ສປປ ລາວ ມີພັນທະໃນກອບສັນຍາວ່າດ້ວຍການຄ້າດ້ານຜະລິດຕະພັນອາຊຽນ (ATIGA) ໂດຍກໍານົດໃຫ້ອັດຕາພາສີນໍາເຂົ້າສິນຄ້າຈາກປະເທດອາຊຽນຫຼຸດລົງເຫຼືອ 0%. ປັດຈຸບັນ ການລົບລ້າງອັດຕາພາສີນໍາເຂົ້າ (0%) ຂອງ ສປປ  ລາວ ກວມເອົາ 89% ຂອງລາຍການອັດຕາພາສີທັງໝົດ (9,558 ລາຍການ) ແລະ ຈະເພີ່ມຂຶ້ນເປັນ 96%ໃນປີ 2018. ໝາຍຄວາມວ່າ ຈາກທັງໝົດ 9,558 ລາຍການ, ສິນຄ້າຈໍານວນ 9,206 ລາຍການຈະມີອັດຕາພາສີນໍາເຂົ້າ 0% ໂດຍຕ້ອງນໍາໃຊ້ຟອມແຈ້ງພາສີສະເພາະຄື: Form D. ສິນຄ້າອີກ 352 ລາຍການທີ່ເຫຼືອປະກອບມີ 265 ລາຍການສິນຄ້າປະເພດວັດຖຸດິບກະສິກໍາທີ່ຈະຍັງຮັກສາອັດຕາພາສີນໍາເຂົ້າ ແຕ່ບໍ່ເກີນ 5%, ແລະ ອີກ 87 ລາຍການແມ່ນເປັນບັນຊີຍົກເວັ້ນ (GE List)  ໄດ້ແກ່ສິນຄ້າປະເພດອຸປະກອນສົງຄາມ, ເຄື່ອງບິນ, ສານສະກັດຈາກຝິ່ນ, ເຫຼົ້າ ແລະ ອື່ນໆ.

ກົມນະໂຍບາຍການຄ້າຕ່າງປະເທດ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ໄດ້ເລີ່ມຫຼຸດຜ່ອນອັດຕາພາສີນໍາເຂົ້າເລີ່ມແຕ່ປີ 2008 ແລະ ປະຈຸບັນນີ້ ອັດຕາພາສີນໍາເຂົ້າສິນຄ້າຫຼາຍປະເພດ ລວມທັງ ລົດ ກໍໄດ້ຫຼຸດຜ່ອນລົງເຫຼືອ 0% ແລ້ວຊຶ່ງໃນເມື່ອກ່ອນອັດຕາພາສີນໍາເຂົ້າລົດແມ່ນ 40% .

ອັດຕາພາສີນໍາເຂົ້າແມ່ນກໍາແພງທາງດ້ານການຄ້າ ແລະ ການເກັບພາສີນັ້ນກໍເປັນສ່ວນໜຶ່ງຂອງການປົກປ້ອງຜູ້ຜະລິດພາຍໃນ. ສໍາລັບຜູ້ສົ່ງອອກເຫັນວ່າການສົ່ງອອກສິນຄ້າໄປປະເທດທີ່ເກັບພາສີສູງ ແມ່ນເປັນອຸປະສັກທາງດ້ານການຄ້າ.

ສໍາລັບ ສປປ ລາວ ການເກັບພາສີນໍາເຂົ້າຖືວ່າເປັນແຫຼ່ງລາຍຮັບຫຼັກ. ໃນເມື່ອກ່ອນ ງົບປະມານແຫ່ງລັດ 11% ແມ່ນໄດ້ມາຈາກພາສີນໍາເຂົ້າ. ການຍົກເລີກການເກັບພາສີນໍາເຂົ້າລົດເວົ້າສະເພາະແມ່ນເພື່ອຮັບປະກັນວ່າ ຜູ້ຜະລິດລົດໃນບັນດາປະເທດອາຊຽນຈະສາມາດສົ່ງອອກຍານພາຫະນະເຂົ້າມາ ສປປ ລາວໂດຍບໍ່ມີການເກັບພາສີ. ປະຈຸບັນ ສປປ ລາວ ໄດ້ຫັນມາເກັບອາກອນຊົມໃຊ້ ເພື່ອເຮັດໃຫ້ຮັບປະກັນແຫຼ່ງລາຍຮັບທີ່ພຽງພໍແທນແຫຼ່ງລາຍຮັບທີ່ເສຍໄປຈາກການເກັບພາສີນໍາເຂົ້າ.

ແຫຼ່ງທີ່ມາ: ໜັງສືພິມວຽງຈັນທາມ໌

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.