ອີງຕາມ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022, ການນຳເຂົ້າ ຫຼື ສົ່ງອອກ ນ້ຳມັນເຊື້ອໄຟທຸກປະເພດ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ນ້ຳມັນເຊື້ອໄຟ ແມ່ນອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້ານຳ້ມັນເຊື້ອໄຟ ແລະ ນ້ຳມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022

ການຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟເພື່ອຈຳໜ່າຍ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

ຂັ້ນຕອນ 1. ກະກຽມເອກະສານ ເພື່ອຂໍໃບອະນຸຍາດນຳເຂົ້າ ນໍ້າມັນເຊື້ອໄຟ ມີລາຍລະອຽດດັ່ງລຸ່ມນີ້:

-   ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-   ແບບຟອມໃບອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-   ສຳເນົາໃບທະບຽນວິສາຫະກິດ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-   ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-   ໃບແຈ້ງລາຄາ
-   ໃບຫຸ້ມຫໍ່ສິນຄ້າ
-   ແຜນຈຳໜ່າຍນ້ຳມັນເຊື້ອໄຟປະຈຳປີ (ອອກໂດຍ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ. ຄລິກເພື່ອເບິ່ງຕົວຢ່າງ). 

ຂັ້ນຕອນ 2. ຮັບ ແລະ ກວດກາເອກະສານ

ຜູ້ນຳເຂົ້າ ຈ່າຍຄ່າທຳນຽມ 10,000 ກີບ ທີ່ ພະແນກການເງິນ, ຫ້ອງການກະຊວງ ອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ພ້ອມດ້ວຍເອກະສານຂ້າງເທິງທັງໝົດ ຍື່ນທີ່ ຂາເຂົ້າ-ຂາອອກ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຂັ້ນຕອນ 3ຄົ້ນຄວ້າ ແລະ ພິຈາລະນາເອກະສານ.

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາ ຄຳຮ້ອງ ເພື່ອອອກ “ໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ເພື່ອຈຳໜ່າຍ” ທັນທີ ຫຼື ຊ້າສຸດບໍ່ເກີນ 01 ວັນລັດຖະການ.

-   ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-   ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

ຂັ້ນຕອນ 4.​ ເຊັນ ແລະ ປະທັບກາ ເພື່ອອອກໃບອະນຸຍາດ.

ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟເພື່ອຈຳໜ່າຍ.

ຂັ້ນຕອນ 5. ຮັບໃບອະນຸຍາດ.

ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟເພື່ອຈຳໜ່າຍ ຢູ່ທີ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ. 

 

ເມື່ອໄດ້ຮັບໃບອະນຸຍາດນຳເຂົ້າຂ້າງເທິງແລ້ວ, ໃນເວລານຳເຂົ້າສິນຄ້າຕົວຈິງຢູ່ດ່ານ ຜູ້ນຳເຂົ້າຕ້ອງດຳເນີນຂັ້ນຕອນການກວດກາ ແລະ ທົດສອບຄຸນນະພາບນ້ຳມັນ ຢູ່ດ່ານນຳເຂົ້າ ແລະ  ຜູ້ນຳເຂົ້າ ສາມາດແຈ້ງເຈົ້າໜ້າທີ່ກວດກາຄຸນນະພາບນ້ຳມັນເຊື້ອໄຟປະຈຳດ່ານ ເພື່ອກວດກາ ແລະ ອອກໃບຢັ້ງຢືນການກວດສອບຄຸນນະພາບນ້ຳມັນ ກ່ອນການແຈ້ງເຈົ້າໜ້າທີ່ພາສີເພື່ອນຳເຂົ້າສິນຄ້າອອກຈາດ່ານ.

 

ເພີມເຕີບ: ໃບອະນຸຍາດທາງດ້ານຄຸນນະພາບນ້ຳມັນເຊື້ອໄຟ (ອອກໂດຍ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ). ຜູ້ປະກອບການຕ້ອງໄດ້ຄັດຕິດ ໃບອະນຸຍາດທາງດ້ານຄຸນນະພາບນ໊ຳມັນເຊື້ອໄຟ ໃສ່ຊຸດເອກະສານຂໍນຳເຂົ້າ ເມື່ອເວລາແຈ້ງຕໍ່ເຈົ້າໜ້າທີ່ປະຈຳດ່ານ. ກົດທີ່ນີ້ ເພື່ອເບິ່ງຂັ້ນຕອນການຂໍໃບອະນຸຍາດທາງດ້ານຄຸນນະພາບນໍ້າມັນເຊື້ອໄຟ.

 

ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່: ພະແນກ ບໍລິຫານການນຳເຂົ້າ ແລະ ສົ່ງອອກ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໂທ: 021 412008

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ຄຳຮ້ອງ ຂໍໃບອະນຸຍາດ ນຳເຂົ້າ ສິນຄ້າ ຄຳຮ້ອງນີ້ ໃຊ້ສຳລັບການຂໍໃບອະນຸຍາດນຳເຂົ້າສິນຄ້າ ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກະຊວງ ອຸດສາຫະກຳ ແລະ ການຄ້າ PDF
2 ແບບຟອມໃບຂໍອະນຸຍາດນຳເຂົ້າ ແບບຟອມໃບຂໍອະນຸຍາດນຳເຂົ້າ (ລົດ, ພາຫະນະ, ນ້ຳມັນ, ນ້ຳມັນເຊື້ອໄຟ, ອາຍແກັສ, ເພັດຫຍາບ) ກະຊວງ ອຸດສາຫະກຳ ແລະ ການຄ້າ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ມີການຂໍອະນຸຍາດນຳເຂົ້າ - ນຳ້ມັນເຊື້ອໄຟ ແລະ ໜ້າມັນຫຼໍ່ລື່ນ ການນຳເຂົ້ານຳ້ມັນຈຳເປັນຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເກັບກຳສະຖິຕິ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.