ກະຊວງການເງິນ ໄດ້ອອກ ຂໍ້ກໍານົດເລກທີ 2834/ກງ, ລົງວັນທີ 30 ສິງຫາ 2016, ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານໃນອັດຕາສິບສ່ວນຮ້ອຍ (10%) ຂອງມູນຄ່າເຄື່ອງຂອງຕິດຕົວເພື່ອຊົມໃຊ້ໃນຊີວິດປະຈໍາວັນ ທີ່ບໍ່ມີລັກສະນະທາງການຄ້າ ຜ່ານດ່ານພາສີຊາຍແດນໃຫ້ຖືກຕ້ອງ ແລະ ທັງເປັນການປະຕິບັດພັນທະຂອງຕົນຕໍ່ລັດ ຕາມລະບຽບກົດໝາຍ. ເຊິ່ງໄດ້ກໍານົດໃຫ້ຜູ້ໂດຍສານທີ່ເປັນພົນລະເມືອງລາວ, ຄົນຕ່າງດ້າວ ຫຼື ຄົນຕ່າງປະເທດທີ່ເດີນທາງເຂົ້າມາໃນ ສປປ ລາວ ຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມຕາມອັດຕາທີ່ໄດ້ກໍານົດໄວ້, ຖ້າເຄື່ອງຂອງຕິດຕົວນໍາເຂົ້າມາໃນ ສປປ ລາວ ທີ່ມີມູນຄ່າເກີນ 50 ໂດລາສະຫະລັດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນພົບບັນຫາຄວາມຫຍຸ້ງຍາກຫຼາຍສົມຄວນ ດັ່ງນັ້ນເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍ ສານໃນການຊໍາລະຄ່າອາກອນມູນຄ່າເພີ່ມດັ່ງກ່າວ ກະຊວງການເງິນ ຈິ່ງໄດ້ອອກ ບົດແນະນໍາສະບັບເລກທີ 3643/ກງ, ລົງວັນທີ 31 ຕຸລາ 2016 ກ່ຽວກັບກົນໄກການຄຸ້ມຄອງ ການນໍາໃຊ້ບັດຊໍາລະອາກອນມູນຄ່າເພີ່ມ 10% ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ດ້ວຍລະບົບ Smart VAT  ຢູ່ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ. ລະບົບ Smart VAT ແມ່ນສາມາດນໍາໃຊ້ບັດ VISA, ບັດ JCB, ບັດ Master Card, ບັດ BCEL ATM-Union Pay, ບັດ Smart Tax,  ແລະ ລະບົບ BCEL One ທີ່ລົງທະບຽນ ກັບທະນາຄານທຸລະກິດຂອງລັດ. ສໍາລັບ ຜູ້ໂດຍສານ ທີ່ຍັງບໍ່ມີບັດ ຫຼື ລະບົບ BCEL One ດັ່ງກ່າວ ສາມາດໃຊ້ເງິນສົດ ໄປແລກເອົາ Smart VAT ທີ່ຈຸດບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດ.

ຜ່ານການນໍາໃຊ້ Smart VAT ເຫັນວ່າ ການຊໍາລະອາກອນດັ່ງກ່າວ ມີຄວາມສະດວກວ່ອງໄວຂື້ນ ຊຶ່ງວ່າພາຍຫຼັງທີ່ຜູ້ໂດຍສານ ຫຼື ນັກທ່ອງທ່ຽວ ໄດ້ດໍາເນີນຂັ້ນຕອນການແຈ້ງເຄື່ອງຂອງຕິດຕົວນໍາເຈົ້າໜ້າທີ່ພາສີ, ແຕ່ຫາກວ່າ ເຈົ້າໜ້າທີ່ພາສີພົບເຫັນ ເຄື່ອງຂອງຕິດຕົວຂອງຜູ້ໂດຍສານ ທີ່ມີມູນຄ່າເກີນ $50 ແມ່ນຕ້ອງໄດ້ຊໍາລະຄ່າອາກອນມູນຄ່າເພີ່ມ 10% ຂອງມູນຄ່າສ່ວນເກີນດັ່ງກ່າວ. ຫຼັງຈາກຜູ້ໂດຍສານໄດ້ຊໍາລະຄ່າອາກອນມູນຄ່າເພີ່ມ ດ້ວຍລະບົບ Smart VAT, ລະບົບຈະພິມໃບຮັບເງິນອອກໂດຍອັດຕະໂນມັດ ເພື່ອຢັ້ງຢືນວ່າເງິນທີ່ໄດ້ຊໍາລະແລ້ວນັ້ນ ແມ່ນໄດ້ເຂົ້າໃນບັນຊີງົບປະມານແຫ່ງລັດ ທີ່ເປີດໄວ້ຢູ່ທະນາຄານ ເປັນທີ່ຮຽບຮ້ອຍ. ໃບຮັບເງິນຂອງລະບົບດັ່ງກ່າວ ຈະພີມອອກຈາກລະບົບ 1 ໃບ ຊື່ງມີເນື້ອໃນ ແລະ ຈຸດພິເສດ ຄື: ມີໂລໂກ້ຂອງພາສີຢູ່ດ້ານເທິງກໍ້າຊ້າຍ, ເລກທີໃບຮັບເງິນ, ຊື່ ແລະ ນາມສະກຸນ ຂອງຜູ້ຊໍາລະ, ເລກທີປື້ມຜ່ານແດນ, ຈໍານວນເງິນທີ່ໄດ້ຊໍາລະ, ບາໂຄດເພື່ອໃຊ້ເປີດໄມ້ກັ້ນ, ແລະ ເນື້ອຄວາມ ການເສຍພາສີ-ອາກອນແມ່ນຮັກຊາດ ເຊິ່ງຜູ້ໂດຍສານສາມາດກວດເບີ່ງ ອາກອນມູນຄ່າເພີ່ມທີ່ຕ້ອງຊໍາລະ ທີ່ໂຊຢູ່ໜ້າຈໍເຄື່ອງອ່ານບັດ.

ນອກນັ້ນ, ກົມພາສີຍັງມີມາດຕະການແກ້ໄຂສຸກເສີນໃນກໍລະນີລະບົບດັ່ງກ່າວ ຫາກເກີດເຫດຂັດຂ້ອງ ຫຼື ບໍ່ສາມາດດໍາເນີນການໄດ້ ຕ້ອງຢຸດບໍລິການຊົ່ວຄາວ, ການດໍາເນີນຂັ້ນຕອນການແຈ້ງເສຍອາກອນມູນຄ່າເພີ່ມ 10% ເຄື່ອງຕິດຕົວຜູ້ໂດຍສານ ແມ່ນຫັນມານໍາໃຊ້ການແຈ້ງຕາມແບບຟອມປົກກະຕິ, ໂດຍໃຫ້ຜູ້ໂດຍສານຍື່ນຊໍາລະຄ່າອາກອນມູນຄ່າເພີ່ມ ດ້ວຍເງິນສົດນໍາຈຸດບໍລິການຕ່າງໆ ຂອງທະນາຄານທຸລະກິດປະຈໍາດ່ານເຂົ້າບັນຊີຮັບຮອງສະ ເພາະລາຍຮັບພາສີ 10%, ພາຍຫຼັງພະນັກງານທະນາຄານໄດ້ຮັບເງິນຄົບຖ້ວນແລ້ວ ໃຫ້ໜ່ວຍງານບໍລິການທະນາ ຄານເຊັນ ແລະ ຢັ້ງຢືນລົງໃນໃບແຈ້ງອາກອນມູນຄ່າເພີ່ມດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ເຈົ້າໜ້າທີ່ພາສີ ໃນການກວດປ່ອຍເຄືຶ່ອງຂອງອອກຈາກດ່ານ. ສໍາລັບ ຜູ້ໂດຍສານ ທີ່ຍັງບໍ່ມີບັດປະເພດດັ່ງກ່າວ ສາມາດໃຊ້ເງິນສົດ ໄປແລກເອົາ Smart VAT ທີ່ຈຸດບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດ ເພື່ອຊໍາລະຄ່າອາກອນມູນຄ່າເພີ່ມດັ່ງກ່າວ. 

ການນໍາໃຊ້ລະບົບ Smart VAT ເຂົ້າໃນການເກັບອາກອນມູນຄ່າເພີ່ມ 10% ກັບຜູ້ໂດຍສານທີ່ມີເຄື່ອງຂອງຕິດຕົວເກີນມູນຄ່າທີ່ກໍານົດ ແມ່ນແນໃສ່ຮັບປະກັນໃຫ້ແກ່ການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຜ່ານລະບົບບັນຊີຄັງເງິນແຫ່ງຊາດ ຕາມລະບຽບກົດໝາຍທີ່ໄດ້ກໍານົດ ພ້ອມນັ້ນ ຍັງເປັນການສ້າງລາຍຮັບເຂົ້າງົບ ປະມານແຫ່ງຊາດ ເພື່ອພັດທະນາ ແລະ ສ້າງສາປະເທດຊາດໃຫ້ເຂັ້ມແຂງ ແລະ ສີວິໄລ. ນອກນັ້ນ, ຍັງສ້າງສິ່ງອໍານວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ໃຫ້ແກ່ຜູ້ໂດຍສານທີ່ເຂົ້າມາ ສປປ ລາວ ໃນການຊໍາລະຄ່າອາກອນມູນຄ່າເພີ່ມ ຜ່ານຫຼາຍປະເພດບັດ ແລະ ທັງລະບົບອອນລາຍ ຫຼື (BCEL One). ການຈັດຕັ້ງປະຕິບັດຕົວຈິງ ຢູ່ດ່ານພາສີສາກົນຂົວມິດຕະພາບ I ແມ່ນເປັນການທົດລອງກ່ອນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ວ່າຈະມີການຈັດຕັ້ງຜັນຂະ ຫຍາຍ ໃນຂອບເຂດທົ່ວປະເທດນັ້ນ ຫຼື ບໍ່ ຂື້ນກັບຜົນການຕີລາຄາປະເມີນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ໄດ້ຈາກການຖອດຖອນບົດຮຽນ ໂດຍກົມພາສີ; ກົມຄັງເງິນແຫ່ງຊາດ ແລະ ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ.

ເຖິງຢ່າງໃດກໍ່ຕາມ ການນໍາໃຊ້ລະບົບ Smart VAT ເຂົ້າໃນການເກັບອາກອນມູນຄ່າເພີ່ມ 10% ກັບຜູ້ໂດຍສານທີ່ມີເຄື່ອງຂອງຕິດຕົວ ຈະໄດ້ຮັບປະສິດທິພາບ ຫຼື ໄດ້ຮັບໝາກຜົນ ຕາມເປົ້າໝາຍນັ້ນ ເຈົ້າໜ້າທີ່ພາສີ ຄວນມີກົນໄກການຄຸ້ມຄອງທີ່ເໝາະສົມ, ສາມາດຕິດຕາມກວດກາຢ່າງໃກ້ສິດ ເພື່ອຫຼີກລ້ຽງປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂື້ນ ເປັນຕົ້ນແມ່ນການຈົງໃຈຫລົບຫຼີກ ຫຼື ບໍ່ຢາກຊໍາລະຄ່າອາກອນມູນຄ່າເພີ່ມ ແລະ ຄວນມີການເຜີຍແຜ່ຂໍ້ມູນຂ່າວສານ ຜ່ານສື່ມ່ວນຊົນຕ່າງໆ ເຊັ່ນວ່າ: ໂທລະທັດ, ວິທະຍຸ, ໂປດສະເຕີ້, ປື້ມຄູ່ມື, ໜັງສືພິມ, ວາລະສານ ແລະ ອື່ນໆ ເພື່ອເປັນການແນະນໍາໃຫ້ຜູ້ໂດຍສານ ເຂົ້າໃຈ ແລະ ສາມາດດໍາເນີນຂັ້ນຕອນການແຈ້ງ, ການຊໍາລະຄ່າອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງຕາມລະບຽບການ. ນອກນັ້ນ, ເຈົ້າໜ້າທີ່ພາສີ ຍັງມີບົດບາດທີ່ສໍາຄັນໃນການຂັບເຄື່ອນລະບົບ Smart VAT ໃຫ້ປະສົບຜົນສໍາເລັດ. ສະນັ້ນ, ເຈົ້າໜ້າທີ່ພາສີ ຄວນເປັນເຈົ້າການໃນການປະຕິບັດໜ້າທີ່, ມີຄວາມຮັບຜິດຊອບສູງ, ບໍ່ຫຼີ້ນພັກຫຼີິ້ນພວກ, ບໍ່ເລືອກປະຕິບັດ, ມີຈັນຍາບັນໃນໜ້າທີ່, ມີສີນທໍາປະຕິວັດ, ບໍ່ມີແນວຄິດອາດຍາສິດ, ແລະ ຄວນເຫັນແກ່ຜົນປະໂຫຍດສ່ວນລວມເປັນຫຼັກ ເພື່ອຮັບໃຊ້ປະຊາຊົນ ຕາມໜ້າທີ່ ແລະ ພາລະບົດບາດຢ່າງແທ້ຈິງ.

 

ແຫຼ່ງຂໍ້ມູນ: ກະຊວງການເງິນ ແຫ່ງ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.