ກົມພາສີ, ກະຊວງການເງິນອອກ ແຈ້ງການແນະນໍາ ກ່ຽວກັບ ການຄຸ້ມຄອງນໍ້າມັນເຊຶ້ອໄຟ ຜ່ານແດນສາກົນ ຜ່ານດ່ານພາສີສາກົນບ້ານມອມ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສະບັບເລກທີ 00620/ກພສ, ລົງວັນທີ 28 ຕຸລາ 2015 ໂດຍໄດ້ກໍານົດໃຫ້ ດ່ານພາສີສາກົນຂົວມິດຕະພາບ IV ແລະ ດ່ານພາສີສາກົນບໍ່ເຕັນ ປະສານສົມທົບກັນ ໃນການຄຸ້ມຄອງນໍ້າມັນຜ່ານແດນສາກົນ ລະຫວ່າງດ່ານພາສີຕົ້ນທາງ (ດ່ານພາສີບ້ານມອມ, ເມືອງຕົ້ນເຜີ້ງ) ແລະ ດ່ານປາຍທາງ (ດ່ານຊຽງກົກ, ແຂວງຫຼວງນໍ້າທາ) ຢ່າງເຂັ້ມງວດ ແລະ ຮັດກຸມ.

ນອກຈາກນີ້, ກໍໄດ້ມອບໃຫ້ ດ່ານພາສີສາກົນຂົວມິດຕະພາບ IV, ດ່ານພາສີສາກົນບໍ່ເຕັນ ແລະ ກອງກວດກາປະຈໍາແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ ປະສານສົມທົບກັນຄຸ້ມຄອງນໍ້າມັນເຊື້ອໄຟຜ່ານແດນສາກົນດັ່ງກ່າວ ເພື່ອບໍ່ໃຫ້ເກີດຊ່ອງຫວ່າງມີການນໍາເອົານໍ້າມັນເຊື້ອໄຟມາຈໍາໜ່າຍຢູ່ໃນ ສປປ ລາວ.

ແຈ້ງການແນະນໍາສະບັບດັ່ງກ່າວ ແມ່ນຈະໄດ້ຈັດຕັ້ງປະຕິບັດຮອດວັນທີ 31 ທັນວາ 2015.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.