ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ              ເລກທີ 07 /ສພຊ
                ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2016

ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

    ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມ ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານເຄມີ ເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ແນໃສ່ເຮັດໃຫ້ການດໍາເນີນທຸລະກິດ ແລະ ການນໍາໃຊ້ເຄມີ ຖືກຕ້ອງຕາມຫຼັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະ ກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2  ການຄຸ້ມຄອງເຄມີ

    ການຄຸ້ມຄອງເຄມີ ແມ່ນ ການຈັດຕັ້ງປະຕິບັດມາດຕະການ ກ່ຽວກັບການດຳເນີນທຸລະກິດເຄມີ ແລະ ການນຳໃຊ້ເຄມີໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອຮັບປະກັນຄວາມປອດໄພຕໍ່ສຸ ຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ 3  ການອະທິບາຍຄຳສັບ

    ຄຳສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ເຄມີ ໝາຍເຖິງ ທາດດ່ຽວ, ທາດປະສົມ ແລະ ທາດສົມປົນ ທີ່ເກີດຂຶ້ນຕາມທໍາມະຊາດ ຫຼື ມະນຸດສ້າງຂຶ້ນ ຊຶ່ງຄົງຕົວໃນພາວະແຂງ, ແຫຼວ ຫຼື ເປັນອາຍ;
2. ທາດດ່ຽວ (Single substance) ໝາຍເຖິງ ທາດບໍລິສຸດເນື້ອດຽວທີ່ບໍ່ສາມາດແຍກເປັນທາດອື່ນໄດ້;
3. ທາດປະສົມ (Compound) ໝາຍເຖິງ ທາດທີ່ປະກອບດ້ວຍສອງທາດຂຶ້ນໄປ ປະສົມກັນທາງເຄມີໃນອັດຕາສ່ວນທີ່ແນ່ນອນເພື່ອການຄົງຕົວ;
4. ທາດສົມປົນ (Mixture) ໝາຍເຖິງ ທາດເຄມີສອງທາດຂຶ້ນໄປທີ່ປົນກັນ ໂດຍບໍ່ເກີດປະ ຕິກິລິຍາໃນສະພາບແວດລ້ອມປົກກະຕິ;
5. ເຄມີອັນຕະລາຍ ໝາຍເຖິງ ເຄມີທີ່ມີໜຶ່ງ ຫຼື ຫຼາຍຄຸນລັກສະນະທີ່ເປັນອັນຕະລາຍທາງດ້ານ ວັດຖຸ, ຮ່າງກາຍ ແລະ ສິ່ງແວດລ້ອມ ຕາມລະບົບເອກະພາບສາກົນ;
6. ເຄມີເປັນພິດ ໝາຍເຖິງ ເຄມີໃດໜຶ່ງ ຊຶ່ງປະຕິກິລິຍາທາງເຄມີຂອງມັນກໍ່ໃຫ້ເກີດຜົນກະ ທົບຕໍ່ຂະບວນການມີຊີວິດ ເປັນເຫດໃຫ້ເສຍຊີວິດ, ບາດເຈັບ, ອຳມະພາດຊົ່ວຄາວ ຫຼື ຖາວອນ;
7. ເຄມີພື້ນຖານ ໝາຍເຖິງ ເຄມີທີ່ມີຄວາມສໍາຄັນ ແລະ ຈໍາເປັນ ຮັບໃຊ້ແກ່ການຜະລິດຢ່າງກວ້າງຂວາງ ແລະ ມີຜົນປະໂຫຍດສູງຕໍ່ການພັດທະນາເສດຖະກິດ ເປັນຕົ້ນ ເກືອກາລີ, ອາຊິດຊຸນຟູລິກ, ໂຊດຽມໄຮດຼົກຊາຍ;
8. ລະບົບເອກະພາບສາກົນ (Globally Harmonized System) ໝາຍເຖິງ ລະບົບການກຳນົດຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ ແລະ ການຕິດສະຫຼາກ ທີ່ເປັນເອກະພາບກັນທົ່ວໂລກ;
9. ອຸບປະຕິເຫດຈາກເຄມີ ໝາຍເຖິງ ເຫດການທີ່ເກີດຂຶ້ນຈາກເຄມີ ເປັນຕົ້ນ ໄຟໄໝ້, ການລະເບີດ, ການຮົ່ວໄຫຼ, ການກະຈາຍ ແລະ ເຫດການອື່ນ;
10. ສິ່ງເສດເຫຼືອເຄມີ ໝາຍເຖິງ ສິ່ງເສດເຫຼືອຈາກການດໍາເນີນທຸລະກິດກ່ຽວກັບເຄມີ, ການ ນໍາໃຊ້ເຄມີ ແລະ ເຄມີທີ່ບໍ່ຕ້ອງການນໍາໃຊ້ ຫຼື ບໍ່ສາມາດນໍາໃຊ້ໄດ້ ເປັນຕົ້ນ ພາຊະນະບັນຈຸ, ເຄມີເສຍຄຸນລັກສະນະ, ເຄມີຕົກຄ້າງ ແລະ ສິ່ງເສດເຫຼືອອັນຕະລາຍອື່ນກ່ຽວກັບເຄມີ;
11. ການບຳບັດ ໝາຍເຖິງ ຂະບວນການຫຼຸດຜ່ອນມົນລະພິດທີ່ເກີດຈາກການດໍາເນີນທຸລະກິດກ່ຽວກັບເຄມີ ດ້ວຍການນໍາໃຊ້ເຕັກນິກ, ເຄື່ອງຈັກ ຫຼື ວັດຖູປະກອນຕ່າງໆ;
12. ການກໍາຈັດ ໝາຍເຖິງ ການຈູດເຜົາ, ການຝັງດິນ, ການແຍກປະເພດ ເພື່ອນໍາໃຊ້ເຂົ້າໃນຈຸດປະສົງໃດໜຶ່ງ;
13. ພາຊະນະບັນຈຸ ໝາຍເຖິງ ຖັງ, ຖົງ, ຂວດ, ແກັດ ແລະ ສິ່ງອື່ນ ທີ່ນໍາໃຊ້ບັນຈຸເຄມີ;
14. ການຫຸ້ມຫໍ່ ໝາຍເຖິງ ການນໍາໃຊ້ ໄມ້, ຢາງ, ເຈັ້ຍ, ໂຟມ, ຂີ້ເລື່ອຍ ແລະ ສິ່ງອື່ນ ເພື່ອກັນແຕກ ຫຼື ຮົ່ວໄຫຼ;
15. ຜູ້ນຳໃຊ້ເຄມີ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ເຄມີ ເຂົ້າໃນວຽກງານຂອງຕົນ ເປັນຕົ້ນ ນຳໃຊ້ເຂົ້າໃນການ ຄົ້ນຄວ້າ, ທົດລອງ, ຜະລິດ, ປຸງແຕ່ງ, ປູກຝັງ, ລ້ຽງສັດ ແລະ ປິ່ນປົວພະຍາດ.

ມາດຕາ 4  ນະໂຍບາຍຂອງລັດກ່ຽວກັບວຽກງານເຄມີ

    ລັດ ລົງທຶນເຂົ້າໃນການຄົ້ນຄວ້າ, ທົດລອງ ແລະ ການສຶກສາ ເພື່ອພັດທະນາເຕັກໂນໂລຊີ ກ່ຽວກັບເຄມີ ແລະ ເຄື່ອງມືອຸປະກອນທີ່ນຳໃຊ້ເຂົ້າໃນການຕິດຕາມກວດກາວຽກງານເຄມີ.
    ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ລົງທຶນເຂົ້າໃນການພັດທະນາເຄມີພື້ນຖານທີ່ມີຄຸນຄ່າສູງ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ, ນໍາໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ດໍາເນີນທຸລະກິດ ເປັນຕົ້ນ ການບໍລິການບຳບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ ເພື່ອຮັບປະກັນຄວາມປອດໄພ ຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ, ສ້າງຈິດສໍານຶກ ກ່ຽວກັບເຄມີໃຫ້ແກ່ສັງຄົມ.
    ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ລົງທຶນເຂົ້າໃນການສ້າງຕັ້ງສະຖາບັນ, ສູນຝຶກອົບຮົມ ແລະ ໂຮງຮຽນວິຊາຊີບ ເພື່ອຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ດ້ານເຕັກນິກ ແລະ ຄວາມປອດໄພກ່ຽວກັບເຄມີ.

ມາດຕາ 5  ຫຼັກການເຄື່ອນໄຫວວຽກງານເຄມີ

    ການເຄື່ອນໄຫວວຽກງານເຄມີ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:

1. ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ຖືກຕ້ອງຕາມກົດໝາຍ;
2. ຮັບປະກັນການຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
4. ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ຫຼັກການຂອງສາກົນ;
5. ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມໃນການດຳເນີນທຸລະກິດ ແລະ ການນໍາໃຊ້ເຄມີ;
6. ຮັບປະກັນຄວາມສອດຄ່ອງກັບ ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6  ການມີສ່ວນຮ່ວມຂອງສັງຄົມ ແລະ ປະຊາຊົນ

    ເພື່ອຮັບປະກັນໃນການຄຸ້ມຄອງການດຳເນີນທຸລະກິດ ແລະ ການນໍາໃຊ້ເຄມີ ໃຫ້ມີຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມນັ້ນ ສັງຄົມ ແລະ ປະຊາຊົນ ຕ້ອງມີສ່ວນຮ່ວມ ດັ່ງນີ້:

1.  ຮັບຮູ້ ແລະ ເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບຄວາມເປັນອັນຕະລາຍ ແລະ ຄວາມປອດໄພຂອງເຄມີ;
2.  ຕິດຕາມ ແລະ ແຈ້ງຂໍ້ມູນ ຂ່າວສານ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງກ່ຽວກັບຄວາມສ່ຽງ ແລະ ຜົນກະທົບຈາກການດຳເນີນທຸລະກິດ ແລະ ການນໍາໃຊ້ເຄມີ;
3.  ປ້ອງກັນ, ສະກັດກັ້ນ ຜົນກະທົບຈາກການດຳເນີນທຸລະກິດ ແລະ ການນໍາໃຊ້ເຄມີ.

ມາດຕາ 7  ຂອບເຂດການນໍາໃຊ້

    ກົດໝາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານເຄມີໃນ ສປປ ລາວ.

    ກົດໝາຍສະບັບນີ້ ບໍ່ນໍາໃຊ້ສຳລັບກິດຈະການທີ່ຕິດພັນກັບທາດກໍາມັນຕະພາບລັງສີ ແລະ ພະລັງງານປະລຳມະນູ.

ມາດຕາ 8  ການຮ່ວມມືສາກົນ

    ລັດ ສົ່ງເສີມ ການພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານເຄມີ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກນິກ, ເຕັກໂນໂລຊີ, ການຄົ້ນ ຄວ້າທາງວິທະຍາສາດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເພື່ອພັດທະນາວຽກງານດັ່ງກ່າວໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ, ປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ປະເພດ ແລະ ຄຸນລັກສະນະຂອງເຄມີ

ມາດຕາ 9  ປະເພດເຄມີ

    ການຈັດແບ່ງປະເພດເຄມີ ແມ່ນ ອີງຕາມຄຸນລັກສະນະ ແລະ ຄວາມເປັນອັນຕະລາຍຂອງເຄມີ ໂດຍແບ່ງເປັນ ສີ່ ປະເພດ ດັ່ງນີ້:

1. ເຄມີອັນຕະລາຍປະເພດ ໜຶ່ງ;
2. ເຄມີອັນຕະລາຍປະເພດ ສອງ;
3. ເຄມີອັນຕະລາຍປະເພດ ສາມ;
4. ເຄມີອັນຕະລາຍປະເພດ ສີ່;

    ລາຍລະອຽດບັນຊີຂອງເຄມີອັນຕະລາຍແຕ່ລະປະເພດ ໄດ້ກໍານົດໄວ້ຕ່າງຫາກ.

ມາດຕາ 10   ເຄມີອັນຕະລາຍປະເພດ ໜຶ່ງ

    ເຄມີອັນຕະລາຍປະເພດ ໜຶ່ງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
    ເຄມີອັນຕະລາຍປະເພດໜຶ່ງຈະບໍ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນທຸລະກິດ ຫຼື ນໍາໃຊ້, ຍົກ ເວັ້ນການນໍາໃຊ້ເພື່ອການຄົ້ນຄວ້າ, ການພັດທະນາເຕັກໂນໂລຊີ, ການປ້ອງກັນ, ການສະກັດກັ້ນ, ການກໍາຈັດ ແລະ ການລະງັບອັນຕະລາຍທີ່ອາດເກີດຂຶ້ນຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດ ລ້ອມ ແລະ ການນຳໃຊ້ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

ມາດຕາ 11   ເຄມີອັນຕະລາຍປະເພດ ສອງ

    ເຄມີອັນຕະລາຍປະເພດ ສອງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
    ເຄມີອັນຕະລາຍປະເພດ ສອງ ສາມາດຜະລິດ, ນໍາເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ຕາມການອະນຸຍາດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 12   ເຄມີອັນຕະລາຍປະເພດ ສາມ

    ເຄມີອັນຕະລາຍປະເພດ ສາມ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍປານກາງ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
    ເຄມີອັນຕະລາຍປະເພດ ສາມ ສາມາດຜະລິດ, ນໍາເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ຕາມການອະນຸຍາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 13   ເຄມີອັນຕະລາຍປະເພດ ສີ່

    ເຄມີອັນຕະລາຍປະເພດ ສີ່ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
    ເຄມີອັນຕະລາຍປະເພດ ສີ່ ສາມາດຜະລິດ, ນໍາເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ ໂດຍບໍ່ຕ້ອງຂໍອະນຸຍາດ ແຕ່ຕ້ອງແຈ້ງໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຕ້ອງປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 14   ຄຸນລັກສະນະຂອງເຄມີອັນຕະລາຍ

    ຄຸນລັກສະນະຂອງເຄມີອັນຕະລາຍ ປະກອບດ້ວຍ ເຄມີທີ່ມີຄວາມເປັນອັນຕະລາຍ ທາງວັດຖຸ, ທາງຮ່າງກາຍ ແລະ ທາງສິ່ງແວດລ້ອມ ຕາມລະບົບເອກະພາບສາກົນໄດ້ກໍານົດໄວ້ ຊຶ່ງມີ ດັ່ງນີ້:

1.  ຄວາມເປັນອັນຕະລາຍທາງວັດຖຸ ມີ ສິບຫົກ ກໍລະນີ ເປັນຕົ້ນ ເຄມີທີ່ກໍ່ໃຫ້ເກີດການລະ ເບີດ, ທາດອາຍໄວໄຟ, ລະອອງລອຍໄວໄຟ, ທາດອາຍອອກຊີໄດ໋, ທາດອາຍຄວາມດັນສູງ, ທາດແຫຼວໄວໄຟ, ທາດແຂງໄວໄຟ, ທາດເຄມີທີ່ສາມາດເກີດປະຕິກິລິຍາໄດ້ເອງ, ທາດແຫຼວທີ່ລຸກໄໝ້ໄດ້ເອງໃນອາກາດ, ທາດແຂງທີ່ລຸກໄໝ້ໄດ້ເອງໃນອາກາດ, ທາດເຄມີທີ່ເກີດຄວາມຮ້ອນໄດ້ເອງ, ທາດເຄມີທີ່ປະສົມກັບນ້ຳແລ້ວເກີດທາດອາຍໄວໄຟ, ທາດແຫຼວອອກຊີໄດ໋, ທາດແຂງອອກຊີໄດ໋, ທາດເປີອອກໄຊອິນຊີ;
2.  ຄວາມເປັນອັນຕະລາຍທາງຮ່າງກາຍ ມີ ສິບ ກໍລະນີ ເປັນຕົ້ນ ເຄມີທີ່ກໍ່ໃຫ້ເກີດເປັນພິດທັນທີ, ເຮັດໃຫ້ຜີວໜັງເປື່ອຍ, ເຈັບ, ຄັນ, ແສບ, ທໍາລາຍດວງຕາຢ່າງຮຸນແຮງ, ກໍ່ໃຫ້ເກີດພູມແພ້ຕໍ່ລະບົບທາງເດີນຫາຍໃຈ ແລະ ຜິວໜັງ, ເກີດການກາຍພັນຂອງເຊລສືບພັນ, ກໍ່ໃຫ້ເກີດມະເຮັງ, ເປັນພິດຕໍ່ລະບົບສືບພັນ, ເປັນພິດຕໍ່ອະໄວຍະວະຕ່າງໆ ຈາກການໄດ້ຮັບຄັ້ງດຽວ ຫຼື ຫຼາຍຄັ້ງ, ເປັນອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ;
3.  ຄວາມເປັນອັນຕະລາຍທາງສິ່ງແວດລ້ອມ ມີ ສາມ ກໍລະນີ ເປັນຕົ້ນ ເຄມີທີ່ກໍ່ໃຫ້ເກີດເປັນອັນຕະລາຍຕໍ່ສິ່ງແວດລ້ອມທາງນ້ຳ ເປັນຕົ້ນ ສັດນ້ຳ, ພືດນ້ຳ, ຄຸນນະພາບນ້ຳ ແລະ ທໍາລາຍຊັ້ນໂອໂຊນໃນຊັ້ນບັນຍາກາດ.

ພາກທີ III
ຄວາມປອດໄພກ່ຽວກັບເຄມີ

ໝວດທີ 1
ການຮັກສາຄວາມປອດໄພກ່ຽວກັບເຄມີ

ມາດຕາ 15   ການຮັກສາຄວາມປອດໄພກ່ຽວກັບວຽກງານເຄມີ

ການຮັກສາຄວາມປອດໄພກ່ຽວກັບວຽກງານເຄມີ ແມ່ນ ການກຳນົດຫຼັກການ ແລະ ມາດຕະການຕໍ່ວຽກງານ ດັ່ງນີ້:

1.  ການສະໜອງຂໍ້ມູນຄວາມປອດໄພ;
2.  ພາຊະນະບັນຈຸ ແລະ ການຫຸ້ມຫໍ່ເຄມີ;
3.  ສະຫຼາກ ແລະ ການຕິດສະຫຼາກ;
4.  ການເກັບຮັກສາເຄມີ;
5.  ການເກັບຮັກສາ ສິ່ງເສດເຫຼືອເຄມີອັນຕະລາຍ;
6.  ການຂົນສົ່ງເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ;
7.  ການສົ່ງຜ່ານເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ;
8.  ການບຳບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ;
9.  ຫ້ອງທົດລອງເຄມີ;
10.  ເຄມີໃໝ່;
11.  ການຄົ້ນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ;
12.  ຜະລິດຕະພັນເຄມີປອມ;
13.  ເຄມີບໍ່ໄດ້ມາດຕະຖານ;
14.  ເຄມີເສຍຄຸນລັກສະນະ.

ມາດຕາ 16   ການສະໜອງຂໍ້ມູນຄວາມປອດໄພ

    ຂໍ້ມູນຄວາມປອດໄພ ກ່ຽວກັບເຄມີທີ່ຕ້ອງສະໜອງ ມີ ດັ່ງນີ້:

1. ຊື່, ແຫຼ່ງກໍາເນີດ, ສະຖານທີ່ຜະລິດເຄມີ;
2. ສ່ວນປະສົມ, ສູດເຄມີ;
3. ຄຸນລັກສະນະທາງວັດຖຸ ແລະ ທາງເຄມີ, ລະດັບຂອງຄວາມເປັນພິດ;
4. ພາວະຄົງຕົວ ແລະ ບໍ່ຄົງຕົວ;
5. ລະດັບຂອງຄວາມເປັນອັນຕະລາຍ;
6. ລະດັບຄວາມສ່ຽງຕໍ່ສຸຂະພາບ;
7. ລະດັບຄວາມສ່ຽງຕໍ່ສິ່ງແວດລ້ອມ;
8. ຜົນກະທົບຕໍ່ມະນຸດ ແລະ ຄວາມຕ້ອງການວັດຖູປະກອນ ເພື່ອປ້ອງກັນສຸຂະພາບ;
9. ວິທີການປະຖົມພະຍາບານເບື້ອງຕົ້ນ;
10. ມາດຕະການປ້ອງກັນໃນກໍລະນີມີໄຟໄໝ້;
11. ມາດຕະການປ້ອງກັນຄວາມສ່ຽງອຸບປະຕິເຫດ;
12. ວິທີການເກັບຮັກສາ;
13. ມາດຕະການຄຸ້ມຄອງສິ່ງເສດເຫຼືອ;
14. ຂໍ້ມູນກ່ຽວກັບການຂົນສົ່ງ;
15. ວັນຜະລິດ, ວັນໝົດອາຍຸ;
16. ວິທີການນໍາໃຊ້;
17. ຂໍ້ມູນອື່ນທີ່ຈຳເປັນ.

ມາດຕາ 17   ພາຊະນະບັນຈຸ ແລະ ການຫຸ້ມຫໍ່ເຄມີ

    ພາຊະນະບັນຈຸ ແລະ ການຫຸ້ມຫໍ່ເຄມີ ຕ້ອງມີຄວາມແໜ້ນໜາ, ທົນທານ ແລະ ຮັບປະ ກັນການຖືກກະທົບ.
    ສໍາລັບການນໍາໃຊ້ພາຊະນະບັນຈຸຄືນໃໝ່ ຕ້ອງຜ່ານການກວດສອບ ແລະ ຢັ້ງຢືນມາດຕະ ຖານຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ.

ມາດຕາ 18   ສະຫຼາກ ແລະ ການຕິດສະຫຼາກ

    ສະຫຼາກ ແມ່ນ ຂໍ້ມູນທີ່ເປັນຕົວອັກສອນ ຫຼື ຮູບພາບທີ່ສະແດງ, ຊີ້ບອກຄວາມເປັນອັນ ຕະລາຍຂອງເຄມີ ເພື່ອຮັບປະກັນຄວາມປອດໄພໃນການເຄື່ອນຍ້າຍ, ການເກັບຮັກສາ ແລະ ການ ນໍາໃຊ້.
    ການຕິດສະຫຼາກ ໃຫ້ຕິດ, ແນບ ຫຼື ພິມໃສ່ກັບພາຊະນະບັນຈຸເຄມີໂດຍກົງ ຢ່າງແໜ້ນໜາ, ໝັ້ນໜຽວ, ທົນທານ ແລະ ເຫັນແຈ້ງ ຊັດເຈນ.
    ເນື້ອໃນຂອງສະຫຼາກ ຕ້ອງຂຽນເປັນພາສາລາວ ແລະ ພາສາຕ່າງປະເທດ.

ມາດຕາ 19   ການເກັບຮັກສາເຄມີ

    ເຄມີຕ້ອງເກັບຮັກສາ ໃຫ້ຖືກຕ້ອງຕາມມາດຕະຖານຄວາມປອດໄພ ເປັນຕົ້ນ ແຍກບ່ອນເກັບມ້ຽນ, ໃສ່ພາຊະນະບັນຈຸ ແລະ ມີສາງເກັບມ້ຽນສະເພາະ ຖືກຕ້ອງຕາມມາດຕະຖານເຕັກນິກ.
    ມາດຕະຖານຄວາມປອດໄພຂອງການເກັບຮັກສາເຄມີ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 20   ການເກັບຮັກສາສິ່ງເສດເຫຼືອເຄມີອັນຕະລາຍ

    ສິ່ງເສດເຫຼືອເຄມີອັນຕະລາຍ ແມ່ນ ສິ່ງເສດເຫຼືອທີ່ເກີດຈາກການປົນເປື້ອນ, ຜະລິດຕະພັນ, ການນໍາໃຊ້ ຫຼື ຈາກຜະລິດຕະພັນອື່ນ ທີ່ມີສ່ວນປະສົມຂອງເຄມີອັນຕະລາຍທີ່ບໍ່ຕ້ອງການ ນໍາໃຊ້ແລ້ວ ຊຶ່ງອາດມີຜົນກະທົບຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
    ສິ່ງເສດເຫຼືອເຄມີອັນຕະລາຍ ຕ້ອງເກັບຮັກສາໃຫ້ຖືກຕ້ອງຕາມມາດຕະຖານຄວາມປອດໄພ ເປັນຕົ້ນ ແຍກປະເພດສິ່ງເສດເຫຼືອ, ໃສ່ພາຊະນະບັນຈຸ ແລະ ມີສະຖານທີ່ເກັບມ້ຽນສະ ເພາະ.

ມາດຕາ 21   ການຂົນສົ່ງເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ

   ການຂົນສົ່ງເຄມີອັນຕະລາຍ ແມ່ນ ການຂົນສົ່ງເຄມີ ປະເພດ ໜຶ່ງ, ສອງ ແລະ ສາມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10, 11 ແລະ ມາດຕາ 12 ຂອງກົດໝາຍສະບັບນີ້.
    ການຂົນສົ່ງເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ຕ້ອງປະຕິ ບັດຕາມລະບຽບການຂົນສົ່ງເຄມີອັນຕະລາຍຢ່າງເຂັ້ມງວດ.
    ສໍາລັບ ການຂົນສົ່ງເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 22   ການສົ່ງຜ່ານເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂົນສົ່ງເຄມີອັນຕະລາຍ ແລະ ສິ່ງເສດເຫຼືອເຄມີອັນຕະລາຍຜ່ານ ສປປ ລາວ ໃຫ້ປະຕິບັດຕາມສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ ແລະ ສະເໜີໃຫ້ອົງການຄຸ້ມຄອງວຽກງານເຄມີກ່ອນລ່ວງໜ້າ ສາມສິບວັນ ເພື່ອພິຈາລະນາ.

ມາດຕາ 23   ການບຳບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ

    ສິ່ງເສດເຫຼືອເຄມີຈາກການດໍາເນີນທຸລະກິດ ແລະ ການນໍາໃຊ້ ຕ້ອງບຳບັດ ຫຼື ກໍາຈັດໂດຍທັນທີ, ໃນກໍລະນີທີ່ບໍ່ສາມາດບຳບັດ ຫຼື ກໍາຈັດໄດ້ນັ້ນ ກໍສາມາດເກັບຮັກສາໄວ້ ແຕ່ສູງສຸດບໍ່ໃຫ້ເກີນ ເກົ້າສິບວັນ ນັບແຕ່ມີສິ່ງເສດເຫຼືອ ແລະ ຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
    ການບຳບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ ຕ້ອງປະຕິບັດຕາມຄູ່ມືແນະນໍາ ໂດຍນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ປະຕິບັດຕາມກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດ ລ້ອມ, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.

ມາດຕາ 24   ຫ້ອງທົດລອງເຄມີ

    ຫ້ອງທົດລອງເຄມີ ແມ່ນ ສະຖານທີ່ສໍາລັບການຄົ້ນຄວ້າ, ວິໄຈ, ທົດສອບເຄມີ ເພື່ອຢັ້ງ ຢືນຄຸນລັກສະນະທາງດ້ານວັດຖຸ ຫຼື ເຄມີ. ຫ້ອງທົດລອງເຄມີ ຕ້ອງໄດ້ຕາມມາດຕະຖານຄວາມປອດໄພ.
    ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ກໍານົດມາດຕະຖານຄວາມປອດໄພຂອງຫ້ອງທົດລອງເຄມີ ໂດຍປະສານສົມທົບກັບກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ.

ມາດຕາ 25   ເຄມີໃໝ່

    ເຄມີໃໝ່ ແມ່ນ ເຄມີ ທີ່ຄົ້ນພົບຈາກທໍາມະຊາດ ຫຼື ຈາກການຄົ້ນຄວ້າທາງວິທະຍາສາດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ໃຫ້ຂຶ້ນທະບຽນບັນຊີເຄມີ ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງຮັບຊາບ ຖ້າຜູ້ຄົ້ນພົບຕ້ອງການປົກປ້ອງລິຂະສິດຂອງຕົນ ໃຫ້ໄປຈົດທະບຽນຊັບສິນທາງປັນຍາ ນຳກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ 26   ການຄົ້ນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ

    ການຄົ້ນພົບຄຸນລັກສະນະຄວາມເປັນອັນຕະລາຍຂອງເຄມີ ຕ້ອງໄດ້ຂຶ້ນທະບຽນບັນຊີ ແລະ ຈັດແບ່ງປະເພດເຄມີຄືນໃໝ່ ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງຮັບຊາບ.

ມາດຕາ 27   ຜະລິດຕະພັນເຄມີປອມ

    ຜະລິດຕະພັນເຄມີປອມ ແມ່ນ ຜະລິດຕະພັນເຄມີທີ່ມີຊື່, ເຄື່ອງໝາຍ ຫຼື ຮູບຮ່າງຄ້າຍຄືຜະລິດຕະພັນເຄມີທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ມີຄຸນລັກສະນະແຕກຕ່າງ ຫຼື ເຮັດດ້ວຍວັດຖຸທຽມ ຫຼື ມີສ່ວນປະສົມທີ່ແຕກຕ່າງ.
    ໃນກໍລະນີພົບເຫັນຜະລິດຕະພັນເຄມີປອມ ໃຫ້ຢຸດການນຳໃຊ້ໂດຍທັນທີ ແລະ ໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ມາດຕາ 28   ເຄມີບໍ່ໄດ້ມາດຕະຖານ

    ເຄມີບໍ່ໄດ້ມາດຕະຖານ ແມ່ນ ເຄມີຄຸນນະພາບຕ່ຳ, ມີສິ່ງເຈືອປົນ ຫຼື ມີສ່ວນປະກອບບໍ່ຖືກຕ້ອງຕາມຄຸນລັກສະນະເຄມີ ທີ່ໄດ້ຂຶ້ນທະບຽນໄວ້.
    ໃນກໍລະນີພົບເຫັນຜະລິດຕະພັນເຄມີບໍ່ໄດ້ມາດຕະຖານ ໃຫ້ຢຸດການນຳໃຊ້ໂດຍທັນທີ ແລະ ໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ມາດຕາ 29   ເຄມີເສຍຄຸນລັກສະນະ

    ເຄມີເສຍຄຸນລັກສະນະ ແມ່ນ ເຄມີທີ່ໝົດອາຍຸການນໍາໃຊ້ ຫຼື ເສື່ອມຄຸນລັກສະນະກ່ອນໝົດອາຍຸ ຕາມທີ່ກຳນົດໄວ້ໃນສະຫຼາກ ຫຼື ເອກະສານຢັ້ງຢືນອື່ນ ຈາກການເກັບຮັກສາທີ່ບໍ່ຖືກ ຕ້ອງຕາມເຕັກນິກ.
    ໃນກໍລະນີພົບເຫັນຜະລິດຕະພັນເຄມີເສຍຄຸນລັກສະນະ ໃຫ້ຢຸດການນຳໃຊ້ໂດຍທັນທີ ແລະ ໃຫ້ລາຍງານຕໍ່ອົງການຄຸ້ມຄອງວຽກງານເຄມີ.

ໝວດທີ 2
ການປ້ອງກັນອຸບປະຕິເຫດຈາກເຄມີ

ມາດຕາ 30   ການປ້ອງກັນອຸບປະຕິເຫດຈາກເຄມີ

    ການປ້ອງກັນອຸບປະຕິເຫດຈາກເຄມີ ປະກອບດ້ວຍ:

1. ການສ້າງແຜນ ປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ;
2. ການສ້າງບຸກຄະລາກອນ;
3. ການຕິດຕັ້ງວັດຖູປະກອນ;
4. ການສະໜອງຂໍ້ມູນ ຂ່າວສານ;
5. ການໂຄສະນາ;
6. ການນໍາໃຊ້ເຕັກໂນໂລຊີ.

ມາດຕາ 31   ການສ້າງແຜນ ປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ

    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງສ້າງແຜນປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ ແລ້ວສະເໜີຕໍ່ອົງການຄຸ້ມຄອງວຽກງານເຄມີ ເພື່ອພິຈາລະນາຮັບຮອງແຜນດັ່ງກ່າວ ຕາມເນື້ອໃນ ດັ່ງນີ້:

1.  ຂໍ້ມູນກ່ຽວກັບຄຸນລັກສະນະ, ປະລິມານຂອງເຄມີ, ເຕັກໂນໂລຊີການຜະລິດ, ການນໍາໃຊ້, ລັກສະນະພິເສດທາງດ້ານພູມສາດ, ປະຊາກອນ ແລະ ສິ່ງແວດລ້ອມ;
2.  ຄວາມສ່ຽງຕໍ່ການເກີດອຸບປະຕິເຫດ ແລະ ແຜນກວດກາຫາສາເຫດຕົ້ນຕໍ;
3.  ສະພາບການຕ່າງໆຂອງອຸບປະຕິເຫດ ແລະ ວິທີການປ້ອງກັນ;
4.  ຄວາມສາມາດໃນການແກ້ໄຂອຸບປະຕິເຫດລວມທັງອຸປະກອນເຄື່ອງມື, ພະນັກງານ,   ກໍາມະກອນ, ແຜນປະສານງານກັບທ້ອງຖິ່ນ ແລະ ແຜນເຄື່ອນຍ້າຍປະຊາຊົນ ແລະ ຊັບສິນ;
5.  ແຜນຫຼຸດຜ່ອນອຸບປະຕິເຫດທີ່ສອດຄ່ອງກັບກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ,   ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

ມາດຕາ 32   ການສ້າງບຸກຄະລາກອນ

    ຂະແໜງການອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການສ້າງບຸກຄະລາກອນ ກ່ຽວກັບວຽກງານເຄມີ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ດ້ວຍຫຼາຍຮູບການ ເປັນຕົ້ນ ການຝຶກອົບຮົມ, ບຳລຸງ ເພື່ອສະໜອງໃຫ້ແກ່ວຽກງານເຄມີ.
    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງເອົາໃຈໃສ່ສ້າງ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດ ດ້ວຍການຝຶກອົບຮົມພະນັກງານວິຊາການ ແລະ ກໍາມະກອນກ່ຽວກັບເຕັກນິກ ແລະ ຄວາມປອດໄພກ່ຽວກັບເຄມີີຢ່າງໜ້ອຍ ໜຶ່ງ ຄັ້ງຕໍ່ປີ.

ມາດຕາ 33   ການຕິດຕັ້ງວັດຖູປະກອນ

    ບັນດາການຈັດຕັ້ງລັດທີ່ກ່ຽວຂ້ອງມີຄວາມຮັບຜິດຊອບໃນການປະສານງານ, ສ້າງຄວາມອາດສາມາດໃຫ້ພະນັກງານ ແລະ ກໍາມະກອນ ໃນການຕິດຕັ້ງອຸປະກອນໃຫ້ພຽງພໍ ເພື່ອປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ.
    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງຕິດຕັ້ງອຸປະກອນໃຫ້ພຽງພໍ ເພື່ອປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ ໂດຍອີງຕາມລະດັບຂອງທຸລະກິດ ແລະ ຄຸນລັກສະນະຂອງເຄມີ.

ມາດຕາ 34   ການສະໜອງຂໍ້ມູນ ຂ່າວສານ

    ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງສະໜອງຂໍ້ມູນ ຂ່າວສານ ກ່ຽວກັບເຄມີ ເປັນຕົ້ນ ກົດໝາຍ, ລະບຽບການ, ເຕັກນິກ ແລະ ເຕັກໂນໂລຊີກ່ຽວກັບການຂົນສົ່ງ, ການນໍາໃຊ້, ການເກັບຮັກສາ, ການບຳບັດ, ການກໍາຈັດ ໃຫ້ແກ່ສັງຄົມຢ່າງກວ້າງຂວາງ ແລະ ທົ່ວເຖິງ.
    ຜູ້ດໍາເນີນທຸລະກິດ ຕ້ອງສ້າງຖານຂໍ້ມູນການນໍາໃຊ້ ແລະ ການຜະລິດເຄມີ ເພື່ອສະໜອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສະໜອງຂໍ້ມູນ ຂ່າວສານ, ໃຫ້ຄຳປຶກສາກ່ຽວກັບມາດຕະຖານດ້ານເຕັກນິກ, ເຕັກໂນໂລຊີ, ຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມກ່ຽວກັບເຄມີແກ່ສັງຄົມ.

ມາດຕາ 35   ການໂຄສະນາ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງໂຄສະນາກ່ຽວກັບເຄມີ ຕ້ອງໄດ້ຮັບອະ ນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
    ສໍາລັບເນື້ອໃນການໂຄສະນາກ່ຽວກັບເຄມີ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການອຸດສາ ຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
    ການໂຄສະນາຕ້ອງສອດຄ່ອງກັບຄຸນນະພາບຂອງເຄມີ ແລະ ສອດຄ່ອງກັບເນື້ອໃນ, ຮູບການ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດ.

ເນື້ອໃນ ແລະ ຮູບການໂຄສະນາກ່ຽວກັບເຄມີ ມີ ດັ່ງນີ້:

1. ຊັດເຈນ, ຖືກຕ້ອງຕາມຄວາມເປັນຈິງກ່ຽວກັບປະເພດ, ຊະນິດ, ຄຸນລັກສະນະ, ຄຸນນະພາບຂອງເຄມີ, ເຄື່ອງໝາຍການຄ້າ ແລະ ການບໍລິການ;
2. ສາມາດດຳເນີນໄດ້ໃນທຸກຮູບການເຊັ່ນ ໂຄສະນາດ້ວຍຕົນເອງ ຫຼື ຜ່ານສື່ມວນຊົນ.

ມາດຕາ 36   ການນໍາໃຊ້ເຕັກໂນໂລຊີ

    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີຕ້ອງນໍາໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີ ທີ່ເໝາະສົມ ແລະ ມີປະສິດທິພາບໃນການຜະລິດ ພ້ອມທັງຮັບປະກັນຄວາມປອດໄພ, ຫຼຸດຜ່ອນການນໍາໃຊ້ວັດຖຸດິບ, ເຄມີ, ພະລັງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ໝວດທີ 3
ການແກ້ໄຂອຸບປະຕິເຫດຈາກເຄມີ

ມາດຕາ 37   ການແກ້ໄຂອຸບປະຕິເຫດຈາກເຄມີ

    ການແກ້ໄຂອຸບປະຕິເຫດຈາກເຄມີ ປະກອບດ້ວຍ:

1. ການປະສານງານເມື່ອເກີດອຸບປະຕິເຫດຈາກເຄມີ;
2. ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີ.

ມາດຕາ 38   ການປະສານງານເມື່ອເກີດອຸບປະຕິເຫດຈາກເຄມີ

    ເມື່ອເກີດອຸບປະຕິເຫດຈາກເຄມີ ຜູ້ດໍາເນີນທຸລະກິດ ແລະ ຜູ້ນໍາໃຊ້ເຄມີ ຕ້ອງລາຍງານໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ພ້ອມທັງດຳເນີນການແກ້ໄຂທັນທີ. ສໍາລັບອຸບປະຕິເຫດທີ່ເກີດຂຶ້ນໃນເຂດເສດຖະກິດພິເສດ ຕ້ອງລາຍງານຕໍ່ໜ່ວຍງານຄຸ້ມຄອງເຄມີເຂດດັ່ງກ່າວ.
    ເມື່ອການແກ້ໄຂອຸບປະຕິເຫດຫາກເກີນຄວາມສາມາດຂອງຕົນແລ້ວ ຕ້ອງປະສານສົມທົບກັບຂະແໜງການປ້ອງກັນປະເທດ, ຂະແໜງການປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂຢ່າງຮີບດ່ວນ.

ມາດຕາ 39   ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີ

    ມາດຕະການແກ້ໄຂອຸບປະຕິເຫດຈາກເຄມີ ໃຫ້ປະຕິບັດ ດັ່ງນີ້:

1. ປະຕິບັດຕາມແຜນປ້ອງກັນ ແລະ ແກ້ໄຂອຸບປະຕິເຫດໂດຍທັນທີ;
2. ໃຫ້ຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ກໍານົດຂອບເຂດ ແລະ ປະກາດເປັນພື້ນທີ່ອັນ ຕະລາຍເມື່ອອຸບປະຕິເຫດຫາກມີຜົນກະທົບຮ້າຍແຮງເກີນຄວາມສາມາດແກ້ໄຂນັ້ນ ຂະແໜງການທີ່ກ່ຽວຂ້ອງ ຕ້ອງສະເໜີຕໍ່ຂັ້ນເທິງຖັດຕົນໃຫ້ປະກາດເຂດດັ່ງກ່າວ ເປັນເຂດອັນຕະລາຍຈາກເຄມີ;
3. ໃຫ້ຂະແໜງການທີ່ກ່ຽວຂ້ອງສົມທົບກັບອົງການປົກຄອງທ້ອງຖິ່ນ ຈັດພາຫະນະ, ວັດຖູປະກອນ, ກໍາລັງພົນ, ໜ່ວຍແພດ ເພື່ອແກ້ໄຂອຸບປະຕິເຫດໂດຍທັນທີ ແລະ ເຄື່ອນຍ້າຍປະ ຊາຊົນ ແລະ ຊັບສິນ ອອກຈາກພື້ນທີ່ອັນຕະລາຍ.

ພາກທີ IV
ການດໍາເນີນທຸລະກິດກ່ຽວກັບເຄມີ

ໝວດທີ 1
ການດໍາເນີນທຸລະກິດ ແລະ ການນຳໃຊ້ ເຄມີ

ມາດຕາ 40   ການດໍາເນີນທຸລະກິດກ່ຽວກັບເຄມີ

    ການດໍາເນີນທຸລະກິດກ່ຽວກັບເຄມີ ແມ່ນ ການ ຜະລິດ, ບັນຈຸ, ຫຸ້ມຫໍ່, ຊື້ຂາຍ, ປ້ອງກັນ, ຄົ້ນຄວ້າ, ທົດລອງ, ສະໜອງ, ຂົນສົ່ງ, ນໍາເຂົ້າ, ສົ່ງອອກ, ເກັບຮັກສາ, ຄອບຄອງ, ກໍາຈັດ ແລະ ບຳບັດ ເຄມີອັນຕະລາຍ ຫຼື ສິ່ງເສດເຫຼືອເຄມີອັນຕະລາຍ.
    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງສະ ເໜີຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ພິຈາລະນາອະນຸຍາດ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 41   ເງື່ອນໄຂການດໍາເນີນທຸລະກິດກ່ຽວກັບເຄມີ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ມີພະນັກງານວິຊາການທີ່ມີຄວາມຮູ້ ແລະ ມີປະສົບການກ່ຽວກັບເຄມີ;
2. ຮັບປະກັນທາງດ້ານທຶນຮອນ, ເຕັກນິກ, ວັດຖູປະກອນໃຫ້ພຽງພໍ ແລະ ມີແຜນ ການ ເພື່ອດໍາເນີນທຸລະກິດກ່ຽວກັບເຄມີ ແລະ ມີວິທີການແກ້ໄຂເມື່ອມີອຸບປະຕິເຫດເຄມີເກີດຂຶ້ນ;
3. ມີສະຖານທີ່, ສິ່ງອຳນວຍຄວາມສະດວກ, ສາງ ແລະ ພາຫະນະຂົນສົ່ງທີ່ໄດ້ມາດ ຕະຖານ;
4. ມີມາດຕະການປົກປັກຮັກສາຄວາມປອດໄພ ແລະ ສິ່ງແວດລ້ອມ.

ມາດຕາ 42   ການຍື່ນຄຳຮ້ອງຂໍດໍາເນີນທຸລະກິດກ່ຽວກັບເຄມີ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງຍື່ນຄຳຮ້ອງພ້ອມດ້ວຍເອກະສານ ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ.

ເອກະສານປະກອບຄຳຮ້ອງຕົ້ນຕໍ ມີ ດັ່ງນີ້: 

1.  ສໍາເນົາທະບຽນວິສາຫະກິດ;
2.  ບົດປະເມີນຄວາມສ່ຽງ;
3.  ເອກະສານກ່ຽວກັບຂໍ້ມູນຄວາມປອດໄພຂອງເຄມີ;
4.  ແຜນປ້ອງກັນ ແລະ ແກ້ໄຂອຸບປະຕິເຫດ.

ມາດຕາ 43   ກຳນົດເວລາໃນການພິຈາລະນາການຂໍດໍາເນີນທຸລະກິດເຄມີ

    ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງໄດ້ພິຈາລະນາອອກໃບອະນຸຍາດໃຫ້ຜູ້ຮ້ອງຂໍ ພາຍໃນກໍານົດເວລາ ສາມສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ. ຖ້າວ່າຄໍາຮ້ອງ ແລະ ເອກະສານ ຫາກບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນນັ້ນ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງໄດ້ແຈ້ງເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍພາຍໃນກໍານົດເວລາ ສິບວັນລັດຖະການ.
    ຖ້າຫາກບໍ່ອະນຸຍາດ ຂະແໜງການອຸດສາຫະກໍາ ແລະ ການຄ້າ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມທັງໃຫ້ເຫດຜົນແກ່ຜູ້ຮ້ອງຂໍພາຍໃນກໍານົດເວລາ ຫ້າວັນລັດຖະການ.

ມາດຕາ 44   ການຂຶ້ນທະບຽນບັນຊີເຄມີ

    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ຕ້ອງຂຶ້ນທະບຽນບັນຊີເຄມີ ນໍາຂະແໜງການອຸດສາຫະກໍາ ແລະ ການຄ້າ, ຍົກເວັ້ນເຄມີອັນຕະລາຍປະເພດ ໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງກົດໝາຍສະບັບນີ້.

ມາດຕາ 45   ການນຳເຂົ້າ ແລະ ການສົ່ງອອກເຄມີ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ນຳເຂົ້າ ແລະ ສົ່ງອອກເຄມີ ຕ້ອງປະຕິບັດ ດັ່ງນີ້:

1.  ເຄມີອັນຕະລາຍປະເພດ ໜຶ່ງ ຕ້ອງສະເໜີຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາ;
2.  ເຄມີອັນຕະລາຍປະເພດ ສອງ ແລະ ປະເພດ ສາມ ຕ້ອງສະເໜີຕໍ່ກະຊວງອຸດ ສາຫະກຳ ແລະ ການຄ້າ ເພື່ອອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ, ຖ້າເປັນເຄມີພາຍໃຕ້ການຄຸ້ມຄອງຂອງຂະແໜງການອື່ນ ຕ້ອງໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງກ່ອນ;
3.  ເຄມີອັນຕະລາຍປະເພດ ສີ່ ສາມາດ ນໍາເຂົ້າ ແລະ ສົ່ງອອກໄດ້ ໂດຍບໍ່ຕ້ອງຂໍ ອະນຸຍາດ ແຕ່ກ່ອນຈະນຳເຂົ້າ ຕ້ອງແຈ້ງໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະ ຄອນຫຼວງ ບ່ອນນຳເຂົ້າ.

    ລະບຽບການ ແລະ ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກເຄມີລະອຽດ ໄດ້ກຳນົດໄວ້ຕ່າງຫາກ.

ມາດຕາ 46   ການຊື້ຂາຍເຄມີ

    ການຊື້ຂາຍເຄມີ ຕ້ອງມີສັນຍາຊື້ຂາຍ, ເນື້ອໃນສັນຍາຊື້ຂາຍ ຕ້ອງກໍານົດແຈ້ງ ຊື່ເຄມີ, ປະລິມານ, ຈຸດປະສົງການນໍາໃຊ້ ແລະ ອື່ນໆ, ສັນຍາຊື້ຂາຍ ຕ້ອງເຮັດເປັນສາມສະບັບ ໂດຍມອບໃຫ້ຜູ້ຊື້, ຜູ້ຂາຍ ແລະ ອົງການຄຸ້ມຄອງວຽກງານເຄມີເກັບຮັກສາໄວ້ ພາກສ່ວນລະໜຶ່ງສະ ບັບ. ເຄມີອັນຕະລາຍປະເພດ ສີ່ ຕ້ອງເກັບຮັກສາໄວ້ຢ່າງໜ້ອຍ ສອງ ປີ, ສໍາລັບເຄມີອັນຕະ ລາຍປະເພດ ສອງ ແລະ ປະເພດ ສາມ ໃຫ້ເກັບຮັກສາໄວ້ຢ່າງໜ້ອຍ ຫ້າ ປີ.

ມາດຕາ 47   ການຄອບຄອງເຄມີ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຄອບຄອງເຄມີ ຊຶ່ງເປັນຂອງຕົນ ຫຼື ຂອງບຸກຄົນອື່ນ  ຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ ເພື່ອຄວບຄຸມຄວາມປອດໄພ.

ມາດຕາ 48   ການນໍາໃຊ້ເຄມີ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ເຄມີ ຕ້ອງປະຕິບັດຕາມມາດຕະຖານ, ຂໍ້ມູນ, ປຶ້ມຄູ່ມືແນະນໍາ ແລະ ເອກະສານອື່ນກ່ຽວກັບຄວາມປອດໄພຂອງເຄມີ.

ໝວດທີ 2
ສິດ ແລະ ພັນທະຂອງ ຜູ້ດໍາເນີນທຸລະກິດ ແລະ ຜູ້ນໍາໃຊ້ເຄມີ

ມາດຕາ 49   ສິດຂອງຜູ້ດໍາເນີນທຸລະກິດກ່ຽວກັບເຄມີ

    ຜູ້ດໍາເນີນທຸລະກິດກ່ຽວກັບເຄມີ ມີ ສິດ ດັ່ງນີ້:

1.  ເຄື່ອນໄຫວຕາມການອະນຸຍາດໃຫ້ດໍາເນີນທຸລະກິດ;
2.  ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
3.  ໄດ້ຮັບຂໍ້ມູນ ຂ່າວສານກ່ຽວກັບເຄມີ;
4.  ຮ້ອງທຸກກ່ຽວກັບການລະເມີດສິດໃນການດໍາເນີນທຸລະກິດ;
5.  ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 50   ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບເຄມີ

    ຜູ້ດຳເນີນທຸລະກິດກ່ຽວກັບເຄມີ ມີ ພັນທະ ດັ່ງນີ້:

1.  ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບເຄມີຢ່າງເຂັ້ມງວດ;
2.  ເສຍພາສີ, ອາກອນ ແລະ ປະຕິບັດພັນທະອື່ນ ໃຫ້ແກ່ລັດຕາມກົດໝາຍ ແລະ ລະບຽບການ;
3.  ສ້າງຕັ້ງໜ່ວຍງານຄຸ້ມຄອງວຽກງານເຄມີ;
4.  ຝຶກອົບຮົມຄວາມຮູ້ດ້ານຄວາມປອດໄພ ກ່ຽວກັບເຄມີໃຫ້ພະນັກງານ ແລະ ກໍາມະກອນໃນຫົວໜ່ວຍທຸລະກິດຂອງຕົນ;
5.  ສ້າງແຜນການນຳໃຊ້ເຄມີປະຈຳປີ;
6.  ສ້າງ ແລະ ພັດທະນາແຜນປ້ອງກັນ ແລະ ມາດຕະການແກ້ໄຂອຸບປະຕິເຫດ;
7.  ເກັບຮັກສາ ແລະ ສ້າງຖານຂໍ້ມູນກ່ຽວກັບເຄມີ;
8.  ສະໜອງຂໍ້ມູນ ແລະ ຄຳແນະນໍາດ້ານຄວາມປອດໄພກ່ຽວກັບເຄມີ;
9.  ບຳບັດ, ກໍາຈັດສິ່ງເສດເຫຼືອເຄມີຈາກການດໍາເນີນທຸລະກິດ;
10.  ຮຽກຄືນ ຜະລິດຕະພັນເຄມີ ທີ່ບໍ່ໄດ້ມາດຕະຖານ;
11.  ຮັບຜິດຊອບຕໍ່ຜົນເສຍຫາຍທັງໝົດທີ່ເກີດຈາກການດໍາເນີນທຸລະກິດຂອງຕົນ;
12.  ອຳນວຍຄວາມສະດວກແກ່ເຈົ້າໜ້າທີ່ລັດ ໃນການປະຕິບັດໜ້າທີ່;
13.  ສະຫຼຸບ ແລະ ລາຍງານການດຳເນີນທຸລະກິດຂອງຕົນ ໃຫ້ຂະແໜງການທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
14.  ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 51   ສິດຂອງຜູ້ນໍາໃຊ້ເຄມີ

    ຜູ້ນໍາໃຊ້ເຄມີ ມີ ສິດ ດັ່ງນີ້:

1.  ໄດ້ຮັບຂໍ້ມູນ ຂ່າວສານດ້ານຄວາມປອດໄພກ່ຽວກັບເຄມີ;
2.  ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຕາມກົດໝາຍ ແລະ ລະບຽບການ;
3.  ສົ່ງຄືນຜະລິດຕະພັນເຄມີ ທີ່ບໍ່ໄດ້ມາດຕະຖານ, ເສຍຄຸນນະພາບ ແລະ ໄດ້ຮັບການທົດແທນຄ່າເສຍຫາຍຄືນ;
4.  ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 52   ພັນທະຂອງຜູ້ນໍາໃຊ້ເຄມີ

    ຜູ້ນໍາໃຊ້ເຄມີ ມີ ພັນທະ ດັ່ງນີ້:

1.  ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບເຄມີຢ່າງເຂັ້ມງວດ;
2.  ບຳບັດ ແລະ ກໍາຈັດສິ່ງເສດເຫຼືອຈາກການນຳໃຊ້ເຄມີ ໃຫ້ຖືກຕ້ອງຕາມເຕັກນິກ ແລະ ມາດຕະຖານຄວາມປອດໄພ;
3.  ລາຍງານ ກ່ຽວກັບຄວາມເປັນອັນຕະລາຍຈາກການນໍາໃຊ້ເຄມີ ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງກັບບ່ອນນໍາໃຊ້ເຄມີ;
4.  ເຂົ້າຮ່ວມຂະບວນການຮັກສາສຸຂະພາບ ແລະ ປົກປັກຮັກສາສິ່ງແວດລ້ອມ;
5.  ຮັບຜິດຊອບຕໍ່ຜົນກະທົບຈາກການນຳໃຊ້ເຄມີຂອງຕົນ;
6.  ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ພາກທີ V
ຂໍ້ຫ້າມ

ມາດຕາ 53   ຂໍ້ຫ້າມທົ່ວໄປ

    ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

1. ດໍາເນີນທຸລະກິດ ກ່ຽວກັບເຄມີ ໂດຍບໍ່ໄດ້ຮັບອະນຸຍາດ;
2. ຂັດຂວາງການເຄື່ອນໄຫວວຽກງານເຄມີຂອງເຈົ້າໜ້າທີ່;
3. ຈູດ, ຝັງ, ຖິ້ມ ແລະ ປ່ອຍເຄມີ ຫຼື ສິ່ງເສດເຫຼືອເຄມີ ສູ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍບໍ່ຖືກຕ້ອງຕາມເຕັກນິກ;
4. ນໍາໃຊ້ຜະລິດຕະພັນເຄມີປອມ, ເຄມີບໍ່ໄດ້ມາດຕະຖານ, ເຄມີເສຍຄຸນນະພາບ ແລະ ເຄມີບໍ່ໄດ້ຂຶ້ນທະບຽນ;
5. ຜະລິດ, ນໍາເຂົ້າ, ສົ່ງອອກ, ຄອບຄອງ ຫຼື ນໍາໃຊ້ເຄມີອັນຕະລາຍປະເພດ ໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງກົດໝາຍສະບັບນີ້;
6. ຝາກ ຫຼື ຮັບຝາກເຄມີອັນຕະລາຍທີ່ບໍ່ບອກຊື່ ຫຼື ບອກຊື່ບໍ່ຊັດເຈນ;
7. ໂຄສະນາຊວນເຊື່ອ ຫຼື ໃຫ້ຂໍ້ມູນບໍ່ຖືກຕ້ອງຕາມຄວາມຈິງ;
8. ເກັບມ້ຽນເຄມີອັນຕະລາຍ ໂດຍບໍ່ໄດ້ຮັບອະນຸຍາດ;
9. ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານ ທີ່ຮັບຜິດຊອບກ່ຽວກັບເຄມີທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດຂອງຕົນ;
10. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 54   ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິ

    ຫ້າມຜູ້ດໍາເນີນທຸລະກິດ ມີ ພຶດຕິກໍາ ດັ່ງນີ້:

1. ດໍາເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ບໍ່ສອດຄ່ອງກັບການອະນຸຍາດ ແລະ ການຢັ້ງຢືນ;
2. ດໍາເນີນທຸລະກິດກ່ຽວກັບເຄມີ ທີ່ສ້າງຜົນກະທົບຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມເກີນຄ່າມາດຕະຖານທີ່ກໍານົດໄວ້;
3. ສວຍໃຊ້ການດໍາເນີນທຸລະກິດກ່ຽວກັບເຄມີ ເພື່ອເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
4. ວາງຂາຍຜະລິດຕະພັນເຄມີອັນຕະລາຍ ປົນເປກັບສິນຄ້າປະເພດສະບຽງອາຫານ;
5. ປອມແປງເອກະສານ;
6. ໃຫ້ຂໍ້ມູນ ຂ່າວສານ ບໍ່ໍ່ຖືກກັບຄວາມເປັນຈິງ;
7. ໂຄສະນາທີ່ມີລັກສະນະສຽດສີ, ໝິ່ນປະໝາດການດໍາເນີນທຸລະກິດ ແລະ ການບໍລິການຂອງຜູ້ອື່ນ;
8. ໃຫ້ສິນບົນ;
9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 55   ຂໍ້ຫ້າມສໍາລັບຜູ້ນໍາໃຊ້

    ຫ້າມຜູ້ນໍາໃຊ້ເຄມີ ມີ ພຶດຕິກໍາ ດັ່ງນີ້:

1. ນໍາໃຊ້ເຄມີໂດຍບໍ່ຖືກຕ້ອງຕາມຈຸດປະສົງ ຊຶ່ງກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
2. ນໍາໃຊ້ເຄມີອັນຕະລາຍປະເພດ ໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 10 ຂອງກົດໝາຍສະບັບນີ້;
3. ໂຄສະນາໃສ່ຮ້າຍປ້າຍສີ ຫຼື ມີການກະທໍາອື່ນ ທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ສະໜອງ;
4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 56   ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່

    ຫ້າມພະນັກງານ ແລະ ເຈົ້າໜ້າທີ່ີ ມີ ພຶດຕິກໍາ ດັ່ງນີ້:

1. ສວຍໃຊ້ອຳນາດ ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ;
2. ຮັບ ຫຼື ທວງເອົາສິນບົນ;
3. ເມີນເສີຍຕໍ່ການປະຕິບັດໜ້າທີ່, ກົດໜ່ວງ, ຖ່ວງດຶງການພິຈາລະນາເອກະສານ;
4. ປອມແປງເອກະສານ ຫຼືື ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ, ທໍາລາຍເອກະສານ;
5. ປົກປິດຂໍ້ມູນ ຂ່າວສານດ້ານຄວາມປອດໄພ;
6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 57   ຮູບການແກ້ໄຂຂໍ້ຂັດແຍ່ງ

    ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານເຄມີ ມີ ຮູບການ ດັ່ງນີ້:

1. ການແກ້ໄຂດ້ວຍການປະນີປະນອມກັນ ຫຼື ການໄກ່ເກັ່ຍ;
2. ການແກ້ໄຂທາງດ້ານບໍລິຫານ;
3. ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
4. ການຕັດສີນຂອງສານ;
5. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 58   ການແກ້ໄຂດ້ວຍການປະນີປະນອມ ຫຼື ການໄກ່ເກັ່ຍ

    ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບວຽກງານເຄມີ ຄູ່ກໍລະນີສາມາດແກ້ໄຂດ້ວຍການປະນີປະນອມ ຫຼື ໄກ່ເກັ່ຍກັນ.

ມາດຕາ 59   ການແກ້ໄຂທາງດ້ານບໍລິຫານ

    ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບວຽກງານເຄມີ ທີ່ບໍ່ຮ້າຍແຮງ ແລະ ມີມູນຄ່າເສຍຫາຍ ບໍ່ຫຼວງ ຫຼາຍ ຄູ່ກໍລະນີມີສິດສະເໜີ ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງກັບບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນ ເປັນຜູ້ພິຈາລະນາແກ້ໄຂ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 60   ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

    ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບການດໍາເນີນທຸລະກິດເຄມີ ຄູ່ກໍລະນີມີສິດສະເໜີ ຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 61   ການຕັດສີນຂອງສານ

    ເມື່ອມີຂໍ້ຂັດແຍ່ງກ່ຽວກັບການດໍາເນີນທຸລະກິດເຄມີ ຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາ ຊົນ ເພື່ອພິຈາລະນາຕັດສີນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 62   ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

    ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບວຽກງານເຄມີ ທີ່ມີລັກສະນະສາກົນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ VII
ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1
ການຄຸ້ມຄອງວຽກງານເຄມີ

ມາດຕາ 63   ອົງການຄຸ້ມຄອງວຽກງານເຄມີ

    ລັດຖະບານ ຄຸ້ມຄອງວຽກງານເຄມີ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

    ອົງການຄຸ້ມຄອງວຽກງານເຄມີ ປະກອບດ້ວຍ:

1.  ກະຊວງອຸດສາຫະກໍາ ແລະ ການຄ້າ;
2.  ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
3.  ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ, ນະຄອນ.

ມາດຕາ 64   ສິດ ແລະ ໜ້າທີ່ຂອງກະຊວງອຸດສາຫະກໍາ ແລະ ການຄ້າ

    ໃນການຄຸ້ມຄອງວຽກງານເຄມີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.  ຄົ້ນຄວ້າ, ສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເຄມີ;
2.  ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດເປັນແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
3.  ໂຄສະນາອົບຮົມກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ;
4.  ຂຶ້ນທະບຽນເຄມີ;
5.  ສ້າງບັນຊີເຄມີອຸດສາຫະກຳ ແລະ ສັງລວມບັນຊີເຄມີ ຈາກຂະແໜງການອື່ນ ເພື່ອສ້າງບັນຊີລວມໃນການຈັດປະເພດເຄມີອັນຕະລາຍ;
6.  ສ້າງ ແລະ ຮັບຮອງເອົາຄູ່ມືແນະນໍາເຕັກນິກ ແລະ ລະບຽບການດ້ານຄວາມປອດໄພກ່ຽວກັບເຄມີ;
7.  ອະນຸຍາດ, ຄຸ້ມຄອງ, ຕິດຕາມ ກວດກາ ການນໍາເຂົ້າ ແລະ ການສົ່ງອອກເຄມີ ແລະ ສິ່ງເສດເຫຼືອເຄມີ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ;
8.  ຄຸ້ມຄອງ, ຕິດຕາມ, ກວດກາການດໍາເນີນທຸລະກິດ, ການນໍາໃຊ້ເຄມີ, ການບຳບັດ ແລະ ການກຳຈັດສິ່ງເສດເຫຼືອເຄມີ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
9.  ແນະນໍາການນໍາໃຊ້ເຄມີແຕ່ລະປະເພດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອຮັບປະກັນຄວາມປອດໄພ;
10.  ອອກ, ໂຈະ, ຖອນ, ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ;
11.  ຮັບຄຳສະເໜີຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
12.  ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ;
13.  ປະສານສົມທົບກັບກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ ໃນການສ້າງ ແລະ ພັດທະນາຖານຂໍ້ມູນເຄມີແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວຽກງານເຄມີ;
14.  ສະເໜີສ້າງຕັ້ງຄະນະຮັບຜິດຊອບວຽກງານເຄມີ;
15.  ພົວພັນ ແລະ ຮ່ວມມືກັບສາກົນກ່ຽວກັບວຽກງານເຄມີ;
16.  ສະຫຼຸບ, ສັງລວມ ແລະ ລາຍງານ ການເຄື່ອນໄຫວວຽກງານເຄມີ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
17.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 65   ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

    ໃນການຄຸ້ມຄອງວຽກງານເຄມີ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ ຫຼວງ ມີສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.   ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ເປັນແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
2.  ໂຄສະນາອົບຮົມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ;
3.   ຮັບຮອງແຜນປະຈຳປີ, ຄຸ້ມຄອງ, ຕິດຕາມ ກວດກາການນໍາເຂົ້າ ແລະ ການສົ່ງອອກເຄມີ ແລະ ສິ່ງເສດເຫຼືອເຄມີ;
4.   ຄຸ້ມຄອງ, ຕິດຕາມ, ກວດກາການດໍາເນີນທຸລະກິດ, ການນໍາໃຊ້ເຄມີ, ການບຳບັດ ແລະ ການກຳຈັດສິ່ງເສດເຫຼືອເຄມີ;
5.   ແນະນໍາການນໍາໃຊ້ເຄມີແຕ່ລະປະເພດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອຮັບ ປະກັນຄວາມປອດໄພ;
6.  ສະເໜີ ອອກ, ໂຈະ, ຖອນ, ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ;
7.   ຮັບຄຳສະເໜີຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ;
8.  ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ;
9.   ປະສານສົມທົບກັບບັນດາພະແນກການ, ຂະແໜງການທຽບເທົ່າ ແລະ ອົງການປົກ ຄອງທ້ອງຖິ່ນ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານເຄມີ;
10.  ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານເຄມີ ຕາມການມອບໝາຍຂອງຂັ້ນເທິງ;
11.  ສະຫຼຸບ, ສັງລວມ ແລະ ລາຍງານ ການເຄື່ອນໄຫວວຽກງານເຄມີ ຕໍ່ກະຊວງອຸດສາ ຫະກຳ ແລະ ການຄ້າ ແລະ ອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ;
12.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 66   ສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ, ນະຄອນ

    ໃນການຄຸ້ມຄອງວຽກງານເຄມີ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະ ບານ, ນະຄອນ ມີ ສິດ ແລະ ໜ້າທີ່ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ເປັນແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
2.  ເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ;
3.  ຕິດຕາມ ກວດກາການນໍາເຂົ້າ ແລະ ການສົ່ງອອກເຄມີ ແລະ ສິ່ງເສດເຫຼືອເຄມີ ລວມທັງການດໍາເນີນທຸລະກິດ, ການນໍາໃຊ້ເຄມີ, ການບຳບັດ ແລະ ການກຳຈັດສິ່ງເສດເຫຼືອເຄມີ;
4.  ແນະນໍາການນໍາໃຊ້ເຄມີແຕ່ລະປະເພດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອຮັບປະກັນຄວາມປອດໄພ;
5.  ສະເໜີ ອອກ, ໂຈະ, ຖອນ, ຍົກເລີກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບເຄມີ;
6.  ຮັບຄຳສະເໜີຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ;
7.  ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານເຄມີ;
8.  ສະເໜີ ບຳລຸງສ້າງ ແລະ ຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ;
9.  ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານເຄມີ ຕໍ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ;
10.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 67   ສິດ ແລະ ໜ້າທີ່ລວມຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

    ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ມີ ສິດ ແລະ ໜ້າທີ່ລວມ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານເຄມີ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຄົ້ນຄວ້າ, ສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານເຄມີ;
2.  ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ເປັນແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
3.  ໂຄສະນາອົບຮົມກົດໝາຍ ແລະ ລະບຽບການກ່ຽວກັບວຽກງານເຄມີໃຫ້ທົ່ວສັງຄົມ;
4.  ສ້າງ ແລະ ຮັບຮອງເອົາຄູ່ມືແນະນໍາເຕັກນິກ ແລະ ລະບຽບການດ້ານຄວາມປອດໄພກ່ຽວກັບເຄມີ;
5.  ຄຸ້ມຄອງ, ຕິດຕາມ, ກວດກາການດໍາເນີນທຸລະກິດ, ການນໍາໃຊ້ເຄມີ, ການບຳບັດ ແລະ ການກຳຈັດສິ່ງເສດເຫຼືອເຄມີ;
6.  ແນະນໍາການນໍາໃຊ້ເຄມີແຕ່ລະປະເພດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເພື່ອຮັບປະກັນຄວາມປອດໄພ;
7.  ຮັບຄຳສະເໜີຈາກປະຊາຊົນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງກ່ຽວກັບເຄມີ;
8.  ສະເໜີສ້າງຕັ້ງຄະນະຮັບຜິດຊອບວຽກງານເຄມີ;
9.  ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການກ່ຽວກັບວຽກງານເຄມີ;
10.  ພົວພັນ ແລະ ຮ່ວມມືກັບສາກົນກ່ຽວກັບວຽກງານເຄມີ;
11.  ສະຫຼຸບ ລາຍງານ ການເຄື່ອນໄຫວວຽກງານເຄມີ ຕາມຄວາມຮັບຜິດຊອບຂອງຕົນຕໍ່ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລາຍງານຕໍ່ລັດຖະບານ ຢ່າງເປັນປົກກະຕິ;
12.  ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ສຳລັບ ສິດ ແລະ ໜ້າທີ່ສະເພາະ ຂອງອົງການປົກຄອງທ້ອງຖິ່ນນັ້ນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 68   ສິດ ແລະ ໜ້າທີ່ສະເພາະຂອງຂະແໜງການອື່ນ

    ຂະແໜງການອື່ນ ມີ ສິດ ແລະ ໜ້າທີ່ສະເພາະ ໃນການຄຸ້ມຄອງ, ຕິດຕາມ ແລະ ກວດ ກາວຽກງານເຄມີ ດ້ວຍການປະສານສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.  ຂະແໜງການສາທາລະນະສຸກ ຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ເຄມີທີ່ໃຊ້ໃນການຜະລິດຢາ, ເຄື່ອງສຳອາງ, ອຸປະກອນການແພດ, ປິ່ນ ປົວ ແລະ ຮັກສາສຸຂະພາບ, ເສີມຄວາມງາມ, ຂ້າເຊື້ອ ແລະ ເຄມີປຸງແຕ່ງອາຫານ ແລະ ສ້າງບັນ ຊີເຄມີອັນຕະລາຍທີ່ນຳໃຊ້ໃນຂະແໜງການຕົນ;
2.  ຂະແໜງການກະສິກໍາ ແລະ ປ່າໄມ້ ຄຸ້ມຄອງ ແລະ ຕິດຕາມ ການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ເຄມີທີ່ນຳໃຊ້ເຂົ້າໃນການປູກຝັງ, ການເພາະພັນ, ການລ້ຽງສັດ, ການປະມົງ, ການສັດຕະວະແພດ, ການຮັກສາຜະລິດຕະພັນກະສິກໍາ, ຢາປາບສັດຕູພືດ ແລະ ສ້າງບັນຊີເຄມີອັນຕະລາຍທີ່ນຳໃຊ້ໃນຂະແໜງການຕົນ;
3.  ຂະແໜງການພະລັງງານ ແລະ ບໍ່ແຮ່ ຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ເຄມີທີ່ນຳໃຊ້ເຂົ້າໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ເຄມີທີ່ເກີດຈາກທໍາມະຊາດຢູ່ບໍລິເວນຂຸດຄົ້ນແຮ່ທາດ;
4.  ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄຸ້ມຄອງ ແລະ ຕິດ ຕາມການບຳບັດ, ການກຳຈັດສິ່ງເສດເຫຼືອເຄມີ, ເຄມີຕົກຄ້າງໃນທຳມະຊາດ ແລະ ເຄມີທີ່ຍຶດໄດ້ ແລະ ຮັບຮອງບັນຊີສານເຄມີເປັນພິດ;
5.  ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຄຸ້ມຄອງ ແລະ ຕິດຕາມການໃຊ້ເຕັກນິກ-ເຕັກໂນໂລຊີ ກ່ຽວກັບການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ເຄມີທີ່ນໍາໃຊ້ໃນການທົດລອງ, ການຄົ້ນຄວ້າ, ການວິໄຈ ເພື່ອການພັດທະນາເຕັກໂນໂລຊີ ແລະ ຮັບຮອງເອົາມາດຕະຖານກ່ຽວກັບເຄມີ ແລະ ເປັນຜູ້ກໍານົດມາດຕະຖານຄວາມປອດໄພຂອງຫ້ອງທົດລອງ ແລະ ການນຳໃຊ້ເຄມີໃນຫ້ອງທົດລອງໂດຍປະສານສົມທົບກັບກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງ;
6.  ຂະແໜງການໂຍທາທິການ ແລະ ຂົນສົ່ງ ຄຸ້ມຄອງ ແລະ ຕິດຕາມການຂົນສົ່ງເຄມີ ແລະ ສິ່ງເສດເຫຼືອເຄມີ;
7.  ຂະແໜງການປ້ອງກັນຄວາມສະຫງົບ ຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແກ້ໄຂອຸບປະຕິເຫດຈາກເຄມີ ເປັນຕົ້ນ ທາດລະເບີດ, ທາດແຕກ, ເຄມີເປັນພິດ, ເຄມີມອດໄຟ ແລະ ດຳເນີນຄະດີຕໍ່ບຸກຄົນ, ນິ ຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍ ແລະ ລະບຽບການຄຸ້ມຄອງເຄມີ;
8.  ຂະແໜງການປ້ອງກັນປະເທດ ຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ທາດລະເບີດ, ທາດແຕກ, ເຄມີເປັນພິດ, ເຄມີມອດໄຟ ແລະ ສິ່ງເສດເຫຼືອເຄມີຈາກສະໄໝສົງຄາມ ແລະ ແກ້ໄຂອຸບປະຕິເຫດຈາກເຄມີ;
9.  ຂະແໜງການສຶກສາທິການ ແລະ ກິລາ ຄຸ້ມຄອງ ແລະ ຕິດຕາມການນໍາໃຊ້ເຄມີ ແລະ ສິ່ງເສດເຫຼືອເຄມີ ເປັນຕົ້ນ ເຄມີທີ່ນໍາໃຊ້ໃນການສິດສອນ, ຄົ້ນຄວ້າ, ທົດລອງ ແລະ ວິໄຈ.

ໝວດທີ 2
ການກວດກາວຽກງານເຄມີ

ມາດຕາ 69   ອົງການກວດກາວຽກງານເຄມີ

    ອົງການກວດກາວຽກງານເຄມີ ປະກອບດ້ວຍ:

1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານເຄມີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 63 ຂອງກົດໝາຍສະບັບນີ້;
2. ອົງການກວດກາພາຍນອກ ຊຶ່ງແມ່ນສະພາແຫ່ງຊາດ, ອົງການກວດກາລັດຖະບານ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ສະພາປະຊາຊົນຂັ້ນແຂວງ.

ມາດຕາ 70   ເນື້ອໃນກວດກາ

    ການກວດກາວຽກງານເຄມີ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1. ການປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານເຄມີ;
2. ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງວຽກງານເຄມີ;
3. ຄວາມຮັບຜິດຊອບ, ພຶດຕິກໍາ ແລະ ແບບແຜນວິທີເຮັດວຽກຂອງພະນັກງານ ແລະ ເຈົ້າໜ້າທີ່ກ່ຽວກັບເຄມີ;
4. ການເຄື່ອນໄຫວດໍາເນີນທຸລະກິດກ່ຽວກັບວຽກງານເຄມີ.

ມາດຕາ 71   ຮູບການກວດກາ

    ການກວດກາວຽກງານເຄມີ ມີຮູບການ ດັ່ງນີ້:

1. ການກວດກາ ຕາມລະບົບປົກກະຕິ;
2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3. ການກວດກາ ແບບກະທັນຫັນ.

    ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກໍານົດເວລາອັນແນ່ນອນ.
    ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.
    ການກວດກາ ແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າມີຄວາມຈຳເປັນ ແລະ ຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.
    ການກວດກາ ໃຫ້ກວດກາທາງເອກະສານ ແລະ ການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ ແລະ ປະຕິບັດ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 72   ນະໂຍບາຍຕໍ່ຜູ້ມີຜົນງານ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 73   ມາດຕະການຕໍ່ຜູ້ລະເມີດ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ມາດຕາ 74   ມາດຕະການສຶກສາອົບຮົມ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ ທີ່ມີລັກສະນະເບົາເປັນຄັ້ງທຳອິດຈະຖືກກ່າວເຕືອນ ຫຼື ສຶກສາອົບຮົມ ຕາມແຕ່ລະກໍລະນີ.

ມາດຕາ 75   ມາດຕະການທາງວິໄນ

    ເຈົ້າໜ້າທີ່ ຫຼື ພະນັກງານທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ການລະເມີດຂໍ້ຫ້າມ ທີ່ໄດ້ຖືກກ່າວເຕືອນ ຫຼື ສຶກສາອົບຮົມມາກ່ອນແລ້ວ ແລະ ບໍ່ມີອົງປະກອບຂອງການກະທຳຜິດທາງອາຍາຈະຖືກລົງວິໄນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 76   ມາດຕະການປັບໃໝ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 77   ມາດຕະການທາງແພ່ງ

    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ລວມໜູ່ ແລະ ບຸກຄົນອື່ນ ຕ້ອງໄດ້ຟື້ນຟູ, ບູລະນະ ແລະ ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 78   ມາດຕະການທາງອາຍາ

    ບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ຫາກເປັນການກະທຳຜິດທາງອາຍາ ຊຶ່ງພາໃຫ້ເກີດຜົນເສຍຫາຍຕໍ່ສຸຂະພາບ ແລະ ຊີວິດຂອງຜູ້ອື່ນ ຈະຖືກລົງໂທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ ແລະ ກົດໝາຍອື່ນທີ່ກຳນົດໂທດທາງອາຍາ.

ມາດຕາ 79   ມາດຕະການໂທດເພີ່ມ

    ນອກຈາກໂທດທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້ ຜູ້ກະທຳຜິດຈະຖືກປະຕິບັດມາດຕະການໂທດເພີ່ມ ເຊັ່ນ ການໂຈະ, ການຖອນໃບອະນຸຍາດ ຫຼື ຍຸບເລີກກິດຈະການ ຕາມແຕ່ລະກໍລະນີ.

ພາກທີ IX
ບົດບັນຍັດສຸດທ້າຍ

ມາດຕາ 80   ການຈັດຕັ້ງປະຕິບັດ

    ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິ ບັດກົດໝາຍສະບັບນີ້.

ມາດຕາ 81   ຜົນສັກສິດ

    ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

    ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບຕາ)

ປານີ ຢາທໍ່ຕູ້

ຂ້າງເທິງ

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມນຳເຂົ້າ: ເຄມີ ທີ່ມີຄວາມອັນຕະລາຍສູງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 1) ສິນຄ້າເກືອດຫ້າມ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫ້າມນຳເຂົ້າເຄມີ ທີ່ມີຄວາມອັນຕະລາຍສູງ ທີ່ນຳໃຊ້ໃນອຸດສາຫະກຳ, ຍົກເວັ້ນໄດ້ອະນຸຍາດຈາກລັດຖະບານ. ໃນກໍລະນີມີຄວາມຈຳເປັນນຳເຂົ້າ ສິນຄ້າດັ່ງກ່າວ, ຜູ້ນຳເຂົ້າ ສາມາດຍື່ນເອກະສານໃຫ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
2 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ: ເຄມີທີ່ມີຄວາມອັນຕະລາຍປານກາງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 2 ແລະ 3) ຕ້ອງໄດ້ຮັບອະນຸມັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍປານກາງ (ປະເພດ 2 ແລະ 3) ທີ່ນຳເຂົ້າມາ ສປປ ລາວ ຕ້ອງໄດ້ຮັບອະນຸຍາດນຳເຂົ້າ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
3 ຕ້ອງໄດ້ຮັບອະນຸຍາດສົ່ງອອກ: ເຄມີທີ່ມີຄວາມອັນຕະລາຍປານກາງ ທີ່ນຳໃຊ້ໃນອຸດສາຫະກຳ (ປະເພດ 2 ແລະ 3) ຕ້ອງໄດ້ຮັບອະນຸມັດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍປານກາງ (ປະເພດ 2 ແລະ 3) ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຮັບອະນຸຍາດສົ່ງອອກ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
4 ຕ້ອງຕິດສະຫຼາກ - ເຄມີທີ່ມີຄວາມອັນຕະລາຍທີ່ນຳໃຊ້ໃນອຸດສາຫະກຳ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍນໍາເຂົ້າ ທີ່ນຳໃຊ້ໃນອຸດສາຫະກຳຕ້ອງ ໄດ້ຮັບການຕິດສະຫຼາກ ຕາມທີ່ລະບຸໄວ້ໂດຍກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 9999-12-31 ALL
5 ການກຳນົດການຫຸ້ມຫໍ່ - ເຄມີທີ່ມີຄວາມອັນຕະລາຍທີ່ນຳໃຊ້ໃນອຸດສາຫະກຳ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍນໍາເຂົ້າທີ່ນຳໃຊ້ໃນອຸດສາຫະກຳຕ້ອງ ໄດ້ຮັບການບັນຈຸໃສ່ພາຊະນະບັນຈຸ/ຫຸ້ມຫໍ່ ຕາມທີ່ລະບຸໄວ້ໂດຍກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 9999-12-31 ALL
6 ການເກັບຮັກສາ ແລະ ການຂົນສົ່ງ - ເຄມີທີ່ມີຄວາມອັນຕະລາຍທີ່ນຳໃຊ້ໃນອຸດສາຫະກຳ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີທີ່ມີຄວາມອັນຕະລາຍນໍາເຂົ້າ ທີ່ນຳໃຊ້ໃນອຸດສາຫະກຳຕ້ອງ ເກັບຮັກສາມ້ຽນໄວ້ໃນສາງ ແລະ ຂົນສົ່ງ ຕາມທີ່ລະບຸໄວ້ໂດຍກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການເກັບຮັກສາເຄມີ, ເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021
9999-12-31 ALL
7 ຕ້ອງໄດ້ຂຶ້ນທະບຽນຜູ້ນຳເຂົ້າ: ເຄມີທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ນຳເຂົ້າເຄມີທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 9999-12-31 ALL
8 ຕ້ອງໄດ້ຂຶ້ນທະບຽນຜູ້ສົ່ງອອກ: ເຄມີທີ່ມີຄວາມອັນຕະລາຍປະເພດ 2 ແລະ 3ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ສົ່ງອອກເຄມີທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄງ ອຄ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 9999-12-31 ALL
9 ຕ້ອງໄດ້ຈົດທະບຽນ: ເຄມີນໍາເຂົ້າທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີນໍາເຂົ້າທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
10 ຕ້ອງໄດ້ຈົດທະບຽນ: ເຄມີສົ່ງອອກທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຄມີສົ່ງອອກທີ່ມີຄວາມອັນຕະລາຍປະເພດ 2 ແລະ 3 ທີ່ນຳໃຊ້ໃນອຸດສາຫະກຳ ຕ້ອງໄດ້ຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ
  1. ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ການຂື້ນທະບຽນບັນຊີເຄມີ, ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.