ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 00620/ກພສ.
ນະຄອນຫຼວງວຽງຈັນ, ວັນທີ 28 ຕຸລາ 2015

ແຈ້ງການແນະນຳ

ເຖິງ: -  ດ່ານພາສີສາກົນຂົວມິດຕະພາບ IV
       -   ດ່ານພາສີສາກົນບໍ່ເຕັນ
       -   ກອງກວດກາພາສີປະຈຳແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ.

ເລື່ອງ: ການຄຸ້ມຄອງນ້ຳມັນເຊື້ອໄຟ ຜ່ານດແດນສາກົນ ຜ່ານດ່ານພາສີສາກົນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

-   ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງເລກທີ: 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
-   ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ບໍ່ແກ້ວສະບັບເລກທີ 1669/ຈຂ.ບກ, ລົງວັນທີ 10 ຕຸລາ 2015 ວ່າດ້ວຍການອະນຸມັດໃຫ້ບໍລິສັດ ຊິບປິ້ງສິນຄ້າຜ່ານແດນ ແອລເອສ ຈຳກັດ ນຳເຂົ້ານ້ຳມັນເຊື້ອໄຟ ຈາກປະເທດໄທຜ່ານດ່ານພາສີສາກົນຂົວມິດຕະພາບ 4 ໄປປະເທດທີ 3;
-   ອີງຕາມ ບົດລາຍງານຂອງກົມພາສີ ສະບັບເລກທີ 00560/ກພສ, ລົງວັນທີ 26/10/2015;
-   ອີງຕາມ ທິດຊີ້ນຳຂອງທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ຄັ້ງວັນທີ 26/10/215.

     ໃນໄລຍະທີ່ ສປ ຈີນ ໄດ້ໂຈະການນຳເຂົ້ານ້ຳມັນເຊື້ອໄຟຜ່ານດ່ານພາສີສາກົນບໍ່ເຕັນ, ເພື່ອຮັບປະກັນໃນການຄຸ້ມຄອງນ້ຳມັນເຊື້ອໄຟຜ່ານແດນສາກົນ ຂອງບໍລິສັດ ໃຫ້ມີຄວາມຮັດກຸມ, ກົມພາສີອອກແຈ້ງການແນະນຳ, ຄື:

1.  ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ IV ແລະ ດ່ານພາສີສາກົນບໍ່ເຕັນ ປະສານສົມທົບກັນ ໃນການຄຸ້ມຄອງນ້ຳມັນຜ່ານແດນສາກົນ ລະຫວ່າງດ່ານພາສີຕົ້ນທາງ (ດ່ານພາສີບ້ານມອມ ເມືອງຕົ້ນເຜິ້ງ) ແລະ ດ່ານປາຍທາງ (ດ່ານຊຽງກົກ ແຂວງຫຼວງນ້ຳທາ) ຢ່າງເຂັ້ມງວດ ແລະ ຮັດກຸມ ຕາມບົດລາຍງານຂອງດ່ານພາສີຂົວມິດຕະພາບ IV ສະບັບເລກທີ 0955/ພສ.ຂມພ 4, ລົງວັນທີ 28 ກັນຍາ 2015. ໃນກໍລະນີທີ່ມີການຂົນສົ່ງນ້ຳມັນຜ່ານແດນສາກົນ ໄປທາງເຮືອ ກໍ່ໃຫ້ປະຕິບັດເຊັ່ນດຽວກັນ.

2.  ນ້ຳມັນເຊື້ອໄຟຜ່ານແດນສາກົນ, ທາງບົກ ແລະ ທາງເຮືອ, ໃຫ້ຈັດເກັບຄ່າທຳນຽມ 350.000 ກີບ/ຖ້ຽວຄັນ ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 2402/ກງ, ລົງວັນທີ 17/7/2015 ຢ່າງເຂັ້ມງວດ.

3.  ມອບໃຫ້ດ່ານພາສີສາກົນຂົວມິດຕະພາບ IV, ດ່ານພາສີສາກົນບໍ່ເຕັນ ແລະ ກອງກວດກາພາສີປະຈຳແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ປະສານສົມທົບກັນຄຸ້ມຄອງນ້ຳມັນເຊື້ອໄຟຜ່ານແດນສາກົນດັ່ງກ່າວ ເພື່ອຈຳກັດບັນດາຊ່ອງຫວ່າງ ບໍ່ໃຫ້ມີການຮົ່ວໄຫຼ, ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບຄວາມຫຍຸ້ງຍາກ ໃຫ້ລາຍງານໄປຍັງກົມພາສີ ເພື່ອຂໍທິດຊີ້ນຳ.

4.  ແຈ້ງການແນະນຳສະບັບດັ່ງກ່າວ ແມ່ນໃຫ້ຈັດຕັ້ງປະຕິບັດຮອດວັນທີ 31/12/2015, ຈາກນັ້ນໃຫ້ບັນດາດ່ານພາສີ ແລະ ກອງກວດກາ ສະຫຼຸບລາຍງານການຈັດຕັ້ງປະຕິບັດ ໃຫ້ກົມພາສີ.

ຮອງຫົວໜ້າກົມພາສີ
(ເຊັນ ແລະ ປະທັບກາ)

ບຸນປະເສີດ ສີກຸນລະບຸດ

ນຳສົ່ງ:

-    ທ່ານ ລັດຖະມົນຕີວ່າການກະຊວງການເງິນ    1 ສະບັບ “ເພື່ອຊາບແລະມີທິດຊີ້ນຳ”
-    ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ຜູ້ຊີ້ນຳ    1 ສະບັບ “ເພື່ອຊາບແລະມີທິດຊີ້ນຳ”
-    ພະແນກຄຸ້ມຄອງກວດກາພາສີແລະຕ້ານການຄ້າຂາຍເຖື່ອນ II     1 ສະບັບ “ເພື່ອຊາບແລະມີທິດຊີ້ນຳ”
-    ເກັບມ້ຽນສຳເນົາ     1 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the administrative of fuel through Ban Mom international checkpoint, Ton Phueng Distict, Bokeo Province no. 00620/CD, dated 28 October 2015 PDF
2 ແຈ້ງການແນະນໍາ ກ່ຽວກັບ ການຄຸ້ມຄອງນໍ້າມັນເຊື້ອໄຟ ຜ່ານແດນສາກົນ ຜ່ານດ່ານພາສີສາກົນບ້ານມອມ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສະບັບເລກທີ 00620/ກພສ, ລົງວັນທີ 28 ຕຸລາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.