ກອງປະຊຸມໄດ້ປຶກສາຫາລືກັບບັນດາຫ້າງຮ້ານ ແລະ ທຸລະກິດທີ່ມີການນຳເຂົ້າພາຫະນະທຸກປະເພດ ກ່ຽວກັບແຜນການຫຼຸດອາກອນຊົມໃຊ້ (ອກຊ) ພາຫະນະ ຈາກປົກກະຕິຢູ່ລະຫວ່າງ 25%-150% ມາເປັນ 3%-90% ຊື່ງຈະເຮັດໃຫ້ລາຄາພາຫະນະຫຼຸດລົງ.

ນອກຈາກການ​​ປັບປຸງກົດໝາຍ ວ່າ​ດ້ວຍ ​ສ່ວຍ​ສາ​ອາກອນ ກ່ຽວກັບພາຫະນະບາງ​ມາດຕາແລ້ວ ກໍຍັງມີແຜນປັບປຸງມາດຕາອື່ນໆອີກ ​ເພື່ອ​ໃຫ້​ສອດຄ່ອງກັບພັນທະຂອງ ສປປ ລາວ ພາຍຫຼັງການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ (AEC) ທີ່ເຮັດໃຫ້ພາສີນໍາເຂົ້າສິນຄ້າຫຼາຍປະເພດຫຼຸດລົງເຫຼືອ 0 % (ຍົກເວັ້ນ​ບາງ​ປະເພດ​ສິນຄ້າ) ແລະ ພັນທະຕໍ່ກັບອົງການການ​ຄ້າ​ໂລກ (WTO). ​ອາກອນຊົມໃຊ້ ຫຼື ອາກອນ​ທາງ​ອ້ອມ​ຈະປັບ​ລົງ​ຈາກ​ເດີມ​ຫຼາຍ​ພໍ​ສົມຄວນ ເຊິ່ງ​ຈະ​ສົ່ງ​ຜົນ​ດີ​ໃຫ້​ຜູ້​ຊົມໃຊ້​ພາຍໃນ ໂດຍ​ສະເພາະ ຜູ້​ທີ່​ມີ​ລາຍ​ຮັບລະດັບ​ກາງ​ ຫາ​ ໜ້ອຍ ​ຈະ​ໄດ້​ມີ​ພາຫະ​ນະ​ຊົມໃຊ້​ຢ່າງ​ສະດວກ​ສະບາຍ.

ທັງ​ນີ້ ກົດໝາຍ​ສະບັບ​ປັບປຸງດັ່ງກ່າວ​ ຄາດ​ວ່າ​ຈະ​ປະກາດ​ໃຊ້ຢ່າງ​ເປັນ​ທາງ​ການ ໃນ​ທ້າຍ​ປີ 2015 ພ້ອມ​ກັບ​ການ​ເຂົ້າຮ່ວມ​ເປັນ​ສະ​ມາຊິກ AEC ຢ່າງເປັນທາງການເຊິ່ງ​ຈະ​ກາຍເປັນ​ສິ່ງທ້າ​ທາຍ​ພໍ​ສົມຄວນ​ໃຫ້​ກັບ​ພາກລັດ ແລະ ຜູ້​ປະກອບ​ການ​ທີ່​ນຳເຂົ້າ​​ພາຫະນະ. ສິ່ງດັ່ງກ່າວ​ຈະເປັນ​ພື້ນຖານ​ສຳຄັນ​ໃຫ້​ແກ່​ການສ້າງ​ລາຍ​ຮັບ​ຂອງ​ລັດຖະບານ ໃຫ້​ເຂົ້າ​ສູ່​ລະບົບ​ເຊັ່ນ​ດຽວ​ກັບປະເທດ​ເພື່ອນ​ບ້ານ​ທີ່​ມີ​ລາຍ​ຮັບ ​ອກຊ ໃນລະດັບ 60%-70% ລົງມາ. ເຖິງຢ່າງໃດກໍຕາມ, ອັດຕາອາກອນທີ່​ປັບ​ຫຼຸດ​ຂອງ ​ສປປ ລາວ ຍັງ​ຖື​ວ່າ​ຢູ່​ໃນ​ອັດຕາ​ທີ່​ສູງ​ພໍ​ສົມຄວນ ຫາກ​ທຽບກັບ​ບັນດາ​ປະເທດ​ເພື່ອນ​ບ້ານ.

ແຫຼ່ງທີ່ມາ: ໜັງສືພິມວຽງຈັນໃໝ່

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.