ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ປະທານປະເທດ      ເລກທີ: 030 /ປປທ
ນະຄອນຫຼວງວຽງຈັນ, ວັນທີ 30/01/2015

ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍວ່າດວ້ຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

-  ອີງຕາມ ລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI ມາດຕາ 67 ຂໍ້1;
-  ອີງຕາມ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 013/ສພຊ, ລົງວັນທີ 19 ທັນວາ 2014;
-  ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 22 ມັງກອນ 2015;

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວອອກດຳລັດຖະດຳລັດ

ມາດຕາ 1: ປະກາດໃຊ້ກົດໝາຍວ່າດວ້ຍ ການຄວບຄຸມເຄື່ອງດື່ມທີມີທາດເຫຼົ້າ.

ມາດຕາ 2:  ລັດຖະດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ປະທານປະເທດ ແຫ່ງ ສປປ ລາວ
(ເຊັນ ແລະ ປະທັບກາ)

ຈູມມະລີ ໄຊຍະສອນ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ   ເລກທີ: 013 /ສພຊ

ມະຕິຕົກລົງ
ຂອງ
ສະພາແຫ່ງຊາດ ແຫ່ງ
ສາທາລະນະລັດ ປະາຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

 

     ອີງຕາມມາດຕາ 53 ຂໍ້ 2 ຂອງລັດຖະທຳມະນູນ ແລະມາດຕາ 3 ຂໍ້ 1 ຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ.

     ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃນວາລະປະຊຸມຕອນບ່າຍ ຂອງວັນທີ 19 ທັນວາ 2014.

ກອງປະຊຸມໄດ້ຕົກລົງ:

ມາດຕາ 1:  ຮັບຮອງເອົາກົດໝາຍວ່າດວ້ຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ມາດຕາ 2:  ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ນະຄອນຫຼວງວຽງຈັນ, ວັນທີ 19 ທັນວາ 2014
ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ   ເລກທີ 54/ສພຊ
 ນະຄອນຫຼວງວຽງຈັນ, ວັັນທີ 19 ທັນວາ 2014

ກົດໝາຍ
ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

     ກົດໝາຍສະບັບນີ້ ກຳນົດ ຫລັກການ, ລະບຽບ ແລະ ມາດຕະການ ກ່ຽວກັບການຄວບຄຸມ, ການຄຸ້ມຄອງການຕິດຕາມ, ກວດກາ ແລະ ຄວບຄຸມການຜະລິດ, ການນຳເຂົ້າ, ການຈຳໜ່າຍ, ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອສົ່ງເສີມສຸຂະພາບ, ກັນພະຍາດ, ປົກປ້ອງຊີວິດ ແລະ ຊັບສິນ ຂອງພົນລະເມືອງ, ແນ່ໃສ່ຫຼຸດຜ່ອນ ຜົນຮ້າຍທີ່ເກີດຂື້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຜົນຮ້າຍອື່ນ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2.  ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

     ເຄື່ອງດື່ມທີ່ມີທາດເຫລົ້າ ແມ່ນ ເຄື່ອງດື່ມທຸກປະເພດທີ່ມີສ່ວນປະສົມຂອງທາດເຫຼົ້າເອຕາໂນນ (Ethanol) ທັງໝົດ ຫຼື ສ່ວນໃດສ່ວນໜື່ງ ເປັນຕົ້ນ ເຫຼົ້າຂາວ, ເຫຼົ້າບອງຢາ, ເຫຼົ້າວິດສະກີ, ວາຍ, ເບຍ.
     ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແມ່ນ ການນຳໃຊ້ມາດຕະການຕ່າງໆ ເພື່ອຄຸ້ມຄອງ, ຕິດຕາມ ແລະ ຈຳກັດ ການຜະລິດ, ການນຳເຂົ້າ, ການຈຳໜ່າຍ, ການຊື້-ຂາຍ, ການໂຄສະນາ ແລະ ສະຖານທີ່ບໍລິການ ຫຼື ສະຖານທີ່ອື່ນກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ. ຂ້າງເທິງ

ມາດຕາ 3.  ການອະທິບາຍຄຳສັບ

     ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.  ທາດເຫຼົ້າ ໝາຍເຖິງ ທາດແຫຼວໄວໄຟ, ລະເຫີຍ, ມີກິ່ນ ແຕ່ບໍ່ມີສີ ແລະ ພາໃຫ້ມຶນເມົາ ຫຼື ຊືມເບື່ອ ຊື່ງປະກອບດ້ວຍທາດເຫຼົ້າເອຕາໂນນ ແລະ ເມຕາໂນທີ່ນຳໃຊ້ເຂົ້າໃນອຸດສາຫະກຳ, ການແພດ ແລະ ເຊື້ອໄຟ;

2.  ທາດເຫຼົ້າເອຕາໂນນ (Ethanol)ໝາຍເຖິງ ທາດເຫຼົ້າທີ່ສາມາດດື່ມໄດ້;

3.  ທາດເຫຼົ້າເມຕາໂນນ (Methanol)ໝາຍເຖິງ ທາດເຫຼົ້າທີ່ບໍ່ສາມາດດື່ມໄດ້;

4.  ເຫຼົ້າເຖື່ອນ ໝາຍເຖິງ ເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ເປັນຕົ້ນ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ໄດ້ຂື້ນທະບຽນຢ່າງຖືກກົດໝາຍ, ເຫຼົ້າທີ່ລັກລອບນຳເຂົ້າມາຈຳໜ່າຍ;

5.  ເຫຼົ້າປອມ ໝາຍເຖິງ ເຫຼົ້າທີ່ຖືກສັບປ່ຽນສ່ວນປະກອບບາງຢ່າງອອກ ແລະ ໃຊ້ວັດຖູອື່ນຜະລິດແທນ ເພື່ອຫຼອກລວງຜູ້ບໍລິໂພກໃຫ້ເຂົ້າໃຈຜິດ ຕໍ່ຄຸນນະພາບ ແລະ ປະລິມານ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳໃຊ້ເຄື່ອງໝາຍການຄ້າຂອງເຄື່ອງດື່ມທີ່ມີທາດເຫຼົ້າອື່ນ ທີ່ໄດ້ຂື້ນທະບຽນຢ່າງເປັນທາງການແລ້ວ;

6.  ຜູ້ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບການອະນຸຍາດໃຫ້ດຳເນີນທຸລະກິດເຄື່ອງດື່ມທີມີທາດເຫຼົ້າ ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ;

7.  ການອຸປະຖຳ ໝາຍເຖິງ ການປະກອບສ່ວນຂອງຜູ້ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍທາງກົງ ແລະ ທາງອອ້ມ ທີ່ບໍ່ມີລັກສະນະຈູງໃຈ ຫຼື ສົ່ງເສີມການຂາຍ ແລະ ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ;

8.  ການໂຄສະນາສຸຂະສຶກສາ ໝາຍເຖິງ ການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ປຸກລະດົມ ໃຫ້ຄົນຫ່າງໄກຈາກເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງການສະໜອງຂໍ້ມູນຂ່າວສານທີ່ ມີລັກສະນະວິທະຍາສາດ ທີ່ພົວພັນກັບການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍຮູບການແລະ ວິທີການຕ່າງໆ ເປັນຕົ້ນ ຜ່ານສື່ມວນຊົນ;

9.  ຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ ໝາຍເຖິງ ຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ໄດ້ຮັບຜົນຮ້າຍທາງດ້ານສຸຂະພາບ, ຄອບຄົວ ແລະ ເສດຖະກິດ-ສັງຄົມ;

10.   ການບົ່ມ ໝາຍເຖິງ ການປ່ຽນແປງທາງເຄມີ ຂອງທາດແປ້ງໃນອາຫານໃຫ້ກາຍເປັນສານປະກອບອື່ນ ເຊັ່ນ ທາດເຫຼົ້າ, ກົດສົ້ມໂດຍມີສານຈຳພວກເຊື້ອເຫັດ ເປັນຕົວເຮັດໃຫ້ເກີດປະຕິກິລິຍາ;

11.   ການກັ່ນ ໝາຍເຖິງ ການແຍກສານລະລາຍທີ່ເປັນທາດແຫຼວອອກຈາກສ່ວນປະສົມໂດຍອາໄສຫຼັກການລະເຫີຍເປັນອາຍ ແລະ ລວມຕົວເປັນໍ້າ;

12.  ຜະລິດຕະພັນແບບອຸດສາຫະກຳ ໝາຍເຖິງ ຜະລິດຕະພັນທີ່ຜະລິດດ້ວຍເຄື່ອງຈັກ;

13.   ຜະລິດຕະພັນແບບຫັດຖະກຳ ໝາຍເຖິງ ຜະລິດຕະພັນທີ່ຜະລິດດ້ວຍການນຳໃຊ້ເຄື່ອງມືແບບປະຖົມປະຖານ;

14.  ພາຊະນະບັນຈຸ ແລະ ຫຸ້ມຫໍ່ ໝາຍເຖິງ ວັດສະດຸຕ່າງໆທີ່ນຳໃຊ້ໃນການບັນຈຸ ແລະ ຫຸ້ມຫໍ່ເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດ;

15.   ບຸກຄົນທີ່ໃສ່ເຄື່ອງແບບ ໝາຍເຖິງ ແພດ, ພະຍາບານ, ຄູ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ ແລະ ເຈົ້າໜ້າທີ່ອື່ນຂອງລັດ;

16.  ພະຍາດຊຳເຮື້ອ ໝາຍເຖິງ ພະຍາດບໍ່ຕິດຕໍ່ ທີ່ມີອາການແກ່ຍາວ ເຊັ່ນ ພະຍາດລະບົບປະສາດ, ຄວາມຈຳເສື່ອມ, ພະຍາດຕັບແຂງ, ພະຍາດມະເຮັງ, ພະຍາດຫົວໃຈເສັ້ນເລືອດ, ພະຍາດຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ພະຍາດອື່ນ. ຂ້າງເທິງ

ມາດຕາ 4.     ນະໂຍບາຍຂອງລັດກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

     ລັດ ຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍການອອກມາດຕະການຕ່າງໆ ໃນການກຳນົດສະຖານທີ່ບໍລິການ, ການຜະລິດ, ການປຸງແຕ່ງ, ຈຳໜ່າຍ, ຊື້ບຂາຍ, ຈຳກັດການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ, ປະກອບບຸກຄະລາກອນ, ພາຫະນະ, ວັດຖຸປະກອນ, ສະໜອງງົບປະມານ ທີ່ຈຳເປັນ ແລະ ເພີ່ມອັດຕາພາສີ, ອາກອນ ແລະ ຄ່າທຳນ່ຽມຕາມກົດໝາຍ ແລະ ລະບຽບການ.
     ລັດ ເອົາໃຈໃສ່ໂຄສະນາສຶກສາອົບຮົມ ດ້ວຍຫຼາຍຮູບການ ເພື່ອປູກຈິດສຳນຶກທົ່ວສັງຄົມ ໂດຍສະເພາະແມ່ຍິງຖືພາ, ເດັກນ້ອຍ, ເຍົາວະຊົນ ແລະ ຊາວໜຸ່ມ ໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ.
     ລັດ ຊຸກຍູ້ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນໃຫ້ມີສ່ວນຮ່ວມ, ປະກອບສ່ວນໂດຍທາງກົງ ແລະ ທາງອອ້ມໃນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງການປິ່ນປົວ ແລະ ບຳບັດ ຜູ້ໄດ້ຮັບຜົນຮ້ານ, ຜູ່ເຈັບເປັນ ຈາກເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 5.  ຫລັກການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

     ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1.  ຮັບປະກັນການຫຼຸດຜ່ອນ, ຈຳກັດ ການສົ່ງເສີມການດື່ມ, ການຂາຍ, ການໂຄສະນາ, ການຜະລິດ, ການນຳເຂົ້າ, ການຈຳໜ່າຍ;

2.  ຮັບປະກັນ ການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນການຫຼຸດຜ່ອນ ກ້າວໄປເຖິງການຢຸດເຊົາ ແລະ ແກ້ໄຂຜົນຮ້າຍຂອງການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ;

3.  ຮັບປະກັນການບຳບັດ, ປິ່ນປົວ ຜູ່ຕິດເຫຼົ້າ ແລະ ຜຸ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີມີທາດເຫຼົ້າ;

4.  ຮັບປະກັນ ການສຶກສາອົບຮົມ ເພື່ອປູກຈິດສຳນຶກ ແລະ ສ້າງສະຕິໃຫ້ທົ່ວສັງຄົມ ຮູ້ໄດ້ຜົນຮ້າຍ ຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ; ຂ້າງເທິງ

ມາດຕາ 6.  ຂອບເຂດການນຳໃຊ້ກົດໝາຍ

     ກົດໝາຍສະບັບນີ້ ນຳໃຊ້ສຳລັບທຸລະກິດ ການຜະລິດ, ການນຳເຂົ້າ, ການສົ່ງອອກ, ການຈຳໜ່າຍ, ການຊື້-ຂາຍ, ການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງສະຖານທີ່ບໍລິການ ແລະ ສະຖານທີ່ອື່ນ ໃນຂອບເຂດທົ່ວປະເທດ.
     ກົດໝາຍສະບັບນີ້ ບໍ່ນຳໃຊ້ສຳລັບການເຮັດເຫຼົ້າສາໂທ, ເຫຼົ້າໄຫ ແບບຄອບຄົວເນື່ອໃນໂອກາດງານບຸນປະເພນີເທົ່ານັ້ນ.

ມາດຕາ 7.ການຮ່ວມມືກັບສາກົນ

     ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ເຕັກນິກ, ເຕັກໂນໂລຊີ, ການຝຶກອົບຮົມ, ການຍົກລະດັບພະນັກງານ, ການຄົ້ນຄວ້າວິທະຍາສາດ ລວມທັງການຍາດແຍ່ງທຶນຮອນ, ພາຫະນະ ແລະ ອຸປະກອນ ເພື່ອເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ມີປະສິດທິຜົນສູງ ແລະ ປະຕິບັດ ຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ປະເພດ ແລະ ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 8.     ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ

     ເຄື່ອງດື່ມທີ່ມີທາດເຫຼົ້າ ມີ ສອງ ປະເພດ ຄື:

1.  ເຄື່ອງດື່ມທີ່ມີທາດເຫຼົ້າ ປະເພດບົ່ມ ເຊັ່ນ ວາຍ, ເບຍ, ເຫຼົ້າສາໂທ, ເຫຼົ້າໄຫ ແລະ ອື່່ນໆ;
2.  ເຄື່ອງດື່ມທີ່ມີທາດເຫຼົ້າ ປະເພດກັ່ນ ເຊັ່ນ ເຫຼົ້າຂາວ, ວິດສະກີ ແລະ ອື່ນໆ;

ມາດຕາ 9.  ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

     ເຄື່ອງດື່ມທີ່ມີທາດເຫຼົ້າມີຜົນຮ້າຍ ດ່ັງນີ້:

1.  ຜົນຮ້າຍຕໍ່ສຸຂະພາບ;
2.  ຜົນຮ້າຍຕໍ່ຄອບຄົວ;
3.  ຜົນຮ້າຍຕໍ່ເສດຖະກິດ-ສັງຄົມ.     

ມາດຕາ 10.  ຜົນຮ້າຍຕໍ່ສຸຂະພາບ

     ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ມີຜົນຮ້າຍ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ທັງຮ່າງກາຍ ແລະ ຈິດໃຈ, ເປັນສາເຫດ ທີ່ພາໃຫ້ເກີດອຸປະຕິເຫດ, ພະຍາດຊຳເຮື້ອ ແລະ ພະຍາດອື່ນທີ່ນຳໄປສູ່ຄວາມພິການ ແລະ ການເສັຍຊີວິດ.
     ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນໄລຍະຖືພາ ເປັນສາເຫດ ແລະ ປັດໄຈສ່ຽງ ທີ່ພາໃຫ້ຫຼຸລູກ, ເດັກເກີດກ່ອນກຳນົດ, ມີນໍ້າໜັກຕຳ່, ຜິດປົກກະຕິ, ພິການ, ມີການພັດທະນາທາງສະໝອງ ແລະ ຮ່າງກາຍຊ້າ.

ມາດຕາ 11.  ຜົນຮ້າຍຕໍ່ຄອບຄົວ

     ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ພາໃຫ້ມີຜົນຮ້າຍຕໍ່ໝົດທຸກຄົນໃນຄອບຄົວ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ເດັກ ແລະ ຜູ່ອາຍຸສູງ, ຂາດຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບ ຕໍ່ຄອບຄົວທັງຍັງເປັນການເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຂອງຄອບຄົວ.

ມາດຕາ 12.  ຜົນຮ້າຍຕໍ່ເສດຖະກິດ - ສັງຄົມ

     ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ພາໃຫ້ກີດອຸປະຕິເຫດ, ເກີດອາຊະຍາກຳ ແລະ ອື່ນໆ ຊື່ງແຕະຕ້ອງເຖິງການພັດທະນາຊັບພະຍາກອນມະນຸດ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ, ພາໃຫ້ສູນເສັຍລາຍຮັບທັງເປັນການໃຊ້ຈ່າຍຟູມເຟືອຍ ແລະ ເປັນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ. ຂ້າງເທິງ

ພາກທີ III
ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ 1
ການຄວບຄຸມການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 13. ການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ

     ທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ແມ່ນ ການດຳເນີດກິດຈະການໃດໜື່ງ ກ່ຽວກັບການຜະລິດ ການປຸງແຕ່ງ, ການບັນຈຸ, ການຫຸ້ມຫໍ່, ການຕິດສະຫລາກ, ການຈຳໜ່າຍ, ການບໍລິການ, ການສະໜອງ, ການເກັບຮັກສາ, ການຂົນສົ່ງ, ການສົ່ງອອກ, ການນຳເຂົ້າ, ການສົ່ງຜ່ານ, ການກວດກາຄຸນນະພາບເຄື່ອງດື່ມທີ່ມີທາດເຫລົ້າ.
    ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ປະຕິບັດຕາມກົດໝາຍວ່າດວ້ຍການສົ່ງເສີມການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການ ຈາກຂະແໜງການສາທາລະນະສຸກ.

ມາດຕາ 14. ການຜະລິດ

     ການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ມີສອງປະເພດ ຄື ແບບອຸດສາຫະກຳ ແລະ ແບບຫັດຖະກຳ.
     ການຜະລິດ ແບບອຸດສາຫະກຳ ແລະ ແບບຫັດຖະກຳ ໃຫ້ປະຕິບັດຕາມມາດຕະຖານການຄວບຄຸມຄວາມປອດໄພ, ມາດຕະຖານການຜະລິດ, ສະຫລາກ ແລະ ຄຳເຕືອນ ກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 15. ການປຸງແຕ່ງ

     ການປຸງແຕ່ງ ແມ່ນ ການນຳເອົາວັດຖຸດິບຕ່າງໆມາປະກອບ ຫຼື ປະສົມເຂົ້າເປັນເຄື່ອງດື່ມທີ່ມີທາດເຫຼົ້າ ຊຶ່ງຕ້ອງຮັບປະກັນຄວາມປອດໄພ, ອະນາໄມ, ມີຄຸນນະພາບ, ສະຖານທີ່, ພາຊະນະ ແລະ ອຸປະກອນອື່ນ ທີ່ຮັບໃຊ້ການປຸງແຕ່ງ ຕ້ອງຮັບປະກັນຄວາມສະອາດ ແລະ ໄດ້ມາດຕະຖານ.
    ຜູ່ປຸງແຕ່ງເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງບໍ່ແມ່ນຜູ່ເປັນພະຍາດຕິດຕໍ່, ມີການອະນາໄມສ່ວນບຸກຄົນ, ໃສ່ຊຸດທີ່ສະອາດ ແລະ ຕ້ອງກວດສຸຂະພາບຢ່າງໜ້ອຍສອງຄັ້ງຕໍ່ປີ. ຂ້າງເທິງ

ມາດຕາ 16. ການບັນຈຸ

     ເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງບັນຈຸໃສ່ພາຊະນະ ເຊັ່ນ ຂວດແກ້ວ, ໄຫ, ກະປ໋ອງທີ່ສະອາດ ແລະ ປອດໄພ.

ມາດຕາ 17. ການຫຸ້ມຫໍ່

     ພາຊະນະທີ່ບັນຈຸເຄື່ອດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຈາກຕ່າງປະເທດ ຫຼື ຜະລິດຢູ່ພາຍໃນປະເທດ ຕ້ອງມີການຫຸ້ມຫໍ່ທີ່ປອດໄພ, ກ່ອນຈະນຳອອກຈຳໜ່າຍຕ້ອງໄດ້ຜ່ານການກວດກາ ຈາກຂະແໜງການສາທາລະນະສຸກ.

ມາດຕາ 18. ການຕິດສະຫລາກ

     ເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ຈໍລະຈອນ, ຈຳໜ່າຍ, ຂາຍ, ບໍລິການ ໃນ ສປປ ລາວ, ນຳເຂົ້າ ແລະ ສົ່ງອອກ ລວທັງສິ່ງຫຸ້ມຫໍ່ເຄື່ອງດື່ມດັ່ງກ່າວ ຕ້ອງຕິດສະຫລາກ ແລະ ຄຳເຕືອນສຸຂະພາບ ເປັນພາສາລາວ ແລະ ພາສາຕ່າງປະເທດທີ່ບົ່ງບອກຂໍ້ມູນຢ່າງຖືກຕ້ອງ ກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 19. ການຈຳໜ່າຍ

     ການຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ພາຍໃນປະເທດ ປະກອບດ້ວຍ ການຂາຍຍົກ ແລະ ການຂາຍຍ່ອຍ ຊຶ່ງຕ້ອງຢູ່ພາຍໃຕ້ການຄວບຄຸມ, ການຕິດຕາມ, ການກວດກາ ແລະ ການປະຕິບັດຕາມລະບຽບການ ຂອງຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ.
    ສຳລັບເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ສົ່ງອອກຈຳໜ່າຍໄປຕ່າງປະເທດ ນອກຈາກປະຕິບັດ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລ້ວ ຍັງຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ຂອງປະເທດທີ່ນຳເຂົ້າອີກດ້ວຍ.

ມາດຕາ 20. ການບໍລິການ

     ການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງດຳເນີນການສະເພາະໃນສະຖານທີ່ ແລະ ເວລາຕາມທີ່ໄດ້ກຳນົດທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 21. ການສະໜອງ

     ການສະໜອງ ເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ສະຖານທີ່ຈຳໜ່າຍທີ່ມີໃບອະນຸຍາດຖືກຕ້ອງ ຕ້ອງຮັບປະກັນຄວາມປອດໄພ, ອະນາໄມ ແລະ ຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 22. ການເກັບຮັກສາ

     ເພື່ອບໍ່ໃຫ້ເຄື່ອງດື່ມທີ່ມີທາດເຫຼົ້າເສື່ອມຄຸນນະພາບ, ບູດ, ໃຫ້ຢູ່ໃນສະພາບທີ່ບໍລິໂພກໄດ້ ແລະ ຮັບປະກັນຄວາມປອດໄພ ຕ້ອງເກັບຮັກສາຕາມເງື່ອນໄຂສະເພາະຂອງເຄື່ອງດື່ມ ແຕ່ລະຊະນິດ ແລະ ປະຕິບັດຕາມຫຼັກການ ການເກັບຮັກສາທີ່ດີ.

ມາດຕາ 23. ການຂົນສົ່ງ

     ການຂົນສົ່ງເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດ ຕ້ອງປະຕິບັດຕາມຫຼັກການຂົນສົ່ງທີ່ດີ ແຕ່ຕົ້ນທາງຈົນເຖິງປາຍທາງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງເຄື່ອງດື່ມ ຕາມເງື່ອນໄຂສະເພາະຂອງເຄື່ອງດື່ມແຕ່ລະຊະນິດ.

ມາດຕາ 24. ການສົ່ງອອກ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລະ ປະຕິບັດຕາມການກຳນົດຂອງປະເທດນຳເຂົ້າ.

ມາດຕາ 25. ການນຳເຂົ້າ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ເປັນຕົ້ນ ໃບຢັ້ງຢືນການວິໄຈຈາກຫ້ອງວິໄຈຂອງປະເທດຕົ້ນກຳເນີດ, ໃບຢັ້ງຢືນຄຸນນະພາບ, ໃບຢັ້ງຢືນຄວາມປອດໄພອາຫານ, ຮູບແບບສະຫຼາກ ແລະ ຄຳເຕືອນສຸຂະພາບກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເອກະສານທີ່ກ່ຽວຂ້ອງ ເພື່ອຂໍອະນຸຍາດຈາກຂະແໜງການສາທາລະນະສຸກ.
    ການນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ການຕິດຕາມ, ການກວດກາ ແລະ  ການປະຕິບັດຕາມ ການກຳນນົດຂອງກະຊວງສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
    ເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ນຳເຂົ້າມາຈຳໜ່າຍຢູ່ ສປປ ລາວ ຕ້ອງມີການຕິດສະແຕມ, ເສັຍພາສີ, ອາກອນ ແລະ ຄ່າທຳນ່ຽມ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 26. ການສົ່ງຜ່ານ

     ບຸກຄົນ,  ນິຕິບຸກຄົນ  ແລະ  ການຈັດຕັ້ງ  ທີ່ຂົນສົ່ງເຄື່ອງດື່ມທີ່ມີທາດເຫຼົ້າ  ຈາກປະເທດໜື່ງຜ່ານ ສປປ ລາວ ໄປຫາປະເທດທີສາມ ຕ້ອງໄດັຮັບອະນຸຍາດຈາກຂະແໜງການສາທາລະນະສຸກ, ໃນການສ່ົງຜ່ານນັ້ນ ເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງປິດ ແລະ ປະທັບຕາໃສ່ຕູ້ບັນຈຸສິນຄ້າ ແລະ ຕ້ອງປະຕິບັດຕາມລະບຽບການ ການສົ່ງຜ່ານແດນ. ໃນກໍລະນີທີ່ມີການຄ່ຽນຖ່າຍສິນຄ້າໃສ່ພາຫະນະບັນທຸກອື່ນ ຫຼື ລົງສາງ ກ່ອນການສົ່ງຜ່ານນັ້ນ ຕ້ອງມີການກວດກາຢັ້ງຢືນຈາກຂະແໜງການສາທາລະນະສຸກ ແລະ ດ່ານພາສີຊາຍແດນ ກ່ຽວກັບຈຳນວນ ແລະ ຊະນິດສິນຄ້າທີ່ໄດ້ແຈ້ງໄວ້ ພ້ອມທັງເອກະສານຕິດຕາມສິນຄ້າ ແລະ ແຈ້ງໄປຍັງດ່ານຂາອອກ ບ່ອນສິນຄ້າດັ່ງກາວຜ່ານອອກໄປ.

ມາດຕາ 27. ການກວດກາຄຸນນະພາບ

     ຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນຳເຂົ້າ, ຈຳໜ່າຍ ຕ້ອງໄດ້ຜ່ານການກວດກາຄຸນນະພາບ ຕາມລະບຽບການຂອງກະຊວງສາທາລະນະສຸກ.

ມາດຕາ 28. ສະຖານທີ່ດຳເນີນທຸລະກິດ

     ສະຖານທີ່ດຳເນີນທຸລະກິດ ເຄື່ອງດື່ມທີ່ມີທາດເຫຼົ້າ ແມ່ນ ສິ່ງປຸກສ້າງ ຫຼື ໂຄງສ້າງອື່ນແບບຖາວອນ, ຊົ່ວຄາວ ລວມທັງພາຫະນະ, ທີ່ດິນບ່ອນສິ່ງດັ່ງກ່າວຕັ້ງຢູ່ ແລະ ສະຖານທີ່ອອ້ອມຮອບ ສຳລັບການຜະລິດ, ການປຸງແຕ່ງ, ການຂາຍ, ການບໍລິການ, ການຫຸ້ມຫໍ່ ແລະ ການເກັບຮັກສາເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 29. ທີ່ຕັ້ງສະຖານທີ່ບໍລິການ

     ທີ່ຕັ້ງສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງໃຫ້ຫ່າງຈາກສະຖານທີ່ ດັ່ງນີ້:

1.    ສະຖານທີ່ບໍລິການສຸຂະພາບ;
2.    ສະຖານການສຶກສາ;
3.    ສຳນັກງານ, ອົງການຂອງລັດ;
4.    ສາສະໜາສະຖານ;
5.    ສະຖານເອກອັກຄະລັດຖະທູດ;
6.    ສວນສາທາລະນະ;
7.    ໂຮງມະໂຫລະສົບ;
8.    ສະຖານີລົດໂດຍສານ;
9.    ປໍ້ານໍ້າມັນເຊື້ອໄຟ;
10. ສະໜາມກິລາ;
11. ໂຮງຈັກໂຮງງານ;

     ການກຳນົດໄລຍະຫ່າງຈາກສະຖານທີ່ດັ່ງກ່າວ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 30. ການຊື້-ຂາຍຍ່ອຍ

     ການຊື້-ຂາຍຍ່ອຍ ແມ່ນ ການຊື້-ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ຜູ່ບໍລິໂພກ ເພື່ອຊົມໃຊ້ເອງ ແຕ່ຫາກບໍ່ແມ່ນ ເພື່ອນຳໄປຂາຍຕໍ່.
    ເຄື່ອງດື່ມທີ່ມີທາດເຫຼົ້າ ອະນຸຍາດໃຫ້ຈຳໜ່າຍ, ຊື້-ຂາຍຍ່ອຍໄດ້ ສະເພາະແຕ່ເວລາ 16:00 ໂມງ ຫາ 23:00 ໂມງ ຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 31. ການໂຄສະນາ

     ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າບໍ່ວ່າຢູ່ໃນສະຖານທີ່ໃດ, ຜ່ານສື່ມວນຊົນທຸກປະເພດ ແລະ ກິດຈະກຳທາງການຕະຫຼາດທຸກຮູບແບບ ຕ້ອງໄດ້ຮັບອະນຸຍາດ ຈາກຂະແໜງການສາທາລະນະສຸກ ແລະ ຂະ   ແໜງການອື່ນທີ່ກ່ຽວຂ້ອງ.
     ເນື້ອໃນການໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ມີດັ່ງນີ້:

1.    ຕ້ອງເປັນການໃຫ້ຄວາມຮູ້, ແນວຄິດສ້າງສັນຕໍ່ສັງຄົມ;
2.    ຕ້ອງມີຄຳເຕືອນດ້ານສຸຂະພາບ;
3.    ບໍ່ມີລັກສະນະສົ່ງເສີມກິດຈະກຳທາງດ້ານການຕະລາດ ຫຼື ການຂາຍ;
4.    ບໍ່ມີລັກສະນະຊວນເຊື່ອ ໃຫ້ມີການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ;
5.    ບໍ່ສະແດງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການບໍລິໂພກເຄື່ອງດື່ມດ່ັງກ່າວ;
6.    ບໍ່ສະແດງເຄື່ອງໝາຍການຄ້າ;
7.    ບໍ່ໃຫ້ເປັນການສ້າງຄ່ານິຍົມກ່ຽວກັບການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ສັງຄົມ;

     ການກຳນົດເວລາ ແລະ ຄ່າບໍລິການໂຄສະນາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 32. ການອຸປຖຳ

     ການອຸປະຖຳບໍ່ວ່າທາງກົງ ຫຼື ທາງອ້ອມ ຕ້ອງບໍ່ຢູ່ໃນຮູບການໂຄສະນາສົ່ງເສີມການຂາຍ ແລະ ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ. ຂ້າງເທິງ

ໝວດທີ 2
ການຄວບຄຸມຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 33. ມາດຕະພານຄວບຄຸມຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

     ມາດຕະການການຄວບຄຸມຄຸນນະພາບຂອງເຄື່ອງດືື່ມທີ່ມີທາດເຫຼົ້າ ມີ ດັ່ງນີ້:

1.    ມາດຕະການທາງດ້ານສຸຂານາໄມ ຊຶ່ງແມ່ນມາດຕະການຕ່າງໆ ທີ່ນຳໃຊ້ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງຄົນຈາກຄວາມສ່ຽງຕ່າງໆ ທີ່ມາຈາກການປົນເປື້ອນໃນເຄື່ອງດື່ມ ທີ່ມີທາດເຫຼົ້າ;
2.    ມາດຕະການທາງດ້ານເຕັກນິກ ຊຶ່ງແມ່ນຂັ້ນຕອນຕ່າງໆ ກ່ຽວກັບມາດຕະຖານການຜະລິດ, ວີທີການຜະລິດ, ການທົດສອບ ແລະ ການກວດກາ ຈາກຂະແໜງການສາທາລະນະສຸກ.

ມາດຕາ 34. ການຮັບປະກັນຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

      ເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ໄດ້ຜະລິດ, ປຸງແຕ່ງ, ຈຳໜ່າຍ, ສົ່ງອອກ, ນຳເຂົ້າ ແລະ ສົ່ງຜ່ານຕ້ອງຮັບປະກັນໃຫ້ມີຄຸນນະພາບດີ.
      ເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ຮັບປະກັນຄຸນນະພາບນັ້ນ ຕ້ອງປະຕິບັດຕາມຫຼັກການ ການຜະລິດທີ່ດີ, ການສຸຂານາໄມທີ່ດີ, ການວິເຄາະຄວາມສ່ຽງ ແລະ ການຄວບຄຸມຈຸດອັນຕະລາຍ ແລະ ຫຼັກການອື່ນທີ່ກ່ຽວຂ້ອງຢ່າງຖືກຕ້ອງ.
      ຄຸນນະພາບ ຂອງເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງໄດ້ຮັບການກວດກາຈາກຂະແໜງການສາທາລະນະສຸກ. ຂ້າງເທິງ

ໝວດທີ 3
ພັນທະຂອງຜູ່ຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 35. ພັນທະທົ່ວໄປ

     ຜູ້ຜະລິດ, ນຳເຂົ້າ ແລະ ຈຳຫນ່າຍ ເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພັນທະທົ່ວໄປ ດັ່ງນີ້:

1.    ຮັບປະກັນມາດຕະຖານຄວບຄຸມຄວາມປອດໄພຂອງເຄື່ອງດື່ມທີ່ມີທາດເຫຼົ້າ;
2.    ສົ່ງເສີມສຸຂະພາບ, ປົກປ້ອງຊີວິດ, ສິດ ແລະ ຜົນປະໂຫຍດຂອງຜູ່ບໍລິໂພກ;
3.    ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4.    ປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

     ສຳລັບຜູ່ຜະລິດ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ພາຍໃນປະເທດ ແລະ ຜູ່ນຳເຂົ້າຕ່າງປະເທດຕ້ອງໄດ້ປະຕິບັດພັນທະເພີ່ມ ເຕາມທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
    ສຳລັບຜູ່ຜະລິດ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ພາຍໃນປະເທດ ແລະ ຜູ່ນຳເຂົ້າຈາກຕ່າງປະເທດຕ້ອງໄດ້ປະຕິບັດພັນທະເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງປະເທດ.

ມາດຕາ 36. ພັນທະຂອງຜູ່ຜະລິດ

     ຜູ່ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພັນທະ ດັ່ງນີ້:

1.    ຕິດສະຫຼາກ, ຄຳເຕືອນ ທີ່ເປັນຂໍ້ຄວາມໃສ່ພາຊະນະບັນຈຸ, ສິ່ງຫຸ້ມຫໍ່ເຄື່ອງດື່ມທີ່ມີທາດເຫຼົ້າ ຕາມລະບຽບການ;
2.    ປົກປັກຮັກສາສິ່ງແວດລ້ອມ ໃນຂອບເຂດພື້ນທີ່ ແລະ ອອ້ມຂ້າງການຜະລິດຂອງຕົນ;
3.    ສົ່ງເສີມສຸຂະພາບ ແລະ ກັນພະຍາດ ຂອງຜູ່ອອກແຮງງານ ໃນການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ຕາມລະບຽບການ;
4.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

ມາດຕາ 37. ພັນທະຂອງຜູ່ນຳເຂົ້າ

     ຜູ່ນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພັນທະ ດັ່ງນີ້:

1.    ຮັບປະກັນຄຸນນະພາບ ແລະ ມາດຕະຖານ ຂອງເຄື່ອງດື່ມທີ່ມີທາດເຫຼົ້າ ຕາມມາດຕະຖານ ຄວບຄຸມຄວາມປອດໄພ ຂອງ ສປປ ລາວ;
2.    ຮັບປະກັນການນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ມີການຕິດສະຫຼາກ, ຄຳເຕືອນທີ່ເປັນຂໍ້ຄວາມໃສ່ພາຊະນະ ແລະ ສິ່ງຫຸ້ມຫໍ່ຕາມລະບຽບການ;
3.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

ມາດຕາ 38. ພັນທະຂອງຜູ່ຈຳຫນ່າຍ

     ຜູ້ຈຳໜ່າຍ, ຊື້-ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພັນທະ ດັ່ງນີ້:

1.    ຮັບປະກັນໃຫ້ມີສະຖານທີ່ ທີ່ເໝາະສົມ ໃນການຈຳໜ່າຍ, ຊື້-ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ;
2.    ແນະນຳ, ອະທິບາຍ ໃຫ້ຜູ່ຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ ຮູ້ເຖິງຜົນຮ້ານຂອງການບໍລິໂພກ;
3.    ຈຳໜ່າຍ, ຊື້-ຂາຍ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ມີການຕິດສະຫຼາກ ແລະ ຄຳເຕືອນ ຢ່າງຖືກຕ້ອງ ຕາມລະບຽບການ;
4.    ປົກປັກຮັກສາສິ່ງແວດລ້ອມ ໃນຂອບເຂດພື້ນທີ່ຈຳໜ່າຍຂອງຕົນ;
5.    ປະຕິບັດດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ 4
ຄວາມຮັບຜິດຊອບກ່ຽວກັບການູຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 39. ຄວາມຮັບຜິດຊອບຂອງລັດ

     ຂະແໜງການຂອງລັດ ມີຄວາມຮັບຜິດຊອບໃນການຊີ້ນຳ, ການຄຸ້ມຄອງ, ການຕິດຕາມ, ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ການບຳບັດຜູ່ຕິດເຫຼົ້າຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.

ມາດຕາ 40. ຄວາມຮັບຜິດຊອບຂອງສັງຄົມ ແລະ ຊຸມຊົນ

     ສັງຄົມ ແລະ ຊຸມຊົນ ມີຄວາມຮັບຜິດຊອບ ເຂົ້າຮ່ວມໃນຂະບວນການຄວບຄຸມເຄື່ອງດື່ມທີ່ມີທາດຫຼົ້າ ໃນການໂຄສະນາ ເຜີຍແຜ່, ປຸກລະດົມໃຫ້ຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 41. ຄວາມຮັບຜິດຊອບຂອງຄອບຄົວ

     ຄອບຄົວ ມີບົດບາດສຳຄັນ ແລະ ມີຄວາມຮັບຜິດຊອບ ໃນການສຶກສາອົບຮົມ, ປູກຈິດສຳນຶກ, ໃຫ້ຄຳແນະນຳແກ່ສະມາຊິກຄອບຄົວ ຮູ້ເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ, ເຂົ້າຮ່ວມຂະບວນການຄວບຄຸມ, ການຄຸ້ມຄອງ, ການຕິດຕາມ, ການກວດກາ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຊ່ວຍໃນການບຳບັດ, ປິ່ນປົວ ເມື່ອສະມາຊິກຄອບຄົວຕິດເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 42. ຄວາມຮັບຜິດຊອບຂອງບຸກຄົນ

     ພົນລະເມືອງລາວທຸກຄົນ ເປັນຕົ້ນ ເຍົາວະຊົນ, ຊາວຫນຸ່ມ, ນັກຮຽນ, ນັກສຶກສາ ກຳມະກອນ ຕ້ອງເປັນເຈົ້າຕົນເອງ ໃນການຫ່າງໄກຈາກເຄື່ອງດື່ມທີ່ມີທາດເຫຼົ້າ, ຕ້ານແນວຄິດ, ຄ່ານິຍົມ ແລະ ພຶດຕິກຳ ໃນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ.
     ພໍ່ແມ່, ຜູ້ປົກຄອງ, ຄູ, ອາຈານ ຕ້ອງເປັນແບບຢ່າງ ໃນການຫ່າງກຈາກເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ຄຳແນະນຳແກ່ລູກຫລານ, ນັກຮຽນ, ນັກສຶກສາຂອງຕົນ. ຜູ່ເປັນລູກ, ຫຼານ, ນັກຮຽນ, ນັກສຶກສາ ກໍຕ້ອງຟັງຄຳແນະນຳດັ່ງກ່າວ. ຂ້າງເທິງ

ພາກທີ IV
ການສົ່ງເສີມສຸຂະພາບຈາກຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ 1
ການໂຄສະນາສຸຂະສຶກສາ
ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 43. ການໂຄສະນາສຸຂະສຶກສາ

    ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງເອົາໃຈໃສ່ໂຄສະນາສຸຂະສຶກສາ ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ພົນລະເມືອງ ໂດຍສະເພາະເຍົາວະຊົນ, ຊາວໜຸ່ມ, ນັກຮຽນ, ນັກສຶກສາ, ກຳມະກອນ ເພື່ອປູກຈິດສຳນຶກ ຕ້ານແນວຄິດ, ຄ່ານິຍົມ ແລະ ພຶດຕິກຳໃນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ 44. ການສະໜອງຂໍ້ມູນຂ່າວສານ

     ຂະແໜງການສາທາລະນະສຸກ, ຂະແໜງການອື່ນຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງອື່ນໃນສັງຄົມ ທັງພາກລັດ ແລະ ເອກະຊົນມີຄວາມຮັບຜິດຊອບ ແລະ ປະກອບສ່ວນເຂົ້າໃນການສະໜອງຂໍ້ມູນຂ່າວສານ ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ພົນລະເມືອງຢ່າງເປັນປົກກະຕິ.
     ພົນລະເມືອງທຸກຄົນ ມີສິດໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເປັນຕົ້ນ ຜົນຮ້າຍຂອງການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ. ຂ້າງເທິງ

ໝວດທີ 2
ສະຫລາກ ແລະ ຄຳເຕືອນ ໃສ່ພາຊະນະບັນຈຸຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 45. ສະຫລາກ

     ສະຫລາກ ແມ່ນ ເຄື່ອງໝາຍ, ຮູບພາບ ຫຼື ຂໍ້ຄວາມທີ່ພິມຕິດໃສ່ພາຊະນະບັນຈຸແຕ່ລະແກ້ວ, ຫໍ່, ກະປ໋ອງ ແລະ ຫີບ ຂອງເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອສະແດງໃຫ້ຜູ່ບໍລິໂພກຮັບຮູ້ ຄຳເຕືອນກ່ຽວກັບສຸຂະພາບ, ຂໍ້ມູນດ້ານໂພຊະນະການ, ສ່ວນປະກອບຫຼັກ, ການນຳໃຊ້, ການເກັບຮັກສາ, ຜູ່ຜະລິດ ຫຼື ຜູ່ຈຳໜ່າຍ, ປະລິມານທາດເຫຼົ້າເອຕາໂນນ ແລະ ທາດອື່ນ ໃນເຄື່ອງດື່ມທີ່ມີທາດເຫຼົ້າ.
    ກະຊວງສາທາລະນະສຸກ ເປັນຜູ່ກຳນົດຂໍ້ຄວາມຕ່າງໆ ຂອງສະຫຼາກ.

ມາດຕາ 34. ຄຳເຕືອນ

     ຄຳເຕືອນ ແມ່ນ ຂໍ້ຄວາມ ທີ່ພິມຕິດໃສ່ພາຊະນະບັນຈຸ ຂອງເຄື່ອງດື່ມທີ່ມີທາດເຫຼົ້າ ຊຶ່ງກຳນົດໂດຍ ກະຊວງສາທາລະນະສຸກ ເພື່ອສະແດງໃຫ້ຜູ່ບໍລິໂພກຮັບຮູ້ວ່າເຄື່ອງດື່ມນີ້ເປັນອັນຕະລາຍ ແລະ ມີຜົນຮ້າຍຕໍ່ສຸຂະພາບ. ຂ້າງເທິງ

ໝວດທີ 3
ການດັບສົມລາຄາເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 47. ການດັດສົມ ແລະ ຕິດລາຄາ

     ເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງມີການດັດສົມລາຄາ ຢ່າງສອດຄ່ອງກັບນະໂຍບາຍພາສີ, ອາກອນໃນແຕ່ລະໄລຍະ ເພື່ອຫຼຸດຜ່ອນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າຢູ່ໃນສັງຄົມ.
    ຂະແໜງການທີ່ກ່ຽວຂ້ອງຂອງລັດ ຕ້ອງຕິດຕາມ, ກວດກາ, ເກັບກຳຂໍ້ມູນ ກ່ຽວກັບລາຄາເຄື່ອງດື່ມທີ່ມີທາດເຫຼົ້າ ໃນແຕ່ລະໄລຍະ.
    ຜູ່ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງຕິດລາຄາເປັນເງິນກີບຢ່າງເປີດເຜີຍ.

ມາດຕາ 48. ການເກັບພາສີ, ອາກອນ

     ການເກັບພາສີ, ອາກອນ ກ່ຽວກັບການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ໃນ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍສະບັບນີ້ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ. ຂ້າງເທິງ

ພາກທີ V
ການແກ້ໄຂຜົນກະທົບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 49. ການປຸກລະດົມ, ໂຄສະນາຊວນເຊື່ອໃຫ້ຫຼຸດຜ່ອນການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເອົາໃຈໃສ່ປູກລະດົມ, ໂຄສະນາຊວນເຊື່ອ, ແນະນຳວິທີໃຫ້ຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຕໍ່ສຸຂະພາບ, ຄອບຄົວ, ເສດຖະກິດ-ສັງຄົມ ເພື່ອໃຫ້ມີຄວາມຕື່ນຕົວ, ຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດເຊົາ.

ມາດຕາ 50. ການບຳບັດ, ປິ່ນປັວ

     ຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງສະໝັກໃຈຕື່ນຕົວ ເຂົ້າຮັບການບຳບັດ ແລະ ປິ່ນປົວ ດ້ວຍການເອົາໃຈໃສ່ ແລະ ຊ່ວຍເຫຼືອຈາກຄອບຄົວ, ຊຸມຊົນ, ສັງຄົມ ແລະ ໂຮງໝໍ.

ມາດຕາ 51. ການຊ່ວຍເຫລືອຜູ້ອອກຢາສູບ

     ການຊ່ວຍເຫຼືອຜູ່ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງດຳເນີນໂດຍໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ ດ້ວຍວິທີການ ດັ່ງນີ້:

1.    ໃຫ້ຄຳປຶກສາ, ແນະນຳ ກ່ຽວກັບການຫຼຸດຜ່ອນ ແລະ ຢຸດເຊົາການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການສົ່ງເສີມສຸຂະພາບ;
2.    ໃຫ້ການບຳບັດ ແລະ ປິ່ນປົວ ດ້ວຍຮູບການຕ່າງໆ ຕາມເງື່ອນໄຂຕົວຈິງ;
3.    ຈັດກິດຈະກຳຕ່າງໆ ເພື່ອໃຫ້ຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ;

ມາດຕາ 52. ໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ

     ໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ຮັບການສ້າງຕັ້ງຂື້ນໂດຍຂະແໜງການສາທາລະນະນສຸກ ຊື່ງມີພາລະບົດບາດໂຄສະນາສຸຂະສຶກສາ, ໃຫ້ຄຳແນະນຳ, ຄຳປຶກສາ ແລະ ການຊ່ວຍເຫຼືອຜູ່ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.
    ໜ່ວຍງານດັ່ງກ່າວ ຕ້ອງເກັບກຳຂໍ້ມູນສະຖິຕິ, ຕິດຕາມ, ກວດກາ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ.
    ນອກຈາກໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອແລ້ວ ອົງການຈັດຕັ້ງສັງຄົມ, ຊຸມຊົນ, ຄອບຄົວ ແລະ ໝູ່ເພື່ອນ ກໍຕ້ອງມີສ່ວນຮ່ວມໃນການຊ່ວຍເຫຼືອຜູ່ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີີທາດເຫຼົ້າ ດ້ວຍການແນະນຳ ແລະ ການສ້າງກິດຈະກຳຕ່າງໆ.
    ການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ພາກທີ VI
ຂໍ້ຫ້າມ

ມາດຕາ 53. ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ

     ຫ້າມຜູ່ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພຶດຕິກຳ ດັ່ງນີ້:

1.     ສະແດງເຄື່ອງໝາຍທີ່ເປັນສັນຍາລັກ, ເຄື່ອງໝາຍການຄ້າຂອງເຄື່ອງດື່ມທີ່ມີທາດເຫຼົ້າ ຜ່ານສີື່ມວນຊົນທຸກປະເພດ, ສະຖານທີ່ສາທາລະນະ, ຊຸມຊົນ, ສະໜາມກິລາ, ສະໜາມເດັກນ້ອຍ, ສະຖານການສຶກສາ, ງານມະໂຫລະສົບຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ;
2.    ໂຄສະນາໃນທຸກຮູບແບບ ທີ່ເປັນການຊຸກຍູ້, ສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ການຈຳໜ່າຍ ແລະ ການຊື້-ຂາຍ ໃນສະຖານທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍສະບັບນີ້;
3.    ອຸປະຖຳດ້ວຍຮູບການຕ່າງໆ ທີ່ເປັນການສົ່ງເສີມການບໍລິໂພກ ແລະ ການຂາຍ ບໍ່ວ່າທາງກົງ ຫຼື ທາງອອ້ມ;
4.    ຜະລິດ, ນຳເຂົ້າ, ຊື້-ຂາຍ ເຫຼົ້າເຖື່ອນ, ເຫຼົ້າປອມ, ເຫຼົ້າໝົດອາຍຸ, ເຫຼົ້າບໍ່ມີສະຫຼາກ, ບໍ່ມີຄຳເຕືອນເປັນພາສາລາວ, ບໍ່ຕິດລາຄາ ແລະ ບໍ່ຕິດສະແຕັມ ຕາມກົດໝາຍ ແລະ ລະບຽບການ;
5.    ຂາຍເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍເຄື່ອງຈັກອັດຕະໂນມັດທຸກຊະນິດ;
6.    ສົ່ງເສີມການຂາຍໃນທຸກຮູບແບບ ເຊັ່ນ ການຈົກສະຫຼາກ, ຫຼຸດລາຄາ, ແລກປ່ຽນ, ແຈກ, ແຖມ, ເຄື່ອງທີ່ລະນຶກ ແລະ ອື່ນໆ;
7.    ຫຼຸດລາຄາຕຳ່ກວ່າຕົ້ນທຶນການຜະລິດ ຫຼື ຕົ້ນທຶນການນຳເຂົ້າ ບວກກັບພາສີ, ອາກອນ ແລະ ຄ່າທຳນ່ຽມຕ່າງໆ ທີ່ລັດຮັບຮູ້;
8.    ຂັດຂວາງການປະຕິບັດໜ້າທີ, ນາບຂູ່ ຫຼື ໃຫ້ສິນບົນແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
9.    ນຳໃຊ້ສານເຄມີທີ່ບໍ່ອະນຸຍາດ  ຫຼື  ສິ່ງປົນເປື້ອນອື່ນທີ່ເປັນອັນຕະລາຍ  ໃສ່ເຄື່ອງດື່ມທີ່ມີທາດເຫຼົ້າ;
10. ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າໃນວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ;
11. ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ຜູ່ມີອາຍຸຕຳ່ກວ່າ ສິບແປດປີ, ຜູ່ມຶນເມົາ, ບຸກຄົນໃສ່ເຄື່ອງແບບ ແລະ ຜູ່ຂັບຂີ່;
12.  ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ;

ມາດຕາ 54. ຂໍ້ຫ້າມສຳລັບພະນັກງານ ແລະ ເຈົ້າໜ້າທີ່

     ຫ້າມພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລັດ ມີພຶດຕິກຳ ດັ່ງນີ້:

1.    ສວຍໃຊ້ຕຳແໜ່ງ, ໜ້າທີ່, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ທວງເອົາ, ຂໍເອົາ, ໃຫ້ ຫຼື ຮັບສິນບົນ ຊິ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
2.    ເປີດເຜີຍຄວາມລັບຂອງລັດ ຫຼື ທາງລັດຖະການ, ຂໍ້ມູນຂອງຜູ່ດຳເນີນທຸລະກິດ, ກົດໜ່ວງ, ຖ່ວງດືງ, ປອມແປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ໄດ້ຮັບມອບໝາຍ;
3.    ປົກປ້ອງ, ຊຸກເຊືື່ອງ ຫຼື ປິດບັງ, ຮ່ວມກັນກະທຳຜິດ ກັັບຜູ່ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ບໍ່ຖືກລະບຽບກົດຫມາຍ;
4.    ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ ແລະ ລະບຽບການ;

ມາດຕາ 55. ຂໍ້ຫ້າມສຳລັບຜູ່ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ

     ຫ້າມຜູ່ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ມີ ພຶດຕິກຳ ດັ່ງນີ້:

1.    ຂັບຂີ່ຍານພະຫະນະ;
2.    ໃຊ້ຄວາມຮຸນແຮງຕໍ່ຜູ່ອື່ນ ໂດຍສະເພາະແມ່ຍິງ, ເດັກນ້ອຍ ແລະ ຜູ່ອາຍຸສູງ;
3.    ອາລະວາດຕີກັນ;
4.    ລົບກວນເວລາເຮັດວຽກ, ເວລາພັັກຜ່ອນ, ສ້າງຄວາມລຳຄານແກ່ບຸກຄົນອື່ນ ຫຼື ສ້າງ ຄວາມຫຍຸ້ງຍາກໃຫ້ສັງຄົມ;
5.    ປະຕິເສດການກວດຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່ຽວກັບປະລິມານທາດເຫຼົ້າຢູ່ໃນເລືອດ, ໃບປັດສະວະ ຫຼື ລົມຫາຍໃຈ;
6.    ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ;

ມາດຕາ 56. ຂໍ້ຫ້າມ ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ

     ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:

1.    ດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍບໍ່ໄດ້ຮັບອະນຸຍາດ;
2.    ສະໜັບສະໜູນ ການໂຄສະນາ, ສົ່ງເສີມເຄື່ອງດື່ມທີ່ມີທາດເຫຼົ້າ;
3.    ຊັກຊວນ, ນຳໃຊ້ ຫຼື ໃຫ້ຜູ່ມີອາຍຸຕຳ່ກວ່າ ສິບແປດປີ ດື່ມ, ຊື້-ຂາຍ, ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ;
4.    ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ໃນສະຖານທີ່ ທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍສະບັບນີ້;
5.    ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. ຂ້າງເທິງ

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 57. ຮູບການແກ້ໄຂຂໍ້ຂັດແຍ່ງ

      ການແກ້ໄຂຂໍ້ຂັດແຍ່ງ ອາດດຳເນີນດ້ວຍຮູບການໃດໜື່ງ ດັ່ງນີ້:

1.    ການປະນີປະນອມ;
2.    ການແກ້ໄຂທາງດ້ານບໍລິຫານ;
3.    ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
4.    ການຕັດສິນຂອງສານ;
5.    ການແກ້ໄຂທີ່ມີລັກສະນະສາກົນ;

ມາດຕາ 58. ການປະສີປະນອມ

     ໃນກໍລະນີເກີດຂື້ນຂໍ້ຂັດແຍ່ງ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນ ຄູ່ກໍລະນີສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ.

ມາດຕາ 59. ການແກ້ໄຂທາງດ້ານບໍລິຫານ

     ໃນລະນີ ເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນ ຄູ່ກໍລະນີມີສິດ ສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ບ່ອນຕົນໄດ້ຮັບອະນຸຍາດ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ ແລະ ລະບຽບການ;

ມາດຕາ 60. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

     ໃນກໍລະນີ ເກີດຂໍ້ຂັດແຍ່ໃນການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້ານັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ ແລະ ລະບຽບການ.

ມາດຕາ 61. ການຕັດສິນຂອງສານ

     ໃນລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນ ຄູ່ກໍລະນີຝ່າຍໃດ ຝ່າຍໜື່ງ ສາມາດຮ້ອງຟ້ງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນ ຕາມກົດໝາຍ.

ມາດຕາ 62. ການແກ້ໄຂທີ່ມີລັກສະນະສາກົນ

     ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການດຳເນີນທຸລະກິດເຄື່ອງດື່ມ ທີ່ມີທາດເຫຼົ້ານັ້ນ ຄູ່ກໍລະນີ ສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນ ຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາກ. ຂ້າງເທິງ

ພາກທີ VIII
ການຄຸ້ມຄອງ ແລະ ການກວດກາ ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ່ 1
ການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 63. ອົງການຄຸ້ມຄອງ

     ລັດຖະບານ ຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງສາທາລະນະສຸກ ເປັນເຈົ້າການຮັບຜິດຊອບໂດຍກົງ ແລະ ປະສານສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການປົກຄອງທ້ອງຖິ່ນ, ອົງາການຈັດຕັ້ງມະຫາຊົນ ໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມພາລະບົດບາດຂອງຕົນ.
     ອົງການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ປະກອບດ້ວຍ:

1.    ກະຊວງສາທາລະນະສຸກ;
2.    ພະແນກສາທາລະນະສຸກແຂງ, ນະຄອນ;
3.    ຫ້ອງການສາທາລະນະສຸກເມືອງ, ເທດສະບານ;
4.    ຄະນະກຳມະການຮັກສາສຸຂະພາຂັ້ນບ້ານ;

     ເພື່ອເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ດຳເນີນໄປຢ່າງມີປະສິດທິພາບນັ້ນ ໄດ້ສ້າງຕັ້ງຄະນະກຳມະການເພື່ອການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຊື່ງແມ່ນຄະນະດຽວກັນກັບຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດວ້ຍການຄວບຄຸມຢາສູບ.

ມາດຕາ 64. ສິດ ແລະ ໜ້າທີ່ ຂອງກະຊວງສາທາລະນະສຸກ

     ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ກະຊວງສາທາລະນະສຸກ ມີ ສິດ ແລະ ໜ້າທີ່ດັ່ງນີ້:

1.    ຄົ້ນຄວ້າສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີ    ທາດເຫຼົ້າ ເພື່ອສະເໜີລັດຖະບານພິຈາລະນາ;
2.    ຈັດຕັ້ງ, ຜົນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ກ່ຽວກັບວຽກງານ ຄວບຄຸມເຄື່ອງ ດື່ມທີ່ມີທາດເຫຼົ້າ ເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການ;
3.    ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ           ໂຄງການ ແລະ ສຸຂະສຶກສາກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຢ່າງກວ້າງຂວາງ;
4.    ຊີ້ນຳ້, ຕິດຕາມ ການຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງການຄົ້ນ ຄ້ວາ, ວິໄຈ;
5.    ສ້າງ, ບຳລຸງ, ຍົກລະດັບ, ຄຸ້ມຄອງ, ນຳໃຊ້ພະນັກງານ, ບຸກຄະລາກອນ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມພາລະບົດບາດຂອງຕົນ;
6.    ຄົ້ນຄ້ວາ, ປະກອບຄຳເຫັນ ກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດເຄື່ອງດື່ມທີ່ມີທາດເຫຼົ້າ ເຊັ່ນ ໂຮງງານຜະລິດ, ບໍລິສັດນຳເຂົ້າ-ສົ່ງອອກ, ຈຳໜ່າຍ, ບໍລິການ ເຄື່ອງດື່ມທີ່ມີທາດເຫຼົ້າ;
7.    ໂຈະ ຫຼື ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງຂັ້ນລຸ່ມຂອງຕົນ ທີ່ຂັດກັບກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
8.    ແກ້ໄຂຂໍ້ຂັດແຍ່ທາງດ້ານບໍລິຫານ, ອອກຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດມາດຕະການທີ່ໄດ້ກຳນົດໄວ້ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
9.    ຊີ້ນຳການບຳບັດ, ປິ່ນປົວ ຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ;
10. ປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
11. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
12. ປະເມີນຜົນ, ສະຫຼຸບ ແລະ ລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 65. ສິດ ແລະ ໜ້າທີ່ ຂອງພະແນກສາທາລະນະສຸກແຂວງ, ນະຄອນ

     ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ພະແນກສາທາລະນະສຸກແຂວງ, ນະຄອນ ມີສິດ ແລະ ໜ້າທີ່ດັ່ງນີ້:

1.    ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ມາເປັນວຽກງານລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດ;
2.    ໂຄສະນາ, ເຜີຍແຜ່ຂໍ້ມູນ ຂ່າວສານ, ຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມຄວາມຮັບຜິດຊອບຂອງຕົນ;
3.    ຊີ້ນຳ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂອງຫ້ອງການສາທາລະນະສຸກເມືອງ, ເທດສະບານ;
4.    ຊິ້ນຳໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ ໃນການປະຕິບັດໜ້າທີ່ວຽກງານ;
5.    ບຳບັດ, ປິ່ນປົວ ຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ;
6.    ພິຈາລະນາ, ແກ້ໄຂຄຳສະເໜີກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າໃນຄວາມຮັບຜິດຊອບຂອງຕົນ ຫຼື ສະເໜີໃຫ້ອົງການຂັ້ນເທິງທີ່ກ່ຽວຂ້ອງແກ້ໄຂ;
7.    ຄົ້ນຄ້ວາ, ປະກອບຄຳເຫັນ ກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດເຄື່ອງດື່ມທີ່ມີທາດເຫຼົ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເຊັ່ນ ໂຮງງານຜະລິດ, ບໍລິສັດນຳເຂົ້າ-ສົ່ງອອກ, ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ;
8.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
9.    ພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມການມອບໝາຍ;
10. ປະເມີນຜົນ, ສະຫຼຸບ ແລະ ລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ກະຊວງສາທາລະນະສຸກ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;

ມາດຕາ 66. ສິດ ແລະ ໜ້າທີ່ ຂອງຫ້ອງການສາທາລະນະສຸກເມືອງ, ເທດສະບານ

     ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຫ້ອງການສາທາລະນະສຸກເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.    ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ, ໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
2.    ເຜີຍຂໍ້ມູນ ຂ່າວສານ, ຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ;
3.    ຊີ້ນຳ ໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ ຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ;
4.    ພິຈາລະນາແກ້ໄຂຄຳສະເໜີ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າ ຫຼື ສະໜີໃຫ້ອົງການຂັ້ນເທິງແກ້ໄຂ;
5.    ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການກຳນົດສະຖານທີ່ບໍລິການ ແລະ ໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມກົດໝາຍ ແລະ ລະບຽບການ;
6.    ປະເມີນ, ສະຫຼຸບ  ແລະ  ລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ    ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
7.    ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 67. ສິດ ແລະ ໜ້າທີ່ຂອງຄະນະກຳມະການຮັກສາສຸຂະພາບຂັ້ນບ້ານ

     ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຄະນະກຳມະການຮັກສາສຸຂະພາບ ຂັ້ນບ້ານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.    ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ, ແຜນງານ, ໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
2.    ເຜີຍແຜ່ສຸຂະສຶກສາ, ຂໍ້ມູນ ຂ່າວສານ, ຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ,ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ;
3.    ເກັບກຳສະຖິຕິ, ຕິດຕາມການຜະລິດແບບຄອບຄົວຂອງບ້ານ ຢ່າງທົ່ວເຖິງ;
4.    ປະສານສົມທົບກັບໜ່ວຍງານໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອ ຜູ່ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ;
5.    ພິຈາລະນາແກ້ໄຂຄຳສະໜີ, ໄກ່ເກ່ຍ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າ ຫຼື ສະເໜີໃຫ້ອົງການຂັ້ນເທິງແກ້ໄຂ;
6.    ສະຫຼຸບ ແລະ ລາຍງານ ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຫ້ອງການສາທາລະນະສຸກເມືອງ, ເທດສະບານ ແລະ ອົງການປົກຄອງບ້ານ ຢ່າງເປັນປົກກະຕິ;
7.    ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 68. ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ

     ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຂະແໜງການທີ່ໄດ້ກຳນົດໄວ້ໃນວັກທີ່ 1 ມາດຕາ 63 ຂອງກົດໝາຍສະບັບນີ້ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບຂະແໜງການສາທາລະນະສຸກ ຕາມພາລະບົດບາດຂອງຕົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ລວມທັງສ້າງຂະບວນການປຸກລະດົມ ແລະ ປະກອບສ່ວນເຂົ້າໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ. ຂ້າງເທິງ

ໝວດທີ 2
ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 69. ອົງການກວດກາ

     ອົງການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ມີ ດັ່ງນີ້:

1.    ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 63 ຂອງກົດໝາຍສະບັບນີ້;
2.    ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ສື່ມວນຊົນ.

ມາດຕາ 70. ເນື້ອໃນການກວດກາ

     ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:

1.    ກວດກາຈັດຕັ້ງປະຕິບັດ ກົດໝາຍ, ລະບຽບການ, ແຜນການ, ແຜນງານ, ໂຄງການ ກ່ຽວກັບ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;
2.    ກວດກາການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ເປັນຕົ້ນ ການບັນຈຸ, ການຫຸ້ມຫໍ່, ການຕິດສະຫຼາກ, ຄຳເຕືອນ, ການໂຄສະນາ, ການນຳເຂົ້າ, ການຂົນສົ່ງ, ການຈຳໜ່າຍ ລວມມທັງສະຖານທີ່ດຳເນີນທຸລະກິດ ແລະ ສະຖານທີ່ບໍລິການ;
3.    ກວດກາການເຄື່ອນໄຫວຂອງການຈັດຕັ້ງ, ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່ຽວກັບ ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ;

ມາດຕາ 71. ຮູບການການກວດກາ

     ການກວດກາ ດຳເນີນດ້ວຍຮູບການ ດັ່ງນີ້:

1.    ການກວດກາຕາມປົກກະຕິ;
2.    ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ;
3.    ການກວດກາແບບກະທັນຫັນ;

     ການກວດກາຕາມປົກກະຕິ ແມ່ນ ການກວດກາຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາທີ່ແນ່ນອນ.
    ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ໂດຍມີການແຈ້ງໃຫ້ຜູ່ຖືກກວດກາຮູ້ລ່ວງໜ້າ.
    ການກວດກາແບບກະທັນຫັນ ແມ່ນ ການກວດກາຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ່ຖືກກວດກາຊາບລ່ວງໜ້າ.
    ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ຂ້າງເທິງ

ພາກທີ IX
ງົບປະມານ ແລະ ວັດງົດເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ 72. ງົບປະມານ

     ງົບປະມານຮັບໃຊ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແມ່ນ ງົບປະມານແຫ່ງລັດ ປລະ ແຫຼ່ງອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 73. ວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ

     ສປປ ລາວ ຖືເອົາວັນທີ 19 ທັນວາ ຂອງທຸກປີ ເປັນວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ດ້ວຍການສ້າງຂະບວນການ, ກິດຈະກຳຕ່າງໆ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການສົ່ງເສີມສຸຂະພາບ. ຂ້າງເທິງ

ພາກທີ X
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 74. ນະໂຍບາຍຕໍ່ຜູ່ມີຜົນງານ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນ ການເປັນແບບຢ່າງ, ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່່ນ ຕາມຄວາມເໝາະສົມແລ້ວແຕ່ລະກໍລະນີ.

ມາດຕາ 75. ມາດຕະການຕໍ່ຜູ່ລະເມີດ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ການດຳເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າບໍ່ຖືກຕ້ອງ ຫຼື ການລະເມີດຂໍ້ຫ້າມ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໄໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ແລ້ວແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 76. ມາດຕະການສຶກສາອົບຮົມ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ມີລັກສະນະເບົາ ເປັນຕົ້ນ ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ເດັກທີ່ມີອາຍຸຕຳ່ກວ່າ ສິບແປດປີ, ຊື້-ຂາຍ, ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດເປັນຄັ້ງທຳອິດ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 77. ມາດຕະການທາງວິໄນ

     ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ ການກົດໜ່ວງ, ຖ່ວງດືງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ຕົນໄດ້ຮັບມອບໝາຍ ຈະຖືກລົງວິໄນຕາມລະບຽບການ.

ມາດຕາ 78. ມາດຕະການປັບໃໝ

     ບຸກຄົນ, ນິຕິຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ໃນກໍລະນີເບົາຊື່ງໄດ້ຜ່ານການສຶກສາອົບຮົມເປັນເທື່ອທີ່ສອງ ຫຼື ໃນກໍລະນີມີຜົນເສຍຫາຍ ຊື່ງບໍ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ ການລະເມີດຂໍ້ຫ້າມ ຈະຖືກປັບໃໝ.
     ອັດຕາການປັບໃໝ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 79. ມາດຕະຖານທາງແພ່ງ

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊື່ງກໍ່ຄວາມເສັຍຫາຍໃຫ້ແກ່ຜູ່ອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂື້ນ.

ມາດຕາ 80. ມາດຕະການທາງອາຍາ

     ບຸກຄົົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ ແລະ ກົດໝາຍອື່ນ ທີ່ກຳນົດໂທດທາງອາຍາ. ຂ້າງເທິງ

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 81. ການຈັດຕັ້ງປະຕິບັດ

     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ເປັນຜູ່ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 82. ຜົນສັກສິດ

     ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຫຸ້ມຫໍ່ເຄື່ອງດື່ມທີ່ມີທາດເຫຼົ້າ TBT ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຕ້ອງໄດ້ຫຸ້ມຫໍ່ຢ່າງປອດໄພ ທີ່ກຳນົດໂດຍກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
2 ຕ້ອງຕິດສະຫຼາກເຄື່ອງດື່ມທີ່ມີທາດເຫຼົ້າ TBT ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຕ້ອງຕິດສະຫຼາກເປັນພາສາລາວ ແລະ ຕ່າງປະເທດ ທີ່ກຳນົດໂດຍກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
3 ຕ້ອງຂົນສົ່ງ ແລະ ເກັບຮັກສາເຄື່ອງດື່ມທີ່ມີທາດເຫຼົ້າ TBT ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຕ້ອງເກັບຮັກສາ ແລະ ຂົນສົ່ງ ຕາມທີ່ກຳນົດໂດຍກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
4 ຕ້ອງຂໍອະນຸຍາດນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນຳເຂົ້າຕ້ອງໄດ້ຮັບອະນຸຍາດນຳເຂົ້າ ໂດຍກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
5 ຕ້ອງມີໃບຢັ້ງຢືນການນຳເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າ ຈາກປະເທດຕົ້ນທາງ TBT ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້າ ຄວນໄດ້ມີໃບຢັ້ງຢືນຕ່າງໆທີ່ອອກໂດຍປະເທດຜູ່ສົ່ງອອກເຊັ່ນ: ໃບຢັ້ງຢືນຄຸນນະພາບ, ໃບຢັ້ງຢືນຄວາມປອດໄພ ແລະ ອື່ນໆ, ແລະ ຍື່ນເອກະສານດັ່ງ ກ່າວພ້ອມດ້ວຍໃບສະເໜີຫາກະຊວງສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
6 ຕ້ອງກວດກາເຄື່ອງດື່ມທີ່ມີທາດເຫຼົ້ານໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ເຄື່ອງດື່ມທີ່ມີທາດເຫຼົ້ານໍາເຂົ້າ ຄວນໄດ້ຮັບການກວດກາຄຸນນະພາບ ໂດຍເຈົ້າໜ້າທີ່ສາທາລະນະສຸກ ກົດໝາຍ ວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບ ເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.