ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ  1204/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 25 ທັນວາ 2020

ຂໍ້​ຕົກລົງ

  ວ່າ​ດ້ວຍ ການຂຶ້ນທະບຽນບັນຊີ​ເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ

 

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016.
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.
  • ອີງຕາມ ໜັງສືສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 0563/ກອຫ.ສຄ, ລົງວັນທີ 22 ເມສາ 2020.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ ຈຸດປະສົງ

  ຂໍ້ຕົກລົງສະບັບນີ້​ ກຳນົດ ຫຼັກການ, ລະບຽບ​ການ ແລະ ມາດຕະການ ກ່ຽວ​ກັບ​ ການຂຶ້ນທະບຽນບັນຊີ​ເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ​​ ​​ເພື່ອ​​ເຮັດ​ໃຫ້ການ​ດຳ​ເນີນ​ທຸລະ​ກິດມີ​ຄວາມ​ສະດວກ, ວ່ອງ​ໄວ​ ແລະ ການນໍາໃຊ້ເຄມີຖືກຕ້ອງ​ຕາມ​ຫຼັກ​ວິຊາ​ການ, ​ກົດໝາຍ ​ແລະ ລະບຽບ​ການ ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພຕໍ່​ສຸຂະພາບ, ​ຊີວິດ, ຊັບ​ສິນ ​ແລະ ສິ່ງ​ແວດ​ລ້ອມ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ຂອງ​ຊາດ.

ມາດຕາ 2  ການຂື້ນທະບຽນບັນຊີເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ

  ການຂຶ້ນທະບຽນບັນຊີເຄມີ​ ແມ່ນ ການຮັບຮອງເອົາປະເພດເຄມີ ເພື່ອມາຜະລິດ, ບັນຈຸ, ຫຸ້ມຫໍ່,​  ຊື້ຂາຍ, ປ້ອງກັນ, ຄົ້ນຄວ້າ, ທົດລອງ, ສະໜອງ,​ ຂົນສົ່ງ, ນໍາເຂົ້າ, ສົ່ງອອກ, ເກັບຮັກສາ, ຄອບຄອງ, ກໍາຈັດ ແລະ ບໍາບັດ, ຍົກ​ເວັ້ນ ​ເຄມີ​ອັນຕະລາຍ​ປະ​ເພດໜຶ່ງ.

  ການນຳເຂົ້າ ແລະ ສົ່ງ​ອອກເຄມີ ​ແມ່ນ ການນໍາເອົາ​ເຄມີເຂົ້າມາ ສປປ ລາວ ​ແລະ ສົ່ງອອກຈາກ ສປປ ລາວ ລວມທັງການນຳເຂົ້າ ​ແລະ ສົ່ງອອກຊົ່ວຄາວ ​ໂດຍ​ຜ່ານ​ດ່ານ​ສາກົນ.

  ການ​ສົ່ງ​ຜ່ານ​ເຄມີ ​ແມ່ນ ການ​ຂົນ​ສົ່ງ​ເຄມີຜ່ານດິນແດນຂອງ ສປປ ລາວ ຜ່ານດ່ານສາກົນ ໂດຍບໍ່ມີການປ່ຽນຖ່າຍພາຊະນະບັນຈຸ ຫຼື ພາຫະນະຂົນສົ່ງ.

ມາດຕາ ການອະທິບາຍຄໍາສັບ

  ຄໍາ​ສັບ​ທີ່​ນຳໃຊ້​ໃນ​ຂໍ້​ຕົກລົງ​ສະບັບ​ນີ້​ມີ​ຄວາມ​ໝາຍ ​ດັ່ງ​ນີ້:

  1. ການປະເມີນຄວາມສ່ຽງເຄມີ ໝາຍເຖິງ ຂະ​ບວນການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​​ເຄມີ ​ທີ່​ຈະ​ເກີດ​ອັນຕະລາຍຕໍ່​ສຸຂະພາບ,​ ຊີວິດ, ຊັບ​ສິນ ​ແລະ ສິ່ງ​ແວດ​ລ້ອມ;
  2. ແຜນປ້ອງກັນ ແລະ ແກ້ໄຂອຸບປະຕິເຫດຈາກເຄມີ ໝາຍ​ເຖິງ​ ການ​ກຳນົດມາດ​ຕະການ​ປ້ອງ​ກັນ​ການ​ເກີດ​ອຸບ​ປະຕິ​ເຫດຈາກເຄມີ ແລະ ວິທີ​ການ​ແກ້​ໄຂ​ເມື່ອ​ມີ​ອຸບ​ປະຕິ​ເຫດ​ເກີດ​ຂຶ້ນ;
  3. ໃບຢັ້ງຢືນຜົນການວິເຄາະເຄມີຈາກຜູ້ຜະລິດ ໝາຍ​ເຖິງ​ ໃບ​ຢັ້ງຢືນ​ຜົນ​ການ​ວິ​ໄຈ​ອົງ​ປະກອບທາງ​ເຄມີ​ຂອງທາດ​ປະສົມ ຫຼື ທາດ​ສົມປົນ;
  4. ເອກະສານຂໍ້ມູນຄວາມປອດໄພເຄມີຂອງ​ຜູ້​ຜະລິດ (Materials Safety Data Sheet)  ໝາຍ​ເຖິງ ບົດ​ແນະ​ນໍາ​ຂອງ​ຜູ້​ຜະລິດ​ເຄມີ ​ເພື່ອສະ​ແດງ​ໃຫ້​ຮູ້​ກ່ຽວ​ກັບ​ແຫຼ່ງທີ່​ມາ​ຂອງ​ເຄມີ, ຄຸນ​ລັກສະນະ​ຄວາມ​ເປັນ​ອັນຕະລາຍ, ​ມາດ​ຕະການ​ປ້ອງ​ກັນ ​ແລະ ​ແກ້​ໄຂ;
  5. ລະບົບ​ເອ​ເລັກ​ໂຕຣນິກ ໝາຍ​ເຖິງ​ ຂະ​ບວນການ​ຍື່ນ​ເອກະສານຜ່ານ​ທາງ​ອິນ​ເຕີ​ເນັດ;
  6. ເຕັກນິກ ໝາຍເຖິງ ວິທີການ, ມາດຕະການ ຄຸ້ມຄອງຄວາມປອດໄພທາງເຄມີ ເປັນຕົ້ນ ຖັງບັນຈຸ,ການຕິດສະຫຼາກ, ການຈໍາແນກປະເພດ, ການຫຸ້ມຫໍ່, ການບັນຈຸ, ການຕອບໂຕ້ພາວະສຸກເສີນ ແລະ ການປ້ອງກັນສຸຂະພາບ.

ມາດຕາ 4ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບເຄມີໃນ ສປປ ລາວ, ຍົກເວັ້ນການຂຶ້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ປະເພດ ໜຶ່ງ.

ໝວດທີ 2
ການຂຶ້ນທະບຽນບັນຊີເຄມີ

ມາດຕາ ການສະເໜີຂຶ້ນທະບຽນບັນຊີເຄມີ

  • ຕ້ອງເປັນ​ນິຕິບຸກຄົນ​ທີ່​ໄດ້ຂຶ້ນ​ທະບຽນ​ວິ​ສາ​ຫະກິດ ​ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດເຄມີ ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບ​ການ.
  • ຕ້ອງປະກອບເອກະສານ​ຍື່ນຕໍ່ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ໂດຍ​ກົງ ຫຼື ຜ່ານລະບົບ​ເອ​ເລັກ​ໂຕຣນິກ ໂດຍເອກະສານປະກອບ ດັ່ງນີ້:
  1. ໜັງສືສະເໜີຂໍຂຶ້ນທະບຽນບັນຊີເຄມີ ຕາມແບບ​ພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດ;
  2. ບົດປະເມີນຄວາມສ່ຽງເຄມີ ຕາມແບບ​ພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດ;
  3. ເອກະສານຂໍ້ມູນຄວາມປອດໄພເຄມີຂອງ​ຜູ້​ຜະລິດ ເປັນພາສາລາວ ຫຼື ພາ​ສາ​ອັງ​ກິດ;
  4. ສຳເນົາໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດ ​ຫຼື ໃບອະນຸຍາດລົງທຶນ ຕາມກິດຈະການການລົງທຶນ;
  5. ໃບຢັ້ງຢືນຜົນການວິເຄາະເຄມີຈາກຜູ້ຜະລິດ ຫຼື ຫ້ອງວິ​ໄຈ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຖືກ​ຕ້ອງ ໂດຍເປັນພາສາລາວ ຫຼື ພາສາອັງກິດ ໃນກໍລະນີເປັນທາດປະສົມ.

ມາດຕາ ​6  ການພິຈາລະນາຂຶ້ນ​ທະບຽນ​ບັນຊີ​ເຄມີ

  ພາຍຫຼັງ​​ໄດ້​ຮັບ​ເອກະສານ​ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ຖືກຕ້ອງ ແລະ ຄົບ​ຖ້ວນ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ຕ້ອງ​​ອອກ​ໃບ​ທະບຽນ​ບັນຊີ​ເຄມີ​ພາຍ​ໃນ ສິບຫ້າ ວັນ ​ລັດຖະການ.

  ​ໃນກໍລະນີເອ​ກະ​ສານ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ຕ້ອງ​ແຈ້ງ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີຮັບ​ຊາບ ​ພາຍ​ໃນ ​ຫ້າ ວັນ ​ລັດຖະການ ນັບ​ແຕ່​ວັນ​ໄດ້​ຮັບ​ເອກະສານ ​ເພື່ອ​ໃຫ້​ຜູ້ສະເໜີ​ແກ້​ໄຂ​ໃຫ້​ຄົບ​ຖ້ວນ ​ແລະ ຖືກຕ້ອງ.

  ໃນ​ກໍລະນີ​ທີ່​ບໍ່​ສາມາດ​ອອກ​ໃບ​ທະບຽນບັນຊີ​ເຄມີ​ໄດ້​ ຕ້ອງ​ໄດ້​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ ​ໃຫ້​ຜູ້​ສະເໜີ​ຊາບພາຍ​ໃນ ຫ້າ​ ວັນ ​ລັດຖະການ​ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ເອກະສານ​ຄົບ​ຖ້ວນ.

ໝວດທີ 3
ການນໍາເຂົ້າ
, ສົ່ງອອກ ແລະ ສົ່ງຜ່ານເຄມີ

ມາດຕາ 7  ຫຼັກການ ການນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ ​ເຄມີ  

  ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ເຄມີ ແມ່ນຕ້ອງປະຕິບັດຕາມທີ່ກຳນົດໃນມາດຕາ 22 ແລະ 45 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ຄືດັ່ງນີ້:

   ກ. ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ເຄມີ

  1. ເຄມີປະເພດ ໜຶ່ງ ແມ່ນຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ແລະ ສອດຄ່ອງກັບຫຼັກການສາກົນລາຍລະອຽດຈະໄດ້ກຳນົດໃນລະບຽບການສະເພາະ.
  2. ເຄມີປະເພດ ສອງ ແລະ ສາມ ແມ່ນຕ້ອງໄດ້ຮັບອະນຸຍາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ເປັນຜູ້ພິຈາລະນາອະນຸມັດ ໂດຍໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ຄຸ້ມຄອງເຄມີດັ່ງກ່າວ;
  3. ເຄມີປະເພດ ສີ່ ແລະ ເຄມີທີ່ບໍ່ນອນໃນປະເພດໃດ ແມ່ນບໍ່ຕ້ອງຂໍອະນຸຍາດ ແຕ່ກ່ອນຈະນໍາເຂົ້າຕ້ອງແຈ້ງໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບ່ອນນໍາເຂົ້າ ຫຼື ສົ່ງອອກ ຊາບ.    

   ​ຂ. ການ​ສົ່ງ​ຜ່ານເຄມີ

  1. ເຄມີປະເພດ ໜຶ່ງ ແມ່ນຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ແລະ ສອດຄ່ອງກັບຫຼັກການສາກົນລາຍລະອຽດຈະໄດ້ກຳນົດໃນລະບຽບການສະເພາະ.
  2. ເຄ​ມີ​ປະ​ເພດ ສອງ, ສາມ, ສີ່ ແລະ ເຄ​ມີ​ທີ່ບໍ່​ນອນ​ໃນ​​ປະ​ເພດ​ໃດ ແມ່ນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ສົ່ງ​ຜ່ານ ຈາກ​ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ.

ມາດຕາ 8 ການນໍາ​ເຂົ້າ ແລະ ສົ່ງ​ອອກ​ ​ເຄມີ ປະເພດ ສອງ ແລະ ສາມ

   ການນໍາເຂົ້າ ແລະ ສົ່ງອອກ ເຄມີ ປະເພດ ສອງ ແລະ ສາມ ຕ້ອງມີເງື່ອນໄຂ ແລະ ປະຕິບັດຕາມມາດຕະການ ດັ່ງນີ້:   

  1. ​​​​ເປັນ​ນິຕິບຸກຄົນ​ທີ່​ໄດ້ຂຶ້ນ​ທະບຽນ​ວິ​ສາ​ຫະກິດ​ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດເຄມີ ຖືກ ຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບ​ການ;
  2. ຮັບປະກັນທາງດ້ານເຕັກນິກ, ພາຊະນະ​ບັນຈຸ ແລະ ວັດຖູປະກອນໃຫ້ພຽງພໍ;
  3. ນຳໃຊ້ພາຫະນະຂົນສົ່ງທີ່​ໄດ້​ມາດຕະຖານ;
  4. ນໍາ​ເຂົ້າ ແລະ ສົ່ງອອກ ຜ່ານ​​ດ່ານ​ສາກົນ.

ມາດຕາ 9   ການ​ສະເໜີ​ຂໍ​ອະ​ນຸຍາດ​ນໍາ​ເຂົ້າ ແລະ ສົ່ງ​ອອກເຄມີ ປະເພດ ສອງ ແລະ ສາມ

   ການນຳເຂົ້າ ແລະ ສົ່ງອອກເຄມີ ປະເພດ ສອງ ແລະ ສາມ ໃຫ້ປະກອບເອກະສານ ສະເໜີເຖິງ ກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອຂໍອະນຸຍາດ​ນໍາ​ເຂົ້າ ຫຼື ສົ່ງອອກ​ ໂດຍມີເອກະສານ ດັ່ງນີ້:

  1. ​ໜັງສືສະເໜີ​ຂໍອະນຸຍາດ ນໍາເຂົ້າ ຫຼື ສົ່ງອອກ ​ເຄມີ ປະເພດ ສອງ ແລະ ສາມ ຕາມແບບພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ກຳນົດ;  
  2. ສຳເນົາ ໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ ​ຫຼື ໃບອະນຸຍາດລົງທຶນ;
  3. ສໍາ​ເນົາໃບທະບຽນບັນຊີເຄມີ;
  4. ໃບແຈ້ງລາຄາ ແລະ ໃບສັ່ງຊື້ສິນຄ້າ;
  5. ສໍາເນົາ ແຜນຄວາມ​ຕ້ອງການປະຈໍາປີ ສຳລັບການນຳເຂົ້າ, ແຜນຜະລິດ ແລະ ຈໍາໜ່າຍປະຈໍາປີ ສຳລັບການສົ່ງອອກ;
  6. ​ໃບສັນຍາຊື້ຂາຍ ລະຫວ່າງ ຜູ້ນຳເຂົ້າ ແລະ ຜູ້ນໍາໃຊ້ພາຍໃນ ກໍລະນີ ນໍາເຂົ້າເພື່ອສະໜອງໂດຍກົງໃຫ້ກັບຜູ້ອື່ນ; 
  7. ໃບ​ອະນຸຍາດ​ນໍາ​ເຂົ້າ​ຈາກ​ປະ​ເທດ​ປາຍທາງ ກໍລະນີ​ສົ່ງ​ອອກເຄມີອັນຕະລາຍປະເພດ 2,3. ສໍາລັບການສົ່ງອອກເຄມີຈາກ ສປປ ລາວ ໄປປະເທດອື່ນ.

ມາດຕາ 10 ການພິຈາລະນາອອກໃບອະນຸຍາດ​ນໍາ​ເຂົ້າ ແລະ ສົ່ງ​ອອກ ​ ​ເຄມີ ປະເພດ ສອງ ແລະ  ສາມ

   ພາຍຫຼັງ​ໄດ້​ຮັບ​ເອກະສານຕາມ​ທີ່​​ໄດ້​ກຳນົດ​ໄວ້​ໃນ​ ມາດຕາ 9 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້​ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ  ຕ້ອງ​ພິຈາລະນາ​ອອກ​ໃບ​ອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ​ພາຍ​ໃນ ຫ້າ ວັນ ​ລັດຖະການ  ນັບແຕ່ມື້ໄດ້ຮັບເອກະສານ ຖືກຕ້ອງ ແລະ ຄົບຖ້ວນ.

​   ໃນ​ກໍລະນີ​ເອກະສານ​ຫາ​ກບໍ່​ຖືກຕ້ອງ​ ຫຼື ບໍ່ຄົບຖ້ວນ ໃຫ້​ແຈ້ງ​ຕອບ​​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີ ພາຍ​ໃນ ສາມ ວັນ ​ລັດຖະການ ​ເພື່ອ​ປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

   ໃນ​ກໍລະນີ​ທີ່​ບໍ່​ສາມາດ​ອອກ​ໃບ​ອະນຸຍາດ​ນໍາ​ເຂົ້າ ແລະ ສົ່ງ​ອອກ  ຕ້ອງ​​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີຮັບຊາບ ພາຍ​ໃນ ຫ້າ ວັນ ​ລັດຖະການ ​ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ເອກະສານ​ຄົບ​ຖ້ວນ.

ມາດຕາ 11 ການແຈ້ງການນໍາເຂົ້າ ແລະ ສົ່ງ​ອອກ ເຄມີ ປະເພດ ສີ່ ແລະ ເຄມີທີ່ບໍ່ນອນໃນປະເພດໃດ

   ການນຳເຂົ້າ ແລະ ສົ່ງອອກ ເຄມີປະເພດ ສີ່ ແລະ ເຄມີທີ່ບໍ່ນອນໃນປະເພດໃດ ແມ່ນ ໃຫ້ແຈ້ງຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບ່ອນນໍາເຂົ້າ ຫຼື ສົ່ງອອກ ຮັບຊາບ ກ່ອນມື້ຈະມີການ ນຳເຂົ້າ ຫຼື ສົ່ງອອກ ຫ້າ ວັນ ລັດຖະການ.

   ເອກະສານປະກອບໃນການແຈ້ງການນໍາເຂົ້າ ຫຼື ສົ່ງອອກ ປະກອບມີ ດັ່ງນີ້:   

  1. ​ບົດ​ລາຍ​ງານລາຍກ່ຽວກັບ​​ເຄມີ​ທີ່​ຈະ​ນໍາ​ເຂົ້າ ຫຼື ສົ່ງ​ອອກ;
  2. ສຳເນົາ ໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ ​ແລະ ໃບອະນຸຍາດລົງທຶນ;
  3. ສໍາ​ເນົາໃບທະບຽນບັນຊີເຄມີ;
  4. ໃບແຈ້ງລາຄາ ຫຼື ໃບສັ່ງຊື້ສິນຄ້າ;
  5. ສໍາເນົາແຜນຄວາມ​ຕ້ອງການປະຈໍາປີ ກໍລະນີ​ນໍາ​ເຂົ້າ;
  6. ສໍາເນົາແຜນຜະລິດ ແລະ ຈໍາໜ່າຍປະຈໍາປີ ກໍລະນີ​ສົ່ງ​ອອກ;
  7. ​ໃບສັນຍາຊື້ຂາຍ ກໍລະນີເປັນບໍລິສັດນໍາເຂົ້າເພື່ອສະໜອງໃຫ້ບໍລິສັດອື່ນ.

ມາດ​ຕາ 12    ການສົ່ງຜ່ານເຄມີ ປະເພດສອງ, ສາມ, ສີ່ ແລະ ເຄມີທີ່ບໍ່ນອນໃນ​​ປະເພດໃດ

   ການສົ່ງຜ່ານ ເຄ​ມີ​ປະ​ເພດ ສອງ, ສາມ, ສີ່ ແລະ ເຄ​ມີ​ທີ່ບໍ່​ນອນ​ໃນ​​ປະ​ເພດ​ໃດ ຕ້ອງມີເງື່ອນໄຂ ແລະ ປະຕິບັດຕາມມາດຕະການ ດັ່ງນີ້:   

  1. ເປັນ​ນິ​ຕິ​ບຸກ​ຄົນ​ທີ່​ຈົດ​ທະ​ບຽນຖືກ​ຕ້ອງ​ຢູ່​ພາຍ​ໃນ ຫຼື ຕ່າງ​ປະ​ເທດ ທີ່ໄດ້ຮັບເງື່ອນໄຂໃນການຂົນສົ່ງ;
  2. ຮັບປະກັນທາງດ້ານເຕັກນິກ, ພາຊະນະ​ບັນຈຸ ແລະ ວັດຖູປະກອນໃຫ້ພຽງພໍ;
  3. ມີແຜນ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ ແລະ ແກ້ໄຂອຸບປະຕິເຫດໃນ​ການ​ຂົນ​ສົ່ງ​ເຄມີ​ຜ່ານ ສປປ ລາວ;
  4. ມີ​ປະກັນ​ໄພ​ອຸບ​ປະຕິ​ເຫດ;
  5. ​ໄດ້​ຮັບອະນຸຍາດ​ສົ່ງ​ອອກ​ຈາກ​ປະ​ເທດ​ຕົ້ນທາງ ​ແລະ ​ໄດ້​ຮັບອະນຸຍາດນຳເຂົ້າຈາກປະເທດປາຍ ທາງ;
  6. ຕ້ອງໄດ້ຮັບການເຫັນດີຈາກອົງການຄຸ້ມຄອງວຽກງານເຄມີ;
  7. ນຳໃຊ້ພາຫະນະຂົນສົ່ງທີ່​ໄດ້​ມາດຕະຖານ;
  8. ນໍາ​ເຂົ້າ ​ແລະ ສົ່ງ​ອອກ​ຜ່ານ​ດ່ານ​ສາກົນ.

ມາດ​ຕາ 13 ການສະເໜີຂໍອະນຸຍາດສົ່ງຜ່ານເຄມີປະເພດ ສອງ, ສາມ, ສີ່ ແລະ ເຄມີທີ່ບໍ່ນອນໃນ​​ປະເພດໃດ

   ການສົ່ງຜ່ານ ເຄ​ມີ​ປະ​ເພດ ສອງ, ສາມ, ສີ່ ແລະ ເຄ​ມີ​ທີ່ບໍ່​ນອນ​ໃນ​​ປະ​ເພດ​ໃດ ແມ່ນໃຫ້ສະເໜີເຖິງ​ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ  ເພື່ອຂໍອະນຸຍາດສົ່ງຜ່ານ ໂດຍປະກອບເອກະສານ ດັ່ງນີ້ :

  1. ໜັງສືສະເໜີຂໍອະນຸຍາດ​ສົ່ງ​ຜ່ານ​ເຄມີ ຕາມແບບພິມທີ່ກົມອຸດສາຫະກຳ ແລະ ຫັດຖະກຳ ກຳນົດ;
  2. ສໍາ​ເນົາໃບອະນຸຍາດ​ສົ່ງ​ອອກ​ຈາກ​ປະ​ເທດ​ຕົ້ນທາງ;
  3. ສໍາ​ເນົາໃບອະນຸຍາດນຳເຂົ້າຈາກປະເທດປາຍທາງ;
  4. ແຜນ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ ແລະ ແກ້ໄຂອຸບປະຕິເຫດໃນ​ການ​ຂົນ​ສົ່ງ​ເຄມີ​ຜ່ານ ສປປ ລາວ;
  5. ເອກະສານຂໍ້ມູນຄວາມປອດໄພເຄມີຂອງ​ຜູ້​ຜະລິດ ເປັນພາສາລາວ ຫຼື ພາສາອັງກິດ;
  6. ​ສໍາ​ເນົາໃບ​ອະນຸຍາດ​ຂົນ​ສົ່ງ;
  7. ສໍາ​ເນົາ​ປະກັນ​ໄພການຂົນສົ່ງເຄມີ.

ມາດຕາ 14 ການພິຈາລະນາອອກໃບອະນຸຍາດສົ່ງຜ່ານ ​ເຄມີປະເພດ ສອງ, ສາມ, ສີ່ ແລະ ເຄມີທີ່ບໍ່ນອນໃນ​​ປະເພດໃດ

   ພາຍຫຼັງ​ໄດ້​ຮັບ​ເອກະສານ ຕາມ​ທີ່​​ໄດ້​ກຳນົດ​ໄວ້​ໃນ​ ມາດຕາ 12 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້​ ກົມອຸດສາຫະກຳ ແລະ ຫັດຖະກຳ ຕ້ອງ​ພິຈາລະນາ​ອອກ​ໃບ​ອະນຸຍາດສົ່ງຜ່ານ​ ພາຍໃນ ສິບຫ້າ ວັນ ລັດຖະການ  ນັບແຕ່ມື້ໄດ້ຮັບເອກະສານ ຖືກຕ້ອງ ແລະ ຄົບຖ້ວນ.

   ​ໃນ​ກໍລະນີ​ເອກະສານ​ຫາ​ກບໍ່​ຖືກຕ້ອງ​ ຫຼື ບໍ່ຄົບຖ້ວນ ໃຫ້​ແຈ້ງ​ຕອບ​​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີ ພາຍ​ໃນ ຫ້າ ວັນ ​ລັດຖະການ ​ເພື່ອ​ປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

   ໃນ​ກໍລະນີ​ທີ່​ບໍ່​ສາມາດ​ອອກ​ໃບ​ອະນຸຍາດ​ສົ່ງ​ຜ່ານ​ເຄມີ​ ຕ້ອງ​​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ສະເໜີຮັບຊາບ ພາຍ​ໃນ ຫ້າ ວັນ ​ລັດຖະການ ​ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ເອກະສານ​ຄົບ​ຖ້ວນ.

ໝວດທີ 4

ຂໍ້ຫ້າມ

ມາດຕາ 15    ຂໍ້ຫ້າມທົ່ວໄປ

   ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

  1. ຂັດຂວາງການເຄື່ອນໄຫວຂອງເຈົ້າໜ້າທີ່ກ່ຽວກັບວຽກງານຂຶ້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ;
  2. ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານ ທີ່ຮັບຜິດຊອບກ່ຽວກັບເຄມີທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດຂອງຕົນ;
  3. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 16    ຂໍ້ຫ້າມສໍາລັບຜູ້ຂໍຂຶ້ນທະບຽນບັນຊີເຄມີ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ເຄມີ

   ຫ້າມຜູ້ຂໍຂຶ້ນທະບຽນບັນຊີເຄມີ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ເຄມີ ມີພຶດຕິກໍາ ດັ່ງນີ້:

  1. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ເຄມີ ໂດຍບໍ່ສອດຄ່ອງກັບການອະນຸຍາດ;
  2. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນເຄມີປອມ, ເຄມີບໍ່ໄດ້ມາດຕະຖານ, ເຄມີເສຍຄຸນນະພາບ ແລະ ເຄມີບໍ່ໄດ້ຂຶ້ນທະບຽນ;
  3. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີອັນຕະລາຍທີ່ບໍ່ບອກຊື່ ຫຼື ບອກຊື່ບໍ່ຊັດເຈນ;
  4. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ຜ່ານດ່ານທີ່ບໍ່ແມ່ນດ່ານສາກົນ;
  5. ປອມແປງເອກະສານ;
  6. ໃຫ້ຂໍ້ມູນຂ່າວສານ ການຂຶ້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ທີ່ບໍ່ຖືກກັບຄວາມເປັນຈິງ;
  7. ໃຫ້ສິນບົນ;
  8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ​ແລະ ລະບຽບ​ການ.

ມາດຕາ 17    ຂໍ້ຫ້າມສໍາລັບ ພະນັກງານ ແລະ ເຈົ້າໜ້າທີ່

   ຫ້າມພະນັກງານ ແລະ ເຈົ້າໜ້າທີ່ີ ມີພຶດຕິກໍາ ດັ່ງນີ້:

  1. ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ ເພື່ອຫາຜົນປະໂຫຍດສ່ວນຕົວ;
  2. ຮັບ ຫຼື ທວງເອົາສິນບົນ;
  3. ເມີນເສີຍຕໍ່ການປະຕິບັດໜ້າທີ່, ກົດໜ່ວງ, ຖ່ວງດຶງການພິຈາລະນາເອກະສານ;
  4. ປອມແປງເອກະສານ ຫຼືື ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ຫຼື ທໍາລາຍເອກະສານ;
  5. ກົດໜ່ວງ, ຖ່ວງດຶງ ເອກະສານ ຫຼື ປອມແປງລາຍເຊັນຜູ້ມີອຳນາດ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດ​ທີ 5

ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານການຂຶ້ນທະບຽນບັນຊີເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ

ມາດຕາ 18 ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ການຂຶ້ນທະບຽນບັນຊີເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ

   ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີຂອງ​ຂະ​ແໜງ​ການອຸດສາຫະກຳ ​ແລະ ການ​ຄ້າ​ ປະກອບ​ມີ ​ສາມ​ຂັ້ນ ດັ່ງ​ນີ້:

  1. ຂັ້ນ​ສູນ​ກາງ ​ແມ່ນ ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ;  
  2. ຂັ້ນ​ແຂວງ​ ແມ່ນ ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ;
  3. ຂັ້ນ​ເມືອງ ແມ່ນ ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ, ນະຄອນ.

ມາດຕາ 19 ສິດ ​ແລະ ໜ້າທີ່​ຂອງ​ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ

   ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ເຄມີ, ກົມ​ອຸດສາຫະກຳ ​ແລະ ຫັດຖະກຳ ມີ​ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

  1. ຄົ້ນ​ຄວ້າ​ສ້າງ ​ແລະ ປັບປຸງ ນິຕິ​ກຳ, ​ແຜນການ​ເຄື່ອນ​ໄຫວ ​ເພື່ອ​ນໍາ​ສະ​ເໜີ​ຂັ້ນ​ເທິງ​ພິຈາລະນາ;
  2. ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ແລະ ລະບຽບ​ການ​ກ່ຽວ​ກັບການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ;
  3. ​ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ການຂຶ້ນທະບຽນ​ບັນຊີ​ເຄມີ, ການນໍາ​ເຂົ້າ, ສົ່ງ​ອອກເຄມີປະ​ເພດ ສອງ ​ແລະ ສາມ ແລະ ສົ່ງ​ຜ່ານ​ເຄມີ;
  4. ຮັບ​ຄໍາ​ຮ້ອງ​ຂໍອະນຸຍາດ​ຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກເຄມີອັນຕະລາຍ ປະ​ເພດສອງ ​ແລະ ສາມ;
  5. ຮັບ​ຄໍາ​ຮ້ອງ​ຂໍອະນຸຍາດ​ ສົ່ງ​ຜ່ານ​ເຄມີ ປະເພດ ສອງ, ສາມ, ສີ່ ແລະ ເຄມີທີ່ບໍ່ນອນໃນປະເພດໃດ;
  6. ຕິດຕາມ​ກວດກາ​ການ​ດຳ​ເນີນ​ທຸລະ​ກິດ​ກ່ຽວ​ກັບ​ເຄມີ;
  7. ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ;
  8. ກັກ,​ ອາຍັດ ເຄມີທີ່ນໍາເຂົ້າ,​ ສົ່ງອອກ ແລະ ສົ່ງຜ່ານ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
  9. ພິຈາລະນາອອກ​ ​ແລະ ລົບ​ລ້າງ ໃບ​ທະບຽນ​ບັນຊີ​ເຄມີ, ​ໃບ​ອະນຸຍາດ​ນໍາ​ເຂົ້າ, ສົ່ງ​ອອກ ເຄມີປະ​ເພດ ສອງ ​ແລະ ສາມ;
  10. ສະຫຼຸບລາຍງານການຂຶ້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ຕໍ່ລັດຖະບານ ທຸກໆ ຫົກ ເດືອນ;
  11. ນໍາ​ໃຊ້ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບ​ການ.

ມາດຕາ 20 ສິດ ​ແລະ ໜ້າທີ່​ຂອງພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ນະຄອນຫຼວງ

   ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ເຄມີ, ພະແນກ​ອຸດສາຫະກຳ ​ແລະ ຫັດຖະກຳ ແຂວງ, ນະຄອນຫຼວງ ມີ​ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

  1. ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ແລະ ລະບຽບ​ການ​ກ່ຽວ​ກັບການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  2. ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  3. ຮັບຮອງແຜນນໍາເຂົ້າເຄມີປະຈໍາປີ ຂອງຜູ້ດຳເນີນທຸລະກິດກ່ຽວກັບເຄມີ, ສໍາລັບເຄມີຂະແໜງອຸດສາຫະກຳ ແລະ ການຄ້າ;
  4. ຮັບການແຈ້ງ ການນໍາເຂົ້າ ຫຼື ສົ່ງອອກ ເຄມີປະເພດ ສີ່ ແລະ ເຄມີທີ່ບໍ່ນອນໃນປະເພດໃດ ແລະ ແຈ້ງໃຫ້ເຈົ້າໜ້າທີ່ພາສີຢູ່ດ່ານບ່ອນທີ່ນໍາເຂົ້າຊາບກ່ອນການນໍາເຂົ້າ ຫຼື ສົ່ງອອກ;
  5. ຕິດຕາມ​ກວດກາ​ການ​ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ ​ໃນ​ຂອບ​ເຂດ​ແຂວງ​, ນະຄອນຫຼວງ.
  6. ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  7. ກັກ,​ ອາຍັດ ເຄມີທີ່ນໍາເຂົ້າ,​ ສົ່ງອອກ ແລະ ສົ່ງຜ່ານ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
  8. ສະເໜີໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ພິຈາລະນາອອກ​ໃບ​ທະບຽນ​ບັນຊີ​ເຄມີ ແລະ ລົບ​ລ້າງ​ໃບ​ອະນຸຍາດ​ນໍາ​ເຂົ້າ, ສົ່ງ​ອອກ ເຄມີປະ​ເພດ ສອງ ​ແລະ ສາມ ​ແລະ ສົ່ງ​ຜ່ານເຄມີ;
  9. ສະຫຼຸບລາຍງານສະພາບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີໃນ​ແຂວງຂອງຕົນ ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ທຸກໆ ສາມ ເດືອນ.
  10. ນໍາ​ໃຊ້ສິດ ​ແລະ ປະຕິບັດ​ໜ້າທີ່ອື່ນ ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບ​ການ.

ມາດຕາ 21 ສິດ ​ແລະ ໜ້າທີ່​ຂອງຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ, ນະຄອນ

ການ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ສົ່ງ​ຜ່ານ​ເຄມີ, ຫ້ອງການ​ອຸດສາຫະກຳ ​ແລະ ຫັດຖະກຳ ເມືອງ, ນະຄອນ ມີ​ສິດ ​ແລະ ໜ້າ​ທີ່​ ດັ່ງ​ນີ້:

  1. ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ແລະ ລະບຽບ​ການ​ກ່ຽວ​ກັບການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  2. ໃຫ້​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ການຂຶ້ນທະບຽນ​ບັນຊີ​ເຄມີ, ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  3. ຕິດຕາມ​ກວດກາ​ການ​ນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ ​ໃນ​ຂອບ​ເຂດ​​ເມືອງ, ນະຄອນ ​ຂອງ​ຕົນ;
  4. ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ກ່ຽວ​ກັບການນໍາ​ເຂົ້າ, ສົ່ງ​ອອກ ແລະ ສົ່ງ​ຜ່ານ​ເຄມີ;
  5. ກັກ,​ ອາຍັດ ເຄມີທີ່ນໍາເຂົ້າ,​ ສົ່ງອອກ ແລະ ສົ່ງຜ່ານ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
  6. ສະຫຼຸບລາຍງານສະພາບການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີໃນ​ເມືອງ, ນະຄອນ ຂອງຕົນ ທຸກໆ ສາມ ເດືອນ;
  7. ນໍາ​ໃຊ້ສິດ ​ແລະ ປະຕິບັດ​ໜ້າທີ່ອື່ນ​ຕາມທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບ​ການ.

ໝວດ​ທີ 6
ບົດບັນຍັດສຸດທ້າຍ

ມາດຕາ 22 ການຈັດຕັ້ງປະຕິບັດ

   ມອບໃຫ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ນະຄອນ ຫຼວງ ​ແລະ ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ​ເມືອງ, ນະຄອນ​ ເຜີຍແຜ່ ແລະ ຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ສະບັບ​ນີ້​ໃຫ້​ມີ​ປະສິດທິ​ຜົນ ​ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ມາດຕາ 23 ຜົນສັກສິດ

   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ​ແລະ ​​ລົງໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ ສິບ​ຫ້າ ວັນ.

ລັດຖະມົນຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on registration for import, export chemicals and carrying chemicals across borders, No. 1204/MOIC.DIH, dated 24 December 2020. PDF
2 ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມນຳເຂົ້າ: ເຄມີ ທີ່ມີຄວາມອັນຕະລາຍສູງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 1) ສິນຄ້າເກືອດຫ້າມ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫ້າມນຳເຂົ້າເຄມີ ທີ່ມີຄວາມອັນຕະລາຍສູງ ທີ່ນຳໃຊ້ໃນອຸດສາຫະກຳ, ຍົກເວັ້ນໄດ້ອະນຸຍາດຈາກລັດຖະບານ. ໃນກໍລະນີມີຄວາມຈຳເປັນນຳເຂົ້າ ສິນຄ້າດັ່ງກ່າວ, ຜູ້ນຳເຂົ້າ ສາມາດຍື່ນເອກະສານໃຫ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
2 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ: ເຄມີທີ່ມີຄວາມອັນຕະລາຍປານກາງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 2 ແລະ 3) ຕ້ອງໄດ້ຮັບອະນຸມັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍປານກາງ (ປະເພດ 2 ແລະ 3) ທີ່ນຳເຂົ້າມາ ສປປ ລາວ ຕ້ອງໄດ້ຮັບອະນຸຍາດນຳເຂົ້າ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
3 ຕ້ອງໄດ້ຮັບອະນຸຍາດສົ່ງອອກ: ເຄມີທີ່ມີຄວາມອັນຕະລາຍປານກາງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 2 ແລະ 3) ຕ້ອງໄດ້ຮັບອະນຸມັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍປານກາງ (ປະເພດ 2 ແລະ 3) ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຮັບອະນຸຍາດສົ່ງອອກ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
4 ຕ້ອງໄດ້ຈົດທະບຽນ: ເຄມີນໍາເຂົ້າທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີນໍາເຂົ້າທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
5 ຕ້ອງໄດ້ຈົດທະບຽນ: ເຄມີສົ່ງອອກທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີສົ່ງອອກທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.