ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ
ຄະນະປະຈຳ    ເລກທີ 0137/ຄປຈ
ນະຄອນຫຼວງວຽງຈັນ, ວັນທີ 04 ພະຈິກ 2015

ມະຕິ
ຂອງຄະນະປະຈຳສະພາແຫ່ງຊາດ
ວ່າດ້ວຍການທົດລອງນຳໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະ

-       ອີງຕາມມາດຕາ 53 ຂໍ້ 3 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2003 ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃນການພິຈາລະນາຮັບຮອງເອົາການກຳນົດ, ການປ່ຽນແປງ ຫຼື ລົບລ້າງພາສີ ແລະ ສ່ວນສາອາກອນ;
-       ອີງຕາມ ມາດຕາ 26 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 15 ທັນວາ 2010;
-       ອີງຕາມ ມາດຕາ 97 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 54/ສພຊ, ລົງວັນທີ 20 ທັນວາ 2011;
-       ອີງຕາມໜັງສືສະເໜີ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 19/ນຍ, ລົງວັນທີ 10/03/2015;
-       ອີງຕາມບົດລາຍງານຂອງກະຊວງການເງິນ ສະບັບເລກທີ 2931/ກງ, ລົງວັນທີ 2 ກັນຍາ 2015;
-       ອີງຕາມການຕົກລົງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນ ຕຸລາ 2013.

     ຜ່ານການຄົ້ນຄວ້າ, ພິຈາລະນາ ຮ່າງລັດຖະບັນຍັດວ່າດ້ວຍອາກອນຊົມໃຊ້ຍານພາະນະ ທີ່ ກະຊວງການເງິນ ຕາງໜ້າລັດຖະບານ ໄດ້ສະເໜີ ຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຄັ້ງວັນທີ 27 ຕຸລາ 2015. 

ຄະນະປະຈຳສະພາແຫ່ງຊາດ ຕົກລົງ:

ມາດຕາ 1 ເຫັນດີ ໃຫ້ລັດຖະບານດຳເນີນການ ເຮັດທົດລອງນຳໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະນຳເຂົ້າ ດ້ວຍລາຄາຕົວຈິງ ເປັນເວລາ 3 ເດືອນ ນັບແຕ່ວັນທີ 1 ເດືອນພະຈິກ 2015 ຈົນຮອດ ວັນທີ 31 ເດືອນມັງກອນ 2016 ແລະ ໃຫ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍສ່ວຍສາອາກອນ ແລ້ວນຳສະເໜີ ຕໍ່ ກອງປະຊຸມສະໄໝສາມັນສະພາແຫ່ງຊາດເທື່ອທີ 10 ເພື່ອພິຈາລະນາ. ຂ້າງເທິງ

ມາດຕາ 2 ເຫັນດີ ຮັບຮອງເອົາ ອັດຕາອາກອນຊົມໃຊ້ຍານພາຫະນະນຳເຂົ້າ ເພື່ອເຮັດທົດລອງ ຕາມທີ່ລັດຖະບານສະເໜີມາ ລະອຽດຄື:

ລ/ດ

ປະເພດຍານພາຫະນະ

ຄວາມແຮງ (ເຊເຊ)

ອັດຕາເປັນສ່ວນຮ້ອຍ (%)

1

ລົດຈັກ

 

 

1.1

ລັດຈັກທີ່ນຳໃຊ້ພະລັງງານເຊື້ອໄຟ

ແຕ່ 110 ເຊເຊ ລົງມາ
ແຕ່ 111-150 ເຊເຊ
ແຕ່ 151-250 ເຊເຊ
ແຕ່ 251-500 ເຊເຊ
ແຕ່ 501-1.000 ເຊເຊ

20%
30%
40%
60%
80%

1.2

ລົດຈັກທີ່ນຳໃຊ້ພະລັງງານສະອາດ

 

5%

1.3

ສ່ວນປະກອບ ແລະ ເຄື່ອງອາໄຫຼ່ ປ່ຽນຖ່າຍລົດຈັກ

 

5%

2

ລົດຂົນສົ່ງ

 

 

2.1

ລົດຂົນສົ່ງຂະໜາດນ້ອຍ:

-     ທີ່ໃຊ້ພະລັງງານເຊື້ອໄຟ: ລົດເກັງ, ລົດຈິບ, ລົດຕູ້, ລົດກະບະ

ແຕ່ 1.000 ເຊເຊ ລົງມາ
ແຕ່ 1.001-1.600 ເຊເຊ
ແຕ່ 1.601-2.000 ເຊເຊ
ແຕ່ 2.001-2.500 ເຊເຊ
ແຕ່ 2.501-3.000 ເຊເຊ
ແຕ່ 3.001-4.000 ເຊເຊ
ແຕ່ 4.001-5.000 ເຊເຊ
ແຕ່ 5.001 ເຊເຊ ຂຶ້ນໄປ

25%
30%
35%
40%
45%
70%
80%
90%

2.2

ລົດຂົນສົ່ງຂະໜາດນ້ອຍ:

-   ທີ່ໃຊ້ພະລັງງານສະອາດ: ລົດເກັງ, ລົດຈິບ, ລົດຕູ້, ລົດກະບະ

 

 

10%

2.3

ລົດຂົນສົ່ງຂະໜາດນ້ອຍ (ລົດກະບະ) ທີ່ລວງຍາວກະບະ ຍາວກວ່າ 50% ຂອງຄວາມຍາວ ແຕ່ໃຈກາງ ລໍ້ໜ້າ ຫາ ລໍ້ຫຼັງ

+ ທີ່ໃຊ້ພະລັງງານເຊື້ອໄຟ
+ ທີ່ໃຊ້ພະລັງງານສະອາດ

ລົດຂົນສົ່ງຂະໜາດກາງ:

+ ທີ່ໃຊ້ພະລັງງານເຊື້ອໄຟ
+ ທີ່ໃຊ້ພະລັງງານສະອາດ

ລົດຂົນສົ່ງຂະໜາດໃຫຍ່

+ ທີ່ໃຊ້ພະລັງງານເຊື້ອໄຟ
+ ທີ່ໃຊ້ພະລັງງານສະອາດ

 

 

 

8%

5%

-

8%
5%

-

5%
3%

3

ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫຼ່ ປ່ຽນຖ່າຍຂອງລົດຂົນສົ່ງທຸກຂະໜາດ

 

5%

ມາດຕາ 3 ຍານພາຫະນະ ທີ່ຖືກຍົກເວັ້ນອາກອນຊົມໃຊ້ປະກອບມີ:

1.    ລົດຖີບ;
2.    ລົດໄຟ;
3.    ເຮືອບິນ (ຍົນ);
4.    ລົດກູ້ໄພຈະລາຈອນ;
5.    ລົດດັບເພີງ;
6.    ລົດຮັບໃຊ້ສາທາລະນະເຊັ່ນ: ລົດຂົນສົ່ງຂີ້ເຫຍື່ອ, ລົດດູດຝຸ່ນ, ລົດອະນາໄມຕົວເມືອງທີ່ອອກແບບມາໂດຍສະເພາະ;
7.    ລົດຮັບໃຊ້ກະສິກຳເຊັ່ນ: ລົດໄຖ, ລົດຄາດ, ລົດປັກດຳ, ລົດກ່ຽວ, ລົດຫວ່ານ, ລົດຢອດເມັດ ຫຼື ຢອດລຳ ແລະ ອື່ນໆທີ່ຄ້າຍຄຽງ (ບໍ່ລວມລົດຂົນສົ່ງຜົນຜະລິດກະສິກຳ);
8.    ລົດກົນຈັກໜັກສະເພາະ ທີ່ນຳໃຊ້ສະເພາະໃນຂະແໜງການໃດໜຶ່ງ ເຊັ່ນ: ການຂຸດຄົ້ນບໍ່ແຮ່, ການປູພື້ນ-ປູຢາງ, ການຜະລິດເບຕົງ, ການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງ, ການບໍລິການສາທາລະນະ (ວຽກງານໂຍທາ) ແລະ ອຸດສາຫະກຳການຂົນສົ່ງສະເພາະເປັນຕົ້ນແມ່ນ: ປະເພດລົດຫົວລາກ-ຫາງລາກ, ລົດດ້າມ, ລົດນ້ຳ, ລົດຕູ້ແຊ່ເຢັນ ແລະ ລົດອຸດສາຫະກຳການຂົນສົ່ງວັດຖຸອັນຕະລາຍ (ລົດບັນທຸກນ້ຳມັນ, ລົດອາຍແກັສ, ລົດຂົນສົ່ງສານເຄມີ) ແລະ ອື່ນໆທີ່ຄ້າຍຄຽງ;
9.    ລົດກົນຈັກໜັກທົ່ວໄປເຊັ່ນ: ລົດຕັກ, ລົດຈົກ-ຕັກ, ລົດກວາດ, ລົດດຸດ, ລົດເຄຣນ, ລົດໂລ, ລົດຍົກຍໍ (ຟອກລິບ);
10. ຍານພາຫະນະ ທີ່ນຳເຂົ້າເພື່ອສົ່ງອອກ ແລະ ຍານພາຫະນະທີ່ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ທີ່ສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ;
11. ຍານພາຫະນະ ທີ່ຈຳໜ່າຍໃຫ້ແກ່ອົງການຈັດຕັ້ງທາງການທູດຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຢູ່ ສປປ ລາວ ຕາມລະບຽບການ ຂອງ ກະຊວງການຕ່າງປະເທດ ກຳນົດອອກ.

-       ສຳລັບຜູ່ຜະລິດ ຫຼື ປະກອບ ຍານພາຫະນະ ຢູ່ ສປປ ລາວ ທີ່ໄດ້ມອບອາກອນຊົມໃຊ້ ໃນເວລານຳເຂົ້າສິ້ນສ່ວນປະກອບ ແລະ ອາໄຫຼ່ ຢູ່ດ່ານບ່ອນນຳເຂົ້າແລ້ວ ແມ່ນບໍ່ໄດ້ມອບອາກອນຊົມໃຊ້ຢູ່ພາຍໃນຕື່ມອີກ.

ມາດຕາ 4 ມະຕິ ສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຄະນະປະຈຳສະພາແຫ່ງຊາດ ແຫ່ງ ສປປ ລາວ
ປະທານ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Resolution of the Permanent Council of the National Assembly on the Trial Implementation of Vehicle Tax no. 0137/PC, dated 04 November 2015 PDF
2 ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການທົດລອງນໍາໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະ ເລກທີ 0137/ຄປຈ,ລົງວັນທີ 4 ພະຈິກ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.