ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ      ເລກທີ 10036/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 11 ທັນວາ 2019

ແຈ້ງການແນະນຳ

ເຖິງ: ຫົວໜ້າກອງຄຸ້ມຄອງພາສີ I, II, III, IV, V, VI ແລະ VII.

ຫົວໜ້າດ່ານພາສີຊາຍແດນໃນທົ່ວປະເທດ

ເລື່ອງ: ການກວດກາການໜີບກົ່ວຕູ້ສິນຄ້າສຳລັບສິນຄ້າສົ່ງອອກທີ່ປັນຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກຳ ແລະ ສິນຄ້າທົ່ວໄປ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
  • ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ.

   ໃນໄລຍະຜ່ານມາ ກົມພາສີ ໄດ້ອອກແຈ້ງການແນະນຳ ສະບັບເລກທີ 02252/ກພສ, ລົງວັນທີ 11 ພຶດສະພາ 2018 ກ່ຽວກັບການຄຸ້ມຄອງນຳໃຊ້ສາຍລັອກຕູ້ສິນຄ້າ ທີ່ຮັບໃຊ້ວຽກງານວິຊາສະເພາະຂະແໜງພາສີ, ຊຶ່ງເຫັນວ່າບັນດາກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ; ໄປຄຽງຄູ່ກັນນັ້ນ ກໍ່ມີການນຳໃຊ້ກົ່ວໜີບຕູ້ສິນຄ້າ ຂອງຄະນະກຳມະການທີ່ຖືກແຕ່ງຕັ້ງຈາກຂະແໜງການກ່ຽວຂ້ອງ ເພື່ອຄຸ້ມຄອງສິນຄ້າສົ່ງອອກຈາກຕົ້ນທາງຫາດ່ານບ່ອນສົ່ງອອກ ໃຫ້ສອດຄ່ອງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ກ່ຽວກັບການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ຫຼຸດຂອດຂັ້ນ, ໄລຍະເວລາ ໃນການກວດປ່ອຍສິນຄ້າ ຢູ່ດ່ານພາສີຊາຍແດນ.

ຫົວໜ້າກົມພາສີ ອອກແຈ້ງການແນະນຳ ດັ່ງນີ້:

  1. ມອບໃຫ້ກອງຄຸ້ມຄອງພາສີໃນທົ່ວປະເທດ ຊີ້ນຳດ່ານພາສີຊາຍແດນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ເປັນເຈົ້າການຕິດຕາມກວດກາສິນຄ້າສົ່ງອອກ ທີ່ເປັນຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກຳ ແລະ ສິນຄ້າທົ່ວໄປ ໂດຍ ອຳນວຍຄວາມສະດວກໃນການສົ່ງອອກ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ.
  2. ການກວດກາ ດ້ານປະເພດ, ບໍລິມາດ, ຈຳນວນ, ນ້ຳໜັກ, ລາຄາ, ແຫຼ່ງທີ່ມາ ແລະ ຂໍ້ມູນອື່ນໆ ຕາມລາຍການທີ່ໄດ້ກຳນົດໄວ້ໃນຂໍ້ທີ 1 ຂ້າງເທິງ ແມ່ນໃຫ້ກວດກາດ້ວຍການບໍລິຫານຄວາມສ່ຽງ ຫຼື ນຳໃຊ້ເຕັກນິກວິຊາການ, ເຄື່ອງມືອຸປະກອນທັນສະໄໝ ໂດຍການສົມທຽບກວດກາຕາມເອກະສານອະນຸຍາດຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ເອກະສານການມອບພັນທະຊັບພະຍາກອນ-ທຳມະຊາດ, ເອກະສານຢັ້ງຢືນທີ່ມາ-ການອະນຸຍາດຂອງຂະແໜງກະສິກຳ ແລະ ປ່າໄມ້, ເອກະສານຢັ້ງຢືນ ແລະ ການໜີບກົ່ວຂອງຄະນະກຳມະການກວດກາຂຶ້ນສິນຄ້າ ທີ່ໄດ້ຮັບການແຕ່ງຕັ້ງຈາກຂະແໜງລັດທີ່ກ່ຽວຂ້ອງ ແລະ ຕາມໃບແຈ້ງພາສີເປັນລາຍລະອຽດ ໂດຍບໍ່ໃຫ້ຕັດກົ່ວຂອງພາກສ່ວນທີ່ກ່ຽວຂ້ອງ ແລ້ວມາກວດກາຕົວຈິງເພີ່ມເຕີມອີກ.
  3. ດ່ານພາສີຊາຍແດນ ບ່ອນທີ່ມີເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (Scanner) ແມ່ນໃຫ້ນຳໃຊ້ເຄື່ອງດັ່ງກ່າວ ເຂົ້າໃນການກວດກາສິນຄ້າສົ່ງອອກ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ, ສຳລັບດ່ານໃດທີ່ບໍ່ມີເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (Scanner) ແມ່ນໃຫ້ອີງຕາມແຫຼ່ງຂ່າວທີ່ແນ່ນອນ, ຮັບປະກັນດ້ານຂໍ້ມູນ ເພື່ອບໍ່ໃຫ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະກອບການສົ່ງອອກ ແລະ ເປັນການສ້າງເງື່ອນໄຂໃນການອຳນວຍຄວາມສະດວກ ແລະ ສົ່ງເສີມທຸລະກິດສົ່ງອອກ.
  4. ໃນກໍລະນີສັງເກດເຫັນການໜີບກົ່ວຂອງຂະແໜງການກ່ຽວຂ້ອງ ຫາກຜິດປົກກະຕິ ເຊັ່ນ: ເປ່ເພ, ແຕກຫັກ ຫຼື ມີພິລຸດ ແລະ ມີແຫຼ່ງຂ່າວທີ່ໜ້າເຊື່ອຖື ໃຫ້ເຈົ້າໜ້າທີ່ພາສີດ່ານຊາຍແດນຕ້ອງ ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຫຼື ຄະນະກຳມະການກວດກາສິນຄ້າຂຶ້ນລົງຕົ້ນທາງ ຫຼື ຄະນະຄຸ້ມຄອງດ່ານຊາຍແດນ ບ່ອນສິນຄ້າສົ່ງອອກ, ເຈົ້າຂອງສິນຄ້າ, ຜູ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ ມາຊ້ອງໜ້າກັນ ເພື່ອຕັດກົ່ວໜີບຕູ້ສິນຄ້າ ແລະ ກວດກາເບິ່ງຕົວຈິງຮ່ວມກັນ.
  • ໃນກໍລະນີພົບເຫັນມີການລັກລອບສິນຄ້າຜິດກົດໝາຍ ມອບໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນການເຮັດບົດບັນທຶກກວດກາ ແລະ ມາດຕະການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
  • ໃນກໍລະນີຫາກບໍ່ພົບເຫັນການກະທຳຜິດ ໃຫ້ເຮັດບົດບັນທຶກຮ່ວມກັບຂະແໜງການກ່ຽວຂ້ອງ ກວດປ່ອຍອອກໃນທັນທີ.
  1. ໃຫ້ກອງຄຸ້ມຄອງພາສີໃນທົ່ວປະເທດ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕົວຈິງຂອງດ່ານພາສີຊາຍແດນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ ແລະ ຮັບປະກັນການອຳນວຍຄວາມສະດວກໃນການສົ່ງອອກສິນຄ້າ.
  2. ໃນການຈັດຕັ້ງປະຕິບັດຕົວຈິງຫາກພົບບັນຫາ ຫຼື ຂໍ້ຫຍຸ້ງຍາກ, ໃຫ້ລາຍງານກົມພາສີ ເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດ.
  3. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມືລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງອອກແຈ້ງການແນະນຳມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on the inspection of seal locks for exporting wooden products, minerals, agricultural products and general goods No. 10036/DC, dated 11 December 2019. PDF
2 ແຈ້ງການແນະນໍາ ການກວດກາການໜີບກົ່ວຕູ້ສິນຄ້າ ສໍາລັບສິນຄ້າສົ່ງອອກທີ່ເປັນ ຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກໍາ ແລະ ສິນຄ້າທົ່ວໄປ ເລກທີ 10036/ກພສ ວັນທີ 11 ທັນວາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.