ບົດແນະນຳ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ສາລະບານ

ພາກທີ I:  ຈຸດປະສົງ ແລະ ຫຼັກການ                     

1.1 ຈຸດປະສົງ   

1.2 ຫຼັກການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ   

ພາກທີ II: ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ການກຳນົດລະດັບຄວາມເຂັ້ມຂຸ້ນ  

2.1 ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ   

2.2 ການກຳນົດລະດັບຄວາມເຂັ້ມຂຸ້ນ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ  

2.3 ຄວາມໝາຍ ຂອງ ການເຊື່ອມໂຍງ ລະຫວ່າງ ສິ່ງເສດເຫຼືອເປັນອັນຕະລາຍແລະ ສານເຄມີເປັນພິດ  

ພາກທີ III: ພັນທະໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

3.1 ພັນທະ ຂອງ ໜ່ວຍງານທີ່ກ່ຽວຂ້ອງ ພາກລັດ ໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ  

3.2 ພັນທະ ຂອງບັນດາຜູ້ປະກອບການພາກເອກະຊົນທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ  

3.3 ພັນທະ ຂອງ ຜູ້ດຳເນີນທຸລະກິດ ກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ພາກທີ IV:       ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ

4.1 ການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ    

4.2 ການສົ່ງອອກ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ

ພາກທີ V: ການຕິດຕາມ ແລະ ການລາຍງານ

5.1 ການຕິດຕາມ ແລະ ການລາຍງານການກໍ່ໃຫ້ເກີດ ແລະ ການທໍາລາຍສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ພາກທີ VI: ໜ້າທີ່ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ມາດຕະການຕໍ່ຜູ້ລະເມີດ

6.1 ໜ້າທີ່ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ    

6.2 ມາດຕະການຕໍ່ຜູ້ລະເມີດ

ພາກທີ VII: ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ

7.1 ການຈັດຕັ້ງປະຕິບັດ

7.2 ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

________________

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ       ເລກທີ 0744/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 11 ກຸມພາ 2015

ບົດແນະນຳ
ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

- ອີງຕາມ ມາດຕາ 35, 37, 38, 39 ແລະ ມາດຕາ 40 ໃນໝວດທີ 2 ແລະ ໝວດທີ 3 ພາກທີ III ແລະ ມາດຕາ 78, 79 ແລະ ມາດຕາ 80 ໃນໝວດທີ 1 ພາກທີ X ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
- ອີງຕາມ ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 435/ນຍ, ລົງວັນທີ 28 ພະຈິກ 2011;
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດໃຊ້ບັນຊີໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຈະຕ້ອງດໍາເນີນການສຶກສາເບື້ອງຕົ້ນຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ສະບັບເລກທີ 8056/ກຊສ, ລົງວັນທີ 17 ທັນວາ 2013;

ພາກທີ I
ຈຸດປະສົງ ແລະ ຫຼັກການ

1.1.  ຈຸດປະສົງ

ເພື່ອເຮັດໃຫ້ການຈັດປະເພດ ກ່ຽວກັບ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ຮັບປະກັນໃຫ້ແກ່ຜູ້ມີສ່ວນຮ່ວມທັງໝົດ ຂອງ ພາກລັດ, ພາກເອກະຊົນ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ຊຸມຊົນທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈ ເນື້ອໃນ ແລະ ຂັ້ນຕອນ ສໍາລັບການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ເກັບຮັກສາ, ນໍາໃຊ້, ນໍາໄປຜະລິດຄືນໃໝ່ ແລະ ກໍາຈັດ ຢ່າງເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ແນໃສ່ປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນ ບໍ່ໃຫ້ເກີດມີການສ້າງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ປະຕິບັດລະບຽບການແຈ້ງຂໍ້ມູນລ່ວງໜ້າ ແລະ ຂໍອະນຸມັດຕາມຂັ້ນຕອນຈາກໜ່ວຍງານທີ່ເປັນຜູ້ອະນຸຍາດກໍ່ຄື ຈຸດປະສານງານແຫ່ງຊາດ ຂອງ ສົນທິສັນຍາ ບາແຊວ.

1.2. ຫຼັກການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ປະກອບດ້ວຍຫຼັກການພື້ນຖານດັ່ງນີ້:

1) ຮັບປະກັນ ການອອກ ຫຼື ນໍາໃຊ້ກົດໝາຍ;

2) ການນໍາໃຊ້ເຄື່ອງມື ແລະ ກົນໄກ, ມາດຕະການວິຊາການ ໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເປັນຕົ້ນການນໍາໃຊ້ເຕັກໂນໂລຊີທີ່ກໍ່ໃຫ້ເກີດສິ່ງເສດເຫຼືອໃຫ້ໜ້ອຍທີ່ສຸດ ຫຼື ເຕັກໂນໂລຊີການ ກຳຈັດ ຫຼື ການນໍາໃຊ້ ແລະ ຜະລິດຄືນໃໝ່;

3) ປະຕິບັດການຄວບຄຸມການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ເກັບຮັກສາ, ນໍາໃຊ້, ນໍາໄປຜະລິດຄືນໃໝ່ ແລະ ກໍາຈັດ ໃຫ້ໜ້ອຍທີ່ສຸດ;

4) ປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນ ປະລິມານ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

5) ຮັບປະກັນການມີສວ່ນຮ່ວມ ຂອງ ຊຸມຊົນ;

6) ຮັບປະກັນໃຫ້ມີສະຖານທີ່ບໍາບັດ ແລະ ກໍາຈັດ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

ພາກທີ II
ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ການກໍານົດລະດັບຄວາມເຂັ້ມຂຸ້ນ

2.1. ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ມາດຕາ 37 ຂອງ ໝວດທີ 3 ໃນພາກທີ III ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ໄດ້ຈັດປະເພດສິ່ງເສດເຫຼືອ ອອກເປັນ 2 ປະເພດຄື:  

ກ) ສິ່ງເສດເຫຼືອທົ່ວໄປ;

ຂ) ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜຶ່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້:

1) ສາມາດລະເບີດ;

2) ໄວໄຟ (ເກີດໄຟໄດ້ງ່າຍ);

3) ມີປະຕິກິຣິຍາກັບອາກາດ (ອອກຊີໄດສ);

4) ເປັນພິດເບື່ອ (ທັນທີທັນໃດ ຫຼື ຊໍ້າເຮື້ອ, ອາດກໍ່ໃຫ້ເກີດມະເຮັງ, ສາມາດກໍ່ໃຫ້ເກີດການປ່ຽນພັນທຸກໍາໄດ້);

5) ສາມາດພາໃຫ້ຕິດເຊື້ອໄດ້;

6) ສາມາດເກີດໝ້ຽງ;

7) ເປັນພິດຕໍ່ລະບົບນິເວດ.

ນອກຈາກນັ້ນ, ກ່ອງ ຫຼື ພັດສະດຸຫຸ້ມຫໍ່ ທີ່ຖືກປົນເປື້ອນກັບ ບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດ ກໍ່ຈັດເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

 2.2. ການກໍານົດລະດັບຄວາມເຂັ້ມຂຸ້ນ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ການກໍານົດລະດັບຄວາມເຂັ້ມຂຸ້ນ ຂອງ ຄວາມເປັນພິດ ໃນສິ່ງເສດເຫຼືອ ຫຼື ເປັນພິດຕໍ່ລະບົບນິເວດ ຕ້ອງດໍາເນີນການເປັນແຕ່ລະກໍລະນີ ມີເອກະສານອ້າງອີງ ຫຼື ຂໍ້ມູນວິທະຍາສາດຈາກຫ້ອງວິໄຈທີ່ຍອມຮັບໄດ້. ສ່ວນປະກອບຄວາມເປັນພິດຂອງສິ່ງເສດເຫຼືອ ໃນລະດັບຄວາມເຂັ້ມຂຸ້ນສູງສຸດຖືກກໍານົດເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

ລະດັບຄວາມເຂັ້ມຂຸ້ນ ຫຼື ຄຸນລັກສະນະ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍໄດ້ກໍານົດດັ່ງນີ້:

1) ຈຸດສາມາດເກີດໄຟໄດ້ ≤ 55°C

2) ບັນຈຸສານເຄມີປະເພດເປັນພິດສູງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 0.1%;

3) ບັນຈຸສານເຄມີປະເພດເປັນພິດ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 3%;

4) ບັນຈຸສານເຄມີເປັນອັນຕະລາຍ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥  25%;

5) ບັນຈຸສານເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ຮຸນແຮງຢູ່ ໃນລະດັບຄວາມເຂັ້ມຂຸ້ນລວມ ≥1%;

6) ບັນຈຸສານເຄມີກັດຫ້ຽນທີ່ເຮັດໃຫ້ເກີດການເຜົາໄໝ້ຢູ່ ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 5 %;

7) ບັນຈຸສານເຄມີທີ່ເຮັດໃຫ້ລະຄາຍເຄືອງຕາຂັ້ນຮຸນແຮງ ຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥10 %;

8) ບັນຈຸສານເຄມີທີ່ເຮັດໃຫ້ລະຄາຍເຄືອງຕາ, ລະບົບຫາຍໃຈ ແລະ ຜິວໜັງຢູ່ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 20%;

9) ບັນຈຸສານເຄມີທີ່ຈະກໍ່ໃຫ້ເກີດມະເຮັງຢູ່ ໃນລະດັບຄວາມເຂັ້ມຂຸ້ນລວມ ≥ 0,1%;

ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ການກໍານົດລະດັບຄວາມເຂັ້ມຂຸ້ນ ແມ່ນໄດ້ອີງໃສ່ບັນຊີ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ທີ່ເປັນເອກະສານຊ້ອນທ້າຍ 1 ຂອງ ສົນທິ ສັນຍາ ບາແຊວ ຊຶ່ງໄດ້ຄັດຕິດເປັນເອກະສານຊ້ອນທ້າຍ 1 ຂອງບົດແນະນໍາສະບັບນີ້.

ໃນກໍລະນີ ສິ່ງເສດເຫຼືອ ບັນຈຸຫຼາຍສານເຄມີອັນຕະລາຍ ເຊິ່ງມີຄຸນລັກສະນະຄວາມອັນຕະລາຍທີ່ຄ້າຍກັນຄວາມເຂັ້ມຂຸ້ນ ຈະຖືກຄິດໄລ່ລວມເຂົ້າກັນ.

ພາຊະນະບັນຈຸເປົ່າທີ່ຖືກປົນເປື້ອນຈາກສານເຄມີເປັນພິດ ແລະ ອັນຕະ ລາຍ ແມ່ນຖືກພິຈາລະນາໃຫ້ເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

ດິນ ແລະ ວັດຖຸອື່ນ ທີ່ຖືກປົນເປື້ອນ ສານເຄມີເປັນພິດ ແລະ ອັນຕະລາຍ ແມ່ນຖືກພິຈາລະນາເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເວັ້ນແຕ່ເຈົ້າຂອງທີ່ດິນ ແລະ ວັດຖຸອື່ນເຫຼົ່ານັ້ນ ສາມາດຢັ້ງຢືນໄດ້ວ່າຄຸນລັກສະນະແມ່ນຕໍ່າກວ່າລະດັບຄວາມເຂັ້ມຂຸ້ນ ທີ່ໄດ້ກຳນົດໂດຍບັນດາຂະແໜງການທີ່ກ່ຽວຂ້ອງ.  

2.3. ຄວາມໝາຍ ຂອງ ການເຊື່ອມໂຍງ ລະຫວ່າງ ສິ່ງເສດເຫຼືອເປັນອັນຕະລາຍ ແລະ ສານເຄມີເປັນພິດ 

ຄວາມໝາຍ ຂອງ ການເຊື່ອມໂຍງ ລະຫວ່າງ ສິ່ງເສດເຫຼືອເປັນອັນຕະລາຍ ແລະ ສານເຄມີເປັນພິດ ມີຄື:

1) ສິ່ງເສດເຫຼືອທີ່ເກີດຈາກການຈູດນໍ້າມັນເຊື້ອໄຟ, ການບໍາບັດນໍ້າເປື້ອນ ແລະ ການຄວບຄຸມມົນລະພິດທາງອາກາດ ເຊັ່ນ: ຂີ້ເຖົ່າຈາກຖ່ານຫີນ, ນໍ້າມັນ ແລະ ໄມ້, ຖົງກັ່ນຕອງຝຸ່ນລະອອງ, ສິ່ງເສດເຫຼືອຈາກເຄື່ອງຂັດຖູ ແລະ ຂີ້ຕົມ ຈາກນໍ້າເປື້ອນເປັນຕົ້ນ ແມ່ນຖືເປັນສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

2) ສິ່ງເສດເຫຼືອເປັນອັນຕະລາຍຫຼາຍຊະນິດທີ່ສາມາດນໍາມາໃຊ້ ແລະ ຜະລິດຄືນໃໝ່ໄດ້ ໂດຍປະຕິບັດຕາມຫຼັກວິຊາການ;

1) ການນໍາໃຊ້ ແລະ ການຜະລິດຄືນໃໝ່ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງດຳເນີນການໂດຍບັນດາບໍລິສັດ ທີ່ມີໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ເທົ່ານັ້ນ;

2) ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຄວນລວມເງື່ອນໄຂກ່ຽວກັບເຕັກໂນໂລຊີ ແລະ ກົນໄກໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ການຜະລິດຄືນໃໝ່;

3) ໃນກໍລະນີມີສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເກີດຂຶ້ນຫຼາຍຕ້ອງເຂັ້ມງວດການບັງຄັບໃຊ້ບັນດານິຕິກຳໃນການບໍາບັດນໍ້າເປື້ອນ ແລະ ການຄວບຄຸມມົນລະພິດທາງອາກາດ ແລະ ດິນ.

ພາກທີ III
ພັນທະໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

3.1. ພັນທະ ຂອງ ໜ່ວຍງານທີ່ກ່ຽວຂ້ອງ ພາກລັດ ໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ເພື່ອດຳເນີນການປ້ອງກັນ ແລະ ຄວບຄຸມ ການຂົນສົ່ງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍແບບຊະຊາຍ ແລະ ການຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ສົ່ງຜ່ານຂ້າມຊາຍແດນໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຂອງ ພາກລັດ ໃຫ້ປະຕິບັດດັ່ງນີ້:

ພິຈາລະນາຄໍາຮ້ອງຂໍຂຶ້ນທະບຽນ ແລະ ຂໍອະນຸຍາດ ນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານຂ້າມຊາຍແດນ ຂອງ ຜູ້ປະກອບການບໍລິການກຳຈັດ ສິ່ງເສດ

1) ເຫຼືອເປັນພິດ ແລະ ອັນຕະລາຍ;

2) ຮ່າງສັນຍາກັບຜູ້ປະກອບການທີ່ຕ້ອງການ ນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໂດຍລະບຸໜ້າທີ່ຄວາມຮັບຜິດຊອບ ຂອງ ແຕ່ລະຝ່າຍໃຫ້ຈະແຈ້ງ;

3) ປະກອບຂໍ້ມູນລະອຽດທີ່ຈໍາເປັນເຊັ່ນ ຂະບວນການກຳຈັດ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ກັບຜູ້ປະກອບການທີ່ຕ້ອງການ ນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານ ເພື່ອໃຊ້ເປັນຂໍ້ມູນໃນການຕື່ມແບບຟອມແຈ້ງສີນຄ້າ ແລະ ໃບຢັ້ງຢືນການເຄື່ອນຍ້າຍ;

4) ຊັ່ງນໍ້າໜັກ ແລະ ກວດສອບ, ຖ້າຈໍາເປັນ ອາດສຸ່ມຕົວຢ່າງ ໄປວິເຄາະ ເປັນໄປຕາມໃບແຈ້ງສິນຄ້າ ແລະ ສັນຍາທີ່ໄດ້ກຳນົດໄວ້ກັບຜູ້ປະກອບການເຫຼົ່ານີ້ ຫຼື ບໍ່  ຫຼັງຈາກນັ້ນ ໜ່ວຍງານທີ່ກ່ຽວຂ້ອງ ຈື່ງລົງລາຍເຊັນໃສ່ໃບຢັ້ງຢືນການເຄື່ອນຍ້າຍ ແລ້ວສົ່ງສຳເນົາໃຫ້ໜ່ວຍງານກ່ຽວຂ້ອງ ຈື່ງລົງລາຍເຊັນໃສ່ໃບຢັ້ງຢືນການເຄື່ອນຍ້າຍ ແລ້ວສົ່ງສຳເນົາໃຫ້ໜ່ວຍງານກ່ຽວຂ້ອງຂັ້ນທ້ອງຖິ່ນ ຫຼືປະເທດ ທີ່ສົ່ງອອກ ພາຍໃນ 07 ວັນລັດຖະການ;

ໃນກໍລະນີ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໄດ້ຮັບການກຳຈັດຢ່າງຖືກຕ້ອງຕາມຫຼັກວິຊາການ ໂດຍບໍ່ກໍ່ໃຫ້ເກີດຜົນກະທົບຕໍ່ ສັງຄົມ ແລະ ສິ່ງແວດລ້ອມ, ໜ່ວຍງານທີ່ກ່ຽວຂ້ອງກໍ່ຕ້ອງລົງລາຍເຊັນໃສ່ໃບຢັ້ງຢືນການເຄື່ອນຍ້າຍເຊັ່ນດຽວກັນ ແລ້ວສົ່ງສຳເນົາໃຫ້ໜ່ວຍງານກ່ຽວຂ້ອງ ຂັ້ນທ້ອງຖິ່ນ ຫຼື ປະເທດ ທີ່ສົ່ງອອກ ພາຍໃນ 180 ວັນ

1) ລັດຖະການ;

2) ແຈ້ງເປັນລາຍລັກອັກສອນເຖິງໝ່ວຍງານທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ຫຼື ປະເທດຜູ້ນໍາເຂົ້າ,  ຜູ້ສົ່ງອອກ ແລະ/ຫຼື ຜູ້ສົ່ງຜ່ານ ຫຼື ຜູ້ແຈ້ງແລ້ວແຕ່ລະກໍລະນີ ກ່ຽວກັບການພິຈາລະນາ ອະນຸຍາດໃຫ້ມີການເຄື່ອນຍ້າຍ ຢ່າງມີເງື່ອນໄຂ ຫຼື ບໍ່ມີເງື່ອນໄຂ  ຫຼື ປະຕິເສດບໍ່ຍິນຍອມໃຫ້ມີການເຄື່ອນຍ້າຍ ຢ່າງມີເງື່ອນໄຂ ຫຼື ຂໍຂໍ້ມູນເພີ້ມເຕີມ;

3) ຫ້າມນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃນກໍລະນີ ຜູ້ປະກອບການບໍລິການກຳຈັດ ສິ່ງເສດເຫຼືອນັ້ນ ຈະບໍ່ໄດ້ຮັບການກຳຈັດດ້ວຍວິທີການທີ່ເປັນມິດຕໍ່ສິ່ງແວດລ້ອມ;

4) ກຳນົດມາດຕະການທາງດ້ານກົດໝາຍເພື່ອປະຕິບັດ ແລະ ຄວບຄຸມການນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານ;

5) ກຳນົດມາດຕະຖານ ແລະ ວິທີການບັນຈຸຫີບຫໍພາຊະນະດ້ວຍການຕິດກາໝາຍສະເພາະ ທີ່ເປັນມາດຕະຖານສາກົນ;

6) ກຳນົດໃຫ້ມີການປະກັນໄພ ຫຼື ຄໍ້າປະກັນດ້ານການເງິນ, ສັນຍາຜູກມັດກັບຜູ້ປະກອບການ ກ່ຽວກັບ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເມື່ອຕ້ອງການ ນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານ;

7) ກຳນົດມາດຕະການລົງໂທດ ສຳລັບ ຜູ້ປະກອບການ ທີ່ນໍາເຂົ້າ-ສົ່ງອອກ ຫຼື ສົ່ງຜ່ານ ແບບຜິດກົດໝາຍ ຂອງ ສປປ ລາວ.

ສຳລັບ ຂັ້ນຕອນ ທີ 4 ແລະ 5 ຕ້ອງປະຕິບັດທຸກຄັ້ງທີ່ມີການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເພື່ອກຳຈັດ ຕາມວິທີການທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 3 ຂອງບົດແນະນໍາສະບັບນີ້.

ໃນກໍລະນີ ຜູ້ນໍາເຂົ້າ ແລະ ຜູ້ປະກອບການບໍລິການກຳຈັດ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ບໍ່ແມ່ນຜູ້ດຽວກັນໃຫ້ປະຕິບັດເພີ້ມດັ່ງນີ້:

12) ເຮັດສັນຍາ ລະຫວ່າງ ຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າ ແລະ ຜູ້ຮັບກຳຈັດ;

13) ເມື່ອນໍາເຂົ້າສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ລົງລາຍເຊັນໃສ່ໃບຢັ້ງຢືນການເຄື່ອນຍ້າຍແລ້ວຈຶ່ງສົ່ງຕໍ່ໃຫ້ຜູ້ຮັບກຳຈັດ.

3.2 ພັນທະ ຂອງ ບັນດາຜູ້ປະກອບການພາກເອກະຊົນທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ເພື່ອປ້ອງກັນ, ຄວບຄຸມ ແລະ ຫລຸດຜ່ອນ ສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ຜູ້ປະກອບການພາກເອກະຊົນໃຫ້ປະຕິບັດດັ່ງນີ້:

1) ຜູ້ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຈາກພາກອຸດສາຫະກຳ ຄວນປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນປະລິມານ ແລະ ຄວາມສ່ຽງ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍໃຫ້ໜ້ອຍທີ່ສຸດ ດ້ວຍການນໍາໃຊ້ວັດຖຸດີບທີ່ບໍ່ເປັນພິດ, ເຕັກໂນໂລຊີທີ່ສະອາດ ແລະ ການປະຕິບັດທີ່ດີເລີດສຳລັບ ສິ່ງແວດລ້ອມ ຕາມເງື່ອນໄຂ;

2) ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍບໍ່ຄວນຖືກເຈືອຈາງ ຫຼື ປະປົນກັບສິ່ງເສດເຫຼືອອື່ນ ຫຼື ສານເຄມີອື່ນ ໃນໄລຍະການເກັບຮັກສາ ແລະ ການຂົນສົ່ງໄປສະຖານທີ່ບໍາບັດ ແລະ ກຳຈັດ;

ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ປະເພດຕ່າງກັນ ທີ່ຕ້ອງການບໍາບັດ ດ້ວຍວິທີການຕ່າງກັນ ຕ້ອງຖືກເກັບຮັກສາແຍກກັນ ແລະ ບໍ່ໃຫ້ປະ1) ປົນກັນເດັດຂາດ;

2) ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍທີ່ຖືກສ້າງຂຶ້ນໂດຍສະຖາບັນການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນຕ້ອງຖືກເກັບຮັກສາ, ຕິດກາໝາຍ, ແລະ ຂົນສົ່ງຖືກຕ້ອງຕາມລະບຽບການ;

3) ຫ້າມຖີ້ມສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສູ່ສິ່ງແວດລ້ອມ ຫຼື ສະໜາມຂີ້ເຫຍື້ອສຳລັບ ສິ່ງເສດເຫຼືອທົ່ວໄປ ຫຼື ປ່ອຍລົງສູ່ທໍ່ລະບາຍນໍ້າເປື້ອນ, ແຫຼ່ງນໍ້າໜ້າດິນ, ແຫຼ່ງນໍ້າໃຕ້ດິນ ຫຼື ປ່ອຍອອກສູ່ອາກາດຢ່າງເດັດຂາດ;

4) ຫ້າມເຜົາທໍາລາຍໃນສະຖານທີ່ເປີດ ຫຼື ພື້ນທີ່ກາງແຈ້ງຢ່າງເດັດຂາດ;

5) ຜູ້ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງຮັບຜິດຊອບໃນການກະກຽມ ການຄຸ້ມຄອງທີ່ປອດໄພຕໍ່ສິ່ງແວດລ້ອມ ໂດຍຍົກເວັ້ນ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍຈາກຄົວເຮືອນ;

6) ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສາມາດຖືກນໍາສົ່ງໃຫ້ຜູ້ປະກອບການໜຶ່ງທີ່ມີໃບອະນຸຍາດຮັບຮອງກ່ຽວກັບສິ່ງແວດລ້ອມເທົ່ານັ້ນ ໃນການນໍາໃຊ້ ແລະ ນໍາໄປຜະລິດຄືນໃໝ່, ການເກັບມ້ຽນ, ການຂົນສົ່ງ ຫຼື ການບໍາບັດຂັ້ນສຸດທ້າຍ;

ສະຖາບັນໃດໜຶ່ງທີ່ສ້າງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ມີສິດໃນການເຜົາທຳລາຍ, ນໍາໄປຜະລິດຄືນໃໝ່ ຫຼື ດ້ວຍວິທີການອື່ນ ໃນສະຖານທີ່ຂອງຕົນໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ໃຫ້ດໍາເນີນໄປຕາມແຜນການຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ແລະ 1) ທໍາມະຊາດ;

2) ຜູ້ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມປອດໄພ ກ່ຽວກັບສິ່ງແວດລ້ອມ ໃນໄລຍະການເກັບຮັກສາ ແລະ ການຂົນສົ່ງ ຈົນກວ່າຈະຖືກນໍາສົ່ງເຖິງ ຜູ້ປະກອບການ ທີ່ມີໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ສຳລັບ ການບໍາບັດ ແລະ ກຳຈັດ ເປັນໄປຕາມວິທີການທີ່ລະບຸໄວ້ ໃນເອກະສານຊ້ອນທ້າຍ 3 ຂອງ ບົດແນະນໍາສະບັບນີ້.

3.3 ພັນທະ ຂອງ ຜູ້ດໍາເນີນທຸລະກິດ ກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ຜູ້ຂົນສົ່ງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ຜູ້ປະກອບການທຸລະກິດ ກ່ຽວກັບ ການໃຫ້ບໍລິການ ບໍາບັດ ຫຼື ກໍາຈັດ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ປະຕິບັດດັ່ງນີ້:

1) ຕິດຕາມ ແລະ ຄວບຄຸມ ການກໍ່ໃຫ້ເກີດສິ່ງເສດເຫຼືອ ຮັບປະກັນບໍ່ໃຫ້ປະປົນກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

2) ສົ່ງຄືນສິ່ງເສດເຫຼືອໃຫ້ກັບຜູ້ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະ ລາຍ ຫາກເງື່ອນໄຂອຳນວຍຄວາມສະດວກໃນການບໍາບັດ ຫຼື     ກຳຈັດບໍ່ພຽງພໍໃຫ້ແກ່ການບໍລິການ;

ເກັບຮັກສາເອກະສານບັນທຶກ ກ່ຽວກັບການກໍ່ໃຫ້ເກີດສິ່ງເສດເຫຼືອ, ການເຄື່ອນຍ້າຍ ແລະ ການຂົນສົ່ງ ເພື່ອບໍາບັດ ຫຼື ກຳຈັດ ແລະ ສົ່ງໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ 1) ສິ່ງແວດລ້ອມຢ່າງປົກກະຕິ. ການເຄື່ອນຍ້າຍສິ່ງເສດເຫຼືອຕ້ອງແຍກເປັນໄປຕາມໝວດຍ່ອຍ ຂອງ ສິ່ງເສດເຫຼືອ ດັ່ງທີ່ໄດ້ລະບຸໄວ້ ໃນເອກະສານຄັດຕິດ 1 ຂອງບົດແນະນໍາ ສະບັບນີ້;

2) ສະໜອງເອກະສານເປັນລາຍລັກອັກສອນ ຫຼື ໃບຮັບເງິນ ກ່ຽວກັບໝວດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ແກ່ຜູ້ຂົນສົ່ງທີ່ມີພັນທະໃນການນໍາສົ່ງເອກະສານນີ້ ໃຫ້ແກ່ເຈົ້າຂອງຜູ້ຄອບຄອງສິ່ງເສດເຫຼືອ;

3) ຜູ້ຂົນສົ່ງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງມີໃບອະນຸຍາດຂົນສົ່ງທີ່ຖືກຕ້ອງ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພາຫະນະທີ່ນໍາໃຊ້ຕ້ອງຕິດຕັ້ງເຄື່ອງອຸປະກອນຈໍາເປັນ ແລະ ຕິດກາໝາຍຕາມຄວາມເໝາະສົມ. ຕ້ອງມີການສະເໜີລ່ວງໜ້າຂອງຜູ້ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍໃນການຂົນສົ່ງ, ຍົກເວັ້ນການຂົນສົ່ງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃນປະລິມານນ້ອຍຈາກຄົວເຮືອນ;

4) ການທໍາລາຍຂັ້ນສຸດທ້າຍ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕ້ອງດຳເນີນໃນສະໜາມຂີ້ເຫຍື້ອສະເພາະ ສໍາລັບ ກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ດ້ວຍການເຜົາໃນເຕົາເຜົາ ທີ່ມີອຸນນະພູມສູງ ໂດຍໄດ້ຮັບອະນຸຍາດຕາມໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ.

ພາກທີ IV
ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ

4.1   ການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ  ຫຼື ສິ່ງເສດເຫຼືອອື່ນ

ໃນມາດຕາ 39 ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ລະບຸວ່າ:

- ການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຂົ້າມາໃນດິນແດນ ຂອງ ສປປ ລາວ ແມ່ນບໍ່ອະນຸຍາດເວັ້ນເສັຍແຕ່ໃນກໍລະນີ ມີລະບຽບການອະນຸຍາດກຳນົດໄວ້ສະເພາະ ໃນມາດຕາ 68 ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ລະບຸວ່າ:

- ຫ້າມນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາໜ່າຍ, ເກັບຮັກສາ, ນໍາໃຊ້, ນໍາໄປຜະລິດຄືນໃໝ່ ແລະ ທຳລາຍ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍໃນດິນແດນ ຂອງ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ.

ໃນກໍລະນີ ມີການນໍາເຂົ້າ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ ເພື່ອການນໍາໄປຜະລິດຄືນໃໝ່ ຫຼື ສໍາລັບ ການຜະລິດເຊື້ອໄຟແມ່ນຂຶ້ນກັບການອະນຸຍາດເປັນລາຍລັກອັກສອນ ຂອງ ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດ ທັງເປັນຜູ້ປະສານງານແຫ່ງຊາດ ຂອງ ສົນທິສັນຍາບາແຊວ.

ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດນໍາເຂົ້າສິ່ງເສດເຫຼືອເປັນພິດ ແລະ ອັນຕະ ລາຍ ຫຼື ສິ່ງເສດເຫຼືອອື່ນ ໃນກໍລະນີ ທີ່ຖືກຄວບຄຸມ ໂດຍລະບຽບການພາຍໃຕ້ ສົນທິສັນຍາບາແຊວ ດັ່ງເງື່ອນໄຂຕໍ່ໄປນີ້:

1) ລັດທີ່ສົ່ງອອກແມ່ນພາຄີ ຂອງ ສົນທິສັນຍາ ບາແຊວ;

2) ຜູ້ສົ່ງອອກ ໃຫ້ສະໜອງຂໍ້ມູນທີ່ເໝາະສົມ ກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ມີແຜນໃນການບໍາບັດສະເພາະທີ່ລະບຸ ໃນເອກະສານຊ້ອນທ້າຍ 5 ຂອງ ສົນທິສັນຍາ ບາແຊວ ແຕ່ເປັນເອກະສານຊ້ອນທ້າຍ 2 ຂອງ ບົດແນະນໍາສະບັບນີ້;

3) ສັນຍາທີ່ມີ ລະຫວ່າງ ຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າ ໃນ ສປປ ລາວ ແລະ ຜູ້ຮັບເອົາເພື່ອສະໜອງການບໍລິການບໍາບັດ, ນໍາໃຊ້ຄືນໃໝ່, ນໍາມາຜະລິດຄືນໃໝ່ ແລະ ກຳຈັດ ທີ່ໄດ້ຮັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕ້ອງຮັບປະກັນບໍ່ໃຫ້ເກີດມີບັນຫາ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອທີ່ເປັນມິດກັບສິ່ງແວດ ລ້ອມ;

4) ຜູ້ນໍາເຂົ້າມີພັນທະ ໃນການແຈ້ງຂໍ້ມູນໃຫ້ຜູ້ສົ່ງອອກ, ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດ ຂອງ ປະເທດທີ່ນໍາເຂົ້າ ແລະ ສົ່ງອອກ ກ່ຽວກັບການໄດ້ຮັບ ແລະ ການສໍາເລັດການທໍາລາຍສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

5) ການອະນຸຍາດການນໍາເຂົ້າຈໍານວນຫຼາຍຄັ້ງ ແມ່ນມີກຳນົດພາຍໃນໄລຍະເວລາສູງສຸດ 1 ປີ, ຖ້າການຈັດສົ່ງສິ່ງເສດເຫຼືອມີຄຸນລັກສະນະທາງດ້ານວັດຖຸ ແລະ ເຄມີທີ່ຄ້າຍຄືກັນ ໂດຍຜ່ານດ່ານພາສີສາກົນຂາເຂົ້າດຽວກັນ ຂອງ ສປປ ລາວ.

ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດສາມາດຖອນຄືນໃບອະນຸຍາດໄດ້ ໃນທຸກເວລາຖ້າຫາກມີເຫດຜົນທີ່ເຊື່ອໄດ້ວ່າສິ່ງເສດເຫຼືອເປັນພິດ ແລະ ອັນຕະ ລາຍ ຈະບໍ່ໄດ້ຮັບການຄຸ້ມຄອງໃນລັກສະນະທີ່ເປັນມິດຕໍ່ສິ່ງແວດລ້ອມ.

4.2    ການສົ່ງອອກ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ

ອົງການທີ່ເປັນຜູ້ອະນຸຍາດໃຫ້ມີການສົ່ງອອກ ຫຼື ສົ່ງຜ່ານ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ ໃນກໍລະນີທີ່ຖືກຄວບຄຸມ ໂດຍລະບຽບການພາຍໃຕ້ ສົນທິສັນຍາ ບາແຊວ ດັ່ງເງື່ອນໄຂຕໍ່ໄປນີ້:

1) ປະເທດ ນໍາເຂົ້າ ແລະ ຮັບເອົາແມ່ນພາຄີ ຂອງ ສົນທິສັນຍາ ບາແຊວ;

2) ຜູ້ສົ່ງອອກສະໜອງຂໍ້ມູນທີ່ເໝາະສົມ ກ່ຽວກັບສິ່ງເສດເຫຼືອ ແລະ ແຜນການ ບໍາບັດສະເພາະ ດັ່ງທີ່ລະບຸໃນເອກະສານຊ້ອນທ້າຍ 5 ຂອງ ສົນທິສັນຍາບາແຊວ ແຕ່ເປັນເອກະສານຊ້ອນທ້າຍ 2 ຂອງ ບົດແນະນໍາສະບັບນີ້;

3) ສັນຍາທີ່ມີ ລະຫວ່າງ ຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກ ໃນ ສປປ ລາວ ແລະ ຜູ້ຮັບເອົາເພື່ອສະໜອງການບໍລິການບໍາບັດ, ນໍາໃຊ້ຄືນໃໝ່, ນໍາມາຜະລິດຄືນໃໝ່ ແລະ ກຳຈັດ ທີ່ໄດ້ຮັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕ້ອງຮັບປະກັນບໍ່ໃຫ້ເກີດບັນຫາ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນມິດກັບສິ່ງແວດລ້ອມ;

4) ຜູ້ສົ່ງອອກ ຫຼື ຜູ້ຂົນສົ່ງ ມີພັນທະໃນການແຈ້ງໃຫ້ຜູ້ນໍາເຂົ້າ, ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດ ຂອງທັງປະເທດທີ່ນໍາເຂົ້າ ແລະ ສົ່ງອອກ ກ່ຽວກັບການໄດ້ຮັບ ແລະ ການສໍາເລັດການທໍາລາຍສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

ການອະນຸຍາດການສົ່ງອອກ ຫຼື ສົ່ງຜ່ານຈໍານວນຫຼາຍຄັ້ງ ແມ່ນມີກຳນົດ4) ພາຍໃນໄລຍະເວລາສູງສຸດ 1 ປີ, ຖ້າການຈັດສົ່ງສິ່ງເສດເຫຼືອ ມີຄຸນລັກສະນະທາງດ້ານວັດຖຸ ແລະ ເຄມີທີ່ຄ້າຍຄືກັນ ໂດຍຜ່ານດ່ານພາສີສາກົນ ຂາອອກດຽວກັນ ຂອງ ສປປ ລາວ.

ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດສາມາດຖອນຄືນໃບອະນຸຍາດໄດ້ໃນທຸກເວລາ ຖ້າມີເຫດຜົນວ່າສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຈະບໍ່ໄດ້ຮັບການຄຸ້ມຄອງໃນລັກສະນະທີ່ເປັນມິດຕໍ່ສິ່ງແວດລ້ອມ.

ພາກທີ V
ການຕິດຕາມ ແລະ ການລາຍງານ

5.1  ການຕິດຕາມ  ແລະ ການລາຍງານການກໍ່ໃຫ້ເກີດ ແລະ ການທໍາລາຍ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

ການຕິດຕາມ ແລະ ການລາຍງານດ້ວຍຕົວເອງ ຂອງຜູ້ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ທີ່ຕ້ອງການໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ສໍາລັບ ການດຳເນີນໂຄງການຕາມຂໍ້ຕົກລົງ ຂອງ ລັດຖະມົນຕີວ່າການ ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013 ໃຫ້ປະຕິບັດດັ່ງນີ້:

1) ຜູ້ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ມີພັນທະໃນການບັນທຶກ ປະລິມານ ແລະ ວິທີການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ທີ່ຕົນສ້າງຂຶ້ນ;

1) ລວບລວມ ບົດບັນທຶກ ສຳລັບ 1 ປີ ແລະ ນໍາສົ່ງໃຫ້ອົງການຈັດຕັ້ງທີ່ເປັນຜູ້ອະນຸຍາດ;

2) ການບັນທຶກ ແລະ ການລາຍງານ ຄວນລວມເອົາບັນດາຂໍ້ມູນທີ່ອາດບໍ່ທັນໄດ້ແຈ້ງໃນແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ກ່ອນການອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຄື:

• ແຈ້ງຊື່ ແລະ ແຫຼ່ງທີ່ມາ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

• ປະລິມານ ຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເປັນກິໂລກຣາມ ຫຼື ໂຕນ ຕໍ່ປີ;

• ຄຸນລັກສະນະດ້ານວັດຖູ: ທາດແຂງ, ທາດແຫຼວ, ຕະກອນຂີ້ຕົມ ຫຼື ທາດອາຍ;

• ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສ່ວນໃຫຍ່ທີ່ເປັນອົງຄະທາດ ຫຼື ອະນົງຄະທາດ;

• ບອກລາຍລະອຽດ ກ່ຽວກັບຄຸນລັກສະນະເປັນພິດ ແລະ ອັນຕະ ລາຍ;

• ການຈັດປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ດັ່ງທີ່ໄດ້ກຳນົດໃນໝວດຍ່ອຍ ຂອງ ເອກະສານຊ້ອນທ້າຍ 1 ຂອງ ສົນທິສັນຍາບາແຊວ ຊຶ່ງເປັນເອກະສານຄັດຕິດ 1 ຂອງບົດແນະນໍາສະບັບນີ້;

• ບອກລາຍລະອຽດ ກ່ຽວກັບ ວິທີການບໍາບັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ສິ່ງເສດເຫຼືອທີ່ຈະນໍາໄປຜະລິດຄືນໃໝ່, ໄປເຜົາແລະ ຂົນສົ່ງໄປສະໜາມຂີ້ເຫຍື້ອ, ເກັບຮັກສາ ແລະ ບໍາບັດ ໃນສະຖານທີ່ໄດ້ກໍານົດໄວ້ ຫຼື ການຄຸ້ມຄອງໃນຮູບແບບອື່ນ;

• ແຈ້ງຊື່ ຂອງ ຜູ້ປະກອບການ ທີ່ ຮັບບໍລິການຂົນສົ່ງ, ບໍາບັດ, ນໍາໄປຜະລິດຄືນໃໝ່ ຫຼື ກໍາຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເປັນໄປຕາມວິທີການທີ່ລະບຸໄວ້ ໃນເອກະສານຊ້ອນທ້າຍ 3 ຂອງບົດແນະນໍາສະບັບນີ້.

ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈະອອກບົດແນະນໍາສະເພາະຕື່ມ ກ່ຽວກັບການຕິດຕາມ ແລະ ການລາຍງານສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

ພາກທີ VI
ໜ້າທີ່ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ມາດຕະການຕໍ່ຜູ້ລະເມີດ

6.1 ໜ້າທີ່ ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມມອບໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ກົມຄວບຄຸມມົນລະພິດ ໃນການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ດັ່ງນີ້:

1) ໂດຍຮ່ວມມືກັບບັນດາກະຊວງຂະແໜງການ ສ້າງເງື່ອນໄຂທີ່ຈໍາເປັນດ້ານວິຊາການ ສໍາລັບ ການບໍາບັດ ແລະ ການກໍາຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເປັນໄປຕາມວິທີການທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 3 ຂອງບົດແນະນໍາ ສະບັບນີ້;

2) ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ, ພາກເອກະຊົນ  ແລະ ປະຊາຊົນ ໃນການສ້າງໂຄງລ່າງພື້ນຖານ ສໍາລັບ ການຄຸ້ມຄອງ ແລະ ການບໍລິການ ກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ;

3) ປະສານສົມທົບກັບການຈັດຕັ້ງຂັ້ນແຂວງ ແລະ ທ້ອງຖິ່ນ ໃນການສ້າງເງື່ອນໄຂທີ່ຈໍາເປັນຮອງຮັບການບໍລິການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຈາກຄົວເຮືອນ ແລະ ການບໍລິການສາທາລະນະ;

4) ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການເກັບກຳສັງລວມ, ສ້າງ ແລະ ບໍາລຸງຮັກສາຖານຂໍ້ມູນ ກ່ຽວກັບແຫຼ່ງທີ່ເກີດ ຂອງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ວິທີການຄຸ້ມຄອງ;

ເປັນຜູ້ອະນຸຍາດໃຫ້ມີການນໍາເຂົ້າ, ການສົ່ງອອກ, ແລະ ສົ່ງຜ່ານ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ທັງເປັນຈຸດປະສານງານແຫ່ງຊາດ ຂອງ ສົນທິສັນຍາບາແຊວ ວ່າດ້ວຍ ການຄວບຄຸມການເຄື່ອນຍ້າຍສິ່ງເສດເຫຼືອ1) ເປັນພິດ ແລະ ອັນຕະລາຍ ແລະ ສົນທິສັນຍາຣອດເທີດໍາ ວ່າດ້ວຍ ຂະບວນການຍິນຍອມແຈ້ງຂໍ້ມູນລ່ວງໜ້າ ສຳລັບ ສານເຄມີເປັນພິດ ແລະ ອັນຕະລາຍ ທີ່ກ່ຽວຂ້ອງກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຫຼື ສິ່ງເສດເຫຼືອອື່ນ ທີ່ຄວບຄຸມ ພາຍໃຕ້ສົນທິສັນຍາ ບາແຊວ.

ກົມຄວບຄຸມມົນລະພິດ, ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ສະຖາບັນຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມ  ແລະ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ, ນະຄອນ ມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:

1) ຕິດຕາມກວດກາ ການປະຕິບັດການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຂອງຜູ້ປະກອບການທຸລະກິດທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ລວມທັງການເກັບກຳຕົວຢ່າງ ແລະ ວິໄຈ;

2) ຮັບປະກັນໃຫ້ຜູ້ປະກອບການທຸລະກິດ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເກັບຮັກສາການບັນທຶກ ແລະ ການລາຍງານ ກ່ຽວກັບການກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ມາດຕະການຄຸ້ມຄອງ;

ຮັບປະກັນໃຫ້ຜູ້ປະກອບການທຸລະກິດ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ມີການຕິດຕັ້ງສິ່ງອຳນວຍຄວາມສະດວກ ໃນການບໍາບັດ ແລະ ກຳຈັດ ເປັນໄປຕາມວິທີການທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 3 ຂອງບົດແນະນໍາສະບັບນີ້ ເຊິ່ງຕ້ອງລະບຸຢ່າງລະອຽດໃນບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA) ເພື່ອສະເໜີຂໍ1) ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ;

2) ຮັບປະກັນໃຫ້ບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA) ແລະ ຂະບວນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ (IEE) ລວມມີການກຳນົດປະເພດ ແລະ ປະລິມານ ຂອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍທີ່ເກີດຂຶ້ນຈາກ ບັນດາກິດຈະການ ຂອງໂຄງການລົງທຶນຕ່າງໆ ພ້ອມທັງສະເໜີແຜນຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ; ແລະ

3) ຮັບປະກັນໃຫ້ມີການລະບຸເຖິງເງື່ອນໄຂຈໍາເປັນດ້ານວິຊາການ ສຳລັບ ການບໍາບັດ ຫຼືກຳຈັດ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ທີ່ເກີດຈາກຂະບວນການດຳເນີນທຸລະກິດ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃນໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ສຳລັບ ເກັບຮັກສາການບັນທຶກ ແລະ ການລາຍງານ ກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ພ້ອມທັງວິທີການຄຸ້ມຄອງທີ່ເປັນມິດຕໍ່ສິ່ງແວດລ້ອມ.

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນ ຫຼວງ ມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:

ຕິດຕາມກວດກາ ການປະຕິບັດ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຂອງຜູ້ປະກອບການທຸລະກິດ ຂະໜາດນ້ອຍ ແລະ ກາງ ທີ່ຈັດເຂົ້າໃນກຸ່ມ 1 ຕາມຂໍ້ຕົກລົງ ລັດຖະມົນຕີວ່າການ ກະຊວງຊັບພະຍາ      ກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013 ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ລວມ1) ທັງການເກັບຕົວຢ່າງ;

2) ຮັບປະກັນໃຫ້ຜູ້ປະກອບການທຸລະກິດ ຂະໜາດນ້ອຍ ແລະ ກາງ ທີ່ຈັດເຂົ້າໃນກຸ່ມ 1 ຕາມຂໍ້ຕົກລົງ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013 ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເກັບຮັກສາການບັນທຶກ ແລະ ການລາຍງານ ກ່ຽວກັບການກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລະ ມາດຕະການຄຸ້ມຄອງ;

3) ລາຍງານ ກ່ຽວກັບເງື່ອນໄຂຈໍາເປັນດ້ານວິຊາການໃນການເກັບຮັກສາ ຫຼື ສະຖານທີ່ບໍາບັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາເຖິງຄວາມຈໍາເປັນ ທີ່ຕ້ອງສ້າງບົດລາຍງານການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມ ຫຼື ບໍ່ຈໍາເປັນ;

4) ຕິດຕາມກວດກາສະພາບເງື່ອນໄຂຈໍາເປັນດ້ານວິຊາການ ສຳລັບ ການຄຸ້ມຄອງສິ່ງເສດເຫຼືອ ຂອງ ຜູ້ປະກອບການທຸລະກິດ ເພື່ອຮັບປະກັນບໍ່ໃຫ້ມີການປະປົນ ລະຫວ່າງ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍກັບສິ່ງເສດເຫຼືອອື່ນໆ;

ເກັບກໍາຂໍ້ມູນກ່ຽວກັບ ແຫຼ່ງທີ່ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໂດຍສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນທ້ອງຖິ່ນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມທັງລາຍງານຂໍ້ມູນດັ່ງກ່າວປະຈໍາປີ ໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ 1) ສິ່ງແວດລ້ອມ;

2) ຕິດຕາມ ແລະ ລາຍງານສະພາບການຖິ້ມ ຫຼື ການເຜົາ ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແບບຊະຊາຍ ໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອດໍາເນີນການຂັ້ນຕໍ່ໄປຕາມລະບຽບກົດໝາຍ.

ກະຊວງຂະແໜງການອື່ນ ຂັ້ນສູນກາງ ແລະ ທ້ອງຖິ່ນອອກແຈ້ງການສະເພາະເພີ້ມເຕີມ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ມີຄວາມສອດຄ່ອງ ລະຫວ່າງ ບັນດາບົດແນະນໍາສະບັບນີ້.

6.2  ມາດຕະການຕໍ່ຜູ້ລະເມີດ

ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຕ່າງໆ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສູ່ສິ່ງແວດລ້ອມ ໃນຂະນະດຳເນີນການຜະລິດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະແຈ້ງໃຫ້ເຈົ້າຂອງໂຄງການ ຫຼື ຜູ້ປະກອບການສ້າງແຜນຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໃຫ້ສຳເລັດ ພາຍໃນ 90 ວັນລັດຖະການ ແລະ ດໍາເນີນການເສຍຄ່າທໍານຽມທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງໃນລະບຽບການກຳນົດສະເພາະ, ໃນກໍລະນີທີ່ບໍ່ປະຕິບັດຕາມ, ເຈົ້າຂອງໂຄງການ ຫຼື ຜູ້ປະກອບການນັ້ນຈະຖືກປະຕິບັດມາດຕະການຕ່າງໆ ທີ່ກຳນົດໄວ້ໃນມາດຕາ 92, 93, 94, 95, 96 ແລະ 97 ຂອງ  ກົດໝາຍ ວ່າດ້ວຍ ການປົກປັກຮັກສິ່ງແວດລ້ອມ ສະບັບປັບປຸງ.

ພາກທີ VII
ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ

7.1    ການຈັດຕັ້ງປະຕິບັດ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມອບໝາຍໃຫ້ກົມຄວບຄຸມມົນລະພິດ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ,ນະຄອນຫລວງ ເປັນໃຈກາງປະສານສົມທົບກັບຂະແໜງການຕ່າງໆ ແລະ ອົງການປົກຄອງທ້ອງຖີ່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດແນະນຳສະບັບນີ້ຢ່າງມີປະສິດທິຜົນ.

7.2  ຜົນສັກສິດ

ບົດແນະນຳ ສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີວ່າການ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(ເຊັນ ແລະ ປະທັບກາ)

ນູລິນ ສິນບັນດິດ

                          ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on the Management of Hazardous Waste, No. 0744/MoNRE, dated 11 February 2015 PDF
2 ບົດແນະນຳ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດສົ່ງອອກສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ຕ້ອງໄດ້ຮັບອະນຸມັດ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມ ການສົ່ງອອກສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ (ເອກະສານ ຊ້ອນທ້າຍ 1) ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ບົດແນະນຳ ກ່ຽວກັບ ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ, ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.