ຂັ້ນຕອນໃນການຂໍໃບອະນຸຍາດນໍາເຂົ້າ ສໍາລັບອຸປະກອນໂທລະຄົມມະນາຄົມ ຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ກະລຸນາເບິ່ງລາຍລະອຽດໃນ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ເລກທີ 9/ສພຊ



Note 1

ຜູ້ປະກອບການຂຽນໃບຄຳຮ້ອງ ຕາມຮູບແບບຂອງຕົນເອງ ແລະ ຕື່ມຂໍ້ມູນໃສ່ແບບຟອມ ຕາມທີ່ກົມໂທລະຄົມກຳນົດໃຫ້.

Note 2

ເອກະສານປະກອບ ເພື່ອຄັດຕິດ ໃສ່ໃບຄຳຮ້ອງ ແລະ ແບບຟອມ ທີ່ໄດ້ຕື່ມຂໍ້ມູນທີ່ຖືກຕ້ອງ ຄົບຖ້ວນ

  • ໃບທະບຽນວິສາຫະກິດ;
  • ໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
  • ເອກະສານກ່ຽວຂ້ອງອື່ນໆ.

Note 3

ຄລິກທີນີ້ ເພື່ອເບິ່ງຕົວຢ່າງແບບຟອມອະນຸຍາດນຳເຂົ້າ

Note 4

ຜູ້ປະກອບການນຳເອົາໃບອະນຸຍາດ ແລະ ເອກະສານປະກອບ ແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອດຳເນີນການນຳເຂົ້າສິນຄ້າຕາມປົກກກະຕິ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຄ່າທຳນຽມ ການອອກໃບຢັ້ງຢືນເຕັກນິກສົ່ງອອກອຸປະກອນໂທລະຄົມມະນາຄົມ ຄ່າທຳນຽມ ການອອກໃບຢັ້ງຢືນເຕັກນິກສົ່ງອອກອຸປະກອນໂທລະຄົມມະນາຄົມແມ່ນ 100,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອເກັບລາຍຮັບເຂົ້າງົບປະມານລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
2 ຄ່າບໍລິການ - ອອກໃບອະນຸຍາດບໍລິສັດນໍາເຂົ້າ ອຸປະກອນໂທລະຄົມມະນາຄົມ ຄ່າບໍລິການອອກໃບອະນຸຍາດບໍລິສັດນໍາເຂົ້າ ອຸປະກອນໂທລະຄົມມະນາຄົມ ແມ່ນ 1,000,000 ກີບ/ຮຸ່ນ ພັນທະທີ່ຕ້ອງຈ່າຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
3 ຄ່າບໍລິການ - ອອກໃບອະນຸຍາດບໍລິສັດສົ່ງອອກ ອຸປະກອນໂທລະຄົມມະນາຄົມ ຄ່າບໍລິການອອກໃບອະນຸຍາດບໍລິສັດສົ່ງອອກ ອຸປະກອນໂທລະຄົມມະນາຄົມ ແມ່ນ 1,000,000 ກີບ/ຮຸ່ນ ພັນທະທີ່ຕ້ອງຈ່າຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອບໍລິຫານດ້ານເຕັກນິກ ແລະ ຊຸກຍູ້ຄັງເງິນຂອງລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
4 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ອຸປະກອນສື່ສານລະບົບໂຟນີ້ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ, ບໍລິສັດ, ໂຮງແຮມ ແລະ ຫ້າງຮ້ານຕ່າງໆ ທີ່ຕ້ອງການນຳເຂົ້າ ອຸປະກອນສື່ສານລະບົບໂຟນີ້ວິທະຍຸສື່ສານ ຕ້ອງໄດ້ຮັບອະນຸຍາດຈາກ ກົມຄື້ນຄວາມຖີ່ວິທະຍຸສື່ສານ (ກະຊວງເຕັກໂນໂລຊີ ແລະ ການສື່ສານ) ຫຼື ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ຕ້ອງໄດ້ຮັບອະນຸມັດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຄຸ້ມຄອງ, ຄວບຄຸມ, ຕິດຕາມການນໍາໃຊ້ຢ່າງຖືກຕ້ອງບໍ່ໃຫ້ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ. ແຈ້ງການ ກ່ຽວກັບ ການນໍາເຂົ້າ, ການຂື້ນທະບຽນນໍາໃຊ້ອຸປະກອນສື່ສານລະບົບໂຟນີ, ເລກທີ 911/ປທສ.ຫກ, ລົງວັນທີ 26 ພຶດສະພາ 2020. 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.