ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ     ເລກທີ 02572/ກພສ
ນະຄອນຫຼວງວຽງຈັນ, ວັນທີ 07 ມັງກອນ 2016

ແຈ້ງການ

ເຖິງ : ບັນດາດ່ານພາສີສາກົນ, ກອງກວດກາພາສີນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ.

ເລື່ອງ : ການຄຸ້ມຄອງການສົ່ງອອກ ຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄິ່ງສຳເລັດ.

-   ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 2012/2011.
-   ອີງຕາມແຈ້ງການຂອງຫ້ອງວ່າການລັດຖະບານ ສະບັບເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015 ແລະ ສະບັບເລກທີ 1732/ຫລບ.ກສສ, ລົງວັນທີ 16 ຕຸລາ 2015.
-   ອີງຕາມຂໍ້ຕົກລົງຂອງກະຊວງອຸດສະຫະກຳ ແລະ ການຄ້າ ສະບັບເລກທີ 2005/ອຄ.ກອຫ, ລົງວັນທີ 28 ກັນຍາ 2015 ວ່າດ້ວຍຜະລິດຕະພັນໄມ້.

     ຜ່ານມາກົມພາສີ ສັງເກດເຫັນວ່າບັນດາດ່ານພາສີຊາຍແດນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 0403/ກພສ, ລົງວັນທີ 26/11/2009 ແລະ ແຈ້ງການເພີ່ມເຕີມ ສະບັບເລກທີ 1324/ກພສ ລົງວັນທີ 23/04/2010 ກ່ຽວກັບການຄຸ້ມຄອງສົ່ງອອກໄມ້ ໄດ້ດີສົມຄວນ ຊຶ່ງສ້າງທ່າແຮງໃນການຄຸ້ມຄອງວຽກງານວິຊາສະເພາະລວມສູນ ໄດ້ຢ່າງເປັນເອກະພາບໃນທົ່ວປະເທດ.

     ມາຮອດປະຈຸບັນ ເພື່ອຫຼຸດຜ່ອນບັນດາຂັ້ນຕອນທາງດ້ານເອກະສານທາງພາສີ ໃຫ້ມີຄວາມກະທັດລັດ ແລະ ສອດຄ່ອງກັບຂັ້ນຕອນຂອງຂະແໜງການກ່ຽວຂ້ອງ ໂດຍສະເພາະຄຳສັ່ງແນະນຳເພີ່ມເຕີມຂອງກະຊວງອຸດສະຫະກຳ ແລະ ການຄ້າ ສະບັບເລກທີ 2156/ອຄ.ກຂອ, ລົງວັນທີ 19/10/2015 ໃນການຄຸ້ມຄອງການສົ່ງອອກຜະລິດຕະພັນໄມ້ເຄິ່ງສຳເລັດຮູບ. ຂ້າງເທິງ

ກົມພາສີ ອອກແຈ້ງການ, ຄື :

1.   ການສົ່ງອອກຜະລິດຕະພັນສຳເລັດຮູບ ທີ່ຈັດຊື້ຕາມງານວາງສະແດງ ຫຼື ຮ້ານຈຳໜ່າຍພາຍໃນປະເທດ ເພື່ອສົ່ງອອກໄປຕ່າງປະເທດ ຕ້ອງມີໃບຢັ້ງຢືນຈາກຄະນະຮັບຜິດຊອບງານວາງສະແດງ ຫຼື ໃບບິນຂາຍຂອງຂະແໜງ ສ່ວຍສາອາກອນຄັດຕິດເອກະສານປະກອບໃບແຈ້ງພາສີເປັນລາຍລະອຽດ ທີ່ດ່ານບ່ອນສົ່ງອອກ.

     ສ່ວນການສົ່ງອອກຜະລິດຕະພັນສຳເລັດຮູບ ຂອງບັນດາໂຮງງານຜະລິດປຸງແຕ່ງພາຍໃນປະເທດ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດແຈ້ງການສະບັບເລກທີ 0403/ກພສ ລົງວັນທີ 26/11/2009. ການສົ່ງອອກຜະລິດຕະພັນສຳເລັດຮູບ ແມ່ນໄດ້ຮັບການຍົກເວັ້ນຄ່າຊັກພິເສດຂາອອກ ຕາມລະບຽບການ.

2.   ການສົ່ງອອກຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ກົມພາສີ ຈະໄດ້ຢຸດຕິການອອກໜັງສື ຫຼື ສຳໂນດນຳສົ່ງ ຕາມທີ່ກຳນົດໄວ້ໃນແຈ້ງການເພີ່ມເຕີມ ສະບັບເລກທີ 1324/ກພສ ລົງວັນທີ 23/04/2010, ສະນັ້ນ ມອບຄວາມຮັບຜິດຊອບໃຫ້ດ່ານພາສີສາກົນບ່ອນສົ່ງອອກ ເປັນເຈົ້າການ ຄຸ້ມຄອງກວດກາທາງດ້ານເອກະສານອະນຸຍາດຂອງຂະແໜງການກ່ຽວຂ້ອງ, ແຫຼ່ງທີ່ມາຂອງໄມ້ ແລະ ດ້ານຈຳນວນ, ບໍລິມາດ ໃຫ້ສອດຄ່ອງກັບອະນຸຍາດສົ່ງອອກຂອງຂະແໜງການກ່ຽວຂ້ອງ, ເອົາໃຈໃສ່ກວດກາດ້ານປະເພດ, ຊະນິດ, ຮູບແບບ ແລະ ຂະໜາດຂອງຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມຂໍ້ຕົກລົງຂອງກະຊວງອຸດສະຫະກຳ ແລະ ການຄ້າ ສະບັບເລກທີ 2005/ອຄ.ກອຫ ລົງວັນທີ 28/09/2015 ວ່າດ້ວຍຜະລິດຕະພັນໄມ້ ຢ່າງເຂັ້ມງວດ.

     ການສົ່ງອອກຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ແມ່ນໃຫ້ຈັດເກັບຄ່າຊັກພິເສດ ຕາມລະບຽບການ. ຂ້າງເທິງ

3.   ສ່ວນການສົ່ງອອກໄມ້ທ່ອນ, ໄມ້ຕີຕັບ, ຮາກໄມ້, ຕໍໄມ້ ແລະ ງ່າໄມ້ ແມ່ນສືບຕໍ່ຈັດຕັ້ງປະຕິບັດຕາມແຈ້ງການເພີ່ມເຕີມ ສະບັບເລກທີ 1324/ກພສ ລົງວັນທີ 23/04/2010 ຢ່າງເຂັ້ມງວດ.

4.   ມອບໃຫ້ບັນດາພະແນກການກົມພາສີ, ດ່ານພາສີຊາຍແດນ ແລະ ກອງກວດກາພາສີນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດ ເອົາໃຈໃສ່ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ສຳເລັດຜົນ. ຖ້າພົບເຫັນຂໍ້ຫຍຸ້ງຍາກໃຫ້ສັງລວມລາຍງານກົມພາສີ ເພື່ອມີຄຳເຫັນຊີ້ນຳ.

5.   ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ຫົວໜ້າກົມພາສີ
( ເຊັນ ແລະ ປະທັບຕາ )
ອາດສະພັງທອງ ສີພັນດອນ

ນຳສົ່ງ :

-   ທ່ານລັດຖະມົນຕີວ່າການກະຊວງການເງິນ   1 ສະບັບ ‘’ ໃຊ້ຕາງລາຍງານ ’’
-   ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ຜູ້ຊີ້ນຳ   1 ສະບັບ ‘’ ໃຊ້ຕາງລາຍງານ ’’
-   ກົມການນຳເຂົ້າສົ່ງອອກ, ກະຊວງອຸດສະຫະກຳ-ການຄ້າ   1 ສະບັບ ‘’ ເພື່ອປະສານສົມທົບ ’’
-   ບັນດາພະແນກກົມການພາສີ, ພະແນກລະ   1 ສະບັບ ‘’ ຈັດຕັ້ງປະຕິບັດ ’’
-   ກອງກວດກາພາສີນະຄອງຫຼວງ, ບັນດາແຂວງ, ກອງລະ   1 ສະບັບ ‘’ ຈັດຕັ້ງປະຕິບັດ ’’
-   ດ່ານພາສີສາກົນ, ດ່ານລະ   1 ສະບັບ ‘’  ຈັດຕັ້ງປະຕິບັດ ’’
-   ເກັບມ້ຽນສຳເນົາ    1 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Control of Exportation of finished and semi-finished wooden product No. 2572/CD, dated 7 Jan 2016 PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ແລະ ເຄິ່ງສໍາເລັດ ສະບັບເລກທີ 2572/ກພສ, ລົງວັນທີ 7 ມັງກອນ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.