ແຜນວາດຂັ້ນຕອນການຂໍອະນຸຍາດ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ 2021



 

ອີງຕາມ ແຈ້ງການ ກ່ຽວກັບ ຂັ້ນຕອນການສະເໜີແຜນການຈຳໜ່າຍ ແລະ ການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 0011/ກຄຮ3, ລົງວັນທີ 04 ມັງກອນ 2019 ແມ່ນມີຂັ້ນຕອນການຂໍອະນຸຍາດ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ດັ່ງລຸ່ມນີ້:

 

ຂັ້ນຕອນ 1 ກະກຽມເອກະສານ ເພື່ອຂໍອະນຸຍາດສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

      ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ທີ່ສາມາດສະເໜີແຜນຈຳໜ່າຍຜະລິດຕະພັນແຮ່ທາດຕ້ອງແມ່ນຜູ້ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດກ່ຽວກັບບໍ່ແຮ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດພັນທະທາງດ້ານການເງິນຕາມສັນຍາສຳປະທານ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງຄົບຖ້ວນ, ຊຶ່ງຕ້ອງໄດ້ປະກອບເອກະສານດັ່ງນີ້:

  • ການ​​ປະ​ກອບ​​ເອ​ກະ​ສານ​ແຜນ​ຈຳ​ໜ່າຍ
  • ໜັງສືສະເໜີ (ຕາມແບບຟອມ
  • ແຜນການຈຳໜ່າຍ (ຕາມແບບຟອມ
  • ບົດສະຫຼຸບການປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ: ການຜະລິດ, ຈຳໜ່າຍ, ມູນຄ່າຈຳໜ່າຍ, ການປະຕິບັດພັນທະທາງດ້ານການເງິນຕໍ່ລັດຖະບານ (ພ້ອມເອກະສານຢັ້ງຢືນ) ແລະ ຂໍ້ສະດວກ-ຫຍຸ້ງຍາກ (ຕາມແບບຟອມ). 
  • ການປະ​ກອບ​ເອ​ກະ​ສານສະເໜີການຈຳໜ່າຍແຕ່ລະຄັ້ງ.

ເອກະສານທີ່ບໍລິສັດ ຫຼື ຫົວໜ່ວຍທຸລະກິດ ຕ້ອງໄດ້ປະກອບ:

1) ໜັງສືສະເໜີ (ຕາມແບບຟອມ)

2) ເອກະສານຢັ້ງຢືນການປະຕິບັດພັນທະທາງດ້ານການເງິນຄັ້ງຈຳໜ່າຍຜ່ານມາ ເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ພາສີ, ອາກອນ ແລະ ຄ່າທຳນຽມອື່ນໆ (ກໍລະນີເຄີຍຈຳໜ່າຍຜ່ານມາ);

3) ສັນຍາຊື້-ຂາຍກັບລູກຄ້າ ແລະ ຜົນວິໄຈແຮ່ທາດ.

 

ຂັ້ນຕອນ 2 ຮັບ ແລະ ກວດກາ ເອກະສານ

  • ການຈໍລະຈອນເອກະສານ​ແຜນ​ການ​ຈຳ​ໜ່າຍ: ຢື່ນເອກະສານຫາຂາເຂົ້າ --> ຄະ​ນະ​ກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ --> ພະແນກ/ຫ້ອງການກ່ຽວຂ້ອງ --> ຄະນະກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ເຊັນອະນຸມັດ --> ຂາອອກ.
  • ການຈໍລະຈອນເອກະສານ​​ການ​ຈຳ​ໜ່າຍ: ຢື່ນເອກະສານຫາຂາເຂົ້າ --> ພະແນກ/ຫ້ອງການກ່ຽວຂ້ອງ --> ຄະນະກົມ/ຄະນະພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ເຊັນອະນຸມັດ --> ຂາອອກ.

      ເອກະສານຈະຖືກຮັບເພື່ອພິຈາລະນາໃນຂັ້ນຕອນຕໍ່ໄປ ຫາກວ່າ ເອກະສານຄັດຕິດຄົບຖ້ວນ ແລະ ເງື່ອນໄຂຖືກຕ້ອງຕາມທີ່ໄດ້ລະບຸໃວ້ ໃນຂັ້ນຕອນທີ 1 ຂ້າງເທິ່ງນັ້ນ.

 

ຂັ້ນຕອນ 3 ຄົ້ນຄ້ວາ ແລະ ການພິຈາລະນາເອກະສານ

      ກົມຄຸ້ມຄອງບໍ່ແຮ່/ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງ ຈະພິຈາລະນາເຊັນອະນຸມັດແຜນການຈໍາໜ່າຍ ດັ່ງກ່າວພາຍໃນ 1 ວັນ ລັດຖະການ. ດັ່ງລາຍລະອຽດລຸ່ມນີ້:

  • ການຮັບເອກະສານຢູ່ ປ່ອງຂາເຂົ້າ-ຂາອອກ ຂອງກົມກ່ຽວຂ້ອງ ຖ້າເອກະສານຄົບຖ້ວນຕາມຂັ້ນຕອນ 1 ແມ່ນຈະເອົາເຂົ້າເລກທີຂາເຂົ້າ ແລ້ວສົ່ງໃຫ້ພະແນກກ່ຽວຂ້ອງຄົ້ນຄ້ວາໃນຂັ້ນຕອນຕໍ່ໄປ. ໃນກໍລະນີເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ແມ່ນຜູ້ຮັບເອກະສານຢູ່ຂາເຂົ້າຈະແຈ້ງໃນທັນທີ;
  • ວິຊາການ ຂອງພະແນກກ່ຽວຂ້ອງຈະຮັບເອກະສານເພື່ອຄົ້ນຄ້ວາຕື່ມ ຖ້າເອກະສານບໍ່ຖືກຕ້ອງກໍ່ຈະແຈ້ງໃຫ້ຜູ້ຍືນເອກະສານຮັບຊາບເພື່ອປັບປຸງ. ຖ້າເອກະສານຖືກຕ້ອງ ແລະ ການພິຈາລະນາສໍາເລັດ ແມ່ນວິຊາການຈະຮ່າງ​ໜັງ​ສື​ແຈ້ງ​ການ​ຈຳ​ໜ່າຍ ເຖິງຄະນະກົມ ເພື່ອ​ຂໍການພິຈາລະນາເປັນຂັ້ນຕອນສຸດທ້າຍ;
  •  ຄະນະກົມ ​ຈະພິຈາລະນາອະ​ນຸ​ມັດໜັງ​ສື​ແຈ້ງ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນແຮ່​ທາດ.

 

ຂັ້ນຕອນ 4 ປະທັບກາໜັງ​ສື​ແຈ້ງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ແຮ່​ທາດ

      ພາຍຫຼັງທີ່ ຄະນະກົມ ເຊັນ​ອະ​ນຸ​ມັດ​ໜັງ​ສື​ແຈ້ງ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ແຮ່​ທາດ ພະ​ນັກ​ງານ ປະ​ຈຳ​ຢູ່​ຫ້ອງ​​ຂາ​ເຂົ້າຈໍ້າກາໜັງສື​ແຈ້ງ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ ໃຫ້ແກ່ຜູ້ປະກອບການມາຮັບເອົາ.

 

ຂັ້ນຕອນ 5 ການຮັບ​ ໜັງ​ສື​ແຈ້ງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ແຮ່​ທາດ

      ຜູ້ປະກອບການ ສາມາດຮັບໜັງ​ສື​ແຈ້ງ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນແຮ່​ທາດ ທີ່ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່.

 

ໝາຍເຫດ: ສຳ​ລັບ​ເອ​ກະ​ສານ​ການ​ແຈ້ງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ແຮ່​ທາດ​ແມ່ນ​ບໍ່​ໄດ້ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ

 

  • ການ​ຊຳ​ລະ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ

ຜູ້​ປະ​ກອບ​ການ​ຕ້ອງ​ຢືນ​ເອ​ກະ​ສານ​ແຈ້ງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ ຫາ​ ກະ​ຊວງ​ການ​ເງິນ ເພື່ອ​​ຄິດ​ໄລ່​ຄ່າ​ຊັບ​ພະ​ຍາ​ກອນ ແລະ ແຈ້​ງ​​ຊຳ​ລະ​ຄ່າ​ຊັບ​ພະ​ຍາ​ກອນໃຫ້​ສຳ​ເລັດ​ (ຕາມ​ບົດ​ບັນ​ທຶກ​ແບ່ງຄວາມຮັບຜິດຊອບ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ ສະບັບຄັ້ງວັນທີ 12 ສິງ​ຫາ 2021.

  • ການກວດກາ ຕິດຕາມຜະລິດຕະພັນແຮ່ທາດ

      ​ຜູ້​ປະ​ກອບ​ການ​ຕ້ອງ​ຢື່ນ​ເອ​ກະ​ສານ ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ເອ​ກະ​ສານ​ກ່ຽວ​ຂ້ອງ ຫາ​ ພະ​ແນກ​ພະ​ລັງ​ງານ ແລະ ບໍ່​ແຮ່ ແຂວງ/ນະ​ຄອນ​ຫຼວງ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງເພື່ອແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ລົງ​ກວດ​ກາ ຕິດ​ຕາມ ​ປະ​ລິ​ມານຜະ​ລິດ​ຕະ​ພັນ​ແຮ່​ທາດ ​ໂດຍ​ການ​ຕິດ​ຊັງ​ນ້ຳ​ໜັກ ແລະ ນຳ​ໃຊ້​ໃບ​ຢັ້ງ​ຢືນ​ການ​ເຄື່ອນ​ຍ້າຍ ກ່ອນ​ສົ່ງ​ຜະ​ລິດ​ຕະ​ພັນ​ແຮ່​ທາດອອກ​ຈາກ​​ເຂດໂຄງ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ​ (ປາກ​ບໍ).

  • ​ການ​ປະ​ຕິ​ບັດ​ຢູ່​ດ່ານ​ສາ​ກົນ
  • ​ປະ​ກອບ​ການ​ສາ​ມາດ​ຢື່ນ​ເອ​ກະ​ສານ​ໃບ​ອະ​ນຸ​ຍາດ ແລະ ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ ເພື່ອແຈ້ງ​ພາ​ສີ​ ​ຕາມຂັ້ນ​ຕອນ ແລະ ​ລະ​ບຽບ​ການ​ຕ່າງໆ.

 

ສອບຖາມລາຍລະອຽດເພີ່ມເຕີບ ທີ່ ກົມຄຸ້ມຄອງບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່ ທີ່ເບີຕິດຕໍ່ +856 21 415123

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບອະນຸຍາດ ນໍາເຂົ້າ/ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໃບອະນຸຍາດ ນໍາເຂົ້າ/ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ກະຊວງ ພະລັງງານ ແລະ ບໍ່ແຮ່ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ ຂໍອະນຸຍາດນຳເຂົ້າ: ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ ຕ້ອງໄດ້ຮັບອະນຸຍາດນຳເຂົ້າ ຈາກກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງມີໃບອະນຸຍາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອເກັບກໍາສະຖິຕິ. ແລະ ເພື່ອຄຸ້ມຄອງ ການນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ເສດຖະກິດຂອງຊາດ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ 9999-12-31 ສິນຄ້າ
2 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ຜະລິດຕະພັນແຮ່ທາດ ການສົ່ງອອກ ຜະລິດຕະພັນ ແຮ່ທາດ ຕ້ອງໄດ້ຮັບອະນຸຍາດສົ່ງອອກ ຈາກ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ຕ້ອງມີໃບອະນຸຍາດ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອຄຸ້ມຄອງ ການສົ່ງອອກແຮ່ທາດ ແລະ ພະລິດຕະພັນແຮ່ທາດ ໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ເສດຖະກິດຂອງຊາດ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ 9999-12-31 ສິນຄ້າ
3 ຕ້ອງກວດກາການສົ່ງອອກຜະລິດຕະພັນແຮ່ທາດ ຜະລິດຕະພັນແຮ່ທາດ ຕ້ອງຖືກກວດກາຢູ່ສະຖານທີ່ປຸງແຕ່ງ ຫຼື ຜະລິດ ໂດຍຂະແໜງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ (ຂະແໜງຄຸ້ມຄອງຊັບສິນຂອງລັດ) ກ່ອນການສົ່ງອອກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອຄຸ້ມຄອງ, ກວດກາ ແລະ ປະເມີນມູນຄ່າ ກ່ອນການສົ່ງອອກ ດຳລັດ ວ່າດ້ວຍ ການສົ່ງອອກ ຜະລິດຕະພັນແຮ່ທາດ, ສະບັບເລກທີ 90/ນຍ, ລົງວັນທີ 09 ມິຖຸນາ 2008 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.