ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ           ເລກທີ 470 /ລບ
ນະຄອນຫຼວງວຽງຈັນ, ວັນທີ  27 ທັນວາ 2019 

ດໍາລັດ
ວ່າດ້ວຍ ການຄຸ້ມຄອງທຸລະກິດ​ຍານພາຫະນະທາງບົກ

  • ອີ​ງຕາມ​ກົດໝາຍວ່າ​ດ້ວຍ​ລັດຖະບານ​ ສະບັບ​ເລກທີ 04/ສພຊ, ລົງ​ວັນ​ທີ 08 ພະຈິກ 2016;
  • ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ ສະບັບ​ເລກທີ 46/ສພຊ, ລົງ​ວັນ​ທີ 26 ທັນວາ 2013;
  • ອີງ​ຕາມ​ໜັງສືສະ​ເໜີ​ຂອງ​ລັດຖະມົນຕີ​ ກະຊວງ​ອຸດສາຫະກໍ​າ ​ແລະ ການ​ຄ້າ ສະບັບ​ເລກທີ 1823/ອຄ.ຫອຄ, ລົງ​ວັນ​ທີ 17 ທັນວາ 2019

ລັດຖະບານ​ ອອກ​ດໍາລັດ:

ພາກທີ I
ບົດ​ບັນຍັດ​ທົ່ວ​ໄປ

ມາດຕາ 1 ຈຸດປະສົງ

ດໍາລັດ​ສະບັບ​ນີ້ ​​ກໍານົດ ​ຫຼັກການ, ລະບຽບ​ການ ແລະ ມາດ​ຕະກາ​ນ ກ່ຽວກັບການຄຸ້ມຄອງ, ຕິດ ຕາມ ກວດກາ ການດໍາເນີນທຸລະກິດຍານພາຫະນະທາງ​ບົກ ຢູ່ ສປປ ລາວ ເພື່ອເຮັດໃຫ້ທຸລະກິດດັ່ງກ່າວ ດໍາເນີນຢ່າງຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດ ຂອງ​ຜູ້​ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ການຄຸ້ມຄອງທຸລະ​ກິດ​ຍານພາຫະນະທາງ​ບົກ

ການຄຸ້ມຄອງທຸລະກິດຍານພາຫະນະທາງ​ບົກ ແມ່ນ ການກຳນົດ ເງີື່ອນໄຂ, ມາດຕະການ ກ່ຽວກັບ ການສ້າງຕັ້ງ, ການເຄື່ອນໄຫວ ແລະ ການຕິດຕາມ ກວດກາ ການດໍາເນີນທຸລະກິດ ຍານພາຫະນະທາງບົກ. 

ມາດຕາ 3 ການອະທິບາຍ​ຄໍາ​ສັບ

ຄໍາ​ສັບ​ທີ່​ນໍາ​​ໃຊ້​​ໃນ​ດໍາລັດ​ສະບັບ​ນີ້ ມີ​ຄວາມ​ໝາຍ ດັ່ງ​ນີ້:

  1. ທຸລະກິດຍານພາຫະນະທາງ​ບົກ ໝາຍເຖິງ ການດຳເນີນທຸລະ​ກິດ ກ່ຽວກັບ ການນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຜະລິດ ແລະ ການປະກອບຍານພາຫະນະທາງບົກ;
  2. ຍານພາຫະນະທາງບົກ ໝາຍເຖິງ ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກຕາມເສັ້ນທາງບົກ ທີ່ມີສອງ ລໍ້ ຂຶ້ນໄປ;
  3. ຍານພາຫະນະທາງບົກທີ່ນຳໃຊ້ແລ້ວ ໝາຍເຖິງ ຍານພາຫະນະທີ່ຜ່ານການການນຳໃຊ້ມາແລ້ວ ໄດ້ນຳມາ ຂາຍ ຫຼື ໂອນ ໃຫ້ບຸກຄົນອື່ນນຳໃຊ້ຕໍ່;
  4. ສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ ໝາຍເຖິງ ສະຖານທີ່ວາງສະແດງ ແລະ ຈຳໜ່າຍ ຍານພາຫະນະ ທີ່ປຸກສ້າງຖືກຕ້ອງຕາມເງື່ອນໄຂ  ແລະ ມາດຕະຖານ ທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວ ຂ້ອງ;
  5. ຊິ້ນສ່ວນຍານພາຫະນະທາງບົກ ໝາຍ​ເຖິງ ສ່ວນປະກອບຂອງຍານພາຫະນະທາງບົກ ທີ່ເປັນ ຊິ້ນດຽວ, ​ຊິ້ນສ່ວນທີ່ປະກອບສົມບູນ ແລະ ຊິ້ນສ່ວນທີ່ປະກອບຍັງບໍ່ທັນສົມບູນ ທີ່ນຳໃຊ້ເພື່ອປະກອບ ເປັນພາຫະນະທີ່ສົມບູນ;
  6. ເອັສເຄດີ Semi Knocked Down ​(SKD) ໝາຍເຖິງ ຊິ້ນສ່ວນທີ່ບໍ່ແມ່ນຊິ້ນດຽວ ຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນບໍ່ລະອຽດ ໂດຍປະມານ ຫ້າສິບສ່ວນຮ້ອຍ (50%) ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ; 
  7. ຊີເຄດີ Completely Knocked Down (CKD) ​ໝາຍເຖິງ ຊິ້ນສ່ວນຢູ່ໃນຮູບ ຮ່າງລັກ ສະນະທີ່ແກະ ແລະ ແຍກອອກຈາກກັນລະອຽດ ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ ຍົກເວັ້ນແຕ່ພາກ ສ່ວນຈັກ ຫຼື ໝໍ້ໄຟ ສຳລັບຍານພາຫະນະໄຟຟ້າ ຈາກຕ່າງປະເທດທີ່ນຳເຂົ້າ ເພື່ອປະກອບຢູ່ໂຮງງານໃນ ສປປ ລາວ;
  8. ໄອເຄດີ Incompletely Knocked Down (IKD) ​ໝາຍເຖິງ ຊິ້ນສ່ວນຢູ່ໃນຮູບຮ່າງລັກສະ ນະທີ່ແກະ ແລະ ແຍກອອກຈາກກັນແບບຊີເຄດີ (CKD) ຈາກຕ່າງປະເທດທີ່ນຳເຂົ້າ ເພື່ອປະກອບຢູ່ໂຮງ ງານແຕ່ບໍ່ຄົບຊຸດ ຊຶ່ງມີຊິ້ນສ່ວນ ແລະ ອາໄຫຼ່ຈຳນວນໜຶ່ງ ແມ່ນໄດ້ຮັບການຜະລິດ ແລະ ຕົບແຕ່ງຢູ່ພາຍ ໃນປະເທດ;
  9. ໃບມອບສິດຈາກບໍລິສັດແມ່ ໝາຍເຖິງ ເອ​ກະ​ສານຢັ້ງ​ຢືນ​ການ​ໃຫ້​ສິດ​ໃນ​ການນຳ​ເຂົ້າ,ສົ່ງ​ອອກ, ເປັນ​ຕົວ​ແທນຈຳ​ໜ່າຍ, ຜະລິດຊິ້ນສ່ວນຂອງຍານພາຫະນະ, ຜະ​ລິດ ແລະ/ຫຼື ປະກອບ ຍານພາ ຫະນະທາງບົກ.

ມາດຕາ 4 ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບການຄຸ້ມຄອງທຸລະ​ກິດ​ຍານພາຫະນະ​ທາງ​ບົກ

ລັດ ຮັບຮູ້ ແລະ ປົກປ້ອງສິດໃນການດໍາເນີນທຸລະກິດ​ຍານພາຫະນະທາງ​ບົກຂອງທຸກພາກສ່ວນ ເສດຖະກິດ ໃຫ້ດໍາເນີນຕາມກົດໝາຍ ແລະ ລະບຽບການ.

ລັດ ສົ່ງເສີມການນຳໃຊ້ຍານພາຫະນະທາງບົກ ທີ່ນຳໃຊ້ພະລັງງານສະອາດ ແລະ ເປັນມິດກັບສິ່ງ ແວດລ້ອມ ເຊັ່ນ ພະລັງງານໄຟຟ້າ, ພະລັງງານແສງຕາເວັນ, ພະລັງງານເຊື້ອໄຟຊີວະພາບ ເພື່ອຫຼຸດຜ່ອນການນຳໃຊ້ຍານພາຫະນະທີ່ສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສອດຄ່ອງຕາມຍຸດທະສາດພັດທະນາສີຂຽວ.

ລັດ ສົ່ງເສີມການຜະລິດພາຍໃນ ເປັນຕົ້ນ ການຜະລິດຍານພາຫະນະ, ຜະລິດຊິ້ນສ່ວນຍານພາຫະ ນະ ແລະ ການປະກອບຍານພາຫະນະ ດ້ວຍການໃຫ້ນະໂຍບາຍດ້ານພາສີ, ອາກອນ ແລະ ນະໂຍບາຍອື່ນ ຕາມກົດໝາຍ.

ມາດຕາ 5 ຫຼັກການ​ກ່ຽວ​ກັບທຸລະ​ກິດຍານພາຫະນະ​ທາງ​ບົກ

ການດໍາເນີນທຸລະກິດຍານພາຫະນະທາງ​ບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການ;
  2. ຄຸ້ມຄອງ ແລະ ດັດສົມຫົວໜ່ວຍທຸລະກິດຍານພາຫະນະ​ທາງ​ບົກ ຕາມກົນໄກຕະຫຼາດໃນແຕ່ ລະໄລຍະ ພ້ອມທັງຈຳກັດຈໍານວນ ການນໍາໃຊ້ຍານພາຫະນະ ເພື່ອບໍ່ໃຫ້ກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
  3. ປົກປ້ອງສິດ ແລະ ຜົນປະໂຫຍດຂອງ ຜູ້ດໍາເນີນທຸລະກິດ, ຜູ້ຊົມໃຊ້ ແລະ ຜົນປະໂຫຍດຂອງ ລັດ;
  4. ສອດຄ່ອງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງ ຄົມຂອງຊາດ;
  5. ສອດຄ່ອງກັບ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 ຂອບ​ເຂດ​ການ​ນໍາ​ໃຊ້

ດໍາລັດ​ສະບັບ​ນີ້ ​ນໍາ​ໃຊ້​ສໍາລັບ ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່​ດໍາເນີນ​ທຸລະ​ກິດຍານພາຫະນະ​ທາງ​ບົກ​ ຢູ່ ສປປ ລາວ ແຕ່ບໍ່ກວມເອົາການນຳເຂົ້າຍານພາຫະນະທາງບົກ ທີ່ນຳເຂົ້າມາເພື່ອຮັບໃຊ້ວຽກງານວິຊາການໂດຍສະເພາະ.                  

ພາກທີ II
ປະເພດທຸລະກິດຍານພາຫະນະທາງ​ບົກ

ມາດຕາ 7 ປະເພດທຸລະກິດຍານພາຫະນະທາງ​ບົກ

ທຸລະກິດຍານພາຫະນະທາງ​ບົກມີ ສາມ ປະເພດຄື:

  1. ທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ;
  2. ທຸລະກິດການຈຳໜ່າຍຍານພາຫະນະທາງບົກ;
  3. ທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ.

ມາດຕາ 8 ທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ

ທຸລະ​ກິດການ​ນໍາ​ເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ແມ່ນ ການດຳ​ເນີນທຸລະກິດກ່ຽວກັບ ການນໍາເຂົ້າຍານພາຫະນະທາງບົກ ເພື່ອຂາຍຍົກໃຫ້ຜູ້ດຳເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ, ສົ່ງອອກຕໍ່, ເປັນຕົວແທນ ຫຼື ຊື້ຍານພາຫະນະທາງບົກຈາກ ຜູ້ຜະລິດ, ປະກອບຍານພາຫະນະທາງບົກ ​ຢູ່ ສປປ ລາວ ເພື່ອຈໍາໜ່າຍ ຢູ່ ພາຍໃນ ຫຼື ສົ່ງອອກໄປຕ່າງປະເທດ​.

ຜູ້ດຳ​​ເນີ​ນທຸລະ​ກິດການນຳ​ເຂົ້າ ​ແລະ ສົ່ງ​ອອກຍານພາຫະນະທາງບົກ ຕ້ອງ​ມີ​ໃບ​ມອບ​ສິດ​ຈາກ​ບໍ​ລິ​ສັດ​ແມ່. ໃນກໍ​ລະ​ນີ ຕ້ອງ​ການ​ຂາຍ​ຍ່ອຍຢູ່ພາຍໃນ ​ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໃນ​ມາດ​ຕາ 22 ຂອງ​ດຳ​ລັດ​ສະ​ບັບ​ນີ້.

ມາດຕາ 9 ທຸລະກິດການຈຳໜ່າຍຍານພາຫະນະທາງບົກ

ທຸລະກິດ​ການຈໍາໜ່າຍຍານພາຫະນະທາງບົກ ແມ່ນ ການດຳ​ເນີນ​ທຸລະກິດກ່ຽວກັບ ການຂາຍຍົກ, ຂາຍຍ່ອຍຍານພາຫະນະທາງບົກໃໝ່ ແລະ/ຫຼື ຍານພາຫະນະທາງບົກທີ່ນຳໃຊ້ແລ້ວ ທີ່ສາມາດຂາຍ ຫຼື ເປັນ​ຕົວ​ແທນຈຳໜ່າຍຍານພາຫະນະ​​ທາງບົກ ຍີ່​ຫໍ້ໃດໜຶ່ງ ຫຼື ຫຼາຍຍີ່ຫໍ້ ຊຶ່ງບໍ່​ສາມາດນຳ​ເຂົ້າ ​ແລະ ສົ່ງອອກໄດ້.

ມາດຕາ 10 ທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ

ທຸລະກິດການຜະລິດ ແລະ/ຫຼື ​​ການປະກອບຍານພາຫະນະທາງບົກ ແມ່ນ ການດຳ​ເນີນທຸລະກິດ ກ່ຽວກັບການຜະລິດ ຫຼື ປະກອບ ຫຼື ທັງຜະລິດ ແລະ ປະກອບຍານພາຫະນະທາງບົກ ໂດຍຜະລິດ, ນໍາເຂົ້າ ຫຼື ຊື້ຊິ້ນສ່ວນ ຈາກຜູ້ຜະລິດຢູ່ພາຍໃນ ຈໍານວນໜຶ່ງ ຫຼື ທັງໝົດ ເພື່ອປະກອບເປັນຍານພາຫະນະທາງບົກສົມບູນ ແລ້ວຈຳໜ່າຍຢູ່ພາຍໃນ ຫຼື ສົ່ງອອກຕ່າງປະເທດ.

ທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະ​ທາງບົກ ສາມາດ​ຂາຍຍົກ​ໃຫ້​ຜູ້​ດຳ​ເນີນ​ທຸລະ​ກິດຈຳໜ່າຍຢູ່ພາຍ​ໃນ ​ແລະ ສາມາດ​ສົ່ງ​ອອກ​ໂດຍ​ກົງ​. ໃນກໍ​ລະ​ນີ​ຕ້ອງ​ການ​ຂາຍ​ຍ່ອຍ ​ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໃນ​ມາດ​ຕາ 22 ຂອງ​ດຳ​ລັດ​ສະ​ບັບ​ນີ້.

ພາກທີ III
ການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດຍານພາຫະນະທາງ​ບົກ

ໝວດ​ທີ 1​
ການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດການນໍາເຂົ້າ​ ແລະ ສົ່ງອອກຍານພາຫະນະທາງບົກ

ມາດຕາ 11 ຂັ້ນຕອນການສ້າງຕັ້ງ​ ແລະ ການ​ດຳ​ເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ

ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານ​ພາຫະນະທາງບົກ ໃຫ້ປະ ຕິບັດຕາມ ຂັ້ນຕອນ ດັ່ງນີ້:

  1. ແຈ້ງຂຶ້ນທະບຽນວິສາຫະກິດ;
  2. ຂໍອະນຸຍາດດຳ​ເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ.

ມາດຕາ 12 ການ​ແຈ້ງຂຶ້ນທະບຽນວິສາຫະກິດຂອງທຸລະກິດການນໍາເຂົ້າ​ ແລະ ສົ່ງອອກຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່​ມີ​ຈຸດປະສົງດໍາເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະ​ນະທາງບົກ ຕ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕາມ​ກົດໝາຍວ່າ​ດ້ວຍວິສາຫະກິດ ​ແລະ ລະບຽບ​ການ​ອື່ນ​ທີ່​ກ່ຽວຂ້ອງ.

ທຶນ​ຈົດ​ທະບຽນຂອງວິສາຫະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ໃຫ້ປະຕິບັດ ດັ່ງນີ້:  

  1. ສີ່ຕື້​ ກີບ ຂຶ້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສອງ ຫຼື ສາມລໍ້;
  2. ຫ້າສິບຕື້​ ກີບ ຂຶ້ນໄປ ສໍາລັບຍານພາຫະນະທາງບົກ ທີ່ມີສີ່ລໍ້ ຂຶ້ນໄປ.

ມາດຕາ 13 ການຂໍອະນຸຍາດດຳ​ເນີນທຸລະກິດການນໍາເຂົ້າ ​ແລະ ສົ່ງອອກຍານພາຫະນະທາງບົກ

ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດແລ້ວ ກ່ອນເຄື່ອນໄຫວທຸລະກິດ ຕ້ອງຂໍອະນຸຍາດດໍາເນີນ ທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຕາມລະບຽບການ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ວາງອອກ.

ການສະເໜີອອກໃບອະນຸຍາດດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ   ປະກອບມີ ເອກະສານຕົ້ນຕໍ ຄືດັ່ງນີ້:

  1. ໃບ​ຄໍາ​ຮ້ອງ​ຂໍ​ອະນຸຍາດດໍາ​ເນີນ​ທຸລະ​ກິດ​​ ຕາມແບບພິມ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດ;
  2. ເອກະສານການມອບສິດໃຫ້ເປັນຜູ້ນຳເຂົ້າຍານພາຫະນະ ຈາກ​ບໍ​ລິ​ສັດ​ແມ່ ຫຼື ສາ​ຂາ​ທີ່​ໄດ້​ຮັບ​ມອບ​ສິດຈາກບໍລິສັດແມ່;
  3. ໃບ​ທະບຽນ​ວິ​ສາ​ຫະກິດ;
  4. ໜັງສືແນະນຳການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍ ພາກສ່ວນອອກໃບທະບຽນວິສາ ຫະກິດ. 

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງອອກໃບອະນຸຍາດ ດຳເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຊ້າສຸດບໍ່ໃຫ້ເກີນ ຫ້າ ວັນ ລັດຖະການ ນັບແຕ່ມື້ອອກໃບຮັບເອກະສານເປັນຕົ້ນໄປ.

ມາດຕາ 14 ເງື່ອນໄຂການດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ

ຕະຫຼອດໄລຍະເວລາໃນການດຳ​ເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ຕ້ອງ​ມີ​ເງື່ອນ​ໄຂ ​ດັ່ງ​ນີ້:

  1. ມີໃບອະ​ນຸ​ຍາດ​ດຳ​ເນີນ​​ທຸລະ​ກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ທີ່ຍັງມີຜົນ ໃຊ້ໄດ້;
  2. ມີໃບ​ມອບ​ສິດຈາກບໍລິສັດແມ່ ທີ່ຍັງມີຜົນໃຊ້ໄດ້;
  3. ຖືບັນຊີຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  4. ມີ​ບັນຊີ​ເງິນ​ຝາກ​ຢູ່​ທະນາຄານ ທີ່ຕັ້ງຢູ່ ສປປ ລາວ​ ແລະ ການ​ຊື້-ຂາຍ​ຍານພາຫະນະທາງບົກ ຕ້ອງຊໍາລະຜ່ານທະນາຄານ;
  5. ມີສະຖານທີ່ໃຫ້ບໍລິການຫຼັງການຂາຍ ຫຼື ມີຕົວ​ແທນຈຳໜ່າຍ ທີ່ສາມາດໃຫ້ບໍລິການຫຼັງການ ຂາຍ ທີ່ມີ​ອາ​ໄຫຼ່ ແລະ ອຸ​ປະ​ກອນ​ຮອງ​ຮັບ​ການ​ໃຫ້​ບໍ​ລິ​ການຫຼັງ​ການ​ຂາຍຢ່າງ​ພຽງ​ພໍ, ມີ​ນາຍ​ຊ່າງກົນ​ຈັກ​ສະ​ເພາະ​ດ້ານ ທີ່ມີ​ໃບ​ຢັ້ງ​ຢືນ​ຜ່ານຫຼັກ​ສູດ​ການ​ຮຽນ ຫຼື ຝຶກ​ອົບ​ຮົມ​ການ​ສ້ອມ​ແປງ ຢ່າງ​ໜ້ອຍ ສອງຄົນຂຶ້ນ​ໄປ.

ວິສາຫະກິດການນໍາເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ທີ່ໄດ້ຮັບການສ້າງຕັ້ງ ແລະ ດຳ​ເນີນກ່ອນດໍາລັດສະບັບນີ້ ຕ້ອງປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕານີ້ ພາຍໃນ ກຳນົດເວລາ ໜຶ່ງ ປີ ນັບແຕ່ວັນທີ່ ດໍາລັດສະບັບນີ້ ມີຜົນບັງຄັບໃຊ້ເປັນຕົ້ນໄປ.

ມາດຕາ 15 ການນຳເຂົ້າຍານພາຫະນະທາງບົກ   

ການນຳເຂົ້າຍານພາຫະນະທາງບົກ ຕ້ອງດໍາເນີນໂດຍວິສາຫະກິດການນຳເຂົ້າ ແລະ ສົ່ງອອກ​ຍານ ພາຫະນະທາງບົກ ທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ກຳນົດໃນມາດຕາ 14 ຂອງ​ດໍ​າລັດສະບັບນີ້.

ການນຳເຂົ້າຍານພາຫະນະທາງບົກແຕ່ລະຄັນ ຕ້ອງມີແຫຼ່ງທີ່ມາຊັດເຈນ, ນໍາເຂົ້າຜ່ານດ່ານຊາຍແດນສາກົນ ແລະ ໄດ້ຮັບອະນຸຍາດຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຖືກຕ້ອງຕາມມາດຕະຖານເຕັກນິກ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ.

ມາດຕາ 16 ການສົ່ງອອກຍານພາຫະນະທາງບົກ

ການສົ່ງອອກຍານພາຫະນະທາງບົກ ຕ້ອງດໍາເນີນໂດຍວິສາຫະກິດການນຳເຂົ້າ ແລະ ສົ່ງອອກ​ ຍານພາຫະນະທາງບົກ, ຜູ້ຜະ​ລິດ ແລະ/ຫຼື ຜູ້ປະ​ກອບຍານ​ພາ​ຫະ​ນະທາງບົກ ທີ່​ສ້າງ​ຕັ້ງ ​ຢູ່ ສ​ປ​ປ ລາວ.

ການສົ່ງອອກຍານ​ພາ​ຫະ​ນະທາງບົກ ແຕ່ລະຄັ້ງ ຕ້ອງສົ່ງອອກຜ່ານດ່ານສາກົນ ແລະ ສອດຄ່ອງກັບ ມາດຕະຖານເຕັກນິກຂອງ​ປະ​ເທດ​ນຳ​ເຂົ້າ​.

ມາດຕາ 17 ການນໍາເຂົ້າຍານພາຫະນະທາງບົກເພື່ອສົ່ງອອກຕໍ່

ການນຳເຂົ້າຍານພາຫະນະທາງບົກເພື່ອສົ່ງອອກຕໍ່ ແມ່ນ ການນຳເຂົ້າຍານ​ພາ​ຫະ​ນະທາງບົກ ​ເຂົ້າ​ມາ​ໃນ ສ​ປ​ປ ລາວ ແລະ ນຳ​ໄປ​ເກັບ​ໄວ້​ຢູ່​ສາງສິນ​ຄ້າ ທີ່​​ຂະ​ແໜງ​ການ​ກ່ຽວ​ຂ້ອງ​​ໄດ້ກຳ​ນົດ ຫຼື ຄ່ຽນຖ່າຍ ແລ້ວ​ສົ່ງ​ອອກ​ຕໍ່ ຊຶ່ງບໍ່​ສາ​ມາດ​ຈຳ​ໜ່າຍ​, ຂຶ້ນ​ທະ​ບຽນ ແລະ ນຳ​ໃຊ້ ຢູ່ ສ​ປ​ປ ລາວ ໄດ້.

ການ​ນຳ​ເຂົ້າ​ຍານພາຫະນະທາງບົກເພື່ອສົ່ງອອກຕໍ່ ຕ້ອງດໍາເນີນໂດຍວິສາຫະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ທີ່ມີເງື່ອນໄຂຄົບຖ້ວນ ຕາມທີ່ກຳນົດໃນມາດຕາ 14 ຂອງດໍາລັດສະບັບນີ້ ແລະ ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ບໍ​ລິ​ສັດ​ແມ່.

ການນໍາເຂົ້າຍານພາຫະນະທາງບົກເພື່ອສົ່ງອອກຕໍ່ແຕ່ລະຄັ້ງ ຕ້ອງເຊັນ​ສັນ​ຍາ​ຄໍ້າປະກັນກັບ ​ກະ​ຊວງ​ການ​ເງິນ ແລະ ໄດ້ຮັບອະນຸຍາດຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງຕ້ອງນໍາເຂົ້າ, ສົ່ງອອກ ຜ່ານດ່ານສາ​ກົນ, ຂົ​ນສົ່ງ​ຕາມເສັ້ນ​ທາງທີ່ໄດ້ກຳນົດໄວ້ ແລະ ຕ້ອງສົ່ງອອກພາຍໃນ ສີ່​ສິບ​ຫ້າ​ ວັນ ນັບ ແຕ່ວັນນໍາເຂົ້າ ແລະ ຕ້ອງສົ່ງອອກຄົບຕາມຈຳນວນທີ່ນຳເຂົ້າ ໂດຍມີການຢັ້ງຢືນຈາກ ກະຊວງການເງິນ. ຖ້າບໍ່ສາມາດສົ່ງອອກຕໍ່ ພາຍໃນກໍານົດເວລາດັ່ງກ່າວ ສາມາດສະເໜີ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຂໍຕໍ່ເວລາໄດ້ ແຕ່ສູງສຸດ ບໍ່ໃຫ້ກາຍ ສິບຫ້າ ວັນ. ຖ້າກາຍກຳນົດເວລາດັ່ງກ່າວ ແຕ່ຍັງບໍ່ສາມາດ ສົ່ງອອກຄົບຕາມຈຳນວນທີ່ນຳເຂົ້າ ຕ້ອງເສຍພາສີ, ອາກອນ ແລະ ພັນທະອື່ນ ຄືກັນກັບການນຳເຂົ້າ ເພື່ອຈຳໜ່າຍຢູ່ພາຍໃນ.

ເອກະສານສະເໜີຂໍນໍາເຂົ້າເພື່ອສົ່ງອອກຕໍ່ ປະກອບມີສັນຍາບໍລິການຂົນສົ່ງ, ສັນຍາຊື້-ຂາຍຕົ້ນທາງ ແລະ ປາຍທາງ ພ້ອມດ້ວຍເອກະສານອື່ນທີ່ກ່ຽວຂ້ອງ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດ​ທີ 2
ການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ

ມາດຕາ 18 ຂັ້ນຕອນການສ້າງຕັ້ງ​ ແລະ ການ​ດຳ​ເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ

ການສ້າງຕັ້ງ ແລະ ການດໍາເນີນທຸລະກິດການຈຳໜ່າຍຍານ​ພາຫະນະທາງບົກ ຕ້ອງປະຕິບັດຕາມ ຂັ້ນຕອນ ດັ່ງນີ້:

  1. ແຈ້ງຂຶ້ນທະບຽນວິສາຫະກິດ;
  2. ຂໍອະນຸຍາດປຸກສ້າງ​ສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ;
  3. ຂໍອະນຸຍາດດຳ​ເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ.

ມາດຕາ 19 ການແຈ້ງຂຶ້ນທະບຽນວິສາຫະກິດຂອງທຸລະກິດການຈໍາໜ່າຍຍານພາຫະນະທາງບົກ

ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່​ມີ​ຈຸດປະສົງດໍາເນີນທຸລະກິດການຈຳໜ່າຍ ຍານພາຫະ​ນະທາງບົກ ຕ້ອງແຈ້ງຂຶ້ນທະບຽນວິສາຫະກິດຕາມ​ກົດໝາຍວ່າ​ດ້ວຍວິສາຫະກິດ ​ແລະ ລະບຽບ​ການ​ອື່ນ​ທີ່​ກ່ຽວຂ້ອງ.

ທຶນ​ຈົດ​ທະບຽນວິສາຫະກິດຂອງ​ທຸ​ລະ​ກິດການຈໍາໜ່າຍຍານພາຫະນະທາງບົກ ໃຫ້ປະຕິບັດ ດັ່ງນີ້:  

  1. ໜຶ່ງຕື້​ ກີບ ຂຶ້ນໄປ ສໍາລັບຍານພາຫະນະ ທີ່ມີສອງ ຫຼື ສາມລໍ້;
  2. ຫ້າ​ສິບຕື້​ ກີບ ຂຶ້ນໄປ ສໍາລັບຍານພາຫະນະ ທີ່ມີສີ່ລໍ້ ຂຶ້ນໄປ.  

ມາດຕາ 20 ການຂໍອະນຸຍາດປຸກສ້າງສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ

ພາຍຫຼັງໄດ້ໃບທະບຽນວິສາຫະກິດແລ້ວ ໃຫ້ສະເໜີຕໍ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ເພື່ອຂໍອະນຸຍາດປຸກສ້າງສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ ໂດຍ​ຖືກ​ຕ້ອງ​ຕາມກົດໝາຍ, ລະ​ບຽບການ​ທີ່​ກ່ຽວ​ຂ້ອງ​ ແລະ ເງື່ອນ​ໄຂ​ຂອງ​ບໍ​ລິ​ສັດ​ແມ່.

ມາດຕາ 21 ການຂໍອະນຸຍາດດຳ​ເນີນກິດຈະການການຈຳໜ່າຍຍານພາຫະນະທາງບົກ

ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດປຸກສ້າງແລ້ວ ກ່ອນເຄື່ອນໄຫວທຸລະກິດ ຕ້ອງຂໍອະນຸຍາດດໍາເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ ຕາມລະບຽບການ ທີ່ກະຊວງອຸດສາ ຫະກໍາ ແລະ ການຄ້າ ໄດ້ວາງອອກ.

ການສະເໜີອອກໃບອະນຸຍາດດຳເນີນທຸລະກິດ ການຈໍາໜ່າຍຍານພາຫະນະທາງບົກ ປະກອບມີ ເອກະສານຕົ້ນຕໍ ຄືດັ່ງນີ້:

  1. ໃບ​ຄໍາ​ຮ້ອງ​ຂໍ​ອະນຸຍາດດໍາ​ເນີນ​ທຸລະ​ກິດ​​ ຕາມແບບພິມ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດ;
  2. ໃບອະນຸຍາດປຸກສ້າງ​ສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ;
  3. ໃບ​ທະບຽນ​ວິ​ສາ​ຫະກິດ;
  4. ໜັງສືແນະນຳການຂໍອະນຸຍາດດຳເນີນທະລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາ ຫະກິດ. 

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງອອກໃບອະນຸຍາດ ດຳເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ຊ້າສຸດບໍ່ໃຫ້ເກີນ ຫ້າ ວັນ ລັດຖະການ ນັບແຕ່ມື້ອອກ ໃບຮັບເອກະສານເປັນຕົ້ນໄປ.

ມາດຕາ 22 ເງື່ອນໄຂການດຳ​ເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ

ການດຳ​ເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ ຕ້ອງ​ມີ​ເງື່ອນ​ໄຂ ​ດັ່ງ​ນີ້:

  1. ມີໃບອະ​ນຸ​ຍາດ​ດຳ​ເນີນ​​ທຸລະ​ກິດການຈຳໜ່າຍຍານພາຫະນະທາງບົກ ທີ່ມີຜົນບັງຄັບໃຊ້;
  2. ຖືບັນຊີຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍ​ແຍກ​ບັນ​ຊີຂາຍຍົກ ແລະ ຂາຍຍ່ອຍ ຖ້າດຳເນີນກິດຈະການທັງສອງກິດຈະການ;
  3. ມີ​ບັນຊີ​ເງິນ​ຝາກ​ຢູ່​ທະນາຄານ ທີ່ຕັ້ງ ຢູ່ ສປປ ລາວ;​  
  4. ມີສະຖານທີ່ວາງຈຳໜ່າຍ ແລະ ມີ​ສາງເກັບຮັກສາຍານພາຫະນະທາງບົກ ຕາມເງື່ອນໄຂ ແລະ ມາດຕະຖານທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ;
  5. ມີສັນຍາເປັນຕົວແທນຈຳໜ່າຍກັບວິສາຫະກິດການນຳເຂົ້າ ແລະ ສົ່ງອອກ, ຜູ້ຜະລິດ ແລະ/ຫຼື ຜູ້ປະກອບ ຍານພາຫະນະທາງບົກ ຍົກເວັ້ນທຸລະກິດການຈຳໜ່າຍຍານພາຫະນະທາງບົກທີ່ນຳໃຊ້ແລ້ວ.

ທຸລະກິດການຈຳໜ່າຍຍານພາຫະນະທາງບົກ ທີ່ໄດ້ຮັບການສ້າງຕັ້ງ ແລະ ດຳ​ເນີນ ກ່ອນດໍາລັດສະ ບັບນີ້ ຕ້ອງປັບປຸງໃຫ້ສອດຄ່ອງ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕານີ້ ພາຍໃນກຳນົດເວລາ ໜຶ່ງ ປີ ນັບແຕ່ວັນທີ່ ດໍາລັດສະບັບນີ້ ມີຜົນບັງຄັບໃຊ້ເປັນຕົ້ນໄປ.

ໝວດ​ທີ 3
ການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດ
ການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ

ມາດຕາ 23 ຂັ້ນຕອນການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດ ການຜະລິດ ແລະ/ຫຼື ການປະກອບ ຍານພາຫະ ນະທາງບົກ

ການສ້າງຕັ້ງ ແລະ ການດຳ​ເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານ​ພາຫະນະທາງບົກ ໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ, ກົດໝາຍ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.

ການດຳເນີນທຸລະກິດ ການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ສາມາດຜະລິດຊິ້ນ​ສ່ວນ, ນໍາ​ເຂົ້າ ຫຼື ຊື້​ ຊິ້ນ​ສ່ວນ ​ຈາກ​ຜູ້​ຜະ​ລິດຊິ້ນສ່ວນ ຢູ່​ພາຍ​ໃນ​ ຫຼື ຕ່າງປະເທດ ເພື່ອມາຜະລິດ ແລະ/ຫຼື ປະກອບ ເປັນຊິ້ນສ່ວນ ຫຼື ເປັນຄັນ.

ມາດຕາ 24 ການນຳເຂົ້າຊິ້ນສ່ວນຍານພາຫະນະທາງບົກ

ການນຳເຂົ້າຊິ້ນສ່ວນຍານພາຫະນະທາງບົກ ແມ່ນ ການນຳເຂົ້າຊິ້ນສ່ວນ ຕາມຮູບແບບທີ່ກຳນົດ ໃນມາດຕາ 31 ຂອງດໍາລັດສະບັບນີ້ ເພື່ອສະໜອງແກ່ການຜະລິດ ແລະ/ຫຼື ການປະກອບຍານ​ພາຫະນະ ທາງບົກ ຢູ່ ສປປ ລາວ.  

ການນຳເຂົ້າຊິ້ນສ່ວນຍານພາຫະນະທາງບົກ ຕ້ອງມີແຫຼ່ງທີ່ມາຊັດເຈນ, ນໍາເຂົ້າຜ່ານດ່ານສາກົນ ໂດຍສອດຄ່ອງຕາມແຜນການເຄື່ອນໄຫວປະຈຳປີ. ຊິ້້ນສ່ວນທີ່ນຳເຂົ້າ ບໍ່ສາມາດນຳໄປຈໍາໜ່າຍ ຫຼື ນຳໃຊ້ ຢ່າງອື່ນທີ່ບໍ່ຖືກຕ້ອງ ຕາມແຜນການເຄື່ອນໄຫວປະຈຳປີ.

ຜູ້ຜະລິດ ແລະ/ຫຼື ຜູ້ປະກອບຍານພາຫະນະທາງບົກ ຕ້ອງມີແຜນການເຄື່ອນໄຫວປະຈຳປີ ໂດຍມີ ການຢັ້ງຢືນຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.

ມາດຕາ 25 ການ​ອອກ​ໃບ​ຢັ້ງ​ຢືນ​ການ​ຜະ​ລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະໃນໂຮງງານ

ໃບ​ຢັ້ງ​ຢືນ​ການ​ຜະ​ລິດຊິ້ນ​ສ່ວນ ແລະ/ຫຼື ການປະ​ກອບ​ຍານພາຫະນະໃນ​ໂຮງ​ງານ ແມ່ນ ເອກະສານ ຢັ້ງຢືນຂະບວນການຜະລິດ, ການປະກອບພາຍໃນໂຮງງານ ໂດຍການກຳນົດລາຍການຊິ້ນສ່ວນທີ່ສາມາດ ຜະລິດ, ລາຍການຊິ້ນສ່ວນທີ່ນຳມາປະກອບໃນໂຮງງານ.

ຂັ້ນຕອນການອອກໃບ​ຢັ້ງ​ຢືນ​ການ​ຜະ​ລິດຊິ້ນ​ສ່ວນ ແລະ/ຫຼື ການປະ​ກອບ​ຍານພາຫະນະໃນ​ໂຮງ​ງານ ໃຫ້ປະຕິບັດຕາມລະບຽບການ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງອອກ ໃນແຕ່ລະໄລຍະ.

ໝວດ​ທີ 4
ສາຂາວິສາຫະກິດຍານພາຫະນະທາງບົກ

ມາດຕາ 26 ສາຂາວິສາຫະກິດຍານພາຫະນະທາງ​ບົກ

ສາຂາວິສາຫະກິດຍານພາຫະນະທາງບົກ ແມ່ນ ສ່ວນໜຶ່ງໃນໂຄງປະກອບຂອງວິສາຫະກິດແມ່ ທີ່ ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ຊຶ່ງບໍ່ມີຖານະເປັນນິຕິບຸກຄົນ ທີ່ແຍກອອກຈາກ ວິສາຫະກິດແມ່ ແລະ ສາມາດເຄື່ີອນໄຫວໄດ້ ຕາມຂອບເຂດສິດ ທີ່ວິສາຫະກິດແມ່ ມອບໝາຍໃຫ້ ເທົ່ານັ້ນ.   

ສາຂາວິສາຫະກິດຍານພາຫະນະທາງບົກ ແມ່ນບໍ່ສາມາດນຳເຂົ້າ ຫຼື ສົ່ງອອກຍານພາຫະນະທາງ ບົກໄດ້ ແລະ ຕ້ອງຈໍາໜ່າຍຍານພາຫະນະທາງບົກ ຂອງວິສາຫະກິດແມ່ ຂອງຕົນເທົ່ານັ້ນ.  

ມາດຕາ 27 ການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສາຂາວິສາຫະກິດຍານພາຫະນະທາງ​ບົກ

ການສ້າງຕັ້ງສາຂາວິສາຫະກິດຍານພາຫະນະທາງບົກ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ສະເໜີຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ອອກໃບທະບຽນວິສາຫະກິດ ຂອງວິສາຫະ ກິດແມ່ ເພື່ອລະບຸສາຂາໃສ່ດ້ານຫຼັງໃບທະບຽນວິສາຫະກິດ;
  2. ພາຍຫຼັງໄດ້ຮັບການລະບຸສາຂາໃສ່ດ້ານຫຼັງໃບທະບຽນວິສາຫະກິດແລ້ວ ໃຫ້ປະກອບເອກະສານ ສະເໜີຕໍ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ບ່ອນທີ່ສ້າງຕັ້ງສາຂາ ເພື່ອຂໍໃບຢັ້ງຢືນ ການລົງທະບຽນສ້າງຕັ້ງສາຂາ.
  3. ພາຍຫຼັງໄດ້ຮັບໃບຢັ້ງຢືນການລົງທະບຽນສ້າງຕັ້ງສາຂາ ທີ່ອອກໃຫ້ໂດຍ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລ້ວ ຈຶ່ງສາມາດເຄື່ອນໄຫວໄດ້ ແລະ ຕ້ອງເຄື່ອນໄຫວພາຍໃຕ້ ການຄຸ້ມຄອງ ແລະ ຕິດຕາມກວດກາ ຂອງເຈົ້າໜ້າທີ່ ຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງ ການອື່ນທີ່ກ່ຽວຂ້ອງ ຢູ່ ແຂວງ, ນະຄອນຫຼວງ ບ່ອນທີ່ສາຂາຕັ້ງຢູ່.

ເອກະສານປະກອບ ແລະ ຂັ້ນຕອນລະອຽດຂອງການພິຈາລະນາ ສ້າງຕັ້ງສາຂາວິສາຫະກິດຍານພາຫະນະທາງບົກແມ່ນ ໃຫ້ປະຕິບັດຄືການສ້າງຕັ້ງສາຂາທຸລະກິດອື່ນ ຕາມລະບຽບການ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ວາງອອກໃນແຕ່ລະໄລຍະ.

ພາກທີ IV
ມາດຕະຖານເຕັກນິກຍານພາຫະນະ ແລະ ຊິ້ນສ່ວນຍານພາຫະນະ ທາງບົກ

ມາດຕາ 28 ມາດຕະຖານເຕັກນິກຂອງຍານພາຫະນະທາງບົກ

ມາດຕະ​ຖານ​ເຕັກນິກຂອງ​ຍານ​ພາ​ຫະ​ນະທາງບົກ ແມ່ນ ເງື່ອນໄຂກຳນົດດ້ານຄຸນລັກສະນະສະ ເພາະຂອງຍານພາຫະນະ ທີ່ຜ່ານຂະບວນການຜະລິດ ແລະ ປະກອບ, ຈັດແບ່ງປະເພດ, ຂະໜາດ, ນ້ຳໜັກ ແລະ ກໍານົດຈຸດປະສົງຂອງການນໍາໃຊ້. 

ຍານພາຫະນະທາງບົກທຸກຊະນິດ ທີ່ຜະລິດ, ປະກອບ ເພື່ອຂຶ້ນທະບຽນ ແລະ ນໍາໃຊ້ ຢູ່ ສປປ ລາວ ຕ້ອງ ມີຄຸນນະພາບ ທີ່ຖືກຕ້ອງຕາມມາດຕະຖານເຕັກນິກ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ຍານພາຫະນະທຸກຊະນິດ ທີ່ນຳເຂົ້າ ເພື່ອຂຶ້ນທະບຽນ ແລະ ນໍາໃຊ້ ຢູ່ ສປປ ລາວ ຕ້ອງມີຄຸນນະ ພາບ ທີ່ຖືກຕ້ອງຕາມມາດຕະຖານ ທີ່ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ, ສອດຄ່ອງ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຂອງ ສປປ ລາວ ຫຼື ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.  

ມາດຕາ 29 ການຢັ້ງຢືນມາດຕະຖານ ແລະ ເຕັກນິກຍານພາຫະນະທາງບົກ   

ການນໍາເຂົ້າ ຫຼື ຜະລິດ, ປະກອບ ຍານພາຫະນະທາງບົກ ຢູ່ ສປປ ລາວ ກ່ອນຈະຈໍາໜ່າຍ ແລະ ຂຶ້ນທະບຽນ ຕ້ອງໄດ້ຮັບການຢັ້ງຢືນມາດຕະຖານ ແລະ ເຕັກນິກຍານພາຫະນະທາງບົກ ຈາກກະຊວງໂຍ ທາທິການ ແລະ ຂົນສົ່ງ.

 ​ຂັ້ນ​ຕອນການອອກໃບຢັ້ງຢືນມາດຕະຖານ ແລະ ເຕັກນິກຍານພາຫະນະທາງບົກ ໃຫ້ປະຕິບັດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະ​ລາຈອນທາງບົກ, ກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງ.

ມາດຕາ 30 ມາດຕະຖານຊິ້ນສ່ວນຍານພາຫະນະທາງບົກ

ມາດ​ຕະ​ຖານຊິ້ນສ່ວນຍານພາຫະນະທາງບົກ ແມ່ນ ການກຳນົດດ້ານຄຸນລັກສະນະສະເພາະຂອງ ຍານພາຫະນະທາງບົກ ທີ່ຜ່ານຂະບວນການຜະລິດ ແລະ ປະກອບ, ຈັດແບ່ງປະເພດ, ຂະໜາດ, ນໍ້ຳໜັກ ແລະ ກໍານົດຈຸດປະສົງຂອງການນໍາໃຊ້. 

ມາດຕາ 31 ຄຸນນະພາບຊິ້ນສ່ວນຍານພາຫະນະທາງບົກ

ຊິ້ນສ່ວນຍານພາຫະນະທາງບົກ ທີ່ນຳມາປະກອບເປັນຍານພາຫະນະຢູ່ໃນໂຮງງານ ຕ້ອງເປັນຊິ້ນ ສ່ວນ ທີ່ຍັງບໍ່ທັນໄດ້ນຳໃຊ້ມາກ່ອນ, ຕ້ອງມີເອກະສານຢັ້ງຢືນ ຜ່ານການກວດກາ  ແລະ ຢັ້ງຢືນຄຸນນະ ພາບຈາກ ໂຮງງານຜະລິດຊິ້ນສ່ວນດັ່ງກ່າວ.

ສຳ​ລັບຊິ້ນສ່ວນຍານພາຫະນະ ທີ່ມີຜົນຕໍ່ຄວາມປອດໄພ ຫຼື ລະບົບປະສິດທິພາບຂອງຍານພາຫະ ນະ ​ຕ້ອງໄດ້ຮັບການກວດກາ, ກວດສອບດ້ານຄຸນນະພາບຂອງຜະລິດຕະພັນ ຈາກຫ້ອງທົດລອງຂອງອົງ ການທີ່ສາກົນຮັບຮອງ ຢູ່ພາຍໃນ ຫຼື ຕ່າງປະເທດ ແລະ ໄດ້ຮັບການຢັ້ງຢືນຄຸນນະພາບ ຈາກກະຊວງໂຍ ທາທິການ ແລະ ຂົນສົ່ງ.

ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄົ້ນຄວ້າກຳນົດລາຍການຊິ້ນສ່ວນຍານພາຫະນະທີ່ມີຜົນ ຕໍ່ຄວາມປອດໄພ ຫຼື ລະບົບປະສິດທິພາບຂອງຍານພາຫະນະ.

ມາດຕາ 32 ຮູບ​ແບບ​ຊິ້ນ​ສ່ວນ​ຍານ​ພາ​ຫະ​ນະທາງບົກ

ຊິ້ນສ່ວນຍານ​ພາ​ຫະ​ນະທາງບົກ ເພື່ອນຳເຂົ້າ, ຜະລິດ ແລະ/ຫຼື ປະກອບເປັນຍານພາຫະນະ ຈາກ ຜູ້ຜະລິດ, ​ຜູ້ປະກອບຍານພາຫະນະ ປະກອບມີ ສາມ ຮູບແບບ ຄື: ເອັສເຄດີ (SKD), ຊີເຄດີ (CKD) ແລະ ໄອເຄດີ (IKD).

ພາກທີ V
ສິດ ​ແລະ ພັນທະ​ຂອງ​ຜູ້ດຳເນີນທຸລະກິດຍານພາຫະນະທາງ​ບົກ

ມາດຕາ 33 ສິດ ​ແລະ ພັນທະ​ຂອງຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ

ຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ມີ ສິດ​ ​ດັ່ງ​ນີ້:

  1. ນຳເຂົ້າຍານພາຫະນະທາງບົກທີ່ຕົນເປັນຕົວແທນ ຫຼື ນຳເຂົ້າຍານພາຫະນະທາງບົກທີ່ຍັງບໍ່ທັນ ມີຕົວແທນຈຳໜ່າຍຢູ່ ສປປ ລາວ ເພື່ອຂາຍຍົກໃຫ້ຜູ້ຈໍາໜ່າຍຍານພາຫະນະທາງບົກຢູ່ພາຍໃນ, ສົ່ງອອກ ແລະ ສົ່ງອອກຕໍ່;
  2. ຊື້ຍານພາຫະນະທາງບົກຈາກຜູ້ຜະລິດ ແລະ/ຫຼື ປະກອບຍານ​ພາ​ຫະ​ນະທາງບົກ ຢູ່ພາຍໃນ ເພື່ອຈຳໜ່າຍຢູ່ພາຍໃນ ຫຼື ສົ່ງອອກ;
  3. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ ໃນການດໍາເນີນທຸລະກິດຍານພາຫະນະທາງ​ບົກ;
  4. ນໍາໃຊ້ສິດອື່ນ ຕາມ​​ທີ່ໄດ້ກໍານົດໄວ້ໃນກົດໝາຍ​.

ຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ ມີ​​ ພັນທະ ດັ່ງ​ນີ້:

  1. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ໂດຍ​ແຍກ​ບັນ​ຊີລະ​ອຽດ​ຕາມ​ກິດ​ຈະ​ການ;
  2. ຮັບປະກັນທາງດ້ານຄຸນນະພາບ, ມາດຕະຖານເຕັກນິກຂອງຍານພາຫະນະທາງບົກ ທີ່ນຳເຂົ້າ ແລະ ຈຳໜ່າຍ;
  3. ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ຫຼື ຮຽກເກັບຄືນຍານ​ພາ​ຫະ​ນະທາງບົກທີ່ຕົນນຳເຂົ້າ ​ທີ່ບໍ່​ໄດ້ຄຸນນະພາບ, ມາດຕະຖານເຕັກນິກ ທີ່​ຂະ​ແໜງ​ການ​ກ່ຽວ​ຂ້ອງວາງອອ​ກ;
  4. ຊຸກ​ຍູ້​ ສົ່ງ​ເສີມ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ ໃນ​ການໃຫ້ບໍລິການຫຼັງການຂາຍ;
  5. ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ມວນ​ຊົນ​ຮັບ​ຮູ້​​ ກ່ຽວ​ກັບການ​ນຳ​ໃຊ້​ຍານ​ພາ​ຫະ​ນະທາງບົກ ແລະ ການ​ຂັບ​ຂີ່ຢ່າງ​ປອດ​ໄພ;
  6. ໃຫ້​ຄວາ​ມຮ່ວມມື​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ລັດໃນ​ການ​ກວດກາການດຳ​ເນີນທຸລະກິດຍານພາຫະນະ ທາງ​ບົກ;
  7. ເສຍພາສີ, ອາກອນ ແລະ ພັນທະອື່ນໃຫ້ລັດ ຕາມກົດໝາຍ;
  8. ລາຍ​ງານ​ການ​ນໍາ​ເຂົ້າ, ການ​ຈໍາໜ່າຍຍານ​ພາຫະນະ ປະ​ຈໍາ​ງວດ ​ແລະ ປີ ໃຫ້ຂະແໜງການອຸດ ສາຫະກໍາ ແລະ ການຄ້າ; ​
  9. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 34 ສິດ ​ແລະ ພັນທະ​ຂອງຜູ້ດຳເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ

ຜູ້ດຳເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ມີ ​ສິດ​ ​ດັ່ງ​ນີ້:

  1. ຊື້ ຫຼື ເປັນຕົວແທນຈຳໜ່າຍຍານພາຫະນະທາງບົກ ໃຫ້ແກ່ວິສາຫະກິດນຳເຂົ້າ ແລະ ສົ່ງອອກ, ຜູ້ຜະລິດ, ປະກອບ ຍານ​ພາ​ຫະ​ນະທາງບົກ ​ພາຍໃນ ເພື່ອຈຳໜ່າຍ;
  2. ຊື້, ຂາຍ ຫຼື ແລກປ່ຽນ ຍານພາຫະນະທາງບົກ ທີ່ຜ່ານການນຳໃຊ້ແລ້ວ;
  3. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ ໃນການດໍາເນີນທຸລະກິດຍານພາຫະນະທາງ​ບົກ;
  4. ນໍາໃຊ້ສິດອື່ນ ຕາມ​​ທີ່ໄດ້ກໍານົດໄວ້ໃນກົດໝາຍ​.

ຜູ້ດຳເນີນທຸລະກິດການຈໍາໜ່າຍຍານພາຫະນະທາງບົກ ມີ​​ ພັນທະ  ດັ່ງ​ນີ້:

  1. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ;
  2. ໃຫ້ບໍລິການຫຼັງການຂາຍແກ່ລູກຄ້າຂອງຕົນ ຕາມກຳນົດເວລາ ແລະ ເງື່ອນໄຂທີ່ຕົກລົງກັນ;
  3. ຮັບ​ປະ​ກັນ​ຄຸ​ນນະ​ພາບ​ຂອງ​ຍາ​ນ​ພາ​ຫະ​ນະທາງບົກ​ ທີ່​ຕົນ​ຈຳ​ໜ່າຍ​ໃຫ້​ລູກ​ຄ້າ;
  4. ໃຫ້​ຄວາ​ມຮ່ວມມື​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ລັດ ໃນ​ການ​ກວດກາການດຳ​ເນີນທຸລະກິດຍານພາຫະນະ ທາງ​ບົກ;
  5. ເສຍພາສີ, ອາກອນ ແລະ ພັນທະອື່ນ ໃຫ້ລັດຕາມກົດໝາຍ; ​
  6. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 35 ສິດ ​ແລະ ພັນທະ​​ຂອງຜູ້ດຳເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ

ຜູ້ດຳເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ມີ​ ສິດ​ ​ດັ່ງ​ນີ້:

  1. ນຳເຂົ້າຊິ້ນສ່ວນ ຫຼື ວັດຖຸດິບ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໃນໂຮງງານຂອງຕົນ;
  2. ໄດ້ຮັບນະໂຍບາຍສົ່ງເສີມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
  3. ຈຳໜ່າຍໃຫ້ຜູ້ດຳເນີນທຸລະກິດຍານພາຫະນະທາງ​ບົກ ຢູ່ພາຍໃນ ຫຼື ສົ່ງອອກຕ່າງປະເທດ;
  4. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ ໃນການດໍາເນີນທຸລະກິດຍານພາຫະນະທາງ​ບົກ;
  5. ນໍາໃຊ້ສິດອື່ນ ຕາມ​​ທີ່ໄດ້ກໍານົດໄວ້ໃນກົດໝາຍ​.

ຜູ້ດຳເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ມີ ​​ພັນທະ ດັ່ງ​ນີ້:

  1. ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ;
  2. ໃຫ້ບໍລິການຫຼັງການຂາຍແກ່ລູກຄ້າຂອງຕົນ;
  3. ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ຫຼື ຮຽກເກັບຄືນຍານພາຫະນະທາງບົກ ທີ່ຜະລິດຈາກ ໂຮງງານຕົນ ທີ່ບໍ່ໄດ້ຄຸນນະພາບ ແລະ ມາດຕະຖານ ທີ່​ຂະ​ແໜງ​ການ​ກ່ຽວ​ຂ້ອງວາງອອ​ກ;
  4. ໂຄ​ສະ​ນາ ​ເຜີຍ​ແຜ່ ​ໃຫ້​ມວນ​ຊົນ​ຮັບ​ຮູ້​​ ກ່ຽວ​ກັບການ​ນຳ​ໃຊ້​ຍານ​ພາ​ຫະ​ນະທາງບົກ ແລະ ການ​ຂັບ​ຂີ່ຢ່າງ​ປອດ​ໄພ;
  5. ໃຫ້​ຄວາ​ມຮ່ວມມື​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ລັດ ໃນ​ການ​ກວດກາການດຳ​ເນີນທຸລະກິດຍານພາຫະນະ ທາງ​ບົກ;
  6. ເສຍພາສີ, ອາກອນ ແລະ ພັນທະອື່ນໃຫ້ລັດ ຕາມກົດໝາຍ;
  7. ລາຍ​ງານ​ການ​ຜະລິດ ແລະ/ຫຼື ການ​ປະກອບຍານ​ພາຫະນະທາງບົກ ປະ​ຈໍາ​ງວດ ​ແລະ ປີ ໃຫ້ຂະແໜງການອຸດສາຫະກໍາ ແລະ ການຄ້າ;
  8. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ VI
ສະມາຄົມອຸດສາຫະກຳຍານພາຫະນະທາງບົກ

ມາດຕາ 36 ສະມາຄົມອຸດສາຫະກຳຍານພາຫະນະທາງບົກ

ສະມາຄົມອຸດສາຫະກຳຍານພາຫະນະທາງບົກ ແມ່ນ ອົງການຈັດຕັ້ງສັງຄົມທີ່ບໍ່ຫວັງຜົນກຳໄລ ຊຶ່ງ ສ້າງຕັ້ງຂຶ້ນ ເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຍານພາຫະນະທາງ​ບົກ, ມີພາລະບົດບາດປະສານ ສົມທົບກັບອົງການຄຸ້ມຄອງ ແລະ ກວດກາທຸລະກິດຍານພາຫະນະທາງ​ບົກ, ໃຫ້ການຊ່ວຍເຫຼືອ, ໃຫ້ຄໍາ ປຶກສາ, ໃຫ້ຄຳແນະນຳ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ.

ມາດຕາ 37 ສິດ ແລະ ໜ້າທີ່ຂອງສະມາຄົມອຸດສາຫະກຳຍານພາຫະນະທາງບົກ

ສະມາຄົມອຸດສາຫະກຳຍານພາຫະນະທາງບົກ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ນິຕິກຳ ແລະ ຂໍ້ມູນຂ່າວສານ ກ່ຽວກັບທຸລະກິດຍານພາຫະນະທາງ​ບົກ ໃຫ້ສະມາຊິກ;
  2. ຄົ້ນຄວ້າ ແລະ ມີຄຳເຫັນ ກ່ຽວກັບການສ້າງ ແລະ ປັບປຸງນິຕິກຳກ່ຽວກັບທຸລະກິດຍານພາຫະ ນະທາງ​ບົກ;
  3. ເປັນຂົວຕໍ່ ລະຫວ່າງອົງການຄຸ້ມຄອງ ແລະ ກວດກາທຸລະກິດຍານພາຫະນະທາງ​ບົກ ແລະ ສະ ມາຊິກ;
  4. ໄດ້ຮັບຂໍ້ມູນຈາກສະມາຊິກຂອງສະມາຄົມ ແລະ ອົງການຄຸ້ມຄອງ ແລະ ກວດກາທຸລະກິດ ຍານພາຫະນະທາງ​ບົກ;
  5. ຕິດຕາມການເຄື່ອນໄຫວຂອງສະມາຊິກ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
  6. ໄກ່ເກັ່ຍຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສະມາຊິກດ້ວຍກັນ;
  7. ສະເໜີຍ້ອງຍໍສະມາຊິກທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວທຸລະກິດ, ປະກອບສ່ວນພັດທະ ນາ ແລະ ຊ່ວຍເຫຼືອສັງຄົມ;
  8. ສັງລວມ ແລະ ລາຍງານ ການນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຍານພາຫະນະທາງບົກ ປະຈຳປີ ຕໍ່ອົງການຄຸ້ມຄອງ ແລະ ກວດກາທຸລະກິດຍານພາຫະນະທາງ​ບົກ;
  9. ນໍາໃຊ້ສິດ ແລະ  ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການອື່ນ.

ມາດຕາ 38 ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມອຸດສາຫະກຳຍານພາຫະນະທາງບົກ

ສຳລັບໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມອຸດສາຫະກຳຍານພາຫະນະທາງບົກ ລວມທັງລະບອບແບບແຜນວິທີເຮັດວຽກ ໄດ້ກໍານົດໄວ້ໃນກົດລະບຽບຂອງສະມາຄົມ ທີ່ໄດ້ຜ່ານ ການຮັບຮອງຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ພາກທີ VII
ຂໍ້​ຫ້າມ

ມາດຕາ 39 ຂໍ້​ຫ້າມ​ທົ່ວ​ໄປ

ຫ້າມ ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດ​ຕັ້ງ​ ມີ​ ພຶດຕິ​ກຳ​ ດັ່ງ​ນີ້:

  1. ສ້າງ​ອຸປະສັກ​ກີດ​ຂວາງ ການ​ປະຕິບັດ​ໜ້າ​ທີ່​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ທີ່​ກ່ຽວຂ້ອງ ​ໃນ​ການ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ ແລະ ກວດກາທຸລະກິດຍານພາຫະນະທາງ​ບົກ;
  2. ດໍາເນີນທຸລະກິດຍານພາຫະນະທາງ​ບົກ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ໃຫ້ການ​ຊ່ວຍ​ເຫຼືອ, ປົກ​ປ້ອງ​ຜູ້​ລະເມີດ​​​;
  4. ເປັນ​ສື່​ກາງ​​ໃນ​ການໃຫ້ ​​ແລະ ຮັບ​ສິນ​ບົນ;
  5. ມີພຶດຕິ​ກຳ​ອື່ນ ທີ່ເປັນການລະ​ເມີດ​ກົດໝາຍ ແລະ ລະບຽບການ.

ມາດຕາ 40 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກ ຍານພາຫະນະທາງບົກ

ຫ້າມ ຜູ້ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກ ມີ ພຶດຕິກຳ ດັ່ງນີ້:

  1. ນໍາເຂົ້າ ແລະ ສົ່ງອອກ ຍານພາຫະນະທາງບົກ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຍານພາຫະນະທາງບົກ ທີ່ບໍ່ໄດ້ມາດຕະຖານ;
  3. ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຍານພາຫະນະທາງບົກ ໂດຍບໍ່ໄດ້ເສຍພັນທະ ຫຼື ເສຍພັນ ທະບໍ່ຄົບຖ້ວນ;
  4. ມອບສິດໃຫ້ຜູ້ດຳເນີນທຸລະກິດຈຳໜ່າຍຍານພາຫະນະທາງບົກ ພາຍໃນ ຫຼື ບຸກຄົນໃດໜຶ່ງ ນຳເຂົ້າ ແລະ ສົ່ງອອກຍານພາຫະນະທາງບົກ;
  5. ເອົາໃບທະບຽນວິສາຫະກິດ ແລະ ເອກະສານຕ່າງໆ ຂອງວິສາຫະກິດຕົນໃຫ້ບຸກຄົນອື່ນນຳໃຊ້;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 41 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດຈຳໜ່າຍຍານພາຫະນະທາງບົກ

ຫ້າມ ຜູ້ດຳເນີນທຸລະກິດການຈຳໜ່າຍຍານພາຫະນະທາງບົກ ມີພຶດຕິກຳ ດັ່ງນີ້:

  1. ນໍາເຂົ້າ, ສົ່ງອອກ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ຍານພາຫະນະທາງບົກ;
  2. ປຸກສ້າງສະຖານທີ່ວາງຈຳໜ່າຍຍານພາຫະນະທາງບົກ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງ ການໂຍທາທິການ ແລະ ຂົນສົ່ງ ຫຼື ປຸກສ້າງບໍ່ຖືກຕ້ອງ ຕາມເງື່ອນໄຂຂອງບໍລິສັດແມ່, ກົດໝາຍ ແລະ ບຽບການຂອງ ສປປ ລາວ;
  3. ເອົາໃບທະບຽນວິສາຫະກິດ  ແລະ ເອກະສານຕ່າງໆຂອງວິສາຫະກິດຕົນ ໃຫ້ບຸກຄົນອື່ນນຳໃຊ້;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 42 ຂໍ້​ຫ້າມ​ສໍາລັບຜູ້ດຳເນີນທຸລະກິດການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ

ຫ້າມ ຜູ້ດຳເນີນທຸລະກິດ​ການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ມິພຶດຕິກຳ ດັ່ງນີ້:

  1. ສ້າງຕັ້ງ, ໂຍກຍ້າຍໂຮງງານ, ດໍາເນີນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະ ທາງບົກ ໂດຍບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
  2. ດຳ​ເນີນກິດຈະການໂດຍບໍ່ສອດຄ່ອງກັບໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ການປະກອບ ຍານພາຫະນະທາງບົກໃນໂຮງງານ;
  3. ຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ໂດຍບໍ່ໄດ້ມາດຕະຖານ ແລະ ຄຸນນະພາບ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 43 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ ມີພຶດຕິກໍາດັ່ງນີ້:

  1. ສວຍໃຊ້ອຳນາດ, ຕຳແໜ່ງ ຫຼື ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;
  2. ບັງຄັບ, ນາບຂູ່ ຫຼື ໃຊ້ຄວາມຮຸນແຮງ ຕໍ່ຜູ້ດຳເນີນທຸລະກິດຍານພາຫະນະທາງ​ບົກ;
  3. ກົດໜ່ວງຖ່ວງດຶງ ຫຼື ແກ່ຍາວເວລາ ໃນການພິຈາລະນາເອກະສານ;
  4. ປະລະໜ້າທີ່, ຂາດຄວາມຮັບຜິດຊອບ ຫຼື ບິດເບືອນຄວາມຈິງ;
  5. ປິດບັງ, ປົກປ້ອງ ຫຼື ໃຫ້ຄວາມຮ່ວມມື ແກ່ຜູ້ກະທຳຄວາມຜິດ;
  6. ປອມແປງເອກະສານ ຫຼື ໃຊ້ເອກະສານປອມແປງ, ເປີດເຜີຍຄວາມລັບທຸລະກິດ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງ;
  7. ອະນຸຍາດດຳ​ເນີນທຸລະກິດຍານພາຫະນະທາງ​ບົກ ໂດຍບໍ່ຖືກຕ້ອງຕາມເງື່ອນໄຂ ແລະ ຂັ້ນ ຕອນ;
  8. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ VIII
ການຄຸ້ມຄອງ ແລະ ກວດກາ

ມາດຕາ 44 ອົງການຄຸ້ມຄອງ ແລະ ກວດກາທຸລະກິດຍານພາຫະນະທາງ​ບົກ

ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານທຸລະກິດຍານພາຫະນະ ທາງ​ບົກ.

ມາດຕາ 45 ສິດ ແລະ ໜ້າທີ່ຂອງກະຊວງອຸດສາຫະກໍາ ​ແລະການ​ຄ້າ​

ໃນການຄຸ້ມຄອງທຸລະກິດຍານພາຫະນະທາງ​ບົກ ກະຊວງອຸດສາຫະກໍາ ແລະ ການຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງ​ນະ​ໂຍບາຍ, ນິຕິ​ກຳ ​ແລະ ມາດ​ຕະການ ​ກ່ຽວກັບການ​ຄຸ້ມ​ຄອງ​ທຸລະ​ກິດ​ຍານພາ ຫະນະທາງບົກ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ;
  2. ໂຄສະນາ, ເຜີຍ​ແຜ່ ນະ​ໂຍບາຍ, ນິຕິ​ກຳ ​ແລະ ມາດ​ຕະການ ກ່ຽວກັບການຄຸ້ມຄອງ​ທຸລະ​ກິດ​ຍານພາຫະນະທາງບົກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມ ຢ່າງທົ່ວເຖິງ; ​
  3. ພິຈາລະນາການຂໍອະນຸຍາດນຳເຂົ້າ, ສົ່ງອອກ, ນໍາເຂົ້າເພື່ອສົ່ງອອກຕໍ່ ແລ້ວແຈ້ງໃຫ້ຂະແໜງ ການການເງິນຮັບຊາບ;
  4. ພິຈາລະນາການສະເໜີສ້າງຕັ້ງ, ອອກໃບອະນຸຍາດດຳເນີນທຸລະກິດ, ສັ່ງໂຈະ ຫຼື ຢຸດເຊົາການ ດໍາເນີນທຸລະກິດ​ຍານພາຫະນະທາງບົກ;
  5. ປະສານສົມທົບກັບຂະແໜງການກ່ຽວຂ້ອງຄົ້ນຄວ້າ ແລະ ນໍາສະເໜີລັດຖະບານ ເພື່ອກໍານົດ ແລະ ດັດສົມຫົວໜ່ວຍທຸລະກິດການນໍາເຂົ້າ ແລະ ສົ່ງອອກ, ຈໍາໜ່າຍຍານພາຫະນະທາງບົກ ໃຫ້ເໝາະສົມ ຕາມສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
  6. ຮັບພິຈາລະນາ​ແກ້​ໄຂ​ຄຳ​ສະ​ເໜີ​ຂອງຜູ້ດໍາເນີນທຸລະກິດຍານພາຫະນະທາງ​ບົກ ແລະ ຜູ້ຊົມໃຊ້;
  7. ຄົ້ນຄວ້າມອບສິດໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ, ນະຄອນ ໃນການອະນຸຍາດສ້າງຕັ້ງ ແລະ ຄຸ້ມຄອງການ ເຄື່ອນໄຫວທຸລະກິດຍານພາຫະນະທາງ​ບົກ ຕາມຄວາມເໝາະສົມ;
  8. ຊີ້ນໍາສະມາຄົມອຸດ​ສາ​ຫະ​ກຳຍານພາຫະນະທາງບົກ ໃຫ້ດຳ​ເນີນຢ່າງເປັນປົກກະຕິ;
  9. ສະຫຼຸບ ແລະ ລາຍ​ງານ​ ການຈັດ​ຕັ້ງ​ປະຕິບັດວຽກງານຄຸ້ມ​ຄອງທຸລະກິດຍານພາຫະນະທາງ​ບົກ ໃຫ້ຂັ້ນ​ເທິງຊາບ ຢ່າງເປັນປົກກະຕິ;
  10. ນໍາໃຊ້ສິດ ​ແລະ ປະຕິບັດໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​​ກົດໝາຍ ແລະ ລະບຽບການ.

ມາດຕາ 46 ສິດ ແລະ ໜ້າທີ່ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

ໃນການຄຸ້ມຄອງທຸລະກິດຍານພາຫະນະທາງ​ບົກ ກະຊວງໂຍທາທິການ ແລະ ຂົນສົ່ງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງນະໂຍບາຍ ແລະ ກົດໝາຍ ກ່ຽວກັບການປຸກສ້າງ, ບ່ອນຈໍາໜ່າຍ, ການຂົນສົ່ງ ຍານພາຫະນະທາງບົກ ເພື່ອສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ ແລະ ກົດໝາຍ ກ່ຽວກັບການປຸກສ້າງ, ບ່ອນຈໍາໜ່າຍ, ການຂົນສົ່ງຍານພາຫະນະ ໃຫ້ສັງຄົມ ຢ່າງທົ່ວເຖິງ;
  3. ພິຈາລະນາການສະເໜີປຸກສ້າງ, ສັ່ງໂຈະ ຫຼື ຢຸດເຊົາ ການອະນຸຍາດສະຖານທີ່ວາງຈໍາໜ່າຍຍານ ພາຫະນະທາງບົກ;
  4. ກໍານົດເຕັກນິກຍານພາຫະນະທາງບົກ;
  5. ປະສານສົມທົບກັບຂະແໜງການຕ່າງໆທີ່ກ່ຽວຂ້ອງກັບທຸລະກິດຍານພາຫະນະທາງ​ບົກ;
  6. ຄົ້ນຄວ້າ ມອບສິດໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ, ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ, ນະຄອນ ໃນການຄຸ້ມຄອງດ້ານເຕັກນິກ ແລະ ຄຸນນະ ພາບຍານພາຫະນະທາງບົກ  ຕາມຄວາມເໝາະສົມ;
  7. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ.

ມາດຕາ 47 ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ

ຂະແໜງການກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ໃນການສົ່ງເສີມ, ສະໜັບ ສະໜູນ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການດຳເນີນທຸລະກິດຍານພາຫະນະທາງ​ບົກ ໂດຍປະສານ ສົມທົບ, ຮ່ວມມືກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມພາລະບົດບາດ ແລະ ຂອບເຂດ ຄວາມຮັບຜິດຊອບຂອງຕົນ.

 ມາດຕາ 48 ເນື້ອໃນກວດກາ

ການກວດກາການຄຸ້ມຄອງທຸລະກິດຍານພາຫະນະທາງ​ບົກ ມີເນື້ອໃນ ດັ່ງນີ້:

  1. ການປະຕິບັດ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງທຸລະກິດ​ຍານພາ ຫະນະທາງ​ບົກ;
  2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງ ແລະ ກວດກາທຸລະກິດ​ຍານພາຫະ ນະ​ທາງ​ບົກ;
  3. ການເຄື່ອນໄຫວຂອງເຈົ້າໜ້າທີ່, ພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານຄຸ້ມ ຄອງທຸລະກິດຍານພາຫະນະທາງ​ບົກ.

ມາດຕາ 49 ຮູບການກວດກາ

ການກວດກາວຽກງານຄຸ້ມຄອງທຸລະກິດພາຫະນະ​ທາງ​ບົກ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາ ຕາມແຜນການ ແລະ ມີກໍານົດເວລາ ອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ສອງ ຄັ້ງ ຕໍ່ປີ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າ ມີຄວາມຈໍາເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າ ມີຄວາມຈໍາເປັນ ແລະ ຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.

ການກວດກາໃຫ້ດໍາເນີນດ້ວຍການກວດກາທາງດ້ານເອກະສານ ແລະ ລົງກວດກາຕົວຈິງຢູ່ສະ ຖານ ທີ່ກ່ຽວຂ້ອງ.

ການກວດກາ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ພາກທີ IX
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 50 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ຮັບນະໂຍບາຍ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 51 ມາດ​ຕະການຕໍ່​ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກປະຕິບັດມາດຕະການກ່າວ ເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ໜັກ.

ມາດຕາ 52 ມາດຕະການກ່າວເຕືອນ ແລະ ສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ທີ່ລະເມີດລະບຽບການ ເປັນຕົ້ນ ຂໍ້ຫ້າມທີ່ໄດ້ກຳນົດໄວ້ໃນດໍາລັດສະບັບນີ້ ທີ່ມີລັກສະນະເບົາ ແລະ ເປັນການລະເມີດເທື່ອທຳອິດ ຊຶ່ງບໍ່ແມ່ນການກະທຳຜິດທາງອາຍາ ຈະຖືກກ່າວ ເຕືອນ ແລະ ສຶກສາອົບຮົມ ​ພ້ອມ​ທັງ​ເຮັດ​ບົດ​ບັນທຶກ​ໄວ້​.

ມາດຕາ 53 ມາດຕະການທາງດ້ານວິໄນ

ເຈົ້າໜ້າທີ່ ແລະ ພະນັກງານລັດທີ່ກ່ຽວຂ້ອງ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມທີ່ກຳນົດໄວ້ໃນກົດໝາຍ.

ມາດຕາ 54 ມາດຕະການປັບໃໝ

ຜູ້ດໍາເນີນທຸລະກິດຍານພາຫະນະທາງ​ບົກ ທີ່ລະເມີດດຳລັດສະບັບນີ້ ຈະຖືກປັບໃໝ ຕາມກໍລະນີ ດັ່ງນີ້:

  1. ເອົາທະບຽນວິສາຫະກິດໃຫ້ ບຸກຄົນ ຫຼື ນິຕິບຸກຄົນອື່ນນຳໃຊ້ ຈະຖືກຖອນທະບຽນວິສາ ຫະກິດ ແລະ ປັບໃໝ ສິບສ່ວນຮ້ອຍ (10%) ຂ​ອງ​ມູນ​ຄ່າ​ທຶນ​ຈົດ​ທະ​ບຽນ​ຂອງວິ​ສາ​ຫະ​ກິດ;
  2. ມອບສິດໃຫ້ ບຸກຄົນ ຫຼື ນິຕິບຸກຄົນອື່ນ ນຳເຂົ້າຍານພາຫະນະທາງບົກ ໂດຍບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຈະຖືກຍຶດ ແລະ ປັບໃໝ ສາມສິບສ່ວນຮ້ອຍ (30%) ຂອງມູນຄ່າຍານພາຫະນະທີ່ກວດພົບ;
  3. ນຳເຂົ້າຍານພາຫະນະທາງບົກ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກຍຶດ ແລະ ປັບໃໝ ສາມສິບ ສ່ວນຮ້ອຍ (30%) ຂອງມູນຄ່າຍານພາຫະນະທີ່ກວດພົບ;
  4. ນຳເຂົ້າຊິ້ນສ່ວນ ບໍ່ສອດຄ່ອງຕາມທີ່ໄດ້ຮັບອະນຸຍາດ ຫຼື ບໍ່ສອດຄ່ອງກັບໃບຢັ້ງຢືນການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກ ຈະຖືກຍຶດ ແລະ ປັບໃໝ ສາມສິບສ່ວນຮ້ອຍ (30%) ຂອງມູນຄ່າຊິ້ນສ່ວນພາຫະນະທາງບົກທີ່ກວດພົບ;
  5. ນຳເຂົ້າ ແລະ ຈຳໜ່າຍຍານພາຫະນະທາງບົກ ທີ່ບໍ່ໄດ້ມາດຖານເຕັກນິກ ຈະຖືກປັບໃໝ ແລະ ປະຕິບັດມາດຕະການອື່ນ ຕາມລະບຽບການຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໄດ້ກຳນົດ.

ມາດຕາ 55 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍ ໃຫ້ແກ່ ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ.

ມາດຕາ 56 ມາດຕະການທາງອາຍາ

ບຸກຄົນໃດທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດ ຕາມກົດ ໝາຍອາຍາ ຕາມແຕ່ລະກໍລະນີເບົາ  ຫຼື ໜັກ.

ມາດຕາ 57 ມາດຕະການໂທດເພີ່ມ

ນອກຈາກມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 54 ຂອງດໍາລັດສະບັບນີ້ ຜູ້ກະ ທໍາຜິດ ຍັງຈະຖືກປະຕິບັດມາດຕະການໂທດເພີ່ມ ເປັນຕົ້ນການໂຈະ ຫຼື ຖອນໃບທະບຽນວິສາຫະກິດ.

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 58 ການຈັດຕັ້ງປະຕິບັດ

ມອບໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ,​ ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມພາລະບົດບາດ ຂອງຕົນຢ່າງເຂັ້ມງວດ.

ມາດຕາ 59 ຜົນສັກສິດ

ດໍາລັດສະບັບນີ້ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ດຳລັດສະບັບນີ້ ປ່ຽນແທນ ດຳລັດວ່າດ້ວຍການນໍາເຂົ້າ, ສົ່ງອອກ ແລະ ການຈຳໜ່າຍພາຫະນະ, ສະບັບເລກທີ 96/ນຍ, ລົງວັນທີ 8/12/1992.

ລັດຖະບານ ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນຳເຂົ້າ : ຍານພາຫະນະທາງບົກ ທຸກປະເພດ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍານພາຫະນະທາງບົກ ທຸກປະເພດທີ່ແລ່ນດ້ວຍ ເຄື່ອງຈັກ, ຍົກເວັ້ນລົດສາມລໍ້ (8701.20; 8701.30.20; 8701.90; 8702; 8703; 8704; 8705 ແລະ 8711) ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມ ຂອ, ກະຊວງ ອຄ ແລະ ຕ້ອງໄດ້ຕາມເງື່ອນໄຂທີ່ລະບຸໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ
  1. ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ການຈຳໜ່າຍ ລົດ ຢູ່ ສປປ ລາວ ເລກທີ 0075/ອຄ.ກຂອ
  2. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
9999-12-31 ALL
2 ຕ້ອງມີໃບອະນຸຍາດດ້ານເຕັກນິກຂອງຍານພາຫະນະນຳເຂົ້າ ຕ້ອງໄດ້ຮັບອະນຸມັດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍານພາຫະນະທີ່ໄດ້ຮັບອະນຸຍາດນຳເຂົ້າ ແລະ ນຳໃຊ້ໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດດ້ານເຕັກນິກຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021
9999-12-31 ALL
3 ຕ້ອງມີໃບຢັ້ງຢືນຈາກປະເທດຕົ້ນທາງ - ຊິ້ນສ່ວນຍານພາຫະນະເພື່ອປະກອບ ຫຼື ຜະລິດຢູ່ໂຮງງານ TBT ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊິ້ນສ່ວນພາຫະນະນຳເຂົ້າມາປະກອບ ຫຼື ຢູ່ໂຮງງານພາຍປະເທດ ໃນຮູບແບບ CKD, IKD, SKD ຕ້ອງໄດ້ມີຢັ້ງຢືນດ້ານເຕັກນິກອອກໂດຍປະເທດຕົ້ນທາງ
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ກົດໝາຍ ວ່າດ້ວຍ ຍານພາຫະນະທາງບົກ, ເລກທີ 04/ສພຊ, ລົງວັນທີ 16 ພະຈິກ 2021
9999-12-31 ALL
4 ຍານພາຫະນະທາງບົກ ທີ່ສົ່ງອອກ ຜ່ານດ່ານຊາຍແດນທີ່ໄດ້ກໍານົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍານພາຫະນະສົ່ງອອກ ຕ້ອງໄດ້ສົ່ງອອກຜ່ານດ່ານຊາຍແດນສາກົນ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດໄວ້. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019 9999-12-31 ALL
5 ຊິ້ນສ່ວນຍານພາຫະນະທາງບົກ ຕ້ອງນໍາເຂົ້າຜ່ານດ່ານ ຊາຍແດນທີ່ໄດ້ກໍານົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ຊິ້ນສ່ວນຍານພາຫະນະທາງບົກ ຕ້ອງນໍາເຂົ້າຜ່ານດ່ານຊາຍແດນ ສາກົນ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດໄວ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ຂໍ້ຕົກລົງ ວ່າດ້ວຍ ຊິ້ນສ່ວນຍານພາຫະນະທາງບົກ, ເລກທີ 0221/ອຄ.ກອຫ, ລົງວັນທີ 23 ມີນາ 2021
9999-12-31 ALL
6 ຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ - ຍານພາຫະນະທາງບົກ ທຸກປະເພດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ນໍາເຂົ້າຍານພາຫະນະທາງບົກ ຕ້ອງຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ ຍານພາຫະນະ ຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019 9999-12-31 ALL
7 ຍານພາຫະນະທາງບົກ ທີ່ນໍາເຂົ້າ ຜ່ານດ່ານຊາຍແດນທີ່ໄດ້ກໍານົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍານພາຫະນະນໍາເຂົ້າ ຕ້ອງໄດ້ນໍາເຂົ້າຜ່ານດ່ານຊາຍແດນສາກົນ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດໄວ້. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019 9999-12-31 ALL
8 ຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດສົ່ງອອກ - ຍານພາຫະນະທາງບົກ ທຸກປະເພດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ສົ່ງອອກຍານພາຫະນະທາງບົກ ຕ້ອງຂໍອະນຸຍາດດໍາເນີນທຸລະກິດສົ່ງອອກ ຍານພາຫະນະ ຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.