ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ປະທານປະເທດ            ເລກທີ 028/ປປທ
ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2013

ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍ ອາຍາ
 ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ

-       ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI, ມາດຕາ 67 ຂໍ້ 1;
-       ອີງຕາມ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 034/ສພຊ, ລົງວັນທີ 11 ທັນວາ 2012;
-       ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 04 ມັງກອນ 2013;

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1. ປະກາດໃຊ້ກົດໝາຍ ວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍ ອາຍາ ແລະ ມາດຕາ 75,76 ຂອງກົດໝາຍ ວ່າດ້ວຍຢາເສບຕິດ.

ມາດຕາ2. ລັດຖະດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ປະທານປະເທດແຫ່ງ ສປປ ລາວ
(ເຊັນ ແລະ ປະທັບກາ)

ຈູມມະລີ ໄຊຍະສອນ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ             ເລກທີ   034/ສພຊ

ມະຕິຕົກລົງ
ຂອງ
ສະພາແຫ່ງຊາດ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາ ກົດໝາຍວ່າດ້ວຍ ການປັບປຸງມາດຕາ 146
ຂອງກົດໝາຍອາຍາ ແລະ ມາດຕາ 75,76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ

     ອີງຕາມມາດຕາ 53 ຂໍ້ 2 ຂອງລັດຖະທຳມະນູນ ແລະ ມາດຕາ 3 ຂໍ້ 1 ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ.
    ພາຍຫຼັງທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະ ນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ ໃນວາລະກອງປະຊຸມຕອນບ່າຍຂອງວັນທີ 11 ທັນວາ 2012.

ກອງປະຊຸມໄດ້ຕົກລົງ:

ມາດຕາ 1. ຮັບຮອງເອົາກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າດ້ວຍຢາເສບຕິດ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ມາດຕາ 2. ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2012

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ             ເລກທີ   22/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2012

ກົດໝາຍວ່າດ້ວຍ ການປັບປຸງ
ມາດຕາ 146 ຂອງກົດໝາຍ ອາຍາ ແລະ
ມາດຕາ 75,76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ

ມາດຕາ 1 ຈຸດປະສົງ

     ກົດໝາຍສະບັບນີ້ ກຳນົດອອກ ເພື່ອປັບປຸງເນື້ອໃນມາດຕາ 146 ຂອງກົດໝາຍອາຍາ ສະບັບເລກທີ 12/ສພຊ ລົງວັນທີ 09 ພະຈິກ 2005 ແລະ ເນື້ອໃນມາດຕາ 75,76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ ສະບັບເລກທີ 10/ສພຊ ລົງວັນທີ 25 ທັນວາ 2007.

ມາດຕາ 2 ການປັບປຸງມາດຕາຂອງກົດໝາຍ ອາຍາ ກ່ຽວກັບການຜະລິດ, ຄ້າຂາຍ, ເສບ ຫຼື ມີຢາເສບຕິດ ໄວ້ໃນຄອບຄອງ

     ບຸກຄົນໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີຢາເສບຕິດໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາເສບຕິດ ຜ່ານ ສປປ ລາວ ເຊັ່ນ ເຮໂຣອິນ, ມອກຟີນ, ໂຄເຄນ, ຢາອີ, ຢາບ້າ, ຢາໄອສ໌(Ice), ວັດຖຸເຄມີ ເພື່ອຜະລິດຢາເສບຕິດ, ຝິ່ນ ຫຼື ຄັນຊານັ້ນ ຈະຖືກມາດຕະການດັ່ງນີ້:

1.    ບຸກຄົນຜູ້ໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂຣອິນ, ມອກຟີນ ຫຼື ໂຄເຄນ ຜ່ານ ສປປ ລາວ ເກີນກວ່າ ສູນຈຸດສອງ (0,2) ກຣາມ ຫາ ໜຶ່ງຮ້ອຍ (100) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບ ປີ ຫາ ສິບຫ້າ ປີ ແລະ ຈະຖືກປັບໃໝແຕ່ 50.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍ ອາຍາ.
    ບຸກຄົນຜູ້ໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂຣອິນ, ມອກຟີນ ຫຼື ໂຄເຄນ ຜ່ານ ສປປ ລາວ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີເຮໂຣອິນເກີນກວ່າ ໜຶ່ງຮ້ອຍ (100) ກຣາມ ຫາ ສາມຮ້ອຍ (300) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບຫ້າ ປີ ຫາ ຊາວ ປີ ແລະ ຈະຖືກປັບໃໝແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
    ບຸກຄົນຜູ້ໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂຣອິນ, ມອກຟີນ ຫຼື ໂຄເຄນ ຜ່ານ ສປປ ລາວ ເກີນກວ່າ ສາມຮ້ອຍ(300) ກຣາມ ຫາ ຫ້າຮ້ອຍ(500) ກຣາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ຂ້າງເທິງ
   ບຸກຄົນຜູ້ໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳເຮໂຣອິນ, ມອກຟີນ ຫຼື ໂຄເຄນ ຜ່ານ ສປປ ລາວ ເກີນກວ່າ ຫ້າຮ້ອຍ (500) ກຣາມ ຂຶ້ນໄປ ຈະຖືກລົງໂທດປະ ຫານຊີວິດ.

2.    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຢາອີ, ຢາບ້າ, ຢາໄອສ໌(Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ ສູນຈຸດສາມ(0,3) ກຣາມ ຫາ ໜຶ່ງຮ້ອຍ(100) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫ້າ ປີ ຫາ ສິບ ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຢາອີ,ຢາບ້າ, ຢາໄອສ໌(Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ຢາອີ,ຢາບ້າ, ຢາໄອສ໌(Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ເກີນກວ່າ ໜຶ່ງຮ້ອຍ (100) ກຣາມ ຫາ ຫ້າຮ້ອຍ (500) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບ ປີ ຫາ ຊາວ ປີ ແລະ ຈະຖືກປັບໃໝແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຢາອີ, ຢາບ້າ, ຢາໄອສ໌(Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ ຫ້າຮ້ອຍ(500) ກຣາມ ຫາ ສາມ (3) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຢາອີ, ຢາບ້າ, ຢາໄອສ໌(Ice) ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ ສາມ(3) ກິໂລກຣາມ ຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ.

3.    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີວັດຖຸເຄມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳວັດຖຸເຄມີ ເພື່ອຜະລິດຢາເສບຕິດ ຜ່ານ ສປປ ລາວ ຕ່ຳກວ່າ ຫ້າຮ້ອຍ(500) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫ້າ ປີ ຫາ ສິບ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳວັດຖຸເຄມີ ເພື່ອຜະລິດຢາເສບຕິດ ຜ່ານ ສປປ ລາວ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແຕ່ ຫ້າຮ້ອຍ(500) ກຣາມ ຫາ ໜຶ່ງ(1) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບ ປີ ຫາ ຊາວ ປີ ແລະ ຈະຖືກປັບໃໝແຕ່ 20.000.000 ກີບ ຫາ 50.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳວັດຖຸເຄມີ ເພື່ອຜະລິດຢາເສບຕິດ ຜ່ານ ສປປ ລາວ ເກີນກວ່າ ໜຶ່ງ (1) ກິໂລກຣາມ ຫາ ສິບ(10) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 50.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳວັດຖຸເຄມີ ເພື່ອຜະລິດຢາເສບຕິດ ຜ່ານ ສປປ ລາວ ເກີນກວ່າ ສິບ(10) ກິໂລກຣາມ ຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ. ຂ້າງເທິງ

4.    ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີຝິ່ນໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຝິ່ນ ຜ່ານ ສປປ ລາວ ເພື່ອຄ້າຂາຍ ຈຳນວນຕ່ຳກວ່າ ໜຶ່ງ (1) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງ ປີ ຫາ ເຈັດປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 10.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີຝິ່ນໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຝິ່ນ ຜ່ານ ສປປ ລາວ ເພື່ອຄ້າຂາຍ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີຝິ່ນແຕ່ ໜຶ່ງ(1) ກິໂລກຣາມ ຫາ ສາມ(3) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບ ປີ ຫາ ສິບຫ້າ ປີ ແລະ ຈະຖືກປັບໃໝແຕ່ 15.000.000 ກີບ ຫາ 20.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີຝິ່ນໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຝິ່ນ ຜ່ານ ສປປ ລາວ ເພື່ອຄ້າຂາຍ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີຝິ່່ນ ເກີນກວ່າ ສາມ(3) ກິໂລກຣາມ ຫາ ຫ້າ(5) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບຫ້າ ປີ ຫາ ຊາວ ປີ ແລະ ຈະຖືກປັບໃໝແຕ່ 30.000.000 ກີບ ຫາ 40.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກຜະລິດ, ປຸງແຕ່ງ ຫຼື ມີຝິ່ນໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຝິ່ນ ຜ່ານ ສປປ ລາວ ເພື່ອຄ້າຂາຍ ເກີນກວ່າ ຫ້າ(5) ກິໂລກຣາມ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 50.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ.
     ບຸກຄົນຜູ້ໃດ ຫາກມີແກ່ນຝິ່ນໄວ້ໃນຄອບຄອງ ຄັ້ງທີໜຶ່ງ ຈະຖືກຕຳນິວິຈານຕໍ່ໜ້າມະຫາຊົນ, ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 500.000 ກີບ ແລະ ໃຫ້ທຳລາຍແກ່ນຝິ່ນນັ້ນຖີ້ມ.
     ບຸກຄົນຜູ້ໃດ ຫາກມີແກ່ນຝິ່ນໄວ້ໃນຄອບຄອງ ຄັ້ງທີສອງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງ ປີ, ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ ແລະ ໃຫ້ທຳລາຍແກ່ນຝິ່ນນັ້ນຖີ້ມ.
     ບຸກຄົນຜູ້ໃດ ຫາກປູກຝິ່ນ ຄັ້ງທີໜຶ່ງ ຈະຖືກຕຳນິວິຈານຕໍ່ໜ້າມະຫາຊົນ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ ແລະ ໃຫ້ທຳລາຍຕົ້ນຝິ່ນທີ່ປູກນັ້ນຖີ້ມ.
     ບຸກຄົນຜູ້ໃດ ຫາກປູກຝິ່ນ ຄັ້ງທີສອງ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງ ປີ ຫາ ສາມ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ ແລະ ໃຫ້ທຳລາຍຕົ້ນຝິ່ນທີ່ປູກນັ້ນຖີ້ມ.
     ບຸກຄົນຜູ້ໃດ ຫາກຄ້າຂາຍ ຫຼື ຄອບຄອງ ເບັ້ຍຝິ່ນ ຄັ້ງທີໜຶ່ງ ຈະຖືກຕຳນິວິຈານຕໍ່ໜ້າມະຫາຊົນ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 500.000 ກີບ ແລະ ໃຫ້ທຳລາຍເບັ້ຍຝຝິ່ນນັ້ນຖີ້ມ.
     ບຸກຄົນຜູ້ໃດ ຫາກຄ້າຂາຍ ຫຼື ຄອບຄອງ ເບັ້ຍຝິ່ນ ແຕ່ຄັ້ງທີສອງ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງ ປີ, ຈະຖືກປັບໃໝແຕ່ 500.000 ກີບ ຫາ 3.000.000 ກີບ ແລະ ໃຫ້ທຳລາຍເບັ້ຍຝິ່ນນັ້ນຖີ້ມ. ຂ້າງເທິງ

5.    ບຸກຄົນຜູ້ໃດ ຫາກປູກຄັນຊາເປັນຈຳນວນແຕ່ ສາມ(3) ກິໂລກຣາມ ຫາ ສິບ(10) ກິໂລກຣາມ ຄັນຊາດິບ ເພື່ອຄ້າຂາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງ ປີ ແລະ ຈະຖືກປັບໃໝແຕ່ 500.000 ກີບ ຫາ 5.000.000 ກີບ.
     ບຸກຄົນຜູ້ໃດ ຫາກປູກຄັນຊາເປັນຈຳນວນເກີນກວ່າ ສິບ(10) ກິໂລກຣາມ ຄັນຊາດິບ ຂຶ້ນໄປ ເພື່ອຄ້າຂາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງ ປີ ຫາ ສາມ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ.
     ບຸກຄົນຜູ້ໃດ ຫາກຜະລິດ ຫຼື ມີຄັນຊາແຫ້ງໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຄັນຊາແຫ້ງ ຜ່ານ ສປປ ລາວ ເພື່ອຄ້າຂາຍ ຈຳນວນແຕ່ ຫ້າ(5) ກິໂລກຣາມ ຫາ ສິບ(10) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ປີ ຫາ ເຈັດ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ.
     ບຸກຄົນຜູ້ໃດ ຫາກຜະລິດ ຫຼື ມີຄັນຊາແຫ້ງໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຄັນຊາແຫ້ງ ຜ່ານ ສປປ ລາວ ເພື່ອຄ້າຂາຍ ຈຳນວນ ຕ່ຳກວ່າ ຫ້າ(5) ກິໂລກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫົກເດືອນ ຫາ ສາມ ປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ.
     ບຸກຄົນຜູ້ໃດ ຫາກຜະລິດ ຫຼື ມີຄັນຊາແຫ້ງໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຄັນຊາແຫ້ງ ຜ່ານ ສປປ ລາວ ເພື່ອຄ້າຂາຍ ເປັນອາຈິນ ຫຼື ມີການຈັດຕັ້ງເປັນກຸ່ມ ຫຼື ມີຄັນຊາແຫ້ງເກີນກວ່າ ສິບ(10) ກິໂລກຣາມ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫ້າ ປີ ຫາ ສິບ ປີ ແລະ ຈະຖືກປັບໃໝແຕ່ 20.000.000 ກີບ ຫາ 50.000.000 ກີບ.
     ເຄມີຢາງຄັນຊາ (Tetrahydrocannabinol, Hashish) ແລະ ອະນຸພັນຕ່າງໆ ຂອງເຄມີຢາງຄັນຊາ:

-   ນ້ຳໜັກສຸດທິ ເກີນກວ່າ ສູນຈຸດສາມ(0,3) ກຣາມ ຫາ ຫ້າສິບ(50) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສອງ ປີ ຫາ ສີ່ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 9.000.000 ກີບ.
-   ນ້ຳໜັກສຸດທິ ເກີນກວ່າ ຫ້າສິບ(50) ກຣາມ ຫາ ໜຶ່ງຮ້ອຍ (100) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ຫ້າ ປີ ຫາ ເຈັດ ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 29.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;
-   ນ້ຳໜັກສຸດທິ ເກີນກວ່າ ໜຶ່ງຮ້ອຍ (100) ກຣາມ ຫາ ສອງຮ້ອຍ (200) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບ ປີ ຫາ ສິບສີ່ ປີ ແລະ ຈະຖືກປັບໃໝແຕ່ 30.000.000 ກີບ ຫາ 59.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;
-   ນ້ຳໜັກສຸດທິ ເກີນກວ່າ ສອງຮ້ອຍ (200) ກຣາມ ຫາ ຫ້າຮອຍ(500) ກຣາມ ຈະຖືກລົງໂທດຕັດອິດສະລະພາບແຕ່ ສິບຫ້າ ປີ ຫາ ຊາວ ປີ ແລະ ຈະຖືກປັບໃໝແຕ່ 60.000.000 ກີບ ຫາ 99.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ;
-   ນ້ຳໜັກສຸດທິ ເກີນກວ່າ ຫ້າຮອຍ(500) ກຣາມ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 100.000.000 ກີບ ຫາ 200.000.000 ກີບ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາ. ຂ້າງເທິງ

6.    ບຸກຄົນຜູ້ໃດ ຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາເສບຕິດປອມ ຜ່ານ ສປປ ລາວ ໃຫ້ພິຈາລະນາດັ່ງນີ້:

-   ຜ່ານການວິໄຈ ຫາກເຫັນວ່າມີເຊື້ອຢາເສບຕິດເຈືອປົນກັບທາດອື່ນ ກໍໃຫ້ລົງໂທຕາມນ້ຳໜັກ ແລະ ປະເພດຢາເສບຕິດ ຕາມທີ່ໄດ້ກຳນົດໄວ້ໃນວັກເທິງຂອງມາດຕານີ້;
-   ຜ່ານການວິໄຈ ຫາກເຫັນວ່າບໍ່ມີເຊື້ອຢາເສບຕິດເຈືອປົນຢູ່ນຳນັ້ນ ຜູ້ຊື້ ແລະ ຜູ້ຂາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ປີ ຫາ ຫ້າ ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 10.000.000 ກີບ.

7.    ບຸກຄົນຜູ້ໃດ ຫາກເສບ ຫຼື ມີໄວ້ໃນຄອບຄອງ ເພື່ອເສບ ເຮໂຣອິນ, ມອກຝິ່ນ ຫຼື ໂຄເຄນ ທີ່ມີນ້ຳໜັກແຕ່ ສູນຈຸດສອງ (0,2) ກຣາມ ລົງມາ ຫຼື ຢາອີ, ຢາບ້າ, ຢາໄອສ໌(Ice) ທີ່ມີນ້ຳໜັກແຕ່ ສູນຈຸດສາມ (0,3) ກຣາມ ລົງມາ ຖືວ່າເປັນຜູ້ຖືກເຄາະຮ້າຍ ຊຶ່ງຕ້ອງ ໄດ້ຮັບການປິ່ນປົວ ຫຼື ນຳໄປປິ່ນປົວ ຕາມແຕ່ກໍລະນີ.
     ບຸກຄົນຜູ້ໃດ ມີໄວ້ໃນຄອບຄອງ ເພື່ອເສບ ເຮໂຣອິນ, ມອກຝິ່ນ ຫຼື ໂຄເຄນ ທີ່ມີນ້ຳໜັກເກີນກວ່າ ສູນຈຸດສອງ (0,2) ກຣາມ ຫາ ສອງ(2) ກຣາມ ຖືກລົງໂທດຕັດອິດສະລະພາບແຕ່ ສອງ ປີ ຫາ ສິບ ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 50.000.000 ກີບ.
     ບຸກຄົນຜູ້ໃດ ມີໄວ້ໃນຄອບຄອງ ເພື່ອເສບ ຢາອີ,ຢາບ້າ, ຢາໄອສ໌(Ice) ທີ່ມີນ້ຳໜັກເກີນກວ່າ ສູນຈຸດສາມ (0,3) ກຣາມ ຫາ ສາມ(3) ກຣາມ  ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງ ປີ ຫາ ຫ້າ ປີ ແລະ ຈະຖືກປັບໃໝແຕ່ 10.000.000 ກີບ ຫາ 50.000.000 ກີບ.
     ບຸກຄົນຜູ້ໃດ ຫາກດຳເນີນການບໍລິການສູບຝິ່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມປີ ຫາ ສິບປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ.
     ບຸກຄົນຜູ້ໃດ ຫາກດຳເນີນການບໍລິການສູບຄັນຊາ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ປີ ຫາ ຫ້າ ປີ ແລະ ຈະຖືກປັບໃໝແຕ່ 1.000.000 ກີບ ຫາ 5.000.000 ກີບ.
     ບຸກຄົນຜູ້ໃດ ຫາກສູບຄັນຊາເປັນການເສບຕິດ  ຖືວ່າເປັນຜູ້ຖືກເຄາະຮ້າຍ ຊຶ່ງຕ້ອງໄດ້ຮັບການປິ່ນປົວ ຫຼື ນຳໄປປິ່ນປົວຕາມແຕ່ກໍລະນີ. ຂ້າງເທິງ

ມາດຕາ 3 ການປັບປຸງມາດຕາ 75 ຂອງກົດໝາຍ ວ່າດ້ວຍຢາເສບຕິດ ກ່ຽວກັບມາດຕະການທາງອາຍາ

     ໃນກໍລະນີ ທີ່ມີການຮັບສາລະພາບ ຫຼື ການຊັດທອດ ໂດຍມີຫຼັກຖານ ໜັກແໜ້ນ ຮັດກຸມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ວັກທີ ສີ່ ແລະ ມາດຕາ 36 ວັກທີ ສີ່ ຂອງກົດໝາຍ ວ່າດ້ວຍຢາເສບຕິດ ຜູ້ຮັບສາລະພາບ ຫຼື ຜູ້ຖືກຊັດທອດ ຈະຖືກລົງໂທດຕ່ຳສຸດ ຕາມປະເພດຢາເສບຕິດທີ່ໄດ້ກຳນົດໄວ້ໃນມາດຕາ 146 ຂອງກົດໝາຍອາຍາ ແລະ ຈະຖືກຮິບຊັບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍ ອາຍາ.

ມາດຕາ 4 ການປັບປຸງມາດຕາ 76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ ກ່ຽວກັບມາດຕະການຕໍ່ຜູ້ອອກຢາເສບຕິດແລ້ວ ກັບຄືນມາຕິດໃໝ່

     ຜູ້ອອກຢາເສບຕິດແລ້ວກັບຄືນມາຕິດໃໝ່ ໃຫ້ປະຕິບັດ ດັ່ງນີ້:

-   ເສບຄັ້ງທີໜຶ່ງ ຈະຖືກຕຳນິວິຈານຕໍ່ໜ້າມະຫາຊົນ ແລະ ຈະຖືກປັບໃໝ່ ແຕ່ 100.000 ກີບ ຫາ 300.000 ກີບ;
-   ເສບຄັ້ງທີສອງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນ ຫາ ໜຶ່ງ ປີ ແລະ ຈະຖືກປັບໃໝ ແຕ່ 300.000 ກີບ ຫາ 500.000 ກີບ;
-   ເສບຄັ້ງທີສາມ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງ ປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 5.000.000 ກີບ;

ມາດຕາ 5 ຜົນສັກສິດ

     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບ ວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ ແລະ ປ່ຽນແທນບົດບັນຍັດ ມາດຕາ 146 ຂອງກົດໝາຍ ອາຍາ ແລະ ມາດຕາ 75,76 ຂອງກົດໝາຍວ່າດ້ວຍ ຢາເສບຕິດ.

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 Law on Amendment of Art. 146 of Criminal Law & Art. 75, 76 of Narcotic Law No. 22/NA, dated 11 December 2012 PDF
2 ກົດໝາຍ ວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍ ອາຍາ ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ສະບັບເລກທີ 22/ສພຊ, ລົງວັນທີ 11 ທັນວາ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.