ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ກົມຄື້ນຄວາມຖີ່      ເລກທີ 0759/ກຄຖ
ນະຄອນຫຼວງ​ວຽງຈັນ, ວັນທີ 02 ກໍລະກົດ 2019

ບົດແນະນຳ

ວ່າດ້ວຍການຢັ້ງຢືນຄື້ນຄວາມຖີ່ ສຳລັບເຄື່ອງບິນບໍ່ມີຄົນຂັບ (Drone) ສຳລັບພະແນກ ປທສ ແຂວງ/ນະຄອນຫຼວງ

  • ອີງຕາມກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ 17/ສພຊ, ລົງວັນທີ 05 ພຶດສະພາ 2017;
  • ອີງຕາມ ລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄື້ນຄວາມຖີ່ ສະບັບເລກທີ 1683/ປທສ, ລົງວັນທີ 05 ເມສາ 2017;
  • ອີງຕາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງກົມຄື້ນຄວາມຖີ່ ແລະ ກົມການບິນພົນລະເຮືອນ, ລົງວັນທີ 05 ເມສາ 2019.

ຫົວໜ້າກົມຄື້ນຄວາມຖີ່ ອອກບົດແນະນຳ:

  1. ພາກສະເໜີ
  1. ຈຸດປະສົງ

ບົດແນະນຳສະບັບນີ້ຫຼັກການກຳນົດລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງການນຳໃຊ້ ແລະ ຂັ້ນຕອນການອອກໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນທົ່ວປະເທດ, ແນໃສ່ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

  1. ເຄື່ອງບິນບໍ່ມີຄົນຂັບ

ເຄື່ອງບິນບໍ່ມີຄົນຂັບ ແມ່ນອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ບິນເທິງອາກາດ ແລະ ບໍ່ມີຄົນຂັບ ໂດຍມີຜູ້ຄວບຄຸມດ້ວຍລະບົບຄວບຄຸມການບິນຢູ່ພາຍນອກເຄື່ອງບິນ ຊຶ່ງສະຫະພາບໂທລະຄົມມະນາຄົມ (ITU) ເອີ້ນວ່າ Unmanned Aircraft System (UAS) ຫຼື ທົ່ວໄປເອີ້ນວ່າ ໂດຣນ (Drone).

  1. ຄວາມຈຳເປັນທີ່ຕ້ອງຄຸ້ມຄອງ Drone

ເນື່ອງຈາກວ່າ ເຄື່ອງບິນບໍ່ມີຄົນຂັບ (Drone) ແມ່ນຕ້ອງອາໄສຄື້ນຄວາມຖີ່ວິທະຍຸສື່ສານ ໃນການຄວບຄຸມການບິນ ລວມໄປເຖິງການຮັບ-ສົ່ງສັນຍານ, ຂໍ້ມູນຂ່າວສານ, ຕົວໜັງສື, ສຽງ ແລະ ຮູບພາບ, ຊຶ່ງຖ້າຫາກນຳໃຊ້ຊະຊາຍ ແລະ ບໍ່ໄດ້ຮັບອະນຸຍາດແລ້ວ ອາດກໍ່ໃຫ້ເກີດຄື້ນຄວາມຖີ່ລົບກວນ ຫຼື ອາດໃຊ້ເຄື່ອງບິນບໍ່ມີຄົນຂັບ (Drone) ໃນການຂົນສົ່ງອາວຸດ, ສານພິດ, ຢາເສບຕິດ, ວັດຖຸໄວໄຟ ແລະ ວັດຖຸອັນຕະລາຍອື່ນໆ ທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ, ຊັບສິນ, ຄວາມສະຫງົບສຸກ ຫຼື ສິດສ່ວນບຸກຄົນ ຂອງຄົນອື່ນ ແລະ ປະເທດຊາດ. ສະນັ້ນ, ຈຶ່ງຕ້ອງມີການຄຸ້ມຄອງເຄື່ອງບິນບໍ່ມີຄົນຂັບ (Drone) ເພື່ອບໍ່ໃຫ້ເກີດບັນຫາດັ່ງກ່າວ.

  1. ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນບົດແນະນຳສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ເອກະສານຂໍ້ມູນເຄື່ອງບິນບໍ່ມີຄົນຂັບ (Technical Specification) ໝາຍເຖິງເອກະສານທີ່ຕ້ອງປະກອບຂໍ້ມູນທາງດ້ານເຕັກນິກຂອງເຄື່ອງບິນບໍ່ມີຄົນຂັບ ທີ່ຈະເອົານຳມາໃຊ້ເປັນຕົ້ນແມ່ນ: ຍີ່ຫໍ້, ລຸ້ນ, ໝາຍເລກປະຈຳເຄື່ອງ, ນ້ຳໜັກ, ກຳລັງສົ່ງ, ຄື່ນຄວາມຖີ່ນຳໃຊ້, ອຸປະກອນທີ່ຕິດຕັ້ງມາກັບເຄື່ອງບິນ ແລະ ອື່ນໆ.
  2. ໝາຍເລກປະຈຳເຄື່ອງ (Serial No.) ໝາຍເຖິງໝາຍເລກທີ່ຕິດມານຳເຄື່ອງບິນບໍ່ມີຄົນຂັບ (Drone) ຫຼື ອາດຈະຢູ່ນຳ Bettery.
  3. ນ້ຳໜັກ (weight-including battery and propellers) ໝາຍເຖິງນ້ຳໜັກທັງໝົດຂອງເຄື່ອງບິນ ທີ່ປະກອບດ້ວຍ Bettery ແລະ ນ້ຳໜັກໃບພັດ.
  4. ອຸປະກອນທີ່ຕິດຕັ້ງມາພ້ອມກັບເຄື່ອງບິນບໍ່ມີຄົນຂັບ (Equipment list) ໝາຍເຖິງອຸປະກອນທີ່ໄດ້ແກ່ Flytrex, FPV system, Cases, Bettery, Charging system, ອຸປະກອນວິທະຍຸ, ອຸປະກອນຄວບຄຸມ, ກ້ອງຖ່າຍຮູບ, ເຄື່ອງບັນທຶກວີດີໂອຕ່າງໆ ແລະ ອື່ນໆ.
  5. ຄວາມແຮງໃນການຮັບ-ສົ່ງຄື້ນຄວາມຖີ່ (mW) ໝາຍເຖິງຄວາມແຮງໃນການຮັບ-ສົ່ງສັນຍານຄື້ນຄວາມຖີ່ ຈາກຣີໂມດຄວບຄຸມໄປຫາເຄື່ອງບິນ ແລະ ຈາກເຄື່ອງບິນຫາຣີໂມດຄວບຄຸມ ສາມາດເບິ່ງນຳຟອມເຕັກນິກເຄື່ອງບິນບໍ່ມີຄົນຂັບ (Technical specification).
  6. ຄື້ນຄວາມຖີ່ ຂອງອຸປະກອນວິທະຍຸສື່ສານທີ່ໃຊ້ໃນການຄວບຄຸມອຸປະກອນ (MHz) ໝາຍເຖິງຄື້ນຄວາມຖີ່ທີ່ນຳໃຊ້ເພື່ອການຄວບຄຸມການຮັບ-ສົ່ງຂໍ້ມູນຂອງເຄື່ອງບິນ ສາມາດເບິ່ງນຳເອກະສານຂໍ້ມູນດ້ານເຕັກນິກ ເຄື່ອງບິນບໍ່ມີຄົນຂັບ (Technical specification).
  1. ການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ (Drone) ແລະ ຄື້ນຄວາມຖີ່ວິທະຍຸສື່ສານ
  1. ການນຳເຂົ້າ ແລະ ການຄຸ້ມຄອງມາດຕະຖານຄວາມປອດໄພການບິນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການນຳເຂົ້າ ແລະ ຂໍອະນຸຍາດຂຶ້ນບິນເຄື່ອງບິນບໍ່ມີຄົນຂັບ (Drone) ທີ່ມີນໍ້າໜັກເກີນ 200 ກຣາມ ຕ້ອງຂໍອະນຸຍາດນຳກົມການບິນພົນລະເຮືອນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແຕ່ຕ້ອງໄດ້ຮັບໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ ຈາກ ຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເສຍກ່ອນ.

  1. ການອອກໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ (Drone)

ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກເກີນ 200 ກຣາມ ຕ້ອງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄວາມແຮງຂອງກຳລັງສົ່ງ ດັ່ງຕາຕະລາງລຸ່ມນີ້:

ລຳດັບ

ຄື້ນຄວາມຖີ່ວິທະຍຸສື່ສານ (MHz)

ຄວາມແຮງຂອງກຳລັງສົ່ງສູງສຸດ mW (E.I.R.P)

1

2400 – 2500

100

2

5725 – 5875

100

 
  1. ປະເພດເຄື່ອງບິນບໍ່ມີຄົນຂັບ (Drone)

ເຄື່ອງບິນບໍ່ມີຄົນຂັບໄດ້ແບ່ງອອກເປັນ 3 ປະເພດດັ່ງນີ້:

  1. ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກບໍ່ເກີນ 200 ກຣາມ ຊຶ່ງໃຊ້ເປັນຂອງຫຼິ້ນທົ່ວໄປ;
  2. ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກເກີນ 200 ກຣາມ ແຕ່ບໍ່ເກີນ 2 ກິໂລກຣາມ ທີ່ນຳໃຊ້ເພື່ອຖ່າຍຮູບພາບ, ວີດີໂອ, ຫຼິ້ນເປັນການບັນເທີງ, ກິລາ ແລະ ອື່ນໆ;
  3. ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກເກີນ 2 ກິໂລກຣາມ ທີ່ນຳໃຊ້ໃນການລາຍງານສະພາບການຈາລະຈອນ, ການຖ່າຍຮູບເງົາ, ຖ່າຍທອດລາຍການໂທລະພາບ ແລະ ອື່ນໆ.
  1. ການຍື່ນຄຳຮ້ອງຂໍໃບຢັ້ງຢືນຄື້ນຄວາມຖີ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ຕ້ອງຍື່ນຄຳຮ້ອງຕໍ່ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງ, ແຂວງ ເພື່ອຂໍໃບຢັ້ງຢືນຄື້ນຄວາມຖີ່.

ເອກະສານປະກອບມີດັ່ງນີ້:

  1. ໃບສະເໜີ ຕາມແບບພິມຂອງກົມຄື້ນຄວາມຖີ່ (ເອກະສານຄັດຕິດ 3);
  2. ສຳເນົາບັດປະຈຳຕົວ;
  3. ສຳເນົາໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ);
  4. ສຳເນົາທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ (ສຳລັບບໍລິສັດ/ລັດວິສາຫະກິດ);
  5. ເອກະສານຂໍ້ມູນເຄື່ອງບິນບໍ່ມີຄົນຂັບ (Technical specification).
  1. ເອກະສານຂໍ້ມູນເຄື່ອງບິນບໍ່ມີຄົນຂັບ (Technical specification)

ເອກະສານຂໍ້ມູນເຄື່ອງບິນບໍ່ມີຄົນຂັບ (Drone) ທີ່ຕ້ອງປະກອບເພື່ອຍື່ນຂໍໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ (Drone) ຕ້ອງປະກອບດ້ວຍຂໍ້ມູນ ດັ່ງນີ້:

  1. ຍີ່ຫໍ້ (Aircraft Brand) ແລະ ລຸ້ນ (Model) ຕົວຢ່າງ:
  2. ໝາຍເລກປະຈຳເຄື່ອງ (Serial No.) ໃຫ້ເບິ່ງນຳຕົວເຄື່ອງ Drone
  3. ນ້ຳໜັກ (weight-including battery and propellers)
  4. ອຸປະກອນຕິດຕັ້ງມາພ້ອມກັບເຄື່ອງບິນບໍ່ມີຄົນຂັບ (Equipment list)
  5. ຄວາມແຮງໃນການຮັບຊສົ່ງຄື້ນຄວາມຖີ່ (mW)
  6. ຄື້ນຄວາມຖີ່ ຂອງອຸປະກອນວິທະຍຸທີ່ໃຊ້ໃນການຄວບຄຸມ (MHz)
  1. ການອອກໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ (Drone)

ໃນການອອກໃບຢັ້ງຢືນຄື້ນຄວາມຖີ່ສຳລັບເຄື່ອງບິນບໍ່ມີຄົນຂັບ (Drone) ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງ, ແຂວງ ຕ້ອງໃຊ້ໂຄງຮ່າງແບບພິມ ຂອງກົມຄື້ນຄວາມຖີ່.

  1. ຄ່າທຳນຽມອອກໃບຢັ້ງຢືນຄື້ນຄວາມຖີ່ ແລະ ຄ່ານຳໃຊ້ຄື້ນຄວາມຖີ່
  1. ຄ່າທຳນຽມ ແລະ ຄ່າບໍລິການ ການຢັ້ງຢືນຄື້ນຄວາມຖີ່

ຄ່າທຳນຽມການຢັ້ງຢືນຄື້ນຄວາມຖີ່ Drone ແມ່ນອີງໃສ່ລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃນມາດຕາ 28 ຂໍ້ 1 ຄ່າທຳນຽມອອກໃບອະນຸຍາດ ດ້ານໂທລະຄົມມະນາຄົມ ລຳດັບທີ 9 ຂອງຂໍ້ ກ ການໃຫ້ກວດສອບ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນແມ່ນມີອັດຕາຄ່າທຳນຽມ 50,000 ກີບ.

ຄ່າບໍລິການໃນການຢັ້ງຢືນຄື້ນຄວາມຖີ່ Drone ແມ່ນອີງໃສ່ລັດຖະບັນຍັດປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ໃນມາດຕາ 29 ຂໍ້ 2.1 ຄ່າບໍລິການວິຊາການດ້ານໂທລະຄົມມະນາຄົມລຳດັບທີ 9 ຂອງຂໍ້ ກ ການໃຫ້ກວດສອບ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນໂທລະຄົມ ຕໍ່ຄັ້ງ ແມ່ນມີອັດຕາຄ່າທຳນຽມ 100,000 ກີບ.

ລ/ດ

ເນື້ອໃນລະອຽດ

ຈຳນວນ (ໃບ)

ລວມ (ກີບ)

1

ຄ່າທຳນຽມ ການໃຫ້ການກວດສອບ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນ ເຄື່ອງບິນບໍ່ມີຄົນຂັບ (Drone)

01

50.000

2

ຄ່າບໍລິການດ້ານວິຊາການ ການໃຫ້ການກວດສອບ ແລະ ຮັບຮອງມາດຕະຖານເຕັກນິກອຸປະກອນ ເຄື່ອງບິນບໍ່ມີຄົນຂັບ (Drone) ຕໍ່ຄັ້ງ

01

100.000

ລວມທັງໝົດ

150.000

  1. ຄ່ານຳໃຊ້ຄື້ນຄວາມຖີ່

ການນຳໃຊ້ຄື້ນຄວາມຖີ່ເຄື່ອງບິນບໍ່ມີຄົນຂັບ (Drone) ແມ່ນບໍ່ມີຄ່ານຳໃຊ້ຄື້ນຄວາມຖີ່ ເພາະນຳໃຊ້ຄື້ນຄວາມຖີ່ 2400 - 2500 MHz ແລະ 5725 – 5875 MHz ເປັນຄື້ນຄວາມຖີ່ສື່ສານໄລຍະໃກ້ (ISM band).

  1. ຂໍ້ຫ້າມ
  1. ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ມີພຶດຕິກຳ ດັ່ງນີ້:

  1. ນຳເຂົ້າ, ຜະລິດ ຕິດຕັ້ງ ແລະ ຈຳໜ່າຍ ເຄື່ອງບິນບໍ່ມີຄົນຂັບ ທີ່ມີນ້ຳໜັກເກີນ 200 ກຣາມ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ຂັດຂວາງການຕິດຕັ້ງອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ແລະ ການປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາຄື້ນຄວາມຖີ່ວິທະຍຸສື່ສານ;
  3. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
  1. ຂໍ້ຫ້າມສຳລັບຜູ້ນຳໃຊ້ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກເກີນ 200 ກຣາມ

ຫ້າມຜູ້ທີ່ໄດ້ຮັບອະນຸຍາດນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ມີພຶດຕິກຳ ດັ່ງນີ້:

  1. ນຳໃຊ້ເຄື່ອງບິນບໍ່ມີຄົນຂັບທີ່ມີນ້ຳໜັກເກີນ 200 ກຣາມ ທີ່ບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ;
  2. ກະຈາຍຄື້ນຄື້ນຄວາມຖີ່ວິທະຍຸສື່ສານເກີນມາດຕະຖານຄວາມປອດໄພທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານກຳນົດໄວ້;
  3. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
  1. ການຈັດຕັ້ງປະຕິບັດ

ມອບໃຫ້ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງ, ແຂວງ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດການຄຸ້ມຄອງ Drone ຢ່າງເຂັ້ມງວດ.

  1. ການສະຫຼຸບລາຍງານ

ມອບໃຫ້ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງ, ແຂວງ ຕ້ອງເກັບກຳຂໍ້ມູນການຢັ້ງຢືນຄື້ນຄວາມຖີ່ວິທະຍຸສື່ສານສຳລັບເຄື່ອງບິນບໍ່ມີຄົນຂັບ (Drone) ຢ່າງລະອຽດ, ສະຫຼຸບ ແລະ ລາຍງານຕໍ່ກົມຄື້ນຄວາມຖີ່ ທຸກ 06 (ຫົກ) ເດືອນຢ່າງເປັນປົກກະຕິ.

ໝາຍເຫດ: ບົດແນະນຳສະບັບນີ້ ປ່ຽນແທນ ບົດແນະນຳວ່າດ້ວຍການນຳເຂົ້າ Drone ສະບັບເລກທີ 0308/ກຄຖ, ລົງວັນທີ 05 ມີນາ 2018.

ຊທ. ຫົວໜ້າກົມ

ຈະເລີນ ສີບຸນເຮືອງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ບົດບັນທຶກຄວາມເຂົ້າໃຈ

ລະຫວ່າງ

ກົມການບິນພົນລະເຮືອນ - ກົມຄື້ນຄວາມຖີ່

ວ່າດ້ວຍການຄຸ້ມຄອງເຮືອບິນບໍ່ມີຄົນຂັບ (Unmaned Aerial Vehicle/UAV)

ກົມການບິນພົນລະເຮືອນ (ກບພຮ) - ກົມຄື້ນຄວາມຖີ່ (ກຄຖ) ຕົກລົງ:

ມາດຕາ 1 ກບພຮ ແລະ ກຄຖ ຈະເພີ່ມທະວີການຮ່ວມມື ແລະ ການຄຸ້ມຄອງການນຳເຂົ້າ ແລະ ການປະຕິບັດການບິນຂອງເຮືອບິນບໍ່ມີຄົນຂັບ (UAV) ໃຫ້ສອດຄ່ອງຕາມກົດໝາຍ ວ່າດ້ວຍ ການບິນພົນລະເຮືອນ ແລະ ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບຄຸ້ມຄອງຄວາມປອດໄພການບິນພາກ 17 ວ່າດ້ວຍ ການຄຸ້ມຄອງເຮືອບິນບໍ່ມີຄົນຂັບ ແລະ ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (International Civil Aviation Organization/ICAO).

ມາດຕາ 2 ກບພຮ ຮັບຜິດຊອບໃນການຄຸ້ມຄອງມາດຕະຖານຄວາມປອດໄພການບິນ ດ້ວຍການອອກໃບຢັ້ງຢືນ:

  • ການສ້າງຕັ້ງບໍລິສັດ (Air Operator Certification),
  • ເຕັກນິກສົມສູບເຮືອບິນ (Certificate of Air Worthiness/CofA),
  • ໃບຢັ້ງຢືນຂຶ້ນທະບຽນ (Certificate of Registration/CofR),
  • ໃບອະນຸຍາດຜູ້ບັງຄັບ (Certificate of UAV Controller),
  • ໃບອະນຸຍາດເຂດປະຕິບັດປະຕິບັດການບິນ (Operator & Activity Permit).
  •  
  • ການສືບສວນສອບສວນອຸບັດຕິເຫດການບິນຂອງ UAV,
  • ການປະເມີນມາດຕະຖານຄວາມປອດໄພໃນການປະຕິບັດການບິນ (Safty Asessment),
  • ການຄຸ້ມຄອງນ່ານຟ້າ (Air Space Management).

ມາດຕາ 3 ກຄຖ ຮັບຜິດຊອບໃນການຄຸ້ມຄອງຄື້ນຄວາມຖີ່ທີ່ນຳໃຊ້ສຳລັບບັງຄັບເຮືອບິນບໍ່ມີຄົນຂັບ ໂດຍອີງຕາມກົດໝາຍ ວ່າດ້ວຍຄື້ນຄວາມຖີ່ ແລະ ຂໍ້ຕົກລົງ ວ່າດ້ວຍການນຳໃຊ້ເຮືອບິນບໍ່ມີຄົນຂັບ, ສະບັບເລກທີ 3374/ປທສ, ລົງວັນທີ 14 ພະຈິກ 2017.

ມາດຕາ 4 ກບພຮ ແລະ ກຄຖ ຈະປະສານສົມທົບ, ຮ່ວມມື, ຈັດຝຶກອົບຮົມ ແລະ ສຳມະນາຮ່ວມກັນ ເພື່ອເພີ່ມທະວີຄວາມອາດສາມາດໃນການຄຸ້ມຄອງການນຳເຂົ້າ, ການນຳໃຊ້ ແລະ ການປະຕິບັດການບິນຂອງເຮືອບິນບໍ່ມີຄົນຂັບ ໃຫ້ມີຄວາມປອດໄພ ສອດຄ່ອງຕາມ ກົດໝາຍ ວ່າດ້ວຍ ການບິນພົນລະເຮືອນ, ກົດໝາຍ ວ່າດ້ວຍ ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບການຄຸ້ມຄອງຄວາມປອດໄພການບິນ ພາກ 17 ວ່າດ້ວຍການຄຸ້ມຄອງເຮືອບິນບໍ່ມີຄົນຂັບ.

ມາດຕາ 5 ກບພຮ ຮັບຜິດຊອບໃນການອອກໃບອະນຸຍາດນຳເຂົ້າ ເຮືອບິນບໍ່ມີຄົນຂັບ, ໂດຍອີງຕາມໃບຢັ້ງຢືນມາດຕະຖານເຕັກນິກອຸປະກອນຄື້ນຄວາມຖີ່ ຂອງ ກົມຄື້ນຄວາມຖີ່.

ມາດຕາ 6 ບົດບັນທຶກ ຄວາມເຂົ້າໃຈ ສະບັບນີ້ ມີຜົນບັງຄັບໃຊ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ນະຄອນຫຼວງວຽງຈັນ, ວັນທີ 05 ເມສາ 2019

ກົມການບິນພົນລະເຮືອນ                 ກົມຄື້ນຄວາມຖີ່

      ວັນເພັງ ຈັນທະພອນ                  ໄຊລືຊາ ອິນສີຊຽງໃໝ່

 

# ຫົວຂໍ້ ດາວໂຫຼດ
1 ບົດແນະນໍາ ວ່າດ້ວຍການຢັ້ງຢືນ ຄື່ນຄວາມຖີ່ ສໍາລັບເຄື່ອງບີນບໍ່ມີຄົນຂັບ (Drone) ສໍາລັບພະແນກ ປທສ ແຂວງ/ນະຄອນຫຼວງ ເລກທີ 0759/ກຄຖ, ລົງວັນທີ 02 ກໍລະກົດ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.