລະ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ສືບຕໍ່ຊຸກຍູ້ສົ່ງເສີມ, ແຕ່ສຳລັບຫົວໜ່ວຍທຸລະກິດໃດ ບໍ່ສາມາດປະຕິບັດໄດ້ແມ່ນຕ້ອງດຳເນີນການປັບປຸງທັນທີ ພ້ອມທັງໃຫ້ມີການກຳນົດໄລຍະເວລາຂອງການປັບປຸງຢ່າງຄັກແນ່.

5.       ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ລາຍງານສະພາບການປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ກົມອຸດສາຫະກຳ ແລະ ຫັດຖະກຳ) ຊາບ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.

6.       ໃຫ້ສະມາຄົມອຸດສາຫະກຳປຸງແຕ່ງໄມ້ ແລະ ສະມາຄົມເຟີນີເຈີ ໃຫ້ຄວາມຮ່ວມມື ໃນການປັບປຸງໂຮງງານປຸງແຕ່ງໄມ້, ຜະລິດຕະພັນໄມ້ຂອງຕົນ ໃຫ້ໄດ້ຄຸນນະພາບ ແລະ ໄດ້ມາດຕະຖານ ທີ່ວາງອອກ ໂດຍການເປັນເຈົ້າການໃນການປັບປຸງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການເອົາໃຈໃສ່ປັບປຸງລະບົບໂຮງງານ, ປຸງແຕ່ງໃຫ້ເປັນຜະລິດຕະພັນໄມ້ສຳເລັດຮູບ, ສ້າງມູນຄ່າເພີ້ມສູງ, ຜະລິດຕະພັນໃຫ້ມີຍີ່ຫໍ້, ຮັບປະກັນຄຸນນະພາບ, ໄດ້ມາດຕະຖານ, ປະສານສົມທົບ, ຮ່ວມມື, ແບ່ງງານກັນຜະລິດ ແລະ ຫັນມານຳໃຊ້ໄມ້ປູກເພື່ອເປັນວັດຖຸດິບປ້ອນໂຮງງານ.

7.       ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບບັນດາຂະແໜງການທີ່ ກ່ຽວຂ້ອງ ເປັນເຈົ້າການຕິດຕາມ, ກວດກາ, ຖ້າພົບເຫັນທຸກກໍລະນີຂອງການລະເມີດ ແມ່ນໃຫ້ດຳເນີນການຕາມລະ ບຽບກົດໝາຍຢ່າງເຂັ້ມງວດ.

8.       ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນເຈົ້າການຜັນຂະຫຍາຍ ແລະ ແນະນຳໃຫ້ບັນດາຫົວໜ່ວຍທຸລະກິດນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

9.       ຄຳສັ່ງແນະນຳສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະ ການຄ້າ,
(ເຊັນ ແລະ ປະທັບຕາ)

ນ. ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction no. 1812/MoIC.DIMEX, dated 4 September 2015 PDF
2 ຄໍາສັ່ງແນະນໍາ ເລກທີ 1812/ອຄ. ກຂອ, ລົງວັນທີ 4 ກັນຍາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.