ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ 0745/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 11 ກຸມພາ 2015
ບົດແນະນຳ
ກ່ຽວກັບ ການຄວບຄຸມມົນລະພິດ
- ອີງຕາມ ໝວດທີ 2 ໃນພາກທີ III ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
- ອີງຕາມ ດຳລັດ ຂອງ ນາຍົກລັດຖະມົນຕີ ສະບັບເລກທີ 435/ນຍ, ລົງວັນທີ 28 ພະຈິກ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ເພື່ອຮັບປະກັນໃຫ້ແກ່ການພົວພັນ, ປະສານງານ ແລະ ການຮ່ວມມື ລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ ຂອງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ມີຄວາມເຂົ້າໃຈຈັດຕັ້ງປະຕິບັດເປັນເອກະພາບ ຊິ່ງເປັນພັນທະຂອງແຕ່ລະພາກສ່ວນ ໃນການປ້ອງກັນ ແລະ ຄວບຄຸມມົນລະພິດ ເພື່ອຜັນຂະຫຍາຍບາງມາດຕາໃນພາກທີ III, ໃນພາກທີ VI, ໃນພາກທີ VIII ແລະ ໃນພາກທີ X ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ.
ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ອອກບົດແນະນຳ:
ພາກທີ I
ຈຸດປະສົງ ແລະ ຫຼັກການ
1.1. ຈຸດປະສົງ
ເພື່ອປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນມົນລະພິດທີ່ເກີດຈາກສານເຄມີເປັນພິດທີ່ບໍ່ສາມາດປ້ອງກັນໄດ້ ແລະ ບູລະນະຟື້ນຟູຜົນກະທົບໃຫ້ທັນສະພາບການເຮັດໃຫ້ປະລິມານມົນລະພິດຢູ່ໃນເກນ ມາດຕະຖານຄຸນນະພາບສິ່ງແວດ ລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ແລະ ຫຼີກລ້ຽງການປ່ຽນແປງສະພາບເງື່ອນໄຂ ທາງດ້ານສິ່ງແວດລ້ອມ ໃນ ສປປ ລາວ.
1.2. ຫຼັກການຄວບຄຸມມົນລະພິດ
ການຄວບຄຸມມົນລະພິດ ປະກອບດ້ວຍຫຼັກການພື້ນຖານດັ່ງນີ້:
1) ການປ້ອງກັນເປັນຈຸດສຸມທຳອິດ, ການຫຼຸດຜ່ອນເປັນບຸລິມະສິດຮອງລົງມາ ແລະ ບູລະນະຟື້ນຟູເປັນທາງເລືອກທີສາມ;
2) ຮັບປະກັນການນໍາໃຊ້ກົດໝາຍ;
3) ການນໍາໃຊ້ເຕັກໂນໂລຊີ ແລະ ມາດຕະການທາງວິຊາການ;
4) ການຕິດຕາມການດຳເນີນງານ ແລະ ການຕິດຕາມການປ່ອຍມົນລະພິດ ຈາກບັນດາຜູ້ປະກອບການທີ່ກໍ່ໃຫ້ເກີດມົນລະພິດຢ່າງທັນສະພາບການ;
5) ການກວດກາ ແລະ ປະເມີນຜົນກະທົບ ທີ່ເກີດ ຫຼື ອາດເກີດຈາກມົນລະພິດ;
6) ການທົດແທນຄ່າເສັຍຫາຍ ໃນກໍລະນີ ທີ່ມີຜົນກະທົບທາງລົບ ຕໍ່ສັງຄົມ ແລະ ລະບົບນິເວດ;
7) ເຊື່ອມສານວຽກງານການປ້ອງກັນ ແລະ ຄວບຄຸມມົນລະພິດ ເຂົ້າໃນແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ; ແລະ
8) ການສ້າງຈິດສຳນຶກ.
ພາກທີ II
ປະເພດມົນລະພິດ ແລະ ວິທີການຄວບຄຸມມົນລະພິດ
2.1. ມົນລະພິດທາງອາກາດ ແລະ ວິທີການຄວບຄຸມ
ກ) ມົນລະພິດທາງອາກາດ ສ່ວນໃຫຍ່ແມ່ນເກີດຈາກການປ່ອຍສານເຄມີເປັນພິດ ແລະ ປະລິມານມົນລະພິດ ສູ່ອາກາດ ແຕ່ລະປະເພດ ຂອງຜູ້ປະກອບກິດຈະການໄດ້ແກ່: ໂຮງງານອຸດສາຫະກຳ, ໂຮງງານໄຟຟ້າທີ່ໃຊ້ຖ່ານຫີນເປັນເຊື້ອໄຟ, ສະຖານທີ່ປະກອບກິດຈະການກໍ່ສ້າງ, ການຄົມມະນາຄົມຂົນສົ່ງ, ການກະສິກຳ, ການຂຸດຄົ້ນບໍ່ແຮ່, ກິດຈະການຕົວເມືອງ ແລະ ກິດຈະກຳອື່ນໆ. ການຕິດຕາມກວດກາຄຸນນະພາບມົນລະພິດທາງອາກາດ ທົ່ວໄປ ແມ່ນເນັ້ນໜັກໃສ່ບັນດາຕົວວັດແທກເປົ້າໝາຍ ເຊັ່ນ: ຄາຣ໌ບອນໂມນ໊ອກໄຊດ໌ (Carbon Monoxide: CO), ໄນໂຕຣເຈັນໄດອ໊ອກໄຊດ໌ (Nitrogen Dioxide: NO2), ຊັລເຟີໄດອ໊ອກໄຊດ໌ (Sulfur Dioxide: SO2), ຝຸ່ນລະອອງ (Particulate Matter: PM), ໂອໂຊນ (Ozone: O3) ແລະ ຊືນ (Lead: Pb) ຮັບປະກັນການປ້ອງກັນ ແລະ ຄວບຄຸມມົນລະພິດ ທາງອາກາດ ແລະ/ຫຼື ປະລິມານມົນລະພິດ ໂດຍເຈົ້າຂອງໂຄງການ ແລະ ຜູ້ປະກອບການຈະຕ້ອງປະຕິບັດ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ.
ຂ) ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ທີ່ອາໄສຢູ່ໃນ ສປປ ລາວ ສ້າງ ແລະ ດຳເນີນທຸລະກິດ ທີ່ກໍ່ ຫຼື ອາດກໍ່ໃຫ້ເກີດມົນລະພິດທາງອາກາດໃຫ້ປະຕິບັດຕາມວິທີການດັ່ງນີ້:
1) ຄວບຄຸມການປ່ອຍປະລິມານມົນລະພິດທາງອາກາດໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
2) ບັນດາບໍລິສັດ ຫຼື ໂຄງການລົງທຶນ ຫຼື ຜູ້ປະກອບການຕ່າງໆ ທີ່ມີຢູ່ໃນບັນຊີໂຄງການລົງທຶນຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013 ຕ້ອງແຈ້ງການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນແຜນການຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
3) ບັນດາບໍລິສັດ ຫຼື ໂຄງການລົງທຶນ ຫຼື ຜູ້ປະກອບການຕ່າງໆ ທີ່ບໍ່ມີໃນລາຍການດັ່ງກ່າວ ແຕ່ມີຈຸດປະສົງ ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດອອກສູ່ອາກາດ, ໃຫ້ຍື່ນຂໍອະນຸມັດເຖິງກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຮັບການອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
4) ຜູ້ທີ່ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຕ້ອງຕິດຕາມຄວາມເຂັ້ມຂຸ້ນ ຂອງສ່ວນປະກອບທາງອາກາດ ແລະ ປະລິມານມົນລະພິດທາງອາກາດ ກ່ອນການປ່ອຍອອກສູ່ອາກາດ ເພື່ອຮັບປະກັນຄວາມເຂັ້ມຂຸ້ນ ແລະ ປະລິມານມົນລະພິດທາງອາກາດ ບໍ່ໃຫ້ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
5) ຜູ້ທີ່ກໍ່ໃຫ້ເກີດມົນລະພິດ ຕ້ອງມີສ່ວນຮ່ວມໃນການຕິດຕາມຄຸນນະພາບອາກາດ ໃນບໍລິເວນອ້ອມຂ້າງ ທີ່ເປັນພື້ນທີ່ສ່ຽງຕໍ່ມົນລະພິດ ເຊິ່ງລັດ ຖະບານ ແຫ່ງ ສປປ ລາວ ພິຈາລະນາວ່າ ມີຄວາມຈໍາເປັນຕ້ອງມີການຕິດຕາມກວດກາ;
6) ການຕິດຕາມກວດກາ ຕ້ອງມີສ່ວນຮ່ວມຈາກພາກລັດ, ພາກທຸລະກິດ ແລະ ປະຊາຊົນທີ່ຕັ້ງຢູ່ເຂດດຽວກັນ ເພື່ອເກັບກໍາ ແລະ ສະໜອງຂໍ້ມູນ-ຂ່າວສານ ກ່ຽວກັບມົນລະພິດທາງອາກາດ. ສ່ວນຄ່າໃຊ້ຈ່າຍໃນການຕິດຕາມກວດກາແມ່ນເປັນຄວາມຮັບຜິດຊອບ ຂອງ ບັນດາຜູ້ປະກອບການທີ່ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ.
2.2. ມົນລະພິດທາງດິນ ແລະ ວິທີການຄວບຄຸມ
ກ. ມົນລະພິດທາງດິນ ສ່ວນໃຫຍ່ ແມ່ນເກີດຈາກການນໍາໃຊ້ພື້ນທີ່ດິນທີ່ໃຊ້ສ້າງຕັ້ງໂຮງງານອຸດສາຫະກຳ ຫຼື ນໍາໃຊ້ທີ່ດິນ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຂຸດຄົ້ນບໍ່ແຮ່ແບບຊະຊາຍ, ການນໍາໃຊ້ສານເຄມີໃນອຸປະກອນໄຟຟ້າ ແລະ ເຄື່ອງອີເລັກໂຕຣນິກ, ສານເຄມີຕົກຄ້າງຈາກການກະສິກຳ, ພື້ນທີ່ເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອທີ່ເປັນອັນຕະລາຍ ແລະ ເຄມີເປັນພິດ ບໍ່ໃຫ້ເກີດຂຶ້ນ ເພາະເປັນຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ ຢູ່ໃນພາກທີ VIII ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ. ການຕິດຕາມກວດກາມົນລະພິດທາງດິນ ຕ້ອງມີການວາງແຜນເປັນໄປຕາມແຕ່ລະກໍລະນີ ຮ່ວມກັນກັບບັນດາເຈົ້າຂອງໂຄງການ ແລະ ຜູ້ປະກອບການ ເພື່ອປ້ອງກັນ ແລະ ຄວບຄຸມມົນລະພິດ.
ຂ. ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ທີ່ອາໄສຢູ່ໃນ ສປປ ລາວ ສ້າງ ແລະ ດຳເນີນທຸລະກິດທີ່ກໍ່ ຫຼື ອາດກໍ່ໃຫ້ເກີດມົນລະພິດທາງດິນ ໃຫ້ປະຕິບັດຕາມວິທີການດັ່ງນີ້:
1) ຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດລົງສູ່ດິນໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະ ຖານຄວບຄຸມມົນລະພິດແຫ່ງຊາດ;
ໃນກໍລະນີ ທີ່ມີຄວາມສ່ຽງໃນການກໍ່ໃຫ້ເກີດມົນລະພິດທາງດິນ ເນື່ອງຈາກ1) ທຸລະກິດການຄ້າ ຫຼື ກິດຈະການສາທາລະນະ, ເຈົ້າຂອງໂຄງການຕ້ອງສະເໜີຂໍອະນຸຍາດການປ່ອຍສານມົນລະພິດ ເຖິງ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນແຕ່ລະກໍລະນີ.
2.3. ມົນລະພິດທາງນໍ້າ ແລະ ວິທີການຄວບຄຸມ
ກ. ມົນລະພິດທາງນໍ້າ ສ່ວນໃຫຍ່ແມ່ນເກີດຈາກການປ່ອຍສານປົນເປື້ອນ ແບັກທີເຣຍ (Bacteria) ແລະ ສານເຄມີເປັນພິດອັນຕະລາຍ ຈາກແຫຼ່ງກຳເນີດຫຼັກໃນແຕ່ລະປະເພດ ຂອງ ຜູ້ປະກອບການໄດ້ແກ່: ຕຶກອາຄານ, ໂຮງແຮມ, ໂຮງໝໍ, ສະຖາບັນການສຶກສາ, ສຳນັກງານຫ້ອງການ, ຮ້ານຊັບພະສິນຄ້າ, ຕະຫຼາດ, ສະຖານທີ່ບໍລິການ, ຮ້ານອາຫານ, ໂຮງງານອຸດສາຫະກຳ, ສະຖານທີ່ປະກອບກິດຈະການກໍ່ສ້າງ, ການກະສິກຳ ແລະ ການຂຸດຄົ້ນບໍ່ແຮ່. ການຕິດຕາມກວດກາມົນລະພິດທາງນໍ້າທົ່ວໄປ ແມ່ນເໜັ້ນໜັກໃສ່ຕົວວັດແທກເປົ້າໝາຍ ເຊັ່ນ: ຄວາມເປັນກົດ-ດ່າງ (Positive Potential of the Hydrogen ions: pH), ບີໂອດີ (Biological Oxygen Demand: BOD), ຊີໂອດີ (Chemical Oxygen Demand: COD), ອ໊ອກຊີເຈນທີ່ລະລາຍໃນນໍ້າ (Dissolved Oxygen: DO), ຄ່າຊັກນໍາໄຟຟ້າ (Electro Conductivity: EC), ຂອງແຂງແຂວນລອຍ (Total Suspended Solid:TSS), ອຸນນະພູມ (Temperature:T), ຄວາມຂຸ້ນ (Turbidity) ແລະ ໂລຫະໜັກ ທີ່ເປັນພິດຕົກຄ້າງ, ກຸ່ມ ແບັກທີເຣຍ (Bacteria) ປະກອບມີTotal Coliform Bacteria: TCB, Fecal Coliform Bacteria: FCB, ອີໂຄໄລ (E-coli). ເພື່ອຮັບປະກັນການປ້ອງກັນ ແລະ ຄວບຄຸມປະລິມານມົນລະພິດທາງນໍ້າ ໂດຍເຈົ້າຂອງໂຄງການ ແລະ/ຫຼື ຜູ້ປະກອບການ ຕ້ອງປະຕິບັດໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ.
ຂ. ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ທີ່ອາໄສຢູ່ໃນ ສປປ ລາວ ສ້າງ ແລະ ດຳເນີນທຸລະກິດທີ່ກໍ່ ຫຼື ອາດກໍ່ໃຫ້ເກີດມົນລະພິດທາງນໍ້າ ໃຫ້ປະຕິບັດຕາມວິທີການດັ່ງນີ້:
1) ຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດລົງ ສູ່ແຫຼ່ງນໍ້າໜ້າດິນ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດ ແຫ່ງຊາດ.
2) ໃນກໍລະນີ ທີ່ມີຄວາມສ່ຽງໃນການກໍ່ໃຫ້ເກີດມົນລະພິດທາງນໍ້າ ເນື່ອງຈາກທຸລະກິດການຄ້າ ຫຼື ກິດຈະການສາທາລະນະທີ່ເປັນຄວາມຕ້ອງການຂອງມວນຊົນ, ເຈົ້າຂອງໂຄງການຕ້ອງສະເໜີຂໍອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເຖິງກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາຄວາມເປັນໄປໄດ້ໃນການອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນແຕ່ລະກໍລະນີ.
2.4. ສິ່ງລົບກວນ ແລະ ວິທີການຄວບຄຸມ
ກ. ສິ່ງລົບກວນ ຕ້ອງຄວບຄຸມໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດ ແຫ່ງຊາດ ເຊັ່ນ: ກິ່ນ ເກີດຈາກປະຕິກິລິຍາທາງເຄມີ, ສິ່ງລົບກວນປະເພດນີ້ ແມ່ນໃຫ້ຈັດເຂົ້າໃນປະເພດມົນລະພິດທາງອາກາດ; ສິ່ງລົບກວນອື່ນໆ ເຊັ່ນ: ສຽງ, ແສງ, ສີ ຄວາມສັ່ນສະເທືອນ ແລະ ຄວາມຮ້ອນ ຕ້ອງຄວບຄຸມບໍ່ໃຫ້ເກີນຂອບເຂດທີ່ໄດ້ກຳນົດໄວ້ ຢູ່ໃນພາກທີ VIII ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ເປັນຕົ້ນ: ການຂົນສົ່ງໃນຕົວເມືອງໃຫຍ່, ສະໜາມບິນ, ສະຖານທີ່ບັນເທິງໃນຊຸມຊົນ, ສະຖານທີ່ກໍ່ສ້າງ ແລະ ເຂດໂຮງງານອຸດສາຫະກຳ;
ຂ. ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ທີ່ອາໄສຢູ່ໃນ ສປປ ລາວ ສ້າງ ແລະ ດໍາເນີນທຸລະກິດທີ່ກໍ່ ຫຼື ອາດກໍ່ໃຫ້ເກີດສິ່ງລົບກວນ ໃຫ້ປະຕິບັດຕາມວິທີການດັ່ງນີ້:
1) ຫ້າມການກະທໍາສິ່ງລົບກວນ ແລະ ລະດັບຄວາມຮຸນແຮງທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງເດັດຂາດ;
2) ໃນກໍລະນີ ທີ່ມີຄວາມສ່ຽງໃນການກໍ່ໃຫ້ເກີດສິ່ງລົບກວນ ເນື່ອງຈາກທຸລະກິດການຄ້າ ຫຼື ກິດຈະການສາທາລະນະ, ເຈົ້າຂອງໂຄງການ ຕ້ອງສະເໜີຂໍອະນຸຍາດນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
2.5. ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນໃນການຄວບຄຸມມົນລະພິດ
ກ. ພາກລັດ:
1) ທົບທວນ ມາດຕະການຄວບຄຸມແຫຼ່ງກຳເນີດມົນລະພິດທາງອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນໃນແຕ່ລະປະເພດ ຂອງ ການປະກອບກິດຈະການທີ່ກຳນົດໂດຍເຈົ້າຂອງໂຄງການ ຫຼື ຜູ້ປະກອບການ;
2) ທົບທວນ ມາດຕະຖານຄຸນນະພາບທາງອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນ ໂດຍທຳມະຊາດ ແລະ ມາດຕະຖານຄວບຄຸມການລະບາຍມົນລະພິດ ເກີດຈາກສານເຄມີເປັນພິດປ່ອຍສູ່ອາກາດ, ດິນ, ນໍ້າ ທີ່ກຳນົດໂດຍເຈົ້າຂອງໂຄງການ ຫຼື ຜູ້ປະກອບການ;
3) ພິຈາລະນາ ເຂດເປົ້າໝາຍບ່ອນເຈົ້າຂອງໂຄງການ ຫຼື ຜູ້ປະກອບການສົນໃຈດໍາເນີນທຸລະກິດແຕ່ລະປະເພດ;
4) ຕິດຕາມກວດກາການປ່ອຍມົນລະພິດທີ່ເກີດຈາກສານເຄມີເປັນພິດ ແລະ ປະລິມານມົນລະພິດສູ່ອາກາດ, ດິນ, ນໍ້າ;
5) ຕິດຕາມກວດກາ ການບັງຄັບໃຊ້ກົດໝາຍໃນການປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດ, ດິນ, ນໍ້າ, ແລະ ສິ່ງລົບກວນ;
6) ກຳນົດທາງເລືອກ ແລະ ເງື່ອນໄຂຈໍາເປັນດ້ານວິຊາການ ເພື່ອວາງແຜນປ້ອງກັນ ຫຼື ແກ້ໄຂບັນຫາມົນລະພິດ ເກີດຈາກສານເຄມີເປັນພິດປ່ອຍສູ່ອາກາດ, ດິນ, ນໍ້າ;
7) ພິຈາລະນາຄໍາຮ້ອງຂໍຂຶ້ນທະບຽນການປ່ອຍສານມົນລະພິດ ແລະ ປະລິ ມານມົນລະພິດ ສຳລັບເຈົ້າຂອງໂຄງການ ຫຼື ຜູ້ປະກອບການ;
8) ພິຈາລະນາ ສ້າງຕັ້ງອົງກອນເປັນຜູ້ຕິດຕາມກວດກາ ຫຼື ວ່າຈ້າງອົງກອນພາຍໃນ ຫຼື ຕ່າງປະເທດ ທີ່ໄດ້ຮັບໃບອະນຸຍາດບໍລິການ ກ່ຽວກັບ ສິ່ງແວດລ້ອມ ແລະ ໄດ້ຮັບການຂຶ້ນທະບຽນການປ່ອຍ ແລະ ເຄື່ອນຍ້າຍ ມົນລະພິດ ເປັນຜູ້ຕິດຕາມກວດກາ;
9) ສ້າງຖານຂໍ້ມູນ ກ່ຽວກັບ ສານມົນລະພິດ ສຳລັບ ການຕິດຕາມກວດກາມົນລະພິດ ຫຼື ປະລິມານມົນລະພິດຢ່າງເປັນລະບົບ ແລະ ຕໍ່ເນື່ອງ ພ້ອມທັງເຜີຍແຜ່ສະພາບມົນລະພິດໃຫ້ທົ່ວເຖິງ; ແລະ
10) ວາງແຜນຮອງຮັບ ເຫດການສຸກເສີນ.
ຂ. ພາກທຸລະກິດ:
1) ກຳນົດມາດຕະການຄວບຄຸມແຫຼ່ງກຳເນີດມົນລະພິດທາງອາກາດ, ດິນ, ນໍ້າ, ແລະ ສິ່ງລົບກວນ ໃນແຕ່ລະປະເພດ ຂອງ ຜູ້ປະກອບການ;
2) ກໍານົດມາດຕະຖານຄຸນນະພາບທາງອາກາດ, ດິນ, ນໍ້າ, ແລະ ສິ່ງລົບກວນ ລວມທັງສານເຄມີເປັນພິດ ແລະ ອັນຕະລາຍ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
3) ກຳນົດເຂດເປົ້າໝາຍ ສຳລັບ ການດຳເນີນທຸລະກິດ ຫຼື ກິດຈະການແຕ່ລະປະເພດ;
4) ກຳນົດເຂດເປົ້າໝາຍຮອງຮັບສານມົນລະພິດ ທີ່ຖືກປ່ອຍຈາກແຫຼ່ງກຳເນີດມົນລະພິດໃນແຕ່ລະປະເພດຂອງຜູ້ປະກອບການ ເພື່ອຈຸດປະສົງເຈືອຈາງ ແລະ ຊືມຊັບ;
5) ສຶກສາ ແລະ ນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ເຕັກໂນໂລຊີບຳບັດໃນການຄວບຄຸມມົນລະພິດທາງອາກາດ, ດິນ, ນໍ້າ, ແລະ ສິ່ງລົບກວນ;
6) ຕິດຕາມກວດກາຄຸນນະພາບສານມົນລະພິດທາງອາກາດ, ດິນ, ນໍ້າ ກ່ອນ1) ການປ່ອຍໃຫ້ຢູ່ໃນ ເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼືມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
7) ຕິດຕັ້ງອຸປະກອນບັນທືກຄວາມເຂັ້ມຂຸ້ນ ຂອງມົນລະພິດຕາມແຫຼ່ງກຳເນີດມົນລະພິດ ແລະ ເຂດໃກ້ຄຽງທີ່ເໝາະສົມ;
8) ຕິດຕັ້ງລະບົບຄວບຄຸມອາຍລະເຫີຍໃນຂະບວນການຜະລິດ ແລະ ໃນສາງເກັບຮັກສາສານເຄມີວັດຖຸດິບ;
9) ນໍາໃຊ້ພະລັງງານເຊື້ອໄຟທີ່ມີຄຸນນະພາບ ຕາມມາດຕະຖານຄຸນນະພາບສິ່ງ ແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
10) ສ້າງຄວາມສາມາດທາງດ້ານເຕັກນິກວິຊາການເພື່ອຮອງຮັບການບຳບັດ ແລະ ກຳຈັດມົນລະພິດທີ່ເກີດຈາກສານເຄມີເປັນພິດ;
11) ຂໍໃບອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
12) ນໍາໃຊ້ການບໍລິການບໍາບັດ ແລະ ກຳຈັດມົນລະພິດທີ່ເກີດຈາກສານເຄມີເປັນພິດ;
13) ດຳເນີນລະບົບການລາຍງານ ຜົນການວັດແທກຄຸນນະພາບສານມົນລະພິດ ຢ່າງຕໍ່ເນື່ອງສົ່ງໃຫ້ໜ່ວຍງານຂະແໜງການທີ່ກ່ຽວຂ້ອງ.
ຄ. ປະຊາຊົນ
1) ມີສ່ວນຮ່ວມໃນການແກ້ໄຂບັນຫາມົນລະພິດ ກັບໜ່ວຍງານພາກລັດ ແລະ ພາກທຸລະກິດ;
2) ເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນຂ່າວສານ ດ້ານການປ້ອງກັນ ແລະ ຄວບຄຸມມົນລະພິດທີ່ເກີດຈາກສານເຄມີເປັນພິດ;
3) ປ້ອງກັນຕົນເອງ ຈາກມົນລະພິດທີ່ເກີດຈາກສານເຄມີເປັນພິດ ຈາກແຫຼ່ງກຳເນີດ;
4) ເປັນແຫຼ່ງຂໍ້ມູນ ສຳລັບ ໜ່ວຍງານທີ່ປະຕິບັດຮັບມືເຫດການສຸກເສີນ ກໍລະນິເກີດອຸປະຕິເຫດ/ອຸປະຕິໄພ ກ່ຽວກັບມົນລະພິດທີ່ເກີດຈາກສານເຄມີເປັນພິດ;
5) ໄດ້ຮັບການທົດແທນຄ່າເສຍຫາຍ ຈາກເຫດການສຸກເສີນ ກໍລະນີເກີດອຸປະຕິເຫດ/ອຸປະຕິໄພ ກ່ຽວກັບມົນລະພິດທີ່ເກີດຈາກສານເຄມີເປັນພິດ;
6) ເປັນແຫຼ່ງຂໍ້ມູນ ສຳລັບ ການສຶກສາວິໄຈ ແລະ ພັດທະນາເຕັກໂນໂລຊີ ກ່ຽວກັບການປ້ອງກັນມົນລະພິດ.
ພາກທີ III
ການຄວບຄຸມປະລິມານມົນລະພິດ
3.1 ການປ່ອຍປະລິມານມົນລະພິດ
ການຄວບຄຸມການປ່ອຍປະລິມານມົນລະພິດ ຈາກແຫຼ່ງປ່ອຍໜຶ່ງ ຫຼື ຈາກການລວມເຂົ້າກັນ ຂອງ ຫຼາຍໆແຫຼ່ງປ່ອຍອອກສູ່ອາກາດ, ດິນ, ນ້ຳໃນພື້ນທີ່ດຽວກັນ ຫຼື ສູ່ພື້ນທີ່ຕັ້ງຢູ່ໃກ້ໆກັນ, ບັນດາຜູ້ປ່ອຍຕ້ອງມີໃບອະນຸຍາດໃຫ້ປ່ອຍສານມົນລະພິດ ຫຼື ປະລິມານມົນລະພິດ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ.
3.2 ວິທີການຄວບຄຸມປະລິມານມົນລະພິດ
ກ. ການຄວບຄຸມການປ່ອຍປະລິມານມົນລະພິດ
ບຸກຄົນ, ຄົວເຮືອນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ສາກົນ ທີ່ອາໄສຢູ່ໃນ ສປປ ລາວ ສ້າງ ແລະ ດຳເນີນທຸລະກິດທີ່ກໍ່ ຫຼື ອາດກໍ່ໃຫ້ເກີດມົນລະພິດ ຕ້ອງຄວບຄຸມປະລິມານມົນລະພິດ ໃຫ້ປະຕິບັດຕາມວິທີການດັ່ງນີ້:
1) ເຈົ້າຂອງໂຄງການ ຫຼື ຜູ້ປະກອບການໃຫ້ການບໍລິການທີ່ກໍ່ໃຫ້ເກີດມົນລະພິດ ເຊັ່ນ: ອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ເປັນຕົ້ນ ຫຼື ອື່ນໆ ຕ້ອງສະເໜີຂໍອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
2) ເຈົ້າຂອງໂຄງການ ຫຼື ຜູ້ປະກອບການໃຫ້ການບໍລິການທີ່ກໍ່ໃຫ້ເກີດມົນລະພິດ ເຊັ່ນ: ອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ເປັນຕົ້ນ ຫຼື ອື່ນໆ ຕ້ອງຄວບຄຸມປະລິມານມົນລະພິດ ແລະ ຄຸນນະພາບຂອງ ສານມົນລະພິດທີ່ປ່ອຍອອກສູ່ສິ່ງແວດລ້ອມ;
3) ໃນກໍລະນີທີ່ມີຄວາມສ່ຽງ ໃນການປ່ອຍປະລິມານມົນລະພິດອອກສູ່ອາ ກາດ, ດິນ ແລະ ນໍ້າ ໃນລະຫວ່າງ ການດຳເນີນຂັ້ນຕອນການຜະລິດ, ເຈົ້າຂອງໂຄງການ ຫຼື ຜູ້ປະກອບການໃຫ້ການບໍລິການທີ່ກໍ່ໃຫ້ເກີດມົນລະພິດ ຕ້ອງຄວບຄຸມປະລິມານມົນລະພິດ ທີ່ຄາດວ່າຈະປ່ອຍຕາມແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ. ບັນຫາດັ່ງກ່າວນີ້ຕ້ອງເອົາເຂົ້າໃນ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (ຜຄຕສ) ແລະ ໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ (ECC).
ຂ. ການນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ
ລັດຖະບານ ຂອງ ສປປ ລາວ ເປັນຜູ້ສະໜັບສະໜູນບັນດາເຈົ້າຂອງໂຄງການ ຫຼື ບັນດາຜູ້ປະກອບການທີ່ກໍ່ໃຫ້ເກີດມົນລະພິດ ຕ້ອງຄວບຄຸມປະລິມານມົນລະພິດ ໂດຍນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ ໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ຂອງ ສປປ ລາວ ເຂົ້າໃນຂະບວນການອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ເປັນຕົ້ນ ຫຼື ກິດຈະການອື່ນ ເພື່ອເປັນການຄວບຄຸມປະລິມານມົນລະພິດ ທີ່ປ່ອຍຈາກແຫຼ່ງເຫຼົ່ານັ້ນໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ແນໃສ່ຮັບປະກັນໃຫ້ມີສິ່ງແວດລ້ອມທີ່ດີ ທັງເປັນການປະກອບສ່ວນໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມໃຫ້ຍືນຍົງ.
ຄ. ພັນທະ ຂອງ ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ
ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຕ້ອງຄວບຄຸມປະລິມານມົນລະພິດ ມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:
ໃນກໍລະນີທີ່ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ມີພັນທະໃນການສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA) ຫຼື ບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ (IEE) ເພື່ອໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ (ECC), ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ຕ້ອງປະເມີນປະລິມານມົນລະພິດ ທີ່ຄາດວ່າຈະປ່ອຍອອກສູ່ ອາກາດ, ດິນ ແລະ ນໍ້າ ເຂົ້າໃນບົດລາຍງານ EIA ຫຼື 1) IEE;
2) ເຊື່ອມສານແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເຂົ້າໃນແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
3) ລາຍງານປະລິມານມົນລະພິດ ແລະ ຄຸນນະພາບຂອງສານມົນລະພິດທີ່ປ່ອຍສູ່ອາກາດ, ດິນ ແລະ ນໍ້າ ໃຫ້ແກ່ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງແຂວງ, ນະຄອນຫຼວງ ປະຈໍາປີ ຫຼື ຕາມຄວາມຕ້ອງການ ດັ່ງທີ່ໄດ້ລະບຸໃນການອະນຸຍາດ;
4) ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງປັບປຸງແຜນການຄຸ້ມຄອງ ແລະ ຕິດ ຕາມກວດກາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ຕ້ອງໄດ້ປັບປຸງແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເຊັ່ນດຽວກັນ.
5) ເຈົ້າຂອງໂຄງການ ຫຼື ບັນດາຜູ້ປະກອບການ ທີ່ກໍ່ໃຫ້ເກີດມົນລະພິດຕ້ອງຄວບຄຸມປະລິມານມົນລະພິດ ມີພັນທະຮັບຜິດຊອບຄ່າໃຊ້ຈ່າຍໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ດັ່ງໃນລະບຽບການສະເພາະກຳນົດ.
ງ. ພັນທະ ຂອງ ອົງການຈັດຕັ້ງທີ່ເປັນຜູ້ຄວບຄຸມການປ່ອຍປະລິມານມົນລະພິດ
ອົງການຈັດຕັ້ງທີ່ເປັນຜູ້ຄວບຄຸມການປ່ອຍປະລິມານມົນລະພິດ ມີໜ້າທີ່ ແລະ ຄວາມຮັບຜິດຊອບ ດັ່ງນີ້:
1) ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ອອກໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ (ECC) ອີງຕາມບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ລວມເຖິງ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໂດຍລະບຸເງື່ອນໄຂສະເພາະ ກ່ຽວກັບການຄວບຄຸມປະລິມານມົນລະພິດ ເພື່ອຫຼຸດຜ່ອນສານມົນລະພິດຕົກຄ້າງ ແລະ ອັນຕະລາຍ ທັງເປັນການຊຸກຍູ້ສົ່ງເສີມການຜະລິດທີ່ສະອາດ;
2) ກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຈຸດປະສານງານ ລະຫວ່າງ ອົງການຈັດຕັ້ງຕ່າງໆ ໃນການຊຸກຍູ້ບັນດາເຈົ້າຂອງໂຄງການ ຫຼື ບັນດາຜູ້ປະກອບການ ທີ່ກໍ່ໃຫ້ເກີດມົນລະພິດ ຕ້ອງຄວບຄຸມປະລິມານມົນລະພິດ ໂດຍການປັບ ແລະ ນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ, ການເຜີຍແຜ່ຂໍ້ມູນຂ່າວສານດ້ານວິທະຍາ ສາດທີ່ກ່ຽວຂ້ອງ, ການຂະຫຍາຍຂອບເຂດວຽກງານ ແລະ ການຕິດຕາມກວດກາການປ່ອຍປະລິມານມົນລະພິດຈາກບັນດາໂຄງການລົງທືນ ແລະ ພາກທຸລະກິດຢ່າງມີປະສິດທິຜົນ;
3) ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ເປັນຜູ້ມີສ່ວນຮ່ວມໃນການຊຸກຍູ້, ສົ່ງເສີມ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຈິດສໍານຶກ ກ່ຽວກັບການປ້ອງກັນ ແລະ ຄວບຄຸມມົນລະພິດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
4) ສະຖາບັນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ມີສ່ວນຮ່ວມໃນການເກັບຕົວຢ່າງ ມົນລະພິດ ເພື່ອວິເຄາະຄຸນນະພາບ ແລະ ຄຸນລັກສະນະມົນລະພິດ;
5) ໃນກໍລະນີ ທີ່ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ທີ່ມີໃນບັນຊີໂຄງການລົງທຶນ ຕາມ ຂໍ້ຕົກລົງລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013, ທີ່ກໍ່ໃຫ້ເກີດມົນລະພິດ ຕ້ອງຄວບຄຸມປະລິມານມົນລະພິດ ບໍ່ມີພັນທະໃນການສ້າງແຜນຄວບຄຸມການປ່ອຍປະລິມານມົນລະພິດ. ໃນໄລຍະກໍາລັງສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງ ຄົມ (EIA) ຫຼື ບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ (IEE) ແຕ່ກໍາລັງປ່ອຍ ຫຼື ຈະປ່ອຍສານມົນລະພິດ ແລະ ປະລິມານມົນລະພິດອອກສູ່ສິ່ງແວດລ້ອມ, ຕ້ອງໄດ້ຮັບການອະນຸຍາດໃຫ້ປ່ອຍສານມົນລະພິດ ໃນແຕ່ລະກໍລະນີ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ພາກທີ IV
ຂັ້ນຕອນການອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ການອອກໃບອະນຸຍາດ
4.1. ຂັ້ນຕອນການອະນຸຍາດໃຫ້ປ່ອຍສານມົນລະພິດ
ອີງຕາມມາດຕາ 42 ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ເລກທີ 29/ສພຊ ລົງວັນທີ 18 ທັນວາ 2012: ການອະນຸຍາດໃຫ້ປ່ອຍສານມົນລະພິດ ຕາມມາດຕະຖານການປ່ອຍ ເຊິ່ງຂະ ແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ກຳນົດໂດຍສົມທົບກັບຂະແໜງການທີ່ກຽວຂ້ອງ.
ປະເພດການລົງທຶນ ແລະ ກິດຈະການພັດທະນາທີ່ມີການປ່ອຍສານມົນລະພິດ ແລະ ການເຄື່ອນຍ້າຍປະລິມານມົນລະພິດ ຈາກຂະບວນການທາງເຄມີ ແລະ ຂະບວນການທາງກາຍຍະພາບ ໄດ້ຮັບໃບອະນຸຍາດໃຫ້ປ່ອຍສານມົນລະພິດ ດ້ວຍສອງກໍລະນີດັ່ງນີ້:
ກ. ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ທີ່ດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການເຊັ່ນ: ອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ຫຼື ກິດຈະການອື່ນໆ ຕ້ອງແຈ້ງຂໍ້ມູນ ກ່ຽວກັບ ວັດຖຸດິບໃນໄລຍະ ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (EIA) ແລະ/ຫຼື ໄລຍະການສຶກສາເບື້ອງຕົ້ນຜົນກະທົບຕໍ່ສິ່ງແວດລ້ອມ (IEE), ເຊິ່ງລວມມີ:
1) ບັນຊີລາຍການ ສານເຄມີເປົ້າໝາຍ ທີ່ຄອບຄອງ (ໂຕນຕໍ່ປີ);
2) ປະລິມານ ສານເຄມີເປົ້າໝາຍ ທີ່ຜະລິດຂຶ້ນ (ໂຕນຕໍ່ປີ);
3) ປະລິມານ ສານເຄມີເປົ້າໝາຍ ທີ່ໃຊ້ (ໂຕນຕໍ່ປີ);
4) ປະລິມານ ສານເຄມີເປົ້າໝາຍ ທີ່ອາດເຫຼືອຕາມບັນຊີ ຂອງປີຜ່ານມາ (ໂຕນ) ເຊັ່ນ ວັນທີ 1 ມັງກອນ;
5) ປະລິມານ ສານເຄມີເປົ້າໝາຍ ທີ່ຊື້ໃນປີປະຈຸບັນ (ໂຕນຕໍ່ປີ);
6) ປະລິມານ ສານເຄມີເປົ້າໝາຍ ທີ່ອາດເຫຼືອຕາມບັນຊີ ເມື່ອສີ້ນສຸດປີປະຈຸບັນ(ໂຕນ) ເຊັ່ນ 31 ທັນວາ;
7) ປະລິມານ ສານເຄມີປະສົມ ທີ່ຍັງເຫຼືອຕາມບັນຊີ ຂອງ ປີທີ່ຜ່ານມາ (ໂຕນ) ເຊັ່ນ ວັນທີ 1 ມັງກອນ;
8) ປະລິມານ ສານເຄມີປະສົມ ທີ່ຊື້ໃນປີປະຈຸບັນ (ໂຕນຕໍ່ປີ);
9) ປະລິມານ ສານເຄມີປະສົມ ທີ່ອາດເຫຼືອ ຕາມບັນຊີເມື່ອສີ້ນສຸດປີປະຈຸບັນ(ໂຕນ) ເຊັ່ນ 31 ທັນວາ; ແລະ
10) ລາຍງານຜະລິດຕະພັນຂ້າງຄຽງ (By-products) ທີ່ເປັນພິດ ແລະ ບໍ່ນໍາໃຊ້ຄືນໃໝ່.
ຂ. ເຈົ້າຂອງໂຄງການ ຫຼື ຜູ້ປະກອບການເຫຼົ່ານີ້ ບໍ່ໄດ້ແຈ້ງ ຫຼື ບໍ່ສາມາດແຈ້ງຂໍ້ມູນ ກ່ຽວກັບ ຂໍ້ 1) ຫາ ຂໍ້ 10) ຂອງ ວັກ ກ ຂອງ ຂໍ້ 4.1 ໃນໄລຍະສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (EIA) ແລະ/ຫຼື ໄລຍະການສຶກສາເບຶ້ອງຕົ້ນຜົນກະທົບຕໍ່ສິ່ງແວດລ້ອມ (IEE) ສຳລັບ ປະເພດການລົງທຶນ ແລະ ກິດຈະການພັດທະນາ ທີ່ມີການປ່ອຍສານມົນລະພິດ ແລະ ການເຄື່ອນຍ້າຍປະລິມານມົນລະພິດ ຈາກຂະບວນການທາງເຄມີ ແລະ ທາງກາຍຍະພາບ, ເຈົ້າຂອງໂຄງການ ແລະ ຜູ້ປະກອບການ ຕ້ອງໄດ້ແຈ້ງຂໍ້ມູນກ່ຽວກັບ ຂໍ້ 1) ຫາ ຂໍ້ 10) ຂອງ ວັກ ກ ຂອງ ຂໍ້ 4.1 ສາກ່ອນ ຈຶ່ງຈະສາມາດເລີ່ມດຳເນີນຂະບວນການຜະລິດໄດ້.
4.2. ຂັ້ນຕອນການອອກໃບອະນຸຍາດໃຫ້ປ່ອຍສານມົນລະພິດ
ອີງຕາມມາດຕາ 43 ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ໃບອະນຸຍາດໃຫ້ປ່ອຍສານມົນລະພິດ ມີອາຍຸ 2 ຫາ 5 ປີ ຕາມແຕ່ລະປະເພດໂຄງການ ແລະ ສາມາດຕໍ່ໄດ້ບົນພື້ນຖານການປະຕິບັດເງື່ອນໄຂ ຕາມໃບອະນຸຍາດໃຫ້ປ່ອຍສານມົນລະພິດ ທີ່ພິຈາລະນາໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມເງື່ອນໄຂໃດໜຶ່ງດັ່ງນີ້:
1) ສໍາລັບ ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຕ່າງໆ ທີ່ບໍ່ມີການປ່ອຍສານມົນລະພິດ ໃນຂະນະດຳເນີນການຜະລິດ, ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ຈະແຈ້ງການໃຫ້ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ສືບຕໍ່ດຳເນີນກິດຈະການຂອງຕົນ ໂດຍສຳເນົານໍາສົ່ງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນ ຫຼວງ ແລະ ຂະແໜງການທີ່ກ່ຽວຂ້ອງຊາບ;
ສໍາລັບ ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຕ່າງໆ ທີ່ມີການປ່ອຍສານມົນລະພິດ ໃນຂະນະດຳເນີນການຜະລິດ, ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ຈະແຈ້ງໃຫ້ເຈົ້າຂອງໂຄງການ ຫຼື ຜູ້ປະກອບການສ້າງແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດໃຫ້ສຳເລັດ ພາຍໃນ 90 ວັນລັດຖະການ ແລະ ດໍາເນີນການເສຍຄ່າປ່ອຍປະລິມານມົນລະພິດ ທີ່ເກີດຈາກສານເຄມີເປັນພິດ ດັ່ງໃນລະບຽບການຈະໄດ້ກຳນົດສະເພາະ, ໃນກໍລະນີທີ່ບໍ່ປະຕິບັດຕາມ, ເຈົ້າຂອງໂຄງການ ຫຼື ຜູ້ປະກອບການນັ້ນຈະຖືກປະຕິບັດມາດຕະການຕ່າງໆ ທີ່ກຳນົດໄວ້ໃນມາດຕາ 92, 93, 94, 95, 96 1) ແລະ 97 ຂອງ ກົດໝາຍ ວ່າດ້ວຍ ການປົກປັກຮັກສິ່ງແວດ ລ້ອມ ສະບັບປັບປຸງ;
2) ແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ລວມມີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂເຫດການສຸກເສີນທີ່ອາດຈະເກີດຂຶ້ນຕ້ອງຖືກທົບທວນ ແລະ ພິຈາ ລະນາຮັບຮອງ ພາຍໃນບໍ່ເກີນ 60 ວັນລັດຖະການ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບ ຂະແໜງ ການທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ພ້ອມທັງແຈ້ງຜົນການພິຈາລະນາ ໃຫ້ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຊາບຢ່າງເປັນລາຍລັກອັກສອນ ເພື່ອປະຕິບັດ.
ສຳລັບ ເຈົ້າຂອງໂຄງການ ຫຼື ຜູ້ປະກອບການຕ່າງໆ ທີ່ກຳລັງເຄື່ອນໄຫວ ການກໍ່ສ້າງ ຫຼື ການດຳເນີນໂຄງການ ແຕ່ຍັງບໍ່ທັນໄດ້ຮັບໃບອະນຸຍາດໃຫ້ປ່ອຍສານມົນລະພິດ ກ່ອນການບັງຄັບໃຊ້ບົດແນະນໍາສະບັບນີ້ ໃຫ້ປະຕິບັດດັ່ງນີ້:
ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ດ້ານອຸດສາຫະກຳ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ພື້ນຖານໂຄງລ່າງ ແລະ ການບໍລິການ, ແລະ ສາທາລະນະສຸກ ທີ່ມີຈຸດເປົ້າໝາຍເປັນບ່ອນດຳເນີນໂຄງການ ຫຼື ກິດຈະການ ທີ່ຕັ້ງຢູ່ບັນດາແຂວງທົ່ວປະເທດ ຕ້ອງແຈ້ງຂໍ້ມູນກ່ຽວກັບບັນຊີລາຍການສານເຄມີເປົ້າໝາຍ ທີ່ເປັນວັດຖຸດິບ ແລະ ປະລິມານ ດັ່ງລາຍລະອຽດທີ່ໄດ້ລະບຸໄວ້ໃນຂໍ້ 1 ຫາ ຂໍ້ 10 ຂອງ ວັກ ກ ໃນຂໍ້ 4.1 ຂອງບົດແນະນໍາສະບັບນີ້ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ 1) ແວດລ້ອມແຂວງ, ນະຄອນຫຼວງ ທີ່ຢູ່ໃນຂົງເຂດທ້ອງຖິ່ນຕົນ ເພື່ອສັງລວມ ແລະ ຂຶ້ນບັນຊີທີ່ຕ້ອງການຄວບຄຸມ ແລ້ວສົ່ງໃຫ້ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃນ 90 ວັນລັດຖະການ ຫຼັງຈາກບົດແນະນໍາສະບັບນີ້ ມີຜົນສັກສິດໃນການບັງຄັບໃຊ້;
4.3 ຂັ້ນຕອນໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ
ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ທີ່ດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການ ເຊັ່ນ: ອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ຫຼື ກິດຈະການອື່ນ ຕ້ອງການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຫຼັງຈາກໄດ້ຮັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດໃຫ້ປ່ອຍສານມົນລະພິດ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
1) ຂໍຂຶ້ນທະບຽນການປ່ອຍສານມົນລະພິດ ແລະ ເຄື່ອນຍ້າຍປະລິມານມົນລະພິດ;
2) ປະຕິບັດຕາມໃບອະນຸຍາດໃຫ້ປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ດັ່ງໃນລະບຽບການກຳນົດສະເພາະ;
3) ດໍາເນີນການປະເມີນຕິດຕາມກວດກາ ແລະ ແຈ້ງລາຍງານປະລິມານມົນລະພິດ ທີ່ຈະປ່ອຍອອກສູ່ອາກາດ, ດິນ ແລະ ນໍ້າ ໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢ່າງປົກກະຕິ;
4)ຄວບຄຸມການປ່ອຍປະລິມານມົນລະພິດ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງ1) ຊາດ;
5) ສ້າງແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
6) ປະຕິບັດການເສຍຄ່າປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ດັ່ງໃນລະບຽບການກຳນົດສະເພາະ;
7) ຈັດຕັ້ງປະຕິບັດມາດຕະການຄວບຄຸມສານມົນລະພິດ ແລະ ປະລິມານມົນລະພິດ ທີ່ຈະປ່ອຍອອກສູ່ ອາກາດ, ດິນ ແລະ ນໍ້າ ເປັນໄປຕາມແຜນຄວບຄຸມ ແລະ ຕິດຕາມກວດກາການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດຕາມທີ່ໄດ້ກຳນົດໄວ້.
4.4 ຂັ້ນຕອນການຂໍຂຶ້ນທະບຽນການປ່ອຍສານມົນລະພິດ
ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ ທີ່ດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການ ເຊັ່ນ: ອຸດສາຫະກໍາ, ກະສິກໍາ ແລະ ບໍ່ແຮ່ ຫຼື ກິດຈະການອື່ນ ທີ່ຕ້ອງການຂໍຂຶ້ນທະບຽນການປ່ອຍສານມົນລະພິດ ແລະ ເຄື່ອນຍ້າຍມົນລະພິດ ໃຫ້ປະຕິບັດດັ່ງນີ້:
1) ແຈ້ງລາຍການ ປະເພດສານເຄມີເປົ້າໝາຍທີ່ເກັບໄວ້ ໃນສະຖານທີ່ປະ ກອບກິດຈະການ;
2) ຄິດໄລ່ປະລິມານສານເຄມີທີ່ເກັບໄວ້;
3) ແຈ້ງຈຸດປ່ອຍສານເຄມີ ຫຼື ສານມົນລະພິດ ແລະ ປະລິມານມົນລະພິດ ທີ່ນໍາອອກນອກສະຖານທີ່ປະກອບກິດຈະການ;
4)ປະເມີນປະລິມານການປ່ອຍສານເຄມີ ຫຼື ສານມົນລະພິດ ແລະ ເຄື່ອນ1) ຍ້າຍມົນລະພິດ;
5) ສົ່ງບົດລາຍງານກ່ຽວກັບການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ແລະ ເຄື່ອນຍ້າຍ ໃຫ້ກົມຄວບຄຸມມົນລະພິດ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ.
ພາກທີ V
ອົງການຄວບຄຸມມົນລະພິດ
5.1. ໜ້າທີ່ ແລະ ຄວາມຮັບຜິດຊອບ
ເພື່ອດຳເນີນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ, ອົງການຄວບຄຸມມົນລະພິດ ມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:
1. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມຄວບຄຸມມົນລະພິດ;
1.1 ເປັນຜູ້ຮັບຜິດຊອບໂດຍກົງ ທັງເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງທັງ ສູນກາງ ແລະ ທ້ອງຖິ່ນ ໃນການຄົ້ນຄ້ວາ ກໍານົດນະໂຍບາຍ, ວາງແຜນຍຸດທະສາດ, ລະບຽບການ ແລະ ມາດຕະການໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
1.2 ສ້າງນິຕິກຳ, ບົດແນະນໍາ ລວມທັງປື້ມຄູ່ມືດ້ານວິຊາການຕ່າງໆທີ່ຕິດພັນກັບຂະບວນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເພື່ອນໍາໃຊ້ໃນຂອບເຂດທົ່ວປະເທດ;
1.3 ຊີ້ນໍາການຈັດຕັ້ງປະຕິບັດ ວຽກງານການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນຂອບເຂດທົ່ວປະເທດ;
1.4 ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ພາກທຸລະກິດທີ່ປະກອບການອຸດສາຫະກຳຂະໜາດໃຫຍ່ ຫຼື ກິດຈະການທີ່ມີຫຼາຍຫຸ້ນສ່ວນ ສ້າງ ແລະ ບໍາລຸງຮັກສາສິ່ງອຳນວຍຄວາມສະ ດວກ ສຳລັບ ການວິໄຈທີ່ມີຄຸນນະພາບມາດຕະຖານສາກົນ;
1.5 ພັດທະນາຄວາມສາມາດ ແລະ ເອື້ອອຳນວຍຄວາມສະດວກໃນພາກທຸລະກິດ ເພື່ອຮັບຜິດຊອບການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໂດຍໃຫ້ປະຕິບັດຕາມເງື່ອນ ໄຂສຳຄັນດັ່ງນີ້:
1.5.1. ລາຍງານຂໍ້ມູນ ໃຫ້ຖືກຕ້ອງ ແລະ ຊັດເຈນ;
1.5.2. ກ່ອນນໍາໃຊ້ຂໍ້ມູນ ຄວນດໍາເນີນການໄຈ້ແຍກ, ວິເຄາະ ໃຫ້ຖືກຕ້ອງ;
1.5.3. ມີລະບົບການຮັບປະກັນຄຸນນະພາບ ແລະ ການຄວບຄູມຄຸນນະພາບ(QA/QC);
1.5.4. ມີຕ່ອງໂສ້ ໃນການຮັກສາ ແລະ ຄວບຄຸມ;
1.5.5. ມີລະບຽບການຢັ້ງຢືນຈາກຫ້ອງວິໄຈ ແລະ ການວິໄຈ;
1.5.6. ມີນັກວິຊາການທີ່ມີປະສົບການ ໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
1.5.7. ມີທຶນ, ອຸປະກອນ ແລະ ເຕັກໂນໂລຊີ ທີ່ເໝາະສົມ ສຳລັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ; ແລະ
1.5.8. ມີຈັນຍາບັນດ້ານມົນລະພິດທີ່ເກີດຈາກສານເຄມີເປັນພິດ;
1.6 ສ້າງຄວາມອາດສາມາດດ້ານວິຊາການ ໃຫ້ພະນັກງານຂອງ ຂະ ແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທັງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເພື່ອລາຍງານສະພາບການດັ່ງກ່າວ ໃຫ້ແກ່ລັດຖະບານໃນແຕ່ລະໄລຍະ;
1.7 ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນ ສປປ ລາວ ເປັນແຕ່ລະໄລຍະ;
1.8 ເປັນໃຈກາງ ປະສານສົມທົບກັບ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ທີ່ກ່ຽວຂ້ອງກັບຂະບວນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິ ມານມົນລະພິດ;
1.9 ເຂົ້າຮ່ວມກອງປະຊຸມປຶກສາຫາລື ຂັ້ນແຂວງ, ນະຄອນຫຼວງ, ເມືອງ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ;
1.10 ພິຈາລະນາ ແລະ ດໍາເນີນການແກ້ໄຂບັນຫາມົນລະພິດຕາມຄໍາສະເໜີ, ຄຳຮ້ອງຟ້ອງໂດຍ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນຕາມວິທີການ ຂັ້ນຕອນ ແລະ ຫຼັກການວິທະ ຍາສາດ;
1.11 ສ້າງບັນຊີສານເຄມີເປົ້າໝາຍ ທີ່ຈໍາເປັນ ແລະ ບັນຊີແຫຼ່ງມົນລະພິດ ສຳລັບ ການຄວບຄຸມສານມົນລະພິດ ແລະ ປະລິມານມົນລະພິດ;
1.12 ໝູນໃຊ້ມາດຕະຖານດ້ານເຕັກນິກ ເພື່ອລົງມືປະຕິບັດຕົວຈິງໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ທີ່ເປັນຂະບວນການໄລຍະຍາວ;
1.13 ສ້າງຄູຝຶກ ໃຫ້ມີປະສິດທິພາບ ໃນການຈັດຕັ້ງປະຕິບັດ ບົດແນະນໍາສະບັບນີ້;
1.14 ພົວພັນ ແລະ ຮ່ວມມືພາຍໃນ ແລະ ສາກົນ ລວມທັງພາກເອກະຊົນທີ່ດຳເນີນທຸລະກິດ ແລະ ຜູ້ປະກອບກິດຈະການຕ່າງໆ ທີ່ຕິດພັນກັບການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິ ມານມົນລະພິດ;
1.15 ສະເໜີໃຫ້ອົງການທີ່ກ່ຽວຂ້ອງ ອອກຄໍາສັ່ງໂຈະ ຫຼື ຍົກເລີກກິດ ຈະການທີ່ກໍ່ໃຫ້ເກີດບັນຫາມົນລະພິດ.
2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ;
2.1 ເປັນໃຈກາງ ປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງ ຂັ້ນແຂວງ, ນະຄອນຫຼວງ ເພື່ອຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຈາກໂຄງການ ແລະ ຜູ້ປະກອບການຕ່າງໆ ທີ່ຢູ່ໃນຂົງເຂດທ້ອງຖິ່ນຂອງຕົນ;
2.2 ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງ, ລະບຽບການ, ບົດແນະນໍາ ລວມທັງຄູ່ມືດ້ານ ວິຊາການຕ່າງໆ ໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຈາກໂຄງການລົງທືນ ແລະ ຜູ້ປະກອບການຕ່າງໆ ທີ່ຢູ່ໃນຂົງເຂດທ້ອງຖິ່ນຂອງຕົນ;
2.3 ເປັນໃຈກາງປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ ກຊສ ໃນການລົງສຳຫຼວດເກັບກຳຂໍ້ມູນ ໃນຂອບເຂດແຂວງ, ນະຄອນ ຫຼວງ ກ່ຽວກັບ ສະພາບການປ່ອຍສານມົນລະພິດ ແລະ ປະລິ ມານມົນລະພິດ ເພື່ອດຳເນີນຂະບວນການແກ້ໄຂບັນຫາມົນລະພິດທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນ;
2.4 ໂຄສະນາເຜີຍແຜ່ລະບຽບ, ກົດໝາຍ ກ່ຽວກັບການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃຫ້ປະຊາຊົນເຂົ້າໃຈ ແລະ ມີສ່ວນຮ່ວມຈັດຕັ້ງປະຕິບັດຢ່າງຕັ້ງໜ້າ;
2.5 ສຶກສາ ແລະ ຍົກລະດັບຄວາມຮູ້ດ້ານວິຊາການ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເພື່ອສ້າງຈິດສຳນຶກໃຫ້ແກ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ພາຍໃນ ແຂວງ, ນະຄອນຫຼວງ;
2.6 ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຂອງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ແລະ ເທດສະບານ;
2.7 ຮັບຄໍາສະເໜີ, ຄຳຮ້ອງຟ້ອງ ແລະ ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ, ນະຄອນຫຼວງ ເພື່ອພິຈາລະນາ ແລະ ແກ້ໄຂບັນຫາມົນລະພິດ;
2.8 ເກັບກໍາ, ສັງລວມ, ສຶກສາຄົ້ນຄ້ວາ, ວິໄຈຂໍ້ມູນ ແລະ ສ້າງບົດລາຍງານ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ລວມມີການກໍານົດວິທີການປ້ອງກັນ, ຄວບຄຸມ, ແກ້ໄຂ, ບູລະນະຟື້ນຟູສິ່ງແວດລ້ອມ ເພື່ອປະກອບສ່ວນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ, ນະຄອນຫຼວງ;
2.9 ລາຍງານການຈັດຕັ້ງປະຕິບັດ ວຽກງານກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃນແຕ່ລະໄລຍະ ໃຫ້ອົງການປົກຄອງ ແຂວງ, ນະຄອນຫຼວງ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປົກກະຕິ.
3. ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ;
ເປັນໃຈກາງ ໃນການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ເທດສະບານ ເພື່ອຈັດຕັ້ງປະຕິບັດມາດຕະການ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດໃນຂັ້ນຂອງຕົນ;
3.1 ຈັດຕັ້ງປະຕິບັດແຜນການ, ໂຄງການ, ຄໍາສັ່ງ, ບົດແນະນໍາ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຈາກຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເທິງທັດຕົນວາງອອກ;
3.2 ເປັນໃຈກາງ ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ພ້ອມທັງ ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນການລົງສຳຫຼວດເກັບກຳຂໍ້ມູນໃນຂອບເຂດເມືອງ/ເທດສະ ບານຂອງຕົນ ກ່ຽວກັບ ສະພາບມົນລະພິດ ເພື່ອດຳເນີນຂະບວນການແກ້ໄຂບັນຫາມົນລະພິດທີ່ເກີດຂຶ້ນ ຫຼື ອາດຈະເກີດຂຶ້ນ;
3.3 ເປັນເຈົ້າການ ປ້ອງກັນ, ຄວບຄຸມ, ຕິດຕາມກວດກາ, ແກ້ໄຂ ບັນດາຜູ້ປະກອບການທີ່ກໍ່ໃຫ້ເກີດມົນລະພິດ ແລະ ປະລິມານມົນລະພິດ ໃນຂັ້ນເມືອງ;
3.4 ເຜີຍແຜ່ລະບຽບກົດໝາຍ ກ່ຽວກັບ ການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ, ສຶກສາອົບຮົມ ແລະ ສ້າງຈິດສໍານຶກ ດ້ານວິຊາການໃນການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດໃຫ້ແກ່ປະຊາຊົນ ແລະ ພາກສ່ວນຕ່າງໆ ພາຍໃນເມືອງ ແລະ ເທດສະບານ;
3.5 ປຶກສາຫາລື ແລະ ແກ້ໄຂບັນຫາມົນລະພິດ ຮ່ວມກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການ ທີ່ກ່ຽວຂ້ອງພາຍໃນເມືອງ ແລະ ເທດສະບານ;
3.6 ຮັບຄໍາສະເໜີ, ຄຳຮ້ອງຟ້ອງ ແລະ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ເທດສະບານ ເພື່ອພິຈາລະນາ ແລະ ແກ້ໄຂບັນຫາມົນລະພິດ;
3.7 ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ປັບປຸງ, ດັດແກ້, ໂຈະ ຫຼື ຍົກເລີກກິດຈະການໃດໜຶ່ງ ພາຍໃນເມືອງ, ເທດສະບານ ທີ່ກໍ່ໃຫ້ເກີດຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ;
3.8 ເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ພ້ອມທັງລາຍງານສະພາບມົນລະພິດເປັນແຕ່ລະໄລຍະໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ ຢ່າງປົກກະຕິ.
4. ຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ.
4.1 ຂະແໜງການ ແລະ ພາກສ່ວນອື່ນ ເປັນຕົ້ນ ຂະແໜງການອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ການກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່ ລວມທັງອົງການປົກຄ້ອງທ້ອງຖິ່ນ ຂອງຂະແໜງການເຫຼົ່ານີ້ເຂົ້າຮ່ວມການຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ຕາມຄວາມຮັບຜິດຊອບຂອງຕົນ;
4.2 ເຂົ້າຮ່ວມກອງປະຊຸມວິຊາການ ແລະ ກອງປະຊຸມປຶກສາຫາລືໃນຂັ້ນຕ່າງໆ ເພື່ອກຳນົດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາມົນລະພິດ ທີ່ທຸກພາກສ່ວນສັງຄົມພວມຮຽກຮ້ອງຕ້ອງການ.
5. ເຈົ້າຂອງໂຄງການ ຫຼື ຜູ້ປະກອບການ
ເພື່ອຄວບຄຸມການປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ເຈົ້າຂອງໂຄງການ ແລະ ຜູ້ປະກອບການ ມີໜ້າທີ່ ແລະ ຄວາມຮັບຜິດຊອບດັ່ງນີ້:
5.1 ບໍາບັດ ກ່ອນປ່ອຍສານມົນລະພິດ ແລະ ປະລິມານມົນລະພິດ ໃຫ້ຢູ່ໃນເກນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ/ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ຕັ້ງແຕ່ເລີ່ມການດຳເນີນການອອກສູ່ພື້ນທີ່ເປົ້າໝາຍຮອງຮັບໄດ້ແກ່: ໜອງບຶງທຳມະຊາດ ຫຼື ມະນຸດສ້າງຂຶ້ນ, ທົ່ງນາ, ສະຖານທີ່ສາທາລະນະ ແລະ ຫ້ວຍນໍ້າລໍາເຊເປັນຕົ້ນ;
5.2 ເກັບມ້ຽນ ແລະ ເຄື່ອນຍ້າຍສານມົນລະພິດ ແລະ ປະລິມານມົນລະພິດ ໃຫ້ຖືກຫຼັກວິຊາການ;
5.3 ຄວບຄຸມການລັກລອບນໍາເຂົ້າສານເຄມີ ຫຼື ສານທີ່ກໍ່ໃຫ້ເກີດມົນລະພິດມາໃຊ້ໃນກິດຈະກໍາທີ່ບໍ່ຖືກຕ້ອງກັບວັດຖຸປະສົງ; ແລະ
5.4 ນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ ນັບຕັ້ງແຕ່ເລີ່ມດຳເນີນຂະບວນການຜະລິດ ເພື່ອຫຼຸດຜ່ອນການໃຊ້ວັດຖຸດິບ ແລະ ພະລັງງານ, ຫຼຸດຜ່ອນການເກີດສານມົນລະພິດ ແລະ ປະລິມານມົນລະພິດ;
ພາກທີ VI
ການຕິດຕາມ ແລະ ການລາຍງານ
6.1 ການຕິດຕາມ ແລະ ການລາຍງານດ້ວຍຕົນເອງ ຂອງ ຜູ້ປະກອບການ ທີ່ກໍ່ໃຫ້ເກີດມົນລະພິດ ແລະ ການຄວບຄຸມມົນລະພິດ ເກີດຈາກສານເຄມີເປັນພິດ ທີ່ຕ້ອງການໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ ສຳລັບ ດຳເນີນ ໂຄງການຕາມ ຂໍ້ຕົກລົງ ຂອງ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 8056/ກຊສ ລົງວັນທີ 17 ທັນວາ 2013 ໃຫ້ປະຕິບັດດັ່ງນີ້:
1) ຜູ້ປະກອບການ ທີ່ກໍ່ໃຫ້ເກີດມົນລະພິດມີພັນທະ ໃນການບັນທຶກສານມົນລະພິດ ແລະ ປະລິມານມົນລະພິດ ພ້ອມທັງມາດຕະການຄວບຄຸມສານມົນລະພິດ ແລະ ປະລິມານມົນລະພິດທີ່ຕົນສ້າງຂຶ້ນ;
2) ລວບລວມບົດບັນທຶກ ສຳລັບ 1 ປີ ແລະ ນໍາສົ່ງໃຫ້ອົງການຈັດຕັ້ງທີ່ເປັນຜູ້ອອກໃບອະນຸຍາດໃຫ້ປ່ອຍສານມົນລະພິດ;
3) ການບັນທຶກ ແລະ ການລາຍງານ ຄວນລວມເອົາບັນດາຂໍ້ມູນ ທີ່ອາດບໍ່ທັນໄດ້ແຈ້ງໃນແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ກ່ອນອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຄື:
3.1 ແຈ້ງຊື່ ແລະ ແຫຼ່ງທີ່ເກີດ ຂອງ ສານມົນລະພິດ;
3.2 ແຈ້ງປະລິມານ ຂອງ ສານມົນລະພິດເປັນ ກິໂລກຼາມ ຫຼື ໂຕນຕໍ່ປີ;
3.3 ຄຸນລັກສະນະດ້ານກາຍະພາບ: ທາດແຂງ, ທາດແຫຼວ ຫຼື ທາດອາຍ;
3.4 ສານມົນລະພິດສ່ວນໃຫຍ່ທີ່ເປັນອົງຄະທາດ ຫຼື ອະນົງຄະທາດ;
3.5 ບອກລາຍລະອຽດ ກ່ຽວກັບຄຸນລັກສະນະ ຂອງ ສານມົນລະພິດ;
3.6 ບອກລາຍລະອຽດ ກ່ຽວກັບວິທີການປ້ອງກັນ, ຄວບຄຸມ, ຫຼຸດຜ່ອນ ແລະ ບູລະນະຟື້ນຟູ;
3.7 ແຈ້ງລາຍຊື່ຂອງຜູ້ປະກອບການ.
ອົງການຈັດຕັ້ງທີ່ກ່ຽວຂ້ອງຈະອອກລະບຽບການສະເພາະ ໃນການອອກໃບອະນຸຍາດໃຫ້ພາກສ່ວນອຸດສາຫະກຳຂະໜາດໃຫຍ່ ຫຼື ຜູ້ປະກອບການທີ່ມີຫຼາຍຫຸ້ນສ່ວນ. ສໍາລັບ ການຈ່າຍຄ່າທໍານຽມໃນການຕິດຕາມກວດກາແມ່ນຂຶ້ນກັບຂະໜາດ ແລະ ຄວາມອາດເປັນໄປໄດ້ຂອງຜົນກະທົບຂອງບັນດາອຸດສາຫະ ກຳ ແລະ ລັກສະນະຂອງສະພາບແວດລ້ອມທີ່ຮອງຮັບ.
6.2 ການປະຕິບັດໃນກໍລະນີສຸກເສີນ
ອົງການຄວບຄຸມມົນລະພິດ ເປັນເຈົ້າການ ປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ລວມທັງພາກເອກະຊົນ ແລະ ປະຊາຊົນ ກໍານົດເຂດຄວບຄຸມມົນລະພິດ ເນື່ອງຈາກເຫດການອຸປະຕິເຫດ ຫຼື ເຫດການສຸກເສີນທີ່ສ້າງມົນລະພິດທາງອາກາດ, ທາງດິນ ແລະ ທາງນໍ້າ ທີ່ຮ້າຍແຮງປົນເປື້ອນ ແລະ ຕົກຄ້າງສະສົມ, ເພື່ອສະກັດກັ້ນ ບໍ່ໃຫ້ມົນລະພິດກະຈາຍອອກສູ່ວົງກວ້າງ, ເກັບກໍາຕົວຢ່າງທາງດ້ານຟີຊິກຈາກສະຖານທີ່ເກີດເຫດ, ກໍານົດວິທີການບັນເທົາ, ແກ້ໄຂ, ແລະ ຟື້ນຟູ.
ອົງການຄວບຄຸມມົນລະພິດ ຈະມີສິດໃນການຢຸດສະຫງັກ/ຍົກເລີກບັນດາຜູ້ປະກອບການ ຂອງໂຄງການລົງທືນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ແຈ້ງໃຫ້ອົງການທີ່ເປັນຜູ້ອະນຸຍາດການລົງທຶນໃຫ້ດຳເນີນການຍົກເລີກ ຫຼື ຢຸດສະຫງັກການດຳເນີນງານທັງໝົດ ຂອງ ໂຄງການລົງທືນ.
6.3 ການລາຍງານ
ອົງການຄວບຄຸມມົນລະພິດ ປະຕິບັດໜ້າທີ່ ຕິດຕາມກວດກາ ປະເມີນ ແລະ ລາຍງານການເຄື່ອນໄຫວ ກ່ຽວກັບ ວຽກງານການຄວບຄຸມມົນລະພິດ ທຸກໆ 3 ປີ ຢ່າງເປັນປົກກະຕິ.
ຖ້າມີເຫດການອຸປະຕິເຫດ ຫຼື ເຫດການສຸກເສີນ ທີ່ພົວພັນກັບບັນຫາມົນລະພິດທາງອາກາດ, ດິນ ແລະ ນໍ້າ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຢ່າງຮຸນແຮງ, ອົງການຄວບຄຸມມົນລະພິດ ສົມທົບກັບຜູ້ປະກອບການນັ້ນໆ ຕ້ອງເຮັດລາຍງານສະເພາະ ພາຍໃນ 24 ຊົ່ວໂມງ ນັບຕັ້ງແຕ່ຮັບຮູ້ເຫດການເຫຼົ່ານັ້ນເກີດຂຶ້ນໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນແຕ່ລະຂັ້ນທີ່ກ່ຽວຂ້ອງຮັບຊາບຢ່າງທັນການ.
ເຈົ້າຂອງໂຄງການ ຫຼື ຜູ້ປະກອບການທີ່ກໍ່ໃຫ້ເກີດ ຫຼື ອາດກໍ່ໃຫ້ເກີດມົນລະພິດທາງອາກາດ, ທາງດິນ ແລະ ທາງນໍ້າ ຕ້ອງສ້າງ ແລະ ນໍາສົ່ງບົດລາຍງານເປັນແຕ່ລະໄລຍະເວລາ ເຊັ່ນ: ປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ ແລະ ປະຈຳປີຕາມທີ່ລະບຸໄວ້ໃນໃບອະນຸຍາດໃຫ້ປ່ອຍສານມົນລະພິດ ໃຫ້ອົງການຄວບຄຸມມົນລະພິດໃນແຕ່ລະຂັ້ນ;
ບົດລາຍງານຕ້ອງປະກອບດ້ວຍເນື້ອໃນຄື:
1) ຄວາມຄືບໜ້າ,
2) ການລະເມີດ ແລະ ຄວາມບົກຜ່ອງ;
3) ຜົນການຕິດຕາມກວດກາດ້ວຍຕົນເອງ ໃນການຈັດຕັ້ງປະຕິບັດມາດຕະການບໍາບັດ ແລະ ກຳຈັດສານມົນລະພິດ ລວມທັງປະລິມານມົນລະພິດກ່ອນລະບາຍອອກສູ່ອາກາດ, ດິນ ແລະ ນໍ້າ; ແລະ
4) ຄວາມຫຍຸ້ງຍາກທີ່ຜູ້ປະກອບການພົບພໍ້ ໃນໄລຍະການປະຕິບັດມາດຕະການບໍາບັດ ແລະ ກຳຈັດສານມົນລະພິດ ແລະ ປະລິມານມົນລະພິດ ພ້ອມທັງສະພາບອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນ;
ພາກທີ VII
ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ
7.1 ການຈັດຕັ້ງປະຕິບັດ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມອບໃຫ້ກົມຄວບຄຸມມົນລະພິດ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ເປັນໃຈກາງປະສານສົມທົບກັບຂະແໜງ ການຕ່າງໆ ແລະ ອົງການປົກຄອງທ້ອງຖີ່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບົດແນະນຳສະບັບນີ້ ໃຫ້ມີປະສິດທິຜົນ.
7.2 ຜົນສັກສິດ
ບົດແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
[ເຊັນ ແລະ ປະທັບຕາ]
ນູລິນ ສິນບັນດິດ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | Guideline on Pollution Control No. 0745/MoNRE, dated 11 December 2015 | |
2 | ບົດແນະນຳ ກ່ຽວກັບ ການຄວບຄຸມມົນລະພິດ ສະບັບເລກທີ 0745/ກຊສ, ລົງວັນທີ 11 ກຸມພາ 2015 |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.