ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ 
ມາດຕາ 2. ອະທິບາຍຄໍາສັບ
ມາດຕາ 3. ຂອບເຂດການນໍາໃຊ້

ໝວດທີ 2 - ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ຈໍາໜ່າຍລົດ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນໍາເຂົ້າລົດ
ມາດຕາ 5. ສິດ ແລະ ເງື່ອນໄຂໃນການຈໍາໜ່າຍລົດ

ໝວດທີ 3 - ລະບຽບການຂໍອະນຸຍາດນໍາເຂົ້າລົດ

ມາດຕາ 6. ການຂໍອະນຸຍາດນໍາເຂົ້າລົດ
ມາດຕາ 7. ເອກະສານປະກອບຂໍອະນຸຍາດນໍາເຂົ້າລົດ
ມາດຕາ 8. ໃບອະນຸຍາດນໍາເຂົ້າລົດ
ມາດຕາ 9. ຄ່າທໍານຽມ ແລະ ຄ່າບໍລິການ
ມາດຕາ 10. ການສະໜອງເອກະສານໃນເວລານໍາເຂົ້າລົດຕົວຈິງ

ໝວດທີ 4 - ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ
ມາດຕາ 12. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ        ເລກທີ 0075/ອຄ.ກຂອ
ນະຄອນຫລວງວຽງຈັນ, ວັນທີ 13 ມັງກອນ 2012

ຂໍ້ຕົກລົງ
ວ່າດ້ວຍ ລະບຽບການຂໍອະນຸຍາດນໍາເຂົ້າ ແລະ ການຈໍາໜ່າຍລົດ ຢູ່ ສປປ ລາວ

ລັດຖະມົນຕີວ່າການ ກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ 
   ຂໍ້ຕົກລົງສະບັບນີ້ ວາງອອກເພື່ອກໍານົດລະບຽບການຂໍອະນຸຍາດນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ. ຂໍ້ຕົກລົງສະບັບນີ້ບໍ່ໄດ້ນໍາໃຊ້ເພື່ອຈຸດປະສົງໃນການຈໍາກັດປະລິມານ ຫຼື ມູນຄ່າໃນ ການນໍາເຂົ້າ ແຕ່ເພື່ອຈຸດປະສົງໃນການເກັບກໍາຂໍ້ມູນສະຖິຕິໃນການນໍາເຂົ້າລົດ, ໂດຍຜ່ານລະ ບອບການອອກໃບອະນຸຍາດນໍາເຂົ້າແບບອັດຕະໂນມັດ. ຂ້າງເທິງ

ມາດຕາ 2. ອະທິບາຍຄໍາສັບ
   ໃນຂໍ້ຕົກລົງສະບັບນີ້ “ລົດ” ໝາຍເຖິງພາຫະນະທາງບົກຂັບເຄື່ອນດ້ວຍເຄື່ອງຈັກທຸກປະເພດ ຊຶ່ງໄດ້ລະບຸໄວ້ ໃນປຶ້ມສາລະບານອັດຕາພາສີຂອງ ສປປ ລາວ ດັ່ງ ນີ້: 8701.20; 8701.30.20; 8701.90; 8702; 8703; 8704; 8705 ແລະ 8711. ຍົກເວັ້ນລົດບັນທຸກເບົາຊະນິດ 3 ລໍ້ (8704.31.17). ຂ້າງເທິງ

ມາດຕາ 3. ຂອບເຂດການນໍາໃຊ້
   ຂໍ້ຕົກລົງສະບັບນີ້ ນໍາໃຊ້ຕໍ່ ການນໍາເຂົ້າ ແລະ ການຈໍາໜ່າຍລົດ ຢູ່ ສປປ ລາວ. ຂ້າງເທິງ

ໝວດທີ 2
ສິດ ແລະ ເງື່ອນໄຂໃນການນໍາເຂົ້າ ແລະ ຈໍາໜ່າຍລົດ

ມາດຕາ 4. ສິດ ແລະ ເງື່ອນໄຂໃນການນໍາເຂົ້າລົດ
   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ມີສິດນໍາເຂົ້າລົດ ໂດຍປະຕິບັດຕາມ ລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ສິດ ແລະ ເງື່ອນໄຂໃນການຈໍາໜ່າຍລົດ
   ມີແຕ່ ຜູູ້ທີ່ຂຶ້ນທະບຽນວິສາຫະກິດຈໍາໜ່າຍລົດ ພາຍໃຕ້ກົດໝາຍຂອງ ສປປ ລາວ ເທົ່ານັ້ນທີ່ ມີສິດຈໍາໜ່າຍລົດຢູ່ ສປປ ລາວ.
   ວິສາຫະກິດຈໍາໜ່າຍລົດ ຕ້ອງປະຕິບັດຕາມ ຂໍ້ບັງຄັບດັ່ງນີ້:

  1. ເປັນຕົວແທນຈໍາໜ່າຍລົດ ຈາກຜູ້ຜະລິດລົດ ຫຼື ສາຂາຂອງຜູ້ຜະລິດລົດຍີ່ຫໍ້ໃດໜຶ່ງ;
  2. ມີຮ້ານວາງສະແດງ ຫຼື ຮ້ານຈໍາໜ່າຍລົດ; ແລະ
  3. ມີສູນບໍລິການຫຼັງການຂາຍລົດ. ຂ້າງເທິງ

ໝວດທີ 3
ລະບຽບການຂໍອະນຸຍາດນໍາເຂົ້າລົດ

ມາດຕາ 6. ການຂໍອະນຸຍາດນໍາເຂົ້າລົດ
   ການນໍາເຂົ້າລົດຕ້ອງໄດ້ຮັບໃບອະນຸຍາດນໍາເຂົ້າລົດ ຈາກ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ຂ້າງເທິງ

ມາດຕາ 7. ເອກະສານປະກອບຂໍອະນຸຍາດນໍາເຂົ້າລົດ 
   ເອກະສານທີ່ຕ້ອງປະກອບເພື່ອຂໍອະນຸຍາດນໍາເຂົ້າລົດ ມີດັ່ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າລົດ;
  2. ສໍາເນົາຂອງເອກະສານຕາມແຕ່ລະກໍລະນີດັ່ງນີ້:
  • ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານທີ່ຍັງໃຊ້ໄດ້ (ສໍາລັບວິສາຫະກິດ ທີ່ ຢູ່ ສປປ ລາວ); ຫຼື
  • ເອກະສານຂຶ້ນທະບຽນດໍາເນີນທຸລະກິດ ອອກໃຫ້ໂດຍທາງການຂອງປະເທດກ່ຽວ ຂ້ອງທີ່ຍັງໃຊ້ໄດ້ (ສໍາລັບວິສາຫະກິດທີ່ບໍ່ຢູ່ ສປປ ລາວ).

   ເອກະສານທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສໍານັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 8. ໃບອະນຸຍາດນໍາເຂົ້າລົດ
   ການອອກ, ການປ່ຽນແປງ ແລະ ອາຍຸຂອງ ໃບອະນຸຍາດນໍາເຂົ້າລົດ ໃຫ້ປະຕິບັດຕາມດໍາລັດ 180/ນຍ ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ. ໃບອະນຸຍາດນໍາເຂົ້າລົດບໍ່ສາມາດໂອນໃຫ້ຜູ້ອື່ນໄດ້. ຂ້າງເທິງ

ມາດຕາ 9. ຄ່າທໍານຽມ ແລະ ຄ່າບໍລິການ
   ຄ່າທໍານຽມ ແລະ ຄ່າບໍລິການ ສໍາລັບການອອກ ແລະ ການປ່ຽນແປງຂອງໃບອະນຸຍາດນໍາເຂົ້າລົດ ແມ່ນໃຫ້ອີງຕາມລັດຖະບັນຍັດ ສະບັບເລກທີ 03/ປປທ ລົງວັນທີ 19 ພະຈິກ 2008 ວ່າ ດ້ວຍຄ່າທໍານຽມ ແລະ ຄ່າບໍລິການ. ຂ້າງເທິງ

ມາດຕາ 10. ການສະໜອງເອກະສານໃນເວລານໍາເຂົ້າລົດຕົວຈິງ
   ໃນເວລານໍາເຂົ້າຕົວຈິງ, ຜູ້ນໍາເຂົ້າຕ້ອງສະແດງເອກະສານດັ່ງຕໍ່ໄປນີ້ໃຫ້ແກ່ເຈົ້າໜ້າທີ່ພາສີ:

  1. ໃບອະນຸຍາດນໍາເຂົ້າລົດທີ່ອອກພາຍໃຕ້ຂໍ້ຕົກລົງສະບັບນີ້; ແລະ
  2. ເອກະສານອື່ນໆຕາມລະບຽບການຂອງພາສີ. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 11. ການຈັດຕັ້ງປະຕິບັດ
   ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການປະສານສົມທົກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ສອດຄ່ອງ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 12. ຜົນສັກສິດ  
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການນໍາເຂົ້າ ແລະ ການຈໍາໜ່າຍລົດ ຢູ່ ສປປ ລາວ ສະບັບເລກທີ 0919/ອຄ.ກຂອ, ລົງວັນທີ 12 ພຶດສະພາ 2009. ຂ້າງເທິງ

ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ
( ເຊັນ ແລະ ປະທັບກາ )
ດຣ ນາມ ວິຍະເກດ

ນໍາສົ່ງ:

  • ຫ້ອງວ່າການລັດຖະບານ;
  • ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ;
  • ກົມພາສີ, ກະຊວງການເງິນ;
  • ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ;
  • ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ
# ຫົວຂໍ້ ດາວໂຫຼດ
1 Decision On the Procedures for Car Import and Distribution in the Lao PDR No.0075/MOIC.DIMEX PDF
2 ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນຳເຂົ້າ : ຍານພາຫະນະທາງບົກ ທຸກປະເພດ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍານພາຫະນະທາງບົກ ທຸກປະເພດທີ່ແລ່ນດ້ວຍ ເຄື່ອງຈັກ, ຍົກເວັ້ນລົດສາມລໍ້ (8701.20; 8701.30.20; 8701.90; 8702; 8703; 8704; 8705 ແລະ 8711) ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມ ຂອ, ກະຊວງ ອຄ ແລະ ຕ້ອງໄດ້ຕາມເງື່ອນໄຂທີ່ລະບຸໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ
  2. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.