ອີງຕາມ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022, ການນຳເຂົ້າ ຫຼື ສົ່ງອອກ ຍານພາຫະນະທາງບົກທຸກປະເພດທີ່ແລ່ນດ້ວຍເຄື່ອງຈັກ ຍົກເວັ້ນລົດບັນທຸກເບົາຊະນິດ 3 ລໍ້ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ຍານພາຫະນະ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ, ລົງວັນທີ 13 ມັງກອນ 2012.

 

 

ການຂໍອະນຸຍາດນຳເຂົ້າຍານພາຫະນະທາງບົກ ສຳລັບທຶນກູ້ຢືມ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

ຂັ້ນຕອນ 1. ຜູ້ນໍ້າເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດສົ່ງອອກ ຄື:

-   ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-   ແບບຟອມໃບອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-   ຂໍ້ຕົກລົງການອະນຸມັດນຳເຂົ້າ ແລະ ແຜນນຳເຂົ້າປະຈຳປີ
-   ບົດບັນທຶກຄວາມເຂົ້າໃຈ
-   ສັນຍາການກໍ່ສ້າງ
-   ໃບມອບສິດແລ່ນເອກະສານ
-   ໃບທະບຽນວິສາຫະກິດ
-   ໃບຢັ້ງຢືນການມອບພັນທະປະຈຳປີ
-   ໃບແຈ້ງລາຄາ
-   ໃບຫຸ້ມຫໍ່ສິນຄ້າ
-   ໃບອະນຸຍາດທາງດ້ານເຕັກນິກ (ສຳລັບການນຳເຂົ້າ ລົດກົນຈັກໜັກ ມືສອງ).

ຂັ້ນຕອນ 2. ຜູ້ນຳເຂົ້າ ຈ່າຍຄ່າທຳນຽມ 10,000 ກີບ ທີ່ ພະແນກການເງິນ, ຫ້ອງການກະຊວງ ອຸດສາຫະກຳ ແລະ ການຄ້າ. ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ພ້ອມດ້ວຍເອກະສານຂ້າງເທິງທັງໝົດ ຍື່ນທີ່ ຂາເຂົ້າ-ຂາອອກ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຂັ້ນຕອນ 3. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາຄຳຮ້ອງ ພາຍໃນ 01 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

ຂັ້ນຕອນ 4. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ. 

ຂັ້ນຕອນ 5. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າຍານພາຫະນະທາງບົກສຳລັບໂຄງການທຶນກູ້ຢືມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

- ເມື່ອຜູ້ປະກອບການ ໄດ້ຮັບ ໃບອະນຸຍາດນຳເຂົ້າຍານພາຫະນະສຳລັບໂຄງການທຶນກູ້ຢືມແລ້ວ ແມ່ນໃຫ້ຍື່ນຄຳຮ້ອງຂໍໃບອະນຸຍາດທາງດ້ານເຕັກນິກ ກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ). ຍົກເວັ້ນ ການນຳເຂົ້າລົດກົນຈັກໜັກມືສອງ ທີ່ໄດ້ຂໍໃບອະນຸຍາດທາງດ້ານເຕັກນິກແລ້ວ ແມ່ນບໍ່ໄດ້ຂໍອະນຸຍາດຕື່ມ. 

- ເມື່ອໄດ້ຮັບເອກະສານຂ້າງເທິງຄົບແລ້ວ, ຜູ້ປະກອບການດຳເນີນການຂໍຍົກເວັ້ນພາສີການນຳເຂົ້າ ກັບຂະແໜງການເງິນ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ຄຳຮ້ອງ ຂໍໃບອະນຸຍາດ ນຳເຂົ້າ ສິນຄ້າ ຄຳຮ້ອງນີ້ ໃຊ້ສຳລັບການຂໍໃບອະນຸຍາດນຳເຂົ້າສິນຄ້າ ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກະຊວງ ອຸດສາຫະກຳ ແລະ ການຄ້າ PDF
2 ແບບຟອມໃບຂໍອະນຸຍາດນຳເຂົ້າ ແບບຟອມໃບຂໍອະນຸຍາດນຳເຂົ້າ (ລົດ, ພາຫະນະ, ນ້ຳມັນ, ນ້ຳມັນເຊື້ອໄຟ, ອາຍແກັສ, ເພັດຫຍາບ) ກະຊວງ ອຸດສາຫະກຳ ແລະ ການຄ້າ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.