ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ      ເລກທີ 4050/ກງ
ນະຄອນຫຼວງວຽງຈັນ, ວັນທີ 01 DEC 2015

ຄໍາແນະນໍາ

ຂອງລັດຖະມົນຕີວ່າການກະຊວງການເງິນ
ກ່ຽວກັບອາກອນຊົມໃຊ້ຍານພາຫະນະ

-   ອີງຕາມກົດໝາຍ ວ່າດ້ວຍ ສ່ວຍສາອາກອນ ສະບັບເລກທີ 05/ສພຊ, ລົງວັນທີ 20 ທັນວາ 2011;
-   ອີງຕາມມະຕິກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 0137/ຄປຈ, ລົງວັນທີ 04 ພະຈິກ 2015;
-   ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
-   ອີງຕາມການເຫັນດີເປັນເອກະພາບຂອງຄະນະນໍາກະຊວງການເງິນ.

        ເພື່ອຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 0137/ຄປຈ, ລົງວັນທີ 04 ພະຈິກ 2015 ວ່າດ້ວຍການທົດລອງການນໍາໃຊ້ອັດຕາອາກອນຊົມໃຊ້ຍານພາຫະນະ ສໍາລັບການນໍາເຂົ້າ, ການຜະລິດ ຫຼື ການປະກອບການ ແລະ ການຈໍາໜ່າຍ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ລັດຖະມົນຕີວ່າການກະຊວງການເງິນ ອອກຄໍາແນະນໍາ:

1.    ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ແມ່ນ ເພື່ອທົດລອງນໍາໃຊ້ອັກຕາອາກອນຊົມໃຊ້ຍານພາຫະນະທຸກປະເພດ ໃນການຄິດໄລ່ ຈັດເກັບ ຫຼື ການຍົກເວັ້ນສໍາລັບການນໍາເຂົ້າ, ການຜະລິດ, ການປະກອບ ແລະ ການຂົນສົ່ງ.

2.    ຄວາມໝາຍຂອງຄໍາສັບທີ່ໃຊ້ໃນຄໍາແນະນໍາສະບັບນີ້ ມີດັ່ງນີ້:

2.1. ຍານພາຫະນະ ໝາຍເຖິງ ວັດຖຸ ຫຼື ສິ່ງປະດິດທີ່ບໍ່ແມ່ນສິ່ງທີ່ມີຊີວິດ, ສາມາດເຄື່ອນຍ້າຍຂົນສົ່ງໄປໄດ້; ຖືກສ້າງຂື້ນໂດຍມະນຸດເຊັ່ນ: ລົດຖີບ, ລົດຈັກ, ລົດຂົນສົ່ງ, ຫົວລົດໄຟ, ເຮືອ, ເຮືອບິນ ( ຍົນ ) ເຫຼົ່ານີ້ເປັນຕົ້ນ;
2.2. ຍານພາຫະນະຂົນສົ່ງ ໝາຍເຖິງ ພາຫະນະຂົນສົ່ງທຸກປະເພດແລ່ນດ້ວຍເຄື່ອງຈັກທີ່ນໍາໃຊ້ພະລັງງານເຊື້ອໄຟ ຫຼື ພະລັງງານສະອາດ;
2.3. ລົດຈັກ ໝາຍເຖິງ ຍານພາຫະນະຂັບເຄື່ອນດ້ວຍສອງລໍ້ຂື້ນໄປ ແລ່ນດ້ວຍເຄື່ອງຈັກທີ່ນໍາໃຊ້ພະລັງງານເຊື້ອໄຟທີ່ສະອາດ;
2.4   ລົດຂົນສົ່ງຂະໜາດນ້ອຍ ໝາຍເຖິງ

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັັ່ງທັງໝົດບໍ່ເກີນ (9 ຄົນ);
-   ລົດຂົນສົ່ງສິນຄ້າຊຶ່ງມີນໍ້າໜັກທັງໝົດບໍ່ເກີນ ສາມໂຕນເຄິ່ງ (3,5 ໂຕນ).

2.5. ລົດຂົນສົ່ງຂະໜາດກາງ ໝາຍເຖິງ

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງແຕ່ ສິບຄົນ(10 ຄົນ) ຫາສາມສິບຫ້າຄົນ (35 ຄົນ);
-   ລົດຂົນສົ່ງສິນຄ້າຊຶ່ງມີນໍ້າໜັກເກີນສາມໂຕນເຄີ່ງ(3,5 ໂຕນ) ຫາສິບຫ້າໂຕນ (15 ໂຕນ).

2.6. ລົດຂົນສົ່ງຂະໜາດໃຫຍ່ ໝາຍເຖິງ

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງທັງໝົດແຕ່ສາມສິບຫົກຄົນ(36 ຄົນ) ຂຶ້ນໄປ;
-   ລົດຂົນສົ່ງສິນຄ້າຊຶ່ງມີນໍ້າໜັກເກີນສິບຫ້າໂຕນ(15 ໂຕນ) ຫາຫ້າສິບໂຕນ (50 ໂຕນ).

2.7. ລົດກົນຈັກໜັກ ໝາຍເຖິງ ຍານພາຫະນະກົນຈັກທີ່ຮັບໃຊ້ໃນຂົງເຂດອຸດສາຫະກໍາຕ່າງໆເຊັ່ນ: ການກໍ່ສ້າງ, ການຂຸດຄົ້ນບໍ່ແຮ່, ການຍົກຍໍ ແລະ ຄ່ຽນຖ່າຍ, ການບົດໂມ້, ການຜະລິດເບຕົງ, ການປູພື້ນ, ການປູຢາງ, ການທັບມ້າງ, ການຜະລິດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ, ການບໍລິການສາທາລະນະ(ວຽກງານໂຍທາ) ແລະ ອານາໄມຕົວເມຶອງ ແລະ ອື່ນໆ;
2.8. ພະລັງງານເຊື້ອໄຟ ໝາຍເຖິງ ສີ່ງທີ່່ພາໃຫ້ເຄື່ອງຈັກເກີດຄວາມແຮງດ້ວຍການນໍາໃຊ້ພະລັງງານທີ່່ເປັນທາດແຫຼວ ເປັນຕົ້ນ ນໍ້າມັນເຊື້ອໄຟທຸກຊະນິດ ແລະ ອາຍແກັສ;
2.9 ພະລັງງານສະອາດ ໝາບເຖິງ ພະລັງງານທົດແທນທີ່ບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສັງຄົມ ເປັນຕົ້ນ ພະລັງງານໄຟຟ້າ, ພະລັງງານແສງຕາເວັນ;
2.10. ຍານພາຫະນະທີ່ນໍາໃຊ້ພະລັງງານສະອາດ ໝາຍເຖິງ ຍານພາຫະນະທີ່ອອກແບບສະເພາະເພື່ອນໍາໃຊ້ພະລັງງານສະອາດໂດຍກົງ ຊຶ່ງບໍ່ລວມເອົາຍານພາຫະນະ ທີ່ນໍາໃຊ້ພະລັງງານສອງລະບົບ ເປັນຕົ້ນ ນໍ້າມັນເຊຶ້ອໄຟ ແລະ ພະລັງງານທົດແທນອື່ນ (ລະບົບຮາຍບຼິ-Hybrid).

3. ຍານພາຫະນະທີ່ຖືກຄິດໄລ່ຕາມອັດຕາອາກອນຊົມໃຊ້ ປະກອບມີ:/

3.1. ລົດຈັກ ສອງລໍ້, ສາມລໍ້, ສີ່ລໍ້ ທີ່ໃຊ້ພະລັງງານເຊື້ອໄຟ ແລະ ພະລັງງານສະອາດ ລວມທັງລົດຖີບທີ່ລະບົບຂັບເຄື່ອນດ້ວຍເຄື່ອງຈັກ.
3.2 ຍານພາຫະນະຂົນສົ່ງຂະໜາດນ້ອຍ:

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງທັງໝົດບໍ່ເກີນເກົ້າຄົນ (9 ຄົນ);
-   ລົດຂົນສົ່ງສິນຄ້າຊຶ່ງມີນໍ້າໜັກທັງໝົດບໍ່ເກີນ ສາມໂຕນເຄິ່ງ (3,5 ໂຕນ).

3.3 ລົດຂົນສົ່ງຂະໜາດກາງ:

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງແຕ່່ ສິບຄົນ(10 ຄົນ) ຫາສາມສິບຫ້າຄົນ (35 ຄົນ);
-   ລົດຂົນສົ່ງສິນຄ້າຊື່ງມີນໍ້າໜັກເກີນສາມໂຕນເຄີ່ງ(3,5 ໂຕນ) ຫາສິບຫ້າໂຕນ (15 ໂຕນ).

3.4 ລົດຂົນສົ່ງຂະໜາດໃຫຍ່:

-   ລົດຂົນສົ່ງຜູ້ໂດຍສານ ຊຶ່ງມີບ່ອນນັ່ງທັງໝົດແຕ່ສາມສິບຫົກຄົນ(36 ຄົນ) ຂຶ້ນໄປ;
-   ລົດຂົນສົ່ງສິນຄ້າຊຶ່ງມີນໍ້າໜັກເກີນສິບຫ້າໂຕນ(15 ໂຕນ) ຫາຫ້າສິບໂຕນ (50 ໂຕນ).

3.5 ຊີ້ນສ່ວນປະກອບ, ເຄື່ອງອາໄຫຼ່ປ່ຽນຖ່າຍ ລົດຈັກທຸກປະເພດ ແລະ ລົດຂົນສົ່ງທຸກຂະໜາດ.

  4. ຍານພາຫະນະທີ່ບໍ່ຖືກຄິດໄລ່ຕາມອັດຕາອາກອນຊົມໃຊ້ ປະກອບມີ:

4.1 ລົດຖີບ;
4.2 ຫົວລົດໄຟ;
4.3 ເຮຶອບິນ (ຍົນ);
4.4 ຍານພາຫະນະທີ່ຖືກຕິດຕັ້ງອອກແບບສໍາລັບການກູ້ໄພ;
4.5 ຍານພາຫະນະສໍາລັບການມອດໄຟ ( ດັບເພີງ);
4.6 ຍານພາຫະນະສໍາລັບຮັບໃຊ້ຄົນພິການ;
4.7 ຍານພາຫະນະສໍາລັບຮັບໃຊ້ສາທາລະນະເຊັ່ນ: ລົດຂົນສົ່ງຂີ້ເຫຍື່ອ, ລົດດູດຝຸ່ນ, ລົດອະນາໄມຕົວເມືອງ ແລະ ອື່ນໆທີ່ຄ້າຍຄຽງທີ່ອອກແບບມາໂດນສະເພາະ;
4.8 ຍານພາຫະນະຮັບໃຊ້ກະສິກໍາເຊັ່ນ: ລົດໄຖ, ລົດປັກດໍາ, ລົດກ່ຽວ, ລົດຫວ່ານ, ລົດຢອດເມັດ ຫຼື ຢອດລໍາ ແລະ ອື່ນໆ ທີ່ຄ້າຍຄຽງ (ບໍ່ລວມລົດຂົນສົ່ງຜົນຜະລິດກະສິກໍາ);
4.9 ຍານພາຫະນະກົນຈັກໜັກທີ່ຮັບໃຊ້ການກໍ່ສ້າງ, ການຂຸດຄົ້ນບໍ່ແຮ່, ການຍົກຍໍ ແລະ ຄ່ຽນຖ່າຍ, ການບົດໂມ້, ການຜະລິດເບຕົງ, ການປູພື້ນ, ການປູຢາງ, ການທັບມ້າງ ແລະ ກົນຈັກໜັກທົ່ວໄປ ເຊັ່ນ: ລົດຕັກ, ລົດຈັກ-ຕັກ, ລົດກວາດ, ລົດດຸດ, ລົດເຄຣນ, ລົດໂລ, ລົດຍົກຍໍ(ຟອກລິບ) ແລະ ກົນຈັກໜັກອື່ນໆທີ່ຄ້າຍຄຽງ;
4.10 ຍານພາຫະນະ ທີ່ນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຍານພາຫະນະທີ່ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ທີ່ສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ;
4.11 ຍານພາຫະນະ ທີ່ນໍາເຂົ້າ ແລະ ຈໍາໜ່າຍ ໃຫ້ແກ່ການຈັດຕັ້ງທາງການທູດ, ການຈັດຕັ້ງສາກົນ, ການຈັດຕັ້ງຕ່າງປະເທດ ທີ່ບໍ່ສັງກັດລັດຖະບານ ຫຼື ຊ່ຽວຊານຕ່າງປະເທດ ປະຈໍາໂຄງການຕ່າງໆຂອງລັດຖະບານ ໂດຍໄດ້ຮັບການຢັ້ງຢືນ ແລະ ການອະນຸມັດ ຈາກຂະແໜງການກ່ຽວຂ້ອງ.

5. ພື້ນຖານຄິດໄລ່ອາກອນຊົມໃຊ້ມີດັ່ງນີ້:

5.1 ສໍາລັບການນໍາເຂົ້າ ຍານພາຫະນະ ສິ້ນສ່ວນປະກອບເຄື່ອງອາໄຫຼ່ປ່ຽນຖ່າຍແມ່ນລວມມີມູນຄ່າແຈ້ງພາສີ ບວກຄ່າພາສີ (ຖ້າມີ), ສ່ວນລະບຽບການກໍານົດມູນຄ່າແຈ້ງພາສີ ແມ່ນໄດ້ກໍານົດໄວ້ໃນບົດແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1537/ກງ, ລົງວັນທີ 4ມິຖຸນາ 2012.
5.2 ສິ້ນສ່ວນປະກອບ, ເຄື່ອງອາໄຫຼ່ປ່ຽນຖ່າຍ ທີ່ຊື້ຈາກໂຮງງານຜະລິດຢູ່ພາຍໃນປະເທດ, ພຶ້ນຖານຄິດໄລ່ອາກອນຊົມໃຊ້ ແມ່ນລາຄາຂາຍອອກຂອງໂຮງງານ (ບໍ່ລວມເອົາມູນຄ່າອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ເຂົ້ານໍາ);
5.3 ສິ້ນສ່ວນປະກອບທີ່ໂຮງງານປະກອບຍານພາຫະນະຜະລິດເອງ, ພື້ນຖານຄິດໄລ່ອາກອນຊົມໃຊ້ ແມ່ຮມູນຄ່າຕົ້ນທຶນຂອງການຜະລິດສິ້ນສ່ວນປະກອບຍານພາຫະນະ. 

6 ວິທີຄິດໄລ່ອາກອນຊົມໃຊ້ ສໍາລັບການນໍາເຂົ້າຈາກຕ່າງປະເທດ:

6.1 ການຄິດໄລ່ ອາກອນຊົມໃຊ້ ສໍາລັບພາຫະນະນໍາເຂົ້າເປັນຄັນ ( CBU ):

-   ມູນຄ່າແຈ້ງພາສີ ຄູນ ອັດຕາພາສີ (ຖ້າມີ);
-   ມູນຄ່າແຈ້ງພາສີ ບວກຄ່າພາສີ (ຖ້າມີ) ຄູນອັດຕາອາກອນຊົົມໃຊ້ຕາມແຕ່ລະປະເພດພາຫະນະ;

  ຕົວຢ່າງ: ບໍລິສັດ (ກໍ) ຈໍາກັດນໍາເຂົ້າລົດກະບະຄວາມແຮງ 3,000 ເຊເຊ ຈາກຕ່າງປະເທດທີ່ມີມູນຄ່າແຈ້ງພາສີ: 25,427 ໂດລາສະຫະລັດຕໍ່ຄັນ:

  ກໍລະນີອັດຕາພາສີ 0% ວິທີຄິດໄລ່ດັ່ງນີ້:

-   ມູນຄ່າແຈ້ງພາສີ: 25,427 ໂດລາສະຫະລັດຕໍ່ຄັນ x 8,000 ກີບ = 203,416,000 ກີບ
-   ຄ່າພາສີຂາເຂົ້າ: 203,416,000 ກີບ x 0% = 0 ກີບ
-   ຄ່າອາກອນຊົມໃຊ້ : ( 203,416,000 ກີບ + 0 ກີບ ) x 45% = 91,537,200 ກີບ

  ກໍລະນີມີອັດຕາພາສີ ວິທີຄິດໄລ່ດັ່ງນີ້ :

-   ມູນຄ່າແຈ້ງພາສີ : 25,427 ໂດລາສະຫະລັດຕໍ່ຄັນ x 8,000 ກີບ = 203,416,000 ກີບ.
-   ຄ່າພາສີຂາເຂົ້າ: 73,832,000 ກີບ x40%  = 29,352,800 ກີບ.
-   ອາກອນຊົມໃຊ້ຂາເຂົ້າ : ( 73,832,000ກີບ + 7,383,200 ກີບ ) x 5% = 5,136,740 ກີບ.

  ຕົວຢ່ງ2 : ບໍລິສັດ (ກໍ) ນໍາເຂົ້າອາໄຫຼ່ປ່ຽນຖ່າຍດັ່ງນີ້:

-   ຈັກລົດເກັງ ( ຈັກແອັດຊັງ ) ຄວາມແຮງ 1,591 ເຊເຊ ມູນຄ່າແຈ້ງພາສີ 2,000 ໂດລາສະຫະລັດ.

  ກໍລະນີອັດຕາພາສີ 0% ວິທີຄິດໄລ່ດັ່ງນີ້:

-   ມູນຄ່າແຈ້ງພາສີ: 2,000 ໂດລາສະຫະລັດຕໍ່ຄັນ x 8,000 ກີບ = 16,000,000 ກີບ
-   ຄ່າພາສີຂາເຂົ້າ: 16,000,000 x 0%  = 0 ກີບ
-   ຄ່າອາກອນຊົມໃຊ້: ( 16,000,000 ກີບ + 0 ກີບ ) x 5%  = 800,000 ກີບ

  ກໍລະນີມີອັດຕາພາສີ ວິທີຄິດໄລ່ດັ່ງນີ້:

-   ມູນຄ່າແຈ້ງພາສີ: 2,000 ໂດລາສະຫະລັດຕໍ່ຄັນ x 8,000 ກີບ = 16,000,000 ກີບ

   ກໍລະນີມີອັດຕາພາສີ ວິທີຄິດໄລ່ດັ່ງນີ້:

-   ມູນຄ່າແຈ້ງພາສີ: 2,000 ໂດລາສະຫະລັດຕໍ່ຄັນ x 8,000 ກີບ = 16,000,000 ກີບ
-   ຄ່າພາສີຂາເຂົ້າ: 16,000,000 ກີບ x 40%  = 6,400,000 ກີບ
-   ອາກອນຊົມໃຊ້ ຂາເຂົ້າ: ( 16,000,000 ກີບ + 6,400,000 ກີບ ) x 5% =     1,120,000 ກີບ

7. ວິທີຄິດໄລ່ອາກອນຊົມໃຊ້ ສໍາລັັບສີ້ນສ່ວນ ແລະ ເຄື່ອງອາໄຫລ່ ທີ່ຜະລິດຢູ່ພາຍໃນປະເທດ ແມ່ນເອົາລາຄາຂາຍອອກຈາກໂຮງງານ ຄູນອັດຕາອາກອນຊົມໃຊ້.

 ຕົວຢ່າງ 1: ບໍລິສັດປະກອບລົດ ກໍ ຊື້ສີ້ນສ່ວນຈາກໂຮງງານຜະລິດ ຂໍ ເພື່ອມາປະກອບລົດເປັນຄັນ, ມູນຄ່າຂາຍອອກຈາກໂຮງງານ: 200,000,000 ກີບ.

ວິທີຄິດໄລ່ເກັບອາກອນ:

·  ອກຊ: 2000,000,000 ກີບ x 5% = 10,000,000 ກີບ

ຕົວຢ່າງ 2: ໂຮງງານຜະລິດອາໄຫລ່ ກໍ ຂາຍເຄື່ອງອາໄຫລ່ປ່ຽນຖ່າຍໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສໍາລັບຊົມໃຊ້ ຫຼື ຈໍາໜ່າຍ, ໂຮງງານຜະລິດ ກໍ ຕ້ອງຄິດໄລ່ອາກອນຊົມໃຊ້ເຂົ້າໃນລາຄາຂາຍດັ່ງນີ້:

    ອາໄຫລ່ 1 ລາຍການ ຂາຍອອກຈາກໂຮງງານລາຄາ: 2,000,000 ກີບ ໃນໃບເກັບເງິນຕ້ອງຄິດໄລ່ອາກອນຊົມໃຊ້: 2,000,000 ກີບ x 5% = 100,000 ກີບ

ລາຄາຂາຍອອກທີ່ບໍ່ມີອາກອນມູນຄ່າເພີ່ມ: 2,100,000 ກີບ

 8. ອັດຕາອາກອນຊົມໃຊ້ຍານພາຫະນະ, ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫລ່ປ່ຽນຖ່າຍເປັນສ່ວນຮ້ອຍ(%) ດັ່ງນີ້:

ລ/ດ

ປະເພດຍານພາຫະນະ

ຄວາມແຮງ (ເຊເຊ)

ອັດຕາອາກອນຊົມໃຊ້ເປັນສ່ວນຮ້ອຍ (%)

1

ລົດຈັກ

1.1 ລົດຈັກ

ທີ່ນໍາໃຊ້ພະລັງງານເຊື້ອໄຟ

ແຕ່ 110 ເຊເຊ ລົງມາ
ແຕ່ 111 – 150 ເຊເຊ
ແຕ່ 151 – 250 ເຊເຊ
ແຕ່ 251 – 500 ເຊເຊ
ແຕ່ 501 – 1.000 ເຊເຊ

20
30
40
60
80

 

1.2 ລົດຈັກ

ທີ່ນໍາໃຊ້ພະລັງງານສະອາດ

 

 

5

 

1.3 ສິ້ນສ່ວນປະກອບ, ເຄື່ອງອາໄຫລ່ປ່ຽນຖ່າຍ ລົດຈັກ ທຸກປະເພດ

 

5

2

ລົດຂົນສົ່ງຂະໜາດນ້ອຍ

   
 

2.1 ລົດຂົນສົ່ງຂະໜາດນ້ອຍ: ລົດເກັງ, ລົດຈິບ, ລົດຕູ້, ລົດກະບະທີ່ນໍາໃຊ້ພະລັງງານເຊື້ອໄຟ.

ແຕ່ 1.000 ເຊເຊ ລົງມາ
ແຕ່ 1.001 – 1.600 ເຊເຊ
ແຕ່ 1.601 – 2.500 ເຊເຊ
ແຕ່ 2.501 – 3.000 ເຊເຊ
ແຕ່ 3.001 – 4.000 ເຊເຊ
ແຕ່ 4.001 – 5.000 ເຊເຊ
ແຕ່ 5.001 – 6.000 ເຊເຊ
ແຕ່ 6.001 ຂຶ້ນໄປ

25
30
35
40
45
70
80
90

 

2.2 ລົດຂົນສົ່ງຂະໜາດນ້ອຍ: ລົດເກັງ, ລົດຈິບ, ລົດຕູ້, ລົດກະບະທີ່ນໍາໃຊ້ພະລັງງານສະອາດ

 

10

3

1. ລົດຂົນສົ່ງຂະໜາດນ້ອຍ(ລົດກະບະສອງປະຕູ) ທີ່ລວງຍາວຂອງກະບະຍາວກວ່າຫ້າສິບສ່ວນຮ້ອຍ(50%) ຂອງຄວາມຍາວແຕ່ໃຈກາງລໍ້ຫລັງ:

-   ທີ່ນໍາໃຊ້ພະລັງງານເຊື້ອໄຟ
-   ທີ່ນໍາໃຊ້ພະລັງງານສະອາດ

 

 

 

 

8
5

 

2 ລົດຂົນສົ່ງຂະໜາດກາງ:

-   ທີ່ໃຊ້ພະລັງງານເຊື້ອໄຟ
-   ທີ່ນໍາໃຊ້ພະລັງງານສະອາດ

 

 

8
5

4

3 ລົດຂົນສົ່ງຂະໜາດໃຫຍ່:

-   ທີ່ນໍາໃຊ້ພະລັງງານເຊື້ອໄຟ
-   ທີ່ນໍາໃຊ້ພະລັງງານສະອາດ

ສິ້ນສ່ວນປະກອບ, ເຄື່ອງອາໄຫລ່ປ່ຽນຖ່າຍຂອງລົດຂົນສົ່ງ ທຸກຂະໜາດ

 

5
3

5

9. ການແຈ້ງອາກອນຊົມໃຊ້ຍານພາຫະນະ

           ການແຈ້ງອາກອນຊົມໃຊ້ ໃຫ້ປະຕິບັດດັ່ງນີ້:

1.    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາເຂົ້າພາຫະນະ, ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫລ່ປ່ຽນຖ່າຍ ຕ້ອງແຈ້ງເສຍອາກອນຊົມໃຊ້ ໃນເວລາດຽວກັນກັບການແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີຊາຍແດນບ່ອນສິນຄ້ານໍາເຂົ້າ. ສໍາລັບການນໍາເຂົ້າພາຫະນະເປັນຄັນ ແລະ ສິ້ນສ່ວນປະກອບພາຫະນະແມ່ນອະນຸຍາດໃຫ້ນໍາເຂົ້າສະເພາະດ່ານພາສີສາກົນເທົ່ານັ້ນ.
2.    ຜູ້ດໍາເນີນທຸລະກິດການຜະລິດສິ້ນສ່ວນປະກອບ, ເຄື່ອງອາໄຫລ່ປ່ຽນຖ່າຍຢູ່ພາຍໃນປະເທດຕ້ອງຍື່ນໃບແຈ້ງເສຍອາກອນຊົມໃຊ້ ເປັນແຕ່ລະເດືອນ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ.

10. ການມອບອາກອນຊົມໃຊ້ຍານພາຫະນະ, ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫລ່ປ່ຽນຖ່າຍໃນແຕ່ລະຄັ້ງ ແມ່ນໃຫ້ມອບເງິນກີບ ແລະ ປະຕິບັດດັ່ງນີ້:

1.    ສໍາລັບການນໍາເຂົ້າຍານພາຫະນະ, ສິ້ນສ່ວນປະກອບ ແລະ ເຄື່ອງອາໄຫລ່ປ່ຽນຖ່າຍຍານພາຫະນະແມ່ນໃຫ້ຄິດໄລ່ເກັບ ແລະ ມອບອາກອນໃຫ້ຄົບຖ້ວນຢູ່ດ່ານພາສີຊາຍແດນກ່ອນນໍາສິນຄ້າອອກຈາກດ່ານພາສີ ຫຼື ສາງ.
2.    ສໍາລັບຜູ້ດໍາເນີນທຸລະກິດການຜະລິດ ຫຼື ປະກອບ ຍານພາຫະນະຢູ່ ສປປ ລາວ ທີ່ໄດ້ມອບອາກອນຊົມໃຊ້ ໃນເວລານໍາເຂົ້າສິ້ນສ່ວນປະກອບ ແລະ ເຄື່ອງອາໄຫລ່ປ່ຽນຖ່າຍ ຢູ່ດ່ານບ່ອນນໍາເຂົ້າແລ້ວແມ່ນບໍ່ໄດ້ມອບອາກອນຊົມໃຊ້ຢູ່ພາຍໃນຕື່ມອີກ. ຜູ້ດໍາເນີນທຸລະກິດການຜະລິດສິນສ່ວນປະກອບ, ເຄື່ອງອາໄຫລ່ປ່ຽນຖ່າຍ ຢູ່ໃນຕ້ອງມອບອາກອນຊົມໃຊ້ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ.

11. ບັນດາມາດຕະການຈັດຕັ້ງປະຕິບັດລະອຽດດັ່ງນີ້:

1.    ເລີ່ມແຕ່ວັນທີ 01 ທັນວາ 2015 ເປັນຕົ້ນໄປ ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດທົດລອງອັດຕາອາກອນຊົມໃຊ້ຍານພາຫະນະ, ສິ້້ນສ່ວນປະກອບ, ເຄື່ອງອາໄຫລ່ປ່ຽນຖ່າຍຕາມຄໍາແນະນໍາສະບັບນີ້;
2.    ໃຫ້ລົບລ້າງການຈັດຕັ້ງປະຕິບັດແຈ້ງການຂອງກະຊວງການເງິນ ສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ແລະ ສະບັບເລກທີ 0325/ກງ, ລົງວັນທີ 15 ກຸມພາ 2010 ແລະ ແຈ້ງການອື່ນທີ່ໄດ້ກໍານົດກ່ຽວກັບລາຄາກາງສໍາລັບການນໍາເຂົ້າ ຍານພາຫະນະ ທີ່ເປັນພື້ນຖານໃນການຄິດໄລ່ຄ່າພາສີ-ອາກອນນໍາເຂົ້າ.
3.    ການນໍາເຂົ້າຍານພາຫະນະທຸກປະເພດ, ສີ້ນສ່ວນປະກອບ, ອາໄຫລ່ປ່ຽນຖ່າຍຍານພາຫະນະ ແມ່ນໃຫ້ນໍາໃຊ້ລາຄາຊື້-ຂາຍຕົວຈິງ ຕາມທີ່ກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ບົດແນະນໍາກະຊວງການເງິນ ສະບັບເລກທີ 1537/ກງ, ລົງວັນທີ 4 ມິຖຸນາ 2012.
4.    ການນໍາເຂົ້າຍານພາຫະນະທຸປະເພດ, ສິ້ນສ່ວນປະກອບ, ອາໄຫລ່ປ່ຽນຖ່າຍພາຫະນະ ມາຈາກບັນດາປະເທດອາຊຽນ, ອາຊຽນບວກ 6 ແລະ ບັນດາປະເທດສະມາຊິກອົງການຄ້າໂລກ ແມ່ນໃຫ້ປະຕິບັດຕາມອັດຕາພາສີຫລຸດຜ່ອນ ທີ່ ສປປ ລາວໄດ້ໃຫ້ສັດຕະຍາບັນ.

12. ມອບໃຫ້ກົມພາສີ, ກົມສ່ວຍສາອາກອນ, ບັນດາຂະແໜ່ງການທີ່ກ່ຽວຂ້ອງ, ຈັດຕັ້ງເຜີຍແຜ່ ຄໍາແນະນໍາສະບັບນີ້ໃຫ້ທຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເພື່ອຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ຕາມໜ້າທີ່ຂອງໃຜລາວ ຢ່າງເຂັ້ມງວດ.

13. ບັນດາບໍລິສັດ ນໍາເຂົ້າ, ຜະລິດ, ປະກອບ ແລະ ຈໍາໜ່າຍ ຍານພາຫະນະ, ສິ້ນສ່ວນປະກອບ ແລະ ອາໄຫລ່ປ່ຽນຖ່າຍ ຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ພາສີ ແລະ ສ່ວຍສາອາກອນ ໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ເຊັ່ນ:

-   ສະໜອງຂໍ້ມູນກ່ຽວກັບລາຄາຊື້-ຂາຍຕົວຈິງ ແລະ ຄ່າໃຊ້ຈ່າຍຕ່າງໆຕິດພັນກັບການຊື້ຂາຍ: ຄ່າຂົນສົ່ງ, ຄ່າປະກັນໄພ, ຄ່າຫຸ້ມຫໍ່ ແລະ ອື່ນໆທີ່ກ່ຽວຂ້ອງ;
-   ບໍລິສັດຕ້ອງປະຕິບັດມາດຖານ ແລະ ເງື່ອນໄຂ ຕາມລະບຽບການຂໍສ້າງຕັ້ງ ແລະ ດໍາເນີນທຸລະກິດ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ;
-   ບໍລິສັດຕ້ອງແຈ້ງລາຄາຂາຍຕາມແຜນການຈໍາໜ່າຍຍານພາຫະນະແຕ່ລະປະເພດທີ່ນໍາເຂົ້າ, ຜະລິດປະກອບຢູ່ພາຍໃນປະເທດ ແລະ ຖ້າລາຄາຂາຍຖາກມີການປ່ຽນແປງກໍຕ້ອງແຈ້ງເປັນແຕ່ລະໄລຍະ, ແຕ່ເວລາຈໍາໜ່າຍໃຫ້ແຕ່່ລະລູກຄ້າບໍລິສັດຕ້ອງອອກໃບເກັບເງິນຕາມລາຄາຊື້-ຂາຍຕົວຈິງ, ຖືບັນຊີ ແລະ ແຈ້ງເສຍອາກອນໃຫ້ຖືກຕ້ອງຕາມລະບຽບກົດໝາຍກໍານົດ.
-   ລະບົບຂໍ້ມູນຂ່າວສານ ( IT ) ຂອງບັນດາບໍລິສັດທີ່ນໍາເຂົ້າ ແລະ ຈໍາໜ່າຍພາຫະນະຢູ່ ສປປລາວ ຕ້ອງສາມາດເຊື່ອມໂຍງກັບ ລະບົບຂໍ້ມູນຂ່າວສານ ( IT ) ກັບຂະແໜງພາສີ ແລະ ສ່ວຍສາອາກອນ.

14. ມອບໃຫ້ກົມພາສີ ແນະນໍາ ບັນດາດ່ານພາສີສາກົນທົ່ວປະເທດກວດກາ ສັງລວມບັນດາຍານພາຫະນະ, ສິ້ນສ່ວນປະກອບ, ອາໄຫລ່ປ່ຽນຖ່າຍ ທີ່່ນໍາເຂົ້າແຕ່ຍັງບໍ່ທັນແຈ້ງພາສີລາຍລະອຽດ ກ່ອນວັນທີ 1 ທັນວາ 2015 ເພື່ອນໍາໃຊ້ບັນດາມາດຕະການ ທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

15. ຄໍາແນະນໍາສະບັບນີ້ ມີຜົນສັກສິດ ແລະ ນໍາໃຊ້ນັບແຕ່ ວັນທີ 01 ທັນວາ 2015 ເປັນຕົ້ນໄປ.

ລັດຖະມົນຕີວ່າການກະຊວງການເງິນ
(ເຊັນ ແລະ ປະທັບຕາ)

ດຣ. ລຽນ ທີແກ້ວ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction of the Minister of Finance on Excise on Vehicles no. 4050, dated 1 December 2015 PDF
2 ຄໍາແນະນໍາ ຂອງລັດຖະມົນຕີວ່າການກະຊວງການເງິນ ກ່ຽວກັບ ອາກອນຊົມໃຊ້ຍານພາຫະນະ ສະບັບເລກທີ 4050/ກງ,ລົງວັນທີ 1 ທັນວາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.