ກະຊວງ​ ອຄ ​ໄດ້ອອກ ​ຂໍ້​ຕົກລົງຂໍ້ຕົກລົງ ວ່າດ້ວຍ ສູນການຄ້າ ແລະ ຮ້ານສັບພະສິນຄ້າ ສະບັບເລກທີ 1950/ອຄ. ຄພນ, ລົງວັນທີ 22 ກັນຍາ 2015 ​ເຊິ່ງ​ໄດ້​ກໍານົດ ກ່ຽວກັບ​ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງສູນການຄ້າ ແລະ ຮ້ານສັບພະສິນຄ້າ ເພື່ອເຮັດໃຫ້ການດຳເນີນທຸລະກິດ ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ຮັບປະກັນຜົນປະໂຫຍດອັນຊອບທຳຂອງລັດ, ຫົວໜ່ວຍທຸລະກິດ ແລະ ຜູ່ຊົມໃຊ້ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ​ໂດຍ​ໄດ້​ກໍານົດຫຼັກການພື້ນຖານ​ຂອງການສ້າງຕັ້ງສູນການຄ້າ ແລະ ຮ້ານສັບພະສິນຄ້າ ມີຫຼັກການພື້ນຖານດັ່ງນີ້:

1.    ສອດຄ່ອງກັບ ແຜນຂອງຜັງເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ;
2.   ຮັບປະກັນຄວາມຍືນຍົງ ແລະ ປະກອບສ່ວນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ;
3.   ຮັບປະກັນມາດຕະຖານໃນການກໍ່ສ້າງ, ຄວາມປອດໄພ ແລະ ບໍ່ສົ່ງຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ;
4.   ມີການສຶກສາຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຂໍ້ຕົກລົງສະບັບດັ່ງກ່າວນີ້ ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ ວັນທີ 28 ກັນຍາ 2015 ແລະ ຈະມີຜົນບົງຄັບໃຊ້ເລີ່ມແຕ່ວັນທີ 13 ຕຸລາ 2015  ເປັນຕົ້ນໄປ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.