ສາລະບານ

ກ. ຂອບເຂດການຂຶ້ນທະບຽນ ວິສາຫະກິດ (ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ)

ຂ. ການຂຶ້ນທະບຽນວິສາຫະກິດ (ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ ຮັບຜິດຊອບ)

ຄ. ຫຼັກການພື້ນຖານ ຂອງການປະກອບທຸລກະກິດ ຫຼືການສ້າງຕັ້ງວິສາຫະກິດ

ງ. ການຈັດຕັ້ງປະຕິບັດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະການຄ້າ    ເລກທີ 1944 /ອຄ.ທຄວ
ນະຄອນຫຼວງວຽງຈັນ, ວັນທີ 20 ຕຸລາ 2014

ແຈ້ງການ

ເຖິງ :   -  ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ

-  ສະພາການຄ້າ ແລະ ອຸດສາຫະກຳ, ສະມາຄົມ ຫຼື ກຸ່ມທຸລະກິດ

-  ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຢາກສ້າງຕັ້ງວິສາຫະກິດ

ເລື່ອງ :  ຂອບເຂດຄວາມຮັບຜິດຊອບ ໃນການຂຶ້ນທະບຽນວິສາຫະກິດ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ກັບ ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ.

-    ອີງໃສ່ ມະຕິ 3 ສ້າງ ຂອງກົມການເມືອງສູນກາງພັກ
-    ອີງໃສ່ ຂໍ້ 2 ມາດຕາ 206 (ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ -2013
-    ອີງຕາມເນື້ອໃນຈິດໃຈ ຂອງກົດໝາຍວ່າດ້ວຍ ສ່ວຍສາອາກອນ. ຂ້າງເທິງ

     ເພື່ອ 1) ໃຫ້ການຄຸ້ມຄອງທະບຽນວິສາຫະກິດ ເປັນລະບົບ; 2) ເພີ່ມທະວີການກະຈ່າຍວຽກບໍລິການຂຶ້ນທະບຽນວິສາຫະກິດ ບົນພື້ນຖານຄວາມພ້ອມຂອງທ້ອງຖິ່ນ; 3) ຫຼຸດຜ່ອນສະພາບການແຈ້ງການຂຶ້ນທະບຽນວິສາຫະກິດເພື່ອເຮັດທຸລະກິດໃນຫຼາຍກິດຈະການ ໂດຍບໍ່ມີເປົ້າໝາຍທີ່ຊັດເຈນ ເຮັດໃຫ້ການພັດທະນາທຸລະກິດບໍ່ມີເອກະລັກສະເພາະດ້ານ ບໍ່ສາມາດແຂ່ງຂັນ ແລະ ສ້າງຄວາມເຂັ້ມແຂງໄດ້; 4) ທັງເພື່ອເປັນການແກ້ໄຂຄວາມສັບສົນ ໃນການໄປຂຶ້ນທະບຽນວິສາຫະກິດຫຼາຍບ່ອນ ກັບໄປກັບມາ ແລະ ການຊໍ້າຊ້ອນ ລະຫວ່າງ ບັນຊີປະເພດທຸລະກິດ ທີ່ກະຊວງສະຫງວນສິດໄວ້ພິຈາລະນາ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຊາບ ແລະ ຈັດຕັ້ງປະຕິບັດດັ່ງນີ້ :

ກ. ຂອບເຂດການຂຶ້ນທະບຽນ ວິສາຫະກິດ (ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ)

     ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ກະຊວງອຸດສາຫະກໍາ ແລະ ການຄ້າ) ຮັບຜິດຊອບໃນການບໍລິການຂຶ້ນທະບຽນວິສາຫະກິດ ໃນວຽກງານ ແລະ ໃນຂອບເຂດທຸລະກິດ ທີ່ມີຄວາມສຳຄັນ ແລະມີຄວາມອ່ອນໄຫວ ຕໍ່ເສດຖະກິດ ແລະ ສັງຄົມ ດັ່ງນີ້ :

1.   ການກວດກາ ແລະ ອະນຸມັດຊື່ວິສາຫະກິດ ;
2.   ການສ້າງຕັ້ງສາຂາຂອງວິສາຫະກິດ (ນິຕິບຸກຄົນ) ຕ່າງປະເທດ ຢູ່ ສປປ ລາວ;
3.   ການສ້າງຕັ້ງລັດວິສາຫະກິດ ທີ່ລະບຽບກົດໝາຍ ກຳນົດໃຫ້ນາຍົກເປັນຜູ້ອະນຸມັດສ້າງຕັ້ງ;
4.   ການສ້າງຕັ້ງບໍລິສັດມະຫາຊົນ ລວມທັງການປ່ຽນແປງຮູບແບບເປັນ ບໍລິສັດມະຫາຊົນ;
5.   ການສ້າງຕັ້ງວິສາຫະກິດ ໃນປະເພດທຸລະກິດ ທີ່ກ່ຽວຂ້ອງ;

5.1. ການບິນ;
5.2. ການທະນາຄານ (ສຳລັບຮ້ານແລກປ່ຽນເງິນຕາ ແມ່ນໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທີ່ກ່ຽວຂ້ອງ ທີ່ຮ້ານຕັ້ງຢູ່ຂຶ້ນທະບຽນວິສາຫະກິດໃຫ້ ພາຍຫຼັງໄດ້ຮັບອະນຸຍາດຈາກ ຂະແໜງທະນາຄານ);
5.3. ການປະກັນໄພ;
5.4. ການສຶກສາ (ໂຮງຮຽນຊັ້ນສູງຂຶ້ນໄປ);
5.5. ການແພດ (ຄລີນິກ ຂຶ້ນໄປ);
5.6. ການຈັດຫາງານ;
5.7. ການບໍລິການກໍ່ສ້າງ ແລະ ສ້ອມແປງສະຖານີໄຟຟ້າ, ເຂື່ອນໄຟຟ້າ ແລະ ສາຍສົ່ງໄຟຟ້າ ທີ່ມີທຶນຈົດທະບຽນແຕ່ ໜຶ່ງຕື້ກີບຂຶ້ນໄປ;
5.8. ການບໍລິການສຳຫຼວດ ອອກແບບ, ກໍ່ສ້າງ ແລະ ສ້ອມແປງ (ຂົວ, ທາງ, ເຄຫາສະຖານ ແລະ ຊົນລະປະທານ) ທີ່ມີທຶນຈົດທະບຽນ ແຕ່ ສອງຮ້ອຍສີ່ສິບຕື້ ຂຶ້ນໄປ;
5.9. ການບໍລິການຂົນສົ່ງສິນຄ້າ (ບົກ, ນໍ້າ, ອາກາດ) ທີ່ມີທຶນຈົດທະບຽນ ແຕ່ ສິບຕື້ຂຶ້ນໄປ ;
5.10. ການຜະລິດພະລັງງານໄຟຟ້າ (ນໍ້າ, ແສງອາທິດ, ລົມ);
5.11. ການບໍລິການກວດສອບບັນຊີ;
5.12. ການບໍລິການຂຸດຄົ້ນແຮ່ທາດ (ໃຫ້ບໍລິສັດທີ່ໄດ້ຮັບສຳປະທານ);
5.13. ໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ເຄື່ອງຈັກ ຫຼືແຮງງານແຕ່ 201 ແຮງມ້າ/ຄົນ ຂຶ້ນໄປ;
5.14. ການນໍາເຂົ້ານໍ້າມັນເຊື້ອໄຟ ແລະແກັດສ (ບໍ່ໄລ່ແກັດສຫຸງຕົ້ມ);
5.15. ການນຳເຂົ້າພາຫະນະ (ລົດແລ່ນດ້ວຍເຄື່ອງຈັກທຸກປະເພດ);
5.16. ການບໍລິການໃຫ້ເຊົາ ຫຼືຊື້-ຂາຍ ອະສັງຫາລິມະຊັບ;
5.17. ທຸລະກິດ ທີ່ມີແຈ້ງການສະເພາະ ໃຫ້ແຈ້ງຂຶ້ນທະບຽນວິສາຫະກິດ ຢູ່ຂັ້ນກະຊວງ ເຊັ່ນ: ທຸລະກິດ ບໍລິການໃຫ້ຄຳປຶກສາເປັນຕົ້ນ.

     ປະເພດທຸລະກິດ ຕາມຂໍ້ ກ (5) ນີ້ ຈະມີການປ່ຽນແປງໄປ ເພີ່ມ ຫຼື ຫຼຸດ ຕາມເງື່ອນໄຂ ຄວາມຈຳເປັນ ຄວາມພ້ອມຂອງທ້ອງຖິ່ນ ໃນແຕ່ລະໄລຍະ. ຂ້າງເທິງ

ຂ. ການຂຶ້ນທະບຽນວິສາຫະກິດ (ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ ຮັບຜິດຊອບ)

     ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ, ຮັບຜິດຊອບໃນການໃຫ້ບໍລິການ ຂຶ້ນທະບຽນວິສາຫະກິດທັງໝົດ ໃນວຽກງານ ແລະ ຂອບເຂດທຸລະກິດດັ່ງນີ້:

1.   ການລົງບຽນ ໃນປື້ມທະບຽນ ແລະ ອອກໃບຢັ້ງຢືນການລົງທະບຽນ ສ້າງຕັ້ງສາຂາຂອງວິສາຫະກິດ (ນິຕິບຸກຄົນ) ພາຍໃນປະເທດ ເພື່ອຄຸ້ມຄອງການເຄື່ອນໄຫວ ຂອງສາຂາວິສະຫະກິດດັ່ງກ່າວ;
2.   ຮັບຮອງຊື່ວິສາຫະກິດ;
3.   ການສ້າງຕັ້ງລັດວິສາຫະກິດ ທີ່ລົງທະບຽນກົດໝາຍກຳນົດໃຫ້ຂັ້ນແຂວງ (ເຈົ້າແຂວງ ຫຼືເຈົ້າຄອງນະຄອນຫຼວງ  ເປັນຜູ້ອະນຸມັດສ້າງຕັ້ງ);
4.   ການສ້າງຕັ້ງວິສາຫະກິດໃນປະເພດທຸລະກິດ ນອກຈາກທີ່ກ່າວມາໃນຂໍ້ (5) ເທິງນີ້;
5.   ການຂຶ້ນທະບຽນວິສາຫະກິດ ສະເພາະໃດໜຶ່ງ ຕາມການມອບໝາຍຂອງກະຊວງອຸດສາຫະກຳ ແລະ ການຄ້າ  (ຖ້າມີ). ຂ້າງເທິງ

ຄ. ຫຼັກການພື້ນຖານ ຂອງການປະກອບທຸລກະກິດ ຫຼືການສ້າງຕັ້ງວິສາຫະກິດ

     ຫຼັກການພື້ນຖານ ຂອງການປະກອບທຸລະກິດ ຫຼືການສ້າງຕັ້ງວິສາຫະກິດ (ໃນໄລຍະໃໝ່) ແມ່ນ:

1.   ສົ່ງເສີມການປະກອບທຸລະກິດໃນທຸກປະເພດທຸລະກິດ ທີ່ເປັນຫຼັກຕົ້ນຕໍໃດໜຶ່ງ ບວກກັບກິດຈະການ ຫຼື ທຸລະກິດຍ່ອຍທີ່ປິ່ນອ້ອມທຸລະກິດຕົ້ນຕໍ;
2.   ການປະກອບທູລະກິດ ທີ່ຫຼາຍປະເພດທຸລະກິດແຕກຕ່າງກັນ ແມ່ນສົ່ງເສີມໃຫ້ສ້າງຕັ້ງເປັນວິສາຫະກິດ (ບຸກຄົນ ຫຼື ນິຕິບຸກຄົນ) ຕ່າງງຫາກ ແນ່ໃສ່ຫັນວິສາຫະກິດໄປສູ່ການເຮັດທຸລະກິດສະເພາະດ້ານ, ມີເປົ້າໝາຍຊັດເຈນ ງ່າຍແກ່ການຄຸ້ມຄອງຂອງເຈົ້າຂອງທຶນ ແລະ ການເກັບພາສີ-ອາກອນ ຂອງລັດ ທັງເປັນການສ້າງພື້ນຖານ ໃຫ້ແກ່ການສ້າງກຸ່ມບໍລິສັດ ໃຫ້ຖືກຕ້ອງຕາມກົດໝາຍໃນອານາຄົມ (ສຳລັບຮູບແບບບໍລິສັດ);
3.  ການຂຶ້ນທະບຽນວິສາຫະກິດ ຂອງບຸກຄົນ ຫຼືນິຕິບຸກຄົນໜຶ່ງ ເພື່ອດຳເນີນທຸລະກິດ ໃນຫຼາຍປະເພດທຸລະກິດ ທີ່ແຕກຕ່າງກັນ ເປັນສິດຂອງຜູ້ລົງທຶນ ແຕ່ໃນເງື່ອນໄຂຂອງການແບ່ງຂັ້ນຄຸ້ມຄອງ ຕາມມະຕິ 3 ສ້າງນີ້ ຜູ້ລົງທຶນທີ່ຍັງຢາກແຈ້ງຂຶ້ນທະບຽນວິສາຫະກິດ ໂດຍຄວບປະເພດທຸລະກິດຂັ້ນຄຸ້ມຄອງ ທັງຂອງກະຊວງ ແລະ ຂັ້ນແຂວງພ້ອມກັນ ຕ້ອງເປັນເຈົ້າການຮັບຜິດຊອບ ຕໍ່ການຢືນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ໃນແຕ່ລະຂັ້ນຄຸ້ມຄອງ (ຜ່ານລະບົບບໍລິການປະຕູດຽວ ທີ່ອອກແບບມາເປັນກໍລະນີສະເພາະ) ທີ່ໄດ້ກຳນົດໄວ້ໃນແຈ້ງການສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ງ. ການຈັດຕັ້ງປະຕິບັດ

1. ກ່ອນການແຈ້ງຂຶ້ນທະບຽນວິສາຫະກິດ ໃຫ້ຜູ້ລົງທຶນ (ໂດຍສະເພາະຜູ້ລົງທຶນພາຍໃນ)ພິຈາລະນາຢ່າງລະອຽດ ຖີ່ຖ້ວນ ກ່ຽວກັບຮູບການວິສາຫະກິດ ແລະ ຂອບເຂດປະເພດທຸລະກິດທີ່ເໝາະສົມ ເພື່ອເລີ່ມຕົ້ນທຸລະກິດຢ່າງມີເປົ້າໝາຍເໝາະສົມ ກັບຄວາມຮູ້ຄວາມສາມາດ ແລະ ຂອບເຂດທຶນຮອນຂອງຕົນ ເຮັັດໃຫ້ສາມາດສຸມທຸກກຳລັງແຮງພັດທະນາທຸລະກິດ ທີ່ຕົນມີຄວາມພ້ອມກວ່າໝູ່ ໃຫ້ເຂັ້ມແຂງແຂ່ງຂັນໄດ້ມີເອກະລັກ ແລະ ມີຊື່ສຽງ ຄືກັນກັບວິສາຫະກິດຂອງຕ່າງປະເທດ ແລ້ວຄ່ອຍໆຂະຫຍາຍຂອບເຂດໄປຕາມການເຕີບໂຕທີ່ເປັນຈິງຂອງທຸລະກິດ ດັ່ງກ່າວ;
2.    ການແຈ້ງຂຶ້ນທະບຽນວິສາຫະກິດ ເພື່ອເຮັດທຸລະກິດໃນຫຼາຍປະເພດທຸລະກິດ ພ້ອມກັນສາມາດປະຕິບັດໄດ້ (ໂດຍສະດວກ) ຖ້າປະເພດທຸລະກິດທີ່ແຈ້ງຂຶ້ນທະບຽນວິສາຫະກິດນັ້ນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຂັ້ນດຽວກັນ ເຊັ່ນ: ຂັ້ນກະຊວງ ຫຼື ຂັ້ນແຂວງ ຕາມທີ່ກ່າວມາໃນ ຂໍ້ ກ ແລະ ຂໍ້ ຂ ເທິງນີ້;
3.    ໃນກໍລະນີ ບຸກຄົນ ຫຼື ນິຕິບຸກຄົນ ໃດໜຶ່ງ ຫາກມີຄວາມປະສົງ ຢາກເຮັດທຸລະກິດໃນປະເພດທຸລະກິດທຸລະກິດໂດຍມີຂັ້ນກະຊວງ ແລະ ຂັ້ນແຂວງ ຮັບຜິດຊອບຢູ່ນຳກັນ ແມ່ນມອບໃຫ້ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເປັນຜູ້ຂຶ້ນທະບຽນວິສາຫະກິດໃຫ້ ພາຍໃຕ້ຫຼັກການການຮັບປະກັນການປະຕິບັດສິດ, ຄວາມຮັບຜິດຊອບຂອງທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ເນື້ອໃນຈິດໃຈຂອງມະຕິ 3 ສ້າງຂອງກົມການເມືອງສູນກາງພັກ ດັ່ງນີ້:

3.1.   ຜູ້ລົງທຶນ ຕ້ອງປະກອບສຳນວນເອກະສານຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຍືນຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງທີ່ກ່ຽວຂ້ອງ (ແຂວງທີ່ວິສາຫະກິດ ຈະຕັ້ງສຳນັກງານຢູ່) ເພື່ອພິຈາລະນາຕາມຂັ້ນຕອນການປະຕິບັດປົກກະຕິຂອງແຂວງ ດັ່ງກ່າວ, ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງແຂວງດັ່ງກ່າວ ສາມາດພິຈາລະນາໄດ້ ສະເພາະແຕ່ປະເພດທຸລະກິດ ທີ່ຢູ່ໃນຂອບເຂດຂັ້ນຄຸ້ມຄອງຂອງແຂວງ ຕາມທີ່ບົ່ງໄວ້ໃນ ຂໍ້ ຂ ເທິງນີ້ ເທົ່ານັ້ນ; ຂ້າງເທິງ

3.2.   ຫຼັງຈາກເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງທີ່ກ່ຽວຂ້ອງໄດ້ຜ່ານທຸກຂັ້ນຕອນການພິຈາລະນາຂອງຕົນ ເຖິງຂັ້ນຕອນສຸດທ້າຍແລ້ວ ໃນກໍລະນີ:
  -   ປະເພດທຸລະກິດທັງໝົດ ທີ່ສະເໜີແຈ້ງຂຶ້ນທະບຽນວິສາຫະກິດ ໄດ້ຮັບການເຫັນດີທັງໝົດ, ເຮັດໃຫ້ສະໂນດນຳສົ່ງ ພ້ອມທັງສຳນວນເອກະສານຄຳຮ້ອງ ມອບໃຫ້ຜູ້ຢືນຄຳຮ້ອງ ເພື່ອຍືນຕໍ່ເຈົ້າໜ້າທີ່ທະບຽນວິສະຫະກິດ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ.
-   ປະເພດທຸລະກິດທັງຫມົດທີ່ສະເໜີແຈ້ງຂຶ້ນທະບຽນວິສາຫະກິດ ບໍ່ໄດ້ຮັບການເຫັນດີ ໃຫ້ເຈົ້າໜ້າທີທະບຽນວິສາຫະກິດທີ່ກ່ຽວຂ້ອງ ຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນຂອງການປະຕິເສດດັ່ງກ່າວໃຫ້ຜູ້ຢືນຄຳຮ້ອງ ເລີຍ;
-   ບໍ່ເຫັນດີບາງສ່ວນ ກໍ່ໃຫ້ຕອບໂດຍປະຕິບັດ ຕາມຂີດຫຍໍ້ໜ້າຖັດເທິງນີ້, ສໍາລັບສ່ວນທີ່ເຫັນດີ ໃຫ້ປຶກສາກັບຜູ້ລົງທຶນວ່າ: ຍັງສົນໃຈທີ່ຈະເຮັດ ຫຼືບໍ່, ຖ້າສົນໃຈເຮັດແມ່ນໃຫ້ເຮັດສະໂນດນໍາສົ່ງ ພ້ອມສໍານວນເອກະສານຄໍາຮ້ອງ ເພື່ອຍືນຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ;
3.3.   ເມື່ອເຈົ້າຫນ້າທີ່ທະບຽນວິສາຫະກິດຂອງກະຊວງ ໄດ້ຮັບສະໂນດນໍາສົ່ງຈາກ ພະແນກອຸດສາຫະກໍາ ແລະ ການຄ້າ;
3.4.   ແຂວງທີ່ກ່ຽວຂ້ອງ ແລະ ປະເພດທຸລະກິດຂັ້ນກະຊວງຄຸ້ມຄອງ ໄດ້ຜ່ານທຸກຂັ້ນຕອນການພິຈາລະນາແລ້ວ ໃນກໍລະນີ;
  -   ທຸກປະເພດທຸລະກິດ ( ທັງໃນຂັ້ນກະຊວງ ແລະຂັ້ນແຂວງຄຸ້ມຄອງ )ໄດ້ຮັບການເຫັນດີ ແມ່ນໃຫ້ຂື້ນທະບຽນວິສາຫະກິດໃຫ້ຜູ້ຍືນຄຳຮ້ອງ. ປະເພດທຸລະກິດບາງສ່ວນ ບໍ່ໄດ້ຮັບການເຫັນດີ ກໍ່ໃຫ້ຕອບຕາມບົດບັນຍັດຂອງກົດໝາຍ, ສຳລັບສ່ວນທີ່ເຫັນດີ ໃຫ້ປຶກສາກັບຜູ້ລົງທຶນ ວ່າ: ຍັງສົນໃຈທີ່ຈະຕ້ອງເຮັດ ຫຼື ບໍ່, ຖ້າສົນໃຈເຮັດແມ່ນໃຫ້ຂຶ້ນທະບຽນວິສາຫະກິດ ໃນສ່ວນທີ່ໄດ້ຮັບການເຫັນດີ ທັງໃນຂັ້ນແຂວງ ແລະ ກະຊວງ.
  -   ບໍ່ເຫັນດີທັງໝົດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງກະຊວງປຶກສາກັບຜູ້ລົງທຶນ ວ່າ: ຍັງສົນໃຈທີ່ຈະເຮັດໃຫ້ປະເພດທຸລະກິດທີ່ຂັ້ນແຂວງເຫັນດີ ຫຼື ບໍ່, ຖ້າສົນໃຈເຮັດ ແມ່ນໃຫ້ເຮັດສະໂນດພ້ອມສຳນວນເອກະສານຄຳຮ້ອງ ມອບໃຫ້ຜູ້ລົງທຶນໄປຂຶ້ນທະບຽນວິສາຫະກິດນຳແຂວງ ທີ່ກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ. ຂ້າງເທິງ
3.5.   ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ຫາກມີການເພີ່ມກິດຈະການທີ່ກ່ຽວກັບຂັ້ນຄຸ້ມຄອງ ຂອງກະຊວງ ແລະ ແຂວງ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງທີ່ກ່າວມາ ໃນ ຂໍ້ 3 , 3.1, 3.2,  ແລະ 3.3 ເທິງນີ້ ເຊັ່ນ:
  -   ທະບຽນວິສາຫະກິດທີ່ກະຊວງເປັນຜູ້ອອກ ແຕ່ເພີ່ມກິດຈະການທີ່ຢູ່ໃນຂັ້ນແຂວງຮັບຜິດຊອບ ແມ່ນໃຫ້ວິສາຫະກິດ ທີ່ກ່ຽວຂ້ອງຍືນຄຳຮ້ອງປັບປຸງເນື້ອໃນທະບຽນ ນຳເຈົ້າໜ້າທີ່ທະບຽນວິສາຫະກິດແຂວງ ທີ່ກ່ຽວຂ້ອງ ເພື່ອພິຈາລະນາຕາມຂັ້ນຕອນ ແລ້ວສະໂນດສົ່ງໃຫ້ກະຊວງ ເພື່ອປ່ຽນແປງເນື້ອໃນທະບຽນວິສາຫະກິດໃຫ້;
  -   ທະບຽນວິສາຫະກິດ ທີ່ແຂວງໃດຂຶ້ນທະບຽນວິສາຫະກິດໃຫ້ ແຕ່ເພີ່ມກິດຈະການທີ່ຢູ່ໃນຂັ້ນກະຊວງຮັບຜິດຊອບ ແມ່ນໃຫ້ຍືນຄຳຮ້ອງປັບປຸງເນື້ອໃນທະບຽນວິສາຫະກິດ ນໍາເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງກະຊວງເພື່ອພິຈາລະນາ ຕາມຂັ້ນຕອນ ແລ້ວສະໂນດນຳສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທີ່ກ່ຽວຂ້ອງ ເພື່ອປ່ຽນແປງເນື້ອໃນທະບຽນວິສາຫະກິດໃຫ້;
3.6.   ສຳລັບວິສາຫະກິດ ທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ ໃນໄລຍະຜ່ານມາ ຢູ່ຂັ້ນໃດ ຫຼືແຂວງໃດ ກໍ່ໃຫ້ຂັ້ນນັ້ນ ຫຼື ແຂວງນັ້ນ ເປັນຜູ້ສືບຕໍ່ ຂຶ້ນທະບຽນປ່ຽນແປງເນື້ອໃນ ແລະ ຄຸ້ມຄອງໃນລະບົບທະບຽນວິສາຫະກິດຕໍ່ໄປ ແຕ່ການເພີ່ມກິດຈະການໃໝ່ ພາຍຫຼັງແຈ້ງການສະບັບນີ້ປະກາດໃຊ້ ແມ່ນໃຫ້ປະຕິບັດຢ່າງເຂັ້ມງວດ ຕາມຂັ້ນຕອນທີ່ກ່າວມາໃນຂໍ້ 3.4 ເທິງນີ້. ຂ້າງເທິງ

4.   ສຳລັບລັດວິສາຫະກິດ ແມ່ນຂຶ້ນທະບຽນວິສາຫະກິດໃນປະເພດທຸລະກິດ ຕາມການອະນຸມັດຂອງຂັ້ນເທິງ ຂອງແຕ່ລະຂັ້ນ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ;
5.   ການຂຶ້ນທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງນັ້ນ ສາມາດຂຶ້ນທະບຽນວິສາຫະກິດ ໃຫ້ໄດ້ແຕ່ສະເພາະວິສາຫະກິດ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ທ້ອງຖິ່ນຂອງຕົນ ເທົ່ານັ້ນ. ໃນກໍລະນີ ວິສາຫະກິດໃດໜຶ່ງ ຕ້ອງການຍ້າຍທີ່ຕັ້ງສຳນັກງານ ຈາກແຂວງໜຶ່ງ ໄປຕັ້ງຢູ່ອີກແຂວງໜຶ່ງ ຕ້ອງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງຕົ້ນທາງ ເຮັດໃຫ້ສະໂນດ ກ່ຽວກັບ ການຂໍຍ້າຍທີ່ຕັ້ງສຳນັກງານຂອງ ວິສາຫະກິດດັ່ງກ່າວ ມອບໃຫ້ວິສາຫະກິດ ໄປປະສານກັບພະແນກອຸດສາຫະກຳ ແລະ ການຄ້າແຂວງທີ່ກ່ຽວຂ້ອງເພື່ອ ຍື່ນຄຳຮ້ອງປ່ຽນແປງເນື້ອໃນ ແລະ ຂຶ້ນທະບຽນວິສາຫະກິດ ໃຫ້ຖືກຕ້ອງຕາມຂັ້ນຕອນຂອງ ລະບຽບກົດໝາຍ;
6.   ໃຫ້ລົບລ້າງແຈ້ງການ ສະບັບເລກທີ 1701/ອຄ.ທຄວ, ລົງວັນທີ 6 ກັນຍາ 2013 ກ່ຽວກັບບັນຊີປະເພດທຸລະກິດທີ່ຂັ້ນກະຊວງ (ບັນດາກະຊວງ) ສະຫງວນສິດໄວ້ພິຈາລະນາ ກ່ອນອະນຸຍາດໃຫ້ຂຶ້ນທະບຽນວິສາ ຫະກິດ. ການລົບລ້າງແຈ້ງການດັ່ງກ່າວມານີ້ ບໍ່ແມ່ນການລົບລ້າງສິດ ທີ່ບັນດາກະຊວງສະຫງວນໄວ້ພິຈາລະນາ, ແຕ່ປະເພດທຸລະກິດໃດ ທີ່ບັນດາກະຊວງຍັງສະຫງວນສິດໃນການພິຈາລະນາ ກ່ອນການຂຶ້ນທະບຽນວິສາຫະກິດນັ້ນ ແມ່ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຂອງພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ ຮ່ວມກັບ ພະແນກສາຍ ແຂວງທີ່ກ່ຽວຂ້ອງ ຫຼືຄະນະປະສານງານບໍລິການປະຕູດຽວຂັ້ນຂອງຕົນ ປະສານກັບກະຊວງທີ່ກ່ຽວຂ້ອງ ປະຕິບັດໃຫ້ຖືກຕ້ອງຮັບປະກັນຄວາມສະດວກ ແລະ ວ່ອງໄວ. ກໍລະນີມີຄວາມຫຍຸ້ງຍາກ ກໍ່ໃຫ້ປະສານກັບກະ ຊວງດັ່ງກ່າວ ເພື່ອພິຈາລະນາມອບສິດໃຫ້ທ້ອງຖິ່ນ (ໃຫ້ເປັນລວງອັນດຽວກັນ) ຕາມມະຕິ 3 ສ້າງຂອງສູນກາງພັກ; ຂ້າງເທິງ
7.   ໃນຂອບເຂດທີ່ໄດ້ກຳນົດໄວ້ໃນ ຂໍ້ ຂ ແຈ້ງການສະບັບນີ້, ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນຜູ້ພິຈາລະນາ ຕາມເງື່ອນໄຂຄວາມສາມາດຕົວຈິງ ຂອງແຕ່ລະບ່ອນ ອັນໃດຄວນມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທດສະບານ ເປັນຜູ້ຂຶ້ນທະບຽນວິສາຫະກິດ ຕາມເນື້ອໃນຈິດໃຈນະໂຍບາຍ 3 ສ້າງຂອງຂັ້ນເທິງ;
8.   ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕ້ອງເອົາໃຈໃສ່:

-   ເຜີຍແຜ່, ແນະນຳຜູ້ລົງທຶນ ໃຫ້ເຂົ້າໃຈຢ່າງຖືກຕ້ອງ ຕໍ່ຫຼັກການພື້ນຖານຂອງການຂຶ້ນທະບຽນວິສາຫະກິດ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ຕາມຈິດໃຈ ຂອງແຈ້ງການສະບັບນີ້;
-   ຊ່ວຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໃຫ້ມີຄວາມພ້ອມກ່ອນການມອບວຽກບໍລິການຂຶ້ນທະບຽນວິສາຫະກິດໃຫ້ (ເຊັ່ນ: ອຸກະກອນ, ບຸກຄະລາກອນ ແລະ ຄວາມສາມາດດ້ານວິຊາສະເພາະ ໃນການຮັບ ມືກັບວຽກ) ແນ່ໃສ່ຮັບປະກັນປະສິດທິຜົນຂອງວຽກ ແລະ ຄວາມສະດວກສະບາຍ ໃນການໃຫ້ບໍລິການຂຶ້ນທະ ບຽນວິສາຫະກິດ ຮັບໃຊ້ຜູ້ລົງທຶນ ໂດຍສະເພາະປະຊາຊົນບັນດາເຜົ່າຢ່າງເຕັມສ່ວນ. ຂ້າງເທິງ

9.  ຫ້າມເດັດຂາດບໍ່ໃຫ້: 1. ຂຶ້ນທະບຽນວິສາຫະກິດ ຂັດກັບລະບຽບກົດໝາຍ ເຊັ່ນ: ຂໍ້ກຳນົດກ່ຽວກັບທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ, ເງື່ອນໄຂສຳລັບນັກລົງທຶນຕ່າງປະເທດ, ເງື່ອນໄຂຂຶ້ນທະບຽນ ໃນປະພດທຸລະກິດຄວບຄຸມເປັນຕົ້ນ, 2. ຂຶ້ນທະບຽນວິສາຫະກິດ ນອກຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ສ້າງຂັ້ນຕອນເອກະສານ, ເກັບຄ່າ ຫຼື ກະທຳການໃດໆກໍ່ຕາມ ຢູ່ນອກລະບຽບກົດໝາຍ. ໃນກໍລະນີລະເມີດ ຈະຖືກປະຕິບັດວິໄນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 210 ແລະ 214 ກົດໝາຍວ່າດ້ວຍວິສາຫະ ກິດ ສະບັບປັບປຸງ ຢ່າງເຂັ້ມງວດ;
10.  ການຈັດຕັ້ງປະຕິບັດການຂຶ້ນທະບຽນວິສາຫະກິດ ພາຍໃຕ້ຂອບເຂດຕາມແຈ້ງການສະບັບນີ້ ແມ່ນໃຫ້ ເລີ່ມຕົ້ນປະຕິບັດ ນັບແຕ່ວັນທີ 27 ຕຸລາ 2014 ເປັນຕົ້ນໄປ. ໃນກໍລະນີພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງໃດ ຫາກຍັງບໍ່ທັນເຂົ້າໃຈແຈ້ງໃນເລື່ອງໃດ ໃຫ້ປະສານຂໍການຊີ້ນຳ ຫຼື ຄຳປຶກສາລະອຽດ ແລະ ໂດຍກົງນຳກົມທະບຽນ ແລະ ຄຸ້ມຄອງວິສາສະກິດ.
11. ແຈ້ງການສະບັບນີ້ ປ່ຽນແທນ ແຈ້ງການ, ເລກທີ 1617/ອຄ.ທຄວ, ລົງວັນທີ 28 ສິງຫາ 2013 ແລະລົບລ້າງແຈ້ງການ ສະບັບເລກທີ 1707/ອຄ.ທຄວ, ລົງວັນທີ 6 ກັນຍາ 2013 ກ່ຽວກັບການບັນຊີ ປະເພດທຸລະກິດ, ຂະໜາດທຸລະກິດ, ປະເພດວິສາຫະກິດ ແລະ ຮູບແບບບໍລິສັດ ທີ່ຂັ້ນກະຊວງ (ບັນດາກະຊວງ) ສະຫງວນສິດໄວ້ພິຈາລະນາ ກ່ອນອະນຸຍາດໃຫ້ຂຶ້ນທະບຽນວິສາຫະກິດ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ

ຮອງລັດຖະມົນຕີວ່າການກະຊວງການຄ້າ
(ເຊັນ ແລະ ປະທັບກາ)

ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ຂອບເຂດຄວາມຮັບຜິດຊອບ ໃນການຂື້ນທະບຽນວິສາຫະກິດ ລະຫວ່າງ ກະຊວງ ອຄ ແລະ ພະແນກ ອຄ ຂັ້ນແຂວງ, ສະບັບເລກທີ 1944/ອຄ.ທຄວ, ລົງວັນທີ 20 ຕຸລາ 2014 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.