ປະຈຸບັນ ສປປ ລາວ ນຳໃຊ້ ສາລະບານອັດຕາພາສີ ລຸ້ນປີ 2017 ໂດຍສິນຄ້າໄດ້ຖືກຈັດເປັນໝວດ ນຳໃຊ້ລະຫັດສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ (AHTN), ເຊິ່ງສອດຄ່ອງກັບ ສາລະບານລະບົບເອກະພາບ HS Code (Harmonized System) ຂອງ ອົງການພາສີໂລກ (WCO). ສາລະບານອັດຕາພາສີນີ້ ມີຄວາມຈຳເປັນຕ້ອງໄດ້ດັດແກ້ ແລະ ປັບປຸງໃນທຸກໆ 5 ປີ ເພື່ອໃຫ້ສາມາດຕອບສະໜອງການປ່ຽນແປງດ້ານເຕັກໂນໂລຊີ ແລະ ຜະລິດຕະພັນໃໝ່ໆ. 

ສາລະບານອັດຕາພາສີໃນສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ບັນຈຸລະຫັດພາສີ 10 ຕົວເລກ ຊຶ່ງປະກອບມີຂໍ້ມູນອັດຕາພາສີຂາເຂົ້າ ໃນອັດຕາປົກກະຕິ ແລະ ອັດຕາຫຼຸດຜ່ອນ ສຳລັບປີ 2018 ໃນຂອບສັນຍາການຄ້າຕ່າງໆ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ຄື: ອົງການການຄ້າໂລກ (MFN), ສັນຍາການຄ້າຜະລິດຕະພັນອາຊຽນ (ATIGA), ສັນຍາການຄ້າເສລີອາຊຽນ-ຈີນ (ACFTA), ສັນຍາການຄ້າເສລີອາຊຽນ-ເກົາຫຼີ (AKFTA), ສັນຍາການຄ້າເສລີອາຊຽນ-ອິນເດຍ (AIFTA) ແລະ ສັນຍາການຄ້າເສລີ ອາຊຽນ-ອົສຕາລີ ແລະ ນິວຊີແລນ (AANZFTA). ນອກຈາກນີ້ ກໍຍັງປະກອບມີອັດຕາພາສີຂາອອກ ສຳລັບບາງລາຍການສິນຄ້າ ທີ່ໄດ້ລະບຸໄວ້ໃນ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 27 ເມສາ 2012.

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ບັນຈຸສາລະບານອັດຕາພາສີ ລະບົບເອກະພາບລຸ້ນປີ 2017 ທີ່ເປັນຟາຍ PDF ເຊິ່ງທ່ານສາມາດດາວໂຫຼດດ້ວຍການກົດ ບ່ອນນີ້

ທ່ານສາມາດເບິ່ງຂໍ້ມູນອັດຕາພາສີຂາເຂົ້າ ແລະ ຂາອອກ ທີ່ນຳໃຊ້ປະຈຸບັນ ສຳລັບສິນຄ້າແຕ່ລະລາຍການ ໂດຍການໃຊ້ເຄື່ອງມືຄົ້ນຫາ ລຸ່ມນີ້: