ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້        ເລກທີ 0369/ກປ.2005
ທີ່ ນະຄອນຫຼວງວຽງຈັນ, ວັນທີ 06 ພຶດສະພາ 2005

ຄຳສັ່ງ
ຂອງ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້
ວ່າດ້ວຍ ການກວດກາ ແລະ ຄຸ້ມຄອງ ຄຸນນະພາບອາຫານສັດ

ເຖິງ:  ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ເຂດພິເສດ, ບັນດາຜູ້ປະກອບການ ທຸລະກິດອາຫານສັດ, ຜະລິດ ແລະ ປຸງແຕ່ງອາຫານສັດ.

-   ອີງຕາມ ກົດໝາຍ ວ່າດ້ວຍກະສິກຳ ເລກທີ 01/98/ສພຊ, ລົງວັນທີ 10/10/1995, ມາດຕາ 52 ຝຸ່ນ ແລະ ອາຫານສັດ.
-   ອີງຕາມ ດຳລັດນາຍົກລັດຖະມົນຕີ ເລກທີ 89/ນຍ, ລົງວັນທີ 22/6/1999 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້.
-   ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ປຶ້ມຄູ່ມືມາດຖານຄຸນນະພາບອາຫານສັດ ແລະ ສູດອາຫານສັດປະເພດຕ່າງໆ ເລກທີ 0380/ກປ, ລົງວັນທີ 14/5/2001.

     ໃນຊຸມປີ 1998-2003 ວຽກງານລ້ຽງສັດ ແລະ ລ້ຽງປາ ໄດ້ມີທ່າກ້າວຂະຫຍາຍຕົວອອກຢ່າງເປັນຂະບວນກວ້າງຂວາງ ຮູບແບບການຜະລິດໄດ້ມີການຜັນປ່ຽນ ຈາກການຜະລິດແບບທຳມະຊາດ ໄປສູ່ການຜະລິດແບບມີການຄຸ້ມຄອງ, ແບບເປັນຟາມ ຫຼື ແບບອຸດສາຫະກຳເທື່ອລະກ້າວ ໂດຍສະເພາະແລ້ວ ແມ່ນ ການລ້ຽງໝູ, ເປັດ, ໄກ່ໄຂ່, ໄກ່ຊີ້ນ, ນົກກະທາ ແລະ ປາກະຊັງເປັນຕົ້ນ, ເຮັດໃຫ້ຄວາມຕ້ອງການທາງດ້ານອາຫານສັດ, ປາ ນັບມື້ນັບສູງຂຶ້ນ ເຊັ່ນ: ໃນທ້າຍປີ 2003 ມີຄວາມຕ້ອງການສູງເຖິງ 24 ຫາ 25.000ໂຕນ ໃນນັ້ນ, ມີທັງຜະລິດຢູ່ພາຍໃນ ແລະ ນຳເຂົ້າມາຈາກຕ່າງປະເທດຈຳນວນໜຶ່ງ. ເພື່ອຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການດັ່ງກ່າວ ພ້ອມທັງຫຼຸດຜ່ອນການນຳເຂົ້າອາຫານສັດ, ປາ ຈາກຕ່າງປະເທດ ທັງເປັນການສ້າງເງື່ອນໄຂທີ່ດີ ແລະ ກະຕຸກຊຸກຍູ້ ການຜະລິດອາຫານສັດຢູ່ພາຍໃນປະເທດ ໃຫ້ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ຕາມຄວາມຮຽກຮ້ອງຕ້ອງການນຳໃຊ້ພາຍໃນປະເທດ ຂອງຊາວກະສິກອນ ເພື່ອສະໜອງການຜະລິດສັດທຸກໆປະເພດ, ປາ ໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນ ແລະ ກາຍເປັນການຜະລິດເປັນສິນຄ້າສົ່ງອອກໃນອະນາຄົດ. ຂ້າງເທິງ

ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງດັ່ງນີ້:

1.  ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ເຂດພິເສດ ຊີ້ນຳຂະແໜງລ້ຽງສັດ ແລະ ການປະມົງ ລົງສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ຈັດຕັ້ງໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ໃຫ້ຜູ້ປະກອບການດ້ານອາຫານສັດທີ່ຜະລິດ, ປຸງແຕ່ງ, ຈຳໜ່າຍ, ສົ່ງອອກ-ນຳເຂົ້າຜະລິດຕະພັນອາຫານສັດຈາກຕ່າງປະເທດ ຕ້ອງມີຄວາມຮັບຜິດຊອບ ແລະ ຮັບປະກັນຕໍ່ຄຸນນະພາບຜະລິດຕະພັນອາຫານສັດຂອງຕົນໃຫ້ຖືກຕ້ອງ ຕາມປຶ້ມຄູ່ມືມາດຕະຖານຄຸນນະພາບອາຫານສັດ ແລະ ສູດອາຫານປະເພດຕ່າງໆທີ່ໄດ້ກຳນົດໄວ້.

2.  ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ລົງຕິດຕາມກວດກາ ແລະ ເກັບເອົາຕົວຢ່າງຜະລິດຕະພັນອາຫານສັດ ທີ່ຜະລິດ, ປຸງແຕ່ງ, ສົ່ງອອກ ແລະ ນຳເຂົ້າ ຈາກຕ່າງປະເທດ ສົ່ງໄປວິໄຈຄຸນນະພາບຢູ່ຫໍວິໄຈອາຫານສັດ, ກົມລ້ຽງສັດ ແລະ ການປະມົງ ເພື່ອພິສູດ ແລະ ຢັ້ງຢືນຄຸນນະພາບ ຕາມມາດຕະຖານຄຸນນະພາບອາຫານສັດ ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຮອງ ແລະ ປະກາດໃຊ້.

3.  ຜູ້ປະກອບການດ້ານອາຫານສັດ ທີ່ຜະລິດ, ປຸງແຕ່ງ, ຈຳໜ່າຍ,ສົ່ງອອກ-ນຳເຂົ້າ ຜະລິດຕະພັນອາຫານສັດຈາກຕ່າງປະເທດ ຕ້ອງອຳນວຍຄວາມສະດວກ ພ້ອມທັງສະໜອງເອກະສານ ແລະ ຕົວຢ່າງຜະລິດຕະພັນອາຫານສັດ ໃຫ້ເຈົ້າໜ້າທີ່ ທີ່ລົງກວດກາ ພ້ອມທັງເສຍຄ່າບໍລິການ ກວດກາ ແລະ ວິໄຈຄຸນນະພາບຜະລິດຕະພັນ ອາຫານສັດໃນແຕ່ລະຊຸດ. ຂ້າງເທິງ

4.  ຜູ້ປະກອບການ ທຸລະກິດອາຫານສັດ ຕ້ອງປະຕິບັດຕາມລະບຽບຫຼັກການ ກວດກາ ແລະ ຄຸ້ມຄອງຄຸນນະພາບ ອາຫານສັດ ທີ່ກະຊວງກະສິກຳ ແລະ ປ່າໄມ້ວາງອອກ, ຫ້າມນຳໃຊ້ວັດຖຸດິບທີ່ເສຍຄຸນ, ບໍ່ໄດ້ມາດຕະຖານ, ປອມປົນທາງວັດຖຸ, ປົນເປື້ອນທາງເຄມີ, ຢາຕ້ານເຊື້ອ, ສານກະຕຸ້ນທີ່ຕ້ອງຫ້າມ ແລະ ສິ່ງປົນເປື້ອນທາງຊີວະອື່ນໆ ເຂົ້າໃນການປຸງແຕ່ງຜະລິດອາຫານສັດ ແລະ ຫ້າມນຳເຂົ້າ ແລະ ຈຳໜາຍອາຫານສັດທີ່ເສຍຄຸນ, ບໍ່ໄດ້ມາດຖານ, ບໍ່ມີເຄື່ອງໝາຍການຄ້າ ແລະ ບໍ່ມີໃບຢັ້ງຢືນຄຸນນະພາບ.

5.  ໃນກໍລະນີ ທີ່ຜະລິດຕະພັນອາຫານສັດ ທີ່ໄດ້ຈຳໜ່າຍໄປແລ້ວ ຫາກເປັນສາເຫດສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິກອນຜູ້ລ້ຽງສັດ ເຊິ່ງໄດ້ຮັບການພິສູດ ຢັ້ງຢືນຈາກຫໍວິໄຈອາຫານສັດ ເຈົ້າຂອງຜະລິດຕະພັນຕ້ອງຮັບຜິດຊອບ ທົດແທນຄ່າເສຍຫາຍທີ່ເກີດຂຶ້ນນັ້ນທັງໝົດ.

6.  ໃຫ້ກົມລ້ຽງສັດ ແລະ ການປະມົງ ກວດກາວິໄຈ ແລະ ອອກໃບຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນອາຫານສັດ ທີ່ຜະລິດ, ປຸງແຕ່ງ ແລະ ຈຳໜ່າຍ ພ້ອມທັງຂຶ້ນທະບຽນສູດອາຫານສັດປະເພດຕ່າງໆ ໃຫ້ແກ່ຜູ້ປະກອບການຜະລິດອາຫານສັດ ຢູ່ພາຍໃນປະເທດ.

7.  ຖ້າຫາກການຈັດຕັ້ງ ຫຼື ບຸກຄົນໃດ ຫາກລະເມີດ ຕໍ່ຄຳສັ່ງສະບັບນີ້ ຈະຖືກກ່າວເຕືອນ, ປັບໃໝ ຫຼື ຖືກລົງໂທດ ຕາມລະບຽບກົດໝາຍ ທີ່ລັດຖະບານປະກາດໃຊ້.

ເມື່ອໄດ້ຮັບຄຳສັ່ງສະບັບນີ້ແລ້ວ ຈົ່ງພ້ອມກັນຄົ້ນຄວ້າ ແລະ ນຳໄປຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ.

ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້
( ເຊັນ ແລະ ປະທັບກາ )

ດຣ. ຕີ ພົມມະສັກ

ບ່ອນນຳສົ່ງ:

-  ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ    1 ສະບັບ  “ເພື່ອໃຊ້ຕາງລາຍງານ”.
-  ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ     1 ສະບັບ “ເພື່ອຊາບ ແລະ ອອກຂ່າວ”.
-  ຫ້ອງວ່າການປົກຄອງແຂວງ, ນະຄອນ ແລະ ເຂດພິເສດ   1 ສະບັບ “ເພື່ອຊ່ວຍຊີ້ນຳ ຈັດຕັ້ງປະຕິບັດ”
-  ກົມ, ກອງ, ສູນ, ສະຖາບັນອ້ອມຂ້າງກະຊວງ ກປ   1 ສະບັບ  “ເພື່ອຊາບ”
-  ກົມລ້ຽງສັດ ແລະ ການປະມົງ    1 ສະບັບ  “ເພື່ອຈັດຕັ້ງປະຕິບັດ ແລະ ຕິດຕາມ”
-  ເກັບມ້ຽນ    1 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order of Minister of Agriculture and Forestry on Inspection and Administration of feed quality No. 0369/MAF.2005, dated 6 May 2005 PDF
2 ຄໍາສັ່ງ ຂອງ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍ ການກວດກາ ແລະ ຄຸ້ມຄອງ ຄຸນນະພາບອາຫານສັດ ເລກທີ 0369/ກປ.2005, ລົງວັນທີ 6 ພຶດສະພາ 2005 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.