ໃນປະຈຸບັນລະບຽບການນີ້ ກຳລັງນໍາໃຊ້ ຢູູ່ 27 ດ່ານພາສີສາກົນໃນຂອບເຂດທົ່ວປະເທດ ເຊິ່ງເປັນບ່ອນທີ່ມີການຕິດຕັ້ງລະບົບຄຸ້ມຄອງພາສີແບບອັດຕະໂນມັດ ລະບົບການຄຸ້ມຄອງທາງພາສີຮູບແບບໃໝ່ Asycuda. ກົດນີ້ ເພື່ອເບີ່ງບັນດາດ່ານສາກົນ, ທ້ອງຖິ່ນ ແລະ ດ່ານປະເພນີ.

ຂັ້ນຕອນການແຈ້ງພາສີນໍາເຂົ້າສິນຄ້າຢູ່ດ່ານພາສີສາກົນດ້ວຍລະບົບອາຊິກຸດາ

 ການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນ ຕ້ອງດໍາເນີນຕາມ 5 ຂັ້ນຕອນ ດັ່ງລຸ່ມນີ້: 

  1. ຂັ້ນຕອນການແຈ້ງເອກະສານຂົນສົ່ງ;
  2. ຂັ້ນຕອນການປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ;
  3. ຂັ້ນຕອນການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ;
  4. ຂັ້ນຕອນການຊໍາລະຄ່າພາສີ ແລະ ພັນທະອື່ນ; ແລະ
  5. ຂັ້ນຕອນການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ.


ຂັ້ນຕອນ 1: ເອກະສານຂົນສົ່ງສິນຄ້າ, ເຄື່ອງຂອງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ພາສີປະກອບມີ:

  1. ເອກະສານຂົນສົ່ງສິນຄ້າ, ເຄື່ອງຂອງ;
  2. ໃບແຈ້ງລາຄາ (Invoice);
  3. ໃບລາຍການຫຸ້ມຫໍ່ (ຖ້າມີ);
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ເຄື່ອງຂອງ (ຖ້າມີ);
  5. ສໍາເນົາໃບແຈ້ງພາສີເປັນລາຍລະອຽດຂາອອກ ຂອງພາສີປະເທດສົ່ງອອກ (ຖ້າມີ).

ຂັ້ນຕອນ 2: ພາຍຫຼັງປະກອບເອກະສານຍື່ນໃຫ້ເຈົ້າໜ້າທີ່ດ່ານ ຖ້າເອກະສານບໍ່ຄົບ ເຈົ້າໜ້າທີ່ຈະບໍ່ຮັບເອກະສານພ້ອມແນະນໍາໃຫ້ຜູ້ປະກອບການປະກອບເອກະສານໃຫ້ຄົບຖ້ວນ.

ຂັ້ນຕອນ 3: ຖ້າເອກະສານຄົບຖ້ວນ ເຈົ້າໜ້າທີ່ພາສີ ຈະເຂົ້າເລກທີຕິດຕາມໃບຂົນສົ່ງສິນຄ້າ ເພຶື່ອອະນຸຍາດໃຫ້ຜູ້ປະກອບການສາມາດເອົາສິນຄ້າເຂົ້າສ່າງ.

ຂັ້ນຕອນ 4: ຮັບໃບອະນຸຍາດນໍາເອົາສິນຄ້າເຂົ້າສ່າງສິນຄ້າ.

ໝາຍເຫດ: ພາຍຫຼັງສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ຜູ້ແຈ້ງພາສີ ຕ້ອງມີຄວາມຮັບຜິດຊອບໂດຍກົງໃນການນໍາເອກະສານຂົນສົ່ງທີ່ກ່ຽວຂ້ອງກັບສິນຄ້າ, ເຄື່ອງຂອງນໍາເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ ແລະ ເຂົ້າເລກທີຕິດຕາມໃບຂົນສົ່ງສິນຄ້າ, ເຄື່ອງຂອງ. ຈາກນັ້ນ, ຈຶ່ງອະນຸຍາດໃຫ້ນໍາເອົາສິນຄ້າ, ເຄື່ອງຂອງເຂົ້າສາງ ຫຼື ສະຖານທີ່ບ່ອນລັດຖະການພາສີກໍານົດໄວ້ ເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດ. ຂໍ້ມູນໃບຂົນສົ່ງຕ້ອງໄດ້ສົ່ງໃຫ້ຈຸງານກວດກາ ແລະ ຄຸ້ມຄອງສາງສິນຄ້າ, ເຄື່ອງຂອງປະຈໍາດ່ານພາສີຊາຍແດນ ເພື່ອຄຸ້ມຄອງຕາມລະບຽບກົດໝາຍ.

ຫຼື ແຈ້ງຕາມແບບພິມທີ່ທາງລັດຖະການພາສີໄດ້ກໍານົດ. ການແຈ້ງເອກະສານຂົນສົ່ງ ໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ ຕ້ອງດໍາເນີນພາຍໃນຊາວສີ່ຊົ່ວໂມງ


ຜູ້ແຈ້ງພາສີ ສາມາດປະກອບຂໍ້ມູນການນໍາເຂົ້າສິນຄ້າ, ເຄື່ອງຂອງລົງໃນລະບົບເປັນການລ່ວງໜ້າ ກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານ ຫຼື ແຈ້ງໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ, ໃຫ້ດໍາເນີນການຕາມຂັ້ນຕອນລຸ່ມນີ້: 

ຂັ້ນຕອນ 1: ການປະກອບເອກະສານ ມີດັ່ງນີ້:

  1. ເອກະສານການຂົນສົ່ງສິນຄ້າ, ເຄື່ອງຂອງ;
  2. ໃບແຈ້ງລາຄາ;
  3. ໃບລາຍການຫຸ້ມຫໍ່ສິນຄ້າ, ເຄື່ອງຂອງ (ຖ້າມີ);
  4. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຖ້າມີ);
  5. ໃບອະນຸຍາດນໍາເຂົ້າຂອງຂະແໜງການລັດທີ່ກ່ຽວຂ້ອງ; ແລະ
  6. ເອກະສານອື່ນໆທີ່ກ່ຽວຂ້ອງ. 

ຂັ້ນຕອນ 2: ມີສອງກໍລະນີ:

1. ກໍລະນີການແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

ຜູ້ແຈ້ງພາສີປະກອບຂໍ້ມູນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບ ຕາມທີ່ໄດ້ລະບຸໄວ້ໃນຮູບສະແດງ (1), ລົງໃນລະບົບ ພ້ອມ ພິມໃບແຈ້ງເປັນລາຍລະອຽດອອກຈາກລະບົບ, ລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ.

2. ກໍລະນີການແຈ້ງພາສີເປັນລາຍລະອຽດໃນເວລາສິນຄ້າ, ເຄື່ອງຂອງມາຮອດດ່ານພາສີຊາຍແດນ:

ຜູ້ແຈ້ງພາສີຕ້ອງປະກອບຂໍ້ມູນລົງໃນໃບແຈ້ງພາສີເປັນລາຍລະອຽດ ພ້ອມດ້ວຍເອກະສານປະກອບການແຈ້ງ ຕາມທີ່ໄດ້ລະບຸໄວ້ໃນຮູບສະແດງ (1) ລົງໃນລະບົບອີເລັກໂຕຣນິກ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບ ພ້ອມທັງລົງລາຍເຊັນ, ປະທັບກາ ຫຼື ລົງລາຍເຊັນທາງອີເລັກໂຕຣນິກ ທີ່ຮັບຮູ້ໂດຍລັດຖະການພາສີ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ, ຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາ, ຮັບຮອງລົງໃນລະບົບຕາມຂັ້ນຕອນ ແລະ ລະບຽບການທາງພາສີ.

ໝາຍເຫດ: ຜູ້ແຈ້ງພາສີສາມາດປະກອບຂໍ້ມູນການແຈ້ງລົງໃນລະບົບ ພາຍໃນກໍານົດເຈັດວັນລັດຖະການ ກ່ອນສິນຄ້າ, ເຄື່ອງຂອງນໍາເຂົ້າມາຮອດດ່ານພາສີຊາຍແດນ.

ຂັ້ນຕອນ 3:  ຮັບຮອງຢັ້ງຢືນຄວາມຖືກຕ້ອງ.

III ການຮັບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຄວບຄຸມຂອງເຈົ້າໜ້າທີ່ພາສີ

ພາຍຫຼັງໄດ້້ຮັບເອກະສານ ເຈົ້າໜ້າທີ່ພາສີຕ້ອງຮຽກຂໍ້ມູນ ຕາມເລກທີໃບແຈ້ງພາສີເປັນລາຍລະອຽດ ໃນລະບົບຂື້ນມາ ເພື່ອກວດກາສົມທຽບໃສ່ເອກະສານຕົວຈິງ. ຖ້າຖືກຕ້ອງຄົບຖ້ວນ ລະບົບຈະດໍາເນີນການວິເຄາະບໍລິຫານຄວາມສ່ຽງ ຂອງການແຈ້ງພາສີເປັນລາຍລະອຽດຕາມ 4 ລະດັບ ຕາມລະບຽບການພາສີ.

IV ການຊໍາລະຄ່າພາສີ ແລະ ພັນທະອື່ນໆ

ພາຍຫຼັງຜ່ານຂັ້ນຕອນພິທີການທາງດ້ານພາສີ ແລະ ໄດ້ຮັບຮອງຜົນການແຈ້ງລົງໃນລະບົບແລ້ວ, ຜູ້ແຈ້ງພາສີຕ້ອງໄດ້ຊໍາລະຄ່າພາສີ ແລະ ພັນທະອື່ນນໍາຄັງເງິນ ຫຼື ທະນາຄານ.

V ການກວດປ່ອຍສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ.

ຜູ້ແຈ້ງພາສີຕ້ອງນໍາເອກະສານຄົບຊຸດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາປະຕູດ່ານ ເພື່ອກວດກາບັນດາເອກະສານຖືກຕ້ອງຄົບຖ້ວນ ແລ້ວຈຶ່ງອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງດັ່ງກ່າວ ອອກຈາກດ່ານພາສີຊາຍແດນໃນທັນທີ ພ້ອມທັງເກັບມ້ຽນສໍາເນົາເອກະສານ ໃບແຈ້ງພາສີເປັນລາຍລະອຽດ 2 ຊຸດ.

ສາມາດສຶກສາຂໍ້ມູນເພີ່ມເຕີມໄດ້ ທີ່ນີ້ ແລະ ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ກົມພາສີ, ກະຊວງການເງິນທີ່ເວັບໄຊ http://www.customs.gov.la

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບແຈ້ງພາສີ ເປັນລາຍລະອຽດ ໃບແຈ້ງພາສີ ກະຊວງ ການເງິນ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຄ່າອາກອນມູນຄ່າເພີ່ມໃນເບື້ອງສົ້ນເຂົ້າ ອາກອນມູນຄ່າເພີ່ມແມ່ນເກັບຈາກສິນຄ້ານຳເຂົ້າ ແລະ ການບໍລິການ ລວມທັງສິນຄ້າທີ່ຜະລິດ ແລະ ຊົມໃຊ້ພາຍໃນທີ່ນອນໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຍົກເວັ້ນກິດຈະກໍາ ທີ່ລະບຸໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍ ມູນຄ່າເພີ່ມ. ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອເກັບເຂົ້າງົບປະມານແຫ່ງລັດ ກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ ວັນທີ 20 ມິຖຸນາ 2018 9999-12-31 ສິນຄ້າ
2 ຄ່າອາກອນຊົມໃຊ້ ຄ່າອາກອນຊົມໃຊ້ແມ່ນເກັບຈາກບາງປະເພດສິນຄ້າທີ່ນຳເຂົ້າ, ຜະລິດ ແລະ ການບໍລິການຢູ່ ສປປ ລາວ ທີ່ລະບຸຢູ່ໃນກົດໝາຍວ່າດ້ວຍອາກອນຊົມໃຊ້. ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອເກັບລາຍຮັບເຂົ້າງົບປະມານແຫ່ງລັດ ກົດໝາຍ ວ່າດ້ວຍ ອາກອນຊົມໃຊ້ ເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019 9999-12-31 ສິນຄ້າ
3 ຄ່າບໍລິການແບບພິມໃບແຈ້ງພາສີເປັນລາຍລະອຽດ ແລະ ໃບກວດປ່ອຍສິນຄ້ານໍາເຂົ້າ ຄ່າບໍລິການແບບພິມໃບແຈ້ງພາສີເປັນລາຍລະອຽດ ແລະ ໃບກວດປ່ອຍສິນຄ້ານໍາເຂົ້າ ແມ່ນ 1,500 ກີບ/ໃບ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
4 ຄ່າບໍລິການ - ສະແຕັມພາສີສິນຄ້າ ຄ່າສະແຕັມພາສີ: - ຄ່າສະແຕັມເສຍພາສີສິນຄ້າ ແມ່ນ 500 ກີບ/ດວງ - ຄ່າສະແຕັມຕິດປອດພາສີ ແມ່ນ 1,000 ກີບ/ໃບ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
5 ຄ່າບໍລິການ - ແຈ້ງພາສີນໍາເຂົ້າຜ່ານລະບົບ ASYCUDA ຜູ້ນໍາເຂົ້າ ທີ່ແຈ້ງພາສີ ຜ່ານລະບົບພາສີແບບອັດຕະໂນມັດ (ASYCUDA) ຕ້ອງໄດ້ເສຍຄ່າບໍລິການ ຈໍານວນ 100,000 ກີບ/ຊຸດ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
6 ຄ່າແບບພິມສະຕິກເກີສຳລັບພາຫະນະຂົນສົ່ງສິນຄ້າເຂົ້າມາພາຍໃນປະເທດ (ລະບົບ ບໍ 53) ຜູ້ນໍາເຂົ້າ ຕ້ອງເສຍຄ່າແບບພິມສະຕິກເກີສຳລັບພາຫະນະຂົນສົ່ງສິນຄ້າເຂົ້າມາພາຍໃນປະເທດ (ລະບົບ ບໍ 53) ຈໍານວນ 150,000 ກີບ/ຊຸດ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.