ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ       ເລກທີ 1355/ຫສນຍ.ກລຂ
ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2016

ແຈ້ງການ

           ຮຽນ :   - ທ່ານລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້.
                     - ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

           ເລື່ອງ : ການຄຸ້ມຄອງ ແລະ ສົ່ງອອກເຄື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ.

-   ອີງຕາມ ການລາຍງານຂອງທ່ານຮອງນາຍົກລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ 2016.
-   ອີງຕາມ ການຊີ້ນຳ ແລະ ຕົກລົງ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 29 ສິງຫາ 2016. 

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້ :

1). ເຄື່ອງປ່າຂອງດົງ:

1.1.  ສຳລັບເຄື່ອງປ່າຂອງດົງຊະນິດທີ່ເປັນອາຫານ, ເກິດຕາມລະດູການ ແລະ ຊົມໃຊ້ໃນຊີວິດປະຈຳວັນຂອງປະຊາຊົນ ແມ່ນສາມາດຂຸດຄົ້ນໄດ້ຕາມລະດູການ ແລະ ສົ່ງອອກໄດ້ ເປັນຕົ້ນແມ່ນ : ເຫັດ, ດ້ວງ, ແມ້, ນ້ຳເຜິ້ງ, ໝາກກໍ່, ດອກແຂມ, ໜໍ່ໄມ້, ໃບຊາ, ຄັ່ງ, ຂີ້ຊີ, ຍານ, ໝາກຈອງບານ ແລະ ມອບໃຫ້ທ້ອງຖິ່ນຄຸ້ມຄອງໃນການຈັດຕັ້ງປະຕິບັດ.

1.2.  ສຳລັບຊະນິດເຄື່ອງປ່າຂອງດົງທີ່ອະນຸຍາດໃຫ້ສົ່ງອອກໄດ້ ແມ່ນຊະນິດທີ່ບໍ່ສາມາດປຸງແຕ່ງໄດ້ຢູ່ພາຍໃນ, ຊະນິດທີ່ກຳນົດໃນຂໍ້ 1.1 ຂ້າງເທີງນີ້ ແລະ ຊະນິດທີ່ບໍ່ນອນໃນບັນຊີໝວດ I ແລະ ໝວດ II ຂອງດຳລັດ 155/ນຍ. ລົງວັນທີ 30/09/2003 ວ່າດ້ວຍຊັບພະຍາກອນທຳມະຊາດ ທີ່ເປັນຢາ, ແຕ່ຕ້ອງມີແຜ່ນການ ແລະ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນ ແລະ ສົ່ງອອກເປັນແຕ່ລະປີ.

1.3.  ສຳລັບເຄື່ອງປ່າຂອງດົງ ທີ່ສາມາດປຸງແຕ່ງຢູ່ພາຍໃນໄດ້ ແມ່ນສົ່ງເສີ່ມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກເປັນວັດຖຸດິບ ເຊັ່ນ : ໝາກຕາວ, ຫວາຍ, ເຄືອແຮມ ແລະ ຊະນິດເຄື່ອງປ່າຂອງດົງ ທີ່ເປັນອາຫານ ແລະ ເປັນພຶດຢາ ຕາມທີ່ໄດ້ກຳນົດໃນໝວດທີ່ I ແລະ ທີ່ II ຂອງດຳລັດ 155/ນຍ ລົງວັນທີ 30/09/2003 ລວມທັງດອກເຜິ້ງທໍາມະຊາດແມ່ນບໍ່ອະນຸຍາດໃຫ້ສົ່ງອອກ. 

2). ໄມ້ຜະລິດຖ່ານ:

-   ມອບໃຫ້ກະຊວງກະສີກຳ ແລະ ປ່າໄມ້ ຄົ້ນຄ້ວາລະອຽດ ເພື່ອກຳນົດລະບຽບການ ແລະ ກົນໄກກ່ຽວກັບການຄຸ້ມຄອງການຂຸດຄົ້ນໄມ້ເປັນພະລັງງານ ແລະ ຜະລິດຖ່ານ (ລວມທັງຖ່ານດຳ ແລະ ຖ່ານຂາວ) ໃຫ້ດຳເນີນໄປຕາມລະບຽບກົດໝາຍ  ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ, ໃຫ້ຈັດຕັ້ງປະຕິບັດດັ່ງນີ້ :
+ ຖ່ານດຳ ທຸກຊະນິດຫ້າມສົ່ງອອກ (ເພາະບໍ່ທັນມີການຈັດສັນ, ຄຸ້ມຄອງວັດຖຸດິບ, ການຜະລິດຍັງກະແຈກກະຈາຍ ແລະ ຍັງບໍ່ທັນມີການຈັດຕັ້ງການຜະລິດ ຫຼື ຫົວໜ່ວຍທຸລະກິດການຜະລິດທີ່ຖືກຕ້ອງຕາມລະບຽບຫຼັກການເທື່ອ).
+ ຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວ ແມ່ນເຫັນດີໃຫ້ຜະລິດ ແລະ ສົ່ງອອກໄດ້ (ເພາະໄມ້ຕິ້ວເປັນປະເພດໄມ້ທີ່ໃຫຍ່ໄວ້, ມີຫຼາຍ ແລະ ຜ່ານມາລັດຖະບານ ກໍໄດ້ສົ່ງເສີ່ມ ແລະ ຄຸ້ມຄອງ) ແຕ່ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ ພ້ອມດ່ຽວກັນຜູ່ປະກອບການ ຫຼື ບໍລິສັດທີ່ດຳເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ ແລະ ລົງທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນການສຸກຍູ້ ສົ່ງເສີ່ມປະຊາຊົນປູກ ແລະ ຝື້ນຟູໄມ້ຕິ້ວ. 

3). ໄມ້ປູກ:

-   ສຳລັບເຫຍື່ອໄມ້ຈາກໄມ້ປູກ, ໄມ້ເກດສະໜາ, ໄມ້ວິກ ແລະ ໄມ້ກະຖິນນະລົງຈາກສ່ວນປູກ ທີ່ສັບເປັນປ່ຽງນ້ອຍໆ ຫຼື ບົດເປັນຝຸ່ນ; ໄມ້ເລື່ອຍເປັນແຜ່ນ ແລະ ໄມ່ກົມ ທີ່ມີໜ້າຕ່າງບໍ່ເກີນ 12 ຊັງຕີແມັດ ແມ່ນອະນຸມັດໃຫ້ສົ່ງອອກໄດ້.

-    ສຳລັບໄມ້ປູກເປັນຊະນິດໄມ້ພື້ນເມືອງອື່ນໆ (ເຊັ່ນ : ໄມ້ດູ່, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ລວມທັງໄມ້ສັກ.....) ແມ່ນໃຫ້ປຸງແຕ່ງເປັນຜະລິດຕະພັນລຳເສັດຮູບ ຈຶ່ງອະນຸມັດໃຫ້ສົ່ງອອກໄດ້. 

4). ໄມ້ປ່ອງ:

-    ໄມ້ປ່ອງ ແລະ ຜະລິດຕະພັນໄມ້ປ່ອງ ແມ່ນອະນຸຍາດໃຫ້ສົ່ງອອກໄດ້, ແຕ່ໃຫ້ເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ຕາມທີ່ໄດ້ກຳນົດໄວ້ໃນບັນຊີຜະລິດຕະພັນທີ່ອະນຸຍາດສົ່ງອອກຂອງກະຊວງອຸດສາຫະກຳ ແລະ ການຄ້າ. “

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທີງໃຫ້ໄດ້ຮັບຜົນດີ. 

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບກາ )

ເພັດ ພົມພິພັກ

ບ່ອນນໍາສົ່ງ

-    ນາຍົກ-ຮອງນາຍົກລັດຖະມົນຕີ       04 ສະບັບ
-    ຫ້ອງວ່າການສູນກາງພັກ                01 ສະບັບ
-    ເກັບມ້ຽນ                                    08 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Management and Export of Non-Agricultural Forestry Products and Charcoal Woods No. 1355/PSPM.SO, dated 9 September 2016 PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງ ແລະ ສົ່ງອອກເຄື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ ສະບັບເລກທີ 1355/ຫສນຍ.ກລຂ, ລົງວັນທີ 9 ກັນຍາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.