ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະ​ລາດ ປະຊາທິປະ​ໄຕ ເອກະ​ພາບ ວັດທະນາ​ຖາວອນ

ກະຊວງ​ການ​ເງິນ

ກົມ​ພາສີ        ເລກທີ 09045/ກພສ
ນະຄອນຫຼວງວຽງຈັນ, ວັນ​ທີ 13 ພະຈິກ 2021

ຄໍາ​ແນະ​ນໍາ

ກ່ຽວກັບ ການ​ຄຸ້ມ​ຄອງ ວຽກງານ​ບໍລິຫານ​ຄວາມ​ສ່ຽງ ຂອງ​ກົມ​ພາສີ

  • ອີງ​ຕາມ ກົດໝາຍວ່າ​ດ້ວຍພາສີ ສະບັບ​ປັບປຸງ ສະບັບ​ເລກທີ 04/ສພຊ, ລົງ​ວັນ​ທີ 20 ທັນວາ 2011 ​ແລະ​ ກົດໝາຍວ່າ​ດ້ວຍ​ພາສີ ສະບັບ​ປັບປຸງ​ບາງ​ມາດຕາ ​ເລກທີ 57/ສພຊ, ລົງ​ວັນ​ທີ 20 ທັນວາ 2014
  • ອີງ​ຕາມ​ບົດ​ແນະ​ນໍາ​ກະຊວງ​ການ​ເງິນ, ສະບັບ​ເລກທີ 1559/ກງ, ລົງ​ວັນ​ທີ 24 ພຶດສະພາ 2016 ວ່າ​ດ້ວຍ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍວ່າ​ດ້ວຍ​ພາສີ
  • ອີງ​ຕາມ ຂໍ້​ຕົກ​ລົງ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ສະບັບ​ເລກທີ: 2826/ກງ, ລົງ​ວັນ​ທີ 22 ສີິງຫາ 2017 ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກົມ​ພາສີ;
  • ອີງ​ຕາມ ຄູ່​ມື​ແນະ​ນໍາ ຂອງ​ອົງການ​ພາສີ​ໂລກ ກ່ຽວກັບ​ການ​ບໍລິຫານ​ຄວາມ​ສ່ຽງ ຂອງ​ຂະ​ແໜງພາສີ (WCO Customs Risk Management Compendium)
  • ບົດ​ລາຍ​ງານ​ພະ​ແນ​ກກວດ​ສອບຄືນ​ການ​ແຈ້ງ​ພາສີ, ສະບັບ​ເລກທີ 0532/ພຈກ, ລົງ​ວັນ​ທີ 9 ຕຸລາ2019

ຫົວໜ້າກົມ​ພາສີ ອອກ​ຄໍາ​ແນະ​ນໍາ​ດັ່ງນີ້:

1. ຈຸດປະສົງ

   ຄໍາ​ແນະ​ນໍາ ສະບັບ​ນີ້ວາງ​ອອກ​ເພື່ອ​ກໍານົດຫຼັກການ, ​ເງື່ອນ​ໄຂ, ກົນ​ໄກ ​ແລະ ວິທີ​ການ​ຄຸ້ມ​ຄອງ​ວຽກງານ​ບໍລິຫານຄວາມ​ສ່ຽງ ​ເພື່ອ​ຮັບປະກັນ ການຈັດ​ເກັບ​ລາຍ​ຮັບ, ການ​ອໍານວຍ​ຄວາມ​ສະດວກ​ທາງ​ການ​ຄ້າ ​ແລະ ການ​ປົກ​ປ້ອງ​ສັງຄົມ ​ແນ​ໃສ່​ໃຫ້​ລັດຖະການ​ພາສີ ທີ່​ດ່ານ​ພາສີ​ຊາຍ​ແດນ ສາມາດ​ເຂົ້າ​ເຖິງ​ຄວາມ​ສ່ຽງຢ່າງ​ທັນ​ການ ​ເພື່ອ​ຮັບ​ຮູ້​ກ່ຽວກັບ​ຜູ້​ປະກອບ​ການ ຫຼື ປະ​ເພດ​ສິນຄ້າ​ການ​ສົ່ງ​ອອກ-ນໍາ​ເຂົ້າ ສິນຄ້າ, ​ເຄື່ອງ​ຂອງ ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ລັກລອບ ຫຼື ​ແຈ້ງ​ບໍ່ຄົບ​ຖ້ວນ.

 

2. ຂອບ​ເຂດ​ການ​ນໍາ​ໃຊ້

   ຄໍາ​ແນະ​ນໍາ​ສະບັບ​ນີ້ ນໍາ​ໃຊ້​ສໍາຫຼັບ​ລັດຖະການ​ພາສີ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ທີ່​ກ່ຽວຂ້ອງ​ໂດຍ​ກົງ ​ແລະ ປິ່ນ​ອ້ອມ ​ໂດຍ​ນໍາ​ໃຊ້​ຂໍ້​ມູນ​ການ​ບໍລິຫານ​ຄວາມ​ສ່ຽງ ​ເພື່ອ​ກວດກາ​ສິນຄ້າ, ​ເຄື່ອງ​ຂອງ ​ເຂົ້າ, ອອກ ​ແລະ ຜ່ານ​ແດນ ສປປ ລາວ.

3. ການ​ອະທິບາຍ​ຄໍາ​ສັບ

  • ຄວາມ​ສ່ຽງ (Risks) ​ແມ່ນ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການລະ​ເມີນ​ກົດໝາຍວ່າ​ດ້ວຍ​ພາສີ, ກົດໝາຍ ​ແລະ ລະບຽບການ​ອື່ນ ​ໃນ​ການ​ນໍາ​ເຂົ້າ-ສົ່ງ​ອອກ, ຂົນ​ສົ່ງ​ຜ່ານ​ແດນ, ການ​ເຄື່ອນ​ຍ້າຍ​ສິນຄ້າ ​ແລະ ​ເກັບ​ຮັກສາ, ການ​ເຂົ້າ-ອອກ​ຜູ້​​ໂດຍສານ ​ແລະ ຍານພາຫະນະ ຜ່ານ​ດ່ານ​ພາສີ​ຊາຍ​ແດນ.
  • ການ​ບໍລິຫານ​ຄວາມ​ສ່ຽງ (Risk Management) ​ແມ່ນ​ຂັ້ນ​ຕອນ ​ແລະ ມາດ​ຕະການ​ດ້ານ​ວິຊາ​ສະ​ເພາະ ທີ່​ລັດຖະການ​ພາສີ​ນໍາ​ໃຊ້​ເຂົ້າ​​ໃນ​ການ​ກໍານົດ, ປະ​ເມີນ​ຜົນ ​ແລະ ຈັດ​ລະດັບ​ຄວາມ​ສ່ຽງ ​ເພື່​ອ​ເປັນ​ບ່ອນ​ອີງ​ໃນ​ການຈັດ​ສັນ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ກວດກາ, ຄວບ​ຄຸມ ຕິດຕາມ ​ແລະ ສະໜັບສະໜູນການ​ດໍາ​ເນີນ​ການ​ອື່ນໆດ້ານ​ພາສີ.
  • ຕົວ​ຊີ້ວັດ​ຄວາມ​ສ່ຽງ (Risk Indicators) ​ແມ່ນ​ສິ່ງ​ທີ່​ຄາດ​ວ່າ​ອາດ​ຈະ​ມີ​ການ​ກະທໍາ​ໃດໜຶ່ງທີ່​ລະ​ເມີດ ຕົວຢ່າງ: ​ແຫຼ່ງກໍາ​ເນີ​ດ, ມູນ​ຄ່າ​ສິນຄ້າ, ການຫຸ້ມຫໍ່ສິນຄ້າ, ​ເອກະສານ​ປະກອບ ​ແລະ ອື່ນໆ ທີ່​ກ່ຽວຂ້ອງ.
  • ການ​ກໍານົດ​ສະດັບ​ຄວາມ​ສ່ຽງ (Level of Risk) ​ແມ່ນ​ການ​ກໍານົດ ຫຼື ຈັດ​ປະ​ເພດ​ຄວາມ​ສ່ຽງ.
  • ການ​ປະ​ເມີ​ນຄວາມ​ສ່ຽງ (Risk Assessment) ​ແມ່ນ​ການ​ໄຈ້​ແຍກ​ຄວາມ​ສ່ຽງອອກ​ມາ​ລະອຽດ ​ເພື່ອ​ເອົາ​ຄວາມ​ສ່ຽງມາ​ວິ​ເຄາະ ຄວາມ​ເປັນ​ໄປ​ໄດ້ ​ແລະ ຜົນ​ທີ່​ອາດ​ຈະ​ເກີດ​ຂຶ້ນ ​ເພື່ອ​ປະ​ເມີນ​ຄ່າ​ຄວາ​ມສ່ຽງ ​ແລະ ຈັດ​ບຸລິ​ມະ​ສິດ​ຄວາມ​ສ່ຽງ.
  • ການ​ສ້າງ​ຖານ​ຄວາມ​ສ່ຽງ (Risk Profile) ​ແມ່ນ​ການ​ເກັບ​ກໍາ​ຂໍ້​ມູນ, ປະ​ເມີນ​ຂໍ້​ມູນ, ວິ​ເຄາະ​ຂໍ້​ມູນ, ສ້າງ​ຖານ​ຂໍ້​ມູນ.

4. ຫຼັກການ

4.1. ການ​ດໍາ​ເນີນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງຈະ​ດໍາ​ເນີນ​ໄປ​ໃນ 3 ຮູບ​ແບບ​ ດັ່ງນີ້:

  • ການ​ກໍານົດ​ຄວາມ​ສ່ຽງທີ່​ມີ​ຜົນ​ກະທົບ​ຕໍ່ລາຍ​ຮັບ: ມູນ​ຄ່າ​ແຈ້ງ, ລະຫັດ/ອັດຕາ​ພາສີ, ລະບອບ​ໃບ​ແຈ້ງ, ​ແຫຼ່ງກໍາ​ເນີ​ດສິນຄ້າ, ການ​ຫຸ້ມຫໍ່ສິນຄ້າ, ​ເອກະສານ​ປະກອບ​ການ​ແຈ້ງ​ພາສີ
  • ການ​ກໍານົດ​ຄວາມ​ສ່ຽງທີ່​ມາ​ຈາ​ກການອໍາ​ນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ: ບຸກຄົນ ຫຼື ນິຕິບຸກຄົນ, ຖານະ​ການ​ເງິນ, ການ​ປະຕິບັດ​ສັນຍາ​ການຄ້າສາກົນ, ​ເຂດ​ການ​ຄ້າ​ເສລີ, ຮູບ​ແບບ​ການ​ແຈ້ງ​ພາສີ, ມາດຕະຖານ​ການ​ນໍາ​ໃຊ້​ລະບົບ​ໄອ​ທີ​ຂອງ​ຜູ້​ປະກອບ​ການ
  • ການ​ກໍານົດ​ຄວາມ​ສ່ຽງທີ່​ມີ​ຜົນ​ກະທົບ​ຕໍ່ການ​ປົກ​ປ້ອງ​ສັງຄົມ: ຢາ​ເສບ​ຕິດ/ສານ​ຕັ້ງ​ຕົ້ນ, ການ​ນໍາ​ເຂົ້າ​ສິນຄ້າ, ​ເຄື່ອງ​ຂອງ​ແບບ​ຜິດ​ກົດໝາຍ, ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ

     4.2. ການ​ກໍານົດ​ຄ່າ​ຄວາມ​ສ່ຽງ ມີ 3 ພື້ນຖານ​ຄື:

    ລະບົບ ອາ​ຊິ​ກຸ​ດາ ​ແມ່ນ​ມີ​ຄວາມ​ສາມາດ ​ໃນ​ການ​ວິ​ເຄາະ ຄ່າ​ຄວາມ​ສ່ຽງຕາມ 3 ຮູບ​ແບບ ​ທີ່ໄດ້​ລະບຸ​ຂ້າງ​ເທິງ. ​ເຊິ່ງຄ່າ​ຄວາມ​ສ່ຽງດັ່ງກ່າວ ​ໄດ້​ກໍານົດ ​ແຕ່ 0 ຫາ 100 ​ແລະ ຈັດ​ເປັນ 3 ລະດັບ​ຄວາມ​ສ່ຽງ ຄື:

  • ລະດັບ​ທີ່ 1: ຊ່ອງ​ສີຂາວ ຄ່າ​ຄວາມ​ສ່ຽງ ລະຫວ່າງ 0-30 ​ແມ່ນ​ຄວາມ​ສ່ຽງຂັ້ນ​ຕົ້ນ (ລະດັບ​ຕໍ່າ) ທີ່​ສາມາດ​ຄວບ​ຄຸມ​ໄດ້
  • ລະດັບ​ທີ່ 2: ຊ່ອງ​ສີ​ເຫຼືອງ ຄ່າ​ຄວາມ​ສ່ຽງ ລະ​ຫວ່າງ 31-70 ​ແມ່ນ​ຄວາມ​ສ່ຽງປານ​ກາງ (ລະດັບ​ກາງ) ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ກວດກາ​ເອກະສານ ​ແລະ/ຫຼື ກວດກາ​ສິນຄ້າ​ບາງ​ສ່ວນ
  • ລະດັບ​ທີ່ 3: ຊ່ອງ​ສີ​ແດງ ຄ່າ​ຄວາມ​ສ່ຽງ ລະຫວ່າງ 71-100 ​ແມ່ນ​ຄວາມ​ສ່ຽງສູງ​ສຸດ (ລະດັບ​ສູງ) ທີ່​ຈະ​ຕ້ອງ​ໄດ້​ດໍາ​ເນີນ​ການ​ກວດກາ​ເອກະສານ ພ້ອມ​ທັງ​ການ​ກວດກາ​ສິນຄ້າ, ​ເຄື່ອງ​ຂອງ​ຕົວ​ຈິງ

    4.3. ວົງ​ຈອນ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ ​ແລະ ການ​ສ້າງ​ຖານ​ຂໍ້​ມູນ​ຄວາມ​ສ່ຽງ ປະກອບ​ດ້ວຍ 6 ຂັ້ນ​ຕອນ:

  • ຂັ້ນ​ຕອນທີ 1: ​ເກັບ​ກໍາ​ຂໍ້​ມູນ ​ເຊິ່ງ​ໄດ້​ຈາກ​ບົດ​ລາຍ​ງານ​ການ​ຢຶດສິນຄ້າ​ຕ່າງໆ, ​ໄດ້​ຈາກ​ແຫຼ່ງຂ່າວ​ພາຍ​ໃນ/ພາຍ​ນອກ, ​ໄດ້​ຈາກ​ການ​ສໍາ​ພາດ​ເຈົ້າໜ້າທີ່​ພາສີ, ​ເຈົ້າໜ້າທີ່​ບັງຄັບ​ໃຊ້​ກົດໝາຍ, ຜູ້​ປະກອບ​ການ​ນໍາ​ເຂົ້າ, ຜູ້​ບໍລິການ​ແຈ້ງ​ພາສີ ​ແລະ ຜູ້​ບໍລິການ​ສາງ​ສິນຄ້າ.
  • ຂັ້ນ​ຕອນ​ທີ 2: ສັງ​ລວມຂໍ້​ມູນ ທີ່​ເກັບ​ກໍາ​ໄດ້​ໃນ​ເບື້ອງຕົ້ນ ​ເພື່ອ​ວິ​ໄຈ​ຄວາມໜ້າ​ເຊື່ອ​ຖື ​ແລະ ຖືກຕ້ອງ ​ແລ້ວ​ສັງ​ລວມ​ເປັນຕາ​ຕະລາງ ​ເພື່ອ​ສົມທຽບ ​ແລະ ຈັດ​ລຽງຂໍ້​ມູນ.
  • ຂັ້ນ​ຕອນ​ທີ 3: ວິ​ເຄາະ​ຂໍ້​ມູນສະຖິຕິ ​ເພື່ອ​ກວດ​ເບິ່ງ​ຄວາມ​ສອດຄ່ອງ​ບັນດາ​ຂໍ້​ມູນ​ທີ່​ໄດ້​ມາ
  • ຂັ້ນ​ຕອນ​ທີ 4: ກໍານົດ​ຄ່າ ​ແລະ ລະດັບ​ຄວາມ​ສ່ຽງ ​ເຊິ່ງກ່ອນ​ອື່ນ ຕ້ອງ​ກໍານົດ​ຕົວ​ຊີ້ວັດ​ຄວາມ​ສ່ຽງ ຫຼັງຈາກ​ນັ້ນ ກໍານົດ​ເລກ​ຄ່າ​ຄວາມ​ສ່ຽງ
  • ຂັ້ນ​ຕອນ​ທີ 5: ຄະນະ​ກໍາມະການ​ຄຸ້ມ​ຄອງ​ບໍລິຫານ​ຄວາມ​ສ່ຽງ ຂອງ​ກົມ​ພາ​ສີ ຄົ້ນຄວ້າ​ພິຈາລະນາ ​ເພື່ອ​ຮັບຮອງ​ຄ່າ​ຄວາມ​ສ່ຽງ ​ເພື່ອ​ເອົາ​ລົງ​ລະບົບ ອາ​ຊິ​ກຸ​ດາ ​ແລະ ​ແຈ້ງການ​ນໍາ​ໃຊ້ ພາຍ​ໃນ​ລັດຖະການ​ພາສີ
  • ຂັ້ນ​ຕອນ​ທີ 6: ພາຍຫຼັງຄະນະ​ກໍາມະການ​ບໍລິຫານ​ຄວາມ​ສ່ຽງ​ໄດ້​ອອກ ​ແຈ້ງ​ການ​ນໍາ​ໃຊ້​ແລ້ວ ຕ້ອງ​ມີ​ການ​ປະ​ເມີນ​ທົບ​ທວນຄືນ ​ເປັນ​ແຕ່ລະ​ໄລຍະ, ​ເພື່ອ​ປັບປຸງ​ຄ່າ​ຄວາມ​ສ່ຽງ ​ໂດຍ​ໃຫ້​ເລີ້ມດໍາ​ເນີນ​ການ ຕາມ​ຂັ້ນ​ຕອນ​ທີ 1 ທີ່​ໄດ້​ກໍານົດ​ຂ້າງ​ເທິງ.

4.4. ການ​ເກັບ​ຂໍ້​ມູນ

  • ການ​ເກັບ​ຂໍ້​ມູນ​ຈາກ​ພາຍ​ໃນ ປະກອບ​ມີ:

  ໜ່ວຍງານ​ປະຕິບັດ​ກົດໝາຍ (​ເຊັ່ນ: ທະຫານ, ຕໍາຫຼວດ, ​ໄອ​ຍະ​ການ, ສານ, ຂະ​ແໜງປ່າ​ໄມ້, ໜ່ວຍງານ​ກວດກາ); ຂໍ້​ມູນການ​ຍຶດສິນຄ້າ,​ ຂໍ້​ມູນ​ແຫຼ່ງຂ່າວ-ຄະດີ​ຈາກ​ເຈົ້າໜ້າທີ່ ​ແລະ ຜູ້​ປະກອບ​ການ; ຂໍ້​ມູນ​ຈາກ​ການກວດ​ສອບ​ຄືນ, ການ​ແຈ້ງ​ພາສີ, ​ເອກະສານ​ການ​ຂົນ​ສົ່ງ, ​ແບບ​ຟອມຂໍ​ຂໍ້​ມູນ ​ແລະ ອື່ນໆ.

  • ການ​ເກັບກໍາ​ຂໍ້​ມູນ​ຈາກ​ພາຍ​ນອກ ປະກອບ​ມີ:

ອົງການ​ພາສີ​ໂລກ WCO RILO Regional Intelligence Liaison Office, CEN, nCEN, Interpol, UNODC ​ແລະ ອື່ນໆ.

4.5. ການ​ດັດ​ປັບ​ຖານ​ຂໍ້​ມູນ​ຄວາມ​ສ່ຽງ ​ແລະ ຄ່າ​ຄວາ​ມສ່ຽງ

    ການ​ດັດ​ປັບ​ຂໍ້​ມູນ​ຄວາມ​ສ່ຽງ ​ແລະ ຄ່າ​ຄວາມ​ສ່ຽງ ຈະ​ດໍາ​ເນີນການ​ເປັນ​ແຕ່ລະ​ໄລຍະ ຕາມ​ສະພາບ​ຕົວ​ຈິງ.

5. ການ​ສ້າງ​ຕັ້ງຄະນະ​ຮັບຜິດຊອບ​ປັບປຸງ​ວຽກງານ​ບໍລິຫານ​ຄວາມ​ສ່ຽງຂອງ​ກົມ​ພາສີ

   ການ​ບໍລິຫານ​ຄວາມ​ສ່ຽງຈະ​ຕ້ອງ​ມີ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ຄະນະ​ກໍາມະການ​ຮັບຜິດຊອບ​ຄຸ້ມ​ຄອງ​ຄວາມ​ສ່ຽງ; ຕ້ອງ​ມີ​ຜູ້​ຮັບຜິດຊອບ​ແຜນ​ງານ​ບໍລິຫານ​ຄວາມ​ສ່ຽງ ​ເພື່ອ​ພັດທະນາ​ແຜນ​ງານ ​ແລະ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ການ​ບໍລິຫານ​ຄວາມ​ສ່ຽງ ຫຼັງຈາກ​ນັ້ນ​ກໍ​ຕິດຕໍ່ ​ແລະ ທົບ​ທວນຄືນ​ແຜນ​ປະຕິບັດ​ງານ ​ເຊິ່ງປະກອບ​ດ້ວຍ:

5.1. ຄະນະ​ກໍາມະການ​ຊີ້ນໍາ​ລວມຂອງ​ກົມ​ພາສີ

    ມີໜ້າທີ່​ຄຸ້ມ​ຄອງ ​ແລະ ລາຍ​ງານ​ຄະນະ​ຜູ້​ບໍລິຫານ​ລະດັບ​ສູງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ວຽກງານ​ຄຸ້ມ​ຄອງ​ບໍລິຫານ​ຄວາມ​ສ່ຽງ; ກະກຽມ ​ແລະ ​ໃຫ້​ຄໍາ​ປຶກສາ​ແກ່​ຄວາມ​ສ່ຽງທີ່​ເປັນ​ອັນຕະລາຍ ​ແລະ ວາງ​ແຜນ​ຍຸດທະ​ສາດ; ທົບ​ທວນ​ບົດ​ລາຍ​ງານ​ຄວາມ​ສ່ຽງສູງ ​ແລະ ວິ​ເຄາະ​ຂັ້ນ​ຕອນ​ບໍລິຫານ​ຄວາມ​ສ່ຽງ ​ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງພາຍ​ໃນ; ຮັບຮອງ​ແນວທາງ​ນະ​ໂຍບາຍ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ; ກໍານົດ​ທິດ​ທາງ​ເປົ້າໝາຍ; ​ເຜີຍ​ແຜ່ ນະໂຍບາຍ​ວຽກງານ​ບໍລິຫານ​ຄວາມ​ສ່ຽງ; ພັດທະນາ​ຕົວ​ຊີ້ວັດ​ຄວາມ​ສ່ຽງ; ຮັບປະກັນ​ນະ​ໂຍບາຍ​ການ​ຄຸ້ມ​ຄອງຄວາມ​ສ່ຽງທີ່​ວາງ​ອອກ ຮັບປະກັນ​ເຄື່ອງມື​ໃນ​ການ​ບໍລິຫານ​ຄວາມ​ສ່ຽງ​ແກ່​ຜູ້​ບໍລິຫານ​ລະດັບ​ກາງ ​ແລະ ວິຊາ​ການ​ຜູ້​ປະຕິບັດ​ງານ​ຕົວ​ຈິງ.

5.2. ພະ​ແນ​ກທີ່​ຮັບຜິດຊອບ​ວຽກງານ​ບໍລິຫານ​ຄວາມ​ສ່ຽງ

    ຈະ​ຕ້ອງ​ໄດ້​ຮັບປະກັນ​ນະ​ໂຍບາຍ​ທີ​ວາງ​ອອກ​ໄປ​ຖືກ​ຈັດ​ຕັ້ງ​ປະຕິບັດ​​ໂດຍ​ຜ່ານ​ຂັ້ນ​ຕອນ ການ​ປະສານ​ງານ ​ແລະ ບໍາລຸງ​ຮັກສາ​ຂັ້ນ​ຕອນ​ການ​ບໍລິຫານ​ຄວາມ​ສ່ຽງ. ບໍລິຫານ​ຄວາມ​ສ່ຽງຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບຂອງ​ຕົນຮັບປະກັນ​ຂົງ​ເຂດ​ບຸລິມະສິດ ​ແລະ ໜ້າທີ່; ຮັບປະກັນ​ລະບົບ​ທີ່​ໃຊ້​ຈັດ​ຕັ້ງ​ປະຕິບັດ ​ແລະ ຂັ້ນ​ຕອນ​ມີປະສິດທິພາບ; ສືບຕໍ່ການ​ຝຶກ​ອົບຮົມ, ​ໃຫ້​ຄໍາ​ແນະ​ນໍາ ​ແລະ ຊຸກຍູ້​ພະນັກງານ​ທີ່​ເຮັດ​ວຽກບໍລິຫານ​ຄວາມ​ສ່ຽງ; ຮັບປະກັນ​ເຄື່ອງມື​ແກ່​ເຈົ້າໜ້າທີ່​ໃນ​ການ​ປະຕິບັດ​ວຽກງານ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ເກັບ​ກໍາ​ຄວາມ​ສ່ຽງຫຼັກ; ພັດທະນາ​ຄູ່​ມື​ເອກະສານ​ທີ່​ໃຊ້​ເຂົ້າ​ໃນ​ການ​ດໍາ​ເນີນ​ການ​ບໍລິຫານ​ຄວາມ​ສ່ຽງ; ຮັບປະກັນ​ລະບົບ​ການ​ລາຍ​ງານ, ອັບ​ເດດ​ຂໍ້​ມູນ​ຄວາມ​ສ່ຽງ​ໃນ​ລະບົບ ​ແລະ ຮັບປະກັນ​ເອກະສານ​ບໍລິຫານ​ຄວາມ​ສ່ຽງ​ແມ່ນ​ທັນ​ກັບ​ສະພາບ​ການ​ປະຈຸ​ບັນ.

5.3. ຂັ້ນໜ່ວຍງານ, ດ່ານ, ​ເຈົ້າໜ້າທີ່​ປະ​ຈໍາ​ດ່ານ

   ຮັບຜິດຊອບ​ກວດກາ​ຂໍ້​ມູນ ​ແລະ ວິ​ເຄາະ​ຂໍ້​ມູນ; ປະ​ເມີນ​ຂໍ້​ມູນ​ເບື້ອງຕົ້ນ​ທີ່​ໄດ້​ຮັບ ​ແລະ ປະ​ເມີນ​ຂັ້ນ​ຕອນ​ການ​ບໍລິຫານ​ຄວາມ​ສ່ຽງ ​ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງພາຍ​ໃນ; ມີໜ້າທີ່ຫຼຸດຄວາມ​ສ່ຽງ, ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ນິຕິ​ກໍາ ​ແລະ ສິດໜ້າທີ່​ຂອງ​ຕົນ; ປະຕິບັດ​ຕາມ​ນະ​ໂຍບາຍ, ຄໍາ​ແນະ​ນໍາ ​ແລະ ຂັ້ນ​ຕອນ​ການ​ບໍລິຫານ​ຄວາມ​ສ່ຽງ; ຊີ້​ໃຫ້​ເຫັນ​ຄວາມ​ສ່ຽງ, ຄວາມ​ເປັນ​ໄປ​ໄດ້ ​ແລະ ຜົນ​ທີ່​ຄາດ​ວ່າ​ຈະ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ສ່ຽງ; ດໍາ​ເນີນ​ການ​ເພື່ອ​ຮັບປະກັນ​ເຮັດ​ໃຫ້​ຄວາມ​ສ່ຽງຫຼຸດລົງ; ​ເກັບ​ກໍາ​ຄວາມ​ສ່ຽງຫຼັກ, ພັດທະນາ​ຄູ່​ມື​ເອກະສານ​ທີ່​ໃຊ້​ເຂົ້າ​ໃນ​ການ​ບໍລິຫານ​ຄວາມ​ສ່ຽງ; ຮັບປະກັນ​ລະບົບ​ການ​ລາຍ​ງານ ​ແລະ ຮັບປະກັນ​ເອກະສານ​ບໍລິຫານ​ຄວາມ​ສ່ຽງ​ແມ່ນ​ທັນ​ກັບ​ສະພາບ​ການ​ປະຈຸ​ບັນ.

6. ການຈັດ​ຕັ້ງ​ປະຕິບັດ ​ແລະ ຜົນ​ສັກສິດ

1.  ມອບ​ໃຫ້​ຄະນະ​ຮັບຜິດຊອບ​ການ​ຄຸ້ມ​ຄອງ​ບໍລິຫານ​ຄວາມ​ສ່ຽງ, ພະ​ແນ​ກກວດ​ສອບ​ຄືນ​ການ​ແຈ້ງ​ພາສີ, ຂະ​ແໜງການກວດ​ສອບ​ຄືນ ​ແລະ ບໍລິຫານ​ຄວາມ​ສ່ຽງ ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ, ​ເຜີຍ​ແຜ່, ​ແນະ​ນໍາ, ຜັນ​ຂະຫຍາຍ ຄໍາ​ແນະ​ນໍາ​ສະບັບ​ນີ້ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ.

2. ມອບ​ໃຫ້​ພະ​ແນ​ກກວດ​ສອບ​ຄືນ​ການ​ແຈ້ງ​ພາສີ ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ບໍລິຫານ​ຄວາມ​ສ່ຽງ​ໃຫ້​ມີ​ປະສິດທິ​ຜົນ; ລົງ​ເລິກ​ແຜນ​ວຽກລະອຽດ​ໃຫ້​ໄດ້​ຕາມ​ເປົ້າໝາຍ, ຈັດ​ສັດ​ພະນັກງານ​ເຮັດ​ວຽກສະ​ເພາະ​ຄຸ້ມ​ຄອງ​ການ​ບໍລິຫານ​ຄວາມ​ສ່ຽງ ກ້າວ​ໄປ​ສູ່​ການ​ເຮັດ​ລະບົບ​ບໍລິຫານ​ຄວາມ​ສ່ຽງ​ເຕັມ​ຮູບ​ແບບ ​ແລະ ສາມາດ​ເຊື່ອມ​ໂຍງ​ກັບ​ບັນດາ​ຖານ​ຂໍ້​ມູນ​ຄວາມ​ສ່ຽງຂອງ​ບັນດາ​ຂະ​ແໜງການ​ລັດ.

3. ມອບ​ໃຫ້​ທຸກ​ພາກສ່ວນ​ຈົ່ງ​ໃຫ້ການ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຂອງ​ຄະນະ​ຮັບຜິດຊອບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ຖ້າ​ຫາກ​ມີ​ຂໍ້​ຫຍຸ້ງຍາກ​ປະການ​ໃດ ​ໃຫ້​ຮ່ວມ​ກັນ​ຄົ້ນຄວ້າ​ແກ້​ໄຂ ​ແລະ ລາຍ​ງານ​ຂໍ​ຄໍາ​ເຫັນ​ຄະນະ​ນໍາ​ກົມ​ພາສີ​ເປັນ​ແຕ່ລະ​ໄລຍະ.

4.  ຄໍາ​ແນະ​ນໍາ​ສະບັບ​ນີ້ມີ​ຜົນ​ສັກສິດ​ນັບ​​ແຕ່​ມື້ລົງ​ລາຍ​ເຊັນ​ເປັນ​ຕົ້ນ​ໄປ.

ຮັກສາການຫົວໜ້າກົມ​ພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ວຽກງານບໍລິຫານຄວາມສ່ຽງ ຂອງກົມພາສີ, ເລກທີ 09045/ກພສ, ລົງວັນທີ 13 ພະຈິກ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.