ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ອຸດສາຫະກຳ ແລະ ການຄ້າ
ຫ້ອງການ        ເລກທີ: 1824/ຫອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2017

ແຈ້ງການ

ຮຽນ:  ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ;
          ທ່ານ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ.

ເລື່ອງ: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດຕາມສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ  ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ.

-    ອີງຕາມ ສັນຍາວ່າດ້ວຍການຄ້າຊາຍແດນ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບລົງວັນທີ 27 ມິຖຸນາ 2015;

-    ອີງຕາມ ບົດແນະນຳ ກ່ຽວກັບການຈັດຕັ້ງປະຕິບັດບາງມາດຕາ ໃນສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ສະບັບເລກທີ 0280/ອຄ.ກນຄຕ, ລົງວັນທີ 27 ກຸມພາ 2017;

-    ອີງຕາມ ຄຳແນະນຳ ກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບເລກທີ 2225/ອຄ.ກຂອ, ລົງວັນທີ 05 ທັນວາ 2014.

         ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ (ຕໍ່ໄປນີ້ເອີ້ນວ່າ ສັນຍາການຄ້າຊາຍແດນ ລາວ-ຫວຽດນາມ) ກ່ຽວກັບການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ.

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ດັ່ງນີ້:

1.    ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ ປະຕິບັດ ດັ່ງນີ້:

      1.1. ອອກໃບຢັ້ງຢືນແຫຼ່ງກຳເນີດໃຫ້ແກ່ສິນຄ້າທີ່ໄດ້ສິດພິເສດຕາມທີ່ລະບຸໃນຂໍ້ 01 ມາດຕາ 06 (ເອກະສານຊ້ອນທ້າຍ 01) ຂອງສັນຍາການຄ້າຊາຍແດນ ລາວ-ຫວຽດນາມ;

      1.2. ສະເພາະ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຕາມທີ່ລະບຸໄວ້ໃນ ມາດຕາ 07 (ເອກະສານຊ້ອນທ້າຍ 02 ແລະ 03) ຂອງສັນຍາການຄ້າຊາຍແດນ ລາວ-ຫວຽດນາມ;

      1.3. ຊຸກຍູ້, ເຜີຍແຜ່, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງບັນດາເມືອງຊາຍແດນ;

      1.4. ສັງລວມ ແລະ ວິໄຈ ຂໍ້ມູນການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອລາຍງານໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ຊາບຢ່າງເປັນປົກກະຕິ;

      1.5. ລາຍງານສະຖິຕິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຊາບທຸກ 03 ເດືອນ ໂດຍຊ້າສຸດບໍ່ໃຫ້ກາຍວັນທີ 15 ຂອງເດືອນສຸດທ້າຍ;

      1.6. ເກັບຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ກໍານົດໄວ້ໃນລະບຽບກົດໝາຍ;

      1.7. ເກັບຮັກສາສໍາເນົາເອກະສານການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຄົບຊຸດເປັນໄລຍະເວລາ 02 ປີ;

      1.8. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ຫຼື ຝ່າຍຫວຽດນາມ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ໃນການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ.

2.    ມອບໃຫ້ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ປະຕິບັດດັ່ງນີ້:

      2.1   ອອກໃບຢັ້ງຢືນແຫຼ່ງກຳເນີດໃຫ້ແກ່ສິນຄ້າທີ່ໄດ້ສິດພິເສດຕາມທີ່ລະບຸໃນຂໍ້ 04 ມາດຕາ 05 ແລະ ມາດຕາ 07 (ເອກະສານຊ້ອນທ້າຍ 02 ແລະ 03) ຂອງສັນຍາການຄ້າຊາຍແດນ ລາວ-ຫວຽດນາມ;

      2.2   ລາຍງານສະຖິຕິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຂອງຕົນຊາບທຸກ 03 ເດືອນ ໂດຍຊ້າສຸດບໍ່ໃຫ້ກາຍວັນທີ 10 ຂອງເດືອນສຸດທ້າຍ;

      2.3   ເກັບຄ່າທໍານຽມ ແລະ ຄ່າບໍລິການ ຕາມທີ່ກໍານົດໄວ້ໃນລະບຽບກົດໝາຍ;

      2.4   ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງ ແລະ ປະສານກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເພື່ອພ້ອມກັນແກ້ໄຂບັນຫາທີ່ເກີດຂຶ້ນ ໃນການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;

      2.5   ເກັບຮັກສາສໍາເນົາເອກະສານການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຄົບຊຸດເປັນໄລຍະເວລາ 02 ປີ.

3.   ສໍາລັບຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ແບບຟອມໃບຄໍາຮ້ອງ ແລະ ແບບຟອມໃບຢັ້ງຢືນ ແຫຼ່ງກໍາເນີດສິນຄ້າ ໄດ້ມີເອກະສານຄັັດຕິດມາພ້ອມນີ້.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.

ຫົວໜ້າຫ້ອງການ
(ເຊັນ ແລະ ປະທັບຕາ)

ນ. ບານສະຕິ ເທບພະວົງ

# ຫົວຂໍ້ ດາວໂຫຼດ
1 Notification on the Issuance of Certificate of Origin for the Border Trade Agreement between Lao PDR and Viet Nam, number 1824/MOIC.DIMEX, dated 17 August 2017 PDF
2 ແຈ້ງການ ກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດຕາມສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ສະບັບເລກທີ 1824/ອຄ.ກຂອ, ລົງວັນທີ 17 ສິງຫາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.